ວ.ກ.ອອນໄລ - ໃນແຕ່ລະໄລຍະນຳພາປະຕິວັດ, ເວລາໃດພັກກອມມູນິດຫວຽດນາມ ກໍ່ກຳນົດເອົາ ວຽກງານແນວຄິດ ທິດສະດີ ເປັນວຽກງານສຳຄັນອັນດັບໜຶ່ງ. ເວລາໃດ ວຽກງານແນວຄິດ ທິດສະດີ ກໍ່ເປັນພາກສ່ວນສຳຄັນ ຂອງວຽກງານ ກໍ່ສ້າງພັກ, ປະກອບສ່ວນສຳຄັນ ເຂົ້າໃນການຍົກສູງ ກຳລັງຄວາມສາມາດ ໃນການນຳພາ, ກຳລັງຕໍ່ສູ້ຂອງພັກ. ພິເສດແມ່ນ ໃນໄລຍະປັດຈຸບັນ, ຕໍ່ໜ້າການຜັນແປຢ່າງໄວວາ ແລະ ສັບສົນ ຂອງສະພາບການ ພາຍໃນປະເທດ ແລະ ໃນໂລກ, ການສືບຕໍ່ປ່ຽນແປງໃໝ່ ວຽກງານທິດສະດີ ແນວຄິດ ແມ່ນຄວາມຈຳເປັນຮີບດ່ວນ ຢ່າງແທ້ຈິງ.

ພາບ: ວາລະປະຊຸມທີໜຶ່ງ ກອງປະຊຸມສະພາທິດສະດີສູນກາງ ພັກກອມມູນິດຫວຽດນາມ

ຕີລາຄາຜົນສຳເລັດຂອງວຽກງານແນວຄິດ ທິດສະດີໃນໄລຍະຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ຢືນຢືນວ່າ: “ວຽກງານທິດສະດີໄດ້ເປັນເຈົ້າການຄົ້ນຄວ້າຫຼາຍບັນຫາທິດສະດີ ແລະ ພຶດຕິກຳ ຂອງພາລະກິດປ່ຽນແປງໃໝ່, ການຜັນປ່ຽນໃໝ່ຂອງສະພາບການໂລກ; ຄຸນຄ່າວິທະຍາສາດ, ປະຕິວັດຂອງລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ; ເອົາໃຈໃສ່ສະຫຼຸບສັງລວມ ແລະ ເພີ່ມເຕີມ, ຂະຫຍາຍ ໂຄງການການເມືອງ, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ ສົກປີ 2011 - 2020 ແລະ ບັນດາເອກະສານອື່ນໆ ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ວຽກງານໂຄສະນາ ສຶກສາອົບຮົມການເມືອງແນວຄິດ ມີການປ່ຽນແປງໃໝ່. ຖືສຳຄັນຕື່ມອີກຕໍ່ໜ້າທີ່ ກໍ່ສ້າງຄຸນສົມບັດ ໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ເອົາໃຈໃສ່ຊີ້ນຳຢ່າງມີປະສິດທິຜົນ ຕໍ່ບາດກ້າວທຳອິດ ຂອງບັ້ນຂົນຂວາຍ "ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ” ຕິດພັນກັບໜ້າທີ່ກໍ່ສ້າງ ປັບປຸງພັກ; ເປັນເຈົ້າການຕື່ມອີກໃນການຕໍ່ສູ້ຕ້ານຍຸດທະສາດ “ຫັນປ່ຽນໂດຍສັນຕິ”, ກຳຈັດປັດເປົ່າບັນດາທັດສະນະຜິດພາດ, ຖ້ອຍທຳນອງໂຄສະນາ ຂອງບັນດາອິດທິກຳລັງສັດຕູ”(1).

ພ້ອມກັນນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກໍ່ໄດ້ຊີ້ແຈ້ງວ່າ: “ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິ ກຳຍັງບໍ່ທັນກະຈ່າງແຈ້ງຕໍ່ບັນດາບັນຫາຈຳນວນໜຶ່ງ ເຊັ່ນ: ກ່ຽວກັບພັກກຳອຳນາດ, ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ. ລັກສະນະຕໍ່ສູ້, ລັກສະນະຂົນຂວາຍຊວນເຊື່ອ, ປະສິດທິຜົນຂອງວຽກງານແນວຄິດຍັງຖືກຈຳກັດ; ຂາດຄວາມແຫຼມຄົມໃນການຕໍ່ສູ້ຕ້ານກົນອຸບາຍ ລາຍຫຼ່ຽມ “ຫັນປ່ຽນໂດຍສັນຕິ”. ສະພາບເສື່ອມໂຊມດ້ານການເມືອງ ແນວຄິດ ຄຸນສົມບັດ ແບບແຜນດຳລົງຊີວິດ ໃນພາກສ່ວນພະນັກງານ, ສະມາຊິກພັກຈຳນວນບໍ່ໜ້ອຍ ແລະ ສະພາບການສໍ້ລາດບັງຫຼວງ ຟຸມເຟືອຍ ອາດຍາສິດ, ຄວາມຫຍໍ້ທໍ້ ແລະ ໄພສັງຄົມຕ່າງໆ ຍັງບໍ່ທັນຖືກສະກັດກັ້ນ, ຕີຖອຍ, ຊ້ຳບໍ່ໜຳ ຍັງສືບຕໍ່ເກີດຂຶ້ນຢ່າງສັບສົນ, ພ້ອມກັບການຜັນແຍກຮັ່ງມີ - ທຸກຈົນ ແລະ ຄວາມອ່ອນແອໃນການຄຸ້ມຄອງ ບໍລິຫານຂອງຫຼາຍຂັ້ນ ຫຼາຍຂະແໜງການ ໄດ້ເຮັດໃຫ້ເສື່ອມເສຍຄວາມເຊື່ອໝັ້ນ ຂອງປະຊາຊົນຕໍ່ກັບພັກ ແລະ ລັດ, ຂົ່ມຂູ່ຄວາມໝັ້ນຄົງ, ການພັດທະນາຂອງປະເທດຊາດ. ບັ້ນຂົນຂວາຍ "ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ” ຍັງບໍ່ທັນກ້າວສູ່ລວງເລິກ, ຢູ່ບາງບ່ອນ ຍັງມີລັກສະນະຮູບການ, ປະສິດທິຜົນຍັງບໍ່ທັນສູງ, ການປະຕິບັດຕາມ ກໍ່ຍັງບໍ່ທັນບັນລຸຄວາມຮຽກຮ້ອງຕ້ອງການ”(2).

ພາຍຫຼັງເວລາເກືອຍ 30 ປີແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ, ສະພາບເສດຖະກິດ - ການເມືອງໂລກ ໄດ້ມີຫຼາຍອັນປ່ຽນແປງໄປ; ຊີວິດເສດຖະກິດ - ສັງຄົມປະເທດ ໄດ້ປ່ຽນແປງໂດຍພື້ນຖານ; ຈິດໃຈ ຄວາມຮູ້ສຶກນຶກຄິດ ຂອງບັນດາຊັ້ນຄົນປະຊາຊົນປັດຈຸບັນບໍ່ຄືກັບເມື່ອກ່ອນອີກ; ບັນດາບັນຫາແນວຄິດ ທິດສະດີການເມືອງ ກໍ່ຄືເປົ້າໝາຍຂອງວຽກງານແນວຄິດ ທິດສະດີ ກໍ່ມີຫຼາຍຈຸດໃໝ່; ກະໂຕຖັນແຖວຜູ້ເຮັດວຽກງານແນວຄິດ ທິດສະດີຂອງພັກ ກໍ່ໄດ້ຮັບການປັບປຸງ ແລະ ພັດທະນາ. ໃນສະພາບແວດລ້ອມດັ່ງກ່າວ, ບົນພື້ນຖານທັດສະນະພື້ນຖານ ຂອງມະຕິກອງປະຊຸມສູນກາງພັກ ຄັ້ງທີ 5 ສະໄໝທີ X “ກ່ຽວກັບວຽກງານແນວຄິດ ທິດສະດີ ແລະ ຂ່າວສານຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່”, ຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກ່ຽວກັບວຽກງານແນວຄິດ ທິດສະດີໃນສະພາບການໃໝ່, ວຽກງານແນວຄິດ ທິດສະດີຕ້ອງມີການປ່ຽນແປງໃໝ່ຢ່າງຂຸ້ນຂ້ຽວ, ແນໃສ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃໝ່.

