ວ.ກ - ກອງປະຊຸມການທູດຄັ້ງທີ 28 ໃນຫົວຂໍ້ “ການທູດເປັນເຈົ້າການ ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນ” ໄດ້ດຳເນີນຢູ່ ນະຄອນຫຼວງຮ່າໂນ້ຍ ແຕ່ວັນທີ 16 ຫາວັນທີ 20 ທັນວາ 2013, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ກຽດມາຮ່ວມ ແລະ ມີບົດປາໄສອັນສຳຄັນ ເພື່ອຊີ້ນຳກອງປະຊຸມ. ວາລະສານກອມມູນິດ ຂໍເປັນກຽດໄດ້ແນະນຳ ເນື້ອໃນຂອງບົດດັ່ງກ່າວ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ກຽດມາຮ່ວມ ແລະ ມີບົດປາໄສອັນສຳຄັນ ເພື່ອຊີ້ນຳກອງປະຊຸມ

ທຽບກັບກອງປະຊຸມການທູດຄັ້ງທີ 27 ກ່ອນໜ້ານີ້ສອງປີ, ກອງປະຊຸມຄັ້ງນີ້ຂອງພວກເຮົາ ດຳເນີນໃນສະພາບການໂລກ ພາກພື້ນ ແລະ ໃນປະເທດ ມີການຜັນປ່ຽນໃໝ່ຫຼາຍຢ່າງ. ທົ່ວພັກ ທົ່ວປວງຊົນເຮົາພວມຢືນຢູ່ຕໍ່ໜ້າ ບັນດາໜ້າທີ່ອັນໜັກໜ່ວງ ຂອງພາລະກິດການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ວຽກ​ງານ​ການ​ຕ່າງປະ​ເທດ, ດ້ວຍຖານະ​ເປັນ​ແນວຮົບ​ທີ່​ສຳຄັນ​ໜຶ່ງ, ກໍ່​ພວມ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ຫຼາຍ​ທີ່​ສຸດ. ຖ້າວ່າ ກອງ​ປະຊຸມຄັ້ງທີ 27 ມີໜ້າ​ທີ່​ຊາບ​ຊືມທັດສະນະ ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ XI ຂອງ​ພັກ ​ເພື່ືອສ້າງ​ໂຄງການ​ການ​ກະທຳ​ອັນ​ລະອຽດ​ ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ​ກອງ​ປະຊຸມ​ຄັ້ງ​ນີ້​ ພັດເປັນ​ໂອກາດ​ເພື່ອ​ສຳ​ຫຼວດ ຕີ​ລາຄາ​ການ​ຜັນ​ຂະຫຍາຍປະຕິບັດ​ ໃນ​ສອງ​ປີ​ທີ່​ຜ່ານ​ມາ ​ແລະ​ ກໍ​ເປັນ​ເຄິ່ງສະ​ໄໝ​ກວ່າ​ ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ພ້ອມ​ນັ້ນ ​ກໍ່​ນຳ​ສະ​ເໜີ​ບັນດາ​ໜ້າ​ທີ່​ການ​ຕ່າງປະ​ເທດ​ຈຸດ​ໜັກ​ໃຈກາງ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI. ນີ້​ກໍ່​ເປັນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ລິ​ເລີ່​ມການ​ແລກປ່ຽນ ​ເຈາະ​ຈິ້ມການ​ຄົ້ນ​ຄວ້າ​ບາງ​ບັນຫາ​ໃຫຍ່ ບັນຫາ​ໃໝ່​ ກ່ຽວ​ກັບ​ການ​ຕ່າງປະ​ເທດ, ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ XII ຂອງ​ພັກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ ​ແລະ​ຫວັງ​ວ່າ ບັນດາ​ສະ​ຫາຍຈະ​ເສີມ​ຂະຫຍາຍສະຕິ​ປັນຍາ​​ເຖິງ​ລະດັບສູງ ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ ມີ​ຄວາມ​ຮັບຜິດຊອບ ​ແລະ ​ປະດິດ​ສ້າງ ​ເພື່ອ​ຊອກ​ຫາ​ມາດ​ຕະການ ​ແລະວິທີ​ແກ້​ອັນ​ສອດຄ່ອງ​ກັບ​ບັນດາ​ບັນຫາ​ການ​ຕ່າງປະ​ເທດ ​ຂອງ​ພວກ​ເຮົາ.

ນັບ​ແຕ່​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ມາ​ເຖິງ​ປັດຈຸບັນ ສະພາບ​ການ​ໂລກ ​ແລະ​ໃນ​ປະ​ເທດ​ມີ​ຄວາມ​ສະດວກ​ອັນ​ພື້ນຖານ, ຄຽງ​ຂ້າງ​ນັ້ນ​ກໍ່​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍທີ່​ໃຫຍ່​ຫຼວງ​ແລະ​ສັບສົນ​ຫຼາຍ​ຢ່າງ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ, ພວກ​ເຮົາ​ໄດ້​ບັນລຸ​ໝາກຜົນ ​ແລະ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ ຊຶ່ງ​ພົ້ນ​ເດັ່ນ​ຄື:

- ພວກ​ເຮົາ​ໄດ້​ຮັກສາ ​ແລະ​ປັບປຸງ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ໄວ້​ໄດ້​ຢ່າງ​ໝັ້ນຄົງ ທີ່ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ພາກ​ພື້ນ​ ແລະ ສາກົນມີ​ການ​ຫັນປ່ຽນ​ສັບສົນ​ຫຼາຍ​ຢ່າງ ທີ່​ຄາດ​ຄະ​ເນ​ໄດ້​ຍາກ, ​ເສດຖະກິດ​ໂລກ ​ແລະ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ນັ້ນ, ການ​ທີ່​ພວກ​ເຮົາ​ສືບ​ຕໍ່​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ໄວ້​ໄດ້, ​ເສດຖະກິດ​ມະຫາ​ພາກ​ມີຄວາມ​ໝັ້ນ​ທ່ຽງ​ເປັນ​ແຕ່​ລະ​ກ້າວ, ​ເສດຖະກິດ​ເຕີບ​ໂຕ​ໄວ​ພໍ​ຄວນ, ຮັບປະກັນ​ສະຫວັດດີ​ການ​ສັງຄົມ, ລະດົມບັນດາ​ແຫຼ່ງຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ​ແລະທຶນທີ່​ລົງທຶ​ນໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໄດ້​ຫຼາຍ​ພໍ​ຄວນ, ​ເປີດ​ກວ້າງ​ຕະຫຼາດ​ໄດ້​ຫຼາຍ, ​ເພີ່ມ​ລວມຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ... ນັ້ນ​ແມ່ນ​ບັນດາ​ຜົນງານ​ທີ່​ໜ້າ​ຊົມ​ເຊີຍ. ມັນ​ຢືນຢັນ ​ແລະ ​ເຮັດ​ໃຫ້​ເຫັນ​ແຈ້ງ​ພາບ​ພົດ​ຂອງ​ປະ​ເທດ​ຫວຽດນາມ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ກຳລັງ​ພັດທະຍາ - ຄູ່​ຮ່ວມ​ມື​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງບັນດາ​ປະ​ເທດ ​ແລະ​ວົງ​ຄະນາ​ຍາດ​ໂລກ.

- ພວກ​ເຮົາ​ສືບ​ຕໍ່​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດ​ໄວ້​ໄດ້​ຢ່າງ​ໝັ້ນຄົງ, ​ໄດ້​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ຢູ່​ເທິງ​ທະ​ເລ ​ຢ່າງ​ເໝາະ​ສົມ​ທັນ​ການ. ​ໄດ້​ສຳ​ເລັດ​ວຽກ​ງານ​ແບ່ງ​ເຂດ​ຊາຍ​ແດນ ປັກ​ຫຼັກ​ໝາຍ​ໃນ​ພື້ນ​ທີ່​ທັງ​ໝົດ​ ລະຫວ່າງ ສສ ຫວຽດນາມ ກັບ ສປປ ລາວ ​ແລະ​ໄດ້​ປະມານ 75% ກັບ​ກຳປູ​ເຈຍ; ຕັ້ງໜ້າ​ເຈລະຈາກັບ​ຈີນ ​ກ່ຽວ​ກັບ​ການ​ແບ່ງ​ເຂດ​ປາກ​ອ່າວ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດທີ່​ມີ​ການ​ກະທົບກະ​ເທືອນໜ້ອຍ ​ແລະ ເຈລະຈາກັບ​ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ເຂດ​ເສດຖະກິດ​ພິ​ເສດ​ໃນ​ທະ​ເລ. ​ໄດ້​ແກ້​ໄຂ​ຢ່າງ​ສຳ​ເລັດ​ຜົນ ຫຼາຍ​ບັນຫາທີ່​ຍັງ​ຄົງ​ຄ້າງ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ ບົນ​ພື້ນຖານ​ກົດ​ໝາຍ​ສາກົນ ​ແລະ​ຕ່າງ​ຝ່າຍຕ່າງ​ຮັບຮູ້, ຄ່ອຍໆ​ເຮັດ​ໃຫ້​ເສັ້ນ​ຊາຍ​ແດນ​ລວມ ຂອງ​ປະ​ເທດ​ເຮົາ​ແລະ​ປະ​ເທດ​​ເພື່ອນ​ບ້ານ ກາຍເປັນຊາຍ​ແດນ​ແຫ່ງ​ສັນຕິ​ພາບ ມິດຕະພາບ ​ແລະ​ການ​ຮ່ວມ​ມື. ຄວາມ​ແຕກ​ຕ່າງ​ຕ່າງໆ ​ໃນ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍັງ​ເປັນ​ອຸປະສັກ​ຢູ່​ກໍ່ຕາມ ​ແຕ່​ກໍ່​ພວມ​ມີ​ທ່າ​ອຽງ​ລົດ​ໜ້ອຍ​ລົງ ​ແລະ ກ້າວ​ເຂົ້າ​ສູ່​ການ​ປຶກສາ​ເຈລະຈາ ທັງ​ໃນ​ຂອບ​ເຂດ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ.

