ວ.ກ - ຢູ່ກອງ​ປະຊຸມ​ໃຫຍ່ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ກຳມະບານ​ຫວຽດນາມ ສະ​ໄໝ​ປີ 2013 - 2018, ສະຫາຍ ຫງວຽນ​ຝູຈ້ອງ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ ຫວຽດນາມ ມີ​ບົດ​ປາ​ໄສ​ທີ່​ສຳຄັນ. ວາລະສານ​ກອມ​ມູນິດ ຂໍ​ເປັນ​ກຽດ​ສະ​ເໜີ​ຕໍ່​ເພື່ອນຜູ້​ອ່ານ ບົດ​ປາ​​ໄສດັ່ງກ່າວ.

ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ກ່າວຄຳປາໄສ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ກຳມະບານຫວຽດນາມ

ໂດຍ​ຕາງໜ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຂ້າພະ​ເຈົ້າຂໍ​ຊົນ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ກອງ​ປະຊຸມ​ໃຫຍ່, ຊົນ​ເຊີຍບັນດາທ່ານແຂກ​ຜູ້​ມີ​ກຽດ ພ້ອມ​ດ້ວຍຜູ້​ແທນ​ເກືອບ 950 ທ່ານ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳນົງ ຄວາມ​ປາຖະໜາ ​ແລະ ສະຕິ​ປັນຍາ​ ຂອງຊົນ​ຊັ້ນ​ກຳມະກອນ ຜູ້​ອອກ​ແຮງ​ງານ ​ແລະ ການຈັດ​ຕັ້ງກຳມະບານຂັ້ນ​ຕ່າງໆ ທີ່​ມາ​ຮ່ວມກອງ​ປະຊຸມ​ໃຫຍ່

ຊົນ​ຊັ້ນ​ກຳມະກອນຫວຽດນາມ​ເຄີຍ​ມີ​ພ້ອມ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ປະຕິວັດ, ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍໆ​ຢ່າງ​ທີ່​ໃຫຍ່​ຫຼວງ​ທີ່​ສຸດ ​ໃນ​ພາລະກິດ​ປະຕິວັດອັນສະຫງ່າ​ງາມ​ຂອງ​ຊາດ. ຜ່ານ​ໄລຍະ​ເວລາ​ກວ່າ 25 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພ້ອມ​ກັນ​ກັບວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ຊົນ​ຊັ້ນ​ກຳມະກອນຫວຽດນາມ ນັບ​ມື້​ນັບ​ຂະຫຍາຍຕົວ ​ເຕີບ​ໃຫຍ່ ​ແລະ ພວມ​ເສີມ​ຂະຫຍາຍບົດບາດ ​ເປັນ​ຊົນ​ຊັ້ນ​ນຳພາ​ການ​ປະຕິວັດ ​ໂດຍ​ຜ່ານ​ກອງ​ກຳລັງ​ນຳ​ໜ້າ​ຄື​ພັກ​ກອມ​ມູນິດ​ຫວຽດນາມ, ​ເປັນ​ພື້ນຖານ​ການ​ເມືອງ - ສັງຄົມ​ທີ່​ໝັ້ນຄົງໜັກ​ແໜ້ນ​ຂອງ​ພັກ ​ແລະ ລັດ​ຫວຽດນາມ … 

ກຳມະບານ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກສັບສົນຫຼາຍ​ຢ່າງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ, ດຶງ​ດູດ ​ເຕົ້າ​ໂຮມ​ກຳມະກອນ ລັດຖະກອນ ຜູ້​ອອກ​ແຮງ​ງານ​ນັບ​ມື້​ນັບ​ຫຼວງ​ຫຼາຍ; ຕັ້ງໜ້າ​ໂຄສະນາ ​ເຜີຍ​ແຜ່ ​ແລະ ປະຕິບັດ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ​ເປັນ​ພິ​ເສດ​ແມ່ນ ​ໄດ້​ເປັນ​ຜູ້​ຕາງໜ້າ ປົກ​ປັກຮັກສາ​ຜົນ​ປະ​ໂຫຍ​ດອັນ​ຖືກ​ກົດໝາຍ ສົມ​ເຫດ​ສົມ​ຜົນຂອງກຳມະກອນ ຜູ້​ອອກ​ແຮງງານ. ມີ​ຫຼາຍ​ຂະ​ບວນການ​ແຂ່ງຂັນ​ທີ່ກຳມະບານ​ເປັນ​ຜູ້​ປຸກລະດົມ ຈັດ​ຕັ້ງປະຕິບັດ​ ໄດ້​ຮັບ​ປະສິດທິ​ຜົນ​ດີ... ປະກົດ​ມີ​ຫຼາຍ​ແບບ​ຢ່າງ​ທີ່​ດີ​ເດັ່ນ ກ້າວໜ້າ, ຫຼາຍ​ໝູ່​ຄະນະ​ມີ​ຜົນງານ​ດີ​ເດັ່ນ​ພິ​ເສດ​ ໄດ້ຮັບ​ການ​ຍົກຍ້ອງ ຍ້ອງຍໍ​ໃຫ້​ລາງວັນ. ກຳມະບານກໍ່​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ​ໄດ້​ເພີ່​ມ​ເຕີມ​ພະນັກ​ງານ​ທີ່​ເຕີບ​ໃຫຍ່​ຈາກ​ຂະ​ບວນການ​ກຳມະກອນ ​ແລະ ຈາກ​ການ​ເຄື່ອນ​ໄຫວກຳມະບານ ຫຼາຍ​ຄົນ​ໃຫ້​ພັກ. ການ​ພົວພັນ​ຮ່ວມ​ມື ມິດຕະພາບ​ ລະຫວ່າງກຳມະບານຫວຽດນາມ ກັບ​ບັນດາ​ການຈັດ​ຕັ້ງກຳມະບານສາກົນ, ກຳມະບານຂອງ​ປະ​ເທດ​ຕ່າງໆ ກໍ​ນັບ​ມື້​ນັບ​ເປີດ​ກວ້າງ

