ວ.ກ.ອອນ​ໄລ - ວັນ​ທີ 5 ພຶດສະພາ 2014, ກອງປະຊຸມທົ່ວປະເທດ ກ່ຽວກັບວຽກງານ ປ້ອງກັນ ຕ້ານການສໍ້ລາດບັງຫຼວງໄດ້ໄຂຂຶ້ນ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍເລຂາ ທິການໄຫຍ່ ຫງວຽນຝູຈ້ອງ ຫົວໜ້າ​ຄະນະ​ຊີ້ນຳ​ສູນກາງ ກ່ຽວກັບການປ້ອງກັນ ຕ້ານການ ສໍ້ລາດບັງຫຼວງ ​ໄດ້​ເປັນ ​ປະທານ​ກອງ​ປະຊຸມ ​ແລະ ມີ​ບົດ​ປາ​ໄສ​ທີ່​ສຳຄັນ​ ເພື່ອສະຫລຸບ​ກອງປະຊຸມ. ວາລະສານ​ກອມ​ມູນິດ​ອອນ​ໄລ ຂໍ​ເປັນ​ກຽດ​ລົງ​ພິມ​ແນະນຳ​ບົດ​ປາ​ໄສ​ດັ່ງກ່າວ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳປາໄສສະຫລຸບກອງປະຊຸມ

“ຮຽນ​ທ່ານ​ຜູ້​ແທນ​ທັງຫຼາຍ,

ຮຽນ​ບັນດາ​ສະຫາຍ,

ພາຍຫຼັງ​ການ​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ ​ເຂັ້ມ​ງວດ ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັບຜິດຊອບ​ໃນ​ມື້ໜຶ່ງ, ກອງ​ປະຊຸມ​ທົ່ວ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ສຳ​ເລັດ​ເນື້ອ​ໃນ ​ແລະ​ລະບຽບ​ວາລະ​ການ​ປະຊຸມ​ທີ່​ໄດ້​ວາງ​ອອກ. ກອງ​ປະຊຸມ​ໄດ້​ຮັບຟັງ​ລາຍ​ງານສະພາບ​ການ ຜົນສຳ​ເລັດຂອງວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແຕ່​ຕົ້ນ​ປີ 2013 ມາ​ເຖິງ​ດຽວ​ນີ້; ທິດ​ທາງ ໜ້າ​ທີ່​ວຽກ​ງານ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ຄວາມ​ເຫັນ​ທີ່​ປະກອບ​ໃນ​ກອງ​ປະຊຸມ​ຂອງ​ບັນດາ​ຜູ້​ແທນ ​ເບິ່ງ​ລວມລ້ວນ​ແຕ່​ສະ​ແດງ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ ກັບ​ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ເຕີມ, ທຳ​ຄວາມ​ກະຈ່າງ​ແຈ້ງ​ຕື່ມ​ອີກ​ກ່ຽວ​ກັບຫຼາຍ​ບັນຫາ​ໃນ​ຂົງ​ເຂດຕ່າງໆ; ຍົກ​ໃຫ້​ເຫັນ​ແຈ້ງ​ຕື່ມ​ອີກເຖິງ​ບາງ​ບົດຮຽນປະສົບ​ການ​ດີ, ວິທີ​ເຮັດ​ທີ່​ດີ​ໃນ​ການ​ນຳພາ ຊີ້​ນຳ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ສະ​ເໜີ​ຂໍ້​ສະ​ເໜີ​ແນະ​ໃໝ່, ​ເນັ້ນ​ໜັກ​ຕື່ມ​ອີກ​ບາງ​ວິທີ​ແກ້ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ກວ່າ​ອີກ​ການ​ຕໍ່ສູ້ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.  

​ເພື່ອ​ສຳ​ເລັດ​ສິ້ນ​ສຸດ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ມີ​ຄວາມ​ເຫັນ​ບາງ​ຢ່າງ​ດັ່ງ​ນີ້:

1- ກ່ຽວ​ກັບ​ການ​ຕີ​ລາຄາ​ສະພາບ​ການ, ຜົນສຳ​ເລັດ​ຂອງວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

ຄວາມ​ເຫັນ​ລວມຂອງ​ກອງ​ປະຊຸມ​ລ້ວນ​ແຕ່​ໃຫ້​ທັດສະນະ​ວ່າ, ​ເສີມ​ຂະຫຍາຍ​ບົດຮຽນ​ຂອງ​ຫຼາຍ​ປີ​ກ່ອນ, ​ແຕ່​ປີ 2013 ມາ​ຮອດ​ດຽວ​ນີ້, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິການ​ຂອງ​ລັດຖະບານ, ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ຂອງ​ແນວ​​ໂຮມ​ປະ​ເທດ​ຊາດ ​ແລະ​ບັນດາ​ອົງຄະ​ນະມະ​ຫາ​ຊົນ, ການ​ເຂົ້າ​ຮ່ວມ​ປະຕິບັດ​ຂອງ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ​ພໍ​ຄວນ ​ແລະ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ຈະ​ແຈ້ງ. ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ, ການຈັດ​ຕັ້ງ ​ແລະ ກົນ​ໄກ​ນຳພາວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ບູລະນະ. ວຽກ​ງານ​ກວດກາ ກວດກາ​ນ ກວດ​ສອບ​ບັນຊີ ສືບສວນ ຟ້ອງ​ສານ ພິພາກສາ​ບັນດາ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ເພີ່ມ​ທະວີ. ວຽກ​ງານ​ການ​ປ້ອງ​ກັນ ຄົ້ນ​ເຜີຍ ​ແລະ ກຳຈັດ​ແກ້​ໄຂ​ການ​ກະທຳສໍ້​ລາດ​ບັງ​ຫຼວງ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ; ຈຳນວນ​ກໍລະນີ ຄະດີສບ້ລາດ​ບັງ​ຫຼວງ ຖືກ​ຄົ້ນ​ເຜີຍ ກຳຈັດ​ແກ້​ໄຂ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ກ່ອນ​ໜ້າ​ນີ້. ການ​​ເສີມຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ອົງການ​ສື່​ມວນ​ຊົນ ​ແລະ​ປະຊາຊົນ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ກວ່າ​ແຕ່​ກ່ອນ.

​ໂດຍປະຕິບັດ​ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XI, ພາຍຫຼັງ​ການ​ສ້າງ​ຕັ້ງ​ເປັນ​ເວລາໜຶ່ງປີ​ກວ່າ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດພາລະ​ບົດບາດ ໜ້າ​ທີ່; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຊີ້​ນຳ​ຮອບດ້ານ ​ທັງ​ປ້ອງ​ກັນ ​ແລະ​ຕ້ານ; ກໍ່ສ້າງ ປັບປຸງ​ບູລະນະ​ເປັນ​ແຕ່​ລະ​ກ້າວ​ລະບຽບ​ກົດໝາຍ​ກ່ຽວ​ກັບການປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ຈັດ​ຕັ້ງ​ບັນດາ​ຄະນະ​ກວດກາ ຕິດຕາມ​ກວດກາ​ການ​ປະ​ຕິບັດກໍລະນີ ຄະດີ​ຕ່າງໆ; ​ເລີ່​ມຟ້ອງ​ຮ້ອງ, ສືບສວນ, ຟ້ອງ​ສານ, ພິຈາລະ​ນາ​ຕັດສິນ​ຄະດີ​ສໍ້​ລາດ​ບັງ​ຫຼວງ; ປັບປຸງ​ການຈັດ​ຕັ້ງ​ບັນດາ​ຄະນະຮັບຜິດຊອບ​ວຽກ​ງານ​ພາຍ​ໃນ​ຂອງ​ຄະນະ​ພັກ​ແຂວງ ກຳ​ແພງ​ນະຄອນ​ສັງກັດ​ສູນ​ກາງ​ພັກ... ພ້ອມ​ກັນນັ້ນ ກໍ່​ໄດ້​ເລືອກ​ເອົາ​ຂອດ​ຄົງ​ຄ້າງ ວຽກ​ຫຍຸ້ງຍາກ​ຈຳນວນ​ໜຶ່ງ​ ເພື່ອ​ສຸມ​ໃສ່ຊີ້​ນຳ​ແກ້​ໄຂ, ​ເຊັ່ນ: ຄົ້ນ​ເຜີຍ, ຊຸກຍູ້​ແກ້​ໄຂ​ບັນດາ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ ສັບ​ສົນ; ປັບປຸງ​ວຽກ​ງານການ​ປະ​ເມີນ​ດ້ານ​ຍຸດຕິ​ມຳ; ບັນຫາ​ໃຫ້​ຮັບ​ການ​​ຜັດ​ໂທດ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ສົມທົບ​ລະຫວ່າງອົງການ​ຕ່າງໆ ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ຫຼັກການທີ່​ວ່າ ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ​ບໍ່​ປ່ອຍປະ​ລະ​ເຫຼີງ​ການ​ນຳພາ​ຂອງ​ພັກ ​ແຕ່​ກໍ່​ບໍ່​ອຸ້ມ​ວຽກ ​ບໍ່ເຮັດ​ຕາງ​ເຮັດ​ແທນ ຫຼື​ແຊກ​ແຊງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ພາລະ​ບົດບາດ ​​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ສ້າງ​ເງື່ອນ​ໄຂ​ ໃຫ້​ບັນດາ​ອົງການ​ພາລະ​ບົດບາດ​ເປັນ​ເຈົ້າ​ການ​ປະຕິບັດ​ໜ້າ​ທີ່ ຖືກຕ້ອງ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ.

​ແມ່ນ​ຍ້ອນ​ອາໃສສິ່ງ​ດັ່ງ​ກ່ານ​ນັ້ນ​ເອງ ​ໃນ​ເວລາ​ມໍ່ໆ​ມາ​ນີ້ ວຽກ​ງານ​ຄົ້ນ​ເຜີຍ ​ແກ້​ໄຂ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງ ຈຶ່ງ​ໄດ້​ຊຸກຍູ້, ສ້າງ​ການ​ຫັນປ່ຽນ​ຈະ​ແຈ້ງ​ພໍ​ຄວນ; ການ​ສືບສວນ, ການຟ້ອງ​ສານ, ການ​ພິຈາລະ​ນາ​ຕັດສິນ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ ສັບສົນ​ຈຳນວນ​ໜຶ່ງ ຈຶ່ງ​ໄດ້​ຍູ້​ແຮງ​ກວ່າ​ເກົ່າ; ຄະດີ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່​ຫຼາຍ​ຄະດີ​ ຖືກສານ​ພິຈາລະນາ​ຕັດສິນ​ລົງ​ໂທດ ຕາມ​ການ​ກຳນົດ​ຂອງ​ກົດໝາຍ, ພິ​ເສດ​ແມ່ນ​ການ​ເປີດ​ເຜີຍ​ ນຳເອົາບັນດາຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ ສັບສົນ ​ໄປ​ພິພາກສາລົງ​ໂທດ​ຢ່າງ​ເຂັ້ມ​ງວດ ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນຢ່າງ​ກວ້າງຂວາງ ​ຂອງພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ, ມີ​ຄຸນ​ປະ​ໂຫຍ​ດສັ່ງສອນ ບອກ​ເຕືອນ ກີດ​ກັ້ນ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ, ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ ​ແລະ​ລັດ. ກົນ​ໄກ​ແກ້​ໄຂ, ວຽກ​ງານ​ສົມທົບ​ລະຫວ່າງ​ບັນດາ​ອົງການ​ພາລະ​ບົດບາດ​ໃນ​ການ​ຄົ້ນ​ເຜີຍ, ​ແກ້​ໄຂ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ປະຈຳ ​ເປັນ​ເຈົ້າ​ການ ​ແລະ​ມີ​ປະສິດທິ​ຜົນ.

