ວ.ກ - ສະຫາຍພົນເອກຫງວຽນຈີແທງ ໄດ້ອຸທິດຊີວິດທັງໝົດຂອງຕົນ ໃຫ້ແກ່ພາລະກິດຂອງພັກ ຂອງຊາດ, ສະຫາຍໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນພາລະກິດກໍ່ສ້າງ ກຳລັງປະກອບອາວຸດປະຊາຊົນ, ໄດ້ສຸມສະຕິປັນຍາ ແລະ ມານະຈິດທັງໝົດ ເພື່ອສູ້ຊົນປະຕິບັດແນວທາງ ໜ້າທີ່ການເມືອງ ການທະຫານຂອງພັກ ຢ່າງສຳເລັດມີໄຊ. ສະຫາຍໄດ້ມີການປະກອບສ່ວນ ອັນໃຫຍ່ຫຼວງ ເຂົ້າໃນການຂະຫຍາຍ ສິນລະ​ປະຍຸດ​ການ​ທະຫານ ​ຫວຽດນາມ​ຢ່າງ​ປະດິດ​ສ້າງ, ປຸ​ກລະດົມ​ຢ່າງ​ແຂງ​ແຮງຈິດ​ໃຈ​ສູ້​ຮົບ​ຂອງ​ທະຫານ ​ແລະ ປະຊາຊົນ​ຫວຽດນາມ, ປະກອບສ່ວນ​ອັນ​ສຳຄັນ​ ເຂົ້າ​ໃນ​ການ​ນຳ​ເອົາ​ພາລະກິດ​ຕໍ່​ສຸ້ກູ້​ຊາດ​ ຂອງ​ປະຊາຊົນ​ຫວຽດນາມ​ ໄປ​ເຖິງ​ໄຊຊະນະ​ສົ​ມບູນ.

ສະຫາຍພົນເອກ ຫງວຽນຈີແທງ. ພາບຂອງໜັງສືພິມຕຳຫຼວດປະຊາຊົນ http://www.congan.com.vn

ສະຫາຍພົນ​ເອກ​ຫງວຽນ​ຈີ​ແທງ, ອະດີດ​ກຳ​ມະ​ການ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ (ຊຸດ​ທີ II ​ແລະ III), ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນຫວຽດນາມ (​ແຕ່​ປີ 1950 ຫາ​ປີ 1960), ຫົວໜ້າ​ການ​ເມືອງ​ບັນດາ​ກຳລັງ​ປະກອບ​ອາວຸດ​ປົກ​ປ່ອຍ​ພາກ​ໃຕ້​ຫວຽດນາມ (​ແຕ່​ປີ 1964 ຫາ​ປີ 1967), ສະຫາຍ​ເກີດ​ວັນ​ທີ 1 ມັງກອນ 1914 ໃນ​ຄອບຄົວ​ຊາວນາ​ທຸກ​ຈົນ ຢູ່​ບ້ານ​ນຽມ​ຟໍ ​ເມືອງ​ກວ໋າງດ່ຽນ ​ແຂວງ​ເທື່ອ​ທຽນ (ປັດຈຸບັນ​ແມ່ນ​ແຂວງ​ເທື່ອທຽນ - ​ເຫວ໋). ສະຫາຍ​ເຂົ້າ​ຮ່ວມ​ການ​ປະຕິວັດ​ແຕ່​ປີ 1934 ​ແລະ ຖືກ​ຮັບ​ເຂົ້າ​ພັກ​ກອມ​ມູນິດ​ອິນດູຈີນ​ປີ 1937. ສະຫາຍ​ຖືກ​ພວກ​ຈັກກະພັດ​ຝຣັ່ງຈັບ​ກຸມ​ຄຸມ​ຂັງ​ສາມ​ເທື່ອ​ຢູ່​ໃນ​ຄຸກ​ສາມ​ແຫ່ງ​ທີ່​​ເຫວ໋ ລາວ​ບ໋າ​ວ ບວນມາ​ທວດ ​ແລະ ​ໄດ້​​ໂຕນຄຸກ​ອອກ​ມາ​ເຄື່ອນ​ໄຫວ​ປະຕິວັດ​ຕໍ່​ໄປ.

​ໃນ​ຕະຫຼອດ 30 ກວ່າປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ຢ່າງ​ລຽນຕິດ ​ແລະ ​ເດັດ​ດ່ຽວ​ໜຽວ​ແໜ້ນ, ​ເຖິງ​ວ່າ​ຢູ່​ໃນ​ຖານະ​ໃດ ສະຫາຍຫງວຽນ​ຈີ​ແທງກໍ່​ຈົງ​ຮັກ​ພັກດີ​ຢ່າງ​ບໍ່​ມີ​ຂອບ​ເຂດ​ຕໍ່​ອຸດົມ​ການ​ປະຕິວັດ ຕໍ່​ພັກ ​ແລະ ປະຊາຊົນ. ສະຫາຍ​ແມ່ນ​ນັກຮົບ​ກອມ​ມູນິດ​ທີ່​ອົງ​ອາດກ້າ​ແກ່ນ; ນັກ​ເຄື່ອນ​ໄຫວ​ການ​ເມືອງ - ການ​ທະຫານ​ທີ່​ດີ​ເດັ່ນຂອງພັກ​ກອມມູນິດ​ຫວຽດນາມ; ​ເປັນ​ຜູ້​ບັນຊາ​ການ​ທີ່​ສະຫຼາດ​ສ່ອງ​ໃສ ​ເກັ່ງ​ກ້າ ອົງອາດ ​ເດັດດ່ຽວ ຂອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ; ​ເປັນ​ພະນັກງານ​ທີ່​ມີ​ຄົບ​ທັງຄວາມ​​ເກັ່ງ​ກ້າສາມາດ ​ແລະ ຄຸນສົມບັດດີ​ເດັ່ນ, ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳນົງ “ບໍ່ມີ​ສິ່ງ​ໃດ​ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ຄວາມ​ເປັນ​ເອກະລາດ​ອິດສະຫຼະພາບ”, ​ເດັດດ່ຽວ​ຕ້ານ​ຈັກກະພັດ ຕ້ານ​ລັດທິ​ເອກະ​ຊົນ, ທິດ​ສະ​ດີ​ຕິດ​ແໜ້ນ​ກັບ​ພຶດຕິ​ກຳ, ປາກ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ກະທຳ; ຮັກ​ແພງ​ປະຊາຊົນ ຮັກ​ແພງ​ສະຫາຍ​ຢ່າງ​ສຸດ​ໃຈ.