ປ່ຽນແປງໃໝ່ວຽກງານແນວຄິດ ທິດສະດີໃນສະພາບການໃໝ່ ແມ່ນບັນຫາທີ່ມີລັກສະນະຍຸດທະສາດ, ທັງຕອບສະໜອງ ຄວາມຮຽກຮ້ອງຕ້ອງການສະເພາະໜ້າ ທັງກຳນົດທິດ ໃຫ້ແກ່ການພັດທະຍາທີ່ຍາວນານ. ໃນໄລຍະປັດຈຸບັນ, ເພື່ອສືບຕໍ່ຍູ້ແຮງການປ່ຽນແປງໃໝ່ວຽກງານແນວຄິດ ທິດສະດີ ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ພວມຕັ້ງຂຶ້ນນັ້ນ, ກ່ອນອື່ນໝົດ ຕ້ອງສະຫຼຸບສັງລວມຢ່າງວິທະຍາສາດ ຮອບດ້ານ ກ່ຽວກັບທິດສະດີ - ພຶດຕິກຳໃນຕະຫຼອດເວລາເກືອບ 30 ປີແຫ່ງການປ່ຽນແປງໃໝ່. ພິເສດແມ່ນ, ຕ້ອງປະຕິບັດຕາມຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ່າງເຂັ້ມງວດ, ເຊິ່ງເປັນຫົວໜ້າຄະນະຊີ້ນຳສະຫຼຸບສັງລວມບາງບັນຫາທິດສະດີ - ພຶດຕິກຳ ໃນ 30 ປີແຫ່ງການປ່ຽນແປງໃໝ່. ນັ້ນແມ່ນບັນດາບັນຫາ ເຊັ່ນ: ສະຖານະການໂລກ ແລະ ພາກພື້ນ, ບັນດາການປັ່ນປ່ວນໃນໄລຍະເວລາມໍ່ໆ ນີ້ທີ່ກະທົບເຖິງຫວຽດນາມ, ຄາດຄະເນສະພາບການທີ່ຈະເກີດຂຶ້ນໃນຕໍ່ໜ້າ; ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ; ຂະຫຍາຍວັດທະນະທຳ, ກໍ່ສ້າງຄົນຫວຽດນາມ; ແກ້ໄຂບັນຫາສັງຄົມທີ່ພວມຕັ້ງຂຶ້ນໃນປັດຈຸບັນ; ປົກປັກຮັກສາປະເທດຊາດໃນສະພາບການໃໝ່; ເຊື່ອມໂຍງສາກົນ, ແນວທາງ ແລະ ນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະ ລັດ ແຫ່ງ ສສ ຫວຽດນາມ; ປ່ຽນແປງໃໝ່ລະບົບການເມືອງ, ສ້າງລັດອຳນາດແຫ່ງກົດໝາຍສັງຄົມນິຍົມຫວຽດນາມ, ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ; ກໍ່ສ້າງພັກກຳອຳນາດ, ປ່ຽນແປງເນື້ອໃນ ແລະ ວິທີນຳພາຂອງພັກ; ສັງລວມຄວາມຮັບຮູ້ ແລະ ແກ້ໄຂ 8 ສາຍພົວພັນໃຫຍ່ ທີ່ໄດ້ຍົກຂຶ້ນໃນ “ໂຄງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ” (ເພີ່ມເຕີມ, ຂະຫຍາຍໃໝ່ ປີ 2011).

ໃນສະພາບແວດລ້ອມແຫ່ງໂລກາພິວັດ ແລະ ເຊື່ອມໂຍງສາກົນ, ຫວຽດນາມແມ່ນພາກສ່ວນກາຍ ອິນຊີຂອງໂລກປັດຈຸບັນ. ດ້ວຍເຫດນັ້ນ, ການຕີລາຄາ ສະຫຼຸບສັງລວມບັນດາບັນຫາສຳຄັນ ກ່ຽວກັບແນວຄິດ ທິດສະດີທີ່ກ່າວມາຂ້າງເທິງ ຕ້ອງບົນພື້ນຖານການຮັບຮູ້ຢ່າງເລິກເຊິ່ງ ບັນດາບັນຫາພື້ນຖານຂອງເສດຖະກິດ ການເມືອງໂລກປັດຈຸບັນ. ນັ້ນແມ່ນ, ທາງດ້ານລວມທົ່ວໄປ, ໂລກພວມຍຸບຍອບໂຄງສ້າງເກົ່າ ກໍ່ຮ່າງສ້າງຮູບຄວາມເປັນລະບຽບໃໝ່ຂອງໂລກ, ເຖິງຈະມີການປະທະກັນຢູ່ໃນບາງປະເທດ ພາກພື້ນກໍ່ຕາມ ແຕ່ທ່າອ່ຽງພື້ນຖານແລ້ວກໍ່ຍັງມີສັນຕິພາບ ການເຊື່ອມໂຍງ ການຮ່ວມມື ແລະ ພັດທະນາ; ບັນດາບັນຫາກວມໂລກ ກຳລັງຕັ້ງສິ່ງທ້າທາຍໃໝ່ຕ່າງໆຂຶ້ນ ຕໍ່ໜ້າມວນມະນຸດ; ການປະຕິວັດວິທະຍາສາດ - ເຕັກໂນໂລຊີໃໝ່ ພວມໄຂຍຸກສະໄໝແຫ່ງເສດຖະກິດໂລກໃໝ່ ດ້ວຍໂຄງປະກອບເສດຖະກິດ ທີ່ບໍ່ພຽງແຕ່ມີລັກສະນະຊາດ ພາກພື້ນເທົ່ານັ້ນ ຫາກຍັງມີລັກສະນະກວມໂລກ; ຄວາມຮຸນແຮງທາງການເມືອງໃນໂລກ ພວມເກີດຂຶ້ນດ້ວຍຫຼາຍຮູບການ ແລະ ທ່າອ່ຽງຫຼາຍຮູບຫຼາຍສີ; ໂລກາພິວັດພວມກະທົບ ແລະ ເຮັດໃຫ້ປ່ຽນແປງໄປໂດຍພື້ນຖານ ໃນທຸກຂົງເຂດຊີວິດສັງຄົມ, ໂດຍສະເພາະແມ່ນຂົງເຂດການເມືອງ ເສດຖະກິດໂລກ.

ຊີວິດແນວຄິດໂລກນັບມື້ຍິ່ງຫຼາຍຮູບຫຼາຍແບບ, ສັບສົນ. ໃນນັ້ນ, ບັນດາແນວຄິດຂອງລັດທິທຶນນິ ຍົມຍັງກວມເອົາທ່າໄດ້ປຽບຢູ່ໃນຫຼາຍບ່ອນ; ລັດທິຊາດນິຍົມຄືນມີຊີວິດໃນຂະໜາດກວ້າງຂວາງ; ຂະບວນການສັງຄົມ - ປະຊາທິປະໄຕຂະຫຍາຍຕົວຢ່າງແຂງແຮງ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ ຢູ່ໃນຫຼາຍປະເທດ; ແນວຄິດສັງຄົມນິຍົມ ພາຍຫຼັງໄລຍະຊຸດໂຊມ ໄດ້ຄ່ອຍໆຟື້ນຟູຄືນ ດ້ວຍການປ່ຽນແປງໃໝ່, ດ້ວຍຫຼາຍຮູບແບບ ຫຼາຍການເຮັດທົດລັງ. ພາລະກິດປ່ຽນແປງໃໝ່ ປະຕິຮູບ ເປີດປະຕູ ສຳເລັດຜົນຂອງຫວຽດນາມ, ຈີນ ແລະ ປະເທດຈຳນວນໜຶ່ງ, ກໍ່ຄືການລຸກຢືນຂຶ້ນຢ່າງແຂງແຮງ ເຊື່ອໝັ້ນຕົນເອງ ຂອງຂະບວນການຝ່າຍຊ້າຍອາເມລິກາ - ລາຕິນ ເຫຼົ່ານັ້ນແມ່ນການຢັ້ງຢືນເຖິງກຳລັງຊີວິດ ຂອງແນວຄິດສັງຄົມນິຍົມໃນໄລຍະປັດຈຸບັນ.