- ຍາດ​ແຍ່ງ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະສະໜັບສະໜູນ​ຢ່າງ​ກວ້າງ​ຂວາງຂອງ​ເພື່ອນ​ມິດສາ​ກົນ. ການ​ພົວພັນ​ທະວິ​ພາຄີ ​ແລະພະຫຸ​ພາຄີ ນັບ​ມື້​ນັບ​ໄດ້​ຮັບ​ການປັບປຸງ ຂະຫຍາຍ​ກວ້າງ ​ແລະຄ່ອຍໆ​ເຂົ້າ​ສູ່​ລວງ​ເລິກ. ບັນດາ​ສາຍ​ພົວພັນ​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ ຄູ່​ຮ່ວມ​ຮອບດ້ານ ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ຈຳນວນ​ໜຶ່ງ, ​ເປັນ​ຕົ້ນ​ແມ່ນ​ກັບ​ບັນດາ​ປະ​ເທດ​ໃຫຍ່, ​ໄດ້​ສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່​ ທາງ​ດ້ານ​ຄຸນ​ນະພາ​ບ ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ, ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ໜ້າ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຂອງ​ປະ​ເທດ​ເຮົາ​ໃນ​ໄລຍະ​ໃໝ່. ອາດ​ຈະ​ເວົ້າ​ໄດ້​ວ່າ, ບໍ່​ມີ​ເວລາ​ໄດ​ທີ່​ພວກ​ເຮົາ​ມີ​ເພື່ອນ​ມິດ ​ແລະ​ຄຸ່ຮ່ວມ​ມື​ຫຼາຍ​ຄື​ປັດຈຸບັນ​ນີ້; ຫົວ​ຂໍ້​ສະໜັບສະໜູນ​ຫວຽດນາມ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ພໍ​ຄວນ ຈາກເວທີ​ປາ​ໄສ​ທີ່​ສຳຄັນຫຼາຍ​ແຫ່ງ, ນັບ​ທັງ​ສະພາ​ແຫ່ງ​ຊາດ​ຂອງ​ບາງ​ປະ​ເທດ.

- ​ຫວຽດນາມໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງ​ໜ້າ​ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ​ອົງການ​ຈັດ​ຕັ້ງ​ໂລກ. ປະ​ເທດ​ເຮົາ​​ໄດ້​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ​ ເຂົ້າ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ພາກ​ພື້ນອາຊີ​ຕ​າ​ເວັນ​ອອກສຽງ​ໃຕ້ ແລະ ອາຊີ-ປາຊີ​ຟິກ ​ໂດຍ​ຜ່ານບັນດາ​ການຈັດ​ຕັ້ງ ​ແລະ​ເວທີ​ປາ​ໄສ: ອາ​ຊຽນ, ​(ASEAN), ເວທີ​ປາ​ໄສການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາກ​ພື້ນ (ARF), ປະຊາ​ຄົມ​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC), ​ເວທີ​ປາ​ໄສ​ຂັ້ນ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS); ​ໄດ້​ເຂົ້າ​ຮ່ວມ​ໃນ 8 ສັນຍາ​ການຄ້າເສລີທະວິພາຄີ ​ແລະ​ພາກ​ພື້ນ ​ແລະ ພວນ​ເຈລະຈາ​​ເພື່ອ​ເຊັນ​ອີກ 6 ສັນຍາ​​ໃໝ່, ​ໃນ​ນັ້ນ​ມີ​ 2 ສັນຍາ​ມີ​ຂອບ​ເຂດ​ກວ້າງຂວາງ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ນັ້ນ​ຄື​ ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດຂ້າມ​ປາຊີ​ຟິກ (TPP) ​ແລະ ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ພາກ​ພື້ນ (RCEP). ຫວຽດນາມ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ມີ​ບົດບາດ​ທີ່​ຕັ້ງ ອິດ​ທິພົນ​ນັບ​ມື້​ນັບ​ສູງ​ໃນ​ວົງ​ຄະນາ​ຍາດ​ພາກ​ພື້ນ. ​ເປັນຄັ້ງທີ​ສອງ ທີ່​ຫວຽດນາມ​ໄດ້​ອອກ​ສະໝັກ​ຮັບ​ເລືອ​ກຕັ້ງ ​ເປັນ​ສະມາຊິກ​ບໍ່​ປະຈຳການ​ ຂອງ​ຄະນະ​ມົນຕີຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດ (ສ​ະ​ໄໝ​ປີ 2020 - 2021); ຮັບ​ຜິດ​ຊອບຈັດ​ຕັ້ງ​ສະມັດຊາ​ໃຫຍ່ ສະຫະພັນ​ລັດຖະສະພາ​ໂລກ (IPU) ຄັ້ງ​ທີ 132 (ປີ 2015); ​ແລະ​ກໍ່​ເປັນ​ຄັ້ງ​ທີ​ສອງ​ທີີ່ຫວຽດນາມ​ຮັບ​ຜິດ​ຊອບຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ APEC (ປີ 2017). ​ໃນ​ມໍ່​ໆມາ​ນີ້ ປະ​ເທດ​ເຮົາ​ຖືກ​ເລືອກ​ຕັ້ງ​ເຂົ້າ​​ໃນ ຄະນະ​ຜູ້ອຳນວຍການ ອົງການ​ພະລັງງານປະລະມານູ​ສາກົນ (IAEA), ຄະນະ​ກຳມະການ​ມໍ​ລະ​ດົກ​ໂລກ​ຂອງ UNESCO ​ແລະ ​ເປັນ​ຄັ້ງ​ທຳ​ອິດ ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເຂົ້າ​ໃນ ຄະນະ​ມົນຕີ​ສິດ​ທິມະນຸດ ​ແຫ່ງ​ສະຫະ​ປະຊາ​ຊາດ (ສະ​ໄໝ​ປີ 2014 - 2016) ດ້ວຍ​ຄະ​ແນນ​ສຽງ​ສູງ​ທີ່​ສຸດ. ຜົນສຳ​ເລັດ​​ເທິງ​ນີ້ ສະ​ແດງ​ໃຫ້​ເຫັນ​ເຖິງ​ອິດ​ທິພົນ​ສາກົນ​ຂອງ​ປະ​ເທດ​ເຮົາ ​ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ວົງ​ຄະນາ​ຍາດ​ສາກົນ​ທີ່​ມີ​ຕໍ່​ຫວຽດນາມ.

- ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ວຽກ​ງານ​ຂົນ​ຂວາ​ຍຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຕາມ​ຈິດ​ໃຈ​ມະຕິ​ສະບັບ​ທີ 36 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ຫັນ​ມາສູ່​ບ້ານ​ເກີດ​ເມືອງ​ນອນ, ສະໜິດຕິດ​ພັນກັບ​ບ້ານ​ເກີດ ​ແລະ ມີ​ການ​ປະກອບສ່ວນ​ຕົວ​ຈິງ​ຫຼາຍ​ຢ່າງ ​ເຂົ້າ​ໃນ​ພາລະກິດສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ອົງການ​ຜູ້​ຕາງ​ໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້ແລະພ​ວນ​ເຮັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ປ້ອງກັນ​ພົນລະ​ເມືອງ, ກາຍ​ເປັນ​ບ່ອນ​ອີງ​ທີ່​​ໄວ້​ເນື້ອເຊື່ອ​ໃຈ​ ຂອງ​ຊາວ​ຫວຽດນາມ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ.

ບັນດາ​ຜົນສຳ​ເລັດ ​ແລະ ໝາກຜົນ​ດັ່ງກ່າວ​ເທິງ​ນີ້ ​ເປັນ​ການ​ພິສູດ​ຢັ້ງຢືນ​ຢ່າງ​ມີ​ຊີວິດ​ຊີວາ ຕໍ່​ກັບ​ແນວທາງການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ​ ຂອງ​ພັກ​ເຮົາ, ພ້ອມ​ກັນ​ນັ້ນ ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ໝູນ​ໃຊ້ຢ່າງ​ປະດິດ​ສ້າງ ​ແລະມີ​ປະສິດທິ​ຜົນ ກ່ຽວ​ກັບບັນດາ​ບົດຮຽນ​ປະສົບ​ການ​ ຂອງ​ສະ​ໄໝປ່ຽນ​ແປງ​ໃໝ່. ພວກ​ເຮົາ​ຍາມ​ໃດ​ກໍ່​ຊາບ​ຊືມ​ແນວ​ຄິດ ຕັ້ງ​ຜົນ​ປະ​ໂຫຍດຂອງ​ຊາດ ຂອງ​ປະ​ເທດ​ຂຶ້ນ​ໃນ​ແຖວ​ໜ້າ ດ້ວຍ​ຈຸດໝາຍ​ທີ່​ສອດຮ້ອຍ​ຕະຫຼອດ​ຄື ຮັກສາ​ເອກະລາ​ດແຫ່ງ​ຊາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ ໄວ້ຢ່າງ​ໝັ້ນຄົງ, ຮັກສາ​ລະບອບ​ການ​ເມືອງ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ, ສົມທົບ​ຢ່າງ​ແໜ້ນແຟ້ນກັບໜ້າ​ທີ່​ສ້າງສິ່ງ​ແວດ​ລ້ອມ​ສາກົນ ທີ່​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເພື່ອ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​ທີ່​ມີ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີ​ວີ​ໄລ”. ພວກ​ເຮົາ​ກໍ່​ໄດ້​ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ ບັນດາ​ບົດຮຽນກ່ຽວ​ກັບ​ການ ສົ​ມທົບກຳລັງ​ແຮງ​ຂອງ​ຊາດ ​ກັບ​ກຳ​ງລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຮັກສາ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໄປ​ຄຽງ​ຄູ່​ກັບການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຢຶດໝັ້ນ​ທາງ​ດ້ານ​ຫຼັກການ ​ແຕ່​ກໍ່​ໄຫວ​ພິບ​ທາງ​ດ້ານ​ຍຸດ​ໂທ​ບາຍ; ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ແລະ​ຮອບດ້ານ.

