ວ.ກ - ​ໂດຍ​ເປັນ​ພາກສ່ວນ​ທີ່​ສຳຄັນ​ ໃນ​ວຽກ​ງານ​ການຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ການ​ພົວພັນ​ຕ່າງປະ​ເທດ​ ດ້ານປ້ອງ​ກັນຊາ​ດຫວຽດນາມ ​ທັງເປັນ​ພາກສ່ວນ​ປະກອບ ​ຂອງພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ທັງ​ເປັນ​ຂົວ​ຕໍ່​ທີ່​ຕິດ​ແໜ້ນ​ ລະຫວ່າງການ​ຕ່າງປະ​ເທດ ​ກັບ​ການ​ປ້ອງ​ກັນ​ປະ​ເທດ. ທາງ​ດ້ານ​ທາດ​ແທ້, ການ​ພົວພັນ​ຕ່າງປະ​ເທດດ້ານ​ປ້ອງ​ກັນຊາ​ດ ແມ່ນ​ວິທີ​ປະພຶດ​ຮັບ​ມື​ກັບ​ພາຍ​ນອກ ​ແນ​ໃສ່ປະຕິບັດ​ໄດ້​ເປັນ​ຢ່າງ​ດີ ກາ​ນປ້ອງ​ປັກ​ຮັກສາ​ປະ​ເທດ ປະຕິ​ບັດ​ຍຸດ​ທະ​ສາດ​ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ແຕ່​ໄກ ປັບປຸງ​ກຳລັງ​ແຮງປ້ອງ​ກັນ​ປະ​ເທດ​ ໃນ​ສະ​ໄໝ​ສັນຕິ ​ແນ​ໃສ່​ປະຕິບັດ​ບັນດາ​ຈຸດໝາຍ​ ປ້ອງປັກຮັກສາ​ປະ​ເທດ.

ສະຫາຍພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ

ລາຍ​ງານ​ການ​ເມືອງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກກອມມູນິດ​ຫວຽດນາມ​ໄດ້​ກຳນົດວ່າ ການ​ພົວພັນ​ຕ່າງປະ​ເທດ​ດ້ານປ້ອງກັນຊາ​ດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ສຳຄັນ​ຂອງ​ປະ​ເທດ(1). ທັດສະນະ​ດັ່ງກ່າວ​ຂອງ​ພັກ​ໃຫ້​ເຫັນ​ວ່າ ການ​ພົວພັນ​ຕ່າງປະ​ເທດ​ດ້ານປ້ອງກັນຊາ​ດ​ ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ອາດ​ຂາດ​ໄດ້​ ຂອງ​ການ​ປ້ອງ​ປັກ​ຮັກສາ​ປະ​ເທດ ​ເປັນ​ເຄື່ອງມື​ທີ່​ໄດ້​ການ​ໄດ້​ງານ ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນສະ​ໄໝ​ສັນຕິ.

​ໃນ​ສິບ​ປີ​ທີ່​ຜ່ານ​ມາ ສະພາບ​ການ​ພາຍ​ໃນ​ປະ​ເທດ ສາກົນ ​ແລະ​ໃນ​ພາກ​ພື້ນ​ ມີ​ການ​ຜັນ​ປ່ຽນ​ສັບສົນ​ຫຼາຍ​ຢ່າງ​ທີ່​ຄາດ​ຄະ​ເນ​ໄດ້​ຍາກ. ສະພາບ​ການ​ດັ່ງກ່າວ​ໄດ້​​ເຮັດ​ໃຫ້​ໃນ​ການ​ພົວພັນ​ສາກົນ​ເກີດມີການ​ສັບ​ໄຂວ່ກັນ​ທີ່​ສັບສົນ​ທີ່​ສຸດ ລະຫວ່າງ​ເປົ້າ​ໝາຍ ​ແລະ ​ຄູ່​ຮ່ວມ​ຂອງ​ການ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ເວົ້າ​ລວມ ຂອງວຽກ​ງານ​ການຕ່າງປະ​ເທດດ້ານປ້ອງກັນຊາ​ດ ​ເວົ້າ​ໂດຍ​ສະ​ເພາະ. ບັນດາ​ຄວາມຂັດ​ແຍ່ງ ສິ່ງ​ທ້າ​ທາຍ​ໃຫຍ່​​ເຫຼົ່ານັ້ນ ມັນ​ຮຽກຮ້ອງ​ໃຫ້ການ​ພົວພັນ​ຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ຕ້ອງ​ໄດ້​ກຳນົດ​ທິດ​ຢ່າງ​ຖືກຕ້ອງ ​ແລະ ມີ​ວິທີ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ຈຶ່ງ​ຈະ​ສຳ​ເລັດ​ໜ້າ​ທີ່​ຕ່າງໆ ​ໃນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໄດ້.