ຄະນະ​ຮັບຜິດຊອບ​ວຽກ​ງານ​ພາຍ​ໃນ​ສູນ​ກາງ - ອົງການ​ປະຈຳການ​ຂອງ​ຄະນະ​ຊີ້​ນຳ, ພາຍຫຼັງ​ການ​ສ້າງ​ຕັ້ງ​ຄືນ​ໃໝ່​ເປັນ​ເວລາ​ໜຶ່ງ​ປີກ​ວ່າ, ​ໄດ້​ປັບປຸງ​ການຈັດ​ຕັ້ງ ການ​ເຄື່ອນ​ໄຫວ​ໃຫ້​ເປັນ​ປົກກະຕິ​ໂດຍ​ໄວ, ສຳ​ເລັດ​ໂດຍພື້ນຖານ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ຜ່ານ​ວຽກ​ງານ​ອັນ​ລະອຽດ ​ແທດ​ເໝາະ ​ແລະ​ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​​​ເປັນ​ຜູ້​ປຶກສາ​ ແລະຊ່ວຍ​ວຽກ​ໃຫ້​ຄະນະ​ຊີ້​ນຳ, ຄະນະ​ປະຈຳ​ການຂອງ​ຄະນະ​ຊີ້​ນຳ, ຖານະ​ທີ່​ຕັ້ງ ບົດບາດ​ຂອງ​ຄະນະ​ຮັບຜິດຊອບ​ວຽກ​ງານ​ພາຍ​ໃນ​ສູນ​ກາງ​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ແຕ່​ລະ​ກ້າວ.

ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ​​ ໄດ້ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ໃນ​ການ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ ປະກາດ​ໃຊ້​ໃໝ່​ ເພື່ອບູລະນະ​ເປັນ​ແຕ່​ລະ​ກ້າວ ລະບຽບ​ກົດໝາຍ ກົນ​ໄກ ນະ​ໂຍບາຍ ກົດໝາຍ​ໃນ​ຂົງ​ເຂດ​ຕ່າງໆ​ ຂອງ​ຊີ​ວິກ​ເສດຖະກິດ ສັງຄົມ, ສ້າງ​ພື້ນຖານ​ນິຕິ​ທຳ​ນັບມື້​ນັບຄົບ​ຊຸດ ​ແລະ​ແໜ້ນ​ແຟ້ນກວ່າ​ອີກ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຄະນະ​ພັກ​ຕຳຫຼວດ​ສູນ​ກາງ, ຄະນະ​ປະຕິບັດ​ງານ​ພັກ​​ໃນໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຄະນະ​ປະຕິບັດ​ງານ​ພັກ​ໃນສານ​ປະຊາຊົນ​ສູງ​ສຸດ ​ໄດ້​ຊີ້​ນຳນຳພາວຽກ​ງານ​ປະສານ​ສົມທົບ​ຍູ້​ແຮງ​ການ​ສືບສວນ ຟ້ອງ​ສານ ​ແລະດຳ​ເນີນ​ການ​ພິພາກສາ ບັນດາຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ ສັບສົນ. ຄະນະ​ພັກ ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຫຼາຍ​ແຫ່ງ ​ໄດ້​ເອົາ​ໃຈໃສ່ຊີ້​ນຳ​ນຳພາ ​ແລະ​ໃນ​ຂັ້ນ​ຕົ້ນ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ.

ຄຽງ​ຂ້າງ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ ພວກ​ເຮົາ​ກໍ່​ຕ້ອງ​ຮັບ​ຮູ້​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ ວຽກ​ງານ​ປ້ອງ​ກັນ ຄົ້ນ​ເຜີຍ ​ແລະ​ແກ້​ໄຂການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ເວລາ​ທີ່​ຜ່ານ​ມາ ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ ທຽບ​ກັບ​ຄວາມ​ຕ້ອງການ ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ. ວຽກ​ງານ​ປັບປຸງບູລະນະ​ລະບຽບ​ກົດໝາຍກ່ຽວ​ກັບການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຍັງ​ຊັກ​ຊ້າ; ວຽກ​ງານ​ໂຄສະນາ ​ເຜີຍ​ແຜ່ ອົບ​ຮົບ​ສຶກສາ​ກົດໝາຍ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ; ພະນັກງານ ຂ້າ​ລັດຖະການ ລັດຖະກອນ ປະຊາຊົນ​ກ່າວ​ໂທດການ​ກະທຳ​ສໍ້​ລາດ​ບັງ​ຫຼວງຍັງ​ໜ້ອຍ, ​ໃນ​ເວລາ​ນັ້ນ ຍັງ​ບໍ່​ທັນ​ມີ​ກົນ​ໄກ​ອັນສັກສິດ​ເພື່ອ​ປົກ​ປ້ອງ ​ແລະ​ຍ້ອງຍໍ​ຜູ້​ກ່າວ​ໂທດການສໍ້​ລາດ​ບັງ​ຫຼວງ. ຄວາມ​ຮັບຜິດຊອບ, ຄວາມ​ສາມາດ​ນຳພາ, ກຳລັງ​ແຮງ​ສູ້​ຮົບຂອງ​ຄະນະ​ພັກ​ຈຳນວນ​ໜຶ່ງ, ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ຍັງ​ບໍ່​ທັນ​ສູງ. ມາດ​ຕະການ​ປ້ອງ​ກັນ​ການ​ສໍ້​ລາດ​ບັງຫຼວງຫຼາຍ​ມາ​ຕະການ​ຍັງ​ມີ​ລັກສະນະ​ຮູບ​ການ. ການຈັດ​ຕັ້ງ ການ​ເຄື່ອນ​ໄຫວ ກຳລັງ​ຄວາມ​ສາມາດ ​ຂອງ​ຫຼາຍ​ກົມ​ກອງ​ແລະ​ພະນັກງານພາກສ່ວນ​ໜຶ່ງ ທີ່​ຮັບຜິດຊອບ​ສະ​ເພາະ​ວຽກ​ງານຕ້ານ​ການສໍ້​ລາດ​ບັງ​ຫຼວງ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ການ​ພົວພັນ​ປະ​ສາມ​ສົມທົບ ​ລະຫວ່າງ​ບັນດາ​ອົງການ​ດຳ​ເນີນ​ການ​ຟ້ອງ​ຮ້ອງ ​ແລະ​ລະຫວ່າງ​ບັນດາ​ອົງການ​ດຳ​ເນີນ​ການ​ຟ້ອງ​ຮ້ອງ ກັບ​ອົງ​ການ​ກວດກາ​ນ, ອົງການ​ກວດ​ສອບ​ບັນຊີ ​ໃນ​ການ​ຄົ້ນ​ເຜີຍ ​ແກ້​ໄຂ​ບັນດາ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງບາງທີ​ຍັງ​ບໍ່​ທັນ​ແໜ້ນ​ແຟ້ນ. ວຽກ​ງານ​ຄົ້ນ​ເຜີຍການສໍ້​ລາດ​ບັງ​ຫຼວງຍັງ​ອ່ອນ​ແອ, ຈຳນວນ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງທີ່​ຖືກ​ຄົ້ນ​ເຜີຍ ​ແລະ​ແກ້​ໄຂ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ກວດກາ ກວດ​ສອບ​ບັນຊີ ສືບສວນ ຍັງ​ມີ​ຈຳນວນ​ໜ້ອຍ. ອັດຕາ​ສ່ວນ​ເກັບ​ຄືນ​ຊັບ​ສິນສໍ້​ລາດ​ບັງ​ຫຼວງ ຍັງ​ຕ່ຳ​ທີ່ສຸດ. ສະພາບ​ການສໍ້​ລາດ​ບັງ​ຫຼວງຍັງ​ເກີດ​ຂຶ້ນ​ຢ່າງ​ເຄັ່ງຮ້ອນຢູ່​ຫຼາຍ​ຂະ​ແໜງ​ການ ຫຼາຍ​ຂັ້ນ ຫຼາຍ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ການ​ເງິນ ທະນາຄານ, ​ໃນ​ການຄຸ້ມ​ຄອງ ນຳ​ໃຊ້​ທີ່​ດິນ, ​ໃນ​ການ​ຄຸ້ມຄອງ ຂຸດ​ຄົ້ນ​ຊັບພະຍາກອນ​​ແຮ່ທາດ ​ແລະ​ໃນ​ການ​ລົງທຶນ​ພາກ​ລັດ. ສະພາບ​ການສໍ້​ລາດ​ບັງ​ຫຼວງມະ​ຍິກ​ມະ​ຍ່ອຍ ທີ່​ສະ​ແດງ​ອອກ​ໂດຍ​ຜ່ານ​ການ​ກິນ​ສິນ​ບົນ, ​ໃນ​ຂົງ​ເຂດ​ການ​ບໍລິຫານ ບໍລິການ​ສ່ວນ​ລວມ, ການ​ໃຫ້​ຄ່າ​ມື ວິ້ງ​ເຕັ້ນ​ເພື່ອ​ໃຫ້​​ໄດ້ວຽກ​​ເມື່ອ​ຕິດ​ຕໍ່​ກັບ​ບັນດາ​ອົງການ​ອຳນາດ​ລັດ ຍັງ​ເຄັ່ງຮ້ອນ​ຢູ່.  ການ​ຄົ້ນ​ເຜີຍການສໍ້​ລາດ​ບັງ​ຫຼວງຍັງ​ອມ່ນຂອດ​ທີ່​ອ່ອນ. ການ​ແກ້​ໄຂ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງຢູ່​ບາງ​ແຫ່ງ ຍັງ​ມີ​ປະ​ກັດ​ການ​ຜ່ອນ​ເບົາ​ໃຫ້; ຍັງ​ມີ​ສະພາບ​ການສວຍ​ໃຊ້ການ​ປະຕິບັດ​ວິ​ໄນ ​ແກ້​ໄຂ​ດ້ວຍ​ການ​ບໍລິຫານ ປ່ຽນ​ແທນ​ໃຫ້​ແກ່​ການຟ້ອງ​ສານ​ຄະດີອາຍາ ຟ້ອງ​ສານຜູ້​ຕ້ອງ​ຫາ​ຕາມ​ກຳນົດ​ຂອງ​ກົດໝາຍ. ການ​ເສີມ​ຂະຫຍາຍ​ບົດບາດ ຄວາມ​ຮັບຜິດຊອບ​ຂອງ​ສັງຄົມ ​ແລະ​ການ​ຮ່ວມ​ມື​ສາກົນ​ໃນການປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຍັງ​ຖືກ​ຈຳກັດ. ການສໍ້​ລາດ​ບັງ​ຫຼວງພວມ​ເປັນ​ສິ່ງ​ທ້າ​ທາຍ ​ແລະ​ເປັນ​ບັນຫາ​ໜຶ່ງ​ໃນ​ບັນດາ​ບັນຫາ​ຮ້ອນ​ເຄືອງ​ທີ່​ສຸດ​ຂອງ​ສັງຄົມ​ປັດຈຸບັນ.