​ໃນ​ເວລາ​ທີ່​ການ​ຕໍ່ສູ້​ຕ້ານພວກ​ລ່າ​ເມືອງ​ຂຶ້ນຝຣັ່ງຜູ້​ຮຸກ​ຮານ​ຂອງ​ປະຊາຊົນ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ໄລຍະ​ຫັນປ່ຽນ​ທີ່​ສຳຄັນ ​ແລະ ດຸ​ເດືອດ​ທີ່​ສຸດ​, ພັກ​ກອມມູນິດ​ຫວຽດນາມ ​ແລະ ທ່ານ​ປະທານ​ໂຮ​ຈີ​ມິນ ​ໄດ້​ຍົກຍ້າຍສະຫາຍຫງວຽນ​ຈີ​ແທງ ​ເຂົ້າ​ກອງ​ທັບ ​ແລະ ມອບ​ໝາຍ​ໜ້າ​ທີ່​ອັນ​ສຳຄັນ​ໃຫ້​ເປັນ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ, ຮອງ​ເລຂາ​ຄະນະ​ພັກ​ການ​ທະຫານ​ສູນກາງ. ​ໃນ​ເວລາ​ນີ້, ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່ ສະຫາຍ​ໄດ້​ໃຊ້​ສະຕິ​ປັນຍາ​ແລະ​ກຳລັງວັງຊາ​ທັງ​ໝົດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັນ​ກັບ​ບັນດາ​ການ​ນຳ​ໃນ​ສູນ​ກາງ​ພັກ ​ແລະ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ນຳພາ​ໂດຍ​ກົງ​ຕໍ່​ກຳລັງ​ປະກອບ​ອາວຸດ​ໃນການ​ປະຕິບັດຄວາມ​ຕັດສິນ​ໃຈ​ຍຸດ​ທະ​ສາດ​ຂອງ​ພັກ, ສູ້​ຮົບ​ຍາດ​ເອົາ​ໄຊຊະນະທີ່​ນັບ​ມື້​ນັບ​ໃຫຍ່​ຫຼວງ, ສຸດ​ທ້າ​ຍກໍ່​ໄດ້​ຕີ​ເອົາ​ຊະນະ​ພວກ​ລ່າ​ເມືອງ​ຂຶ້ນ​ຜູ້​ຮຸກ​ຮານ ​ແລະ ພວກ​ອາ​ເມ​ລິ​ກາ​ຜູ້​ແຊກ​ແຊງ ​ໃນ​ບັ້ນ​ຮົບ​ດຽນບຽນ​ຟູ​ອັນ​ເປັນ​ປະຫວັດສາດ (​ເດືອນ​ພຶດສະພາ 1954).

ສະຫາຍຫງວຽນ​ຈີ​ແທງ ​ເປັນ​ຜູ້​ທີ່​ມີ​ລະດັບຄວາມ​ຮູ້​ເລິກ​ເຊິ່ງກ່ຽວ​ກັບ​ລັດທິ​ມາກ - ​ເລ​ນິນ, ມີ​ຈິນຕະນາການ​ສັດຈະ​ວິພາກ ​ແລະ ວິທະຍາສາດ, ມີ​ຄວາມ​ສຳ​ພັດ​ໄວ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ເມືອງ, ມີ​ຄວາມ​ສາມາດ​ໝູນ​ໃຊ້​ທິດ​ສະ​ດີ​​ເຂົ້າກັບ​ພຶດຕິ​ກຳ​ຢ່າງ​ກົມກຽວ, ສະ​ຫານ​ເປັນ​​ໜຶ່ງ​ໃນ​ບັນດາ​ນັກຮຽນ​ທີ່​ດີ​ເດັ່ນ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ​ໄດ້​ກຳ​ແໜ້ນ ​ແລະ ໝູນ​ໃຊ້​ແນວ​ຄິດ​ໂຮ່ຈີ​ມິນ ​ເຂົ້າ​ໃນ​ພຶດຕິ​ກຳ​ແຫ່ງສົງຄາມ​ປະຕິວັດ ​ແລະ ​ໃນ​ການ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ. ສະຫາຍ​ໄດ້​ມີ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກອງທັບ, ກໍ່ສ້າງກອງທັບ​ປະຊາຊົນຫວຽດນາມ​ເຂັ້​ມ​ແຂງທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ ການ​ຈັກ​ຕັ້ງ, ບຳລຸງ ​ແລະ ​ເສີມ​ຂະຫຍາຍ​ທາດ​ແທ້​ປະຕິວັດ ​ຂອງ​ກອງທັບ​ເຮົາ, ກໍ່ສ້າງ​ລະບຽບ​ແບບ​ແຜນ​ວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ, ຍົກ​ສູງ​ກຳລັງ​ແຮງ​ສູ້​ຮົບ​ ຂອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສະຫາຍ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງ​ການ​ອົບຮົມສຶກສາ ບຳລຸງ ຝຶກຝົນຫຼໍ່​ຫຼອມຖັນ​ແຖວ​ພະນັກງານ​ກອງທັບ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ປະຕິວັດ​ທີ່​ນັບ​ມື້​ຍິ່ງ​ສູງ.