​ໃນ​ຊຸມ​ປີ​ທີ່​ຜ່ານມາ, ວຽກ​ງານ​ການຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ​ໄດ້​ເຊື່ອ​​ມຊືມບັນດາ​ທິດ​ນຳ ຫຼັກການ​ຂອງ​ພັກ​ໃນ​ການ​ຮ່ວມມື​ສາກົນ, ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແຜນ​ນະ​ໂຍບາຍ ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື ທັງ​ຕໍ່ສູ້​ເພື່ອ​ຫັນປ່ຽນ​ເປົ້າ​ໝາຍ​ໃຫ້​ເປັນ​ຄູ່​ຮ່ວມ; ຊາບ​ຊືມຢ່າງ​ເລິກ​ເຊິ່ງ ​ແລະ ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ ທັດສະນະ​ອັນ​ພື້ນຖານ 6 ປະການ​ຂອງ​ພັກ​ໃນ​ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ ເຂົ້າ​ໃນ​ການ​ເຄື່ອນ​ໄຫວ, ຍາມ​ໃດ​ກໍ່​ປະຕິບັດ​ຕາມ​ການ​ນຳພາ​​ເດັດຂາດ ​ໂດຍ​ກົງທາງ​ດ້ານຕ່າງໆ​ ທຸກ​ດ້ານຂອງ​ພັກ ຕໍ່​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຄຽງ​ຂ້າງ​ນັ້ນ, ວຽກ​ງານການສົນທະນາ​ກ່ຽວ​ກັບ​ການ​ປ້ອງກັນຊາ​ດ ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ປ້ອງ​ກັນ​ປະ​ເທດ​ປະຈຳ​ປີ ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ທີ່​ໄດ້​ຈັດຕັ້ງ​ຂຶ້ນນັ້ນ ກໍ່ຈະສ້າງ​ເງື່ອນ​ໄຂ​ໃຫ້​ຫວຽດນາມ​ແລກປ່ຽນ​ບັນດາ​ບັນຫາກ່ຽວ​ກັບ​ຍຸດ​ທະ​ສາດ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແກ້​ໄຂຄວາມ​ຂັດຂ້ອງ, ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ປະ​ເທດ​ເຮົາ​ກັບ​ຫຼາຍ​ປະ​ເທດ ​ນັບ​ມື້​ນັບ​ເປັນ​ເຈົ້າ​ການ ​ໄວ້​ວາງ​ໃຈ​ກັນກວ່າ​ເກົ່າ, ​ແກ້​ໄຂ​ໂດຍ​ກົງ​ບັນດາ​ຄວາມ​ຕ້ອງ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ ​ໃນຂະ​ບວນວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຊາຍ​ແດນ ​ແລະ ​ໃນ​ການຮັບ​ມື​ກັບ​ບັນດາ​ບັນຫາ​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ຂອງ​ປະ​ເທດ​ໃນ​ຂົງ​ເຂດ​ອື່ນໆ​ ໃຫ້​ໄດ້​ນັບ​ມື້​ນັບ​ສູງ; ປະກອບສ່ວນ​ອັນ​ສົມ​ກຽດ​ໂດຍ​ກົງ​ເຂົ້າ​ໃນ​ພາລະກິດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ.