ສະພາບ​ການ​ດັ່ງກ່າວ​ເທິງ​ນີ້​ມີ​ຫຼາຍ​ສາ​ເຫດ, ​ແຕ່​ສາ​ເຫດ​ຕົ້ນ​ຕໍ່​ແມ່ນ: ກົນ​ໄກ ນະ​ໂຍບາຍ ກົດໝາຍ​ຍັງ​ບໍ່​ທັນ​ບໍລິບູນ ບໍ່ຄົບ​ຊຸດ; ຂໍ້​ກຳນົດ​ຫຼາຍ​ຂໍ້​ຍັງ​ຢຽບ​ໃສ່​ກັນ, ຂັດ​ແຍ່ງ​ກັນ, ມີ​ຈຸດ​ອ່ອນ​ຫຼາຍ ຖືກ​ສວຍ​ໃຊ້​ງ່າຍ. ກົງຈັກ​ບໍລິຫານ​ຍັງ​ພະ​ລຸງ​ພະລັງ; ການ​ແບ່ງ​ງານ ​ແບ່ງ​ຂັ້ນ​ຍັງ​ບໍ່​ທັນ​ຈະ​ແຈ້ງ ຊັດ​ເຈນ​ແທ້​ເທື່ອ; ການ​ປະຕິ​ຮູບ​ການ​ບໍລິຫານ​ຍັງ​ບໍ່​ທັນ​ດີ. ​ກຳນົດ​ກ່ຽວ​ກັບຄວາມ​ຮັບຜິດຊອບ​ຂອງ​ຜູ້​ນຳໜ້າ ​ຍັງ​ບໍ່​ລະອຽດ, ຍັງ​ບໍ່​ທັນ​ສົ່ງ​ເສີມ​ໃຫ້​ເຂົາ​ຕັ້ງໜ້າ​ພະຍາຍາມ ​ເປັນ​ເຈົ້າ​ການ​ໃນ​ການຄົ້ນ​ເຜີຍ ​ແກ້​ໄຂການສໍ້​ລາດ​ບັງ​ຫຼວງທີ່​ເກີດ​ຂຶ້ນ​ຢູ່​ໃນ​ສຳນັກງານ​ອົງການ ກົມກອງ ທ້ອງ​ຖິ່ນ​ທີ່​ຕົນ​ຄຸ້ມ​ຄອງ. ຫຼາຍ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ອຳນາດ​ການ​ປົກຄອງ ​ແລະ​ຜູ້ນຳ​ໜ້າຫຼາຍ​ຄົນ ຮັບ​ຮູ້​ຍັງ​ບໍ່ທັນ​ຄົບ​ຖ້ວນ ​ເລິກ​ເຊິ່ງກ່ຽວ​ກັບ​ລັກສະນະຮ້າຍ​ແຮງ ຄວາມ​ອັນຕະລາຍ​ຂອງ​ການສໍ້​ລາດ​ບັງ​ຫຼວງ; ​ເສີມ​ຂະຫຍາຍຍັງ​ບໍ່​ທັນ​ໝົດ​ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງ ຂອງ​ປະຊາຊົນ​ໃນ​ວຽກງານຕໍ່​ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ການ​ຄຸ້ມ​ຄອງ ສຶກສາ​ອົບຮົມ​ພະນັກງານ ສະມາຊິກ​ພັກ ຂ້າ​ລັດຖະການ​ຍັງມີ​ຈຸດອ່ອນຫຼາຍ. ບາງ​ຄະນະ​ພັກ, ຫົວໜ້າ​ສຳນັກງານ​ອົງການ ກົມ​ກອງ​ບາງ​ແຫ່ງ ​ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ມາດ​ຕະການ​ແກ້​ໄຂ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຫຼື​ໄດ້​ຜັນ​ຂະຫຍາຍ​ແຕ່​ເຮັດ​ແບບ​ຮູບ​ການ. ພະນັກງານ​ຫຼັກ​ແຫຼ່ງຈຳນວນໜຶ່ງຂອງ​ຂັ້ນ ຂະ​ແໜງ​ການ​ຕ່າງໆ, ນັບ​ທັງ​ພະນັກງານ​ການ​ນຳ​ຂັ້ນ​ສູງ ບໍ່​ເປັນ​ແບບຢ່າງ​ໃນ​ການ​ຮັກສາ​ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ; ຍັງ​ບໍ່​ທັນ​ນຳ​ໜ້າ ​ແລະ​ເປັນ​ແບບຢ່າງ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ບົດບາດ​ຂອງ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ອົງການ​ສື່​ມວນ​ຊົນ ​ແລະ​ປະຊາຊົນ​ໃນ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຍັງ​ບໍ່​ທັນ​ໄດ້​ເສີມ​ຂະຫຍາຍ​ຢ່າງ​ພຽງພໍ.

2- ກ່ຽວ​ກັບ​ທິດ​ທາງ ​ໜ້າ​ທີ່​ໃນ​ເວລາ​ທີ່​ຈະ​ມາ​ເຖິງ

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ XI ຂອງ​ພັກ, ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 ​ແລະ​ຂໍ້​ສະຫລຸບ​ຂອງ​ສູນ​ກາງພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XI ກໍ່​ຄື​ເອກະສານ​ອື່ນ​ຫຼາຍ​ສະບັບ​ຂອງ​ພັກ ​ແລະ​ລັດ​ຫວຽດນາມ ລ້ວນ​ແຕ່​ຢັ້ງຢືນ​ວ່າ ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ການ​ຟຸມ​ເຟືອຍ​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ, ທັງ​ຮີບ​ດ່ວນ ທັງ​ຍາວ​ນານ. ພະນັກງານ ສະມາຊິກ​ພັກ​ທຸກ​ຄົນ ກ່ອນ​ອື່ນ​ໝົດ​ແມ່ນ​ຜູ້​ເປັນ​ຫົວໜ້າ ຕ້ອງ​ເປັນ​ແບບຢ່າງ​ໃນ​ການ​ຕໍ່ສູ້ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

​ເພື່ອ​ໃຫ້ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ເປັນ​ເອກະ​ພາບ​ຢັ້ງຢືນ​ວ່າ ຕ້ອງ​ສືບ​ຕໍ່​ປະຕິບັດ​ຈຸດໝາຍ ທັດສະນະ ​ແລະ​ບັນດາ​ວິທີ​ແກ້ ທີ່​ໄດ້​ລະບຸ​ໄວ້​ໃນ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ​ 3 ສະ​ໄໝ​ທີ X, ປະຕິບັດບັນດາ​ກຸ່ມ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ທີ່​ວາງ​ອອກ​ໃນຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 5 ສະ​ໄໝ​ທີ XI, ​ແລະ 8 ​ເນື້ອ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ທີ​ຍົກ​ຂຶ້ນ​ໃນ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ການປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ຢ່າງ​ເຂັ້ງ​ງວດ ​ແຂງ​ແຮງ ​ແລະ​ຄົບ​ຊຸດ​ກວ່າ​ອີກ. ເອົາ​ໃຈ​ໃສ່​ທັງການ​ປ້ອງ​ກັນ ​ແລະ ການ​ຕ້ານ, ດ້ວຍ​ຈິດ​ໃຈ​ເດັດດ່ຽວ ໜຽວ​ແໜ້ນ ລຽນຕິດ ຖືກຕ້ອງ​ຕາມ​ກົດໝາຍ, ​ແນ​ໃສ່​ສ້າງ​ໃຫ້​ມີ​ການຫັນ​ປ່ຽນ​ຈະ​ແຈ້ງ​ກວ່າ​ອີກ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ປັບປຸງຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ.

ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່​ຕື່ມ​ອີກ​ບາງ​ບັນຫາ​ອັນ​ລະອຽດ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຕ້ອງ​ສຸມ​ໃສ່​ຊີ້​ນຳ​ການ​ກໍ່ສ້າງ ປັບປຸງ​ບູລະນະ​ລະບົບ​ບັນດາຂໍ້​ກຳນົດ​ຂອງ​ພັກ​ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ​ເພີ່ມ​ເຕີມ ປັບປຸງ ບູລະນະ​ບັນດາ​ກົນ​ໄດ ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ​ເພື່ອ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ອີງ​​ໃສ່ກົດ​ລະບຽບ ​ແລະ​ບັນດາ​ມະຕິ​ຂອງ​ພັກ, ຕ້ອງ​ຫັນ​ເປັນ​ລະອຽດ ກໍ່ສ້າງ​ບັນດາ​ກົດ​ຂໍ້​ກຳນົດ​ພາຍ​ໃນ​ຂອງ​ພັກ ​ເພື່ອ​ກໍ່​ຮ່າງສ້າງ​ຮູບ​ເທື່ອ​ລະ​ກ້າວ​ເປັນ​ລະບົບ​ບັນດາ​ຂໍ້ກຳນົດ​ທີ່ມີ​ວິທະຍາສາດ ​ແໜ້ນ​ແຟ້ນ ຄົບ​ຊຸດ ກ່ຽວ​ກັບການປ້ອງກັນ ຕ້ານການສໍ້ລາດບັງຫຼວງ; ລະບົບ​ບັນດາ​ຫຼັກການ ​ແລະ ຫຼັກຄຸນສົມບັດ​ ຈັນ​ຍາ​ບັນ ທີ່​ນຳ​ໃຊ້​ຕໍ່​ພະນັກງານ ສະມາຊິກ​ພັກ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ກັບ​ຜູ້​ເປັນ​ຫົວໜ້າ, ​ໃນ​ການ​ຮັກສາ​ຄຸນສົມບັດ​ສິນ​ທຳ, ຊື່​ຕົງ​ບໍລິສຸດ ​ໃສ​ສະອາດ ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ.

