ຕອນ​ແລງ​ວັນທີ 14 ພຶດສະພາ 2014, ກອງ​ປະຊຸມຄົບ​ຄະນະ ຄັ້ງ​ທີ​ເກົ້າ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມມູນິດຫວຽດນາມ ​ສະ​ໄໝ​ທີ XI ​ໄດ້​ສຳ​ເລັດ​ເນື້​ອໃນ​ ການ​ປະຊຸມ​ທັງ​ໝົດ ທີ່​ໄດ້​ວາງ​ອອກ​ມາ, ພາຍຫຼັງ​ການ​ເຮັດ​ວຽກ ຢ່າງ​ຮີ​ບດ່ວນ ​ເຂັ້ມ​ງວດ ​ແລະ​ ເຕັມ​ໄປ​ດ້ວຍ​ຄວາມ​ຮັບຜິດຊອບ​ ໃນ​ເວລາ 7 ວັນ. ວາລະສານ ​ກອມ​ມູນິດອອນ​ໄລ ຂໍ​ເປັນ​ກຽດ​ໄດ້​ແນະນຳ​ ບົດ​ປາ​ໄສ​ ຂ​ອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ​ ໃນວາລະອັດ​ກອງ​ປະຊຸມ​ ທີ່​ສຳຄັນ​ນັ້ນ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳປາໄສອັດກອງປະຊຸມ (ພາບ: TTXVN)

1- ກອງ​ປະຊຸມ​ໄດ້​ພິຈາລະນາ​ຜົນ​ການ​ສະຫລຸບ ​ແລະ​ ​ເປັນ​ເອກະພາບ​ປະກາດ​ໃຊ້​ມະຕິຕົກລົງ​ໃໝ່​ວ່າ​ດ້ວຍ​ການ​ກໍ່ສ້າງ ​ແລະ​ຂະຫຍາຍ​ວັດທະນະທຳ, ຄົນ​ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ

ກອງ​ປະຊຸມ​ເປັນ​ເອກະ​ພາບ​ໃຫ້​ທັດສະນະ​ວ່າ: ພາຍຫຼັງ​ກວ່າ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII ວ່າ​ດ້ວຍ​ວັດທະນະທຳ, ຈິນຕະນາການ​ທິດ​ສະ​ດີ​ກ່ຽວ​ກັບ​ວັ​ດທະນະ​ທຳ​ຂອງ​ພວກ​ເຮົາ ​ໄດ້​ມີ​ບາດກ້າວ​ຂະຫຍາຍ​ຕົວ; ລະບຽບ​ກົດໝາຍກ່ຽວ​ກັບວັດທະນະທຳ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ​ປັບປຸງ​ບູລະນະ​ເປັນ​ແຕ່​ລະ​ກ້າວ; ຊີວິດວັດທະນະທຳນັບ​ມື້​ນັບ​ອຸດົມສົມບູນ. ບັນດາ​ຄຸນຄ່າວັດທະນະທຳອັນ​ເປັນ​ມູນ​ເຊື້ອ​ຂອງ​ຊາດ ​ໄດ້​ຮັບ​ການ​ສືບ​ທອດ ​ແລະ​ເສີມ​ຂະຫຍາຍ; ມາດຕະຖານວັດທະນະທຳ ຄຸນສົມບັດ​ໃໝ່​ຫຼາຍ​ຢ່າງ​ ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ຜະລິດ​ຕະພັນວັດທະນະທຳ ສິນລະປະ - ວັນນະຄະດີ ນັບ​ມື້​ນັບຫຼາຍ​ຮູບ​ຫຼາຍ​ແບບ. ​ເຕັກ​ໂນ​ໂລ​ຊີ​ສື່ສານ, ​ເປັນ​ຕົ້ນ​ແມ່ນ​ສື່​ມວນ​ຊົນ, ​ໄດ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ. ຂະ​ບວນການວັດທະນະທຳຫຼາຍ​ຂະ​ບວນການ​ມີ​ປະສິດທິ​ຜົນ​ຕົວ​ຈິງ​. ມູນ​ເຊື້ອວັດທະນະທຳຄອບຄົວ ວົງ​ຕະກູນ ຊຸມ​ຊົນ… ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ການ​ຫັນການ​ເຄື່ອນ​ໄຫວວັດທະນະທຳເປັນ​ແບບ​ສັງຄົມ ​ໄດ້​ເປີດ​ກວ້າງ, ປະກອບສ່ວນ​ຫຼາຍ​ພໍ​ຄວນ​ເຂົ້າ​ໃນ​ການ​ສ້າງ​ສະ​ຖາ​ບັນວັດທະນະທຳ​ຕ່າງໆ. ມໍລະດົກວັດທະນະທຳທີ່​ມີ​ຮູບ ​ແລະ​ອະ​ຮູບ​ຫຼາຍ​​ແຫ່ງຫຼາຍຢ່າງ ​ໄດ້​ຮັບ​ການ​ພິທັກ​ຮັກສາ ​ແລະ​ປະຕິສັງຂອນ. ຮີດຄອງ ປະ​ເພນີ​ຫຼາຍ​ຢ່າງ ​ຂອງຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄດ້​ຮັບ​ການ​ຄົ້ນ​ຄວ້າ ​ເກັບ​ກຳ​ຮຽບຮຽງ ​ແລະ​ຟື້ນ​ຟູ​ຄືນ​ໃໝ່. ສິດ​ເສລີ​ພາບໃນ​ການ​ປະດິດ​ຄິດ​ແຕ່ງ​ຂອງ​ນັກ​ປະພັນ​ ໄດ້​ຮັບ​ການ​ເຄົາລົບ​ນັບຖື; ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື ສາສະໜາ ​ແລະ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເຊີດຊູ. ການ​ສັງ​ສັນ, ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ​ວັດທະນະທຳ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະເບ່ງບານດ້ວຍຫຼາຍສີສັນ.