ໃນສະພາບແວດລ້ອມສາກົນຄືດັ່ງທີ່ກ້າວມາຂ້າງເທິງນັ້ນ ໄດ້ ແລະ ພວມກະທົບຢ່າງແຮງເຖິງຊີວິດ ຈິດໃຈຂອງສັງຄົມຫວຽດນາມ, ພິເສດແມ່ນໃນຂົງເຂດແນວຄິດ ທິດສະດີ. ສາມາດຍົກບັນຫາຈຳນວນໜຶ່ງ ທີ່ພວມພົ້ນເດັ່ນຂຶ້ນໃນຂົງເຂດແນວຄິດ ທິດສະດີ ຢູ່ຫວຽດນາມປັດຈຸບັນ ເຊັ່ນວ່າ:

ໜຶ່ງ, ຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ມີທ່າອ່ຽງຫຼຸດລົງໃນພາກສ່ວນ ປະຊາຊົນຈຳນວນໜຶ່ງ. ນັ້ນແມ່ນຍ້ອນການລົ້ມລະລາຍຂອງສະຫະພາບໂຊວຽດ ແລະ ບັນດາປະເທດສັງ ຄົມນິຍົມເອີຣົບຕາເວັນອອກ; ຂະບວນການສັງຄົມນິຍົມໂລກຍັງຕົກຢູ່ໃນການຊຸດໂຊມຕົວລົງ, ໃນຂະນະທີ່ ການຟື້ນຟູຂອງມັນຍັງຊັກຊ້າ; ທິດສະດີກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ຍັງບໍ່ທັນມີບາດກ້າວກະໂດດຂັ້ນ, ຍັງບໍ່ທັນມີຜົນສຳເລັດ ດ້ານທິດສະດີກໍ່ສ້າງສັງຄົມນິຍົມ ທີ່ເປັນເອກະລັກຂອງຫວຽດນາມ.

ສອງ, ເຖິງວ່າໃນຕົວຂອງລັດທິທຶນນິຍົມຍັງມີຫຼາຍຂໍ້ຂັດແຍ່ງທີ່ຂ້ຽວຂາດ, ບໍ່ອາດປະສົມກົມກຽວໄດ້ ແລະ ຜ່ານຫຼາຍບັ້ນວິກິດການໜັກໜ່ວງ, ຕໍ່ເນືອງ ແກ່ຍາວ ທັງທາງດ້ານເສດຖະກິດ ແລະ ສັງຄົມ ແຕ່ລັດທິທຶນນິຍົມກໍ່ຍັງຊອກວິທີປັບຕົວ ຟື້ນຟູ ເພື່ອແກ່ຍາວການຄົງຕົວຂອງມັນ. ໃນໄລຍະປັດຈຸບັນນີ້, ກຳລັງຊີວິດຂອງລັດທິທຶນນິຍົມຍັງເຂັ້ມແຂງສົມຄວນ. ນີ້ແມ່ນຄວາມເປັນຈິງທີ່ບໍ່ອາດປະຕິເສດໄດ້ ແລະ ກໍ່ເປັນບັນຫາສ້າງຄວາມລະແວງສົງໃສ, ສັ່ນຄອນດ້ານແນວຄິດ ຕໍ່ກັບຄົນຈຳນວນບໍ່ໜ້ອຍ ກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມທີ່ພັກ ແລະ ປະຊາຊົນຫວຽດນາມໄດ້ເລືອກເອົາ.

ສາມ, ການຟື້ນຟູຄວາມເຊື່ອຖືສາສະໜາ, ຄວາມເຊື່ອຖືຕໍ່ສິ່ງສັກສິດ ຈິດວິຍານ ພວມມີທ່າອ່ຽງເພີ່ມຂຶ້ນ ດ້ວຍບັນດາການເຄື່ອນໄຫວພິທີງານບຸນເກົ່າແກ່ ທີ່ຕິດພັນກັບການທ່ອງທ່ຽວຈິດວິຍານ, ບັນດາຄວາມເຊື່ອຖືໃນທ້ອງຖິ່ນຊຸມຊົນ ທີ່ມີຫຼາຍຮູບຫຼາຍແບບ ແລະ ສັບສົນທີ່ສຸດ. ຄວາມເຊື່ອຖືສາສະໜາໃນໄລຍະປັດຈຸບັນເພີ່ມຂຶ້ນແຮງ ແມ່ນການແຈ້ງເຕືອນສັງຄົມທີ່ວຽກງານແນວຄິດ ທິດສະດີຕ້ອງໄດ້ເອົາໃຈໃສ່ຢ່າງແທ້ຈິງ.

ສີ່, ກ່ຽວກັບບັນຫາປະຊາທິປະໄຕ ເສລີພາບ ສະເໝີພາບ ໃນຂົງເຂດຂ່າວສານ ແນວຄິດ ທິດສະດີ ຍັງບໍ່ທັນມີກົນໄກ ກົດຂໍ້ບັງຄັບທີ່ລະອຽດ ຈະແຈ້ງ, ຍັງບໍ່ທັນຫັນເປັນລະບຽບການທີ່ມີລັກສະ ນະລັດຖະບັນຍັດ. ໃນເງື່ອນໄຂໂລກາພິວັດ, ເພື່ອຄຸ້ມຄອງຂໍ້ມູນຂ່າວສານ ແລະ ກຳນົດທິດຫາງສຽງສັງຄົມ, ຕ້ອງມີຈິນຕະນາການໃໝ່ທີ່ເໝາະສົມ. ເສີມຂະຫຍາຍປະຊາທິປະໄຕ, ສິດໃນການປາກເວົ້າ ແລະ ວິຈານສັງຄົມ ລ້ວນແຕ່ເປັນຄວາມຮຽກຮ້ອງທີ່ຈຳເປັນ ຂອງການຂະຫຍາຍຕົວສັງຄົມ ໃນສະພາບແວດລ້ອມ ໂລກາພິວັດ, “ໂລກຮາບພຽງ”. ຢູ່ນີ້, ພວກເຮົາຈະປະຕິບັດ ແລະ “ແກ້ໄຂ” ຄືແນວໃດ ເພື່ອຮັບປະກັນບັນ ດາຫຼັກການພື້ນຖານ ຂອງການຂະຫຍາຍຕົວທີ່ໝັ້ນຄົງ ຖືກທິດສັງຄົມນິຍົມ, ຮັກສາລະບຽບຫຼັກການ, ກົດໝາຍບ້ານເມືອງ, ພ້ອມກັນນັ້ນກໍ່ຮັບປະກັນເສລີພາບ ປະຊາທິປະໄຕ, ໂດຍສະເພາະແມ່ນສິດໃນການ ປາກເວົ້າ.