​ເປັນ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ຂອງ​ກອງທັບ​ປະຊາຊົນຫວຽດນາມ, ສະຫາຍພົນເອກຫງວຽນ​ຈີ​ແທງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ສຳຄັນ​ອັນ​ດັບ​ໜຶ່ງ​ຄື ຕ້ອງ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ. ສະຫາຍ​ຢັ້ງຢືນ​ວ່າ: “ພັກ​ແມ່ນດວງວິນ​ຍານ ​ແມ່ນ​ກອງ​ນຳ​ໜ້າ​ຂອງ​ກອງທັບ, ພັກ​ເຂັ້ມ​ແຂງ​ວຽກ​ງານ​ທຸກ​ຢ່າງກໍ່​ຈະ​ສຳ​ເລັດ​ຜົນ, ຖ້າ​ຫາກ​ພັກອ່ອນ​ເພຍ​ວຽກ​ງານ​ກໍ່​ຈະ​ບໍ່​ໄດ້​ຮັບປະກັນ...”. “ການ​ນຳພາ​ຂອງ​ພັກ​ແມ່ນ​ຊີວິດ​ອິນ​ຊີ​ຂອງ​ກອງທັບ​ປະຊາຊົນ”. ກອງທັບ​ປະຊາຊົນຕ້ອງ​ຢູ່​ພາຍ​ໄຕ້​ການ​ນຳພາ​ໂດຍ​ກົງ ​ເດັດ​ຖານ ​ເປັນ​ເອກະ​ພາບ​ໃນ​ທຸກ​ດ້ານ​ຂອງພັກ​ກອມມູນິດ. ນັ້ນ​ແມ່ນ​ຫຼັກການ​ສູງ​ສຸດ ບໍ່​ປ່ຽນ​ແປງ, ​ແມ່ນ​ບໍ່​ເກີດ​ກຳລັງ​ແຮງ ​ແລະ ​​ເປັນ​ພື້ນຖານ​ໃຫ້​ແກ່​ໄຊຊະນະ​ຂອງ​ກອງທັບ​ເຮົາ. ພັກ​ນຳພາ​ກອງທັບ​ຢ່າງ​ເຖິງ​ຖອງ​ທັງ​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ຊຶມບັນດາ​ມູນ​ຫຼັກ​ພື້ນຖານຂອງ​ລັດທິ​ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ ກ່ຽວກັບ​ສົງຄາມ ​ແລະ ກອງທັບ​ແບບ​ໃໝ່​ຂອງ​ຊົນຊັ້ນ​ກຳມາ​ຊີບ, ທັງ​ເປັນ​ບົດຮຽນ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ ຈາກ​ພຶດຕິ​ກຳ​ແຫ່ງ​ການ​ຕໍ່ສູ້​ຮັກ​ຊາດ​ຂອງ​ຊາດ​ຫວຽດນາມ.

ສະຫາຍຫງວຽນ​ຈີ​ແທງ ​ໄດ້​ຊີ້​​ໃຫ້​ເຫັນ​ແຈ້ງ​ຫຼາຍ​ເທື່ອ​ວ່າ: ສາ​ເຫດ​ອັນ​ພື້ນຖານ ​ແລະ ສຳຄັນ​ກວ່າ​ໝູ່​ທີ່​ພາ​ໃຫ້ກອງທັບ​ປະຊາຊົນຫວຽດນາມ ຍາດ​ໄດ້​ບັນດາໄຊຊະນະ​ອັນ​ສະຫງ່າ​ລາສີນັ້ນ​ແມ່ນ ກອງທັບ​ໄດ້​ຮັບ​ການ​ນຳພາ​ຂອງ​ພັກ​ຂອງ​ຊົນ​ຊັ້ນ​ກຳມາ​ຊີບ, ​ໄດ້​ປະກອບ​ດ້ວຍ​ທິດ​ສະ​ດີລັດທິ​ມາກ - ເລ​ນິນ, ​ເຊື່ອມ​ຊຶມລັດທິ​ຮັກ​ຊາດ​ອັນ​ແທ້​ຈິງ ​ແລະ ລັດທິ​ສາກົນ​ກຳມາ​ຊີບ. ກອງທັບ​ປະຊາຊົນຫວຽດນາມ​ໄດ້​ປະຕິບັດ​ຕາມ​ການ​ນຳພາ​ຂອງ​ພັກ​ຢ່າງ​ເດັດຂາດ, ຍາມ​ໃດ​ກໍ່​ເຊີດ​ຊູ​ບົດບາດ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດການ​ນຳພາ ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ໃນ​ກອງທັບ. ນັ້ນ​ແມ່ນ​ຂໍ້​ສະຫລຸບ ​ແລະ ກໍ່​ເປັນບົດ​ຮຽນສຳຄັນ​ທີ່​ສຸດ ​ທີ່​ຖອດຖອນອອກມາ​ຈາກ​ພຶດຕິ​ກຳ​ແຫ່ງ​ການ​ກໍ່ສ້າງ ​ແລະ ສູ້​ຮົບ​ຂອງກອງທັບ​ປະຊາຊົນຫວຽດນາມ.