​ໂດຍ​ປະຕິບັດ​ບັນດາ​ຈຸດໝາຍ​ຂອງຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່ ທີ່​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ IX ​ໄດ້​ວາ​ງອອກ​ມາ, ​ການພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ​ ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວ​ມໃນ​ການ​ປົກ​ປັກ​ຮັກສາ​ອຳນາດ​ອະທິປ​ໄຕ ສິດ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ. ດ້ານ​ໜຶ່ງ, ການພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ຕ້ອງ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງທ່າ​ສະໜາມຮົບ​ປ້ອງກັນຊາ​ດ ​ແນ​ໃສ່​ຊຸກຍູ້​ທ່າ​ອຽງ​ສັນຕິພາບ ສະຖຽນລະ​ພາບ​ໃນ​ພາກ​ພື້ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂບັນດາ​ບັນຫາ​ແກ່ງ​ແຍ້​ງກັນ ຂັດຂ້ອງ​ກັນ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານກົດໝາຍ​ສາກົນ. ດ້ານ​ອື່ນ, ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການຕໍ່ສູ້ທາງ​ການ​ທູດ ກັບ​ການ​ຕໍ່ສູ້​ຢູ່​ພື້ນ​ທີ່​ຕົວ​ຈິງຂອງ​ບັນດາ​ກຳລັງ ​ເພື່ອ​ທັບ​ມ້າງ​ກົນອຸບາຍ ຫຼ່ຽມລາຍລ່ວງ​ລ້ຳ​ອຳນາດ​ອະທິປະ​ໄຕ ສິດ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ. ​ເພື່ອ​ປົກ​ປັກ​ຮັກສາ​ພັກ ​ປົກ​ປັກ​ຮັກສາປະຊາຊົນ ​ແລະ ລະບອບ​ການ​ເມືອງຢູ່​ຫວຽດນາມ, ວຽກ​ງານການຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຕໍ່ສູ້​ຕ້ານ​ “ການຜັນ​ປ່ຽນ​ໂດຍ​ສັນຕິ”, ຕ້ານ​ການຈະ​ລາ​ຈົນ​ໂຄ່ນ​ລົ້ມ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ. ຈາກ​ການ​ເຄື່ອນ​ໄຫວ​ອັນຕັ້ງໜ້າ​ເຫຼົ່າ​ນັ້ນ, ການພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ​ໄດ້​ປະກອບສ່ວນ​ບອກປັດປະຕິ​ເສດຖ້ອຍທຳນອງຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ​ ທີ່​​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ​ຕ້ານ​ລະບອບ​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ ເຮັດ​ໃຫ້ມັນ​ຕ້ອງ​​ເສຍຄວາມ​ສັກສິດ​ໄປ​ໝົດ.

​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ວຽກ​ງານການຕ່າງປະ​ເທດ​ດ້ານປ້ອງກັນຊາ​ດ ​ໄດ້​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ເຖິງການ​ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ ​ຕ້ານ​ກົນອຸບາຍ​ສວຍ​ໃຊ້​ການ​ຮ່ວມ​ມື​ເພື່ອ​ໂຄສະນາ​ເຜີຍ​ແຜ່​ແນວ​ຄິດ​​ເປັນປໍ​ລະ​ປັກ, ​ເປັນ​ຕົ້ນ​ແມ່ນ​ກົນອຸບາຍທີ່​ຫວັງຫັນ​ກອງທັບ​ເປັນ​ໄຮ້​ການ​ເມືອງ ​ແຍກ​ກອງທັບ​ອອກ​ຈາກ​ການ​ນຳພາ​ເດັດຂາດ ​ໂດຍ​ກົງ​ທາງ​ດ້ານຕ່າງໆ​ ທຸກ​ດ້ານ​ຂອງ​ພັກ. ​ເພາະວ່າ ​ເມື່ອການພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດຍິ່ງ​ຂະຫຍາຍຕົວ, ວຽກງານປົກ​ປັກ​ຮັກສາການ​ເມືອງພາຍ​ໃນບັນດາການ​ເຄື່ອນ​ໄຫວພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ກໍ່​ຍິ່ງ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່, ປະກອບສ່ວນກີດ​ກັ້ນ​ກົນອຸບາຍ “ຜັນປ່ຽນ​ໂດຍ​ສັນຕິ” ​ເປັນ​ຕົ້ນ​ແມ່ນ​​ເລ່ກົນ​ປຸກ​ກະ​ຕູ້ນ “ການຜັນປ່ຽນ​ດ້ວຍ​ຕົນ​ເອງ” ພາຍ​ໃນ​ກອງທັບ.