ຄຽງຂ້າງນັ້ນ, ບັນຫາແນວຄິດເສລີ, ສະເໝີພາບດ້ານຂໍ້ມູນຂ່າວສານ ແລະ ສິດໄດ້ຮັບຂໍ້ມູນຂ່າວສານ ແມ່ນທ່າອ່ຽງເຄື່ອນເໜັງຈຳເປັນຂອງສັງຄົມປັດຈຸບັນ, ຮຽກຮ້ອງໃຫ້ມີບັນດາວິທີແກ້ໄຂ, ວິທີການທີ່ເໝາະສົມ ຕອບສະໜອງບັນດາຄວາມມຸ່ງຫວັງຂອງປະຊາຊົນ, ໂດຍສະເພາະແມ່ນໄວໜຸ່ມ. ຈະເປັນການຫຍຸ້ງຍາກທີ່ຈະມີຜົນສຳເລັດ ໃນການຄົ້ນຄວ້າວິທະຍາສາດສັງຄົມ ແລະ ມະນຸດສາດ, ໃນການຄົ້ນຄວ້າທິດສະດີການເມືອງ ຖ້າຫາກບໍ່ມີສະພາບແວດລ້ອມອິດສະຫຼະ ປະຊາທິປະໄຕຢ່າງແທ້ຈິງ ໃນການຄົ້ນຄວ້າ, ແລກປ່ຽນວິຊາການສຶກສາຄົ້ນຄວ້າ ແລະ ຫັນເປັນສັງຄົມຕໍ່ໝາກຜົນແຫ່ງການຄົ້ນຄວ້າ.

ຫ້າ, ການເສື່ອມທາດດ້ານແນວຄິດການເມືອງ ຄຸນສົມບັດ ແບບແຜນດຳລົງຊີວິດ ຂອງພາກສ່ວນ ນ້ອຍໜຶ່ງຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນຜູ້ທີ່ມີຖານະຕຳແໜ່ງ, ດັ່ງທີ່ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI ໄດ້ຊີ້ແຈ້ງ, ແມ່ນບັນຫາທີ່ສ້າງຄວາມບໍ່ພໍໃຈ ໃນຫາງສຽງສັງຄົມ, ເຮັດໃຫ້ເສື່ອມເສຍຄວາມເຊື່ອຖືຂອງພັກ ຢ່າງໜັກໜ່ວງ. ນັ້ນແມ່ນການສະແດງອອກຕົວຈິງ ຂອງລັດທິສວຍໂອກາດ ອັດຖະປະໂຫຍດ, ຂອງຄວາມເຫັນແກ່ຕົວ, ຄວາມຊຸດໂຊມ ປ່ຽນທາດທ້າງດ້ານຄຸນສົມບັດ ແບບແຜນດຳລົງຊີວິດ ແລະ ອຸດົມການການເມືອງ. ອິດທິພົນຄວາມນິຍົມເຊື່ອຖືຕໍ່ພັກ ມີແຕ່ສາມາດສ້າງຂຶ້ນໄດ້ ຍ້ອນສະມາຊິກພັກໝົດທຸກຄົນ. ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບພັກ ມີໄດ້ກໍ່ຍ້ອນສະມາຊິກພັກລະອຽດຕົວຈິງແຕ່ລະຄົນ ທີ່ກຳລັງດຳລົງຊີວິດ ຢູ່ຮ່ວມກັບປະຊາຊົນ ໃນທຸກວັນ ທຸກເວລາ. ພຽງແຕ່ສະມາຊິກພັກຜູ້ໜຶ່ງ, ໂດຍສະເພາະແມ່ນ ສະມາຊິກພັກທີ່ມີຖານະຕຳແໜ່ງ ສໍ້ລາດບັງຫຼວງ ຍັກຍອກເງິນຄັງ, ຊື້ຈ້າງຖານະຕຳແໜ່ງ, ສວຍໃຊ້ສິດອຳນາດຕຳແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ, ມີການປະພຶດຝືນກັບຄວາມຖືກຕ້ອງ ຜິດຮີດຄອງປະເພນີ… ກໍ່ຈະເປັນ “ແບບຢ່າງບໍ່ດີ” ກະທົບເຖິງຄວາມຮູ້ສຶກນຶກຄິດ ຄວາມເຊື່ອໝັ້ນຂອງປະຊາຊົນ, ສ້າງເປັນຫາງສຽງສັງຄົມບໍ່ດີ, ສົ່ງຜົນສະທ້ອນເຖິງວຽກງານແນວຄິດ ທິດສະດີຂອງພັກ.

ຫົກ, ສັງຄົມຫວຽດນາມພວມຢູ່ໃນໄລຍະແຫ່ງການຫັນປ່ຽນຢ່າງແຂງແຮງ ຈາກສັງຄົມມູນເຊື້ອມາ ເປັນສັງຄົມທັນສະໄໝ. ກວ່ານັ້ນອີກ, ການເຊື່ອມໂຍງສາກົນກໍ່ກະທົບເຖິງຊີວິດຈິດໃຈ ຂອງສັງຄົມຢ່າງຮອບດ້ານ. ຈາກພຶດຕິກຳໄດ້ໃຫ້ເຫັນວ່າ: ສັງຄົມຫວຽດນາມ ພວມດຳເນີນຊີວິດວັດທະນະທຳ ຈິດໃຈທີ່ອຸດົມສົມບູນ ຫຼາຍຮູບຫຼາຍສີ ແຕ່ມີຄວາມສັບສົນທີ່ສຸດ. ສິ່ງນີ້ໄດ້ສະແດງອອກຢ່າງຈະແຈ້ງໃນຄຸນສົມບັດ, ວິຖີຊີວິດສັງຄົມ. ບັນດາຄຸນຄ່າ ມາດຕະຖານມູນເຊື້ອແຫ່ງຊາດ ກຳລັງຄົງຕົວຢູ່ຢ່າງສັບໄຂວ່ກັນກັບບັນດາຄຸນຄ່າ ມາດຕະຖານທີ່ ນຳເຂົ້າຈາກພາຍນອດ. ຍາກທີ່ຈະຢືນຢັນວ່າ ອັນໃດແມ່ນຄຸນຄ່າ ມາດຕະຖານແທ້ຈິງ ເໝາະສົມ, ອັນໃດແມ່ນຄຸນຄ່າ ມາດຕະຖານລວງຕາ ບໍ່ເໝາະສົມ. ໂຕພວກເຮົາເອງ ກໍ່ຍັງບໍ່ທັນມີການຄົ້ນຄວ້າເພື່ອ ຮັບຮູ້ ຕີລາຄາ ຈັດປະເພດ ແລະ ສ້າງເປັນລະບົບມາດຕະຖານ ຄຸນຄ່າດ້ານຄຸນສົມບັດ ແບບແຜນດຳ ລົງຊີວິດ ຂອງຄົນຫວຽດນາມປັດຈຸບັນນີ້ ໄດ້ເທື່ອ.