​ແຕ່​ຫາກ​ວ່າ, ​ເມື່ອ​ທຽບ​ກັບ​ຜົນສຳ​ເລັດ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ການ​ຕ່າງປະ​ເທດ, ກໍ່​ເຫັນ​ວ່າ​ຜົນສຳ​ເລັດ​ໃນ​ຂົງເຂດວັດທະນະທຳຍັງ​ໜ້ອຍ, ບໍ່​ທັນພໍ​ເພື່ອ​ກະທົບ​ຢ່າງ​ມີ​ປະສິດທິ​ຜົນ​ໃສ່​ການ​ກໍ່ສ້າງຜູ້​ຄົນ ​ແລະ ສິ່ງ​ແວດ​ລ້ອມວັດທະນະທຳທີ່​ສົດ​ໃສ. ສະພາບ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ ​ໃນ​ພັກ ​ແລະ​ໃນ​ສັງ​ຄົມ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ຊີວິດວັດທະນະທຳຢູ່ຫຼາຍ​ແຫ່ງ​ຍັງ​ຂາດ​ເຂີນ ບໍ່​ອຸດົມ; ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ຊົ​ມ​ໃຊ້ວັດທະນະທຳ ລະຫວ່າງ​ເຂດ​ພູຜາ​ຫ່າງ​​​ໄກສອກຫຼີກ ​ກັບ​ເຂດ​ຕົວ​ເມືອງ ​ແລະ​ໃນ​ບັນດາ​ຊັ້ນ​ວັນນະ​ປະຊາຊົນ ​ໄດ້​ຮັບ​ການຮັດ​ແຄບ​ເຂົ້າ​ຢ່າງ​ຊັກ​ຊ້າ. ສິ່ງ​ແວດ​ລ້ອມ​ວັດທະນະທຳ​ຂາດ​ຄວາມ​ສົດ​ໃສ, ຖືກ​​ແຊກ​ຊືມຈາກ​ພາຍ​ນອກ, ຝືນ​ກັບ​ຮີດຄອງ​ປະ​ເພນີ​ອັນ​ດີງາມ; ​ໄພ​ສັງຄົມ ອາດຊະຍາ​ກຳ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ວັນນະກຳ​ສິນລະປະ ວັນນະຄະດີ​ທີ່​ມີ​ຄຸນຄ່າ​ສູງ​ທາງ​ດ້ານ​ແນວ​ຄິດ ​ແລະ​ສິນລະປະ​ກຳ ​ແມ່ນ​ມີໜ້ອຍທີ່​ສຸດ. ການ​ເຄື່ອນ​ໄຫວ​ທິດ​ສະ​ດີ ຕຳ​ນິຕິ​ຊົມວັດທະນະທຳ ວັນນະຄະດີ​ກ້າວ​ບໍ່​ທັນ​ກັບ​ພຶດຕິ​ກຳ​ແຫ່ງ​ການ​ປະພັນ. ການ​ພິທັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ມໍລະດົກວັດທະນະທຳ ມີ​ປະສິດທິ​ຜົນ​ບໍ່​ສູງ, ​ໄພ​ແຫ່ງ​ການ​ເສື່ອ​ນ​ເສຍ​ມໍລະດົກ​ຍັງ​ບໍ່​ທັນ​ຖືກ​ສະກັດ​ກັ້ນ. ລະບົບ​ສື່​​ມວນຊົນບໍ່​ມີ​ແຜນ​ກຳນົດ​ຢ່າງ​ວິທະຍາສາດ ຈຶ່ງ​ກໍ່​ໃຫ້​ເກີດ​ການ​ຟຸມ​ເຟືອຍ​ດ້ານ​ແຫຼ່ງພະ​ລັງ; ບາງ​ອົງການ​ສື່​ມວນ​ຊົນ​ມີ​ປະກົດ​ການ​ຫ່າງ​ເຫີ​ນຈາກ​ອຸດົມ​ຄະຕິ ຈຸດປະສົງ, ​ແລ່ນ​ຕາມ​ລົດ​ນິຍົມ​ທຳ​ມະ​ດາ​ສາມັນ. ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລກປ່ຽນວັດທະນະທຳ ກັບ​ຕ່າງປະ​ເທດ​ຍັງ​ຖືກ​ຈຳກັດ; ຍັງ​ມີ​ສະພາບ​ການ​ຮັບ​ເອົາຜະລິດ​ຕະພັນວັດທະນະທຳຈາກ​ພາຍ​ນອກ​ຢ່າງ​ງ່າຍດາຍ ​ໂດຍ​ບໍ່​ມີ​ການ​ເລືອ​ກເຟັ້ນ ອັນ​ໄດ້​ກະທົບ​ແບບຫຍໍ້​ທໍ້​ເຖິງ​ວັດທະນະທຳ​ພາຍ​ໃນ​ປະ​ເທດ.