ຢູ່​ນີ້, ມີ​ຄຳ​ຖາມ​ໜຶ່ງຄື: ສິ່ງ​ໃດ​ທີ່​ໄດ້​ສ້າງ​ໝາກຜົນ ຜົນສຳ​ເລັດ​ເຫຼົ່າ​ນັ້ນ​ຂຶ້ນມາ​ ໃນ​ສະພາບ​ການສາກົນ ແລະພາກ​ພື້ນມີ​ຄວາມ​ຫຍຸ້ງຍາກ ​ແລະສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ? ຕາມ​ຂ້າພະ​ເຈົ້າ, ປັດ​ໃຈ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ແມ່ນ​ ພວກ​ເຮົາ​ໄດ້​ປະຕິບັດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ຮ່ວມ​ມື ​ແລະ​ພັດທະນາ; ຫັນ​ການ​ພົວພັນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ. ບົນ​ພື້ນຖານ​ດັ່ງກ່າວ​ນັ້ນ, ພັກ​ເຮົາ​ໄດ້​ທຸ່ນ​ທ່ຽງ ສະຫຼາດ​ສ່ອງ​ໃສ​ຕີ​ລາຄາ​ສະພາບ​ການ, ​ໄຈ້​ແຍກ​ສະຖານະ​ການ​ໂລກ ​ແລະ​ພາກ​ພື້ນຢ່າງ​ວິທະຍາສາດ ສັດຈະ​ວິພາກ​, ຄົ້ນ​ເຜີຍ​ໂອກາດ​ຕ່າງໆ ​ເພື່ອ​ຂຸດ​ຄົ້ນ, ​ເຫັນ​ແຈ້ງ​ສິ່ງ​ທ້າ​ທາຍ​ຕ່າງໆ​ ເພື່ອ​ແກ້​ໄຂ. ພ້ອມ​ກັນ​ນັ້ນ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ໝູນ​​ໃຊ້ຫຼາຍບົດຮຽນອັນ​ສຳຄັນ ທີ່​ຖອດ​ຖອນ​ມາ​ຈາກ​ຕະຫຼອດ​ລວງ​ຍາວ​ແຫ່ງ​ປະຫວັດສາດ​ຂອງ​ຊາດ, ​ແກ້​ໄຂ​ສາຍ​ພົວພັນ​ຕ່າງໆ​ໄດ້​ຢ່າງ​​ເໝາະ​ສົມ ສັດຈະ​ວິພາກ.

​ໃນ​ກໍລະນີ ສະພາບ​ການ​ສັບສົນ, ພວກ​ເຮົາ​ໄດ້​ສົມທົບ​ຢ່າງ​ກົນ​ກຽວ​ພໍ​ຄວນ​ ລະຫວ່າງຄວາມ​ຕ້ອງການ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ກັບ​ຄວາມ​ຕ້ອງການປົກ​ປັກ​ຮັກສາ​ລະບອບສັງຄົມ​ນິຍົມ, ຮັກສາ​ສິ່ງ​ແວດ​ລ້ອມ​ສາກົນ​ທີ່​ອຳນວຍ​ຄວາມ​ສະດວກ ​ເພື່ອ​ສ້າງສາ ​ແລະ​ພັດທະນາ​ປະ​ເທດ. ພວກ​ເຮົາ​ຍາມ​​ໃດ​ກໍ່​ໄດ້​ຕັ້ງ​ໝັ້ນ​ໃນ​ແຜນນະ​ໂຍບາຍ ຍູ້​ແຮງ​ການ​ຮ່ວມ​ມື​ບົນ​ຫຼັກການ​ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ກັນ​ນັ້ນ​ກໍ່​ຕໍ່ສູ້ກັບ​ບັນດາ​ປະກົດ​ການ​ລ່ວງ​ລະ​ເມີດ​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ, ປະກອບ​ສ່ວຍ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ຄວາມ​ກ້າວໜ້າ​ສັງຄົມ​ໃນ​ໂລກ.

​ເພື່ອສືບຕໍ່​ມູນ​ເຊື້ອ​ສ້າງ​ກຳລັງ​ແຮງ​ສັງ​ລວມ, ພວກ​ເຮົາ​​ໄດ້ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ທູດ​ການ​ເມືອງ ສົມທົບ​ກັບ​ການ​ທູດ​ເສດຖະກິດ ການ​ທູດ​ວັດທະນະທຳ ການ​ທູດ​ປ້ອງ​ກັນປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ ຢ່າງ​ເຂົ້າ​ແກັບ​ເຂົ້າ​ເກ​ຍກັນ​ດີ; ສົ​ມທົບ​ການ​ເຄ່ືອນ​ໄຫວການ​ຕ່າງປະ​ເທດ​ຂອງ​ພັກ ກັບ​ການທູດ​ຂອງ​ລັດ ​ແລະ​ການທູດ​ປະຊາຊົນ; ສົມທົບ​ການ​ເຄື່ອນ​ໄຫວ​ຢູ່​ສູນ​ກາງ ​ແລະ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຢ່າງ​ກົມ​ກຽວ; ຕິດ​ແໜ້ນ​ການ​ທູດ​ທະວິ​ພາຄີ ​ແລະ​ການ​ທູດພະຫຸ​ພາຄີ...

ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ​ເທິງ​ນີ້​ ແມ່ນ​ໝາກຜົນ​ຂອງ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ຮຸ້ນ​ພະນັກງານ ສະມາຊິກ​ພັກ ຂ້າ​ລັດຖະການ​ຂະ​ແໜງ​ການ​ທູດ ຊຶ່ງ​ໃນ​ຖານະ​ເປັນ​ອົງການ​ເສນາ​ທິການ ​ແລະ ຕໍ່ສູ້​ໂດຍ​ກົງ​ໃນ​ແນວ​ຮົບ​ການ​ຕ່າງປະ​ເທດ. ​ໂດຍ​ຕາງໜ້າ​ພັກ ​ແລະ​ລັດ, ຂ້າພະ​ເຈົ້າ​ຂໍ​ຊົມ​ເຊີຍ ອວຍພອນ​ອັນ​ປະ​ເສີດ ​ແລະ​ຍ້ອງຍໍ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ຄວາມມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ ​ແລະ ການ​ປະກອບສ່ວນ​ອັນ​ແທດ​ຈິງ​ຂອງ​ບັນດາ​ສະຫາຍ.

​ແຕ່​ວ່າ, ພວກ​ເຮົາ​ບໍ່​ອາດ​ອັດຕະວິ​ໄສ ​ເພິ່ງ​ພໍ​ໃຈ​ນຳ​ສິ່ງ​ທີ່​ໄດ້​ຮັບ, ຍ້ອນ​ສະພາບ​ການ​ຍັງ​ມີ​ຄວາມ​ສັບສົນ​ຫຼາຍ, ໜ້າ​ທີ່​ສະ​ເພາະ​ໜ້າ​ໜັກໜ່ວງທີ່​ສຸດ, ມີ​ຫຼາຍ​ວຽກ​ພວກ​ເຮົາ​ເຮັດ​ຍັງ​ບໍ່​ທັນ​ໄດ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ບັນດາ​ສະຫາຍທີ່ຮ່ວມ​ກອງ​ປະຊຸມ​ນີ້ ຈະ​ພິຈາລະ​ນາສຳ​ຫຼວດ​ຄືນຢ່າງ​ເຂັ້ມ​ງວດ ​ແລະຊື່​ຕົງ ​ເບິ່ງວ່າ​ວຽກ​ໃດ​ເຮັດ​ໄດ້​ດີ​ແລ້ວ, ວຽກ​ໃດ​ເຮັດ​ຍັງ​ບໍ່​ທັນ​ດີ, ​ໃນ​ນັ້ນ​ມີ 8 ວຽກ ​ທີ່​ຂ້າພະ​ເຈົ້າ​ໄດ້​ເຈາະ​ຈິ້ມ​ໃຫ້​ບັນດາ​ສະຫາຍ ​ໃນ​ກອງ​ປະຊຸມ​ຄັ້ງ​ກ່ອນ ຊຶ່ງ​ກ່ຽວ​ພັນ​ເຖິງວຽກ​ງານ​ຄົ້ນຄວ້າ​ຄາດ​ຄະ​ເນ​ຍຸດ​ທະ​ສາດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ ຂອງວົງ​ຄະນາ​ຍາດ​ສາກົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນຄວາມ​ສະຫງົບ, ປະກອບສ່ວນ​ພັດທະນາ​ເສດຖະກິດ, ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກ່ຽວ​ກັບວຽກ​ງານ​ຕໍ່​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ຍູ້​ແຮງ​ວຽກ​ງານ​ຖະ​ແຫຼງຂ່າວ​ໂຄສະນາ​ການ ​ແລະກໍ່ສ້າງ​ຂະ​ແໜງ​ການ​ທູດ, ​ເປັນ​ຕົ້ນ​ແມ່ນ​ບຳລຸງ​ກໍ່ສ້າງ ຝຶກ​ຝົນ​ຫຼໍ່​ຫຼອມ​ຄວາມ​ເດັດ​ດຽວ​ສະຫຼຽວ​ສະຫຼາດ ​ແລະ​ຄຸນສົມບັດ​ສິນ​ທຳ​ຂອງ​ພະນັກງານ.