ເຈັດ, ບັນດາອິດທິກຳລັງປໍລະປັກສັດຕູ ປະຕິການ ສວຍໂອກາດດ້ານການເມືອງ ພວມເຄື່ອນໄຫວ ຕ້ານການປະຕິວັດຫວຽດນາມ ຢ່າງປ່ວງບ້າດ້ວຍຫຼາຍອຸບາຍລາຍຫຼ່ຽມທີ່ແນບນຽນ. ໃນສະພາບແວດລ້ອມ ທີ່ວຽກງານແນວຄິດ ທິດສະດີຂອງຫວຽດນາມ ພົບຄວາມຫຍຸ້ງຍາກຫຼາຍປະການ ຄືດັ່ງກ່າວມາຂ້າງເທິງ, ບັນດາອິດທິກຳລັງສັດຕູ ປະຕິການ, ພວກສວຍໂອກາດ ຍິ່ງສວຍໃຊ້ກາລະໂອກາດ ເພື່ອບຸກໂຈມຕີຫວຽດນາມ ບົນສະໜາມແນວຄິດ ວັດທະນະທຳ ທິດສະດີ. ຄຽງຄູ່ກັບການນຳໃຊ້ບັນດາເຄື່ອງມືລຶ້ງເຄີຍທາງດ້ານ “ປະຊາທິປະໄຕ”, “ສິດທິມະນຸດ”, “ສາສະໜາ” ແນໃສ່ເພື່ອປະຕິບັດອຸບາຍ “ຫັນປ່ຽນໂດຍສັນຕິ”, ກໍ່ການຈາລະຈົນ ໂຄ່ນລົ້ມ, ບັນດາອິດທິກຳລັງສັດຕູ, ພວກປະຕິການ ຍັງສວຍໃຊ້ການເສື່ອມຄຸນ ເສຍທາດຂອງພາກສ່ວນພະນັກງານ, ສະມາຊິກພັກຈຳນວນໜຶ່ງ ເພື່ອກະທົບບິດເບືອນ ໃສ່ຮ້າຍປ້າຍສີ, ສ້າງຫາງສຽງ ເພື່ອທຳລາຍຄວາມສາມັກຄີພາຍໃນພັກ, ສູນເສຍຄວາມເຊື່ອຖືຂອງປະຊາຊົນຕໍ່ພັກ ແລະ ລະບອບ. ນັ້ນແມ່ນການທີ່ພວກມັນປະຕິບັດອຸບາຍຊຸກຍູ້ການ “ຫັນປ່ຽນເອງ”, “ປ່ຽນແປງເອງ” ຢູ່ພາຍໃນພວກເຮົາ, ອັນເຮັດໃຫ້ບໍ່ສະເພາະແຕ່ປະຊາຊົນ, ຫາກນັບທັງພະນັກງານ ສະມາຊິກພັກແທ້ຈິງ ກໍ່ຕ້ອງສັ່ນຄອນໃຈ, ລະແວງສົງໃສເຊິ່ງກັນແລະກັນ, ສູນເສຍຄວາມເຊື່ອໝັ້ນຕໍ່ມິດສະຫາຍ ຕໍ່ອົງການຈັດຕັ້ງ, ຈາກນັ້ນກໍ່ສັ່ນຄອນເຖິງຫຼັກໝັ້ນ ອຸດົມການສັງຄົມນິຍົມ, ລະແວງສົງໃສຕໍ່ລັດທິມາກ - ເລນິນ, ກັງວົນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມ… ແຕ່ວ່າ, ກໍ່ຕ້ອງເຫັນໄດ້ວ່າ ການ “ຫັນປ່ຽນເອງ”, “ປ່ຽນແປງເອງ” ໃນໝູ່ພະນັກງານ ສະມາຊິກພັກໄລຍະທີ່ຜ່ານມານັ້ນ ບໍ່ພຽງແຕ່ເປັນຜົນຕາມມາຂອງອຸບາຍ ຫຼ່ຽມລາຍຂອງບັນດາອິດທິກຳລັງສັດຕູ ປະຕິການເທົ່ານັ້ນ ຫາກແມ່ນຍ້ອນບັນດາຄວາມຜິດພາດ, ຂໍ້ຂາດຕົກບົກຜ່ອງ ຂອງພາກສ່ວນພະນັກງານນຳພາ ຄຸ້ມຄອງຈຳນວນໜຶ່ງນຳອີກ.

ເທິງນີ້ແມ່ນບັນຫາຈຳນວນໜຶ່ງໃນບັນຫາຮີບດ່ວນ, ມີລັກສະນະທ້າທາຍຢ່າງຂ້ຽວຂາດ ທີ່ພວມຕັ້ງຂຶ້ນໃຫ້ວຽກງານແນວຄິດ ທິດສະດີ ໃນໄລຍະປັດຈຸບັນ. ເພື່ອສືບຕໍ່ປ່ຽນແປງໃໝ່ ຍົກສູງຄຸນນະພາບ ປະສິດທິພາບຂອງວຽກງານແນວຄິດ ທິດສະດີ ໃນສະພາບການໃໝ່ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ນອກຈາກການສືບຕໍ່ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ດີ ມະຕິກອງປະຊຸມສູນກາງຄັ້ງທີ 5 ສະໄໝທີ X “ກ່ຽວກັບວຽກງານແນວຄິດ ທິດສະດີ ແລະ ຂ່າວສານ ຕໍ່ໜ້າຄວາມຮຽກຮ້ອງໃໝ່”, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະຫຼຸບສັງລວມທິດສະດີ - ພຶດຕິກຳ 30 ປີແຫ່ງການປ່ຽນແປງໃໝ່, ຕ້ອງເອົາໃຈໃສ່ແກ້ໄຂ ບາງບັນຫາພື້ນຖານ ດັ່ງຕໍ່ໄປນີ້:

1. ຈັດຕັ້ງການຄົ້ນຄວ້າ, ດຳເນີນການສຳຫຼວດຫາງສຽງສັງຄົມໂດຍລວມ ແນໃສ່ເພື່ອຮັບຮູ້ຖືກຕ້ອງ ຕໍ່ການຜັນປ່ຽນດ້ານຄວາມຮູ້ສຶກນຶກຄິດ ສະພາບຈິດໃຈ ແລະ ແນວຄິດສັງຄົມ. ການສຳຫຼວດຫາງສຽງສັງຄົມ ຕ້ອງປະຕິບັດຢ່າງເຂັ້ມງວດ ພາວະວິໄສ ວິທະຍາສາດ ຊື່ຕົງ. ມີແຕ່ຄືແນວນັ້ນ, ພວກເຮົາຈິ່ງສາມາດເຂົ້າໃຈໄດ້ ສະພາບແນວຄິດຂອງພະນັກງານ ສະມາຊິກພັກ ແລະ ບັນດາຊັ້ນຄົນປະຊາຊົນ, ສະພາວະສັງຄົມໃນສະພາບການປັດຈຸບັນ. ຈາກນັ້ນ, ກໍ່ສະເໜີບັນດາການຄາດຄະເນທີ່ຖືກຕ້ອງ ກ່ຽວກັບການຜັນປ່ຽນແນວຄິດ ຂອງບັນດາຊັ້ນຄົນປະຊາຊົນ, ການປ່ຽນແປງຈິດຕະພາບສັງຄົມ. ບົນພື້ນຖານຮັບຮູ້ຢ່າງຄົບຖ້ວນ ແລະ ຄາດຄະເນສະພາບແນວຄິດ ຂອງສັງຄົມປັດຈຸບັນ, ພວກເຮົາຈິ່ງມີບັນດາວິທີແກ້ໄຂ ແລະ ວິທີການດຳເນີນວຽກງານແນວຄິດ ໃນໄລຍະຕໍ່ໜ້າຢ່າງເໝາະສົມ, ມີປະສິດທິພາບ.

2. ສ້າງໂຄງການ, ແຜນການລົງທຶນ, ຈັດຕັ້ງການຄົ້ນຄວ້າຢ່າງຮອບດ້ານບັນດາບັນຫາທິດສະດີ - ພຶດຕິກຳ ໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່. ໃນນັ້ນ, ຕ້ອງກຳນົດຢ່າງຈະແຈ້ງບັນດາ ບັນຫາຄົ້ນຄວ້າພື້ນຖານ ແລະ ບັນດາບັນຫາຄົ້ນຄວ້າປະຢຸກ, ບັນດາບັນຫາຄົ້ນຄວ້າສະເພາະໜ້າ ແລະ ບັນດາບັນຫາຄົ້ນຄວ້າຍາວນານ. ພິເສດແມ່ນ ຕ້ອງເອົາໃຈໃສ່ຄົ້ນຄວ້າ ບັນດາບັນຫາຈຳເປັນຕົ້ນຕໍ ທີ່ ສະຫາຍຫົວໜ້າຄະນະຊີ້ນຳ ວຽກງານສະຫຼຸບສັງລວມບາງບັນຫາທິດສະດີ - ພຶດຕິກຳໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່ ໄດ້ຍົກຂຶ້ນ. ຜ່ານການຄົ້ນຄວ້າທິດສະດີ - ພຶດຕິກຳໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່ ຢ່າງວິທະຍາສາດ ພາວະວິໄສ ແລະ ຮອບດ້ານ, ພວກເຮົາກໍ່ຈະມີ ພື້ນຖານວິທະຍາສາດ ແລະ ທິດສະດີ ໃຫ້ແກ່ການກຳນົດແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ໃນໄລຍະໃໝ່. ນີ້ກໍ່ແມ່ນພື້ນຖານທິດສະດີ ແລະ ພຶດຕິກຳ ທີ່ໜ້າເຊື່ອຖື ເພື່ອກ້າວໄປສູ່ການສ້າງທິດສະດີໂດຍລວມ ກ່ຽວກັບເສັ້ນທາງຂະຫຍາຍຕົວຂອງຫວຽດນາມ ໃນສະພາວະປ່ຽນແປງໃໝ່ ເຊື່ອມໂຍງ ແລະ ພົບປະແລກປ່ຽນສາກົນ ໃນສະພາບການໃໝ່.