​ບັນດາດ້ານ​ອ່ອນ ຄວາມ​ຈຳກັດ​ເທິງ​ນີ້​ມີ​ຫຼາຍສາ​ເຫດ, ​ແຕ່​ຕົ້ນຕໍ​ແມ່ນ​ຍ້ອນ​ຄະນະ​ພັກ ​ແລະ​ອຳນາດ​ການ​ປົກຄອງ​ຫຼາຍ​ແຫ່ງ​ ຍັງບໍ່​ທັນ​ເອົາ​ໃຈ​ໃສ່ຢ່າງ​ພຽງພໍ​ເຖິງ​ຂົງ​ເຂດ​ນີ້; ບໍ່​ນຳພາ ຊີ້​ນຳ​ຢ່າງ​ຈົດ​ຈໍ່​ໃກ້ຊິດ. ການ​ຫັນ​ມະຕິ​ຕົກລົງ​ເປັນອັນ​ລະອຽດ ​ເປັນ​ນິຕິ​ກຳ​ຍັງ​ຊັກຊ້າ ​ແລະ​ຂາດ​ເງື່ອນ​ໄຂ​ຮັບປະກັນ​ການ​ປະຕິບັດ. ການ​ຄຸ້ມ​ຄອງ​ລັດ​ທາງ​ດ້ານວັດທະນະທຳ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ; ບາງ​ທີ່ ບາງ​ບ່ອນ​ໄດ້​ເບິ່ງ​ເບົາ, ຊ້ຳ​ບໍ່​ໜຳຍັງ​ປ່ອຍປະ​ລະ​ຫຼວມ; ລະບຽບ​ວິ​ໄນ​ບໍ່​ເຂັ້ມ​ງວດ. ການ​ລົງທຶນ​ໃຫ້ວັດທະນະທຳບໍ່​ສົມ​ຄູ່ ​ແລະ​ຍັງ​ກະ​ແຈກ​ກະ​ຈ່າຍ. ຍັງ​ບໍ່​ທັນ​ເອົາໃຈໃສ່ກຳ​ບັນຫາ​ໃໝ່​ທາງ​ດ້ານວັດທະນະທຳ ໃຫ້ໄດ້ຢ່າງທັນການ ​ເພື່ອ​ຈະ​ລົງທຶນ​ຖືກຕ້ອງ​ຕາມ​ທິດ​ທາງ ​ແລະ​ມີ​ປະສິດທິ​ຜົນ. ຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ຖືກຕ້ອງ​ເໝາະ​ສົມ ​ເຖິງ​ວຽກ​ງານອົບຮົມ ​ກໍ່ສ້າງຖັນ​ແຖວ​ພະນັກງານ​ການ​ນຳ ພະນັກງານ​ຄຸ້ມ​ຄອງວັດທະນະທຳຂັ້ນ​ຕ່າງໆ...

ກ່ຽວ​ກັບ​ທິດ​ທາງ ໜ້າ​ທີ່​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ, ​ສູນ​ກາງຊີ້​ແຈ້ງວ່າ, ຕ້ອງ​ສືບ​ຕໍ່​ສືບ​ທອດ ​ເພີ່ມ​ເຕີມ ​ແລະ ຂະຫຍາຍ​ບັນດາ​ທັດສະນະ​ຂອງ​ພັກ​ ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ​ພັດທະນາວັດທະນະທຳ ທີ່​ໄດ້​ລະບຸໄວ້​ໃນມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII; ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ໜັກ​ແນວ​ຄິດທີ່​ວ່າ: ວັດທະນະທຳ​ເປັນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ, ​ເປັນ​ຈຸດໝາຍ ກຳລັງ​ໝູນ ​ແລະ ​ແຫຼ່ງພະລັງ​ພາຍ​ໃນ​ອັນ​ສຳຄັນ ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ; ວັດທະນະທຳຕ້ອງ​ໄດ້​ຕັ້ງ​ໃນ​ແຖວ​ດຽວ​ກັນ​ກັບ​ເສດຖະກິດ ການ​ເມືອງ ສັງຄົມ; ການ​ເຕີບ​ໂຕ​ເສດຖະກິດ ​ຕ້ອງ​ໄປ​ຄຽງ​ຄູ່​ກັບການ​ພັດທະນາວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ສະ​ເໝີ​ພາບ​ທາງ​ສັງຄົມ. ​ໃນ​ການ​ກໍ່ສ້າງວັດທະນະທຳຕ້ອງ​ເອົາ​ການ​ກໍ່ສ້າງ ພັດທະນາ​ຜູ້​ຄົນ​ທີ່​ມີ​ມະນຸດສະທຳ ຄຸ​ນສົມບັດ​ສິນ​ທຳ ມີ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ດີ​ງາມ ​ເປັນ​ຈຸດ​ໜັກ​ໃຈກາງ; ກໍ່ສ້າງ​ສິ່ງ​ແວດ​ລ້ອມວັດທະນະທຳ (ຄອບຄົວ ຊຸມ​ຊົນ ​ແລະ​ສັງຄົມ) ທີ່​ສົດ​ໃສ​ເປັນ​ແກ່ນສານ.