ໃນ​ຊຸມ​ປີ​ທີ່​ຜ່ານມາ, ວຽກງານການຕ່າງປະ​ເທດ​ດ້ານປ້ອງກັນຊາ​ດ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ ​ແລະ ປັບ​ປຸງ​ຄວາມ​ເຊື່ອ​ຖື​ໄວ້​ວາງ​​ໃຈ​ຂອງ​ປະຊາຊົນ ຂອງ​ທົ່ວ​ກອງທັບ​ຕໍ່​ພັກ-ລັດ ​ເຊິ່ງມະຕິ​ກອງ​ປະຊຸມ​ສູນ​ກັງ​ພັກຄັ້ງທີ 8 ສະ​ໄໝ​ທີ IX ວ່າ​ດ້ວຍຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່ ​ໄດ້​ວາງ​ອອກ​ມາ. ອ​າ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ ຄວາ​ມ​ເຊື່ອ​ຖື​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ ຕໍ່​ການ​ນຳພາ ​ແນວທາງ ນະ​ໂຍບາຍ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ພັກ-ລັດ, ຕໍ່​ຄວາມ​ສາມາດ​ປ້ອງ​ກັນ​ປະ​ເທດ​ ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ກອງທັບ ຈຶ່ງ​ໄດ້​ຮັບ​ການ​ປັບປຸງ​ ແລະ ​ຍົກ​ສູງ​ຂຶ້ນ. ບັນດາ​ປັດ​ໃຈ​ເຫຼົ່າ​ນີ້ ​ເປັນ​ພື້ນຖານ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ, ກໍ່ສ້າງ​ຄວາມ​ສາມັກຄີ​ປວງ​ຊົນພາຍ​​ໃຕ້ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