3. ຕິດພັນຢ່າງສະໜິດແໜ້ນວຽກງານແນວຄິດ ທິດສະດີ ກັບຂະບວນວິວັດແຫ່ງການຜັນຂະຫຍາຍ ຈັດຕັ້ງປະຕິບັດແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ວຽກງານແນວຄິດ ທິດສະດີ ຕ້ອງຕິດພັນແບບກາຍອິນຊີ ກັບການຜັນຂະຫຍາຍ ຈັດຕັ້ງປະຕິບັດບັນດາໜ້າທີ່ເສດຖະກິດ, ສັງຄົມ, ປ້ອງກັນຊາດ​ - ປ້ອງກັນຄວາມສະຫງົບ ຂອງປະເທດ, ແລະ ໂດຍສະເພາະແມ່ນ ຕ້ອງທັນການໃນການແກ້ໄຂ ບັນດາບັນຫາໃໝ່ທີ່ເກີດຂຶ້ນ ໃນຂະບວນວິວັດແຫ່ງການຫັນປະເທດ ເປັນອຸດສາຫະກຳ ທັນສະໄໝ ແລະ ເຊື່ອມໂຍງສາກົນ ກໍ່ຄືບັນດາບັນຫາຮີບດ່ວນ ຂອງປັດຈຸບັນ. ພິເສດແມ່ນ ສະເພາະວຽກງານແນວຄິດ, ດ້ານໜຶ່ງ, ຕ້ອງກຳໄດ້ໜ້າທີ່ພັດທະນາເສດຖະກິດ - ສັງຄົມປະເທດຊາດ, ຕັ້ງໜ້າໂຄສະນາ ເຜີຍແຜ່ແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; ດ້ານອື່ນ, ຄົ້ນພົບບັນດາຄຸນຄ່າໃໝ່ ປັດໄຈໃໝ່ ສິ່ງກ້າວໜ້າໃໝ່ ຢ່າງທັນການ ເພື່ອປຸກລະດົມສົ່ງເສີມ, ພ້ອມກັນນັ້ນກໍ່ຄົ້ນເຜີຍ ກ່າວປະນາມຕໍ່ສິ່ງບໍ່ດີ, ຕໍ່ບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຊີວິດສັງຄົມ. ໜ້າທີ່ສຳຄັນໜຶ່ງອີກ ນັ້ນແມ່ນວຽກງານແນວຄິດ ທິດສະດີຕ້ອງເຂົ້າຮ່ວມໂດຍກົງ ໃນການຄາດຄະເນ, ຄົ້ນເຜີຍ ແລະ ແກ້ໄຂຢ່າງມີປະສິດທິຜົນ ບັນດາບັນຫາຮີບດ່ວນ ທີ່ເກີດຂຶ້ນໃນຊີວິດປະຊາຊົນ.

4. ປ່ຽນແປງໃໝ່ຢ່າງຮອບດ້ານວິທີຕໍ່ສູ້ບົນບັ້ນຮົບແນວຄິດ ທິດສະດີ. ປັດຈຸບັນ, ບັນດາອິດທິກຳ ລັງສັດຕູ ແລະ ພວກປະຕິການສາກົນ ໄດ້ເຄື່ອນໄຫວດ້ວຍອຸບາຍ ລາຍຫຼ່ຽມໂຫດຫ້ຽມສາມານ ແລະ ນັບມື້ຍິ່ງຂຸ້ນຂ້ຽວ ເພື່ອມ້າງເພທຳລາຍສັງຄົມນິຍົມ, ພັກ ແລະ ລະບອບຂອງຫວຽດນາມ. ດ້ວຍການຂຸດຄົ້ນ, ນຳໃຊ້ບັນດາໝາກຜົນຂອງການປະຕິວັດວິທະຍາສາດ - ເຕັກໂນໂລຊີທີ່ທັນສະໄໝ, ບັນດາອິດທິກຳລັງສັດຕູ ແລະ ພວກປະຕິການໄດ້ນຳໃຊ້ອຸບາຍ ລາຍຫຼ່ຽມໃໝ່, ບັນດາ “ເຄື່ອງມືໃໝ່”, ບັນດາວິທີການໃໝ່ ກໍ່ຄືພາຫະນະທີ່ທັນສະໄໝ ເພື່ອສຸມໃສ່ການມ້າງເພທຳລາຍປະເທດຫວຽດນາມ ໂດຍລວມ ຮອບດ້ານ ແລະ ເນື່ອງນິດລຽນຕິດ ແນໃສ່ເພື່ອກະທົບ ຊຸກຍູ້ໃຫ້ພາຍໃນຫວຽດນາມ ຕົກໃນສະພາບ “ຫັນປ່ຽນເອງ”, “ປ່ຽນແປງເອງ” ເທື່ອລະກ້າວ. ນີ້ແມ່ນຍຸດທະສາດທີ່ແນບນຽນ ແລະ ໂຫດຫ້ຽມສາມານ ຂອງບັນດາອິດທິກຳລັງສັດຕູ. ການລົ້ມລະລາຍ ແຕກສະລາຍດ້ວຍຕົນເອງ - ນັ້ນແມ່ນບົດຮຽນທີ່ແສນເຈັບປວດ ຂອງຊາວກອມມູນິດ ເມື່ອລະບອບສັງຄົມນິຍົມສະຫະພາບໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກພັງທະລາຍ.

ໃນສະພາບແວດລ້ອມຄືແນວນັ້ນ, ເປັນອັນຈະແຈ້ງວ່າ ໜ້າທີ່ຂອງວຽກງານແນວຄິດ ທິດສະດີໃນ ການຕໍ່ສູ້ເອົາຊະນະຕໍ່ກົນອຸບາຍ ລາຍຫຼ່ຽມຂອງບັນດາອິດທິກຳລັງປໍລະປັກ, ພວກປະຕິການ, ສັດຕູທັງ ພາຍໃນ ແລະ ຕ່າງປະເທດ ທີ່ຫວັງມ້າງເພທຳລາຍພັກ, ລັດ, ໂຄ່ນລົ້ມລະບອບຂອງຫວຽດນາມ ແມ່ນໜ້າທີ່ໜັກໜ່ວງທີ່ສຸດ. ພວກເຮົາຕ້ອງເດັດດ່ຽວ, ເປັນເຈົ້າການ ໃນການຕຳນິວິພາກໂດຍກົງຢ່າງທັນການ ແລະ ແຂງແຮງ ຕໍ່ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ຂອງບັນດາອິດທິກຳລັງສັດຕູ ແລະ ພວກປະຕິການ ທີ່ຫວັງຢາກເຮັດໃຫ້ສູນເສຍຄວາມເຊື່ອໝັ້ນ ຂອງປະຊາຊົນ, ຂອງພະນັກງານ ສະມາຊິກພັກ ທີ່ມີຕໍ່ທິດສະດີຂອງລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ, ທັດສະນະ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; ມີຕໍ່ລະບອບສັງຄົມນິຍົມ, ພາລະກິດປ່ຽນແປງໃໝ່ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຂອງຫວຽດນາມ. ຢາກປະສົບຜົນສຳເລັດ ພວກເຮົາຕ້ອງປ່ຽນແປງໃໝ່ໂດຍພື້ນຖານ ຮອບດ້ານ, ທັງວິທີຕໍ່ສູ້ ພາຫະນະຕໍ່ສູ້ ແລະ ຖັນແຖວຜູ້ດຳເນີນການຕໍ່ສູ້. ເພື່ອເຮັດໃຫ້ການຕໍ່ສູ້ມີປະສິດທິຜົນ, ພວກເຮົາບໍ່ພຽງແຕ່ເປັນເຈົ້າການ ທັນການ ຕັ້ງໜ້າ ເດັດດ່ຽວເທົ່ານັ້ນ ຫາກຍັງຕ້ອງມີການຄົ້ນຄວ້າທີ່ເລິກເຊິ່ງ, ກຳແໜ້ນສະພາບການ ແລະ ຄາດຄະເນໄດ້ ຕໍ່ການຜັນແປຂອງການເຄື່ອນໄຫວທຳລາຍມ້າງເພ ຂອງບັນດາອິດທິກຳລັງສັດຕູ ແລະ ພວກປະຕິການ.