​ໃນ​ການ​ກໍ່ສ້າງ​ພັກ, ສະຫາຍຫງວຽນ​ຈີ​ແທງ ຍາມ​ໃດ​ກໍ່​ກຳ​ແໜ້ນ​ຫຼັກການ​ນຳພາ​​ເປັນໝູ່​ຄະນະຂອງ​ພັກ, ພ້ອມ​ກັນ​ນັ້ນ​ກໍ່​ພົວພັນ​ສະໜິດ​ແໜ້ນ​ກັບ​ມະຫາຊົນ, ຮັບ​ຟັງຄວາມ​ຄິດ​ເຫັນ​ຂອງ​ພະນັກງານ ນັກຮົບ, ກ້າ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ພາຍ​ໃນ. ຖື​ວ່າ​ຫຼັກການ​ນຳພາ​ເປັນ​ໝູ່​ຄະນະ​ແມ່ນ​ຫຼັກການ​ນຳພາ​ສູງສຸດ, ສະຫາຍ​​ໄດ້ຢືນຢັນ​: “ພາກ​ຕົວ​ຈິງ​ໄດ້​ພິສູດ​​ໃຫ້​ເຫັນ​ວ່າ ຍ້ອນ​ປະຕິບັດ​ຫຼັກການ​ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ ພວ​ກ​ເຮົາຈຶ່ງ​ສາມັກຄີ​ພາຍ​ໃນ​ພັກ​ໄດ້ ​ແລະ ບົນ​ພື້ນຖານ​ນັ້ນກໍ່ສາມັກຄີ​ກອງທັບ, ພວກ​ເຮົາຈຶ່ງເສີມ​ຂະຫຍາຍ​ໄດ້ສະຕິ​ປັນຍາ​ຂອງ​ສະມາຊິກ​ພັກ ​ແລະຂອງມະຫາຊົນ, ຫລຸດຜ່ອນ​ຄວາມ​ອັດຕະວິ​ໄສ ດ້ານ​ດຽວ​ໃນ​ການ​ນຳພາ, ຫຼີກ​ລ່ຽງ​ແລະ​ກີດ​ກັ້ນ​ໄພ​ສວຍ​ໃຊ້​ອຳນາດ​ອິດ​ທິພົນ​ສ່ວນ​ພົວ ຕັດສິນ​ຊີ້​ຂາດ ​ໄຮ້​ລັດຖະບານ”.

ສະຫາຍຫງວຽນ​ຈີ​ແທງ ມີ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຊີ້​ນຳ ກໍ່ສ້າງ​ລະບອບ ​ແລະ ວຽກ​ງານ​ຄະນະ​ພັກ​ໃນກອງທັບ​ປະຊາຊົນຫວຽດນາມ, ​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະ​ຈຳ​ເຖິງ​ການ​ປັບປຸງບູລະນະ​ລະບອບ​ນີ້, ຮັກສາ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ​ໃນ​ການ​ດຳ​ເນີນ​ຊີວິດ​ພັກ. ກຳນົດ​ລະບອບ​ຄະນະ​ພັກ​ເພື່ອ​ເປັນ​ແກ່ນ​ນຳ​ນຳພາ​ເປັນ​ເອກະ​ພາບ​ໃນ​ກອງທັບ ​ແລະ ກຳນົດ​ແຈ້ງ​ລະບອບ​ຫົວໜ້າ​ແບ່ງ​ງານ​ຮັບຜິດຊອບ​ພາຍ​ໃຕ້​ການ​ນຳພາ​ເປັນໝູ່ຄະນະ ​ແລະ ​ເປັນ​ເອກະ​ພາບ​ຂອງ​ຄະນະ​ພັກ. ສະຫາຍ​ໃຫ້​ທັດສະນະ​ວ່າ ການ​ປັບປຸງ​ບູລະນະລະບອບ​ຄະນະ​ພັກ​ແມ່ນ​ເພື່ອ​ເປັນ​ເອກະ​ພາບ ​ແລະ ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ. ຈຸດ​ພິ​ເສດ​ຂອງ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ​ຂອງ​ພັກ​ແມ່ນ​ຢູ່​ບ່ອນ: ​ເສີມ​ຂະຫຍາຍ​ຈິດ​ໃຈຕັ້ງໜ້າ ​​ແລະ ເປັນ​ເຈົ້າ​ການຕໍ່​ກັບພາລະກິດປະຕິວັດ ​ຂອງບັນດາອົງການຈັດ​ຕັ້ງ​ມະຫາຊົນ ​ແລະ ຂອງ​ສະມາຊິກ​ພັກ, ພ້ອມ​ກັນ​ນັ້ນ​ກໍ່​ມີ​ວິ​ໄນ ​ແລະ ຄວາມ​ເປັນ​ເອກະ​ພາບ​ຂອງ​ພັກ; ມະຕິ ​ແລະ ຂໍ້​ຕົກລົງຂອງ​ພັກ ລ້ວນ​ແຕ່​ບໍ່​ແມ່ນ​ຍ້ອນ​ຄວາມ​ເຫັນ​ສ່ວນ​ຕົວ​ຂອງ​ບໍ່​ວ່າ​ບຸກຄົນ​ຜູ້​ໃດ​ຜູ້​ໜຶ່ງ ຫາກ​ແມ່ນ​ຍ້ອນ​ການ​ປຶກສາ​ພິຈາລະນາ​ເປັນ​ໝູ່​ຄະນະ ​ແລະ ຮອບ​ຄອບ​ຖີ່​ຖ້ວນ​ຂອງ​ອົງການ​ນຳພາ​ທີ່ວາງ​ອອກ; ລະບອບ​ນຳພາ​ເປັນ​ໝູ່​ຄະນະ​ໃນ​ອົງການ​ນຳພາ​ແມ່ນ​ອີງ​ໃສ່​ບົນ​ພື້ນຖານ​ຈິດ​ໃຈ​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ໃນ​ໝູ່​ຄະນະ​ສະມາຊິກ​ພັກທີ່​ຫຼວງ​ຫຼາຍ.