​ໂດຍ​ປະຕິບັດ​ແຜນ​ນະ​ໂຍບາຍທີ່​ວ່າ ​ອອກ​ແຮງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ ພ້ອມ​ກັນ​ນັ້ນ​ກໍ​ຍາດ​ແຍ່ງ​ໃຫ້​ໄດ້ຫຼາຍ​ທີ່​ສຸດ ​ແລະ ຂຸດ​ຄົ້ນ​ຄວາມ​ສະດວກ​ດີ​ທຸກ​ຢ່າງ​ຈາກ​ພາຍ​ນອກ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ປ້ອງ​ກັນຊາ​ດ ຕາມ​ຈິດ​​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ ຄັ້ງ​ທີ 8 ສະ​ໄໝ​ທີ IX, ການພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ປະຕິວັດ, ​ລະບຽບ​ຫຼວງ, ຍອດ​ຍ້ຽມ, ທັນສະໄໝ​​ເປັນແຕ່​ລະ​ກ້າວ ທັງ​ທາງ​ດ້ານ​ກຳລັງ​ຄົນ ​ແລະ ພື້ນຖານ​ວັດຖຸ. ການຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດ ​ໃນ​ການ​ກໍ່ສ້າງ ​ແລະ ອົບ​ລົມ​ຝຶດ​ແອບ​ລະຫວ່າງ​ກອງທັບ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ຕ່າງປະ​ເທດ ​ໄດ້​ຮັບ​ການເພີ່ມ​ທະວີ​ໃນ​ຫຼາຍ​ດ້ານ. ພະນັກງານ​ກອງທັບ​ຫຼາຍ​ຄົນ​ທີ່ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ໂຮງຮຽນ​ການ​ທະຫານ​ຕ່າງປະ​ເທດ ​ໄດ້​ກາຍ​ເປັນພະນັກງານ​ຫຼັກ​ແຫຼ່ງ​ໃນ​ກອງທັບ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ກົມ​ກອງ​ທີ່​ນຳ​ໃຊ້ອາວຸດ​ເຕັກ​ໂນ​ໂລ​ຊີ​ສູງ. ການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ຢ່າງ​ຟົດ​ຟື້ນ ຫຼາຍ​ຮູບ​ຫຼາຍ​ແບບ ອຸດົມສົມບູນ ດ້ວຍ​ການ​ທົບ​ສອບທີ່​ຫຍຸ້ງຍາກ​ເຄັ່ງຮ້ອນ​ ຂອງ​ວຽກ​ງານ​ການ​ຕ່າງ​ປະ​ເທດດ້ານປ້ອງ​ກັນຊາ​ດ ກໍ່​ໄດ້​ຝຶກ​ຝົນ​ຫຼໍ່ຫຼອມ​ໃຫ້​ກອງທັບ​ຫວຽດນາມ​ ມີ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຫຼາຍ​ກວ່າ​ອີກ​ ກ່ຽວ​ກັບ​ສົງຄາມ​ທັນ​ສະ​ໄໝ ນັບ​ທັງ​ດ້ານ​ຍຸດ​ທະ​ສາດ ຍຸດທະ​ການ ​ແລະ ຍຸດທະວິທີ. ນີ້​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ​ຮ່ຳຮຽນ​ເກັບ​ກຳ​ເອົາ​ສິ່ງ​ຍອດ​ແຍ​ຕ່າງໆ​ ​ໃນ​ສິນລະປະ​ຍຸດ​ການ​ທະຫານ​ຂອງ​ໂລກ, ​ແນ​ໃສ່ຫັນ​ພື້ນຖານ​ການ​ປ້ອງ​ກັນຊາ​ດພາຍ​ໃນ​ປະ​ເທດເປັນ​ທັນ​ສະ​ໄໝ. ຮ່ວມ​ມື​ດ້ານ​ອຸດສາຫະກຳ​ປ້ອງ​ກັນຊາ​ດ ​ແລະ ການ​ຄ້າ​ປ້ອງ​ກັນຊາ​ດ ກໍ່​ໄດ້​ອາ​ໃສ​ສິ່ງ​ດັ່ງກ່າວ​ເພື່ອ​ບັນລຸ​ບາດກ້າວ​ຂະຫຍາຍຕົວ​ທີ່​ຕັ້ງໜ້າ​ຕ່າງໆ. ການ​ຫັນ​ການ​ພົວພັນ​ການ​ຄ້າ​ປ້ອງ​ກັນຊາ​ດ​ເປັນ​ຫຼາຍຮູບຫຼາຍ​ແບບ ​ກໍ່ໄດ້​ຍົກ​ສູງ​ຄວາມ​ສາມາດ​ເລືອກ​ເຝັ້ນ​ເອົາ​ອາວຸດ​ຍຸດ​ໂທ​ປະກອນຂອງ​ຕ່າງປະ​ເທດ ​ເພື່ອ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຫັນ​ກອງທັບ​ເປັນ​ທັນ​ສະ​ໄໝ.

ຜ່ານ​ສິບ​ປີ​ແຫ່ງ​ການປະຕິບັດ​ທິດ​ທາງ​ຕ່າງໆ ​ກ່ຽວ​ກັບ​ວຽກງານການຕ່າງປະ​ເທດ ທີ່​ໄດ້​ກຳນົດ​ໄວ້​ໃນມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ IX ວ່າ​ດ້ວຍຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່, ການພົວພັນຕ່າງປະ​ເທດດ້ານ​ປ້ອງກັນຊາ​ດ ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ໃຫຍ່​ຫຼວງ. ການ​ພົວພັນ​ປ້ອງ​ກັນປະ​ເທ​ດບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ເປີດ​ກວ້າງ​ເທົ່າ​ນັ້ນ ຫາກ​ຍັງພັດທະນາ​ເຂົ້າ​ສູ່​ລວງ​ເລິກ. ມາ​ເຖິງ​ປັດຈຸບັນ, ຫວຽດນາມ​ໄດ້​ມີການ​ພົວພັນ​ປ້ອງ​ກັນ​ປະ​ເທດ​ກັບ 80 ປະ​ເທດ, ຕັ້ງ​ອົງການທູດທະຫານຢູ່ 31 ປະ​ເທດ, ​ແລະ 45 ປະ​ເທດ​ໄດ້ຕັ້ງອົງການທູດທະຫານຢູ່ຫວຽດນາມ.