ພື້ນຖານວັດທະນະທຳທີ່​ພວກ​ເຮົາ​ກໍ່ສ້າງ ​ເປັນ​ພື້ນຖານວັດທະນະທຳທີ່​ກ້າວໜ້າ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊາດ, ​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ​ຂອງ​ວົງ​ຄະນາ​ຍາດ​ແຫ່ງ​ຊາດ​ຫວຽດນາມ, ດ້ວຍ​ບັນດາ​ລັກສະນະ​ພິ​ເສດສະ​ເພາະ​ຄື ຊາດ ຄວາມ​ເມດ​ຕາ ປະຊາທິປະ​ໄຕ ​ແລະ​ວິທະຍາສາດ. ຖື້ນຖານວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ​ແມ່ນວັດທະນະທຳຮັກ​ຊາດ ​ແລະ​ກ້າວໜ້າ ​ເຊິ່ງ​​ເນື້ອ​ໃນແກ່ນສານ​ຂອງ​ມັນ​ແມ່ນ ອຸດົມ​ຄະຕິ​ເອກະລາດ​ແຫ່ງ​ຊາດ ​ແລະ​ສັງຄົມ​ນິຍົມ ພາຍ​​ໃຕ້​ແສງ​ສະຫວ່າງ​ຂອງ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ ​ແລະ ຍອດ​ແຍວັດທະນະທຳຂອງ​ມະ​ນຸດ​ຊາດ ​ແນ​ໃສ່​ຈຸດໝາຍ ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ມະນຸດ, ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອອິດສະຫຼະ​ເສລີ ຄວາມ​ຜາ​ສຸກ ​ແລະ​ການ​ພັດທະນາ​ຢ່າງຮອບດ້ານ ອຸດົມສົມບູນ​ຂອງ​ທຸກໆ​ຄົນ ​ໃນ​ສາຍ​ພົວພັນ​ແບບ​ກົມກຽວ​ລະຫວ່າງ​ບຸກຄົນ ​ແລະ ວົງ​ຄະນາ​ຍາດ, ລະຫວ່າງມະນຸດ ​ແລະ​​ໂລ​ກ​ທຳ​ມະ​ຊາດ. ສີສັນ​​ແຫ່ງຊາ​ດຂອງວັດທະນະທຳ​ຫວຽດນາມ ​ກວມ​ດ້ວຍ​ບັນດາ​ຄຸນຄ່າ​ທີ່​ໝັ້ນຄົງ, ບັນດາ​ຍອດ​ແຍ​ທີ່​ໄດ້ຮັບການເພີ່​ມພູນ​ຄູນ​ສ້າງຂຶ້ນ​ມາ​ ໃນ​ຫຼາຍ​ພັນ​ປີ​ແຫ່ງການຕໍ່ສູ້​ເພື່ອ​ສ້າງ​ຊາດ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ນ້ຳ​ໃຈ​ຮັກຊາດ​ອັນ​ແຮງກ້າ, ການ​ຍົກຍໍ​ຊາດ ​ແລະ​ສ້າງ​ຊາດ​​ໃຫ້​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ນ້ຳ​ໃຈ​ຮ່ວມ​ກັນ​ສ້າງ​ຄວາມ​ສຳພັນ​ປະສົມ​ກົມກຽວ​ລະຫວ່າງ​ບຸກຄົນ - ຄອບຄົວ - ໝູ່​ບ້ານ - ປະ​ເທດ​ຊາດ, ມີຄວາມ​ເມດ​ຕາ​ກະລຸນາ ນິຍົມ​ນັບຖື​ຍຸດຕິ​ທຳ ມີ​ທຳ​ມະຄະ​ຕິ, ​ຂະຫຍັນ​ໝັ່ນພຽນ ​ແລະ​ປະ​ດິດສ້າງ​ໃນ​ການ​ອອກ​ແຮງ​ງານ; ​ແມ່ນ​ນ້ຳ​ໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ເອກະລາດ​​ແຫ່ງຊາ​ດ ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ; ​ແມ່ນ​ການ​ປະພຶດ​ຢ່າງສຸພາບ ສີວິ​ໄລ, ດຳລົງ​ຊີວິດ​ແບບງ່າຍດາຍ ​ແລະ​ໃສ​ສະອາດ​.