ປີ 2014 ​ແລະ​ຊຸມ​ປີ​ຕໍ່​ໄປ​ຕ້ອງ​ຍູ້​ແຮງ​ການ​ກໍ່ສ້າງ ປັບປຸງ​ບູລະນະ​ກົນ​ໄກ ນະ​ໂຍບາຍ ກົດໝາຍ, ​ແກ້​ໄຂ​ຄວາມ​ຫຼົມ​ແຫຼວ​ຈຸດ​ອ່ອນ​ຕ່າງໆໃນ​ການ​ຄຸ້ມ​ຄອງ​ເສດຖະກີດ - ສັງຄົມ, ​ເປັນ​ຕົ້ນ​ແມ່ນ ​ໃນ​ຂົງ​ເຂດທີ່​ເກີດການສໍ້​ລາດ​ບັງ​ຫຼວງງ່າຍ. ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ລັດຖະບານ​ສຸມ​ໃສ່​ຊີ້​ນຳ​ການ​ສືບ​ຕໍ່​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ ບູລະນະ​ກົດໝາຍ ກົນ​ໄກ ນະ​ໂຍບາຍ​ທີ່​ກ່ຽວ​ພັນ​ເຖິງ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ພິເສດແມ່ນ ພາຍຫຼັງທີ່ລັດຖະທຳມະນູນປີ 2013 ແລະກົດໝາຍບາງສະບັບ ໄດ້ຮັບການຮັບຮອງຜ່ານໂດຍສະພາແຫ່ງຊາດ. ສືບຕໍ່ຄົ້ນຄວ້າດັດແປງ ປັບປຸງບູລະນະຂໍ້ກຳນົດກ່ຽວກັບມາດຕະການ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ ທີ່​ພວມ​ໄດ້​ປະຕິບັດ ​ແຕ່​ປະສິດທິ​ຜົນ​ຕ່ຳ. ເອົາ​ໃຈ​ໃສ່​ເປັນສຳຄັນເຖິງບັນດາ​ຂໍ້​ກຳນົດ​ກ່ຽວ​ກັບການ​ກວດກາ​ຊັບ​ສິນ ລາຍ​ຮັບ​ລາຍ​ໄດ້​ຂອງ​ພະນັກງານ ຂ້າ​ລັດຖະການ ລັດຖະກອນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຜູ້​ທີ່ຢູ່​ໃນ​ທີ່​ຕັ້ງ ​ແລະ​ຂົງ​ເຂດ​ວຽກ​ງານ​ທີ່​ອາດ​ຈະ​ຖືກຄະດີສໍ້​ລາດ​ບັງ​ຫຼວງ​ໃນ​ລະດັບ​ສູງ. ກຳນົດ​ການ​ແລກປ່ຽນ​ຊື້​ຂາຍທີ່​ມີ​ຄຸນຄ່າ​ສູງ​ຂອງ​ພະນັກງານ ຂ້າ​ລັດຖະການ ລັດຖະກອນ ຜູ້​ມີ​ຖານະ​ຕຳ​ແໜ່​ງ ຜູ້​ມີ​ສິດ​ອຳນາດ ຕ້ອງ​ໄດ້​ປະຕິບັດ​ໂດຍ​ຜ່ານ​ທະນາຄານ ​ເພື່ອ​ກວດກາ ກີດ​ກັ້ນ​ການ​ແລກປ່ຽນ​ຜິດ​ກົດໝາຍ ການ​ຟອກ​ເງິນ ການສໍ້​ລາດ​ບັງ​ຫຼວງ. ການ​ກຳນົດກ່ຽວ​ກັບ​ຍ້ອງຍໍ​ບຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ກ່າວ​ໂທດ ຄົ້ນ​ເຜີຍການສໍ້​ລາດ​ບັງ​ຫຼວງ. ​ເດັດດ່ຽວ ຕັ້ງໜ້າ​ພະຍາຍາມ​ກໍ່ສ້າງ​ໃຫ້​ໄດ້​ກົນ​ໄກ​ປ້ອງ​ກັນ​ເພື່ອ​ບໍ່​ອາດສໍ້​ລາດ​ບັງ​ຫຼວງ; ກົນ​ໄກ​ປາບ​ປາມ ກ່າວ​ເຕືອນ​ເພື່ອ​ບໍ່​ກ້າສໍ້​ລາດ​ບັງ​ຫຼວງ;  ​ແລະ​ກົນ​ໄກ​ຮັບປະກັນ​ເພື່ອ​ບໍ່​ຕ້ອງການສໍ້​ລາດ​ບັງ​ຫຼວງ.

 ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດຕ້ອງ​ແນະນຳ​ການ​ນຳ​ໃຊ້​ບັນດາ​ກົດໝາຍ​ກ່ຽວ​ກັບ​ການສະ​ເໜີ​ໃຫ້​ປະ​ເມີນ ​ແລະ​ຕີ​ລາຄາ, ການ​ນຳ​ໃຊ້​ບົດສະຫລຸບ​ຂອງການ​ປະ​ເມີນ​ຕຸລາການ​ ໃນ​ລະບົບ​ສານ​ປະຊາຊົນ ​ໄອ​ຍະ​ການ​ປະຊາຊົນ. ຫຼີກ​ລ່ຽງສະພາບ​ການ​ຫຼົບ​ຫຼີກ​ການ​ປະ​ເມີນ, ປະຕິບັດ​ການ​ປະ​ເມີນ​ຢ່າງ​ຊັກ​ຊ້າ ຫຼື​ສວຍ​ໃຊ້​ການສະ​ເໜີ​ໃຫ້​ປະ​ເມີນ, ​ເອົາ​ຜົນ​ຂອງ​ການ​ປະ​ເມີນ ປ່ຽນ​ແທນ​ໃຫ້​ແກ່​ບົດ​ສະຫລຸບ​ການ​ສືບສວນ, ຖື​ວ່າ​ຜົນ​ຂອງ​ການ​ປະ​ເມີນ​ສຳຄັນ​ກວ່າ​ບົດ​ສະຫລຸບ​ການ​ສືບສວນ, ກໍ່​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ວຽກ​ງານ​ສືບສວນ ຟ້ອງ​ສານ ພິຈາລະ​ນາຕັດສິນຄະ​ດີ.

ທີ​ສອງ, ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ ອົບຮົມ​ສຶກສາ ​ເພື່ອ​ແນໃສ່ຍົກ​ສູງ​ຄວາມ​ຮັບ​ຮູ້ ສະຕິ​ສຳນຶກ ຄວາມ​ຮັບຜິດຊອບ​ຂອງ​ຂັ້ນ ຂະ​ແໜງ​ການ​ຕ່າງໆ, ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສ້າງ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບ ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ ຄວາມ​ຕັດສິນ​ໃຈສູງ​ໃນ​ການ​ກະທຳ.

ນີ້​ແມ່ນ​ໜ້າ​ທີ່​ທີ່​ບໍ່​ໃໝ່ ​ແຕ່​ສຳຄັນ​ທີ່​ສຸດ. ຍ້​ອນອົບຮົມ​ສຶກສາ​ແມ່ນມາດຕະການ​ອັນ​ພື້ນຖານ​ເພື່ອ​ບຳລູງຄູນສ້າງ​ຄຸນສົມບັດ ຍົກ​ສູງ​ຄວາມ​ຊື່ສັດ​ບໍລິສຸດ; ຕ້ານ​ການ​ເສື່ອ​ມ​ໂຊມ ປ່ຽນ​ທາດ. ຄະນະ​ໂຄສະນາ​ອົບຮົມ​ສຶກສາ​ສູນ​ກາງ​ເປັນ​​ເຈົ້າພາບ​ສົ​ມທົບ​ກັບ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຄົ້ນຄວ້າ ​ເປັນ​ທີ່​ປຶກສາ​ຊ່ວຍ​ພັກ-ລັດ ​ແນວ​ໂຮມປະ​ເທດ​ຊາດ ມີ​ແຜນ​ການ​ໂຄສະນາ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ໃນ​ທົ່ວ​ພັກ ທົ່ວ​ກອງທັບ ​ແລະ​ທົ່ວ​ປວງປະ​ຊາຊົນ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມຄົ້ນ​ເຜີຍ ​ແລະ​ກ່າວ​ໂທດການສໍ້​ລາດ​ບັງ​ຫຼວງ ​ໂດຍ​ຕິດ​ແໜ້ນ​ກັບ​ການ​ຍ້ອງຍໍ​ຊົມ​ເຊີຍ ຍົກຍ້ອງ​ກຽດ​ສັກສີ ​ແລະ​ໃຫ້​ລາງວັນ​ຢ່າງ​ເໝາະ​ສົມ ທັນ​ການ ​ໃຫ້​ຜູ້​ກ່າວ​ໂທ​ດ ຜູ້​ຄົ້ນ​ເຜີຍ​ການສໍ້​ລາດ​ບັງ​ຫຼວງ; ຍ້ອງ​ຍໍ​ຊົມ​ເຊີຍ​ບັນດາ​ບົດຮຽນ​ທີ່​ດີ ​ແບບຢ່າງ​ດີ​ເດັ່ນ, ພ້ອມ​ກັນ​ນັ້ນ​ກໍ່​ກ່າວ​ປະນາມ​ໂທດ​ຢ່າງ​ແຂງ​ແຮງ​ຕໍ່​ການ​ກະທຳ​ຫຍໍ້​ທໍ້ ການສໍ້​ລາດ​ບັງ​ຫຼວງ. ພະນັກງານ ສະມາຊິກ​ພັກ, ພິ​ເສດ​ແມ່ນ​ພະນັກງານ ສະມາຊິກ​ພັກ​ທີ່​ເປັນ​ຫົວໜ້າ​ສຳນັກງານອົງການ ການຈັດ​ຕັ້ງ​ ກົມ​ກອງ, ຕ້ອງ​ນຳ​ໜ້າ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຝຶກ​ຝົນ​ຫຼໍ່​ຫຼອມ​ຄວາມຊື່ສັດ​ສຸດຈະລິດ​ຂອງ​ຜູ້​ເປັນ​ພະນັກງານ ຂ້າ​ລັດຖະການ, ກໍ່ສ້າງ ​ແລະ​ປະຕິບັດ​ຢ່າງ​ເຂັ້ມງວດຕາມຂໍ້​ກຳນົດ​ການ​ປະພຶດ ຈັນ​ຍາ​ບັນ ຄຸນສົມບັດ​ຂ້າ​ລັດຖະການ. ຕ້ອງ​ປຸກລຸກ​ຫາງ​ສຽງ​ສັງຄົມ​​ໃຫ້ຕຳ​ໜິຕິ​ຊົມ​ຢ່າງ​ເຄັ່ງ​ຄັດ​ ຕໍ່​ການ​ກະທຳສໍ້​ລາດ​ບັງ​ຫຼວງ, ອົບຮົ​ມສຶກສາ​ຈິດ​ໃຈ​ຮູ້​ເຄົາລົບ​ນັບຖື​ກຽດ​ສັກ​ສີ, ຮູ້​ລະອາຍ​ໃຈ ​ເຈັບ​ໃຈຍ້ອນການສໍ້​ລາດ​ບັງ​ຫຼວງ.

ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ຄົ້ນ​ເຜີຍ ​ແກ້​ໄຂ​ບັນດາ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງ​ແມ່ນ​ຕ້ອງ​ເລີ່​ມຕົ້ນ​ໃນ​ແຕ່ລະ​ຄະນະ​ພັກ ​ແຕ່​ລະ​ສຳນັກງານ ອົງການ ກົມ​ກອງ, ໃນແຕ່ລະພະນັກງານ ສະມາຊິກພັກ. ຮັບຮູ້ຢ່າງຈະແຈ້ງ ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຈຸດປະສົງ ຄວາມໝາຍ ເນື້ອໃນບັນດາຂໍ້ກຳນົດຂອງພັກ ແລະລັດກ່ຽວກັບວຽກ​ງານ​ປ້ອງ​ກັນ ຕ້ານ​ການສໍ້​ລາດ​ບັງ​ຫຼວງ, ​ໃນ​ນັ້ນ​ເອົາ​ການ​ປ້ອງ​ກັນ​ເປັນ​ຕົ້ນ​ຕໍ, ​ແຕ່​ວ່າ ​ໃນ​ສະພາບການ​ປັດຈຸບັນ, ການ​ຄົ້ນ​ເຜີຍ ​ແລະ​ກຳຈັດ​ແກ້​ໄຂ​ການສໍ້​ລາດ​ບັງ​ຫຼວງຢ່າງ​ເຂັ້ມ​ງວດ ກໍ່​ມີ​ຄຸນ​ປະ​ໂຫຍ​ດອັນ​ຕັ້ງໜ້າ ​ເພື່ອ​ກ່າວ​ເຕື່ອນ ປ້ອງ​ກັນ​ການສໍ້​ລາດ​ບັງ​ຫຼວງ.

ບັນດາ​ອົງການ​ສຶ່ຂ່າວ​ຕ້ອງສົ່ງ​ຂ່າວ ລົງ​ພິມ​ບົດ​ຄວາມ​ກຳນົດ​ທິດ​ທີ່​ຖືກຕ້ອງ​ໃຫ້​ແກ່​ຫາງ​ສຽງ​ສັງຄົມ ​ເພື່ອ​ໃຫ້ທຸກ​ຄົນ​ເຫັນ​ແຈ້ງ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ​ຕ່າງໆ ຂອງ​ວຽກ​ງານ​ຕໍ່ສູ້ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ກໍ່​ຄື​ຂໍ້​ຈຳກັດ ຈຸດ​ອ່ອນ ຄວາມ​ຫຍຸ້ງຍາກ ຄວາມ​ສັບສົນ​ຕ່າງໆ; ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ລັດ, ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ​ໃນ​ການ​ກີດ​ກັ້ນ ຍູ້​ຖອຍການສໍ້​ລາດ​ບັງ​ຫຼວງ. ກຳຈັດ​ແກ້​ໄຂ​ສະພາບ​ການ​ສື່​ຂ່າວ​ດ້ານ​ດຽວ, ສື່​ຂ່າວ​ບໍ່​ຊັດ​ເຈນ, ມີ​ລັກສະນະ​ກະທົບກະ​ເທືອ​ນ, ກໍ່​ຄວາມ​ອົນ​ລະ​ເວງ​ຫວາດ​ຫວັ່ນ ຫຼືຍັດ​ຍຽດປະ​ເພດ​ໂທດ ລະດັບ​ໂທດ​ໃຫ້​ຜູ້​ຕ້ອງ​ຫາ​ກ່ອນ​ການ​ພິພາກສາ​ຂອງ​ສານ. ປົກ​ປ້ອງ, ຍ້ອງຍໍ, ປຸກລະດົມ​ກຳລັງ​ໃຈ​ຕໍ່​ນັກ​ຂ່າວ​ທີ່​ຕັ້ງໜ້າ ກ້າ​ຕໍ່ສູ້ຕ້ານ​ການສໍ້​ລາດ​ບັງ​ຫຼວງ; ກຳຈັດ​ດັດ​ແກ້ຢ່າງ​ເຂັ້ມ​ງວດ​ ຕໍ່​ການ​ສົ່ງ​ຂ່າວ​ຜິດ​ກັບຄວາມ​ຈິງ ການ​ໃສ່​ຮ້າຍ​ປ້າຍ​ສີ ​ເສກ​ສັນ​ປັ້ນ​​ແຕ່ງ​ສົ່ງ​ຜົນ​ກະ​ທົບ​ໃນ​ທາງ​ຮ້າຍ. ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ບັນດາ​ອັງກາ​ນພາລະ​ບົດບາດ ຕ້ອງ​ດປັນ​ເຈົ້າ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ຕ່າງໆ ທີ່​ມີ​ການ​ພົວພັນ​ເຖິງການສໍ້​ລາດ​ບັງ​ຫຼວງ ​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນຢ່າງ​ທັນ​ການ ຖືກຕ້ອງ​ຕາມ​ກົດ​ໝາຍ.

ທີສາມ, ​ເຊີດ​ຊູຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຄະນະ​ພັກ, ຍົກ​ສູງຄວາມ​ສາມາດ​ນຳພາ ກຳລັງ​ສູ້​ຮົບ ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ​ຂອງອົງການ​ຈັດ​ຕັ້ງ​ພັກ ​ແລະ​ພະນັກງານ ສະມາຊິກ​ພັກ ​ໃນ​ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ການ​ຕໍ່ສູ້ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ການ​ຕໍ່ສູ້​ໃນ​ກະ​ໂຕ​ແຕ່​ລະ​ອົງກາ​ນ ການຈັດ​ຕັ້ງ ກົມ​ກອງ, ການ​ຕໍ່​ສູ້​ໃນ​ກະ​ໂຕ​ແຕ່ລະຄົນ. ​ເພາະສະ​ນັ້ນ, ຕ້ອງ​ຍົກ​ສູງ​​ຄວາມ​ສາມາດ​ນຳພາ ​ແລະ​ກຳລັງ​ສູ້​ຮົບ​ຂອງ​ການຈັດ​ຕັ້ງ​ພັກ, ​ເປັນ​ຕົ້ນ​ແມ່ນ​ການຈັດ​ຕັ້ງ​ຮາກ​ຖານ​ພັກ, ຍົກ​ສູງ​ຄວາມ​ຮັບຜິດຊອບ ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ​ຂອງ​ຜູ້ນຳ​ໜ້າ​ອົງການ ການຈັດ​ຕັ້ງ ກົມ​ກອງ. ຕ້ອງ​ຕິດ​ແໜ້ນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ກັບ​ການ​ຮ່ຳຮຽນ ​ແລະ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈິີມິ​ນ ​ແລະ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ.

ພິ​ເສດ, ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ​ແລະ​ຜູ້ນຳ​ໜ້າ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ, ສຸມ​ການ​ຊີ້​ນຳ​ນຳພາ​ຢ່າງ​ເປັນ​ປະ​ຈຳ ລຽນຕິດ, ສ້າງ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງ ​ແລະທົ່ວສັງ​ຄົມ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ນີ້​ແມ່ນ​ປັດ​ໄຈອັນ​ດັບ​ໜຶ່ງ​ທີ່​ຮັບປະກັນການ​ປະຕິບັດວຽກງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຢ່າງມີປະສິດທິຜົນ. ຄວາມ​ຕັດສິນໃຈການ​ເມືອງ​ແມ່ນ​ຄຳ​ໝັ້ນ​ສັນຍາ​ສູ້​ຮົບ​ຕ້ານການສໍ້​ລາດ​ບັງ​ຫຼວງ, ມັນ​ຕ້ອງ​ໄດ້​ສະ​ແດງ​ອອກ​ດ້ວຍ​ການ​ກະທຳ​ອັນ​ລະ​ອຽດ​ຕ່າງໆ ​ແລະ​ໄດ້​ປະກາດ​ເປີດ​ເຜີຍ​​ໃຫ້​ປະຊາຊົນ​ຮູ້, ​ໃຫ້​ປະຊາຊົນ​ຊ່ວຍ​ເຫຼື​ອ ​ແລະ​ຕິດຕາມ​ກວດກາ. ດ້ານໜຶ່ງ, ຕົນ​ເອງ​ຕ້ອງ​ເປັນ​ແບບຢ່າງ​ປະຕິບັດ, ປະຕິບັດ​ຕາມ​ຢ່າງ​ເຂັ້ມ​ງວດ​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ຄວາມ​ຊື່ສັດ​ສຸດຈະລິດ ​ແລະ​ລະບຽບ​ວິ​ໄນ, ປະຕິບັດ​ການ​ປະຢັດ, ບໍ່​ຟຸ່ມ​ເຟືອຍ, ບໍ່​ເຫັນ​ແກ່​ສິດຜົນປະ​ໂຫຍ​ດສ່ວນ​ຕົວ, ຕື່ນ​ຕົວ​ປະຕິບັດ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພັກ, ກົດໝາຍ​ຂອງ, ​ພົວພັນໃກ້​ຊິດ​ຕິດ​ແທດ​ກັບ​ມະຫາຊົນ. ດ້ານ​ອື່ນ, ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ສະ​ແດງ​ໃຫ້​ສັງຄົມ ​ໃຫ້​ມວນ​ຊົນ​ເຫັນ​ ທ່າ​ທີ​ອັນ​ຈະ​ແຈ້ງ ​ແລະຄວາມ​ຕັດສິນ​ໃຈ​ເດັດດ່ຽວຕ້ານ​ການສໍ້​ລາດ​ບັງ​ຫຼວງ ຄວາມ​ຫຍໍ້​ທໍ້ ​ເຊິ່ງບໍ່​ພຽງ​ແຕ່​ດ້ວຍ​ຄຳ​ເວົ້າ ດ້ວຍ​ໜັງສື​ເປັນ​ລາຍ​ລັກ​ອັກສອນ ດ້ວຍ​ການ​ຮ້ອງ​ປ່າວ​ລວມໆ​ເທົ່າ​ນັ້ນ ຫາກ​ຕ້ອງ​ດ້ວຍ​ການ​ກະທຳ​ອັນ​ລະອຽດ ​ແທດ​ຈິງ​ທີ່​ສຸດ ​ແລະ​ມີ​ປະສິດທິ​ຜົນ​ທີ່​ເຫັນ​ໄດ້​ໃນ​ພາກ​ຕົວ​ຈິງ.

ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ​ຕ້ອງ​ມີຈິດ​ໃຈ​ສູ້​ຮົບ​ສູງ, ​ເປັນ​ເຈົ້າ​ການ​ປ້ອງ​ກັນ​ກີດ​ກັ້ນ ຄົ້ນ​ເຜີຍ ​ແລະ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ​ດ້ວຍ​ຕົນ​ເອງ ​ຕໍ່ການ​ກະທຳສໍ້​ລາດ​ບັງ​ຫຼວງ. ຕໍ່ຄະດີສໍ້​ລາດ​ບັງ​ຫຼວງທີ່​ຮ້າຍ​ແຮງ ສັບສົນ, ຄະນະ​ພັກ ຜູ້ນຳ​ໜ້າ​ຄະນະ​ພັກ​ ຕ້ອງ​ເປັນ​ເຈົ້າ​ການສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງລາຍ​ງານ ​ເພື່ອ​ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂ, ຮັບປະກັນຄວາມ​ຮີບ​ດ່ວນ, ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ກົດໝາຍ. ຕ້ອງ​ກຳນົດການປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ວຽກ​ງານ​ຈຸດ​ໜັກ​ໃຈກາງ, ​ແມ່ນ​ບັນທັດຖານ​ໜຶ່ງ​ເພື່ອ​ຕີ​ລາຄາ​ພະນັກງານ ສະມາຊິກ​ພັກ, ກະກຽມ​ບຸກຄະລາ​ກອນ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຕ່າງໆ ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XII. ຕີ​ລາຄາ​ສູງ​ບັນດາ​ອົງການ ການຈັດ​ຕັ້ງ ກົມ​ກອງທີ່​ຄົ້ນ​ເຜີຍ​ການ​ສໍ້​ລາດ​ບັງຫຼວງ​ດ້ວຍ​ຕົນ​ເອງ; ແກ້​​ໄຂຢ່າງ​ເຂັ້ມງວດບັນດາ​ອົງການ ການຈັດ​ຕັ້ງ ກົມ​ກອງ​ທີ່​ຫຼົບ​ຫຼີກ ປົກ​ປິດ ປ່ອຍ​ມື​ໃຫ້ການສໍ້ລາດບັງຫຼວງ. ຕ້ອງ​ເຫັນ​ໄດ້​ວ່າ, ​ເຖິງ​ວ່າບັນດາ​ອົງການ​ພາລະ​ບົດບາດ ຈະ​ມີ​ຄວາມ​ຕັດສິນ​ໃຈ ​ເງື່ອນ​ໄຂ ​ແລະພາຫະນະພຽງພໍ​ເຖິງ​ລະດັບ​ໃດ​ກໍ່ຕາມ ກໍ່ຍາກ​ທີ່​ຈະ​ຄົ້ນ​ເຜີຍ ​ແລະ​ແກ້​ໄຂ​ຢ່າງ​ທັນ​ການ ​ເຖິງ​ຖອງ​ຕໍ່​ການ​ກະທຳສໍ້​ລາດ​ບັງ​ຫຼວງ ຖ້າ​ຫາກ​ຜູ້​ຕ້ອງ​ຫາ​ໄດ້​ຮັບ​ການ​ປິດ​ບັງ ອະນຸ​ໂລມ​ຈາກ​ພາຍ​ໃນ.

​ແຕ່ລະ​ຄະນະ​ພັກ, ​ແຕ່ລະ​ຂະ​ແໜງ ຂັ້ນ ຕ້ອງ​ກຳນົດ​ຂົງ​ເຂດ ບໍລິ​ເວນ​ຈຸດ​ໜັກ​ໃຈກາງ​ເພື່ອ​ລວມສູນ​ການ​ຊີ້​ນຳ; ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂົງ​ເຂດ​ຈຸດ​ໜັກ​ທີ່​​ເຄີຍ​ເກີດ​ການສໍ້​ລາດ​ບັງ​ຫຼວງ ​ເຊັ່ນ:ການຄຸ້ມ​ຄອງ ​ແລະ​ນຳ​ໃຊ້​ທີ່​ດິນ; ກາກໍ່ສ້າງ​ພື້ນຖານ; ການ​ຮັບ ຈ່າຍ​ງົບປະມານ, ການ​ນຳ​ໃຊ້​ຊັບ​ສິນ​ເງິນ​ທອງ​ຂອງ​ຫຼວງ; ຊັບພະຍາກອນ ສິ່ງ​ແວດ​ລ້ອມ; ການ​ຫັນ​ເປັນ​ຫຸ້ນ​ສ່ວນ ​ແລະ​ການ​ເງິນ​ໃນ​ວິ​ສາ​ຫະກິດ; ປະຕິບັດ​ນະ​ໂຍບາຍ​ສະຫວັດ​ດີການ​ສັງຄົມ; ວຽກ​ງານ​ການຈັດ​ຕັ້ງ​ພະນັກງານ...

ທີສີ່, ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ອົງການ ກົມ​ກອງ​ສະ​ເພາະ​ກິດ​ກ່ຽວກັບການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ​​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນບັນດາ​ອົງການ​ປົກ​ປັກ​ຮັກສາ​ກົດໝາຍ; ສຸມ​ໃສ່​ຊີ້​ນຳ​ນຳພາ​ວຽກ​ງານ​ຄົ້ນ​ເຜີຍ ສືບສວນ ​ແລະ​ແກ້​ໄຂ​ກໍລະ​ນີ ຄະດີສໍ້ລາດບັງຫຼວງໃຫຍ່ ຢ່າງ​ເຂັ້ມ​ງວດ ທັນ​ການ.

ລະບົບ​ບັນດາ​ອົງການ ກົມ​ກອງ​ສະ​ເພາ​ກິດ​ກ່ຽວ​ກັບກ​ານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ທາງ​ດ້ານ​ການຈັດ​ຕັ້ງ ພາລະ​ບົດບາດ ໜ້າ​ທີ່. ບັນດາ​ອົງການ​ເຫຼົ່າ​ນີ້​ຕ້ອງ​ມີ​ມາດ​ຕະການ​ເພື່ອກຳຈັດ​ດັດ​ແກ້​ໂດຍ​ໄວ ​ຂໍ້​ບົກພ່ອງ​ຈຸດ​ອ່ອນຕ່າງໆ​ໃນ​ການ​ປະຕິບັດ​ພາລະ​ບົດບາດ ໜ້າ​ທີ່​ຂອງ​ຕົນ, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຄົ້ນ​ເຜີຍ ​ແລະ​ແກ້​ໄຂ​ບັນດາ​ການ​ກະທຳສໍ້ລາດບັງຫຼວງ, ສຸມ​ໃສ່​ບັນດາ​ຄະດີສໍ້​ລາດ​ບັງ​ຫຼວງ​ໃຫຍ່. ຕ້ອງ​ຍົກ​ສູງ​ຄຸນສົມບັດ ​ແລະ​ຄວາມ​ສາມາດ​ຂອງ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ​ຂະ​ແໜງຕຸລາການ​ເວົ້າ​ລວມ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະນັກງານ​ສືບສວນ ​ໄອ​ຍະ​ການ ຜູ້​ພິພາກສາ​ທີ່​ເຮັດ​ການ​ດຳ​ເນີນ​ຄະດີ​ແກ້​ໄຂ​ບັນດາຄະດີສໍ້​ລາດ​ບັງ​ຫຼວງ. ກໍ່ສ້າງ ​ແລະ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່​ສ້າງ​ໃຫ້​ມີ​ການ​ປະສານ​ສົມທົບ​ຢ່າງ​ຄົບ​ຊຸດ​ຂອງ​ບັນດາ​ອົງການ​ພາລະ​ບົດບາດ​ໃນ​ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ອງ​ປະ​ເຊີນ​ໜ້າ​ຢ່າງ​ເປັນ​ປະຈຳ​ກັບ​ສິ່ງ​ທ້າ​ທາຍ ຄວາມ​ຫຍໍ້​ທໍ້​ຕ່າງໆ ​ໃນ​ສັງຄົມ, ​ໃນ​ສິ່ງ​ແວດ​ລ້ອມ​ທີ່​ກະທົບກະ​ເທືອ​ນ​ໄວ, ພາ​ໃຫ້​ຄົນ​ເຮົາ​ຖືກ​ເສຍ​ຕົວ​ໂດຍ​ງ່າຍ ຖ້າ​ຫາກ​ບໍ່ມີ​ຄຸນສົມບັດ ມີ​ຫຼັກໝັ້ນການ​ເມືອງ​ອັນ​ໜັ້ກ​ແໜ້ນ ​ແລະ​ມີຈະລິຍະ​ທຳ ຈັນ​ຍາ​ບັນອັນ​ຜ່ອງ​ໃສ. ​ເພາະສະ​ນັ້ນ ບັນດາ​ອົງການ ກົມ​ກອງ​ສະ​ເພາະ​ກິດ​ກ່ຽວ​ກັບວຽກງານ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ ຕ້ອງ​ດຳ​ເນີນ​ການ​ສຳ​ຫຼວດກວດຄືນ ​ແລະ​ສະ​ເໜີ​ນຳຂັ້ນ​ທີ່​ມີ​ສິດ​ຕັດສິນ ​ໃຫ້​ດັດ​ແປງ​ຢ່າງ​ທັນ​ການ​ບັນດາ​ຂໍ້​ກຳນົດ​ທີ່​ຍັງ​ບໍ່​ທັນ​ສອດຄ່ອງ ຫຼື​ຂໍ້​ກຳນົດ​ທີ່​ມີ​ຊ່ອງ​ຫວ່າງ​ອາດ​ຈະ​ຖືກ​ສວຍ​ໃຊ້, ​ແກ້​ໄຂ​ຂໍ້​ຄ້າງ​ຄາ​ຕ່າງໆ​ໃນ​ວິວັດ​ການ​ເຄື່ອນ​ໄຫວ. ຢາກຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ປະສິທິຜົນ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງຕ້ານການສໍ້​ລາດ​ບັງ​ຫຼວງ ຢູ່​ໃນ​ກະ​ໂຕ​ບັນດາ​ອົງການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ. ຈັດ​ວາງ​ບັນດາ​ພະນັກງານ​ທີ່​ມີ​ຄຸນສົມບັດ​ສິນ​ທຳ ຕັ້ງຕໍ່​ບໍລິສຸດ ຊື່ສັດ​ສຸດຈະລິດ, ມີ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ, ມີ​ຄວາມ​ກ້າຫານ ກ້າ​ປະ​ເຊີນ​ໜ້າ​ຕໍ່​ອັນຕະລາຍ ຄວາມ​ຫຍຸ້ງຍາກ​ເພື່ອ​ເຮັດວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

​ເມື່ອ​ການສໍ້​ລາດ​ບັງ​ຫຼວງ​ເກີດ​ຂຶ້ນ​ແລ້ວ ​ແມ່ນ​ຈຳ​ເປັນ​ຕ້ອງ​ເດັດດ່ຽວ​ແກ້​ໄຂ, ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ ຖືກຕ້ອງ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ, ບໍ່​ມີ​ເຂດ​ຫ້າມ. ພວກ​ເຮົາ​ຕ້ອງ​ປະຕິບັດ​ຕາມ​ຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ​ໂດຍ​ບໍ່​ມີ​ອະພິສິດ ບໍ່​ມີ​ການ​ຍົກເວັ້ນ. ດ້ານ​ໜຶ່ງ, ຕ້ອງປາບ​ປາມ​ຢ່າງ​ເຄັ່ງ​ຄັດ​ຕໍ່​ພວກສໍ້​ລາດ​ບັງ​ຫຼວງ ​ແຕ່​ດ້ານອື່ນ​ກໍ່​ຕ້ອງ​ມີ​ນະ​ໂຍບາຍ​ຜ່ອນຜັນ​ອະ​ໄພ​ໂທດ ​ໃຫ້​ຜູ້​ທີ່​ມີ​ການ​ກະທຳສໍ້​ລາດ​ບັງ​ຫຼວງ ​ແຕ່​ໄດ້​ເປັນ​ເຈົ້າ​ການ​ໃຫ້ການ ​ແກ້​ໄຂ​ຜົນ​ຮ້າຍ​ກ່ອ​ນ​ເວລາ​ຖືກ​ເຜີຍ​ຟ້ອງ, ສ້າງ​ສິ່ງ​ແວດ​ລ້ອມ​ສັງຄົມ​ອັນ​ຕັ້ງໜ້າ​​ເພື່ອ​ແນ​ໃສ່​ກີດ​ກັ້ນການສໍ້​ລາດ​ບັງ​ຫຼວງ.

ກ່ອນ​ອື່ນ​ໝົດ, ຕ້ອງ​ຍູ້​ແຮງ​ການ​ແກ້​ໄຂ​ບັນດາ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງທີ່​ຮ້ອຍ​ແຮງ​ແລະສັບສົນ ຖືກຕ້ອງ​ຕາມການ​ກຳນົດ​ຂອງ​ກົດໝາຍ. ຕ້ອງ​ດຳ​ເນີນ​ຢ່າງ​ມີ​ຈຸດ​ໜັກ​ໃຈກາງ, ສຸມ​ໃສ່​ແກ້​ໄຂ​ບັນດາຄະດີສໍ້​ລາດ​ບັງ​ຫຼວງທີ່​ມີ​ລັກສະນະ​ໝູ່​ຄະນະ ມີ​ການຈັດ​ຕັ້ງ. ເດັດດ່ຽວ​ແກ້​ໄຂຄະດີພະນັກງານສໍ້​ລາດ​ບັງ​ຫຼວງຢ່າງ​ທັນ​ການ ​ເປີດ​ເຜີຍ; ຮິບ​ຮື້​ເອົາຊັບ​ສິນສໍ້​ລາດ​ບັງ​ຫຼວງ ຊັບ​ສິນ​ທີ່​ມີ​ບໍ່​ເກີດ​ຈາກ​ການສໍ້​ລາດ​ບັງ​ຫຼວງ ມາ​ເປັນ​ຂອງ​ຫຼວງ. ຊາບ​ຊືມ ​ແລະ​ປະຕິບັດ​ຢ່າງ​ເຂັ້ມ​ງວດຫຼັກການ: ​ເມື່ອມີ​ກໍລະນີ ຄະດີ​ແມ່ນ​ຕ້ອງ​ໄດ້​ພິສູດຄວາມ​ຈິງ ທຳ​ຄວາມ​ກະຈ່າງ​ແຈ້ງ; ມີ​ປະກົດ​ການ​ຕ້ອງ​ໂທດ​ແມ່ນ​ຕ້ອງ​ໄດ້ດຳເນີນ​ການ​ສືບສວນ; ມີ​ບົດ​ສະຫລຸບ​ຜົນ​ການ​ສືບສວນ​ແມ່ນ​ຕ້ອງ​ພິຈາລະນາ​ຟ້ອງ​ສານ; ມີ​ບົດ​ກ່າວ​ຫາ​ແມ່ນ​ຕ້ອງ​ໄດ້​ຄົ້ນ​ຄວ້າ​ພິພາກສາ​ຢ່າງ​ເຂັ້ມ​ງວດ ທັນ​ການ.

​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢູ່​ທ້ອງ​ຖິ່ນ, ເອົາ​ໃຈ​ໃສ່​ເຖິງ​ການ​ປັບປຸງ​ບູລະນະ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ຄະນະ​ຮັບຜິດຊອບ​ວຽກ​ງານ​ພາຍ​ໃນ​ຂອງ​ພັກ​ແຂວງ ພັກກຳ​ແພງ​ນະຄອນ ​ເພື່ອ​ເຮັດ​ໃຫ້​ດີ​ໜ້າ​ທີ່​ເປັນ​ເສນາ​ທິການ ໃຫ້ຄະນະ​ພັກ​ທ້ອງ​ຖິ່ນ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ສະຫາຍ​ເລຂາຄະ​ຂະ​ພັກ​ຕ້ອງ​ຮັບຜິດຊອບວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໂດຍ​ກົງ.

ທີ​ຫ້າ, ເພີ່ມ​ທະວີຍິ່ງ​ກວ່າ​ອີກ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງ​ຄະນະ​ພັກ, ຂອງ​ລະບົບ​ການ​ເມືອງ ​ແລະ​ທົ່ວ​ສັງຄົມ; ນຳ​ເອົາ​ເນື້ອ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເຂົ້າ​ໃນ​ໂຄງການ​ກວດກາ ຕິດຕາມ​ກວດກາ​ປະຈຳ​ປີ.

ຄະນະກຳມະການ​ກວດກາຂັ້ນ​ຕ່າງໆ​ຂອງ​ພັກ​ຕ້ອງດຳ​ເນີນ​ການ​ກວດກາ ​ແກ້​ໄຂ​ຢ່າງ​ທັນ​ການ​ຕໍ່​ສະມາຊິກ​ພັກ​ທີ່​ມີ​ປະກົດ​ການ​ສໍ້​ລາດ​ບັງ​ຫຼວງ; ມີ​ຮູບ​ການ​ປະຕິບັດ​ວິ​ໄນ​ຕໍ່​ກັບ​ບັນດາ​ອົງການ​ຈັກ​ຕັ້ງ​ພັກ ​ແລະ​ສະມາຊິກ​ພັກທີ່ບໍ່​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕາມຂໍ້​ກຳນົດ​ຕ່າງຂອງ​ພັກ​ແລະ​ລັດ ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເຊັ່ນ: ລະ​ເມີດ​ກຳນົດ​ເວລາ ຫຼື​ບໍ່​ປະຕິບັດ​ການ​ລາຍ​ງານ​ໄລ່​ລຽງ​ຊັບ​ສົມບັດ, ​ເປີດ​ເຜີຍ, ​ໂປ່​ງ​ໃສ, ຍົກຍ້າຍ​ຕຳ​ແໜ່ງທີ່​ຕັ້ງ​ເຮັ​ດວຽກ... ​ແລ້ວ​ແຕ່​ລັກສະນະ​ຂອງ​ການລະ​ເມີດ​ ຈະມີ​ຮູບ​ການ​ປະຕິບັດ​ວິ​ໄນທີ່​ສອດຄ່ອງ. ​ເອົາວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ໜັກ​ຂອງ​ວຽກ​ງານ, ​ເປັນ​ເນື້ອ​ໃນ​ອັນ​ສຳຄັນ​ໜຶ່ງ​ ເພື່ອ​ສຳ​ຫຼວດກວດກາ​ຕາມ​ກຳນົດ​ເວລາ​ ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆ. ອົງການ​ກວດກາ, ອົງການ​ຮັບຜິດຊອບ​ວຽກ​ງານ​ພາຍ​ໃນ​ຂອງ​ພັກ ​ຕ້ອງ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ ກັບບັນດາ​ອົງການ​ພາລະ​ບົດບາດ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ລັດ ​ເພື່ອ​ກວດກາ ຕິດຕາມ​ກວດກາ ຄົ້ນ​ເຜີຍ ​ແກ້​ໄຂ​ຢ່າງ​ທັນ​ການ ​ແລະ​ເປີດ​ເຜີຍຜົນງານ​ການ​ແກ້​ໄຂ​ບັນດາ​ອົງການ​ຈັດ​ຕັ້ງ ພະນັກງານ ສະມາຊິກ​ພັກ​ທີ່​ກະທຳ​ຜິດ. ດຳ​ເນີນ​ການ​ກວດກາ ສຳ​ຫຼວດກວດຄືນຢ່າງ​ເປັນ​ປະຈຳ​ ເພື່ອ​ຕີ​ລາຄາ​ບົດບາດ ຄວາມ​ຮັບຜິດຊອບຂອງ​ບັນດາ​ຄະນະ​ພັກ ອົງການການຈັດ​ຕັ້ງພັກ ອຳນາດ​ການ​ປົກຄອງ ​ແລະ​ຜູ້ນຳ​ໜ້າ​ສຳນັກງານ​ອົງການ ກົມ​ກອງ​ຕ່າງໆ ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

​ໃນ​ປີ 2014, ສືບ​ຕໍ່​ຈັດ​ຕັ້ງ​ບັນດາຄະນະ​ປະຕິບັດ​ງານ​ກວດກາ ຕິດຕາມ​ກວດກາ ຕໍ່​ການ​ກວດກາ​ນກໍລະນີ ຄະດີ​ຕ່າງໆ; ​ເລີ່​ມຟ້ອງຮ້ອງ, ສືບສວນ, ຟ້ອງ​ສານ, ພິຈາລະ​ນາ​ຕັດສິນຄະດີສໍ້​ລາດ​ບັງ​ຫຼວງທີ່​ເກີດ​ຂຶ້ນ​ຢູ່​ບາງ​ຂະ​ແໜງ​ການ ທ້ອງ​ຖິ່ນ. ຄະນະ​ຮັບຜິດຊອບ​ວຽກ​ງານ​ພາຍ​ໃນ​ສູນ​ກາງ​ເປັນ​ເຈົ້າພາບ ສົມທົບ​ກັບ​ບັນດາ​ອົງການ​ພາລະ​ບົດບາດ​ຂອງ​ສູນ​ກາງ, ບັນດາ​ຄະນະ​ພັກ​ແຂວງ ກຳ​ແພງນະຄອນ ປະຕິບັດ​ການ​ສຳ​ຫຼວດກວດຄືນ​ຢ່າງ​ເປັນ​ປະຈຳ ຕໍ່ບັນຊີລາຍ​ຊື່​ບັນດາ​ກໍລະນີ ຄະດີສໍ້​ລາດ​ບັງ​ຫຼວງທີ່​ຮ້​າຍ​ແຮງ ສັບສົນ, ລາຍ​ງານ​ຕໍ່​ຄະນະ​ຊີ້​ນຳ​ສູນ​ກາງ ​ເພື່ອ​ຈະ​ມີ​ມາດ​ຕະການ​ຊີ້​ນຳ​ລວມສູນ​ແກ້​​ໄຂຢ່າງ​ຂາດ​ຂັ້ນ, ບໍ່​ໃຫ້​ແກ່ຍາວ.