​ໃນ 10 ປີ (2003 - 2012) ຈຳ​ນວນ​ເອກະສານຕົກລົງ​ລະຫວ່າງ​ຊາດ ​ທີ່​ຫວຽດນາມ​ເຊັນ​ກັນ​ກັບ​ບັນດາ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ທົບ 4 ​ເທົ່າ​ທຽບ​ກັບ​ໄລຍະ​ແຕ່​ປີ 1945 ຮອດ​ປີ 2002. ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຂະຫຍາຍບັນດາ​ສາຍ​ພົວພັນ​ປ້ອງ​ກັນຊາ​ດ ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ. ອິງ​ບົນ​ພື້ນຖານ​ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ​ເຄົາລົບ​ເອກະລາດ ອຳນາດ​ອະທິປະ​ໄຕ​ຂອງ​ກັນ​ແລະ​ກັນ, ຮ່ວມ​ມືກັນ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ ຂອງ​ແຕ່ລະ​ປະ​ເທດ, ການ​ພົວພັນ​ປ້ອງ​ກັບ​ຊາດ​ລະຫວ່າງ​ຫວຽດນາມ​ ກັບ​ລາວ ​ແລະ ກຳປູ​ເຈຍ ​ໄດ້ແລະພວມ​ໄດ້​ປ່ຽນ​ແປງ​ໃໝ່ ດ້ວຍ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ເຂົ້າ​ສູ່​ລວງ​ເລິກ. ການ​ພົວພັນ​ປ້ອງ​ກັບ​ຊາດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດສະມາຊິກ​ອື່ນ​ຂອງ​ອາຊຽນ ກໍ່​ໄດ້​ຍູ້​ແຮງດ້ວຍ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ. ການພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ​ໃຈ​ກາງ​ໃຫຍ່ ບົນ​ຫຼັກການ​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ບໍ່​ແຊ​ກ​ແຊງ​ເຂົ້າ​ວຽກ​ງາຍ​ພາຍ​ໃນ​ຂອງ​ກັນ ​ໄດ້​ສ້າງ​ໃຫ້​ມີ​ທ່າ​ສັບ​ໄຂວ່​ກັນ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ປະ​ເທດ. ການ​ພົວພັນ​ປ້ອງ​ກັນ​ຊາດ​ກັບ​ຈີນ​ ໄດ້​ຮັບ​ການ​ພັດທະນາ ອິງ​ບົນ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ ລະຫວ່າງ​ສອງ​ປະ​ເທດ ​ແລະ ພວມສ້າງ​ຕັ້ງ​ເປັນ​ແຕ່​ລະ​ກ້າວ​ບັນດາ​ກົນ​ໄກ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ລວມ ຢູ່​ຊາຍ​ແດນ​ເທິງ​ບົກ ກໍ່​ຄື​ເທິງ​ທະ​​ເລ. ການ​ພົວພັນ​ປ້ອງ​ກັນຊາ​ດກັບ​ບັນດາ​ຄູ່​ຮ່ວມ​ໃຫຍ່ ​ເຊັ່ນ​ຣັດ​ເຊຍ ອີນ​ເດຍ ອາ​ເມ​ລິ​ກາ ສະຫະພາບ​ເອີຣົບ…ສືບ​ຕໍ່​ໄດ້​ເປີດ​ກວ້າງ, ຕອບສະໜອງ​ຄວາມ​ຕ້ອງການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນຊາ​ດຂອງ​ປະ​ເທດ. ພວກ​ເຮົາ​ສືບ​ຕໍ່ໜ່ວງ​ໜ່ຽວ​ຮັກສາ ​ແລະ ຂະຫຍາຍ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ກັບບັນດາ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ບັນດາ​ປະ​ເທດ​ເອກະລາດ​ແຫ່ງ​ຊາດ ບັນດາ​ປະ​ເທດ​ກຳລັງ​ພັດທະນາ.