​ແຕ່​ກໍ​ຕ້ອງ​ຮັບ​ຮູ້​ວ່າ, 5 ປີ​ທີ່​ຜ່ານ​ມາ, ຂະ​ບວນການກຳມະກອນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການ​ກຳມະບານ ກໍ່ມີຈຸດ​ອ່ອນ​ແລະຂໍ້​ຈຳກັດບາງ​ຢ່າງ... ຢູ່​ໃນ​ກອງ​ປະຊຸມ​ໄຫ​ຍ່ນີ້, ບັນດາ​ຜູ້​ແທນ​ຄວນ​ແລກປ່ຽນ ສົນທະນາ ປະ​ເມີນ​ຄ່າ​ສະພາບ​ການ 5 ປີຜ່ານມາ​ໃຫ້ຖືກຕ້ອງ; ກຳນົດ​ແຈ້ງ​ທິດ​ທາງ ໜ້າ​ທີ່ກໍ່ສ້າງ​ຊົນ​ຊັ້ນກຳມະກອນ ​ແລະ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂອງ​ການຈັດ​ຕັ້ງກຳມະບານ ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ.

ກອງ​ປະຊຸມ​​ໃຫຍ່​ຄັ້ງທີ XI ຂອງ​ພັກ​ໄດ້​ວາງທິດ​ທາງ ໜ້າ​ທີ່​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ​ໃນ 5 ປີ 2011 – 2015 ອອກ​ມາ​ແລ້ວ. ຕໍ່​ກັບຊົນ​ຊັ້ນກຳມະກອນ, ພັກ​ເຮົາ​ກຳນົດ​ແຈ້ງ: ກໍ່ສ້າງຊົນ​ຊັ້ນກຳມະກອນ​ໃຫ້​ເຕີບ​ໃຫຍ່​ເຂັ້​ມ​ແຂງ, ມີ​ຄວາມ​ຕື່ນ​ຕົວ​ຊົນ​ຊັ້ນ ​ແລະ ຫຼັກໝັ້ນ​ການ​ເມືອງ​ອັນ​ໜັກ​ແໜ້ນ; ມີ​ສະຕິ​ພົນລະ​ເມືອງ, ຮັກ​ຊາດ, ຮັກລັດທິ​ສັງຄົມ​ນິຍົມ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ຍອດ​ແຍ​ວັດທະນະທຳ​ແຫ່ງ​ຊາດ; ຮູ້ສຶກ​ໄວ​ໄຫວພິບ ​ແລະ ໝັ້ນ​ຄົງໜຽວ​ແໜ້ນ​ ຕໍ່ໜ້າການ​ຜັນ​ປ່ຽນ​ອັນ​ສັບສົນ​ຂອງ​ສະພາບ​ການ​ໂລກ ​ແລະ ຕໍ່ການປ່ຽນ​ແປງ​ຂອງ​ສະພາບ​ການ​ພາຍ​ໃນ​ປະ​ເທດ; ມີ​ຈິດ​ໃຈ​ຊາດ ​ແລະ ສາມັກຄີ ຮ່ວມ​ມື​ກັບ​ສາກົນ. 

ຂ້າພະ​ເຈົ້າ​ເຫັນ​ດີ​ນຳ​ທິດ​ທາງ ໜ້າ​ທີ່​ຂອງ​ສະ​ໄໝ​ 2013 - 2018 ທີ່​ຄະນະ​ບໍລິຫານ​ງານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ສະ​ໄໝ​ທີ X ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່, ພິ​ເສດ​ແມ່ນ ກ່ຽວ​ກັບ​ຈຸດໝາຍ ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ບັນດາ​ວິທີ​ແກ້​ໄຂ​ໃຫຍ່. ພຽງ​ແຕ່​ຂໍ​ເນັ້ນ​ໜັກ ​ເຈາະ​ຈີ້ມ​ບາງ​ບັນຫາ​ເພື່ອ​ໃຫ້​ກອງ​ປະຊຸມ​ໃຫຍ່​ສົນທະນາ ພິຈາລະນາ ​ແລະ ຕັດສິນ​ຕົກລົງ. 