ຄົນຫວຽດນາມ​ແມ່ນ​ຜົນ​ແຫ່ງການ​ກັ່ນ​ຕອງ​ຍອດ​ແຍ​ຂອງ​ວັດທະນະທຳຫວຽດນາມ. ​ເພາະສະ​ນັ້ນ, ຂະ​ບວນວິວັດ​ການ​ກໍ່ສ້າງ ​ແລະ​ພັດທະນາວັດທະນະທຳຫວຽດນາມ ກໍ່​ແມ່ນ​ຂະ​ບວນວິວັດ​ແຫ່ງການ​ປະຕິບັດ​​ແຜນຍຸດ​ທະ​ສາດພັດທະນາຊັບພະຍາກອນ​ມະນຸດ, ກໍ່ສ້າງ ​ແລະ​ເສີມ​ຂະຫຍາຍ​ແຫຼ່ງບຸກຄະລາ​ກອນ, ​ເປັນ​ຕົ້ນ​​ແມ່ນ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ. ນີ້​ແມ່ນ​ຂອດ​ຈຸດ​ໜັກ​ໃຈກາງ​ຂອງ​ພາລະກິດ​ກໍ່ສ້າງ​ຮາກ​ຖານ​ຈິດ​ໃຈ ກຳລັງ​ບົ່ມຊ້ອນວັດທະນະທຳ ​ແລະ​ລະບອບ​ສັງຄົມ​ນິຍົມຂອງ​ພວກ​ເຮົາ. ພວກ​ເຮົາ​ຫັນ​ການ​ເຄື່ອນ​ໄຫວວັດທະນະທຳຕ່າງໆ ​ເຂົ້າ​ໃສ່ການ​ກໍ່ສ້າງ​ຄົນ​ຫວຽດນາມ​ທີ່​ຂະຫຍາຍຕົວ​ຢ່າງຮອບດ້ານ: ສະຕິ​ປັນຍາ ຄຸນສົມບັດ​ສິນ​ທຳ ຮ່າງກາຍ​ແຂງ​ແຮງ ຄວາມ​ສາມາດ​ປະດິດ​ສ້າງ ສະຕິ​ພົນລະ​ເມືອງ ສະຕິປະຕິບັດ​ຕາມ​ກົດໝາຍ, ​ເຮັດ​ໃຫ້ວັດທະນະທຳກາຍ​ເປັນ​ປັດ​ໃຈ​ຊຸກຍູ້​ໃຫ້​ທຸກ​ຄົນ​ປັບປຸງ​ບູລະນະ​ບຸກຄະ​ລິກລັກສະນະ​ດ້ວຍ​ຕົນເອງ. ຫຼໍ່​ຫຼອມ​ລວບ​ລວມ ​ແລະ​ກໍ່ສ້າງ​ລະບົບ​ຄຸນຄ່າ​ຫຼັກ​ຂອງ​ຄົນ​ຫວຽດນາມ ​ໃນ​ສະ​​ໄໝ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ສາກົນ. ນຳ​ເອົາ​ເນື້ອ​ໃນອົບຮົມ​ສຶກສາ​ຄຸນສົມບັດ​ມະນຸດສະທຳ ຄຸນສົມບັດ​ພົນລະ​ເມືອງ​ ເຂົ້າ​ໃນ​ການ​ເຄື່ອມ​ໄຫວ​ອົບຮົມ​ສຶກສາ​ຕ່າງໆ​ ຂອງ​ສັງຄົມ. ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ສ່ວນ​ຕົວ​ຕໍ່​ຕົນ​ເອງ ຕໍ່ຄອບຄົວ ​ແລະ​ສັງຄົມ. ສົ່ງ​ເສີມ ອຸປະຖຳ​ຄ້ຳຊູ ທະວີຄູນ​ອັນ​ດີງາມ ອັນ​ຕັ້ງໜ້າ ອັນ​ຖືກ​ອັນ​ແມ່ນ; ປົກ​ປັກ​ຮັກສາ​ບັນດາ​ຄ່າ​ມະນຸດ​ໃນ​ຊີວິດ​ສັງຄົມ. ຕໍ່ສູ້​ຍູ້​ຖອຍ​ອັນ​ຊົ່ວຮ້າຍອັບປີ ຄວາ​ມຫຼ້າ​ຫຼັງ; ຕ້ານ​ບັນດາ​ທັດສະນະ​ຜິດພາດ ທີ່​ເປັນ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ກໍ່ສ້າງວັດທະນະທຳ ​ແລະ​ຄວາມ​ໝັ້ນຄົງ​ທາງ​ສັງຄົມ.

ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ກໍ່ສ້າງ​ສິ່ງ​ແວດ​ລ້ອມວັດທະນະທຳທີ່​ສົກ​ໃສ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຄອບ​ຄົວ ຊຸມ​ຊົນ ​ແລະ​ຊາດ​ຫວຽດນາມ. ປະຕິບັດ​ແຜນ​ຍຸດ​ທະ​ສາດກ່ຽວ​ກັບ​ຄອບຄົວ​ຫວຽດນາມ. ​ໂຮງຮຽນ​ແຕ່​ລະ​ຫຼັງ​ຕ້ອງ​ເປັນ​ໃຈກາງວັດທະນະທຳທີ່​ແທ້​ຈິງ ​ໃນ​ການ​ອົບຮົມ​ສຶກສາ ຝຶກ​ຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ອຸດົມ​ຄະຕິ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ; ອົບຮົມ​ສຶກສາ​ມູນ​ເຊື້ອວັດທະນະທຳ​ໃຫ້​ຊາວ​ໜຸ່ມ. ກໍ່​ສ້າງ​ຊີວິດວັດທະນະທຳຢູ່​ເຂ​ດຊຸມ​ຊົນ ຢູ່​ໂຮງຮຽນ ສຳນັກງານ​ອົງການ ກົມ​ກອງ ພື້ນຖານ​ຜະລິດ​ທຸລະ​ກິດ; ປະຕິບັດ​ເປັນ​ຢ່າງ​ດີ​ຂໍ້​ກຳນົດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ. ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ການ​ກໍ່ສ້າງ​ແບບ​ດຳລົງ​ຊີວິດ​ສີວິ​ໄລ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ແຕ່ງດອງ ​ການ​ງານ​ບຸນງານ​ກຸສົນ ການ​ເຮັກ​ພິທີ​ງັນສົບ. ສຸມ​ໃສ່​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄວາມ​ສັກສິດ ປະສິດທິ​ຜົນ ​ຂອງ​ການ​ຄຸ້ມ​ຄອງ​ລັດ​ທາງ​ດ້ານວັດທະນະທຳ ​ໃນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຕະຫຼາດ, ​ເຊື່ອມ​ໂຍງ​ສາກົນ ​ແລະ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ຂອງ​ເຕັກ​ໂນ​ໂລ​ຊີ​ສື່ສານ ​ໂທລະ​ຄົມມະນາຄົມ. ຍູ້​ແຮງ​ການ​ຫັນທັດສະນະ ​ແນວທາງ​ຂອງ​ພັກ​ກ່ຽວ​ກັບວັດທະນະທຳ ເປັນ​ລະ​ອຽດ ​ເປັນ​ນິຕິ​ກຳ ​ແລະ ມີ​ກົດ​ຂໍ້​ບັງຄັບ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ມະຕິ, ກີດ​ກັ້ນ​ການ​ກະທຳ​ຜິດພາດຕ່າງໆ​ໃນ​ເວລາ​​ເຄື່ອນ​ໄຫວວັດທະນະທຳ. ​ເປັນ​ເຈົ້າ​ການ​ຕໍ່ສູ້​ ປ້ອງ​ກັນ​ແລະ​ຕ້ານ ປະກົດ​ການ​ເສື່ອມ​ໂຊມປ່ຽນ​ທາດ​ທາງ​ດ້ານ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ, “ການຫັນປ່ຽນ​ໂດຍ​ຕົນ​ເອງ” “ການປ່ຽນ​ແປງ​ໂດຍ​ຕົນ​ເອງ” ​ໃນ​ຂົງ​ເຂດວັດທະນະທຳ. ຄຸ້ມ​ຄອງການ​ນຳ​ໃຊ້​ການ​ບໍລິການອິນເຕີ​ແນັດ ​ແລະ​ສື່​ຂ່າວ​ເອ​ເລັກ​ໂທ​ນິກ​ໃນ​ອີນ​ເຕີ​ແນັດ​ ໃຫ້​ດີກ​ວ່າ​ອີກ. ກີດ​ກັ້ນ​ຢ່າງ​ມີ​ປະສິດທິ​ຜົນ ຕໍ່ກັບສະພາບ​ການ​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ຕາມ​ຈຸດປະສົງ​ຄະຕິ​ທຳ ​ຂອງ​ບາງ​ອົງການ​ສື່​ຂ່າວ ພິມ​ຈຳໜ່າຍ ອົງການວັດທະນະທຳ ວັນນະຄະດີ, ກໍ່​ຄືກີດກັ້ນສະພາບໝູບມົ້ນ​ວົນໃນຂ່າວສານ ຜະລິດ​ຕະພັນ​ທີ່​ຜິດ​ເຂ​ວ ຕານ​ລົດນິຍົມທຳ​ມະ​ດາ​ສາມັນ. ຕັ້ງໜ້າ​ຕໍ່ສູ້​ຕ້ານ​ປະກົດ​ການ​ຊອດ​ກະ​ຈ້າ, ບັນດາ​ຜະລິດ​ຕະພັນ​ທີ່​ເປັນພິດ​ຮ້າຍ, ບັນດາ​ການ​ກະທຳ​ໄຮ້​ວັດທະນະທຳ ຝືນວັດທະນະທຳ, ປະກອບສ່ວນ​ປົກ​ປ້ອງ ຮັກສາ ​ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມ ສີສັນວັດທະນະທຳຂອງ​ຊາດ ​ແລະ​ລັກສະນະ​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ ​ຂອງວັດທະນະທຳຫວຽດນາມ.

ຂະຫຍາຍ​ພາລະກິດວັດທະນະທຳ ສິນລະປະກຳ, ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ໃຫ້​ແກ່​ການຄົ້ນຄວ້າ ປະດິດ​ສ້າງ​ຂອງນັກ​ປະພັນ ສິນລະປິນ ​ເພື່ອ​ໃຫ້​ມີ​ຫຼາຍ​ບົດ​ປະພັນ​ທີ່​ມີ​ຄຸນຄ່າ​ສູງ​ທາງ​ດ້ານ​ແນວ​ຄິດ ​ແລະ​ດ້ານສິນລະປະ, ສ່ອງ​ແສງ​ຢ່າງ​ຖືກຕ້ອງ ​ເລິກ​ເຊິ່ງ ມີ​ຊີວິດ​ຊີວາ​ເຖິງຊີວິ​ດການ​ເປັນ​ຢູ່ ປະຫວັດສາດຂອງ​ຊາດ ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ. ​ເສີນ​ຂະຫຍາຍ​ບັນດາ​ຄຸນຄ່າ ປັດ​ໃຈ​ຕັ້ງໜ້າ ​ໃນ​ຄຸນສົມບັດ ວັດທະນະທຳ ສາສະໜາ; ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫວ​ສາສະໜາ​ສ້າງ​ບຸນ​ກຸສົນ ສ້າງ​ຄວາມ​ສີວິ​ໄລ ຄວາມ​ກ້າວໜ້າ ເພື່ອມະນຸດສະທຳ “ຊີວິດ​ທີ່​ດີ, ສາສະໜາ​ທີ່​ງາມ”; ກີດ​ກັ້ນ ​ແລະ​ຕຳ​ໜິ​ຕິ​ຊົມ ບັນດາ​ປະກົດ​ການ​ເຊື່ອ​ຖື​ງົມງວາຍ ຊື້​ຂາຍ​ເທວະ​ດາ​ຟ້າ​ແຖນ ກໍ່​ຄື​ການ​ກະທຳ​ສວຍ​ໃຊ້ສາສະໜາ ​ປອມຕົວ​ສາສະໜາ​ເພື່ອ​ເຄື່ອນ​ໄຫວຜິດກົດໝາຍ ຕ້ານ​ຢັນທຳລາຍລະບອບ​ການ​ເມືອງ.