​ໃນ​ການ​ນຳພາ​ກອງທັບ​ທຸກ​ດ້ານ, ສະຫາຍຫງວຽນ​ຈີ​ແທງ ຍາມ​ໃດ​ກໍ່​ກຳ​ແໜ້ນການ​ກໍ່ສ້າງ​ກອງທັບ​ທາງ​ດ້ານ​ການ​ເມືອງ ​ແລະ ​ແນວ​ຄິດ ​ເປັນ​ດ້ານ​ສຳຄັນ​ແລະຕັດສິນ​ກວ່າ​ໝູ່​ໝົດ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ກໍ່ສ້າງ​ກອງທັບປະຊາຊົນຫວຽດນາມ​ໃນ​ທຸກໆ​ດ້ານ. ສະ​ຫາຍເຄີຍ​ເວົ້າ​ວ່າ: “ຈິດ​ໃຈ​ສູ້​ຮົບ​ຂອງ​ບໍ່​ວ່າ​ກອງທັບ​ປະຕິວັດ​ໃດໆ ກໍ່​ເລີ່​ມຈາກຄວາມ​ຕື່ນ​ຕົວ​ທາງ​ຊົນ​ຊັ້ນ, ຕື່ນ​ຕົວ​ດ້ານ​ການ​ເມືອງຂອງ​ພະນັກງານ ​ແລະ ນັກຮົບ​ແຕ່ລະຄົນ​ຂອງ​ກອງທັບ​ນັ້ນ”. ຄວາມ​ຕື່ນ​ຕົວ​ດ້ານ​ການ​ເມືອ​ງຂອງ​ພະນັກງານ ນັກຮົບຫວຽດນາມ​ຍາມ​ໃດ​ກໍ່​ແມ່ນ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ລັດທິ​ຮັກ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ. ສະຫາຍ​ໄດ້​ຕັກ​ເຕືອນ​ກົມ​ກອງ​ຕ່າງໆ​ຢ່າງ​ເປັນ​ປະຈຳ​ວ່າ: “ຕ້ອງ​ອົບຮົມ​ສຶກສາ​ໃຫ້​ພະນັກງານ ນັກຮົບ​ມີ​ລະດັບ​ຄວາມ​ຕື່ນ​ຕົວ​ທາງ​ດ້ານ​ຊົນ​ຊັ້ນ ຕື່ນ​ຕົວ​ດ້ານ​ຊົນ​ຊາດ​ຢ່າງ​ເລິກ​ເຊິ່ງ ​ເພື່ອ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ, ຄວາມ​ຄຽດ​ແຄ້ນ​ສັດຕູ​ອັນ​ເລິກ​ເຊິ່ງ, ​ເດັດດ່ຽວ​ຕໍ່ຕ້ານ​ຈົນ​ເຖິງ​​ໄຊຊະນະ​ສຸດ​ທ້າຍ”.

ສະຫາຍຫງວຽນຈີແທງໃຫ້ທັດສະນະວ່າ: ບັນຫາສຳຄັນຕົ້ນຕໍ່ຂອງການກໍ່ສ້າງກອງທັບປະຊາຊົນຫວຽດນາມ ທາງ​ດ້ານ​ການ​ເມືອງ​ແລະ​ແນວ​ຄິດ​ແມ່ນ ກໍ່​ສ້າງທາດ​ແທ້​ຊົນ​ຊັ້ນ​ກຳມະກອນ​ຂອງ​ກອງທັບ. ກອງທັບ​ປະຊາຊົນຫວຽດນາມ ​ໂດຍ​ແມ່ນ​ພັກ​ກອມມູນິດນຳພາ ອົບຮົມ​ສຶກສາ ຝຶກ​ຝົນ​ຫຼໍ່​ຫຼອ​ມ, ດັ່ງ​ນັ້ນ​ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ​ຂອງ​ກອງທັບ​ແມ່ນ​ການຊາບ​ຊຶມທາດ​ແທ້​ກຳມະກອນ​ຂອງ​ພັກ; ​ແມ່ນ​ການ​ຊາບຊຶມກ່ຽວ​ກັບ​ການ​ເມືອງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງຂອງພັກ​ກອມມູນິດ​ໃນ​ກອງທັບ, ສອດຄ່ອງ​ກັບ​ບັນດາ​ຈຸດ​ພິ​ເສດ ບົດບາດ​ໜ້າ​ທີ່​ຂອງ​ອົງການ​ຈັດ​ຕັ້ງ​ການ​ທະຫານ​ໜຶ່ງ.

​ໂດຍ​ເຊື່​ອມຊຶມຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່, ສະຫາຍຫງວຽນ​ຈີ​ແທງ ຍາມ​​ໃດ​ກໍ່​ອົບຮົມ​ສຶກສາ ​ແລະ ອະທິບາຍ​ໃຫ້​ກອງທັບ​ຊາບ​ຊຶ​ມວ່າ: ກອງທັບ​ປະຊາຊົນຫວຽດນາມ​ແມ່ນ​ກອງທັບຂອງ​ປະຊາຊົນ, ​ເກີດ​ມາ​ຈາກ​ປະຊາຊົນ, ສູ້​ຮົບ​ເພື່ອ​ປົກ​ປ້ອງ​ປະຊາຊົນ. ການ​ພົວພັນລະຫວ່າງກອງທັບ​ ​ແລະ ປະຊາຊົນ​ແມ່ນ​ການ​ພົວພັນ​ແບບ “ປາ ​ກັບ ນ້ຳ”. ພົວພັນສະໜິດ​ແໜ້ນ​ກັບ​ປະຊາຊົນ ​ແມ່ນ​ບໍ່​ເກີດ​ແຫ່ງ​ຊີວິດ​ອິນ​ຊີ ​ແລະ ກຳລັງ​ແຮງ​ອັນ​ໃຫຍ່ຫຼວງ​ຂອງກອງທັບ​ປະຊາຊົນຫວຽດນາມ.

​ໃນ​ການ​ນຳພາ​ການ​ຕໍ່ສູ້​ດ້ວຍ​ກຳລັງປະກອບ​ອາວຸດ, ສົມທົບ​ລະຫວ່າງ​ຄວາມ​ຕັ້ງ​ຕໍ່​ປະຕິວັດ ກັບຄວາມຮູ້ປະຕິວັດ, ສະຫາຍຫງວຽນ​ຈີ​ແທງ ບໍ່​ພຽງ​ແຕ່​ເປັນ​ຜູ້​ຊີ້​ນຳທີ່​ກ້າ​ແກ່ນ ​ເກ່ງ​ກ້າ​ສາ​ມາດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ວຽກ​ງານສະ​ຫລຸບ​ສັງ​ລວ​ມທິດ​ສະ​ດີ ​ແລະ ຊີ້ນຳ​ຍຸດ​ທະ​ສາດ​ການ​ທະຫານ ຖືກຕ້ອງ​ຕາມ​ແນວທາງ ​ແລະ ​ແນວ​ຄິດ​ສົງຄາມ​ປະຊາຊົນຂອງພັກ​ກອມມູນິດ​ຫວຽດນາມ, ປະກອບສ່ວນ​ອັນ​ດີ​ເດັ່ນ​ເຂົ້າ​ໃນ​ການ​ຂະຫຍາຍ​ຢ່າງ​ປະດິດ​ສ້າງ​ທິດ​ສະ​ດີ​ສິນລະປະ​ຍຸດ​ການ​ທະຫານ​ ຂອງສົງຄາມ​ປະຊາຊົນ​ຫວຽດນາມ.