ທີ​ໜຶ່ງ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ກຳມະບານ​ຫວຽດນາມ ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່ທົ່ວ​ພັກ ທົ່ວ​ປວງຊົນ ​ແລະ ທົ່ວ​ກອງທັບ​ເຮົາພວມ​ຕັ້ງໜ້າ​ພະຍາຍາມ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ ​ແລະ ປະຕິບັດບັນດາ​ມະຕິ​ຕົກລົງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ... ນີ້​ແມ່ນ​ໂອກາດ​ດີ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ປຶກສາພິຈາລະນາ ​ແລະ ຊອກ​ຫາ​ວິທີ​ກໍ່ສ້າງ​ຊົນ​ຊັ້ນກຳມະກອນ ​ແລະ ການຈັດ​ຕັ້ງ​ກຳມະບານ​ໃຫ້​​ໝັ້ນຄົງເຂັ້ມ​ແຂງ​ຍິ່ງ​ຂຶ້ນ. ​ເພາະສະ​ນັ້ນ, ຕ້ອງ​ກຳ​ແໜ້ນ ​ແລະ ຊາບ​ຊືມຢ່າງ​ເລິກ​ເຊິ່ງ ບັນດາ​ທັດສະນະ ​ແນວ​ຄິດ​ຊີ້​ນຳ​ຂອງມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ໂຄງການ​ການ​ເມືອ​ງ ​ແລະ ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ສະ​ໄໝ​ໃໝ່; ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ; ກຳ​ແໜ້ນ​ສະພາບ​ການ ​ແລະ ຄວາມມຸ່ງ​ມາດ​ປາຖະໜາ​ອັນ​ສົມ​ເຫດ​ສົມ​ຜົນ​ຂອງ​ກຳມະກອນ ​ເປັນເສນາ​ທິການ​ໃຫ້​ແກ່​ພັກ-ລັດ ​ໃນ​ການວາງນະ​ໂຍບາຍ ມາດ​ຕະການ​ອັນ​ລະອຽດ​ອອກ​ມາ ​ເພື່ອ​ນຳ​ເອົາ​ທັດສະນະ ​ແນວ​ຄິດ ​ແຜນ​ນະ​ໂຍບາຍ​ຂອງ​ພັດ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່. 

ທີ​ສອງ, ກຳມະບານຕ້ອງ​ເອົາ​ໃຈ​ໃສ່​ ເຮັດ​ໃຫ້​ໄດ້​ດີກ​ວ່າ​ອີກ​ໜ້າ​ທີ່​ກໍ່ສ້າງ​ຊົນ​ຊັ້ນກຳມະກອນ​ ສົ​ມກຽດ​ເປັນກຳລັງ​ຫຼັກ​ແຫຼ່ງ​ແກ່ນສານ, ນຳ​ໜ້າ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ປັດຈຸບັນ​ນີ້, ປະ​ເທດ​ຊາດ​ພວມ​ຫັນປ່ຽນ​ຢ່າງ​ແຂງແຮງ ​ໃນ​ຂະ​ບວນວິວັດ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ. ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່ ບັນຫາ​ໃໝ່​ຫຼາຍ​ຢ່າງ​ທີ່​ສຸດ​ທີ່​ຕັ້ງ​ອອກ​ມາ, ​ມັນ​ຮຽກຮ້ອງ​ໃຫ້​ຖັນ​ແຖວກຳມະກອນ ຜູ້​ອອກ​ແຮງ​ງານ​ຕ້ອງ​ບືນ​ຕົວ​ຂຶ້ນ​ສູ່​ລະດັບ​ໃໝ່ - ລະດັບ​ສູງຊຶ່ງ​ບໍ່​ພຽງ​ແຕ່​ການ​ອອກ​ແຮງ​ງານທີ່​ມີ​ສະຕິ​ປັນຍາ ​ແລະ ປະດິດ​ສ້າງ​ເທົ່າ​ນັ້ນ, ຫາກ​ມີ​ທັງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ ທີ່​ຕັ້ງ​ການ​ເມືອງ​ອັນ​ໃຫຍ່​ຫຼວງ​ຂອງ​ຊົນ​ຊັ້ນກຳມະກອນ - ຊົນ​ຊັ້ນ​ທີ່​ເປັນ​ເຈົ້າ​ຊາຕາ​ກຳ​ຂອງ​ປະ​ເທດ​ຊາດ, ຊຶ່ງ​ພວມ​ມີ​ການ​ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ຕາມ​ທິດທີ່​ນັບ​ມື້​ນັບ​ຫັນ​ເປັນ​ປັນຍາ​ຊົນ. ພວກ​ເຮົາ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ​ຊົນ​ຊັ້ນກຳມະກອນຂອງ​ປະ​ເທດ​ເຮົາ​ເຖິງ​ວ່າ​ຍັງ​ໜຸ່ມ​ນ້ອຍກໍ່ຕາມ ​ແຕ່ຍ້ອນ​ມີ​ຄຸນ​ນະພາ​ບການ​ເມືອງ ​ແລະ ມີມູນ​ເຊື້ອ​ປະຕິວັດ​ອົງອາດ​ກ້າ​ແກ່ນ, ພັດ​ຍັງ​ມີ​ກອງ​ກຳລັງ​ນຳ​ໜ້າຂອງ​ຕົນ​ຄື​ພັກ​ກອມ​ມູນິດ, ດັ່ງນັ້ນ​ຊົນ​ຊັ້ນກຳມະກອນຍັງ​ຄົງ​ເປັນ ​ແລະ ສືບ​ຕໍ່​ເປັນຊົນ​ຊັ້ນນຳພາ​ການ​ປະຕິວັດ. ປະຫວັດສາດ​ກວ່າ​ສາມ​ສ່ວນ​ສີ່​ສະຕະວັດ​ທີ່​ຜ່ານ​ມາ ຢັ້ງຢືນ​ວ່າ ຊົນ​ຊັ້ນກຳມະກອນຫວຽດນາມ​ ຍາມ​ໃດ​ກໍ່​ຢືນ​ຢູ່​ໃຈກາງບັນດາ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ຂອງ​ປະ​ເທດ, ສືບ​ທອດ ​ແລະ ​ເສີມ​ສ້າງ​ມູນ​ເຊື້ອ​ຂອງ​ຊາດ​ໃຫ້​ສະຫງ່າ​ງາມ​ຍິ່ງ​ຂຶ້ນ.