​ແຕ່​ນີ້​ຮອບ​ໝົດ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ ຊຸມ​ປີ​ຕໍ່​ໄປ, ສະພາບ​ການ​ໂລກ ​ແລະ​ພາກ​ພື້ນ​ຍັງ​ຈະ​ສືບ​ຕໍ່​ຜັນ​ປ່ຽນຢ່າງ​ສັບສົນ. ລັກສະນະ​ທັງ​ຮ່ວມ​ມື ທັງ​ຕໍ່ສູ້ ​ໃນ​ການ​ພົວພັນ​ສາກົນຈະ​ສະ​ແດງ​ອອກ​ເປັນ​ຫຼາຍຮູບຫຼາຍ​ແບບ​ທີ່​ສຸດ. ສະພາບ​ການ​ພາກ​ພື້ນ ​ແລະ​ສະພາບ​ການໂລກປ່ຽນ​ແປງ​ຢ່າງ​ໄວວາ ທັງ​ສ້າງ​ເປັນ​ໂອກາດ​ດີ ທັງ​​ເປັນ​ສິ່ງ​ທ້າ​ທາຍ ທີ່​ຕ້ອງ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ລະອຽດ.

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ເຮົາ​ໄດ້​ຊີ້​​ແຈ້ງທິດ​ທາງ ໜ້າ​ທີ່​ການ​ຕ່າງປະ​ເທດ: ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ​ສະດວກດີ​ ເພື່ອ​ພັດທະນາ; ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະເທດຊາດ; ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ; ຍົກ​ສູງ​ບົດບາດ​ທີ່​ຕັ້ງຂອງ​ປະ​ເທດ; ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ​ຄວາມ​ກ້າວໜ້າ​ສັງຄົມ​ໃນ​ໂລກ. ບັນດາ​ໜ້າ​ທີ່​ເຫຼົ່າ​ນີ້ ພົວພັນ​ແໜ້ນ​ແຟ້ນນຳ​ກັນ, ກະທົບ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ຫວ່າງ​ແລ້ວ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XI ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ທີ 28 ກ່ຽວ​ກັບ​ແຜນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ສະພາບ​ການ​ໃໝ່; ກົມ​ການ​ເມືອງ​ສູນ​ກາງ​ພັກ​ກໍ່​ປະກາດ​ໃຊ້​ ມະຕິສະບັບ​ທີ 22 ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເພື່ອ​ສືບ​ຕໍ່​ຫັນ​​ເປັນ​ລະອຽດຕໍ່​ກັບມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ກ່ຽວກັບ​ຂົງ​ເຂດ​ນີ້.

ໜ້າ​ທີ່​​ແຖວ​ໜ້າ​ຂອງ​ຂະ​ແໜງ​ການ​ທູດ​ແມ່ນ​ຕ້ອງ​ສືບ​ຕໍ່​ຊາບ​ຊືມທັດສະນະ ​​ແລະແນວ​ຄິດ​ຊີ້​ນຳ​ຂອງ​ພັກຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດບັນດາ​ທັດສະນະ ​ແນວ​ຄິດ​ຊີ້​ນຳ​ນັ້ນ​ຢ່າງ​ເຂັ້ມ​ງວດ ມີ​ປະສິດທິ​ຜົນ, ​ເປັນ​ເຈົ້າ​ການ ​ແລະຕັ້ງໜ້າ​ຂົນຂວາຍ, ກໍ່ສ້າງ ​ແລະ​ຍາດ​ແຍ່​ງບັນດາ​ໂອກາດ​ໃໝ່ ​ເພື່ອ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດຊາດ. ລະອຽດ​ແມ່ນ​ຕ້ອງ​ເຮັດ​ບັນດາວຽກ​ງານ​ລຸ່ມ​ນີ້​ໃຫ້​ດີ:

ທີ​ໜຶ່ງ, ສືບ​ຕໍ່​ຖື​ບົດບາດນຳ​ໜ້າ​ໃນ​ການ​ຮັບປະກັນ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະດວກ​ດີ​ໃຫ້​ພາລະກິດ​ສ້າງສາ ​ແລະ​ປົກ​ປັກ​ຮັກສາປະ​ເທດ​ຊາດ, ປະຕິບັດ​ການ​ຫັນ​ປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ​ບັນດາ​ໜ້າ​ທີ່​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ ຮອດ​ປີ 2020 ປະ​ເທດ​ເຮົາ​ກາຍ​ປັນ​ປະ​ເທດ​ອຸດ​ສາ​ຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ​ໃນ​ສະ​ໄໝ​ສົງຄາມ, ທະຫານ​ຕ້ອງ​ນຳ​ໜ້າ​ໃນ​ການ​ສູ້​ຮົບ, ປົກ​ປັກ​ຮັກສາ​ປະ​ເທດ. ​ໃນ​ຍາມ​ສັນຕິພາບ, ພະນັກງານ​ການ​ທູດ​ຕ້ອງ​ນຳ​ໜ້າ​ໃນ​ການ​ສ້າງສັນ​ສັນຕິພາບ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ​ດຶງ​ດູດ​ເອົາ​​ແຫຼ່ງພະລັງ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ. ພວກ​ເຮົາ​ຕ້ອງ​ກຳ​ແໜ້ນ ​ແລະ​ໝູນ​ໃຊ້​ຢ່າງກົມກຽວ ບົດຮຽນ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ຄື: “ສ້າງ​ປະ​ເທດ​ໄປ​ຄຽງ​ຄູ່​ກັບ​ປົກ​ປັກຮັກສາ​ປະ​ເທດ”, “ປົກ​ປັກ​ຮັກສາ​ປະ​ເທດ​ນັບແຕ່​ເມື່ອ​ປະ​ເທດ​ຍັງ​ບໍ່​ທັນ​ພົບ​ອັນຕະລາຍ”, ມີ​ແຜນການ​ກີດ​ກັ້ນ ກຳຈັດ​ປັດ​ເຂັ່ຍ​ໄພ​ສົງຄາມ​ແຕ່​ກ່ອນ ​ແຕ່​ໄກ​ເມື່ອ​ມັນ​ຍັງ​ບໍ່​ທັນ​ລະ​ເບີດ​ຂຶ້ນ. ໝາຍ​ຄວາມ​ວ່າ ຕ້ອງ​ເຮັດ​ຄື​ແນວ​ໃດ​ໃຫ້​ເສດຖະກິດ​ຈະ​ເລີ​ນພັດທະນາ, ການ​ປ້ອງ​ກັນຊາ​ດ​ເຂັ້ມ​ແຂງ, ຈິດ​ໃຈ​ຂອງ​ປະຊາຊົນ​ອຸ່ນ​ອຽນ, ການ​ເມືອງ-ສັງຄົມມີ​ສະຖຽນ​ລະ​ພາບ​, ປວງ​ຊົນ​ທັງ​ຊາດ​ເປັນ​ກຸ່ມ​ກ້ອນໜຶ່ງ​ທີ່​ສາມັກຄີ​ເປັນ​ເອກະ​ພາບ.

​ເພື່ອ​ແນ​ໃສ່​ຈຸດປະສົງ​ດັ່ງກ່າວ​ນັ້ນ, ຕ້ອງ​ກໍ່ສ້າງ​ໃຫ້​ໄດ້​ບັນດາ​ສາຍ​ພົວພັນທະວິ​ພາຄີ ​ແລະ​ພະຫຸ​ພາຄີ​ທີ່​ໝັ້ນຄົງ; ຊອກ​ຫາ​ຄູ່​ຮ່ວມ​ມື​ໄດ້​ຫຼາຍ, ​ເປີດ​ກວ້າງ​ຕະຫຼາດ​ໄດ້​ຫຼາຍ​ແຫ່ງ​ຫຼາຍ​ປະ​ເພດ. ຄວາມ​ຮຽກຮ້ອງ​ຕ້ອງການ​ນີ້​ຍິ່ງຮີບ​ດ່ວນ ​ເມື່ອ​ການ​​ແຂ່ງຂັນ​ກັນ​ດ້ານ​ເສດຖະກິດ ການ​ແກ່ງ​ແຍ້​ງກັນ​ດ້ານ​ຄູ່​ຮ່ວມ​ມື ​ແລະ​ຕະຫຼາດ​ ພວມສະ​ແດງ​ອອກ​ຢ່າງ​ດຸ​ເດືອດ; ​ໄພ​ອັນຕະລາຍ​ແຫ່ງ​ການ​ຖອຍຫຼັງ​ໄກ​ກວ່າ​ອີກ​ທາງ​ດ້ານ​ເສດຖະກິດ ຍັງ​ແມ່ນ​ໄພອັນຕະລາຍທີ່​ເກີດ​ຂຶ້ນ​ງ່າຍ​ ຕໍ່​ກັບປະ​ເທດ​ທີ່​ກຳລັງ​ພັດທະນາ​ ຄື​ປະ​ເທດ​ຫວຽດນາມ​ເຮົາ​ນີ້.

ທີ່​ສອງ, ຢຶດໝັ້ນ​ແນວທາງ​ປ່ຽນ​ແປງ​ໃໝ່, ຫັນການ​ພົວພັນ​ສາກົນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ; ນຳ​ເອົາ​ການ​ພົວພັນ​ເພື່ອນ​ບ້ານ​​ໃກ້​ຄຽງ ສະໜິດສະໜົມ ມິດຕະພາບ, ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ຄູ່​ຮ່ວມ​ຮອບດ້ານ ​ເຂົ້າ​ສູ່​ລວ​ງ​ເລິກ​ເນື້ອ​ແທ້, ສ້າງ​ຄວາມ​ສະໜິດ​ຕິດ​ແທດ​ແບບ​ກາຍ​ອິນ​ຊີ ທາງ​ດ້ານຜົນ​ປະ​ໂຫຍ​ດຄວາມ​ສະຫງົບ ​ແລະ ການພັດທະນາ ລະຫວ່າງ​ປະ​ເທດ​ເຮົາ​ກັບ​ບັນດາ​ຄູ່​ຮ່ວມ​ມື. ປັດຈຸບັນ, ຄຽງ​ຄູ່​ກັບການ​ຮັກສາ​ແລະປັບປຸງ​​ ສາຍ​ພົວພັນ​ມິດຕະພາບກັບ​ບັນດາ​ປະ​ເທດ​ເພື່ອນບ້ານ​ໄກ້​ຄຽງ ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ເທດ​ເຮົາ​ໄດ້​ມີ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມຮອບດ້ານກັບ 20 ກວ່າ​ປະ​ເທດ, ​ໃນ​ນັ້ນ​ທີ​ບັນດາ​ປະ​ເທດ​ໃຫຍ່​ທັງ​ໝົດ, ບັນດາ​ປະ​ເທດ​ກຳມະການ​ປະຈຳ ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດ. ບັນດາ​ສາຍ​ພົວພັນ​ເຫຼົ່າ​ນີ້ ພວມ​ສ້າງ​ໃຫ້​ມີ​ບາດກ້າວ​ຫັນປ່ຽນ​ດ້ານ​ຄຸນ​ນະພາ​ບ ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຍິ່ງ​ຂຶ້ນ ແລະ ​ເຮັດ​​ໃຫ້​ເລິກ​ເຊິ່ງກວ່າ​ອີກ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະດວກ​ຕື່ມ​ອີກ​ ໃຫ້​ແກ່​ການ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ່​ຕັ້ງ​ໝັ້ນ​ໃນຫຼັກການ ບໍ່​ເຂົ້າ​ຮ່ວມ​ໃນ​ບັນດາ​ສຳພັນ​ທະ​ພາບ​ດ້ານ​ການ​ທະຫານ, ບໍ່​ອະນຸຍາດ​ໃຫ້​ປະ​ເທດ​ອື່ນ​ສ້າງ​ຖານ​ທັບ​ທະຫານຢູ່​ໃນ​ຜືນແຜ່ນດິນ​ຫວຽດນາມ, ບໍ່​ໄປ​ນຳປະ​ເທດ​ນີ້ ​ເພື່ອຕ້ານ​ກັບປະ​ເທດ​ນັ້ນ.

ທີ​ສາມ, ສ້າງ​ເສັ້ນທາງ​ປະຕິບັດ ​ແລະ ບາດກ້າວ​ປະຕິບັດ​ທີ່​ສອດຄ່ອງ ​ເພື່ອ​ນຳ​ເອົາ​ມະຕິ​ສະບັບ​ທີ 22 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ເຂົ້າ​ສູ່​ຊີວິດ​ຕົວຈິງ. ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກຮ່ວ​ມມືຫຼາຍຝ່າຍ​ຢູ່​ພາກ​ພື້ນ ​ແລະ ສາກົນ ທີ່​ພວກ​ເຮົາ​ມີ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ, ​ແນ​ໃສ່​ປະກອບສ່ວນ ​ເຂົ້າ​ໃນ​ວິວັດ​ການ​ເປັນ​ຮູບ​ເປັນ​ຮ່າງ ຂອງສະຖານະ​ການ​ຍຸດ​ທະ​ສາດ​ໃໝ່ ດ້ານ​ພູມ​ສາດ​ການ​ເມືອງ, ພູມ​ສາດ​ເສດຖະກິດ​ຢູ່​ອາຊີ - ປາຊີ​ຟິກ, ກຳນົດ​ໄດ້​ຖານະ​ທີ່​ຕັ້ງ​ດີ​ສຸດ​ໃຫ້​ປະ​ເທດ​ໃນ​ສະຖານະ​ການ​ໃໝ່. ​ໃນ​ການວາງ​ກຳນົດ ​ແລະ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຕ້ອງ​ຮັບ​ຮູ້​ໃຫ້​ໄດ້ຢ່າງ​ຄົນ​ຖ້ວນ​ທັງ​ສອງ​ດ້ານ ຄວາມ​ສະດວກ ​ແລະ​ຄວາມ​ຫຍຸ້ງຍາກ, ​ໂອກາດ ​ແລະ​ສິ່ງ​ທ້າ​ທາຍ ທີ່​ຍາມ​ໃດ​ກໍ່​ສັບ​ແຊກ​ກັນ; ຕ້ອງ​ຫຼີກ​ລ່ຽງ​ແນວ​ຄິດ​ງ່າຍດາຍ, ດ້ານ​ດຽວ, ມີ​ແຕ່​ເນັ້ນ​ໜັກ​ເຖິງ​ໂອກາດ, ບໍ່​ເຫັນ​ສິ່ງ​ທ້າ​ທາຍ, ຫຼື​ກົງກັນຂ້າມ.

​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບສາກົນ, ​ໂອກາດ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ​ແຮງ​ດຶງ​ດູດ​ຂອງ​ຕະຫຼາດ​ປະ​ເທດ​ເຮົາ​ ພຽງ​ແຕ່​ເພີ່ມ​ຂຶ້ນ​ເມື່ອຫວຽດນາມ​ມີ​ສັງຄົມ​ການ​ເມືອງ​ສະຖຽນ​ໝັ້ນ, ​ເສດຖະກິດ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ​ໄດ້​ໃນ​ບັນດາ​ສາຍ​ພົວພັນຮ່ວມ​ມື ​ແລະ ຕິດ​ຕໍ່​ແລກປ່ຽນ​ສາກົນ. ໝາຍ​ຄວາມ​ວ່າ ກຳລັງ​ແຮງ​​ຂອງ​ຕົນ​ເອງ​ເປັນ​ສິ່ງ​ຕັດສິນ, ກຳລັງ​ພາຍ​ໃນ​ຍັງ​ຄົງ​ເປັນ​ປັດ​ໃຈ​ສຳຄັນ​ກວ່າ​ໝູ່​. ໝາກຜົນ​ຂອງ​ການ​ເຊື່ອ​​ມໂຍ​ງ​ເຂົ້າ​ກັບ​ສາກົນ ກໍ່​ຂຶ້ນ​ກັບ​ການ​ແກ້​ໄຂ​ເປັນ​ຢ່າງ​ດີ ​ບັນດາ​ສາຍ​ພົວພັນ​ໃຫຍ່, ​ໃນ​ນັ້ນ​ມີ​ສາຍ​ພົວພັນ​ລະຫວ່າງ​ການ​ຮັກສາ​ເອກະລາດ​ແຫ່ງ​ຊາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສົມທົບ​ກຳລັງ​​ແຮງ​ແຫ່ງ​ຊາດ ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ...

ທີ​ສີ່, ຕັ້ງ​ໝັ້ນ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ບັນຫາ​ຊາຍ​ແດນ ດິນ​ແດນ, ກ່ອມ​ອື່ນ​ໝົດ​ແມ່ນ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ແກ່ນສານ​ທີ່​ສຸດ ​ທີ່​ຮັບປະກັນ​ໃຫ້​ມີ​ສິ່ງ​ແວດ​ລ້ອມສັນຕິ​ພາບ ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ, ​ໃນ​ສະ​ເພາ​ະໜ້າ​ກໍ່​ຄື​ຍາວ​ນານ. ຊາຍ​ແດນ ດິນ​ແດນ ​ແມ່ນ​ບັນຫາທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ທຸກໆ​ປະເທດ. ຊາດ​ເຮົາ​ໄດ້​ສູ້​ຮົບ, ຍອມ​ເສຍສະຫຼະ ​ເສຍ​ຫາຍຫຼາຍ​ຢ່າງ​ເພື່ອຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ແລະ​ຜືນ​ແຜ່​ນດີ​ນອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ, ດັ່ງ​ນັ້ນ ບັນຫາ​ເອກະລາດ ອຳນາດ​ອະທິປະ​ໄຕ ຊາຍ​ແດນ ​ແລະດິນ​ແດນ ຍິ່ງ​ເປັນ​ສິ່ງ​ສັກກາລະ​ບູຊາ. ​ໃນ​ເວລາ​ທີ່​ຜ່ານ​ມາ, ດ້ວຍ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ ໝັ້ນ​ໜຽວ​ຂອງ​ປະ​ເທດ​ເຮົາ ​ແລະ​ບັນດາ​ປະ​ເທດ, ພວກ​ເຮົາ​ໄດ້​ແກ້​ໄຂ​ຫຼາຍ​ບັນຫາ​ທີ່​ພົວພັນ​ເຖິງ​ຊາຍ​ແດນ ດິນ​ແດນ. ​ແຕ່​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ພັດ​ແມ່ນ​ບັນດາ​ບັນຫາ​ສັບສົນ​ທີ່​ສຸດ ທາງ​ດ້ານ​ນິຕິ​ທຳ ກໍ່​ຄືທາງ​ດ້ານ​ປະຫວັດສາດ ​ແລະ ພຶດຕິ​ກຳ. ພວກ​ເຮົາ​ຕັ້ງໝັ້ນ​ແກ້​ໄຂ​ບັນດາ​ບັນຫາ​ນີ້ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ​ຈິດ​ໃຈ​ມິດຕະພາບ ​ແລະ​ຮ່ວມ​ມື. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນອອກ, ​ໃນ​ເວລາ​ທີ່ຍັງ​ບໍ່​ທັນບັນລຸ​ໄດ້​ວິທີ​ແກ້​ໄຂ​ອັນ​ພື້ນຖານ ​ແລະ​ຍາວ​ນານ, ພວກ​ເຮົາ​ຍາມ​ໃດ​ກໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢ່າງ​ເຖິງ​ຖອງ, ​ເປັນ​ຕົ້ນ​ແມ່ນ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982, ​ເຄົາລົບ​ນັບຖື ຖະແຫຼງການລະຫວ່າ​ງອາ​ຊຽນ ​ແລະ ຈີນ ກ່ຽວກັບວິທີການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC), ມານະ​ພະຍາຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ກໍ່ສ້າງປະມວນ​ຂໍ້​ກຳນົດກ່ຽວ​ກັບການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ​ໃຫ້​ມີ​ຜົນ​ສັກສິດ​ຢ່າງ​ແທ້​ຈິງ ​ໃນ​ການ​ຄຸ້ມ​ຄອງ​ການ​ພິພາດ ​ແລະ ກີດ​ກັ້ນ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ທີ​ຫ້າ, ສືບ​ຕໍ່​ຍູ້​ແຮງ​ການ​ທູດ​ວັດທະນະທຳ ສື່​ຂ່າວ​ການ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ການ​ເຜີຍ​ແຜ່ ​ແລະ ​ເຊີດ​ຊູບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ, ປະກອບສ່ວນ​ຍົກ​ສູງ​ບົດບາດ ອິດ​ທິພົນ ​ແລະ​ພາບ​ພົດ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ. ສືບ​ຕໍ່​ປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ ມະຕິ​ສະບັບ​ທີ 36 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ... ສ້າງ ​ແລະ ​ໂຄສະນາ​ເຜີຍ​ແຜ່​ ຮູບ​ພາບ​ຂອງ​ປະ​ເທດ​ແລະຄົນຫວຽດນາມ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິ​ພາບ ມິດຕະພາບ ​ແລະ​ຮ່ວມ​ມືສະໜິດສະໜົມ​ຂອງ​ຫວຽດນາມ; ຍາດ​ແຍ່ງ​ເອົາ​ສັນທາຄະ​ຕິ ​ແລະ ຄວາມ​ສະໜັບສະໜູນຂອງ​ວົງ​ຄະນາ​ຍາ​ດສາກົນ ຕໍ່​ກັບປະ​ເທດ​ຫວຽດນາມສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ຈະ​ເລີ​ນພັດທະນາ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາ​ຍ ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ. ຄວາມຊື່ສັດ​ສຸດຈະລິດ ຄວາມ​ຜູກພັນ​ຮັກ​ໄຄ່ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເຄົາລົບ​ສິນ​ທຳ ​ແມ່ນ​ຄຸນ​ລັກສະນະ​ຂອງ​ການ​ທູດ​ຫວຽດນາມ. ຫວຽດນາມ​ຢາກ​ເປັນ​ເພື່ອນ​ມິດ, ​ປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ວາງ​ໃຈ ​ຂອງ​ບັນດາ​ປະ​ເທດ​ໃນ​ວົງ​ຄະນະ​ຍາດ​ໂລກ ​ເພື່ອ​ສັນຕິພາບ ການ​ຮ່ວມ​ມື ​ແລະ​ພັດທະນາ; ​ແລະ​ກໍ່​ຫວັງ​ວ່າ ​ທຸກໆ​ປະ​ເທດ​ລ້ວນ​ແຕ່​ເປັນ​ເພື່ອນ ​ເປັນ​ຄູ່​ຮ່ວມ​ມື​ທີ່​ມີ​ຈິດ​ໃຈ​ກໍ່ສ້າງ​ຂອງ​ຫວຽດນາມ.

ທີ​ຫົກ, ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ຄົ້ນຄວ້າ​ພື້ນຖານ ​ແລະ ຄາດ​ຄະ​ເນ​ຍຸດ​ທະ​ສາດ. ສະພາບ​ການ​ພາກ​ພື້ນ ​ແລະ​ໂລກ​ມີ​ການ​ຫັນປ່ຽນ​ຢ່າງ​ໄວວາ; ສະພາບ​ການ​ພາຍ​​ໃນ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ຄູ່​ຮ່ວ​ມ​ໃຫຍ່, ບັນດາ​ຄູ່​ຮ່ວ​ມຫຼັກ​ແຫຼ່ງຂອງ​ພວກ​ເຮົາ ກໍ່ຜັນ​ປ່ຽນ​ຢ່າງ​ບໍ່​ຢຸດ​ຢັ້ງ. ດັ່ງ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ຄົ້ນ​ຄວ້າ ​ແລະ ຄາດ​ຄະ​ເນ​ຍຸດ​ທະ​ສາດ ​ເພື່ອ​ກຳທ່າ​ອຽງ​ແຫ່ງ​ການ​ພັດທະນາ​ຂອງ​ສະພາບ​ການ​​ໃຫ້​ໄດ້​ຢ່າງ​ທັນ​ການ, ປະກອບສ່ວນ​ສ້າງ​ທ່າ​ເປັນ​ເຈົ້າ​ການ​ໃຫ້​ປະ​ເທດ, ບໍ່​ໃຫ້​ຕົກ​ໃສ່​ທ່າ​ຮັບ ​ສະພາບ​ກະທັນຫັນ​ບໍ່​ທັນ​ຮູ້​ຕົວ. ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ສະຫລຸບ​ແລ້ວ​ວ່າ: “ຖ້າ​​ເດີນຫຼົງ​ທາງ ໝາກກື (​ເຮືອ) ສອງ​ຕົວ​ກໍ່​ຕ້ອງ​ປະ​ໃຫ້​ເສຍ​ລ້າ, ຫາກ​ພົບ​ກາ​ລະໂອກາດ​ດີ ໝາກ​ຈຸກ (​ເບ້ຍ) ຕົວ​ໜຶ່ງ​ກໍ່​ຊະນະ” 1. ຄາດ​ຄະ​ເນ​ກາລະ​ໂອກາດ​ໄດ້ ​ເພື່ອພ້ອມ​ແລ້ວ​ທີ່​ຈະ​ກຳ​ເອົາ, ກຳ​ທ່າ​ອຽງ​ໄດ້​ເພື່ອ​ວາງ​ແຜນ​ນະ​ໂຍບາຍ ​ແລະນະ​ໂຍບາຍອັນ​ສອດຄ່ອງ ​ແມ່ນ​ມູນ​ຫຼັກ​ແຜ່​ຫຼາຍ​ທົ່ວໄປ, ​ແຕ່​ການ​ປະຕິບັດ​ໃນ​ພາກ​ຕົວ​ຈິງ ຍາມ​ໃດ​ກໍ່​ຕັ້ງ​ບັນດາ​ບົດ​ເລກ​ທີ່​ຍາກ​ອອກ​ມາ, ຈະ​ສາມາດ​ແກ້​ໄຂ​ໄດ້ ກໍ່​ຕໍ່​ເມື່ອ​ພວກ​ເຮົາ​ມີ​ການ​ໄຈ້​ແຍກ ຄາດ​ຄະ​ເນ​ຍຸດ​ທະ​ສາດ​ໄດ້ຢ່າງຊັດ​ເຈນ.

ທີ​ເຈັດ, ຢຶດໝັ້ນ​ຫຼັກການ ພັກ​ນຳພາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຢ່າງ​ເດັດຂາດ ​ແລະ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ຢ່າງ​ເປັນ​ເອກະ​ພາບ. ຄຸ້ມ​ຄອງ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ເອກະ​ພາບ​ ທັງ​ດ້ານການ​ເມືອງ ​ເສດຖະກິດ ວັດທະນະທຳ ການ​ປ້ອງກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ... ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ ທັງ​ຍາວ​ນາມ ພື້ນຖານ, ທັງ​ມີ​ລັກສະນະຮີບ​ດ່ວນ. ຕາມ​ຈິດ​ໃຈ​ດັ່ງກ່າວ, ການ​ຕັດສິນ​ຕົກລົງ ​ແລະ ​ການເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທຸກ​ຢ່າງ, ​ເປັນ​ຕົ້ນ​ແມ່ນ ​ບັນດາ​ບັນຫາ​ທີ່​ມີ​ຄວາມກ່ຽວ​ພັນ​​ເຖິງ ​ຄວາມ​ສະຖຽນ​ໝັ້ນ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ​ເຖິງ​ເອກະລາ​ດ ອຳນາ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຄວາມ​ສະຫງົບ​ປອດ​ໄພ ​ແລະ​ກຽດ​ສັກ​ສີ​ຂອງ​ຊາດ, ລ້ວນ​ແຕ່​ຕ້ອງ​ລວ​ນສູນ​ໃສ່​ຂອດ​ໜຶ່ງ ​ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ກົມ​ການ​ເມືອງ ​ແລະ​ຄະນະ​ເລຂາທິການ​ສູນ​ກາງ​ພັກ. ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທຸກ​ຢ່າງ ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ການ​ພິຈາລະນາ​ຕາມ​ທັດສະນະ​ກວມ​ລວມ, ​ເອົາ​ຜົນ​ປະ​ໂຫຍ​ດອັນ​ພື້ນຖານ ​ແລະ​ຍາວ​ນານຂອງ​ປະ​ເທດ​ຊາດ​ເປັນ​ຮາກ​ຖານ; ຫຼີກ​ລ່ຽງການ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດພາກສ່ວນ​ຂອງ​ທ້ອງ​ຖິ່ນ ຂອງ​ຂະ​ແໜງການ ​​ແລ້ວກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍດລວມ. ຄວນຕ້ອງຄິດ​ໄລ່​ເຖິງ ການ​ກະທົບ​ຊຶ່ງ​ກັນ​ແລະ​ກັນ ລະຫວ່າງ​ການ​ເມືອງ ​ເສດຖະກິດ ການ​ປ້ອງ​ກັນ​ປະ​ເທດ ການ​ປ້ອງ​ກັນ​ຄວາມ​ສະຫງົບ ວັດທະນະທຳ ວິທະຍາສາດ ​ເຕັກນິກ; ລະຫວ່າງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ຄວາມ​ສາມັກຄີ​ສາກົນ; ລະຫວ່າງ​ການ​ຕ່າງປະ​ເທດ​ຂອງ​ພັກ ຂອງ​ລັດ ​ແລະ​ການ​ທູດ​ປະຊາຊົນ; ລະຫວ່າງ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ, ​ເຮັດ​ຄື​ແນວ​ໃດ​ໃຫ້​ມັນ​ປະສົມ​ກົມກຽວ​ກັນ ຊ່ວຍ​ໜູນ​ຊຶ່ງ​ກັນ​ແລະ​ກັນ. ການ​ເຄື່ອນ​ໄຫ​ວການ​ຕ່າງປະ​ເທດ​ທຸກ​ຢ່າງລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມ​ໂຄງການ ​ແຜນການ ທີ່​ໄດ້​ຮັບ​ການ​ກວດ​ຜ່ານ​ຈາກຂັ້ນ​ນຳພາ​ທີ່​ມີ​ສິດ​ຕັດສິນ, ​ໃນ​ກົນ​ໄກ ​ແລະ​ລະບຽບ​ລຳດັບ​​ດຳ​ເນີນງານທີ່​ລະອຽດ​ແໜ້ນ​ແຟ້ນ, ຫຼີກ​ລ່ຽງການ​ຊ້ຳ​ຊ້ອນ​ກັນ ​ເພື່ອ​ຮັບປະກັນ​ຄວາມ​ປັນ​ເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້ ​ແລະ​ການ​ກະທຳ ​ລະຫວ່າງ​ບັນດາ​ອົງການ​ພາລະ​ບົດບາດ.

ວຽກ​ງານ​ຄຸ້ມຄອງ​ການ​ຕ່າງປະ​ເທດຕ້ອງ​ໄດ້​ດຳ​ເນີນ​ບົນ​ພື້ນຖານກຳນົດ​ແຈ້ງ​ພາລະ​ບົດບາດ ໜ້າ​ທີ່ກ່ຽວ​ກັບ​ການ​ຕ່າງປະ​ເທດ ລະຫວ່າງ​ບັນດາ​ອົງການ​ພັກ ລັດ ລັດຖະບານ; ລະຫວ່າງ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ​ ກ່ຽວ​ກັບ​ຍຸດ​ທະ​ສາດ ບາດກ້າວປະຕິບັດ​ງານ, ຮັບປະກັນ​ການ​ປະສານ​ສົມທົບ​ຢ່າງ​ເຂົ້າ​ແກັບ​ເຂົ້າ​ເກ​ຍ, ຫຼີກ​ລ່ຽງການ​ຟຸມ​ເຟືອຍ​ແຫຼ່ງພະລັງ ​ແລ​ະລະດົມ​ໄດ້​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປະ​ເທດ. ການຈັດ​ຕັ້ງ​ການ​ຄື່ອນ​ໄຫ​ວການ​ຕ່າງປະ​ເທດ​ ຕ້ອງສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ຕາມ​ທິດ​ມີ​ແບບ​ແຜນ ​ແລະ​ຢ່າງ​ພື້ນຖານ​ກວ່າ​ເກົ່າ; ມີ​ແຜນ​ຍຸດ​ທະ​ສາດ ​ໂຄງການ ​ແຜນການຢ່າງ​ແໜ້ນ​ແຟ້ນ ຈະ​ແຈ້ງ​ກວ່າ​ເກົ່າ; ລະອຽດ ​ແທດ​ຈິງ ​ແລະ​ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ.

ທີ​ແປດ, ປັບປຸງ​ບູລະນະ​ກົງຈັກ​ການຈັດ​ຕັ້ງ ​ແລະ​ກໍ່ສ້າງຖັນ​ແຖວ​ພະນັກງານ​ການ​ຕ່າງປະ​ເທດ ​ທີ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ ​ທີ່​ນັບ​ມື້​ນັບສູງ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ. ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ຕັກ​ເຕືອນ​ຫຼາຍ​ເທື່ອ​ແລ້ວ​ວ່າ: “ພະນັກ​ງານ​ແມ່ນ​ກົດ​ຮາກ​ຂອງ​ທຸກ​ວຽກ​ງານ”; “ທຸກ​ວຽກ​ງານ​ທີ່​ສຳ​ເລັດ​ຜົນ ​ຫຼື​ປະລາ​ໄຊ​ລ້ວນ​ແຕ່​ຍ້ອນ​ພະນັກງານ​ດີ​ ຫຼື​ບໍ່​ດີ”. ຢູ່​ທີ່​ກອງ​ປະ​ຊຸມການ​ທູດ​ກ່ອນ​ໜ້າ​ນີ້ 50 ປີ, ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ບອກສອນ​ພະນັກ​ງານການ​ທູດ​ວ່າ: “ທີໜຶ່ງ​ແມ່ນ​ຕ້ອງ​ມີ​ທັດສະນະ ​ແລະ​ຫຼັກ​ໝັ້ນ​ຂອງ​ພັກ​ເປັນ​ເຂັມທິດ​ຊີ້​ທາງ. ທີສອງ​ແມ່ນ​ຕ້ອງ​ມີ​ຄຸນສົມບັດ​ສິນ​ທຳ​ດີ, ບໍ່​ໃຫ້​ເອກະ​ຊົນ​ຂຶ້ນ​ເທິງ​ຜົນ​ປະ​ໂຫຍ​ດລວມ. ທີສາມ​ແມ່ນ ກ່ຽວ​ກັບ​ວິທີ​ປະຕິບັດ​ງານ​ຕ້ອງ​ລອບຄອບ ລະມັດລະວັງ ​ແລະ ຮັກສາ​ຄວາມ​ລັບ​ຂອງ​ລັດ. ທີ​ສີ່​ແມ່ນ​ຕ້ອງ​ມີ​ຈິດ​ໃຈ​ຮ່ຳຮຽນ​ຫາ​ຄວາມ​ຮູ້ ​ແລະ ມານະ​ພະຍາຍາມ​ໂດຍ​ອາ​ໃສ​ກຳ​ລັງ​ຄວາມ​ສາມາດ​ຂອງ​ຕົນ​ເອງ, ປະຢັດ. ທີຫ້າ​ແມ່ນ​ຕ້ອງຮຽນ​ພາສາ​ຕ່າງປະ​ເທດ”. ຄຳ​ສັ່ງສອນ​ເຫຼົ່າ​ນັ້ນ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ຜູ້​ກໍ່​ຕັ້ງຂະ​ແໜງ​ການ​ທູດ​ຫວຽດນາມ, ​ແມ່ນ​ການ​ກຳນົດ​ທິດ​ທີ່​ສອດຮ້ອຍ​ຕະຫຼອດ ​ເພື່ອ​ໃຫ້​ພະນັກງານ​ການ​ທູດ​ພວກ​ເຮົາ​ສູ້​ຊົນ ຝຶກ​ຝົນ​ຫຼໍ່ຫຼອມ ສຳ​ເລັດ​ຢ່າງ​ດີ​ເດັ່ນ​ໜ້າ​ທີ່​ທີ່​ພັກ​ແລະ​ລັດ​ມອບ​ໝາຍ​ໃຫ້. ຖັນ​ແຖວພະນັກງານ​ເຮັ​ດວຽກ​ງານ​ການ​ຕ່າງປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ການ​ທູດ ​ແມ່ນ​ຖັນ​ແຖວ​ພິ​ເສດ: ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​​ເປັນພິ​ເສດ​ທາງ​ດ້ານ​ຄຸນ​ທາດ, ສຳ​ພັດ​ໄວ​ເປັນ​ພິ​ເສດຕໍ່​ສະຖານະ​ການ, ສະຫຼາດ​ຄ່ອງ​ແຄ​ວ່ ​ໄຫວ​ພິບ​ເປັນ​ພິ​ເສດ​ໃນ​ການ​ເຈລະຈາ ​ແລະ​ສຸພາບ​ຫຼັກ​ແຫຼມ​ໃນ​ການ​ປະພຶດ. ຖັນແຖວພະນັກງານ​ເຮັ​ດວຽກ​ງານ​ການ​ຕ່າງປະ​ເທດ ຕ້ອງຝຶກ​ຝົນ​ແບບ​ແຜນ: ນຶກ​ຄິດ​ລະອຽດ​ຖີ່​ຖ້ວນ, ກະທຳ​ຢ່າງ​ເດັດດ່ຽວ​​ໄຫວ​ພິບ​ຕາມ​ເຫດການ​ເກີດ​ຂຶ້ນ, ຄວາມ​ຊຳນິ​ຊຳນານ​ໃນ​ວິຊາ​ຊີບ; ທາງ​ດ້ານ​ຄວາມ​ສາມາດ​ຕ້ອງ​ມີ​ລະດັບ​ວິຊາ​ສະ​ເພາະ ວິຊາ​ຊີບ ​ແລະ​ພາສາ​ຕ່າງປະ​ເທດ. ພິ​ເສດ, ພະນັກງານ​ການ​ທູດ​ຕ້ອງບໍ່​ລົດ​ລະ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອ​ມຄຸນສົມບັດ​ການ​ເມືອງ ​ແລະ ​ແນວ​ຄິດ​ໃຫ້​ກ້າ​ແກ່ນ, ​ເດັດດ່ຽວ​ຕໍ່ສູ້​ກັບ​ບັນດາ​ປະກົດ​ການ “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, “ຜັນ​ປ່ຽນ​ດ້ວຍ​ຕົນເອງ”, ຮູ້​ປ້ອງກັນ​ຕົວ​ເອງ ​ແລະ​ປ້ອງ​ກັນ​ອົງການ​ຈັດ​ຕັ້ງ​ພັກ. ພະນັກງານ​ການ​ທູດ​ແຕ່ລະຄົນ​ຕ້ອງ​ຮູ້​ໂຄສະນາ​ເຊີດ​ຊູ​ກຽດ​ສັກ​ສີ​ຂອງ​ຄົນ ​ແລະ​ປະ​ເທດ​ຫວຽດນາມ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ປັດ​ຈຸ​ບັນພວກ​ເຮົາ​ໄດ້​ມີ​ຖັນ​ແຖວ​ພະນັກງານ​ການ​ທູດ​ຮຸ້ນ​ໃໝ່ ທີ່​ສະ​ຫຼຽວສະຫຼາດ ມີຄວາມ​ຮູ້ ​ແລະ​ມັກ​ຮ່ຳຮຽນ, ມີ​ແບບ​ແຜນ​ເຮັດ​ວຽກ​ທີ່​ຊຳນານ​ໃນ​ວິຊາ​ຊີບ​ພໍ​ຄວນ. ​ແຕ່​ອາດ​ຈະ​ແມ່ນ ຢູ່​ໃນ​ແລະ​ນອກ​ປະ​ເທດ, ຢູ່​ບ່ອນນີ້​ຫຼື​ບ່ອນ​ນັ້ນ  ຍັງ​ມີ​ສະພາບ​ເຮັກ​ວຽກ​ແບບບໍ່​ເອົາ​ຈິງ​ເອົາ​ຈັງ, ຂີ້ຄ້ານ​ອ່ານໜັງສື, ຂີ້ຄ້ານ​ລົງ​ເລິກ​ຄົ້ນຄວ້າ, ພະນັກງານ​ຈຳນວນ​ໜຶ່ງ​ບໍ່​ມີ​ລະດັບ​ເທົ່າ​ທຽມ​ກັບ​ລະດັບ​ລວມຂ​ອງ​ພາກ​ພື້ນ ທາງ​ດ້ານ​ພາສາ​ຕ່າງປະ​ເທດ ວິຊາ​ຊີບ. ຍັງ​ມີ​ປະ​ກົດ​ການ​ອັດຕະວິ​ໄສ, ​ເສຍສະຕິ​ລະວັງ​ຕົວ, ລະ​ເຫຼີງ​ເຫີ​ນຫ່າງອຸດົມ​ຄະຕິ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຄະນະ​ກຳກັບ​ວຽກ​ງານ​ພັກ​ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ຄະນະ​ພັກ​ໃນ​ຂະ​ແໜງ​ການ​ຕ່າງປະ​ເທດ ​ຕ້ອງ​ເອົາ​ໃຈ​ໃສ່ທີ່​ສຸດ​ເຖິງວຽກ​ງານ​ກໍ່ສ້າງ​ຖັນ​ແຖວ, ສົມທົບ​ກັບ​ການ​ຊີ້​ນຳປະຕິບັດ​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ​​ໃຫ້​ໄດ້​ດີ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ​ແລະ​ຄຳ​ສັ່ງ​ສະບັບ​ທີ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກ່ຽວ​ກັບການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນແຍງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈີ​ມິນ.

​ໃນ​ປະຫວັດສາດຫຼາຍພັນ​ປີ​ແຫ່ງ​ການ​ສ້າງ​ສາ ​ແລະ​ປົກ​ປັກຮັກສາ​ປະ​ເທ​ດຂອງ​ຊາດ​ເຮົາ, ​ເປັນ​ຕົ້ນ​ແມ່ນ​ໃນ​ເວລາ​ເຄິ່ງກວ່າ​ສະຕະວັດ​ທີ່​ຜ່ານ​ມາ, ພື້ນຖານ​ການ​ທູດ​ຫວຽດນາມ​ໄດ້​ເປັນ​ຮູບ​ເປັນຮ່າງ​ຂຶ້ນ ດ້ວຍ​ມູນ​ເຊື້ອ ​ແລະ​ລັກສະນະ​ສີສັນ​ສະ​ເພາະ ​ໂດຍ​ຕິດ​ແໜ້ນ​ກັບ​ແນວ​ຄິດ​ການ​ທູດ​​ໂຮ່ຈີ​ມິນ. ອາດ​ຈະ​ເວົ້າ​ວ່າ, ການ​ທູດ​ທັນສະ​ໄໝ​ຂອງ​ຫວຽດນາມ​ສັງຄົມ​ນິຍົມ ​ໄດ້​ສືບ​ທອດ ​ແລະ ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ ບັນດາ​ສິ່ງ​ທີ່​ດີງາມ​ໃນ​ການ​ທູດ​ຂອງ​ປູ່ຍ່າ​ຕາ​ຍາຍ, ສົມທົບ​ລະຫວ່າງ​ມູນ​ເຊື້ອ​ຂອງ​ໂລກ​ຕາ​ເວັນ​ອອກ ກັບ​ບົດຮຽນ​ທີ່​ໄດ້​ກັ່ນ​ຕອງ​ໃນ​ການ​ທູດ​ ຂອງ​ໂລກ​ຕາ​ເວັນ​ຕົກ, ສ້າງ​ເປັນ​ລັກສະນະ​ສີສັນ​ສະ​ເພາະ​ຂອງ​ຕົນ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ບັນດາ​ຜົນງານ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ທີ່​ໜ້າ​ຊົມ​ເຊີຍ​ສົ່ງ​ເສີມ ຂອງ​ຂະ​ແໜງ​ການ​ທູດ​ເວົ້າ​ສະ​ເພາະ ​ແລະ​ຂອງ​ບັນ​ດາ​ເຫຼົ່າ​ທັບ​ການ​ຕ່າງປະ​ເທດທີ່​ປະກອບ​ເຂົ້າ​ເວົ້າ​ລວມ ຈະ​ເປັນ​ກຳລັງ​ໝູນ​ອັນ​ໃຫຍ່​ຫຼວງ, ຊຸກຍູ້​ຢ່າງ​ແຂ​ງແຮງຕໍ່​ຂະ​ບວນວິວັດ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ເຊື່ອມ​ໂຍງເຂົ້າ​ກັບ​ສາກົນ, ນຳ​ເອົາມະຕິ​ສະບັບ​ທີ 28 ຂອງ​ສູນ​ກາງ ​ແລະມະຕິ​ສະບັບ​ທີ 22 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ. ບັນຫາ​ຕ່າງໆ​ທີ​ກອງ​ປະຊຸມ​ຄັ້ງ​ນີ້​ປຶກສາ​ສົນທະນາ ຊາບ​ຊືມ, ພິ​ເສດ​ແມ່ນ​ຂໍ້​ສະ​ເໜີ​ຕ່າງໆ ກ່ຽວ​ກັບນະ​ໂຍບາຍ, ຕ້ອງ​ແທດ​ເໝາະ​ຕົວ​ຈິງ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ພວມ​ວາງ​ອອກ​ມາ​ຕໍ່​ປະ​ເທດ, ນຳ​ເອົາ​ພາລະກິດການ​ປ່ຽນ​ແປງ​ໃໝ່ຂອງ​ພວກ​ເຮົາ​ໄປ​ເຖິງຍອດ​ສູງ​ແຫ່ງ​ໄຊຊະນະ​ໃໝ່ ຄື​ດັ່ງ​ມານະ​ຈິດ​ຂອງ​ທົ່ວ​ພັກ ​ແລະ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປວງ​ຊົນ​ທັງ​ຊາດ.

​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2014 ​ແລະ​ລະດູບານ​ໃໝ່​ປີມະ​ເມຍ ທີ່​ຈະ​ມາ​ເຖິງ, ຕາງໜ້າ​ການ​ນຳ​ພັກ ​ແລະ​ລັດ, ຂ້າພະ​ເຈົ້າ​ຂໍ​ຝາກ​ຄວາມ​ຮັກ​ແພງ ​ແລະຄຳອວຍພອນ​ອັນ​ປະ​ເສີດ​ມາ​ຍັງດາ​ສະຫາຍ ຂໍ​ໃຫ້​ບັນດາ​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ຜາ​ສຸກ ​ແລະ ສຳ​ເລັດ​ຜົນ. ອວຍພອນ​ໃຫ້​ກອງ​ປະຊຸມ​ຂອງ​ພວກ​ເຮົາ​ບັນລຸ​ຜົນສຳ​ເລັດ​ອັນ​ດີງາມ./.

ຂຽນ​ໂດຍ: ຫງວຽນຝູຈ້ອງ
ເລຂາທິການໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ​ຫວຽດນາມ

 

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ, ສະບັບ​ທີ 855 (​ເດືອນ​ມັງກອນ ປີ 2014)

1 ຕາມກົນລະ​ຍຸດ ໝາກ​ລຸກ ຈີນ