5. ເປັນເຈົ້າການ ຕັ້ງໜ້າປະກອບສ່ວນກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງທີ່ໜັກແໜ້ນ ເຂັ້ມແຂງ. ນີ້ແມ່ນໜ້າທີ່ສຳຄັນຂອງວຽກງານແນວຄິດ ທິດສະດີ. ໜ້າທີ່ນີ້ຍິ່ງມີຄວາມໜັກໜ່ວງກວ່າເກົ່າ ໃນໄລຍະປັດຈຸບັນ ເມື່ອບັນດາອິດທິກຳລັງສັດຕູ ແລະ ພວກປະຕິການ ໄດ້ນຳໃຊ້ທຸກອຸບາຍລາຍຫຼ່ຽມ ເພື່ອຫວັງມ້າງເພທຳລາຍຫວຽດນາມ. ໃນຂະນະດຽວກັນນັ້ນ, ສະພາບການສໍ້ລາດບັງຫຼວງ ຟຸມເຟືອຍ ສວຍໃຊ້ສິດອຳນາດ ກິນສິນບົນ ກຸກກວນປະຊາຊົນ ຂອງພາກສ່ວນພະນັກງານ ຂ້າລາດຊະການຈຳນວນໜຶ່ງ ຍັງໜັກໜ່ວງຫຼາຍ ອັນໄດ້ສ້າງຄວາມເດືອດຮ້ອນໃນຊີວິດສັງຄົມ; ສະພາບເສື່ອມທາດດ້ານແນວຄິດການເມືອງ ຄຸນສົມບັດ ແບບແຜນກຳລົງຊີວິດ ຂອງພະນັກງານ ສະມາຊິກພັກຈຳນວນໜຶ່ງ, ໂດຍສະເພາະແມ່ນ ພະນັກງານນຳພາ ຄຸ້ມຄອງທີ່ມີຖານະຕຳແໜ່ງ ພວມເປັນຄວາມສ່ຽງຕໍ່ກັບພັກ ແລະ ລະບອບ. ໃນສະພາບແວດລ້ອມດັ່ງກ່າວນັ້ນ, ເປັນອັນຈະແຈ້ງວ່າ ວຽກງານແນວຄິດ ທິດສະດີ ຕ້ອງເປັນເຈົ້າການ ຕັ້ງໜ້າເຂົ້າຮ່ວມໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢ່າງແທ້ຈິງ. ກ່ອນອື່ນໝົດ, ແມ່ນປະກອບສ່ວນເຂົ້າໃນການສຶກສາອົບຮົມ ບຳລຸງສ້າງພະນັກງານ, ສະມາຊິກພັກໃຫ້ມີຫຼັກໝັ້ນ, ແນວຄິດການເມືອງທີ່ໜັກແໜ້ນ, ຍຶດໝັ້ນອຸດົມການ ສັງຄົມນິຍົມ, ເຊື່ອໝັ້ນຕໍ່ລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ. ເດັດດ່ຽວຕໍ່ຕ້ານກັບລັດທິຄຳພີຕາຍໂຕ, ອັດຕະວິໄສ, ຮ້ອນຮົນຟ້າວຟັ່ງ, ສັ່ນຄອນ ແລະ ສວຍໂອກາດທາງການເມືອງ. ຍົກສູງກຳລັງຄວາມສາມາດ, ກຳລັງຕໍ່ສູ້ ແລະ ປ່ຽນແປງໃໝ່ວິທີນຳພາຂອງພັກ ໃນສະພາບການໃໝ່.

6. ຕັ້ງໜ້າປ່ຽນແປງໃໝ່ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳ. ນີ້ແມ່ນຄວາມຮຽກ ຮ້ອງຕ້ອງການພາຍໃນຂອງວຽກງານທິດສະດີ. ແຕ່ວ່າ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນ ການສະຫຼຸບສັງລວມທິດສະດີ ແລະ ພຶດຕິກຳ ໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່ນັ້ນ ບັນຫາປ່ຽນແປງໃໝ່ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳ ກໍ່ພວມເປັນບັນຫາຮີບດ່ວນເວລານີ້. ຕ້ອງມີການສະຫຼຸບສັງລວມ, ຕີລາຄາຢ່າງພາວະວິໄສ ກ່ຽວກັບວຽກງານຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳໃນໄລຍະຜ່ານມາ, ຊີ້ແຈ້ງບັນດາຜົນສຳເລັດ ແລະ ຂໍ້ຈຳກັດຢ່າງກົງໄປກົງມາ; ສ້າງຍຸດທະສາດການຄົ້ນຄວ້າທິດສະດີ, ສະຫຼຸບສັງລວມພຶດຕິກຳໄລຍະສັ້ນ ແລະ ໄລຍະຍາວ. ພ້ອມດຽວກັນນັ້ນ, ຕ້ອງມີການຄົ້ນຄວ້າ, ຕິດຕາມກວດກາ ຕີລາຄາ, ຄົ້ນຄວ້າພິຈາລະນາ, ສືບທອດໂດຍມີການເລືອກເຟັ້ນບັນດາຜົນສຳເລັດ, ຄວາມຍອດຍິ່ງດ້ານທິດສະດີໃນໂລກ ເພື່ອເຮັດໃຫ້ຄັງສາງທິດສະດີຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. ຄຽງຄູ່ກັບບັນດາວິທີຄົ້ນຄວ້າ, ວິທີຮັບຮູ້ຂອງລັດທິມາກ - ເລນິນ, ກໍ່ຕ້ອງຊອກຮູ້ ເພີ່ມເຕີມ ໝູນໃຊ້ຢ່າງປະດິດສ້າງ ບັນດາການຮັບຮູ້ໃໝ່, ບັນດາວິທີຄົ້ນຄວ້າທັນສະໄໝ. ສິ່ງສຳຄັນກວ່ານັ້ນອີກ, ແມ່ນການສ້າງສະພາບແວດລ້ອມປະຊາທິປະໄຕ ຢ່າງແທ້ຈິງ ໃນການນດຳເນີນຊີວິດທິດສະດີ, ປະກາດໃຊ້ບັນດາລະບຽບການປະຊາທິປະໄຕ ໃນວຽກງານຄົ້ນຄວ້າທິດສະດີໂດຍໄວ.