​ໃນ​ພາລະກິດ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ພັກ ​ແລະ ​ປະຊາຊົນຫວຽດນາມ, ຜົນສຳ​ເລັດ​ອັນໃຫຍ່​ຫຼວງຂອງສະຫາຍຫງວຽນ​ຈີ​ແທງ ​ແມ່ນ​ໄດ້​ຕິດ​ແທດ​ກັບ​ສະໜາມຮົບ, ກຳ​ແໜ້ນ​ສະພາບ​ການ​ສັດຕູ ຕີ​ລາຄາ​ຢ່າງ​ຖືກຕ້ອງ​ດ້ານ​ແຮງ​ຈຸດ​ອ່ອນ​ຂອງ​ສັດຕູ, ຕີ​ລາຄາ​ຢ່າງ​ສັດຈະ​ວິພາກ​ການ​ຊັ່ງຊາກຳລັງ​ ລະຫວ່າງ​ເຮົາ​​ແລະ​ສັດຕູ, ປະກອບສ່ວນ​ເຂົ້າ​ໃນ​ການວາງ​ຄວາມ​ຕັດສິນ​ໃຈ​ຍຸດ​ທະ​ສາດ​ຢ່າ​ງຖືກຕ້ອງ ຊັດ​ເຈນ​ຂອງ​ກົມ​ການ​ເມືອງ ​ແລະ ສູນ​ກາງ​ພັກ. ຈາກ​ພາກ​ຕົວ​ຈິງ​ຂອງ​ການ​ສົງຄາມ​ປະຊາຊົນ​ທີ່​ຂະ​ຫຍາ​ຍຕົວ​ເຖິງລະດັບ​ສູງ, ສະຫາຍ​ໄດ້​ມີ​ຄວາມ​ພະຍາຍາມ​ຊອກ​ຫາ ສັງ​ລວ​ມ ປະກອບສ່ວນ​ຍົກ​ຂຶ້ນ​ເປັນ​ທິດ​ສະ​ດີ​ຊີ້​ນຳ​ບັນຫາ​ພື້ນຖານ​ຈຳນວນ​ໜຶ່ງກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທະຫານ ​ເຊິ່ງ​ແນວ​ຄິດ​ພື້ນຖານ​ແມ່ນ​ເດັດດ່ຽວ​ບຸກ​ໂຈ​ມຕີ, ​ເປັນ​ເຈົ້າ​ການ​ບຸກ​ໂຈ​ມຕີ, ບຸກ​ໂຈມ​ຕີ​ຢ່າງລຽນຕິດ.

​ໃນ​ການ​ຊີ້​ນຳ​​ເນື້ອ​ໃນວິທີຕີ​ສັດຕູ, ສະຫາຍຫງວຽນ​ຈີ​ແທງ ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຕັ້ງ​ຮາກ​ຖານ​ທິດ​ສະ​ດີ​ໃຫ້​ແກ່​ວິທີ​ຕີ​ຂອງ​ສົງຄາມ​ປະຊາຊົນ, ຊີ້​ໃຫ້​ເຫັນ​ແຈ້ງ​ລັກສະນະ​ດີ​ເລີດ​ຂອງ​ມັນ, ປຸກລະດົມ ຈັດ​ຕັ້ງ​ບັນດາ​ກຳລັງ​ປະກອບ​ອາວຸດຊາບ​ຊຶມ​ຈິດ​ໃຈ​ຂອງ​ວິທີ​ຕີ​ນັ້ນ ຕາມ​ແນວ​ຄິດ​ການ​ທະຫານ​ຂອງ​ພັກ, ບັງຄັບ​ໃຫ້​ສັດຕູ​ຕ້ອງ​ຕີ​ຕາມວິທີ​ຕີ​ຂອງ​ຫວຽດນາມ.

​ໃນຖານະ​ເປັນ​ຮອງ​ເລຂາ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ, ສະຫາຍພົນ​ເອກຫງວຽນ​ຈີ​ແທງ ​ໄດ້​ປະກອບສ່ວນ​ຕັດສິນ​ທິດ​ໃຫ້​ກອງທັບ​ໄປຖືກຕ້ອງຕາ​ມ​ແນວທາງຊົນ​ຊັ້ນ​ຂອງ​ພັກ ທັງ​ດ້ານ​ແນວ​ຄິດ ​ແລະ ການຈັດ​ຕັ້ງ, ຕໍ່ສູ້​ຢ່າງ​ເດັດຂາດ​ກັບ​ທຸກໆ​ປະກົດ​ການ​ທີ່​ຢາກ​ຍຸບ​ຍອບ​ບົດບາດນຳ​ພາ​ຂອງ​ພັກ ​ແລະ ບົດບາດ​ຂອງ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ, ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ສາຍ​ພົວພັນ​ລະ​ວ່າງ​ຄົນ ​ແລະ ອາວຸດ, ການ​ເມືອງ ​ແລະ ​ເຕັກນິກ ​ໃນ​ການ​ກໍ່ສ້າງ​ກໍ່​ຄື​ໃນ​ການ​ສູ້​ຮົບ, ​ເຮັດ​ໃຫ້ກອງທັບ​ປະຊາຊົນຫວຽດນາມ ​ໃນ​ບໍ່​ວ່າ​ສະພາບ​ການ​ໃດໆ​ກໍ່​ລ້ວມ​ແຕ່​ເສີມ​ຂະຫຍາຍ​​ໄດ້ຢ່າງ​ແຂງ​ແຮງ​ທາດ​ແທ້ ​ແລະ ມູນ​ເຊື້ອ​ປະຕິວັດ, ຍົກ​ສູງ​ກຳລັງ​ແຮງ​ສູ້​ຮົບ, ຕີ​ເອົາ​ຊະນະ​ສັດຕູ​ທຸກ​ໂຕ.

ສະຫາຍຫງວຽນ​ຈີ​ແທງ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງວຽກ​ງານ​ອົບຮົມກໍ່ສ້າງ ບຳລຸງ​ຖັນແຖ​ວພະນັກງານ​ກອງທັບ “ທັງ​ແດງ, ທັງ​ຊຳນິ​ຊຳນານ”, ກໍ່ສ້າງ​ໄດ້​ຖັນ​ແຖ​ວພະນັກງານ​ທີ່​ມີ​ຄົບ​ຄຸນ​ສົມບັດສິນ​ທຳ ຄວາ​ມຮູ້​ຄວາມ​ເກັ່ງ​ກ້າ​ສາມາດ​ ໃຫ້ກອງທັບຫວຽດນາມ, ຖືກຕ້ອງ​ຕາມ​ແນວທາງ​ຊົນ​ຊັ້ນ​ຂອງ​ພັກ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂະຫຍາຍຕົວ​ຂອງ​ສະພາບ​ການ, ໜ້າ​ທີ່​ໃນ​ແຕ່ລະ​ໄລຍະ​ການ​ປະຕິວັດ. ສະຫາຍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ອົບຮົມ​ສຶກສາ​ພະນັກງານ​ກ່ຽວ​ກັບ​ທັດສະນະ​ມະຫາຊົນ, ກ່ຽວ​ກັບ​ປະຊາທິປະ​ໄຕ, ລະບຽບ​ວິ​ໄນ, ຄວາມ​ສາ​ມັກ​ຄີ ​ແລະ ​ໄດ້​ຕັກ​ເຕືອນ​ພະນັກງານ​ຫຼາຍ​ເທື່ອ​ວ່າ​ ຕ້ອງ​ສະ​ເໝີ​ພາບ​​ທາງ​ການ​ເມືອງ​ກັບ​ພົນທະຫານ, ຕ້ອງ​ຮັກ​ແພງ ​ເບິ່ງ​ແຍງ​ດູ​ແລ ຊ່ວຍ​ເຫຼືອ​ຢ່າງ​ສຸດ​ໃຈ​ໃຫ້​ອ້າຍ​ນ້ອງ​ກ້າວໜ້າ. ສະຫາຍ​ໄດ້​ເອົາ​ໃຈ​ໃສ່ ​ແລະ ຕັກ​ເຕືອນ​ຢ່າງ​ເປັນ​ປະຈຳ​ໃຫ້​ພະນັກງານ​ເສີມ​ຂະຫຍາຍ ​ແລະ ຍົກ​ສູງຄວາມ​ຕື່ນ​ຕົວ​ປະ​ຕິ​ວັດ​ຂອງ​ມະຫາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ໃຫ້​ທຸກ​ຄົນ​ກ້າ​ຮັບຜິດຊອບ​ຕໍ່​ກັບ​ພັກ ຕໍ່​ກັບ​ກອງທັບ, ປຸກ​ກະ​ຕູ້ນຈິດ​ໃຈ​ປະດິດ​ສ້າງ​ຂອງ​ມະຫາຊົນ ຊ່ວຍ​ໃຫ້​ມະຫາຊົນ​ມີ​ຄວາມ​ຄິດ​ປະດິດ​ໃໝ່, ສ້າງ​ເປັນ​ກຳລັງ​ຊີວິດ​ໃໝ່ ຄວາມ​ສາມາດ​ໃໝ່. ສະຫາຍ​ໃຫ້​ທັດສະນະ​ວ່າ ປະຕິບັດ​ການເມືອງ ​ເສດຖະກິດ ການ​ທະຫານປະຊາທິປະ​ໄຕ​ ແມ່ນ​ບັນດາ​ເນື້ອ​ໃນທີ່​ມີ​ຊີວິດ​ຊີວາ​ຂອງ​ແນວທາງ​ມະຫາຊົນ​ໃນກອງທັບ​ປະຊາຊົນຫວຽດນາມ. ສະຫາຍ​ໄດ້​ຍົກເປັນ​ແບບຢ່າງຫຼາຍ​ເທື່ອ​ກ່ຽວ​ກັບ​ແບບ​ແຜນ​ປະຊາທິປະ​ໄຕ, ລວມໝູ່... ພະນັກງານ ນັກຮົບ​ຫຼາຍ​ຄົນ​ທີ່​ສຸດໃນ​ບັນດາ​ກົມ​ກອງ ​ຍັງ​ຈື່​ຈຳ​ໄດ້​ດີ​ບັນດາການ​ພົບ​ປະ​ຢ່າງ​ໃກ້ຊິດສະໜິດສະໜົມ ງ່າຍດາຍ​ຄ່ຽມຄົມ ​ເຕັ​ມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ ລະຫວ່າງ​ສະຫາຍ​ກັບ​ພະນັກງານ ນັກຮົບ. ​ແບບ​ແຜນ​ອັນ​ດີ​ງາມສູງ​ສົ່ງ​ນັ້ນ ​ໄດ້​ຊ່ວຍ​​ໃຫ້ສະຫາຍ​ກຳ​ແໜ້ນ​ສະພາບ​ການ, ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຄວາມ​ຄິດ​ຈິດ​ໃຈ​ຂອງ​ພະນັກງານ ນັກຮົບ, ​ແລະຍ້ອນ​ແນວ​ນັ້ນ ຈາກ​ພຶດຕິ​ກຳ​ອັນ​ມີ​ຊີວິດ​ຊີວາ​ແຫ່ງ​ການ​ກໍ່ສ້າງ​ແລະ​ສູ້​ຮົບ​ຂອງ​ກອງທັບ​ເຮົາ ສະຫາຍ​ໄດ້​ຄົ້ນ​ເຜີຍ ​ແລະ ​ແກ້​ໄຂຫຼາຍບັນຫາ​ອັນ​ພື້ນຖານກ່ຽວ​ກັບ​ທິດ​ສະ​ດີກາ​ນ​ເມືອງ - ການ​ທະຫານ, ປະກອບສ່ວນ​ເຮັດ​ໃຫ້​ກຳລັງ​ປະກອບ​ອາວຸດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ໄວວາ ​ແລະ ​ໄດ້​ຮັບ​ໄຊຊະນະ​ອັນ​ສະຫງ່າ​ງາມ.

ພວກ​ເຮົາ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ ທີ່​ໄດ້​ຢືນ​ຢູ່​ໃນ​ຖັນ​ແຖວ​ພະນັກງານ​ຂອງກອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ​ເຊິ່ງມີ​ຜູ້ນຳ​ພາ ​ແລະ ບັນຊາ​ການ​ທີ່​ເປັນ​ແບບຢ່າງ​ທາງ​ດ້ານ​ຄຸນສົມບັດ ​ແລະ ​ປີ​ຊາສາມາດ​ຄືສະຫາຍຫງວຽນ​ຈີ​ແທງ. ​ເປັນ​ນັກຮຽນ​ທີ່​ດີ​​ເດັ່ນ​​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ສະຫາຍ​ໄດ້​ເປັນ​ແບບຢ່າງ​ທີ່​ໃສ​ແຈ້ງ​ກ່ຽວ​ກັບຄວາມ​ຈົ່ງ​ຮັກ​ພັກດີ​ຢ່າງ​ບໍ່​ມີ​ຂອບ​ເຂດ​ຕໍ່​ພາ​ລະ​ກິດ​ປະຕິວັດ​ຂອງ​ພັກ ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ ຮັກ​ປະຊາຊົນ, ກ່ຽວ​ກັບ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ທີ່​ໝັ້ນຄົງ ໜັກ​ແໜ້ນ, ຈິດ​ໃຈ​ປະຕິວັດ​ເດັດຂາດ​ເຖິງ​ຖອງ, ບຸກ​ໂຈ​ມຕີຢ່າງ​ເດັດດ່ຽວ​ແລະ​ລຽນຕິດ​ໃສ່​ສັດຕູ​ທຸກ​ໂຕ, ສູ້​ຮົບ​ຢ່າງ​ບໍ່​ອິດ​ເໝື່ອຍ​ເພື່ອ​ຍາ​ດ​ເອົາ​ໄຊຊະນະ​ມາ​ໃຫ້ການ​ປະຕິວັດ, ​ເພື່ອ​ປົກ​ປັກ​ຮັກສາ​ພັກ, ປົກ​ປັກ​ຮັກສາ​ສັດຈະທຳ, ບໍ່​ຫວັ່ນ​ໄຫວ​ຢ້ານ​ກົວ​ຕໍ່​ຄວາມ​ຫຍຸ້ງຍາກ ​ໄພ​ອັນຕະລາຍ, ຍາມ​​ໃດ​ກໍ່​​ເຊີດ​ຊູ​ຄວາມ​ອົງອາດ​ກ້າ​ແກ່ນ​ຂອງ​ຊາວ​ພັກ​ກອມ​ມູນິດ.

ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ລືມ​ຕໍ່​ບັນດາ​ຮູບ​ພາບ​ທີ່​ສະໜິດສະໜົມ​ທີ່​ສຸດ ບັນດາ​ຄວາມ​ຊົງ​ຈຳ​ສິ່ງ​ລະລຶກ​ອັນ​ສວຍ​ງາມ ​ເລິກ​ເຊິ່ງທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ ນ້ຳ​ໃຈ​ມະນຸດ ນ້ຳ​ໃຈສະຫາຍ ທີ່ສະຫາຍພົນເອກຫງວຽນ​ຈີ​ແທງ ​ໄດ້​ວາງ​ໄວ້​ໃນ​ຊີວິດ​ການ​ເມືອງ ​ແລະ ການ​ສູ້​ຮົບ​ຂອງ​ກອງທັບ​ເຮົາ. ພວກ​ເຮົາ​ຈະຈົດ​ຈຳ ​ທ່າ​ທີ່​ຮັກ​ແພງ​ເອື້ອ​ເຟື້ອ ​ແລະ ຄຳ​ປຸກລະດົມ ສົ່ງ​ເສີມ ຊີ້​ບອກ ອົບຮົມ​ສັ່ງສອນ​ຂອງ​ສະຫາຍ​ໄວ້​ຕະຫຼອດ​ໄປ. ຄຸນສົມບັດ​ປະຕິວັດ​ອັນ​ຜ່ອງ​ໃສ ພ້ອມ​ກັບ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ສະຫາຍ​ ທີ່​ອຸທິດ​ໃຫ້​ພາລະກິ​ດປະຕິວັດ​ຂອງ​ພັກ ​ແລະ ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ນັ້ນ ​ແມ່ນ​ບັນດາ​ບົດຮຽນອັນ​ລ້ຳ​ຄ່າ​ຕໍ່​ກັບ​ພະນັກງານ ນັກຮົບ​ແຕ່ລະຄົນ​ໃນ​ກອງທັບ​ເຮົາ. ພາກ​ເຮົາ​ໝັ້ນ​ໝາຍ​ຈະ​ອອກ​ແຮງ​ຮ່ຳຮຽນ ​ແລະ ສືບ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ ​ເພື່ອ​ລະ​ລຶກ ​ແລະ ສົມ​ກຽດ​ກັບສະຫາຍພົນ​ເອກຫງວຽນ​ຈີ​ແທງ./.

​ໂດຍ: ​ເລຂາ​ຟຽວ
ອະດີດ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິກຫວຽດນາມ

(*) ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະ​ສາກ​ອມມູນິດ ສະບັບ​ທີ 854 (ທັນວາ 2013)