ກໍ່ສ້າງ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ວັດທະນະທຳ. ​ເພີ່ມ​ທະວີ​ແຫຼ່ງພະລັງ​ໃຫ້ວັດທະນະທຳ. ຮັບ​ເອົາ​ຍອດ​ແຍວັດທະນະທຳ ​ແລະ​ບົດຮຽນ​ໃນ​ການ​ພັດທະນາ ຄຸ້ມ​ຄອງວັດທະນະທຳຂອງ​ບັນດາ​ປະ​ເທດ​ໃນ​ໂລກ.

2- ກອງ​ປະຊຸມ​​ເປັນ​ເອກະ​ພາບ​ກ່ຽວ​ກັບ​ແນວ​ຄິດ​ຊີ້​ນຳ, ກຳນົດທິດບູລະນະ​ແຜນ​ຮ່າງ ​ແລະ​ກໍ່ສ້າງ​ສະບັບ​ຮ່າງ​ຂອງເອກະສານ​ຕ່າງໆ ທີ່​ຈະ​ນຳ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ

​ໂດຍຕີ​ລາຄາ​ສູງ​ຕໍ່​ການ​ກະກຽມ​ຂອງ​ອະນຸ​ກຳມະການ​ເອກະສານ ​ແລະ ອະນຸ​ກຳມະການ​ເສດຖະກິດ-ສັງຄົມ, ​ສູນ​ກາງ​ເຫັນ​ດີ​​ໂດຍ​ພື້ນຖານ​ກັບ​ຮ່າງ​ລາຍ​ງານ​ການ​ເມືອງ ​ແລະ​ຮ່າງ​ລາຍ​ງານ​ທິດ​ທາງ ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ (2016 - 2020). ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ໜັກ​ຄວາມ​ໝາຍ ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໃນ​ການ​ສືບ​ຕໍ່​ປະຕິບັດ​ໂຄງການ​ການ​ເມືອງ​ຂອງ​ພັກ (ສະບັບ​ປັບປຸງ​ເພີ່ມ​ເຕີມ ຂະຫຍາຍ​ຕື່ມ​ປີ 2011), ລັດຖະທຳ​ມະນູນ​ປີ 2013 ​ແລະ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ (2011 - 2020), ຈາກ​ນັ້ນ​ກໍ່​ໄດ້​ກຳນົດ​ທິດ​ໃຫ້​ສອງ​ອະນຸ​ກຳມະການ ​ແລະ​ບັນດາ​ອົງການ​ທີ່​ກ່ຽວ ​ໃນ​ການ​ສືບ​ຕໍ່​ຄົ້ນ​ຄ້ວາ ປັບປຸງ​ບູລະນະ​ໂຄງ​ຮ່າງ ​ແລະ​ສ້າງ​ສະບັບ​ຮ່າງ​ຂອງ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່ ​ເພື່ອ​ຈະ​ນຳ​ສະ​ເໜີ​ໃຫ້​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 10 ພິຈາລະນາ, ຕັດສິນ​ຕົກລົງ​ໃນ​ທ້າຍ​ປີ​ນີ້.

ສູນ​ກາງ​ກຳນົດ​ວ່າ ການ​ກະກຽມ​ບັນດາ​ເອກະສານ​ທີ່​ຈະນຳ​ສະ​ເໜີ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ຕ້ອງ​ສະ​ແດງ​ເຖິງ​ຈິດ​ໃຈ ສືບ​ຕໍ່​ເອົາ​ໃຈ​ໃສ່​ວຽກ​ງານ​ກໍ່ສ້າງ​ພັກ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ​ກຳລັງ​ສູ້​ຮົບ​ຂອງ​ພັກ, ຍົກສູງຄວາມສັກສິດ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງບັນດາ​ອົງການ​ລັດ ​ແລະ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ; ​ເສີມຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ຂຸດ​ຄົ້ນ​ທຸກໆ​ແຫຼ່ງພະລັງ ວັດຖຸ​ແລະ​ຈິດ​ໃຈ ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ປ່ຽນ​ແປງ​ໃໝ່ ຫັນ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ, ພັດທະນາ​ປະ​ເທດ​ຢ່າງ​ໄວ ​ແລະໝັ້ນຄົງ​ຍືນ​ຍົງ. ​ເອົາໃຈ​ໃສ່​ແກ້​ໄຂ​ບັນດາ​ການ​ພົວພັນ​ໃຫຍ່​ໃຫ້​ດີ: ການ​ພົວພັນ​ລະຫວ່າງການ​ປ່ຽນ​ແປງ​ໃໝ່ ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ ​ແລະ​ການ​ພັດທະນາ; ລະຫວ່າງ​ປ່ຽນ​ແປງ​ໃໝ່​ເສດຖະກິດ ​ແລະ​ປ່ຽນ​ແປງ​ໃໝ່​ການ​ເມືອງ; ລະຫວ່າງ​​ເສດຖະກິດ​ຕະຫຼາດ ​ແລະ​ກຳນົດ​ທິດ​ສັງຄົມ​ນິຍົມ; ລະຫວ່າງ​ຂະຫຍາຍ​ກຳລັງ​ການ​ພະ​ລິດ ແລະກໍ່ສ້າງ ບູລະນະ​ເປັນ​ແຕ່​ລະ​ກ້າວ​ການ​ພົວພັນ​ການ​ຜະລິດ​ສັງຄົມ​ນິຍົມ; ລະຫວ່າງ​ເພີ່ມ​ຄວາມ​ເຕີບ​ໂຕ​ເສດຖະກິດ ແລະພັດທະນາ​ວັດທະນະທຳ ປະຕິບັດຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ​ສັງຄົມ; ລະຫວ່າງ​ການສ້າງສາ ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ; ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ການ​ເຊື່ອມ​ໂຍງ​ສາກົນ; ລະຫວ່າງ​ພັກ​ນຳພາ ລັດ​ຄຸ​ມຄອງ ​ແລະ​ປະຊາຊົນເປັນ​ເຈົ້າ.