ຕ້ອງປ່ຽນແປງໃໝ່ຢ່າງເຂັ້ມແຂງ ແລະ ຮອບດ້ານ ຕໍ່ວຽກງານແນວຄິດຕາມທິດຫັນເປັນທັນສະໄໝ. ກ່ອນອື່ນໝົດ, ວຽກງານແນວຄິດຕ້ອງຍົກສູງລັກສະນະຂົນຂວາຍຊວນເຊື່ອ, ລັກສະນະປະສິດທິຜົນ ແລະ ລັກສະນະຕໍ່ສູ້. ເພີ່ມທະວີຂໍ້ມູນຂ່າວສານທາງການ ຫຼາຍທິດ, ການເຄື່ອນໄຫວສົນທະນາ, ກະທົບເຊິ່ງກັນ ແລະ ຕາມສາຍໂດຍກົງ. ຖືເປັນສຳຄັນ ຕໍ່ລັກສະນະວິຈານສັງຄົມ, ບົດບາດຕິດຕາມກວດກາສັງຄົມ ຂອງບັນດາພາຫະນະສື່ສານມວນຊົນ, ບັນດາອົງການຈັດຕັ້ງສັງຄົມ. ປ່ຽນແປງໃໝ່ໂດຍພື້ນຖານ ວຽກງານນຳພາ ຄຸ້ມຄອງການເຄື່ອນໄຫວຂ່າວສານ, ພິມຈຳໜ່າຍ, ວັດທະນະທຳ, ສິລະປະ. ຍົກສູງຄຸນນະພາບຂໍ້ມູນ ຂ່າວສານການຕ່າງປະເທດ ດ້ວຍການນຳໃຊ້ບັນດາຮູບການຂໍ້ມູນຂ່າວສານທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ໜ້າຈັບໃຈ. ຈາກນັ້ນ, ທັງໂຄສະນາຮູບພາບປະເທດ, ທັງຊ່ວຍເພື່ອນມິດສາກົນ ເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຄົນຫວຽດນາມ, ກ່ຽວກັບພັກກອມມູນິດຫວຽດນາມ ແລະ ບັນດາຜົນສຳເລັດອັນໃຫຍ່ຫຼວງ ຂອງພາລະກິດປ່ຽນແປງໃໝ່ ທີ່ປະຊາຊົນຫວຽດນາມຍາດມາໄດ້.

7. ບູລະນະບັນດາອົງການຈັດຕັ້ງ ແລະ ກໍ່ສ້າງຖັນແຖວພະນັກງານທີ່ເຮັດວຽກງານແນວຄິດ ທິດສະດີ. ໃນສະພາບການໃໝ່, ເພື່ອເຮັດໃຫ້ວຽກງານແນວຄິດ ທິດສະດີບັນລຸປະສິດທິຜົນຢ່າງແທ້ຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໜ້າທີ່ໃໝ່, ກ່ອນອື່ນໝົດແມ່ນຕ້ອງກວດກາ, ປັບປຸງບູລະນະ, ສັບຊ້ອນຄືນໃໝ່ໂຄງປະກອບບັນດາອົງການຈັດຕັ້ງ, ບັນດາສະຖາບັນຄົ້ນຄວ້າ, ສະຖາບັນ, ກົມທະບວງ, ບັນດາມະຫາວິທະຍາໄລ… ທີ່ເຂົ້າຮ່ວມໂດຍກົງໃນວຽກງານຄົ້ນຄວ້າທິດສະດີ, ວຽກງານແນວຄິດ ຕາມທິດສ້າງລະບົບທີ່ເປັນເອກະພາບ, ທັນສະໄໝ, ກະທັດຮັດ, ຄ່ອງແຄ້ວ ແລະ ຂະຫຍັນມັງມໍ. ຄຽງຄູ່ກັນນັ້ນ, ຕ້ອງກໍ່ສ້າງ ປັບປຸງບູລະນະພື້ນຖານວັດຖຸ, ອຸປະກອບທັນສະໄໝ. ພິເສດແມ່ນ ຕໍ່ກັບບັນດາສຳນັກງານອົງການ ທີ່ເຮັດວຽກງານແນວຄິດ, ຕ້ອງລົງທຶນໃສ່ການປະກອບ ອຸປະກອນເອເລັກໂຕຣນິກ, ຄອມພິວເຕີທີ່ທັນສະໄໝ, ແນໃສ່ຮັບໃຊ້ໃຫ້ວຽກງານໂຄສະນາ, ພິມຈຳໜ່າຍ, ກະຈາຍສຽງ ແລະ ໂທລະພາບ.

ພ້ອມກັນນັ້ນ, ຕ້ອງມີຍຸດທະຍາສາດກໍ່ສ້າງຖັນແຖວພະນັກງານເຮັດວຽກງານແນວຄິດ, ຄົ້ນຄວ້າທິດ ສະດີໂດຍມີການເລືອກເຟັ້ນ, ມີຄຸນນະພາບສູງ, ມີຫຼັກໝັ້ນແນວຄິດທີ່ໜັກແໜ້ນ, ຊຳນານງານ, ມີປະສົບການ. ນັ້ນແມ່ນບັນດາພະນັກງານ ທີ່ໜັກແໜ້ນດ້ານແນວຄິດການເມືອງ; ມີຄຸນທາດຄຸນສົມບັດບໍລິສຸດ ຜຸດຜ່ອງ, ມີກຳລັງຄວາມສາມາດນຶກຄິດປະດິດສ້າງ ແລະ ເອກະລາດ; ມີຄວາມຫ້າວຫັນ ແລະ ຈົດຈໍ່ຕໍ່ອາຊີບ; ໄດ້ຮັບການກໍ່ສ້າງສຶກສາເປັນລະບົບ ແບບແຜນ ຕາມວິຊາສະເພາະ; ຕິດພັນສະໜິດແໜ້ນກັບປະຊາຊົນ, ຕິດແທດພຶດຕິກຳ; ມີທ່າທີວິທະຍາສາດ ເຂັ້ມງວດ ຊື່ຕົງ ຄ່ຽມຄົມ. ມີຄືແນວນີ້ ຈິ່ງສ້າງໄດ້ຖັນແຖວພະນັກງານເຮັດວຽກງານແນວຄິດ ທິດສະດີ ທີ່ມີປະສົບການ ຊຳນານງານ ແລະ ຍອດຍິ່ງຢ່າງແທ້ຈິງ. ຢາກໄດ້ຄືແນວນັ້ນ, ຕ້ອງສ້າງ ແລະ ຜັນຂະຫຍາຍຍຸດທະສາດ ກໍ່ສ້າງຖັນແຖວພະນັກງານເຮັດວຽກງານແນວຄິດ ທິດສະດີ. ໃນນັ້ນ, ຕ້ອງມີການກຳນົດແຜນສັງລວມ ແລະ ລະອຽດກ່ຽວກັບຖັນແຖວ, ປະເພດ, ຮຸ່ນຄົນ; ມີຫຼັກສູດ, ເນື້ອໃນ, ວິທີສຶກສາ ກໍ່ສ້າງຖັນແຖວພະນັກງານເຮັດວຽກງານແນວຄິດ ທິດສະດີ ທີ່ມີຄຸນນະພາບສູງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່; ປະກາດໃຊ້ ແລະ ປະຕິບັດ ລະບອບນະໂຍບາຍບູລິມະສິດພິເສດຈຳນວນໜຶ່ງ ຕໍ່ຖັນແຖວພະນັກງານທີ່ຮັບຜິດຊອບເຮັດວຽກງານແນວຄິດ ທິດສະດີ.

ໂດຍ: ດຣ. ຟ້າມເຕິດຖັງ

ຮອງບັນນາທິການໃຫຍ່, ຜູ້ປະຈຳການວາລະສາກອມມູນິດ

--------------------

* ບົດທີ່ໄດ້ລົງພິມໃນ ວາລະສານກອມມູນິດ ສະບັບທີ 856 ປີ 2013

(1) ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ, ສຳນັກພິມຈຳໜ່າຍການ ເມືອງແຫ່ງຊາດ - ຊື່ເທິດ, ຮ່າໂນ້ຍ, 2011, ໜ້າ 161.

(2) ເອກະສານທີ່ໄດ້ແນະນຳຂ້າງເທິງ, ໜ້າ 172 - 173.