​ເພື່ອ​ກໍ່ສ້າງ​ຊົນ​ຊັ້ນກຳມະກອນ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ, ກ່ອນ​ອື່ນ​ໝົດ​ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ຫຼັກ​ໝັ້ນ​ການ​ເມືອງ ​ແລະ ລະດັບ​ດ້ານ​ຕ່າງໆ​ຂອງ​ຊົນ​ຊັ້ນກຳມະກອນ, ກໍ່ສ້າງ​ພະນັກງານ​ທີ່​ມີ​ຕົ້ນ​ກຳ​ເນີ​ດຈາກ​ກຳມະກອນ, ​ເບິ່ງ​ແຍງ​ດູ​ແລ​ຜົນ​ປະ​ໂຫຍ​ດ​ແທດ​ຕົວ​ຂອງຖັນ​ແຖວ​ກຳມະກອນ ຜູ້​ອອກ​ແຮງ​ງານ, ​ເປັນ​ຕົ້ນ​ແມ່ນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ ​ເຮືອນ​ຢູ່ ລາຍ​ຮັບ​ລາຍ​ໄດ້ ​ເງື່ອນ​ໄຂ​ອອກ​ແຮງ​ງານ ປະກັນ​ໄພ​ສັງຄົມ ປະກັນ​ໄພ​ສາທາລະນະ​ສຸກ ​ແລະ ບັນດາ​ນະ​ໂຍບາຍ​ສັງຄົມ​ອື່ນໆ. ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ​ໃນ​ການ​ເອົາ​ໃຈ​ໃສ່ອົບຮົມ​ກໍ່ສ້າງ ກໍ່ສ້າງ​ຄືນ​ໃໝ່ ​ເພື່ອ​ໃຫ້​ກຳມະກອນ ຜູ້​ອອກ​ແຮງ​ງານ ​ອາດ​ສາມາດ​ເຂົ້າ​ເຖິງ​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ ​ແລະ ປັນຍາ​ຄວາມ​ຮູ້​ໃໝ່. ສ້າງ​ໃຫ້​ມີ​ຂະ​ບວນການ​ຮ່ຳຮຽນ​ຢ່າງ​ຟົດ​ຟື້ນ ​ແທດ​ກັບ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນກຳມະກອນ ຜູ້​ອອກ​ແຮງ​ງານ, ​ເປັນ​ຕົ້ນ​ແມ່ນໃນໄວ​ໜຸ່ມ; ຮ່ຳຮຽນ​ຕິດ​ແໜ້ນ​ກັບ​ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ໝູນ​ໃຊ້​ວິດ​ທະຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ໃໝ່, ສ້າງ​ໃຫ້​ມີ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະ​ສິດທິ​ຜົນສູງ​ກວ່າ​ເກົ່າ. 

ກຳມະບານຂັ້ນ​ຕ່າງໆ ຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ໂຄສະນາ​ອົບຮົມ ສຶກສາ, ຊ່ວຍ​ໃຫ້​ກຳມະກອນ ລັດຖະກອນ ຜູ້​ອອກ​ແຮງ​ງານຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຊົນ​ຊັ້ນ ກ່ຽວ​ກັບ​ພັກ ກ່ຽວ​ກັບ​ການຈັດ​ຕັ້ງກຳມະບານ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ ຮັກ​ລັດທິ​ສັງຄົມ​ນິຍົມ, ອອກ​ແຮງ​ງານ​ຢ່າງ​ຂະຫຍັນໝັ່ນພຽນ ປະດິດ​ສ້າງ, ຕັດສິນ​ໃຈເອົາ​ຊະນະຄວາມ​ອຶດຫີວທຸກ​ຍາກ ຄວາມ​ຫຼ້າຫຼັງ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ການ​ປ່ຽນ​ແປງ​ໃໝ່, ​ເປັນ​ແກ່ນສານ​ໃນ​ການ​ກໍ່ສ້າງພັນທະ​ພາບ​ກຳມະກອນ - ຊາວນາ - ປັນຍາ​ຊົນ ​ແລະ ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ແຫ່ງ​ຊາດ. ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິຍົມ, ກຳມະບານຍິ່ງ​ຕ້ອງ​ເຮັດ​ໃຫ້​ໄດ້​ດີ ບົດບາດ​ຂອງ​ຜູ້​ເປັນ​ຕົວ​ແທນ ​ແລະ ປົກ​ປັກ​ຮັກສາ ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ຂອງ​ກຳມະກອນ ຜູ້​ອອກ​ແຮງ​ງານ. ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ການ​ເຈລະຈາກັບ​ເຈົ້າ​ຂອງ​ຜູ້​ໃຊ້​ແຮງ​ງານ ​ແລະ ຈັດ​ຕັ້ງ​ໃຫ້​ໄດ້​ດີກາ​ນ​ເຊັນ​ສັນຍາ ປະຕິບັດ​ສັນຍາ​ແຮງ​ງານ​ລວ​ມໝູ່, ​ແກ້​ໄຂ​ໃຫ້​ໄດ້​ດີກາ​ນ​ແກ່ງ​ແຍ້​ງດ້ານ​ແຮງ​ງານ​ຕ່າງ​ໆ, ​ເຂົ້າ​ຮ່ວມ​ໃນ​ການວາງ​ແຜນສັບຊ້ອນຄືນ​ໃໝ່​ການ​ຜະລິດ ທຸລະ​ກິດ, ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ, ກ່ອນ​ອື່ນ​ໝົດ​ແມ່ນ​ວິ​ສາ​ຫະກິດ​ຂອງ​ລັດ ຕາມ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ​ເຂົ້າ​ຮ່ວມ​ໃນ​ການສຳຫຼວດກວດຄືນ ແລະ ກໍ່ສ້າງກຳນົດໝາຍແຮງງານ, ເປັນຕົ້ນແມ່ນ ຢູ່ບັນດາຫົວໜ່ວຍຫັນເປັນຫຸ້ນສ່ວຍ, ຫົວໜ່ວຍທີ່ຖືກສັບຊ້ອນຄືນໃໝ່ ຫຼືຖືກຍຸບເລີກ. ​ເອົາ​ໃຈ​ໃສ່​ເຂົ້າ​ຮ່ວ​ມ​ໃນ​ການກໍ່ສ້າງ​ ແລະ ຈັດຕັ້ງປະຕິບັດ​ໃຫ້​ໄດ້​ດີ ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ; ຍູ້​ແຮງ​ການ​ເຄື່ອນ​ໄຫວສັງຄົມ​ຕ່າງໆ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ກຳມະກອນ ຜູ້​ອອກ​ແຮງ​ງານ ສາມາດປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ໄດ້. 

ທີ​ສາມ, ກຳມະບານຕ້ອງ​​ເປັນ​ເຈົ້າ​ການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ ​ໃນ​ການ​ປຸກລະດົມ​ບັນດາ​ຂະ​ບວນການ​ກະທຳ​ປະຕິວັດ​ ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ​ຈັດ​ຕັ້ງຂະ​ບວນການ​ເຫຼົ່າ​ນັ້ນ​ໃນກຳມະກອນ ຜູ້​ອອກ​ແຮງ​ງານ. ລະດົມສົ່ງ​ເສີມກຳມະກອນ ຜູ້​ອອກ​ແຮງ​ງານ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ນຳ​ໜ້າ​ໃນ​ບັນດາ​ຂະ​ບວນການ​ແຂ່ງຂັນ​ກັນ​ສ້າງສາ​ພັດທະນາ​ເສດຖະກິດ - ສັງຄົມ. ຕ້ອງ​ປ່ຽນ​ແປງ​ໃໝ່​ຢ່າງ​​ເປັນ​ປະຈຳ​ເນື້ອ​ໃນ ​ແລະ ຮູບ​ການຈັດ​ຕັ້ງຂະ​ບວນການ​ແຂ່ງ​ຂັນ ​ໃຫ້​ສອດຄ່ອງ​ກັບຈຸດ​ພິ​ເສດ​ຂອງ​ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ ຮາກ​ຖານ, ຫັນ​ຂະ​ບວນການ​ແຂ່ງຂັນ​ເຂົ້າ​ສູ່ຈຸດໝາຍ “ສະມັດຕະພາບ - ຄຸນນະພາບ - ປະສິດທະຜົນ”, “ວຽກເຮັດງານທຳ - ຊີວິດ​ການ​ເປັນ​ຢູ່ - ປະຊາທິປະ​ໄຕ ​ແລະ ຍຸດຕິ​ທຳ​ທາງ​ສັງຄົມ”, ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ ​ແລະ ​ເພີ່ມ​ລາຍ​ຮັບ​ລາຍ​ໄດ້, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງກຳມະກອນ ຜູ້​ອອກ​ແຮງ​ງານ, ປະກອບສ່ວນ​ເຂົ້າ​ໃນ​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ, ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຂະ​ແໜງ​ການ ​ແລະ ຂອງ​ທ້ອງ​ຖິ່ນ. 

ການ​ເຂົ້າ​ຮ່ວມ​ຂອງກຳມະບານ ຂອງກຳມະກອນ ​ແລະ ຜູ້​ອອກ​ແຮງ​ງານ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມ ​ແມ່ນ​ຄວາມຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ​ຂອງ​ການ​ພັດທະນາ​ສັງຄົມ, ​ແມ່ນ​ເນື້ອ​ໃນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງທາດ​ແທ້​ອັນຈົບງາມ​ ຂ​ອງລະບອບ​ສັງຄົມ​ຂອງ​ພວກ​ເຮົາ. ກຳມະບານ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ ​ແລະ ປົກ​ປັກ​ຮັກສາ, ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ດີ​ທຸກ​ປະການ​ໃຫ້ກຳມະກອນ, ຜູ້​ອອກ​ແຮງ​ງານ ມີ​ສິດ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ໃນ​ການ​ຜະລິດ ທຸລະ​ກິດ ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍດທີ່ສົມ​ກຽດ​ກັບ​ການ​ປະກອບສ່ວນ​ຂອງ​ຕົນ ​ໃນ​ເມື່ອ​ເຂົ້າ​ຮ່ວມ​ວຽກ​ງານ​ຕ່າງໆ​ຂອງ​ວິ​ສາ​ຫະກິດ… 

ກຳມະກອນ ຜູ້​ອອກ​ແຮງ​ງານທັງ​ໝົດ ​ເຖິງ​ວ່າ​ຈະ​ເຮັດ​ວຽກ​ຢູ່​ໃນ​ວິ​ສາ​ຫະກິດ​ປະ​ເພດ​ໃດໆ​ກໍ່ຕາມ ກໍ່​ລ້ວນ​ແຕ່​ເຮັດ​ດ້ວຍກິລິຍາ​ທ່າ​ທາງ ​ແລະ ​ຖານະ​ນາມ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ​ເຈົ້າ​ຂອງສັງຄົມ, ປະຕິບັດ​ຕາມ​ກົດໝາຍ ​ແລະ ມີ​ສິດ​ແລະ​ພັນທະອັນ​ຄົບ​ຖ້ວນ​ຂອງ​ພົນລະ​ເມືອງ, ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ. ບັນດາ​ອົງການ​ຈັດ​ຕັ້ງ​ກຳມະບານ​ຕ້ອງ​ຮັບ​ຮູ້​ບັນ​ຫານີ້​ຢ່າງ​ເລິກ​ເຊິ່ງ ​ເພື່ອ​ໂຄສະນາ​ອົບຮົມ​ສຶກສາ​ໃຫ້​ຖັນ​​ແຖວກຳມະກອນ ຜູ້​ອອກ​ແຮງ​ງານ. 

ທີ​ສີ່, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ແລະ ກຳມະບານຂັ້ນ​ຕ່າງໆ​ ຕ້ອງຍູ້​ແຮງການ​ກໍ່ສ້າງ​ການຈັດ​ຕັ້ງ, ປັບປຸງ​ຖັນ​ແຖວ​ພະນັກງານ​ໃຫ້​ສົມບູນ ​ແລະ ດັດ​ແປງ​ແບບ​ວິທີ​ການ​​ເຄື່ອນ​ໄຫວ ​ໃຫ້​ສອງ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່. ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ້າງ ປັບປຸງ​ການຈັດ​ຕັ້ງ​ກຳມະບານ, ​ເຮັດ​ໃຫ້​ກຳມະບານ​ເຕີບ​ໃຫຍ່​ເຂັ້ມ​ແຂງຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ​ອັນ​ແທ້​ຈິງ, ​ເປັນ​ການຈັດ​ຕັ້ງ​ມະຫາຊົນ​ອັນ​ກວ້າງຂວາງ​ ຂອງກຳມະກອນ​ແລະຜູ້​ອອກ​ແຮງ​ງານ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ກຳລັງ​ແຮງ ຄວາມ​ເກັ່ງ​ກ້າ​ສາມາດ ສະຕິ​ປັນຍາ ​ແລະ ຜົນ​ປະ​ໂຫຍ​ດຂອງກຳມະກອນ ຜູ້​ອອກ​ແຮງ​ງານ. ຕ້ອງ​ນຳ​ໃຊ້​ຫຼາຍໆ​ຮູບ​ການ​ເຕົ້າໂຮມ​ມະຫາຊົນ ​ແລະ ​ເພີ່ມທະວີ​ການ​ເຄື່ອນ​ໄຫວ​ສັງຄົມ ​ເພື່ອລະດົມ ​ເຕົ້າ​ໂຮມ​ໃຫ້​ໄດ້ກຳມະກອນ ຜູ້​ອອກ​ແຮງ​ງານຢ່າງ​ຫຼວງ​ຫຼາຍ​​ໃນ​ບັນດາ​ພາກສ່ວນ​​ເສກຖະກິດ. ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ ຂອງ​ກຳມະບານ​ຂັ້ນຕ່າງໆ, ​ເປັນ​ພິ​ເສດ​ແມ່ນ​ກຳມະບານ​ຂັ້ນ​ຮາກ​ຖານ, ຕາມ​ທິດ​ນຳ “​ເພື່ອ​ສິດ ຜົນ​ປະ​ໂຫຍ​ດອັນ​ຖືກ​ກົດໝາຍ ສົມ​ເຫດ​ສົມ​ຜົນ​ຂອງ​ສະມາຊິກ​ກຳມະບານ ​ແລະ ຜູ້​ອອກ​ແຮງ​ງານ, ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ”. ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​​ແຂງ​ກະດ້າງ ບໍລິຫານ​ອາດຍາ​ສິດ ​ໃນ​ການ​ເຄື່ອນ​ໄຫວກຳມະບານ. ຍູ້​ແຮງ​ການ​ສ້າງ​ຕັ້ງ​ອົງການ​ກຳມະບານ​ຢູ່​ໃນ​ຂົງ​ເຂດ​ເສດຖະກິດ​ເອກະ​ຊົນ ​ເສດຖະກິດ​ຮ່ວມ​ທຸລະ​ກິດ ​ແລະ ​ໃນ​ຂົງ​ເຂດ​ເສດຖະກິດ​ມີການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ, ປະຕິບັດ​ເປັນ​ຢ່າງ​ດີ​ພາລະ​ບົດບາດປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຖືກຕ້ອງ​ຕາມ​ກົດໝາຍ ສົມ​ເຫດ​ສົມ​ຜົນ​ຂອງກຳມະກອນ ຜູ້​ອອກ​ແຮງ​ງານ, ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ບ່ອນ​ອີງ​ທີ່​ໄວ້ວາງໃຈ​ໄດ້​ ເພື່ອ​ເສີມຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງກຳມະກອນ ຜູ້​ອອກ​ແຮງ​ງານ… 

ພະນັກງານ​ກຳມະບານ​ແມ່ນ​ພາ​ນັກ​ງານ​ການ​ເມືອງ​ທີ່​ເຄື່ອນ​ໄຫວ​ສັງຄົມ ​ເຮັດ​ວຽກ​ງານ​ຂົນຂວາຍ​ມະຫາຊົນ, ທີ່​ເກີດ​ມາ​ຈາກ​ຂະ​ບວນການ​ມະຫາຊົນ, ​ໄດ້​ຮັບ​ການ​ບຳລຸງ ​ແລະ ​ເຕີບ​ໃຫຍ່​ຂຶ້ນ​ມາ​ຈາດ​ພາກ​ຕົວ​ຈິງ​ແຫ່ງ​ການ​ອອກ​ແຮງ​ງານ ການຜະລິດ ​ແລະ ທຸລະ​ກິດ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ຕ້ອງ​ຖື​ເປັນ​ສຳຄັນ​ພິ​ເສດ ວຽກ​ງານ​ກໍ່ສ້າງ ບຳລຸງ ຍົກ​ສູງກຳລັງ​ຄວາມ​ສາມາດ ​ແລະ ລະດັບ​ຂອງ​ຖັນ​ແຖວພະນັກງານ​ກຳມະບານ​ຂັ້ນ​ຕ່າງໆ, ຊ່ວຍ​ໃຫ້​ເຂົາ​ເຈົ້າບໍ່​ພຽງ​ແຕ່​ມີ​ຫຼັກ​ໝັ້ນ​ການ​ເມືອງ​ອັນ​ໜັກ​ແໜ້ນ ມີ​ຄວາມ​ຕັ້ງ​ຕໍ່​ວຽກ​ງານ, ຫາກ​ຍັງ​ມີ​ທັງຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ ວິດ​ທະຍາ​ສາດ ​ແລະ ມີ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ, ມີ​ແບບ​ແຜນ​ມະຫາຊົນ ມີ​ຄວາມ​ຮູ້​ແລະ​ວິທີ​ຂົນຂວາຍ​ມະຫາຊົນ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ເຄື່ອນ​ໄຫວ​ກຳມະບານ ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ. 

ທີ​ຫ້າ, ກຳມະບານຕ້ອງ​ເຮັດ​ໃຫ້​ໄດ້​ດີ​ວຽກ​ງານ​ກໍ່ສ້າງ​ພັກ ຢູ່​ໃນ​ສຳນັກງານ ອົງການ​ຈັດ​ຕັ້ງ​ຂອງ​ຕົນ; ພ້ອມ​ກັນ​ນັ້ນ​ກໍ​ຕັ້ງໜ້າ​ເຂົ້າ​ຮ່ວມ​ ໃນ​ການ​ກໍ່ສ້າງ​ພັກ​ເວົ້າ​ລວມ ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງ. ​ເພາະວ່າ ຂະ​ບວນການ​ກຳມະກອນ ​ແລະ ການຈັດ​ຕັ້ງ ​ເຄື່ອນ​ໄຫວຂອງກຳມະບານ ຍາມ​ໃດ​ກໍ່​ພົວພັນ​ສະໜິດ​ແໜ້ນ ​ແບບ​ກາຍ​ອິນ​ຊີ​ກັບ​ການ​ກໍ່ສ້າງ​ພັກ ​ໃຫ້​ນັບ​ມື້​ນັບ​ໃສ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ. ພິ​ເສດ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ ສົມທົບ​ລະ​ຫວ່າງບັນດາ​ອົງການ​ຄົ້ນຄວ້າ​ວິທະຍາ​ສາດ​ຂອງ​ພັກ​ ​ແລະ ລັດ, ຍູ້​ແຮງ​ການ​ຄົ້ນຄວ້າ​ທິດ​ສະ​ດີ ສະຫລຸບ​ສັງ​ລວມພຶດຕິ​ກຳ ກ່ຽວ​ກັບ​ຊົນ​ຊັ້ນ​ກຳມະກອນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳມະບານ ​ໃນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຕະຫຼາດ​ ຕາມ​ທິດ​ສັງຄົມ​ນິຍົມ, ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຊ່ວຍ​ໃຫ້​ພັກ ​ແລະ ລັດ​ ມີ​ຫຼັກ​ຖານ​ວິທະຍາສາດ​ຢ່າງ​ຄົບ​ຖ້ວນ ​ໃນ​ການວາງ​ກຳນົດ​ແນວທາງ ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ອັນ​ຖືກຕ້ອງ ສອດຄ່ອງ​ອອກ​ມາ. ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ​ເຖິງ​ວຽກ​ງານ​ຕໍ່ສູ້​ ປ້ອງ​ກັນ​ແລະຕ້ານ​ອາດຍາ​ສິດ ການ​ສໍ້​ລາດ​ບັງ​ຫຼວງ ຟຸ່ມ​ເຟືອຍ, ຮັກສາ​ຄວາມ​ໃສ​ສະອາດ ​ແລະ ທາດ​ແທ້​ປະຕິວັດ​ຂອງ​ພັກ. ຍູ້​ແຮງ​ການ​ບຳລຸງ ຂະຫຍາຍສະມາຊິກພັກ ໃນກຳມະກອນ ຜູ້​ອອກ​ແຮງ​ງານ; ​ແນະນຳ​ໃຫ້​ພັກ​ພິຈາລະນາ ຮັບ​ເຂົ້າ​ພັກ ຕໍ່​ບັນດາ​ສະມາຊິກ​ທີ່​ດີ​ເດັ່ນ​ຂອງກຳມະບານ ​ແລະ ​​ເອົາພະນັກງານ​ທີ່​ດີ​ເດັ່ນ ​ເຕີບ​ໃຫຍ່​ໃນ​ຂະ​ບວນການ​ກຳມະກອນ ​ແລະ ການ​ເຄື່ອນ​ໄຫວ​ກຳມະບານ ມາເພີ່ມ​ເຕີມ​ໃຫ້​ພັກ, ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ທາດ​ແທ້ຊົນ​ຊັ້ນກຳມະກອນຂອງ​ພັກ. ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ເຂັ້​ມງວດ ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 7 ສະ​ໄໝ​ທີ XI ວ່າ​ດ້ວຍ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກຕໍ່​ກັບ​ວຽກ​ງານ​ຂົນຂວາ​ຍປະຊາຊົນ​ໃນ​ສະພາບ​ການ​ໃໝ່.

ບັນດາ​ຄະນະ​ພັກ ​ແລະ ການຈັດ​ຕັ້ງ​ພັກ​ຕ້ອງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ​ເອົາ​ໃຈ​ໃສ່ຢ່າງ​ເປັນ​ປະຈຳ​ ເຖິງ​ການ​ນຳພາ​ຂະ​ບວນການກຳມະກອນ ​ແລະ​ ການ​ເຄື່ອນ​ໄຫວ​ຂອງກຳມະບານ. ຕາມ​ກຳນົດ​ເວລາ ຄະນະ​ພັກ​ຕ້ອງ​ຮັບ​ຟັງ​ລາຍ​ງານ ກ່ຽວ​ກັບ​ສະພາບ​ການ​ວຽກ​ງານ​ ຂອງ​ບັນດາ​ການຈັດ​ຕັ້ງ​ກຳມະບານ ​ແລະ ຄວາມ​ປາຖະໜາ​ຂອງກຳມະກອນ ຜູ້​ອອກ​ແຮງ​ງານ, ​ເພື່ອ​ມີ​ຄວາມ​ເຫັນ​ຊີ້​ນຳ​ຢ່າງ​ທັນ​ການ; ພ້ອມ​ກັນ​ນັ້ນ ການ​ນຳ​ຂອງ​ອຳນາດ​ການ​ປົກຄອງ ບັນດາ​ຂະ​ແໜງ​ການ​ວິຊາ​ສະ​ເພາະ ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະມະ​ຫາ​ຊົນ​ອື່ນ ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ກຳ​ມະບານ​ໃນ​ວຽກ​ງານ​ດ້ານ​ຕ່າງໆ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ອົງການກຳມະບານ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. 

ດ້ວຍ​ທາດ​ແທ້ ​ແລະ ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງຊົນ​ຊັ້ນກຳມະກອນ ​ແລະ ການ​ຈັດ​ຕັ້ງ​ກຳມະບານ, ດ້ວຍ​ນ້ຳ​ໃຈ​ສາມັກຄີ ສະຕິ​ປັນຍາ ຄວາມ​ເປັນ​ປະຊາທິປະ​ໄຕ ປ່ຽນ​ແປງ​ໃໝ່, ພວກ​ເຮົາ​ມີ​ພື້ນຖານ​ເພື່ອ​ເຊື່ອ​ໝັ້ນ​ວ່າ ສະ​ໄໝ​ປະຈຳການ 2013 - 2018 ຂອງກຳມະບານປະ​ເທດ​ເຮົາ​ຈະ​ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່ ​ແຂງ​ແຮງ​ກວ່າ​ເກົ່າ, ປະກອບສ່ວນ​ອັນ​ສຳຄັນ​ພ້ອມ​ກັບ​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ສືບ​ຕໍ່​ຍູ້​ແຮງ​ຢ່າງຮອບດ້ານ​ກິດຈະການປ່ຽນ​ແປງ​ໃໝ່, ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ເພື່ອ​ຈຸດໝາຍ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​ທີ່​ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ມີປະຊາ​ທີ​ປະ​ໄຕ ຍຸດ​ຕິ​ທຳ ອາ​ລະ​ຍະ​ທຳ, ກ້າວ​ຢ່າງ​ໜັກ​ແໜ້ນຂຶ້ນສູ່​ສັງຄົມ​ນິຍົມ./.

* ຄັດ​ແປຈາກ​ບົດ​ທີ່​ລົງ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 850 (​ເດືອນ​ສິງຫາ 2013)