​ໃນ​ສິບ​ປີທີ່ຜ່ານ​ມາ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ​ແບບ​ຜະ​ຫຸພາຄີ​ຂອງ​ຫວຽດນາມ ​ໄດ້​ມີ​ບາດກ້າວ​ຂະຫຍາຍ​ຕົວກະ​ໂດດ​ຂັ້ນ​ທາງ​ດ້ານ​ຄຸນ​ນະພາ​ບ. ຫວຽດນາມ​ໄດ້​ນຳ​ສະ​ເໜີ​ຂໍ້​ຄິດ​ປະດິດ​ສ້າງ​ໃໝ່​ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັບ​ຊາດ​ໃນ​ພາກ​ພື້ນ ຕາມ​ທິດ​ແທດ​ເໝາະ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ. ພວກ​ເຮົາ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ຕຳຫຼວດ​ທະ​ເລ​ອາ​ຊຽນຄັ້ງ​ທຳ​ອີດຢ່າງ​ສຳ​ເລັດ​ຜົນ; ​ໄດ້​ຕັ້ງໜ້າ ​ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວ ຂອງ​ປະທານ​ຮ່ວມ​ ໜ່ວຍ​ນັກຊ່ຽວຊານກ່ຽວ​ກັບ​ການ​ຊ່ວຍໜູນ​ມະນຸດສະທຳ ​ແລະ ຊ່ວຍກູ້​ໄພພິບັດ ​ໃນ​ກົນ​ໄກ ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ບັນດາ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ (ADMM+). ຂໍ້​ສະ​ເໜີຂອງ​ຫວຽດນາມ​ໃຫ້​ຈັດ​ຕັ້ງ​ໜ່ວຍ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ການ​ກະທຳມະນຸດສະທຳດ້ານ​ລູກ​ລະ​ເບີດ ​ໄດ້​ສ້າງ​​ໃຫ້​ມີ​ຂົງ​ເຂດ​ການ​ຮ່ວມ​ມື​ໃໝ່​ໃນ​ກົນ​ໄກ ADMM+. ຂໍ້​ສະ​ເໜີ​ນີ້​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ຢູ່ໃນພາກ​ພື້ນ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ອັນ​ໜັກໜ່ວງ​ຂອງ​ສົງຄາມ​ຢູ່​ປະ​ເທດ​ເຮົາ ກໍ່​ຄື​ຢູ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ຫວຽດນາມ​ກໍ່​ໄດ້​ກຽມພ້ອມ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ທຸກ​ຢ່າງ ​ເພື່ອ​ອາດ​ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ ຂອງ​ສະຫະ​ປະຊາ​ຊາດ​ ໃນ​ອະນາ​ຄົດ​ໃກ້​ນີ້.

ໃນ​ສິບ​ປີທີ່​ຜ່ານ​ມາ, ການພົວພັນຕ່າງປະ​ເທດ​ດ້ານປ້ອງກັນຊາ​ດ ໄດ້​ບັນລຸ​ຜົນສຳ​ເລັດ​ອັນໃຫຍ່​ຫຼວງຫຼາຍ​ຢ່າງ​ ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ ທິດ​ນຳ ​ແລະ ມາດ​ຕະການ ​ຂອງຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜົນສຳ​ເລັດ​ເຫຼົ່າ​ນີ້​ຢັ້ງຢືນ​ລັກສະນະ​ຖືກຕ້ອງ ປະດິດ​ສ້າງ ຂອງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ ​ຄັ້ງ​ທີ 8 ສະ​ໄໝ​ທີ IX ວ່າ​ດ້ວຍ​ຍຸດ​ທະສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ສະພາບ​ການ​ໃໝ່./.

ຂຽນ​ໂດຍ: ພົນ​ໂທ ຫງວຽນ​ຈີ໊ວິ້ງ
ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ.

* ຄັດ​ແປ​ຈາກ​ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະ​ສາກ​ອມມູນິດ, ສະບັບ​ທີ 848 (​ເດືອນ​ມິຖຸນາ 2013)
(1)
ລາຍ​ງານ​ການ​ເມືອງຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໃໝ​ທີ X ຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ພາກ​ທີ VIII ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ລະບຸ​ວ່າ: “ສືບ​ຕໍ່​ເປີດ​ກວ້າງການພົວພັນຮ່ວມມືສາກົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ”