ວ.ກ.ອອນ​ໄລ - ​ຕອນເຊົ້າ​ວັນ​ທີ 9 ຕຸລາ 2013, ພາຍຫຼັງ 10 ວັນ​ແຫ່ງ​ການ​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ ​ເຂັ້ມ​ງວດ, ກອງ​ປະຊຸມ​ຄະນະ​ບໍລິຫານ​ງານສູນ​ກາງພັກ ​ຄັ້ງ​ທີ່ 8 ສະ​ໄໝ​ທີ XI ​ໄດ້​ສຳ​ເລັດລະບຽບ​ວາລະ​ທັງ​ໝົດ​ທີ່​ໄດ້​ວາ​ງອອກ​ມາ. ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ກ່າວ​ປາ​ໄສ​ອັດ​ກອງ​ປະຊຸມ. ວາລະສານ​ກອມ​ມູນິດ​ອອນ​ໄລ​ຂໍ​ເປັນ​ກຽດ​ໄດ້​ສະ​ເໜີ​ບົດ​ປາ​ໄສ​ດັ່ງກ່າວ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສ ໃນກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ່ 8 ສະໄໝທີ XI

“ຮຽນ​ບັນດາ​ສະ​ຫາຍກຳມະການ​ສູງ​ກາງ​ພັກ,

ຮຽນບັນດາ​ສະຫາຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ,

ພາຍຫຼັງ​ 10 ວັນ​ແຫ່ງການ​ເຮັດ​ວຽກຢ່າງ​ຮີບ​ດ່ວນ ​ເຂັ້ມ​ງວດ, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ໄດ້ສຳເລັດລະບຽບວາລະທັງໝົດທີ່ໄດ້ວາງອອກມາ. ບັນດາ​ສະຫາຍ​ກຳມະການ​ສູນ​ກາງ ​ແລະ ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ, ​ປຶກສາ​ຫາລື​ຢ່າງ​ມີ​ປະຊາ​ທີ​ປະ​ໄຕ ກົງ​ໄປ​ກົງ​ມາ, ປະກອບ​ຄວາມ​ຄິດ​ເຫັນ​ທີ່​ດີ ​ແລະ ​ເໝາະ​ສົມ​ເຂົ້າ​ໃນບັນດາ​ລາຍ​ງານ ​ໂຄງການຂອງ​ກອງ​ປະຊຸມ. ກົມ​ການ​ເມືອງ​ໄດ້​ຮັບ​ເອົາ​ຫຼາຍ​ສຸດ ​ແລະ ບັນຍາຍອະທິບາຍບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ; ຄະນະບໍລິຫານງານສູນກາງໄດ້ເປັນເອກະສັນ ຮັບຮອງເອົາມະຕິກອງປະຊຸມ. ​ເພື່ອ​ອັດ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ຂໍ​ຕາງໜ້າກົມ​ການ​ເມືອງ ສະຫລຸບ​ສັງ​ລວມບັນດາ​ໝາກຜົນ​ຕົ້ນຕໍທີ່​ບັນລຸ​ໄດ້ ​ແລະ ​ເນັ້ນ​ໜັກ​​ໃຫ້​ເຫັນ​ແຈ້ງ​ຕື່ມບາງ​ບັນຫາ​ອີກ ​ເພື່ອ​ໃຫ້​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ ​ໃນ​ການຊີ້​ນຳ ນຳພາ​ການ​ຜັນ​ຂະຫຍາຍປະຕິ​ບັດ​ ມະຕິ​ຂອງ​ກອງ​ປະຊຸມ.

ທີ​ໜຶ່ງ, ດ້ວຍ​ຈິດ​ໃຈເບິ່ງຄວາມຈິງໂດຍກົງ ເພື່ອພິຈາລະນາບັນຫາຕ່າງໆ ຢ່າງພາວະວິໄສ ວິທະຍາສາດ, ກອງປະຊຸມໄດ້ເປັນເອກະພາບໃຫ້ການສັງເກດ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ຂອງ​ປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ກຳນົດທັດສະນະ ​ແນວ​ຄິດຊີ້​ນຳ, ກຳນົດ​ທິດ​ເປົ້າ​ໝາຍ ໜ້າ​ທີ່ ວິທີ​ແກ້​ຕົ້ນຕໍ​ໃຫ້​ປີ 2014 ​ແລະ ສອງ​ປີ 2014 - 2015. ຄະນະບໍລິຫານງານສູນກາງຮັບຮູ້ ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄວາມມານະພະຍາຍາມອັນໃຫຍ່ຫຼວງ ຂອງທົ່ວພັກ ທົ່ວປວງຊົນ ທົ່ວກອງທັບເຮົາ ໃນ 3 ປີຜ່ານມາ ທີ່​ໄດ້​ດັດສົມ​ຢ່າງ​ທັນ​ການ ​ແລະ ຈັດ​ຕັ້ງ​ປະຕິບັດຢ່າງ​ດີ ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ມາດ​ຕະການ ນຳ​ເອົາ​ເສດຖະກິດຂອງ​ຊາດຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຕ່າງໆ ແລະ ສາມາດ​ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງໜ້າ​ຫຼາຍ​ຢ່າງ, ຖືກຕ້ອງ​ຕາມ​ທິດ​ທາງ​ທີ່​ໄດ້​ກຳນົດໃນ​ຂົງ​ເຂດ​ຕ່າງໆ. ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ ສາມາດ​ຈຳກັດ​ໄພ​ເງິນເຟີ້ໄດ້ ​ແລະ ຮັກສາ​ຄວາມ​ໝັ້ນ​ຖ່ຽງຂອງ​ເສດຖະກິດ​ມະຫາ​ພາກ ​ໄດ້​ໂດຍ​ພື້ນ​ຖານ. ດັດຊະນີ​ລາຄາ​ຄ່າ​ຄອງ​ຊີບ (CPI) ຈາກ 18,13% ປີ 2011 ຫລຸດ​ລົງ​ປະມານ 7% ປີ 2013. ການ​ເຄື່ອນ​ໄຫວຂອງ​ລະບົບ​ບັນດາ​ອົງກາ​ນການ​ເງິນ - ສິນ​ເຊື່ອ ມີ​ຄວາມ​ປອດ​ໄພ ໝັ້ນ​ຖ່ຽງກວ່າ​ເກົ່າ; ລະດັບອັດຕາ​ດອກ​ເບ້ຍ​ຫລຸດ​ລົງ​ເປັນ​ແຕ່​ລະ​ກ້າວ. ການ​ທ້ອນ​ແຮ​ເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ, ອັດຕາ​ແລກປ່ຽນ​ເປັນ​ປົກກະຕິ. ການ​ຂາ​ອອກ​ເພີ່ມ​ຂຶ້ນ​ພໍ​ຄວນ; ດຸນ​ການ​ຄ້າ​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້ດີຂຶ້ນ; ອັດຕາ​ສ່ວນຂາ​ເຂົ້າ​ລື່ນ​ກາຍ​ຂາ​ອອກ ໄດ້ຫລຸດຜ່ອນ​ລົງ ຈາກ 20% ຂອງ​ລວມຍອດ​ມູນ​ຄ່າ​ຂາ​ອອກ​ປີ 2010 ລົງ​ເປັນ 0,4% ປີ 2013. ໜີ້​ສິນ​ຫຼວງ, ໜີ້​ສິນ​ລັດຖະບານ, ການ​ຕິດໜີ້​ຕ່າງປະ​ເທດ​ຊອງ​ຊາດ ຢູ່​ໃນ​ລະດັບ​ປອດ​ໄພ. ​ເສ​ດຖະກິດ​ໄດ້​ຮັບ​ການ​ຟື້ນ​ຟູ​ເປັນ​ແຕ່​ລະ​ກ້າວ; ຄວາມ​ເຕີບ​ໂຕ​ເສ​ດຖະກິດ​ໄດ້​ຮັກສາ​ໃນ​ລະດັບ​ສະ​ເລ່ຍ 5,6% ຕໍ່​ປີ​ ໃນ 3 ປີ 2011 - 2013; ສະ​ເພາະ​ປີ 2013 ຄາດກະ​ຈະ​ບັນລຸ 5,4% (ສູງ​ກວ່າ​ປີ 2012). ການ​ຜະລິດ​ອຸດ​ສາ​ຫະກຳ ການ​ກໍ່ສ້າງ, ​ເປັນ​ຕົ້ນ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ ອຸດ​ສາ​ຫະກຳປະດິດ ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ​ເປັນ​ແຕ່​ລະ​ກ້າວ. ການ​ຜະ​ລິດກະສິກຳ​ສືບ​ຕໍ່​ຮັກສາ​ໄດ້​ທ່ວງທ່າ​ການ​ເຕີບ​ໂຕ; ການ​ບໍລິການ​ເຕີບ​ໂຕ​ໄວ​ພໍ​ຄວນ. ​ໃນ 9 ​ເດືອນ​ຕົ້ນ​ປີ 2013, ຈຳນວນ​ວິ​ສາ​ຫະກິດຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່​ ໄດ້​ເພີ່ມ​ຂຶ້ນ 10,8% ​ແລະ ມີວິ​ສາ​ຫະກິດ​ 11 ພັນ​ກວ່າ​ແຫ່ງ ໄດ້​ຫັນ​ມາເຄື່ອນ​ໄຫວ​ຄືນ​ໃໝ່. ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ເສດຖະກິດ ​ໄດ້​ຮັບ​ການ​ປົວ​ແປງ​ໃນ​ບາງ​ດ້ານ.

​ໃນ​ເງື່ອນ​ໄຂ​ເສດຖະກິດ ​ແລະ ດຸນ​ງົບປະມານ​ພົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ພັກ ​ແລະ ລັດ​ໄດ້​ພະຍາຍາມ​ເອົາ​ໃຈ​ໃສ່ພັດທະນາ​ວັດທະນະທຳ ສັງຄົມ, ຮັບປະກັນ​ສະຫວັດດີ​ການ​ສັງຄົມ, ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວມສະຫງົບ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກສືບ​ຕໍ່​ຫລຸດ​ລົງ. ລະບົບ​ປະກັນ​ໄພ​ສັງຄົມ​ຂະ​ຫຍາຍ​ຕົວຢ່າງ​ຄົບ​ຊຸດ ຫຼາຍ​ຮູບ​ຫຼາຍ​ແບບ, ​ເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມ​ປະກັນ​ໄພ​ສັງຄົມ​ໄດ້​ຮັບການ​ເປີດ​ກວ້າງ. ຫຼາຍກວ່າ 98% ຂອງຈຳນວນຄອບຄົວຜູ້ມີຄຸນງານຄວາມດີຕໍ່ຊາດ ໄດ້ມີຊີວິດການເປັນຢູ່ເທົ່າກັບລະດັບ ຫຼື ສູງກວ່າລະດັບຊີວິດການເປັນຢູ່ ຂອງປະຊາ​ຊົນ​ໃນທ້ອງ​ຖິ່ນ​ດຽວ​ກັນ. ​​ໄດ້ເປີດ​ກວ້າງ​ເປົ້າ​ໝາຍ​ຮັບ​​ເບ້ຍ​ອຸດ​ໜູນສັງຄົມ​ເປັນ​ປະຈຳ ຂຶ້ນ​ກວ່າ 2,5 ລ້ານ​ຄົນ. ລະບົບ​ພື້ນຖານ​ສາທາລະນະ​ສຸກ ສືບ​ຕໍ່​ຂະຫຍາຍຕົວ, ຄຸນ​ນະພາ​ບການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ປະຊາຊົນ ​ມີ​ການ​ປ່ຽນ​ແປງຢ່າງ​ຕັ້ງໜ້າ. ການ​ສື່​ຂ່າວ​ຖະ​ແຫຼ​ງການ ​ແລະ ການ​ເຄື່ອນ​ໄຫວ​ວັດທະນະທຳ ກິລາກາ​ຍະ​ບໍລິຫານ ສືບ​ຕໍ່​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່ ​ໂດຍ​ຕິດ​ແໜ້ນ​ກັບ​ການ​ປະຕິບັດ​ຂະ​ບວນການ ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງຊີວິດ​ວັດທະນະທຳ ​ແລະ ​ໂຄງການ​ກໍ່ສ້າງຊົນນະບົດ​ໃໝ່. ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ ຄວາມ​ສະຫງົບ ແລະ ຄວາມເປັນລະບຽບລຽບລ້ອຍທາງສັງຄົມ​ ໄດ້​ຮັກສາຢ່າງ​ໝັກ​ແໜ້ນ; ການ​ປ້ອງ​ກັນ​ປະ​ເທດ​ໄດ້​ຮັບ​ກາ​ເພີ່ມ​ທະວີ, ອະທິປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນແຫ່ງ​ຊາດ ໄດ້​ຮັບ​ການ​ປົກ​ປັກ​ຮັກສາ; ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ ໄດ້​ຮັບ​ການ​ຍູ້​ແຮງ; ຖານະ​ທີ່​ຕັ້ງ​ຂອງ​ປະ​ເທດ ​ໄດ້​ຮັບການຍົກ​ສູງຂຶ້ນ. ການ​ດຳ​ເນີນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ ຕິດ​ແໜ້ນ​ກັບການປ່ຽນ​ແປງ​ໃໝ່ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ​ແລະ ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລະບົບ​ການ​ເມືອງ​ທັງໝົດ, ​ໄດ້​ຮັບ​ການ​ຊາດ​ຊືມ ຜັນ​ຂະຫຍາຍ​ການ​ປະຕິບັດຢ່າງ​ເຂັ້ມ​ງວດ ​ແລະ ບັນລຸ​ໄດ້​ໝາກຜົນ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງ.

​ແຕ່​ວ່າ, ​ເສດຖະກິດ - ສັງຄົມຂອງ​ປະ​ເທດ​ເຮົາ​ໃນ​ປັດຈຸບັນ​ ຍັງ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ. ​ເສດຖະກິດ​ມະຫາ​ພາກຍັງ​ບໍ່​ທັນໝັ້ນ​ຖ່ຽງຢ່າງ​ແທ້​ຈິງ​ເທື່ອ; ​ໄພ​ເງິນ​ເຟີ້​ຍັງ​ອາດ​ຈະ​ເກີດ​ຂຶ້ນ​ຄືນ​ໃໝ່;  ໜີ້​ສິນ​ເຮິ​ຮ້າຍ​ຂອງ​ທະນາຄານ​ຍັງ​ສູງ, ການ​ເຄື່ອນ​ໄຫວ​ຂອງ​ບາງ​ອົງການ​ສິນ​ເຊື່ອ​ ຍັງ​ບໍ່​ທັນ​ປອດ​ໄພ​ແທ້​ເທື່ອ; ດຸນ​ງົບປະມານ​ຍັງ​ມີ​ຄວາມ​ຫຍຸ້ງຍາກ. ຕະຫຼາດ​ອະສັງຫາລິມະ​ຊັບ, ຕະຫຼາດ​ຄ້າ​ຫຸ້ນ​ຍັງ​ງຽບສະຫງັດ. ການ​ຜະລິດ ທຸລະ​ກິດພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຈຳນວນ​ວິ​ສາ​ຫະກິດຖືກ​ເລີກ​ລ້າງ ຢຸດຕິ​ການ​ເຄື່ອນ​ໄຫວ ຫຼື ​ເຄື່ອນ​ໄຫວ​ຢຸດໆ​ຢ່ອນໆ ຍັງ​ມີ​ຈຳນວນ​ຫຼາຍ. ຂົງ​ເຂດ​ອຸດສາຫະກຳ​ເຕີບ​ໂຕ​ຊັກ​ຊ້າ​ລົງ. ການ​ຜະລິດ, ການ​ສົ່ງ​ອອກສິນຄ້າກະ​ສິກຳ​ຕົ້ນ​ຕໍ່ບາງຢ່າງ ​ພົບກັບ​ຄວາມ​ຫຍຸ້ງຍາກທາງ​ດ້ານ​ຕະຫຼາດ ​ແລະ ລາຄາ. ຄຸນ​ນະພາ​ບການ​ເຕີບ​ໂຕ, ສະມັດ​ຕະພາບ, ປະ​ສິດທິ​ຜົນ, ກຳລັງ​ແຮງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ ​ໄດ້​ຮັບ​ການ​ປົວ​​ແປງ​ຢ່າງ​ຊັກ​ຊ້າ, ຊ້ຳ​ບໍ່​ໜຳ​ບາງ​ດ້ານ​ຍັງ​ຖືກ​ຕົກ​ຕ່ຳ​ກວ່າ​ເກົ່າ. ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ຍັງ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ລະບຽບ ວິ​ໄນ​ບໍ່​ເຂັ້ມ​ງວດ. ຂົງ​ເຂດ​ການ​ສຶກສາ-ກໍ່ສ້າງ, ສາທາລະນະ​ສຸກ, ວັດທະນະທຳ-ກິລາ, ສື່​ຂ່າວ-ຖະ​ແຫຼ​ງການ ຍັງ​ມີ​ຄວາມ​ຈຳກັດ ຂໍ້​ບົກພ່ອງ​ ຈຸດ​ອ່ອນ​ຫຼາຍ​ຢ່າງ. ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ ​ບໍ່​ບັນລຸ​ໄດ້​ຕາມຈຸດໝາຍ​ສະກັດ​ກັ້ນ ​ແລະ ຍູ້​ຖອຍ​ມັນ​ເປັນ​ແຕ່ລະ​ກ້າວ. ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ປອດ​ໄພ ເປັນ​ລະບຽບ​ຮຽບຮ້ອຍທາງ​ດ້ານ​ສັງຄົມ ຍັງ​ຜັນ​ປ່ຽນ​ຢ່າງ​ສັບສົນ ​ແລະ ​ເຊື່ອງ​ຊ້ອນ​ຫຼາຍ​ປັດ​ໃຈ​ທີ່​ອາດ​ຈະ​ທຳລາຍຄວາມສະຫງົບ. ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ກຳລັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ສະພາບ​ການ​ອາ​ຊະ​ຍາ​ກຳ ​ໄພ​ສັງຄົມ​ກຳລັງ​ຜັນ​ປ່ຽນ​ຢ່າງ​ສັບສົນ. ການ​ຮ້ອງ​ຟ້ອງ​ທີ່​ກ່ຽວ​ພັນ​ເຖິງ​ທີ່​ດິນ​ຍັງ​ມີ​ຫຼາຍ… ການປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ການ​ຈັດ​ວາງ​ໂຄງ​ປະ​ກອບ​ເສດຖະກິດ​ຄືນ​ໃໝ່, ປະຕິບັດ​ 3 ​ການບຸກທະລຸ​ຍຸດ​ທະ​ສາດ ຫາ​ກໍ່​ປະຕິບັດ​ໃນ​ເບື້ອງ​ຕົ້ນ ຍັງ​ຊັກ​ຊ້າ ​ແລະ ຫຼາຍ​ດ້ານ​ບໍ່​ເໝາະ​ສົມ. ​ໂຄງການສັງ​ລວມກ່ຽວ​ກັບ​ການຈັດ​ວາງ​ໂຄງ​ປະກອບພື້ນຖານເສດຖະກິດ​ຄືນ​ໃໝ່ ຍັງ​ບໍ່​ທັນ​ກຳນົດ​ທິດ​​ໄດ້ຢ່າງ​ຄັກ​ແນ່​ ໃຫ້​ແກ່​ການຈັດ​ວາງຄືນ​ໃໝ່​ບັນດາ​ຂະ​ແໜງ​ການ ຂົງ​ເຂດ​ ໃນ​ຂອບ​ເຂດ​ທົ່ວ​ປະເທດ ​ແລະ ​ເຂດ​ຕ່າງໆ, ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ ອຸດສາຫະກຳ, ​ເປັນ​ຕົ້ນ​ແມ່ນ​ອຸດສາຫະກຳ​ສະໜັບສະໜູນ.

ບົນ​ພື້ນຖານ​ການ​ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງສະພາບ​ການ​ພາຍ​ໃນ​ປະ​ເທດ​ແລະ​ໃນ​ໂລກ, ການ​ຄາດ​ຄະ​ເນ​ທ່າ​ອຽງ​ພັດທະນາ ​ແລະ ຄວາມ​ສາມາດ​ຕ່າງໆ ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ຄະນະບໍລິຫານງານສູນກາງພັກໄດ້ຊີ້ແຈ້ງວ່າ: ພິຈານາ​ໂດຍ​ລວມ​ແລ້ວ ຍັງ​ຕ້ອງ​ຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ​ສັງ​ລວມທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວາ​ງອອກ; ​ແຕ່​ໃນ 2 ປີ​ທ້າຍ​ສະ​ໄໝ​ທີ XI (2014 - 2015) ຕ້ອງ​ຕັ້ງໜ້າ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ປະຕິບັດ​ເປົ້າໝາຍ: ສືບ​ຕໍ່​ຮັກສາ​ຄວາມ​ໝັ້ນ​ຖ່ຽງ ຂອງ​​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ເງິນ​ເຟີ້; ຟື້ນ​ຟູ​ລະດັບ​ຄວາມ​ເຕີບ​ໂຕ​ເສດຖະກິດ, ຍົກສູງ​ຄຸນ​ນະພາ​ບ ປະ​ສິດທິ​ຜົນການ​ແກ່ງ​ແຍ້​ງ ບົນ​ພື້ນຖານ​ຍູ້​ແຮງ​ການປະຕິບັດ​ 3 ​ການບຸກທະລຸຍຸດ​ທະ​ສາດ ​ໂດຍຕິດ​ແໜ້ນ​ກັບ​ການ​ປ່ຽນ​ແປງ​ໃໝ່​ ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ຈັດ​ວາງ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ຮັບປະກັນ​ສະຫວັດດີ​ການ​ ​ແລະ ຄວາມ​ປອດ​ໄພສັງຄົມ, ປົວ​ແປງ​ຊີ​ສິດດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຮັກສາ​ຊັບພະ​ຍາກອນທຳ​ມະ​ຊາດ ສິ່ງ​ແວດ​ລ້ອມ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ. ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ; ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ໃຫ້​ດີ​ຂຶ້ນ. ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິຜົນ​ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ. ສະ​ເພາະ​ປີ 2014, ສຸມ​ໃສ່​ບຸລິມະສິດ​ໃຫ້​ແກ່​ເປົ້າ​ໝາຍ​ຮັກສາ​ຄວາມ​ໝັ້ນ​ຖ່ຽງ ຂອງ​​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ເງິນ​ເຟີ້ ​ໄປ​ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ການ​ຜະລິດ ທຸລະ​ກິດ, ສ້າງ​ກຳລັງ​ຂັບ​ເຄື່ອນ ຄວາມ​ເຊື່ອ​ຖື​ໃຫ້​ແກ່​ປະຊາຊົນ ​ແລະ ວິ​ສາ​ຫະກິດ.

ສູນ​ກາງ​ຮຽກຮ້ອງ​ໃຫ້​ລັດຖະບານ ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ຈົ່ງເຂັ້ມ​ງວດຜັນຂະຫຍາຍ​ການ​ປະຕິບັດ​ຢ່າ​ງຄົບ​ຊຸດ ບັນດາ​ໜ້າ​ທີ່ ວິທີ​ແກ້​ ທີ່​ໄດ້​ບົ່ງ​ໄວ້​ໃນບົດ​ສະຫລຸບ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້. ຮີບຫັນ​ເປັນ​ລະອຽດ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ກົນ​ໄກ ນະ​ໂຍບາຍ​ທີ່​ສອດຄ່ອງ. ພິ​ເສດ​ແມ່ນ, ຕ້ອງ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາ​ຍຢ່າງ​ລະອຽດ ຄົບ​ຊຸດບັນດາ​ໜ້າ​ທີ່ ວິທີ​ແກ້ ການປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ການຈັດ​ວາງ​ໂຄງ​ປະກອບ​ພື້ນຖານ​​ເສດຖະກິດ​ຄືນ​ໃໝ່ ​ແລະ ປະຕິບັດ 3 ການ​ບຸກທະລຸ​ຍຸດ​ທະ​ສາດ, ຖືວ່າ​ອັນ​ນີ້​ແມ່ນ​ປັດ​ໃຈ​ຕັດສິນ​ຜົນສຳເລັດ ຂອງ​ພາລະກິດ​ການ​ພັດທະນາ​ຢ່າງ​ໄວ ​ແລະ ຍືນ​ຍົງ, ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ປັບປຸງ​ບູລະນະ​ໂດຍ​ໄວ ​ແລະ ຍູ້​ແຮງ​ການ​ປະຕິບັດ​ໂຄງການສັງລວມ ກ່ຽວກັບ​ການຈັດ​ວາງ​ໂຄງ​ປະກອນ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ບັນດາ​ໂຄງການ​ຈັດ​ວາງ​ຄືນ​ໃໝ່ 3 ຂົງ​ເຂດ​ບຸລິມະສິດ ຕາມ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ ຄັ້ງ​ທີ 3 ສະ​ໄໝ​ທີ XI, ດ້ວຍ​ການ​ປະຕິບັດ​ບັນດາ​​ໂຄງການ​ການ​ກະທຳ ​ແຜນການ ​ແຜນ​ງານ​ອັນ​ລະອຽດ; ດ້ວຍ​ບັນດາ​ຈຸດໝາຍ ສະຖານ​ທີ່ທີ່ຢູ່ຈະ​ແຈ້ງ ​ແລະ ລຳດັບ​ດຳ​ເນີນ ບາດກ້າວສອດຄ່ອງ ທັງ​ນີ້​ກໍ່​ເພື່ອ​ຊ່ວຍ​ໜູນ​ຮັບ​ໃຊ້​ທັນທີ​ທັນ​ໃດ​ ໃຫ້​ແກ່​ການ​ຟື້ນ​ຟູຄວາມ​ເຕີບ​ໂຕ​ເສດຖະກິດ ທັງຮັບປະກັນ​ໃຫ້​ແກ່ການ​ຫັນ​ປ່ຽນຕົວ​ແບບ​ພັດທະນາ​ຢ່າງ​ໄວ ​ແລະ ຍືນ​ຍົງ​ໃນ​ປີ​ຕໍ່ໆ​ໄປ.

ຍູ້​ແຮງ​ການ​ປັບປຸງ​ບູລະນະລະບຽບ​ການ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົນ​ນິຍົມທີ່​ຄົບ​ຊຸດ ​ໃນທັງສາມ​ດ້ານ: ກໍ່ສ້າງ ປັບປຸງບູລະນະ​ກົດໝາຍ ນະ​ໂຍບາຍ​ກ່ຽວ​ກັບ​ດສກຖະກິດ; ປັບປຸງ​ບູລະນະ​ລະ​ບົບ​ການຈັດ​ຕັ້ງ​ກົງຈັກ​ລັດ ທີ່​ປະຕິບັດ​ພາລະ​ບົດບາດ​ຄຸ້ມ​ຄອງ​ລັດ​ ທາງ​ດ້ານ​ເສດຖະກິດ ​ແລະ ບັນດາ​ເຈົ້າພາບ​ເສດຖະກິດ​ທີ່​ເຂົ້າ​ຮ່ວມ​ໃນ​ຕະຫຼາດ; ​ແລະ ກົນ​ໄກ​ຂັບ​ເຄື່ອນ​ພື້ນຖານເສດຖະກິດ, ກ່ອນ​ອື່ນ​ໝົດ​ແມ່ນ ກົນ​ໄກ​ເຄື່ອນ​ໄຫວ​ສະ​ເໝີ​ພາບ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ທີ່​ຂຶ້ນ​ກັບ​ທຸກໆພາກສ່ວນ​​ເສດຖະກິດ. ​ເຄົາລົບແລະ​ເສີມ​ຂະຫຍາຍ​ຢ່າງ​ຄົບ​ຖ້ວນ ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ ກົນ​ໄກ​ຕະຫຼາດ ຕໍ່​ກັບ​ການ​ເຄື່ອນ​ໄຫວ​ການ​ຜະລິດ ທຸລະ​ກິດດ້ານ​ຕ່າງໆ. ຮັກສາການ​ກຳນົດທິດ​ສັງຄົມ​ນິຍົມ ຂອງ​ພື້ນຖານ​ເສດຖະກິດ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ລັດ ​ໂດຍ​ຜ່ານ​ການປະກາດ​ໃຊ້ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ສັງຄົມ, ຮັບປະກັນສະຫວັດດີ​ການ ​ແລະ ຄວາມ​ປອດ​ໄພ​ສັງຄົມ, ຕົ້ນຕໍ​ແມ່ນ​ຜ່ານ​ງົບປະມານ​ແຫ່ງ​ລັດ ​ແລະ ບັນດາ​ແຫຼ່ງກຳລັງ​ອື່ນ​ຂອງ​ຊາດ. ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ປົວ​ແປງ​ສິ່ງ​ແວດ​ລ້ອມ​ການ​ລົງທຶນ ທຸລະ​ກິດ. ​ເຕົ້າ​ໂຮມ​ແຫຼ່ງກຳລັງ​ຕ່າງໆ ​ໃຫ້​ແກ່​ຂົງ​ເຂດ​ການ​ຜະລິດ, ທຸລະ​ກິດຕົວ​ຈິງ, ​ເປັນ​ຕົ້ນ​ແມ່ນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ ກະສິກອນ ​ແລະ ຊົນນະບົດ. ປ່ຽນ​ແປງ​ໃໝ່, ​ເພີ່ມທະວີ​ການ​ຄຸ້ມ​ຄອງ, ກວດກາ​ແໜ້ນ​ແຟ້ນຕໍ່​ຕະຫຼາດ​ການ​ເງິນ - ​ເງິນຕາ, ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​​ເສດຖະກິດ​ມະຫາ​ພາກຢ່າງ​ໝັ້ນຄົງ. ຮີບ​ກໍ່ສ້າງ ​ກວດຜ່ານ ​ແລະ ຜັນ​ຂະຫຍາຍ​ໂດຍ​ໄວ ​ໂຄງການ​ເຂດ​ບໍລິຫານ - ​ເສດຖະກິດ​ພິ​ເສດຈຳນວນ​ໜຶ່ງ ​ເພື່ອ​ແນ​ໃສ່​ສ້າງ​ໃຫ້​ມີ​ຂົ້ວ​ແຫ່ງ​ການ​ເຕີບ​ໂຕ ​ແລະ ທົດ​ສອບລະບອບ-​ລະບຽບທີ່​ມີ​ລັກສະນະ​ບຸກທະລຸ.

ທີ​ສ​ອງ, ​ໂດຍ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນກອງປະຊຸມສູນກາງຄັ້ງທີ 6, ກອງປະຊຸມສູນກາງຄັ້ງນີ້ ໄດ້ປຶກສາພິຈາລະນາ ແລະ ເປັນເອກະພາບປະກາດໃຊ້ ມະຕິວ່າດ້ວຍການປ່ຽນແປງໃໝ່ ການສຶກສາ-ກໍ່ສ້າງຢ່າງພື້ນຖານ ຮອບດ້ານ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໃໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ ຕາມ​ທິດ​ສັງ​ຄົນ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທຽບ​ກັບ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 2 ສະ​ໃໝ​ທີ VIII, ມະຕິ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ສືບ​ທອດ ​ເພີ່ມ​ເຕີມ ​ແລະ ພັດທະນາ​ຫຼາຍ​ເນື້ອ​ໃນ​ປ່ຽນ​ແປງ​ໃໝ່​ ດ້ານ​ຄວາມ​ຮັບ​ຮູ້ ຈິນຕະນາການ ທັດສະນະ ​ແນວ​ຄິດຊີ້​ນຳ ​ແລະ ​ເປົ້າ​ໝາຍ ໜ້າ​ທີ່ ວິທີ​ແກ້​ຕົວ​ຈິງ. ທາງ​ດ້ານ​ຄວາມ​ຮັບ​ຮູ້, ສູນ​ກາງ​ໃຫ້​ທັດສະນະ​ວ່າ ການ​ປ່ຽນ​ແປງ​ໃໝ່​ຢ່າງ​ພື້ນຖານ ​ແລະ ຮອບດ້ານ​ນັ້ນ​ແມ່ນ ປ່ຽນ​ແປງ​ໃໝ່​ບັນດາ​ບັນຫາທີ່​ໃຫຍ່ ​ແກ່​ນສານ ຮີບ​ດ່ວນ, ນັບ​ແຕ່​ທັດສະນະ ​ແນວ​ຄິດ​ຊີ້​ນຳ ຈົນ​ເຖິງ​​ເປົ້າ​ໝາຍ ​ເນື້ອ​ໃນ ວິທີ​ການ ຂອງການສຶກສາ-ກໍ່ສ້າງ ພ້ອມດ້ວຍບັນດາກົນໄກ ນະໂຍບາຍ ເງື່ອນໄຂຮັບປະກັນການປະຕິບັດ; ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ ຈົນ​​ເຖິງ​ປ່ຽນ​ແປງ​ໃໝ່​ບັນດາ​ພື້ນຖານການສຶກສາ-ກໍ່ສ້າງ ແລະ ການເຂົ້າຮ່ວມຂອງຄອບຄົວ ຊຸມຊົນ ສັງຄົມ ແລະ ຂອງກະໂຕຜູ້ຮຽນ; ປ່ຽນ​ແປງ​ໃໝ່​ທັງ​ໝົດ​ທຸກຊັ້ນຮຽນ​ ຂະແໜງຮຽນ, ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຕ່າງໆ. ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ ແລະ ຮອບດ້ານ ບໍ່​ໄດ້​ໝາຍ​ຄວາມ​ວ່າຈະ​ເຮັດ​ຄືນ​ໃໝ່​ທັງ​ໝົດ​ຕັ້ງ​ແຕ່​ຕົ້ນ ຫາກ​ຕ້ອງ​ສືບ​ທອດ ຂະຫຍາຍ​ບັນດາ​ທັດສະນະ ​ແນວ​ຄິດ​ຊີ້​ນຳ​ທີ່​ຖືກຕ້ອງ, ​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ ​ແລະ ບົດຮຽນ​ປະສົບ​ການ​ດີ​ທີ່​ມີ​ຢູ່, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ເຕີມ​ບັນດາ​ທັດສະນະ ​ແນວ​ຄິດ​ໃໝ່, ​ເດັດ​ດ່ຽວ​ປັບປຸງດັດ​ແກ້ຄວາມ​ຜິດ​ເຂ​ວ ການ​ກະທຳຕ່າງໆທີ່​ຝືນ​ຕໍ່​ກົດ​ເກນ, ຂະຫຍາຍ​ບັນດາ​ປັດ​ໃຈ​ໃໝ່. ການ​ປ່ຽນ​ແປງ​ໃໝ່​ຕ້ອງ​ຮັບປະກັນ​ລັກສະນະ​ເປັນ​ລະບົບ, ສອດຄ່ອງ​ກັບ​ແຕ່ລະ​ປະ​ເພດ​ເປົ້າ​ໝາຍ ​ແລະ ຊັ້ນ​ຮຽນ, ມີ​ວິ​ໄສ​ທັດ​ກວ້າງ​ໄກ, ມີ​ວິທີ​ແກ້​ຄົບ​ຊຸດ ​ແລະ ສາມາດ​ປະຕິບັດ​ໄດ້, ພ້ອມ​ກັນ​ນັ້ນ​ກໍ່​ມີ​ຈຸດ​ໜັກ​ໃຈ​ກາງ ມີ​ລຳດັບ​ດຳ​ເນີນ ​ແລະ ບາດກ້າວ​ສອດຄ່ອງ.

ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ການ​ປ່ຽນ​ແປງ​ໃໝ່​ຄັ້ງ​ນີ້, ສູນ​ກາງ​ຊີ້​ແຈ້ງວ່າ ຕ້ອງ​ສ້າງ​ໃຫ້​ຈົນ​ໄດ້​ການຫັນປ່ຽນຢ່າງພື້ນຖານ​ ທາງ​ດ້ານ​ຄຸນ​ນະພາ​ບ ​ແລະ ປະສິດ​ທະ​ຜົນ​ຂອງການສຶກສາ-ກໍ່ສ້າງ; ຄອບ​ງຳ​ຈຳກັດ​ໄດ້​ໂດຍ​ພື້ນຖານ ຂໍ້​ຂາດ​ຕົກ​ບົກພ່ອງຍືດ​ເຍືອ ທີ່ພວມ​ສ້າງ​ຄວາມຮ້ອນ​ເຄືອງ​ໃນ​ສັງຄົມ. ສຶກສາ​ໃຫ້​ຄົນ​ຫວຽດນາມ​ຂະຫຍາຍຕົວ​ຮອບດ້ານ ​ແລະ ​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະບຸ​ກຄົນ; ຮັກ​ແພງ​ຄອບຄົວ, ຮັກ​ປະ​ເທດ​ຊາດ, ສຸດ​ອົກ​ສຸດ​ໃຈ​ຮັບ​ໃຊ້​ປະຊາຊົນ ​ແລະ ປະ​ເທດ​ຊາດ​ບ້ານ​ເມືອງ; ມີ​ຄວາມ​ຮູ້ ​ແລະ ທັກ​ສະ​ພື້ນ​ຖານ, ມີ​ຄວາມ​ສາມາດ​ປະດິດ​ສ້າງ ​ເພື່ອ​ເປັນ​ເຈົ້າ​ຕົນ​ເອງ, ດຳລົງ​ຊີວິດ​ເປັນ​ຢ່າງ​ດີ ​ແລະ ​ເຮັດ​ວຽກ​ມີ​ປະສິດທິ​ຜົນ. ກໍ່ສ້າງ​ພື້ນຖານ​ການ​ສຶກສາ​ເປີດ, ຮຽນ​ແທ້, ຝຶກ​ແອບ​ວິຊາ​ຊີບ​ແທ້, ສອນ​ເກັ່ງ, ຮຽນ​ດີ, ຄຸ້ມ​ຄອງ​ດີ; ມີ​ໂຄງ​ປະກອບ ​ແລະ ​ແບບ​ວິທີ​ການ​ສຶກສາ​ຖືກ​ຫຼັກ​ຖືກ​ເກນ, ຕິດ​ແໜ້ນ​ກັບ​ສັງຄົມ​ຮ່ຳຮຽນ; ຮັບປະກັນ​ບັນດາ​ເງື່ອນ​ໄຂ​ຍົກ​ສູງ​ຄຸນ​ນະພາ​ບ. ລະ​ບົດ​ການສຶກສາ-ກໍ່ສ້າງ ໄດ້ຫັນເປັນມາດຕະຖານ, ຫັນ​ເປັນ​ທັນ​ສະ​​ໄໝ, ຫັນ​ເປັນ​ສັງຄົມ, ຫັນ​ເປັນປະຊາທິປະ​ໄຕ, ​ເສື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ; ຮັກສາ​ການ​ກຳນົດ​ທິດ​ສັງຄົມ​ນິຍົມຢ່າງ​ໝັ້ນຄົງ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊາດ.

​ເພື່ອ​ປະຕິບັດ​ໃຫ້​ໄດ້​ເປົ້າ​ໝາຍທີ່​ກ່າວ​ມາ​ເທິງ​ນີ້, ຕ້ອງ​ຖື​ວ່າການສຶກສາ-ກໍ່ສ້າງເປັນພາລະກິດຂອງພັກ-ລັດ ແລະ ຂອງປວງປະຊາຊົນ, ​ເປັນ​ນະ​ໂຍບານ​ແຫ່ງ​ຊາດ​ອັນ​ດັບ​ໜຶ່ງ; ລົງທຶນ​ໃຫ້​ແກ່​ການ​ສຶກສາ​ແມ່ນ​ການ​ລົງທຶນ​ພັດທະນາ, ຕ້ອງ​ໄດ້​ຮັບບຸລິມະສິດ​ໃຫ້​ໄປ​ກ່ອນ ​ໃນ​ບັນດາ​ໂຄງການ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ. ​ເປົ້າ​ໝາຍ​ຂອງການ​ສຶກສາ​ແມ່ນ ຍົກ​ສູງ​ປັນຍາ​ຄວາມ​ຮູ້​ຂອງ​ປະຊາຊົນ, ຂະຫຍາຍ​ຄວາມ​ສາມາດ​ຂອງ​ພົນລະ​ເມືອງ, ກໍ່ສ້າງ​ກຳລັງ​ຄົນ, ບຳລຸງ​ສ້າງ​ຜູ້​ເກັ່ງ​ກ້າ​ສາມາດ. ປະຕິບັດ​ໃຫ້​ໄດ້​ດີບັນດາ​ຫຼັກການ​ສຶກສາ: ຮ່ຳຮຽນ​ໄປ​ຄຽງ​ຄູ່​ກັບ​ປະຕິບັດ, ການ​ສຶກສາ​ສົມທົບ​ກັບ​ການ​ອອກ​ແຮງ​ງານຜະລິດ, ທຸລະ​ກິດ; ທິດ​ສະ​ດີ​ຕິດ​ແໜ້ນ​ກັບ​ພາກພຶດຕິ​ກຳ; ການ​ສຶດສາ​ຢູ່​ໂຮງຮຽນ ​ສົມທົບ​ກັບການ​ສຶກສາ​ຄອບຄົວ ​ແລະ ສັງຄົມ. ຫັນປ່ຽນຂະ​ບວນວິວັດ​ການ​ສຶກສາ​ຢ່າງ​ແຮງ ຈາກການສຶກສາໃຫ້ຄວາມຮູ້​ເປັນ​ຕົ້ນຕໍ ມາເປັນການພັດທະນາຢ່າງຮອບດ້ານກຳລັງຄວາມສາມາດ ​ແລະ ຄຸນສົມບັດຂອງ​ຜູ້​ຮຽນ. ພັດທະນາການສຶກສາ-ກໍ່ສ້າງ ຕ້ອງຕິດແໜ້ນກັບຄວາມຕ້ອງການ ພັດທະນາເສດຖະກິດ - ສັງຄົມ ແລະ ການປົກປັກຮັກສາປະເທດຊາດ, ສອດຄ່ອງ​ກັບ​ກົດ​ເກນ​ແຫ່ງ​ການ​ພັດທະນາ​ພາວະ​ວິ​ໄສ, ກັບຄວາ​ມກ້າວໜ້າທາງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ຫັນປ່ຽນການ​ພັດທະນາ​ການ​ສຶກສາ​ຕາມ​ເປົ້າ​ໝາຍ​ປະລິມານ​ເປັນ​ຕົ້ນຕໍ ມາ​ເປັນ​ການ​ພັດທະນາ​ຕາມ​ເປົ້າ​ໝາຍ ​ທັງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ປະລິມານ ທັງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ. ຫັນປ່ຽນ​ລະບົບການ​ສຶກສາ​ທີ່​ຍັງ​ແຂງ​ກະດ້າງ ບໍ່​ມີ​ລັກສະນະ​ຕິດ​ຕໍ່​ໜໍ່​ເນືອງ ​ໃນ​ປັດຈຸບັນ ມາ​ເປັນ​ລະບົບການ​ສຶກສາ​ເປີດ, ​ໄຫວ​ພິບ, ຮັບປະກັນ​ການ​ຕິດ​ຕໍ່​ໜໍ່​ເນືອງ​ລະຫວ່າງ​ລະດັບ​ຕ່າງໆ ​ແລະ ລະຫວ່າງ​ບັນດາ​ແບບ​ວິທີ​ການ​ກໍ່ສ້າງ, ສ້າງ​ເງື່ອນ​ໄຂ​ອຳ​ນວນ​ຄວາມ​ສະດວກ​ ໃຫ້​ແກ່​ການ​ຮ່ຳຮຽນ​ຕະຫຼອດ​ຊີວິດ. ​ເປັນ​ເຈົ້າ​ການ​ເສີມ​ຂະຫຍາຍດ້ານ​ຕັ້ງໜ້າ, ຈຳກັດ​ດ້ານ​ຫຍໍ້​ທໍ້​ຂອງ​ກົນ​ໄກ​ຕະຫຼາດ, ຮັບປະກັນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ການ​ພັດທະນາການສຶກສາ-ກໍ່ສ້າງ. ພັດທະນາ​ຢ່າງ​ກົມກຽວ ສະ​ເໝີ​ພາບ ຊ່ວຍ​ໜູນ​ຊຶ່ງ​ກັນ​ລະຫວ່າງ​ການ​ສຶກສາ​ຂອງ​ລັດ ​ແລະ ​ການ​ສຶກສາທີ່​ບໍ່​ແມ່ນ​ຂອງ​ລັດ, ການ​ສຶກສາ​ຢູ່​ເຂດ ພາກຕ່າງໆ. ບຸລິມະສິດ​ລົງທຶນ​ພັດທະນາ​ການ​ສຶກສາ​ຢູ່​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ໃຫ້​ບັນດາ​ເປົ້າ​ໝາຍ​ຂອງ​ນະ​ໂຍບາຍ. ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ພັດທະນາການສຶກສາ-ກໍ່ສ້າງ, ພ້ອມ​ກັນ​ນັ້ນ ການສຶກສາ-ກໍ່ສ້າງ ກໍ່ຕ້ອງຕອບສະໜອງ ຄວາມຕ້ອງການເຊື່ອມໂຍງເຂົ້າກັບສາກົນ.

ທີສາມ, ຄະນະບໍລິຫານງານສູນກາງໄດ້ໃຊ້ເວລາຫຼາຍເພື່ອປຶກສາພິຈາລະນາບາງບັນຫາ ທີ່ຍັງມີຄວາມຄິດເຫັນແຕກຕ່າງກັນ ແລະ ປະກອບຄວາມຄິດເຫັນຢ່າງລະອຽດ ເຂົ້າໃນແຕ່ລະໝວດ ມາດຕາ ແລະ ທັງໝົດສະບັບຮ່າງການປັບປຸງລັດຖະມຳໃະນູນປີ 1992. ອີກ​ເທື່ອ​ໜຶ່ງ, ສຸນ​ກາງ​ຊົນ​ເຊີຍ ​ແລະ​ ​ຂອບ​ອົກ​ຂອບ​ໃຈ​ພິ່ນ້ອງ​ຮ່ວມ​ຊາດ ນັກຮົບ​ໃນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ທີ່​ໃນ​ເວລາ​ຜ່ານ​ມາ​ໄດ້​ສືບ​ຕໍ່​ປະກອບ​ຄວາມ​ຄິດ​ເຫັນ​ຫຼາຍ​ຢ່າງ ​ເພື່ອປັບປຸງ​ຮ່າງ​ລັດຖະທຳ​ມະນູນ. ພ້ອມ​ກັນ​ນັ້ນ ກໍ່​ຊົມ​ເຊີຍ ຕີ​ລາຄາ​ສູງ​ຕໍ່​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ, ປະກອບ​ຄວາມ​ຄິດ​ເຫັນ​ອັນ​ລະອຽດ ຖືກຕ້ອງຊັດ​ເຈນ​ຫຼາຍ​ຢ່າງ ​ເຂົ້າ​ໃນ​ເນື້ອ​ໃນສະບັບ​ຮ່າງການ​ປັບປຸງລັດຖະທຳ​ມະນູນ. ຮັບ​ຮູ້ ​ແລະ ຍໍ້ງຍໍ​ສັນລະ​ເສີນ​ ກຳມາ​ທິການຮ່າງ​ການ​ປັບປຸງລັດຖະທຳໃະນູນປີ 1992 ​ແລະ ​ບັນດາ​ອົງການພາລະ​ບົດບາດ ທີ່​ໄດ້​ຮີບ​ດ່ວນ ​ເຂັ້ມ​ງວດ​​ໃນ​ການ​ສັງ​ລວມ ​ໄຈ້​ແຍກ ຮັບ​ເອົາ ອະທິບາຍບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ​ເພື່ອບູລະນະ​ສະບັບ​ຮ່າງ​ການ​ປັບປຸງລັດຖະມຳໃະນູນປີ 1992.

ສູນ​ການ​ໃຫ້​ທັດສະນະ​ວ່າ, ສະບັບຮ່າງ​ການ​ປັບປຸງລັດຖະທຳມະນູນຄັ້ງນີ້ ໂດຍພື້ນຖານໄດ້ຮັບການບູລະນະໃຫ້ສົມບູນ ທາງດ້ານເນື້ອໃນ ກໍ່ຄືທາງດ້ານເຕັກນິກເອກະສານ, ຕອບ​ສະໜອງ​ໄດ້​ກັບ​ຈຸດປະສົງ ລະດັບ​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ​ເນື້ອ​ໃນ​ຂອງ​ສະບັບ​ຮ່າງ​ສ່ອງ​ແສງ​ໄດ້​ເຈ​ດຈຳນົງ ​ແລະ ຄວາມ​ມຸ່ງ​ມາດ​ປາຖະໜາ​ ຂອງບັນດາ​ຊັ້ນ​ຄົນ​ປະຊາຊົນ​ສ່ວນ​ຫຼວງ​ຫຼາຍ ​ແລະ ຂອງ​ທົ່ວ​ທັງ​ຊາດ. ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ ​ແລະ ຄົບ​ຖ້ວນ​ເຖິງ​ທາດ​ແທ້​ປະຊາທິປະ​ໄຕ ກ້າວໜ້າ​ຂອງ​ລັດ ​ແລະ ຂອງ​ລະບອບ​ເຮົາ ​ໃນ​ໄລຍະ​ຂ້າມ​ຜ່ານ​ຂຶ້ນສູ່​ລັດທິ​ສັງຄົມ​ນິຍົມ. ກຳນົດ​ຢ່າງ​ຈະ​ແຈ້ງ ຖືກຕ້ອງ ​ແລະ ຄົບ​ຖ້ວນ ກ່ຽວ​ກັບ​ລະບອບ​ການ​ເມືອງ ​ເສດຖະກິດ ວັດທະນະທຳ ການ​ສຶກສາ ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ; ສິດທິ​ມະນຸດ ​ແລະ ສິດ ພັນທະ​ອັນ​ພື້ນ​ຖານຂອງ​ພົນລະ​ເມືອງ; ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ... ຢືນຢັນ​ລັດ​ເຮົາ​ແມ່ນ​ລັດ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ; ອຳນາດ​ລັດ​ທັງ​ໝົດ​ຂຶ້ນ​ກັບປະຊາຊົນ. ປະຊາຊົນປະຕິບັດ​ອຳນາດ​ລັດ​ດ້ວຍ​ປະຊາທິປະ​ໄຕ​ໂດ​ຍກົງ ​ແລະ ປະຊາທິປະ​ໄຕ​ໂດຍ​ຜູ້ຕາງໜ້າ ​ໂດຍ​ຜ່ານ​ສະພາ​ແຫ່ງ​ຊາດ ສະພາ​ປະຊາຊົນ ​ແລະ ບັນດາ​ອົງການ​ອື່ນ​ຂອງ​ລັດ. ອຳນາດ​ລັດ​ແມ່ນ​ເປັນ​​ເອກະ​ພາບ, ມີ​ການ​ແບ່ງ​ງານ ປະສານ​ສົມທົບ ​ແລະ ກວດກາ​ອຳນາດ ລະຫວ່າງບັນດາ​ອົງການ​ລັດ ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ ນິຕິບັນຍັດ ບໍລິຫານ ​ແລະ ຕຸລາການ ​ເພື່ອ​ໃຫ້​ແຕ່​ລະ​ອົງການ ສາມາດປະຕິບັດ​ພາລະ​ບົດບາດ ນ້າ​ທີ່ ສິດ​ຂອບ​ເຂດ​ຂອງ​ຕົນ ຕາມ​ການ​ກຳນົດ​ຂອງ​ລັດ​ທະ​ທຳ​ມະນູນ ໄດ້​ຢ່າງ​ມີ​ຄວາມ​ສັກສິດ ມີ​ປະ​ສິທິຜົນ, ດ້ວຍ​ການ​ປະສານສົມທົບ ​ແລະ ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມຂອງ​ອຳນາດ​ລັດ. ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ກຳລັງ​ນຳພາ​ລັດ ​ແລະ ສັງຄົມ, ພັກ​ພົວພັນ​​ໃກ້ຊິດສະໜິດສະໜົມ​ ກັບປະຊາຊົນ ຮັບ​ໃຊ້​ປະຊາ​ຊົນ ຍອມຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ​ແລະ ມີ​ຄວາມຮັບຜິດຊອບ​ຕໍ່ປະຊາຊົນ ກ່ຽວ​ກັບ​ການ​ຕັດສິນ​ຕົງ​ລົງ​ຂອງ​ຕົນ; ບັນດາ​ອົງການ​ຈັດຕັ້ງ​ຂອງ​ພັກ ​ແລະ ສະມາຊິກ​ພັກ​ເຄື່ອນ​ໄຫວ​ໃນກອບ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ຢືນຢັນຖານະ​ທີ່​ຕັ້ງ ບົດບາດສຳຄັນ ​ຂອງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ, ຂອງ​ກຳມະບານ ​ແລະ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​​ເມື​ອງ - ສັງຄົມ,... ​ໂຄງຮ່າງ ສັບ​ສຳນວນ ​ເຕັກນິກ​ຂີດ​ຂຽນ​ຂອງ​ສະບັບ​ຮ່າງ ​ໂດຍ​ພື້ນຖານ​ແມ່ນ​ຕອບ​ສະໜອງ​ໄດ້​ກັບ ​ຄວາມ​ຕ້ອງການຂອງ​ລັດຖະທຳ​ມະນູນ ທີ່​ເປັນ​ກົດໝາຍ​ພື້ນຖານ ມີ​ລັກສະນະ​ໝັ້ນຄົງ​ຍາວ​ນານ.

ທັນທີ​ພາຍຫຼັງ​ກອງ​ປະຊຸມ​ນີ້, ຄະນະ​ພັກ​ສະພາ​ແຫ່ງ​ຊາດ ກຳມາ​ທິການຮ່າງ​ການ​ປັບປຸງລັດຖະທຳມະນູນ ແລະ ບັນດາອົງການພາລະບັດບາດ ຕ້ອງຮີບຮັບເອົາຄວາມຄິດເຫັນຂອງສູນກາງ ແລ້ວບູລະນະທັງໝົດ ສະບັບຮ່າງປັບປຸງລັດຖະທຳມະນູນ ເພື່ອຍື່ນໃຫ້ສະພາແຫ່ງຊາດພິຈາລະນາ ຮັບຮອງໃນກອງປະຊຸມສະໄໝສາມັນດ ທື່ອທີ 6 ຈະເຖິງນີ້. ການບູລະນະສະບັບຮ່າງ ແລະ ຍື່ນໃຫ້ສະພາແຫ່ງຊາດພິຈາລະນາ ປະກາດໃຊ້ລັດຖະທຳມະນູນສະບັບປັບປຸງນີ້ ຕ້ອງໄດ້ສືບຕໍ່ດຳເນີນຢ່າງແໜ້ນແຟ້ນ ວິທະຍາສາດ, ພາຍ​ໄຕ້​ການ​ນຳພາ​ຂອງບັນດາ​ຄະນະ​ພັກ ​ແລະ ອົງການ​ຈັດ​ຕັ້ງ​ພັກ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ວຽກ​ງານ​ໂຄສະ​ນາ​ ຖະ​ແຫຼ​ງຂ່າວ, ຮັບປະກັນ​ຖືກຕ້ອງ​ຕາມ​ທິດ​ທິ່​ໄດ້​ກຳນົດ, ບໍ່​ປະໃຫ້​ບັນດາ​ອິດ​ທິກຳລັງ​ສັດຕູ ພວກ​ຄົນ​ຮ້າຍ​ສວຍ​ໃຊ້ ​ເສກ​ສັນ​ປັ້ນ​ແຕ່ງ ຕ້ານ​ພັກ-ລັດ. ພ້ອມ​ກັນ​ນັ້ນ ກໍ່​ຕ້ອງ​ມີ​ໂດຍ​ໄວ​ບັນດາ​ໂຄງການ ​ແຜນ​ການ​ຜັນ​ຂະຫຍາຍປະຕິບັດ ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ຍູ້​ແຮງ​ການ​ສ້າງ ບູລະນະ​ລະບົບ​ກົດໝາຍ ນະ​ໂຍບາຍ​ໃຫ້​ສົມບູນ​ແບບ; ປັບປຸງ​ບູລະນະ​ລະ​ບົບການຈັດ​ຕັ້ງ​ກົງຈັກ​ບັນດາ​ອົງການ​ຂອງ​ພັກ ລັດ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ບັນດາ​ອົງການ​ການ​ເມືອງ - ສັງຄົມ. ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ລະບົບ​ການ​ເມືອງ​ເປັນ​ແຕ່​ລະ​ກ້າວ ​ຢ່າງ​ໜັກ​ແໜ້ນ ຄົບ​ຊຸດ ກັບ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ ຄື​ດັ່ງ​ທີ່ກອງ​ປະຊຸມ​ໃຫຍ່​ຫຼາຍ​ສະ​ໄໝ​ຂອງ​ພັກ​ ໄດ້​ວາ​ງອອກ​ມາ.

ທີ​ສີ່, ສະ​ຫລຸບສັງ​ລວມການ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ສະ​ໄໝ​ທີ IX ວ່າ​ດ້ວຍຍຸດ​ທະ​ສາດ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຄະນະບໍລິຫານງານສູນກາງເປັນເອກະພາບໃຫ້ທັດສະນະວ່າ: 10 ທີ່​ຜ່ານ​ມາ, ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ປ່ຽນ​ສັບສົນ​ທີ່​ສຸດ, ປະ​ເທດ​ພົບ​ຄວາມ​ຫຍຸ້ງຍາກ​ເຄັ່ງຮ້ອນຫຼາຍ​ຢ່າງ, ບັນດາ​ອິດ​ທະ​ກຳລັງ​ສັດ​ຕູ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ມ້າງ​ເພ​ທຳລາຍ​ປະ​ເທດ​ເຮົາ, ​ແຕ່​ວ່າ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ຢ່າງ​ສູງ​ ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ, ພວກ​ເຮົາ​ສາມາດ​ຮັກສາ​ຄວາມ​ໝັ້ນ​ຖ່ຽງດ້ານ​ການ​ເມືອງ ​ແລະ ສິ່ງ​ແວດ​ລ້ອມ​ສັນຕິພາບ​ໄວ້​ໄດ້ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ປົກ​ປັກ​ຮັກສາ​ຢ່າງ​ໜັກ​ແໜ້ນ ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ພັກ ລັດ ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ. ກຳລັງ​ເສດຖະກິດ​ ອິທິພົນ ບົດບາດ​ທີ່​ຕັ້ງ​ສາກົນ​ຂອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ສູງ. ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ການ​ຮັກສາ​ຄວາມ​ສະຫງົບ​ປະຊາຊົນ ​ໄດ້​ຮັບ​ການ​ປັບປຸງ; ກຳລັງ​ບົ່ມ​ຊ້ອນ​ດ້ານ​ປ້ອງ​ກັນ​ປະ​ເທດ ຮັກສາ​ຄວາມ​ສະຫງົບ ​ໄດ້​ຮັບການ​ເພີ່ມ​ທະວີ; ກຳລັງ​ແຮງ​ສັງ​ລວມປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ​ກ້າວ​ໜຶ່ງ.

​ແຕ່​ວ່າ, ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ປັດຈຸບັນ​ຍັງ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ທຽບ​ກັບ​ກ່ອນ​ໜ້າ​ນີ້ 10 ປີ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ເລິກ​ເຊິ່ງຫຼາຍ​ຢ່າງ, ມີ​ການ​ຜັນ​ປ່ຽນ​ສັບສົນ​ໃໝ່​ຕ່າງໆ ທີ່​ເຊື່ອງ​ຊ້ອນ​ຫຼາຍ​ປັດ​ໃຈ​ບັງ​ເອີນ ທີ່​ຄາດ​ຄະ​ເນ​ຍາກ. ພາກ​ພື້ນ​ອາຊີ​ຕາ​ເວນ​ອອກສຽງ​ໃຕ້ ກາຍ​ເປັນ​ບໍລິ​ເວນ​ທີ່​ມີ​ການ​ແກ່ງ​ແຍ້​ງກັນຢ່າງ​ດຸ​​ເດືອ​ດ ທາງ​ດ້ານ​ຕະຫຼາດ ​ແລະ ຊັນ​ພະຍາກອນ; ການຊ່ວງ​ຊິງ​ກັນ​ກ່ຽວກັບ​ເຂດ​ແດນ ກ່ຽວ​ກັບອະທິປະ​​ໄຕ​ໃນ​ທະ​ເລໝູ່​ເກາະ ພວມ​ເກີດ​ຂຶ້ນ​ຢ່າງ​ສັບສົນ. ​ໄດ້​ປະກົດ​ມີ​ບາງ​ຮູບ​ແບບ​ສົງຄາມ​ແບບ​ໃໝ່, ​ເຊັ່ນ​ສົງຄາມ​ສື່​ຂ່າວ ສົງຄາມ​ອິນ​ເທີ​ເນັດ, ການ​ໃຊ້​ກຳລັງ​ອ່ອນ​ນວນ​ ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ເສດຖະກິດ ການ​ທູດ ວັດທະນະທຳ ສົມທົບ​ກັບ "ການຫັນປ່ຽນ​ໂດຍ​ສັນຕິ", ການ​ຈະລາ​ຈົນ​ໂຄ່ນ​ລົ້ມ...ທີ່​ເປັນ​ອັນຕະລາຍ​ທີ່​ສຸດ. ຢູ່​ໃນ​ປ​ະ​ເທດ, ພາລະກິດ​ການປ່ຽນ​ແປງ​ໃໝ່ ພັດທະນາ​​ເສດຖະກິດ​-ສັງຄົມ, ຄຽງ​ຂ້າງ​ກັບ​ໝາກຜົນ ​ແລະ ຜົນສຳ​ເລັດ​ທີ່​ບັນລຸ​ໄດ້, ຍັງ​ມີ​ຂໍ້​ຈຳກັດ ຄວາມ​ຂາດ​ຕົກ​ບົກພ່ອງ​ບໍ່​ໜ້ອຍ, ພາ​ໃຫ້​ເກີດ​ມີ​ບັນດາ​ບັນຫາ​ສັບສົນ​ໃໝ່​ ທີ່​ເປັນ​ຜົນ​ສະທ້ອນ​ເຖິງ ​ການ​ປະຕິບັດໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ກະທົບ​ຈາກ​ໜ້າ​ປິ້ນຂອງ​ເສດຖະກິດ​ຕະຫຼາດ ​ແລະ ​ເປີດ​ປະຕູ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ນັບ​ມື້​ນັບ​ເຜີຍ​ອອກ​ຢ່າງ​ຈະ​ແຈ້ງ ​ແລະ ​ເຄັ່ງຮ້ອນ. ບັນດາ​ປະກົດ​ການ​ເສື່ອມ​ໂຊມ​ປ່ຽນ​ທາດ​ ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ ພ້ອມ​ກັບ​ການຕົກ​ຕ່ຳ​ຂອງ​ບັນດາ​ຄຸນຄ່າ​ວັດທະນະທຳ, ສະພາບ​ການ​ຜັນ​ແຍກ​ຮັ່ງມີ-ທຸກ​ຈົນ, ການຮ້ອງ​ຟ້ອງທີ່​ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ,... ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ​ໄພອັນຕະລາຍຕ່າງໆ ທີ່​ພັກ​ເຮົາ​ເຄີຍ​ກ່າວ​ເຕື່ອນນັ້ນ ບໍ່​ພຽງ​ແຕ່ບໍ່​ຫລຸດຜ່ອນ​ລົງ ຫາກ​ຍັງ​ມີ​ດ້ານ​ໜັກໜ່ວງ​ກວ່າ​​ເກົ່າ.

ຕ້ອງ​ເຫັນ​ແຈ້ງ​ສະພາບ​ການ​ດັ່ງກ່າວ​ນັ້ນ ​ເພື່ອ​ມີ​ຄວາມ​ຕັດສິນ​ໃຈ ​ແລະ ມີມາດ​ຕະການ​ຍົກ​ສູງສະຕິ​ລະວັງ​ຕົວ, ຮັກສາ​​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຢ່າງ​ໜັກ​ແໜ້ນ. ຄະນະບໍລິຫານງານສູນກາງຢືນຢັນວ່າ ຕ້ອງສືບຕໍ່ປະຕິບັດບັນດາເປົ້າໝາຍ ທັດສະນະ ທິດທາງ ຫຼັກການຊີ້ນຳ ເຊິ່ງມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະ​ໄໝ​ທີ IX ​ໄດ້​ວາງ​ອອກ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ເຕີມ ຂະຫຍາຍ​ອອກ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃໝ່. ກຳ​ແໜ້ນ ​ແລະ ໝູນ​ໃຊ້​ຢ່າງ​ຄ່ອງ​ແຄ້ວ ​ບົດຮຽນ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ຄື: "ສ້າງສາ​ປະ​ເທດ​ໄປ​ຄຽງ​ຄູ່​ກັບ​ຮັກສາ​ປະ​ເທດ"; "ຮັກສາ​ປະ​ເທດ​ແຕ່​ເມື່ອປະ​ເທດ​ຍັງ​ບໍ່​ທັນຖືກ​ໄພ​ອັນຕະລາຍ"; ມີ​ແຜນການ​ກີດ​ກັ້ນ, ກຳຈັດ​ປັດ​ເປົ່າ​ໄພ​ສົງຄາມ ການ​ບຸກລຸກ​ ​ແຕ່​ກ່ອນ ​ແຕ່​ໄກ. ໝາຍ​ຄວາມ​ວ່າ, ​ເຮັດ​ຄື​ແນວ​ໃດ​ໃຫ້​ເສດຖະກິດ​ໝັ້ນຄົງ​ໜັກ​ແໜ້ນ, ການ​ປ້ອງ​ກັນ​ປະ​ເທດຕ້ອງ​ເຂັ້ມ​ແຂງ, ກຳລັງ​ຕົວ​ຈິງ​ຕ້ອງ​ແຂງ​ແຮງ, ຈິດ​ໃຈ​ຂອງ​ປະຊາຊົນມີ​ຄວາມ​ສະຫງົບ​ສະບາຍ, ການ​ເມືອ​ງ-ສັງຄົມ​ມີ​ຄວາມ​ສະຖຽນ​ລະ​ພາບ, ທົ່ວ​ທັງ​ຊາດ​ເປັນ​ກຸ່ມ​ກ້ອນ​ສາມັກຄີ​ເປັນ​ເອກະ​ພາບ. ສູນ​ກາງ​ເນັ້ນ​ໜັກ​ເປັນ​ພິ​ເສດ​ວ່າ ຍາມ​ໃດ​ກໍ່​ຕ້ອງ​ຮັກສາ​ຢ່າງ​ໜັກ​​ແໜ້ນ​ ບົດບາດ​ນຳພາ​ເດັດຂາດ ​ໂດຍ​ກົງ​ໃນທຸກ​ດ້ານ​ຂອງ​ພັກ ຕໍ່​ກັບ​ພາລະກິດການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ກໍ່ສ້າງ​ພັກ-ລັດ ​ໃຫ້​ມີ​ຄວາມ​ປອດ​ໄສ ​ເຂັ້ນ​ແຂງ; ປັບປຸງ ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ; ຍົກ​ສູງ​ສະຕິ​ລະວັງ​ຕົວ, ທັບ​ມ້າງ​ທຸກ​ກົນອຸບາຍ ທຸກ​ການ​ກະທຳ​ມ້າງ​ເພ​ທຳລາຍ ຮຸກ​ຮານ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​​​ເຮັດໃຫ້​ພວກມັນ​ຕ້ອງ​ປະລາ​ໄຊ​, ລະວັງ​ຕົວ​ບໍ່​ໃຫ້​ຕົກ​ໃນ​ທ່າ​ຮັບ ບໍ່​ຖືກ​ບັງ​ເອີນ​ ​ໃນ​ທຸກໆ​ກໍລະນີ; ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ສອງ​ໜ້າ​ທີ່ຍຸດ​ທະ​ສາດ​ຄື ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ຕິດ​ແໜ້ນການ​ພັດທະນາ​​ເສດຖະກິດ​-ສັງຄົມ ກັບການ​ປັບປຸງ ເພີ່ມທະວີ​ການ​ປ້ອງ​ກັນ​ປະເທດ ປ້ອງ​ກັນ​ຄວາມ​ສະຫງົບ ການ​ພົວພັນ​ຕ່າງປະ​ເທດ; ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ ກັບ​ກຳລັງ​ແຮງ​ຍຸກ​ສະ​ໄໝ. ສືບ​ຕໍ່​ກຳ​ແໜ້ນ​ໜ້າ​ທີ່​ພັດທະນາ​​ເສດຖະກິດ​ເປັນ​ໃຈກາງ, ການກໍ່ສ້າງ​ພັກ​ເປັນ​ຂໍ​ກະ​ແຈ, ການ​ພັດທະນາ​ວັດທະນະທຳ​ເປັນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ. ກໍ່ສ້າງ​ກຳລັງ​ແຮງ​ສັງ​ລວມທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ເສດຖະກິດ ວັດທະນາ​ທຳ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ການ​ພົວພັນ​ຕ່າງປະ​ເທດ ​ເພື່ອປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ໃນ​ຊຸມ​ປີ​ສະ​ເພາ​ໜ້າ, ຕ້ອງ​ສູ້​ຊົນ​ສ້າງ​ໃຫ້​ໄດ້​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ກຳຈັດ​ຜ່ານ​ຜ່າຄວາມ​ຂາດ​ຕົກ​ບົກພ່ອງ ຂໍ້​ຈຳກັດ​ຕ່າງໆ ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ກໍ່ສ້າງ​ລັດ; ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ "ການ​ຜັນ​ປ່ຽນ​ໂດຍ​ຕົນ​ເອງ, ການ​ຫັນປ່ຽນ​ໂດຍ​ຕົນ​ເອງ" ​ໃນ​ພະນັກງານ ສະມາຊິກ​ພັກ. ນຳ​ເອົາ​ພື້ນຖານ​ເສດຖະກິດ​ໃຫ້​ຫລຸດ​ພົ້ນ​ໂດຍ​ໄວ​ ອອກ​ຈາກ​ສະພາວະ​ການ​ຫຍຸ້ງຍາກ​ໃນ​ປັດຈຸບັນ ​ເພື່ອພັດທະນາ​ຢ່າງ​ໄວວາ ​ແລະ ຍືນ​ຍົງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈຂອງ​ປະຊາຊົນ, ປັບປຸງ ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ ຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ລັດ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ກຳຈັດ​ປັດ​ເປົ່າ​ສະພາບຂາດ​ຄວາມ​ລະມັດລະວັງ, ຖືກ​ເຜີ​ຕົວ; ປ້ອງ​ກັນ ຕ້ານ​ໄພ​ສົງຄາມ ການ​ບຸກລຸກ​ຕາມ​ທິດ​ຕ່າງໆ​ ຢ່າງມີ​ຜະ​ສິດທິ​ຜົນ; ບໍ່​ປະ​ໃຫ້​ເກີດ​ການ​ຈາລະ​ຈົນ ກາ​ນກໍ່​ການ​ຮ້າຍ, ບໍ່​ໃຫ້​ເກີດ​ມີ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ທີ່​ກົງກັນຂ້າມ; ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ໃນ​ຂົງ​ເຂດ​ຕ່າງໆ; ຈຳກັດ​ອາ​ຊະຍາ​ກຳ​ບໍ່​ໃຫ້​ມັນ​ເພີ່ມ​ຂຶ້ນ, ສ້າງ​​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ ທາງ​ດ້ານ​ຄວາມ​ເປັນລະບຽບລຽບ​ລ້ອຍ ​ຄວາມ​ສະຫງົບ​ສັງຄົມ.

ທີ​ຫ້າ, ຄະນະບໍລິຫານງານສູນກາງໄດ້ປຶກສາຫາລື ແລະ ເປັນເອກະພາບກັນຕົກລົງສ້າງຕັ້ງ 5 ອະນຸກຳມະການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງ​ພັກ, ກວມ​ມີ: ອະນຸ​ກຳມະການ​ເອກະສານ, ອະນຸ​ກຳມະການເສດຖະກິດ - ສັງຄົມ; ອະນຸ​ກຳມະການກົດ​ລະ​ບຽບຂອງ​ພັກ; ອະນຸ​ກຳມະການບຸກຄະລາ​ກອນ; ​ແລະ ອະນຸ​ກຳມະການຈັດ​ຕັ້ງ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່. ​ເມື່ອ​ພິຈາລະນາ ຕັດສິນ​ຕົກລົງ​ສ້າງ​ຕັ້ງ​ບັນດາອະນຸ​ກຳມະການ, ສູນ​ກາງ​ໄດ້​ປຶກສາ​ຫາລື ​ໃຫ້​ຄວາມ​ຄິດ​ເຫັນ​ດັດສົມ​ກ່ຽວ​ກັບ​ການ​ປະກອບ ພາລະ​ບົດບາດ ໜ້າ​ທີ່ ​ແລະ ບຸກຄະລາ​ກອນ​ລະອຽດ​ຂອງ​ແຕ່ລະອະນຸ​ກຳມະການ; ຖື​ວ່າ​ນີ້​ເປັນ​ວຽກ​ງານ​ເລີ່​ມຕົ້ນ​ຂອງ​ຂະ​ບວນວິວັດ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ. ບັນດາອະນຸ​ກຳມະການຕ້ອງ​ຮີບ​ກໍ່ສ້າງ​ໂຄງການ ​ແຜນການ ​ເພື່ອ​ກ້າວ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ໂດຍ​ໄວ, ຮັບ​ປະ​ກັນ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ. ພິ​ເສດ​ແມ່ນ, ອະນຸ​ກຳມະການ​ເອກະສານ ​ແລະ ອະນຸ​ກຳມະການ​ເສດຖະກິດ - ສັງຄົມ ຕ້ອງ​ເພີ່ມ​ທະວີ​ການ​ສົມທົບ​ກັບ​ບັນດາ​ອົງການ​ຄົ້ນຄວ້າ ອົງການ​ເສນາ​ທິການ​ຂອງ​ພັກ ​ແລະ ລັກ ​ໃນ​ການ​ກັ່ນ​ຕອງ​ຄັດ​ເລືອກ ສືບ​ທອດ​ເອົາ​ໝາກຜົນ​ຂອງ​ການ​ສະຫລຸບ​ສັງ​ລວມ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ເພື່ອ​ນຳ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ມາດ​ຕະການ​ປ່ຽນ​ແປງ​ໃໝ່ຢ່າງ​ແຂງ​ແຮງ ​ເລິກ​ເຊິ່ງກວ່າ​ອີກ, ສ້າງ​ເປັນ​ກຳລັງ​ດັນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຢ່າງ​ໄວ​ວາ ​ແລະ ຍືນ​ຍົງ.

ຢູ່​ໃນ​ກອງ​ປະຊຸມ​ນີ້, ຄະນະບໍລິຫານງານສູນກາງກໍ່ໄດ້ປຶກສາຫາລືປະກອບຄວາມຄິດເຫັນຫຼາຍຢ່າງ ເຂົ້າໃສ່ຮ່າງກຳນົກລະບຽບການເລືອກຕັ້ງໃນພັກ. ຄະນະບໍລິຫານງານສູນກາງມອບໃຫ້ກົມການເມືອງ ຊີ້ນຳການຮັບເອົາຄວາມເຫັນຂອງສູນກາງ, ສືບຕໍ່ຄົ້ນຄວ້າ ​ເພີ່ມ​ເຕີມ ບູລະນະ​ຮ່າງ​ກຳນົດ​ລະບຽບ​ການ ​ເພື່ອ​ສະ​ເໜີ​​ໃຫ້ກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ XI ຮັບຮອງ​ອະນຸ​ມັດ.

ຮຽນ​ບັນດາ​ສະຫາຍ,

ກອງ​ປະຊຸມ​ຂອງ​ພວກ​ເຮົາ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ. ບັນດາມະຕິ​ຕົກລົງ ທີ່​ສູນ​ກາງ​ວາງ​ອອກ​ມາ​ໃນ​ຄັ້ງ​ນີ້ ລ້ວນ​ແຕ່​ສຳຄັນ​ທີ່​ສຸດ, ມັນ​ມີ​ຜົນ​ກະທົບ​ກວ້າງ​ໃຫຍ່​ ຕໍ່​ກັບ​ການ​ປະຕິບັດ​ໜ້າ​ທີ່​​ພັດທະນາເສດຖະກິດ - ສັງຄົມ, ປັບປຸງ​ການ​ສຶກສາ-ກໍ່ສ້າງ, ການກໍ່ສ້າງ​ພັກ ກໍ່ສ້າງ​ລັດ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຮັບປະກັນ​ຄວາມ​ຍືນ​ຍົງຄົງ​ຕົວ​ຍາວ​ນານ​ຂອງ​ປະ​ເທດ​ເຮົາ ຂອງ​ລະບອບ​ການ​ເມືອງ​ຂອງ​ພວກເຮົາ. ​ເພາະສະ​ນັ້ນ, ສະຫາຍ​ກຳມະການ​ສູນ​ກາງ​ພັກ​ແຕ່ລະ​ຄົນ, ພະນັກງານ​ການ​ນຳ ການ​ຄຸ້ມ​ຄອງ​ແຕ່ລະຄົນ ຈົ່ງ​ເຊີດ​ຊູ​ກວ່າ​ອີກນ້ຳ​ໃຈ​ຮັບຜິດຊອບ, ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ປະຕິບັດ ​ແລະ ນຳພາ​ການຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງນີ້ ​ພ້ອມ​ກັບ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ ບັນດາ​ມະຕິ​ອື່ນ​ຂອງ​ສູນ​ກາງ.

ດ້ວຍ​ຈິດ​ໃຈ​ດັ່ງກ່າວ, ຂ້າພະ​ເຈົ້າ​ຂໍ​ປະກາດ​ອັດກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ XI. ຂໍ​ອວຍພອນ​ໃຫ້​ບັນດາ​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ສຳ​ເລັດ​ເປັນ​ຢ່າງ​ດີໜ້າ​ທີ່​ຮັບຜິດຊອບ​ອັນ​ສຳຄັນ​ຕໍ່​ພັກ ຕໍ່​ປະຊາຊົນ ​ແລະ ປະ​ເທດ​ຊາດ.

ຂໍ​ຂອບ​ໃຈ​ເປັນ​ຢ່າງ​ຍິ່ງ”./.

-------------------------------------------------

(*) ​ບົດນີ້​ໄດ້​ລົງ​ພິມໃນ​ວາລະສານ​ກອມ​ມູນິດ ບັນຫາ​ສະ​ເພາະ​ກ່ຽວ​ກັບ​ຮາກ​ຖານ ສະບັບ​ທີ 82 (​ຕຸລາ 2013)