​​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ບັນດາ​ອົງຄະ​ນະມະ​ຫາ​ຊົນ​ຂັ້ນ​ຕ່າງໆ​ ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຄະນະ​ກຳມາ​ທິການ​ຍຸຕິ​ທຳ​ຂອງ​ສະພາ​ແຫ່ງ​ຊາດ ຕ້ອງ​ມີ​ແຜນການ​ຕິດຕາມ​ກວດກາ ຕໍ່​ກັບ​ການ​ດຳ​ເນີນ​ແກ້​ໄຂ​ບາງ​ຄະດີ ກໍລະນີສໍ້​ລາດ​ບັງ​ຫຼວງ, ເປັນ​ຕົ້ນ​ແມ່ນ​ບັນດາ​ກໍລະນີ ຄະດີ​ຮ້າຍ​ແຮງ ​ສັບສົນ; ​ເພີ່ມ​ທະວີ​ການ​ລາຍ​ງານ ຊີ້​ແຈ້ງ​ອະທິບາຍ​ກ່ຽວ​ກັບ​ການ​ຄົ້ນ​ເຜີຍ ​ແລະ​ແກ້​ໄຂການສໍ້​ລາດ​ບັງ​ຫຼວງ. ປະຕິບັດ​ກົນ​ໄກ​ຕິດຕາມ​ກວດກາ​ຂອງ​ມະຫາຊົນ ​ແລະ​ຫາງ​ສຽງ​ສັງຄົມ. ຄົ້ນຄວ້າ​ສ້າງ​ບັນດາ​ຮູບ​ການ​ສອດຄ່ອງ​ ເພື່ອ​ເປີດ​ກວ້າງ​ຂອບ​ເຂດ​ເຂົ້າ​ຮ່ວມຂອງ​ມະຫາຊົນ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ມະ​ຫາ​ຊົນຕໍ່​ກັບ​ການ​ປະຕິບັດ​ສິດ​ອຳນາດ​ຂອງ​ບັນດາ​ອົງການ​ປົກ​ປັກ​ຮັກສາ​ກົດໝາຍ. ມີ​ວິທີ​ແກ້​ອັນ​ສອດຄ່ອງ​ເພື່ອ​ໃຫ້​ປະຊາຊົນ​ກ່າວ​ໂທດ ສ່ອງ​ແສງການສໍ້​ລາດ​ບັງ​ຫຼວງ ​ໃຫ້​ອົງການ​ລັດ, ​ເຊັ່ນ: ຈັດ​ຕັ້ງ​ການ​ຮັບ​ຕ້ອນ​ປະຊາຊົນ​ໃຫ້​ດີ, ​ເປີດ​ຕູ້​ໄປ​ຊະນີ​ເອ​ເລັກ​ໂຕຼນິກ ​ໂທລະສັບສາຍ​ດ່ວນ... ສ້າງ​ໃຫ້​ຈົນ​ໄດ້​ກົນ​ໄກ​ຕິດຕາມ​ກວດກາ ກວດ​ສອບ​ອຳນາດ​ທີ່​ມີ​ຄວາມສັກສິດ ມີປະສິດທິ​ຜົນຢ່າງ​ແທ້​ຈິງ, ຫຼີກ​ລ່ຽງບໍ່​ໃຫ້​ອຳນາດ​​ໃຫຍ່​ໂພດ ລວມສູນ​ໂພດ ​ແລະ​ບໍ່​ຖືກ​ຕິດຕາມ​ກວດກາ ​ເຊິ່ງຈະ​ພາ​ໃຫ້​ເກີດ​ພະຍາດ​ອາດຍາ​ສິດ, ສວຍ​ໃຊ້​ອຳນາດ​ເກີນ​ຄວນ, ຕົກ​ໃສ່​ຄວາມ​ຜິດພາດ​ຢ່າງ​ຮ້າງ​ແຮງ. ຖ້າ​ຫາກ​ບໍ່​ອີງ​ໃສ່​ປະຊາຊົນ ການ​ຕໍ່ສູ້​ຕ້ານການສໍ້​ລາດ​ບັງ​ຫຼວງກໍ່​ຍາກ​ທີ່​ຈະ​ໄດ້​ຮັບ​ຜົນສຳ​ເລັດ.

​ເສີມຂະຫຍາຍ​ບົດບາດ​ຂອງສື່​ສິ່ງ​ພິມ ​ແລະ​ຄວາມ​ເຫັນ​ຂອງ​ສາທາລະນະ​ຊົນ​ໃນວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ສື່​ສິ່ງ​ພິມ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຄື່ອງມື​ທີ່ໄດ້​ການ​ໄດ້​ງານ ​ແລະ​ມີ​ປະສິດທິ​ຜົນ​ໃນການ​ສະກັດ​ກັ້ນ ​ແລະ​ເຜີຍ​ແບ​​ການສໍ້​ລາດ​ບັງ​ຫຼວງ. ກໍ່ສ້າງ ​ແລະ​ປະຕິບັດ​ກົນ​ໄກ​ນິຕິ​ທຳ​ອັນ​ສັກສິດ​ ເພື່ອປົກ​ປ້ອງ​ຜູ້​ກ່າວ​ໂທດ ​ແລະ​ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ພ້ອມ​ກັນ​ນັ້ນ​ກໍ່​ປາບ​ປາມ​ຢ່າງ​ເຄັ່ງ​ຄັດ ​ຕໍ່​ຜູ້​ສວຍ​ໃຊ້ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ເພື່ອ​ເສກ​ສັນ​ປັ້ນ​ແຕ່ງ ຫຼື​ກ່າວ​ໂທດ​ຜິດ ຕູ່​ຫາ ທຳຮ້າຍ​ຜູ້​ອື່ນ​ຍ້ອນ​ສິ່ລຊຸກຍູ້​ອະກຸສົນ.

ຮຽນ​ບັນດາ​ສະຫາຍ,

ການ​ຕໍ່ສູ້​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ທີ່​ສຸດ, ມັນ​ພົວພັນ​ເຖິງ​ການພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ ຂອງ​ລະບອບ​ການ​ເມືອງ, ​ແຕ່​ກໍ່​ຫຍຸ້ງຍາກ​ ສັບສົນທີ່​ສຸດ. ຍ້ອນ ການສໍ້​ລາດ​ບັງ​ຫຼວງ​ແມ່ນ “ຂໍ້​ບົກພ່ອງທີ່ມີ​ມາ​ແຕ່​ກຳ​ເນີ​ດ” ຂອງ​ອຳນາດ, ມັນສະ​ແດງ​ອອກ​ຢູ່​ພາຍ​ໃນ​ພວກ​ເຮົາ, ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດວັດຖຸ ​ເງິນ​ຄຳ ກຽດ​ສັກ​ສີ​ຂອງ​ອົງການ​ຈັດ​ຕັ້ງ ​ແລະ​ບຸກຄົນ​ມະນຸດ; ​ແຕະຕ້ອງ​ເຖິງ​ຜູ້​ມີ​ຕຳ​ແໜ່​ງ ມີ​ສິດ​ອຳນາດ. ພັກ​ແລະ​ລັດ​ເຮົາ​ໄດ້​ຮູ້ເຫັນ​ແຕ່​ກ່ອນ​ການ ​ແລະ​ໄດ້​ຊີ້​ນຳ​ແກ້​ໄຂ​ຫຼາຍ​ເທື່ອ, ​ໄດ້​ແກ້​ໄຂ​​ເລື່ອງ​ນີ້​ຢ່າງ​ຂ້ຽວຂາດ ດັ່ງ​ນັ້ນຈຶ່ງ​ໄດ້​ຄື​ທຸກ​ວັນ​ນີ້. ​ແຕ່​ເປັນອັນ​ຈະ​ແຈ້ງວ່າ,  ຍັງ​ມີ​ຫຼາຍ​ວຽກ​ທີ່​ຕ້ອງ​ເຮັດ ​ແລະ​ຈະ​ຕ້ອງ​ເຮັດ​ຍາວ​ນານ ​ເດັດດ່ຽວ​ກວ່າ​ອີກ, ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ກວ່າ​ອີກ, ທົນ​ທານ, ໜຽວ​ແໜ້ນ, ບໍ່​ອາດຟ້າ​ວຟັ່ງ​ຮ້ອນຮົນ​ໄດ້. ກໍ່​ຕ້ອງ​ມີ​ສະຕິ​ລະວັງ​ຕົວ ​ຕໍ່​ກັບ​ກົນອຸບາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ພວກຄົນ​ຜູ້​ຮ້າຍ ທີ່​ຢາກ​ສ​ວຍ​ໃຊ້​ການ​ຕໍ່ສູ້​ຕ້ານ​ການສໍ້​ລາດ​ບັງ​ຫຼວງ ​ເພື່ອ​ເວົ້າ​ໂຢກ​ດ້ານ​ບໍ່​ດີ, ປ້າຍ​ສີ ທຳລາຍພັກ​ກອມ​ມູນິດ​ຫວຽດນາມ ລັດ​ຫວຽດນາມ ​ແລະ​ລະບອບ ສັງຄົມ​ນິຍົມ.

ຈາກ​ບັນດາ​ຜົນສຳ​ເລັດ ບົດຮຽນ​ປະສົບ​ການ​ຂອງ​ເວລາ​ທີ່​ຜ່ານ​ມາ, ດ້ວຍ​ມານະ​ຈິດ​ຕັດສິນ​ໃຈ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ທັງ​ລະບົບ​ການ​ເມືອງ, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ຈະ​ແຈ້ງ​ກວ່າ​ອີກ; ​ແນ່ນອນ​ວ່າ ການສໍ້​ລາດ​ບັງ​ຫຼວງຈະ​ຖືກ​ກີດ​ກັ້ນ ​ແລະ​ຖືກ​ຍູ້​ຖອຍ​ເປັນ​ແຕ່​ລະ​ກ້າວ; ກໍ່ສ້າງ​ພັກ​-ລັດເຮົາ​ໃຫ້​ນັບ​ມື້​ນັບ​ໃສ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງຕ້ອງການຂອງ​ພາລະກິດ​ປະຕິວັດ ​ແລະ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ./.

ຂຽນ​ໂດຍ: ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ
ຫົວໜ້າ​ຄະນະ​ຊີ້ນຳ​ສູນກາງ ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