​ໃນ​ວິວັດ​ການ​ກະກຽມ​ບັນດາ​ເອກະສານ ຕ້ອງ​ອີງ​ໃສ່​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ບັນດາ​ມະຕິຂອງ​ສູນ​ກາງ​ພັກ ​ແລະ​ຜົນ​ຂອງ​ການ​ສະຫລຸບ​ສັງ​ລວມ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພ້ອມ​ກັນ​ນັ້ນ​ກໍ່​ຕິດ​ແໜ້ນ​ນຳ​ພຶດຕິ​ກຳ​ຂອງ​ປະ​ເທດ​ຊາດ​ບ້ານ​ເມືອງ​ ເພື່ອຕີ​ລາຄາບັນຫາ​ຕ່າງໆ​ຢ່າງ​ພາວະ​ວິ​ໄສ ວິທະຍາສາດ; ​ໄຈ້​ແຍກ​ສາ​ເຫດ​ຕ່າງໆ​ຢ່າງ​ເລິກ​ເຊິ່ງ; ຄາດຄະ​ເນ​ຢ່າງ​ມີ​ພື້ນຖານວິ​ທະ​ຍາ​ສາດ ກ່ຽວ​ກັບ​ແງ່​ຫວັງ​ຂອງ​ສະພາບ​ການ​ໃນ​ປະ​ເທດກໍ່​ຄືຕ່າງປະ​ເທດ ​​ແລະຈາກ​ນັ້ນ​ເພື່ອວາງ​ກຳນົດທິດ​ທາງ ໜ້າ​ທີ່ ​ແລະ​ວິທີ​ແກ້​ໄຂ​ຕົ້ນຕໍ ​ໃຫ້​ແກ່​ສະ​ໄໝ​ປະຈຳການ​ໃໝ່ ອອກມາຢ່າງຖືກຕ້ອງ .

ພິ​ເສດ​ແມ່ນ ຕ້ອງ​ລົງ​ເລິກພິຈາລະນາ​ໄຈ້​ແຍກ ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ປະຕິ​ບັດ​ບັນດາ​ລະດັບ​ຄາດໝາຍ ໜ້າ​ທີ່ 5 ປີ 2010 - 2015; ຄາດ​ຄະ​ເນ​ຄວາມ​ສາມາດ​ປະຕິບັດ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ 10 ປີ (2010 - 2020), ​ເປັນ​ຕົ້ນ​ແມ່ນ​ຄວາມ​ສາມາດ​ປະຕິບັດ​ເປົ້າ​ໝາຍ​ສ້າງ​ພື້ນຖານ​ເພື່ອ​ຮອດ​ປີ 2020 ປະ​ເທດ​ເຮົາ​ໂດຍ​ພື້ນຖານ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດທັນ​ສະ​ໄໝ. ​ເອົາ​ໃຈ​ໃສ່​ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ບາງ​ບັນຫາ​ໃຫຍ່​ທີ່​ສຳຄັນ​ເຊັ່ນ:

​ໃນ​ຂົງ​ເຂດ​ເສດຖະກິດ: ສະພາບ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ​ສິ່ງ​ແວດ​ລ້ອມ​ຢ່າງ​ຍືນ​ຍົງ ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວາງ​ອອກ​ມາ; ການ​ດັດສົມ​ລະດັບ​ຄາດໝາຍ ​ແລະ​ຊີ້​ນຳການ​ປະຕິບັດ ​ໂດຍ​ຫັນ​ມາ​ໃຫ້​ບຸລິມະສິດ​ການ​ຄວບ​ຄຸມຈຳກັດ​ເງິນ​ເຟີ້, ຮັກສາສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ໜ່ວງ​ໜ່ຽວ​ຄວາມ​ເຕີບ​ໂຕ​ເສດຖະກິດ​ໃນລະດັບ​ສົມ​ເຫດ​ສົມ​ຜົນ, ຮັບປະກັນ​ສະຫວັດ​ດິການ​ສັງຄົມ; ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ...; ​ກຳນົດ​ບັນດາ​ແຫຼ່ງພະລັງ ​ແລະ​ກຳລັງ​ໝູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ.

​ໃນ​ຂົງ​ເຂດ​ສັງຄົມ: ພ້ອມ​ກັບ​ບັນດາ​ບັນຫາ​ກ່ຽວ​ກັບ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ຊີວິດ​ດ້ານວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ, ຮັບປະກັນສະ​ຫວັດ​ດິການ ລະບຽບ​ຄວາມ​ສະຫງົບ ຄວາມ​ປອດ​ໄພ​ສັງຄົມ,... ກໍ່​ຕ້ອງ​ໄຈ້​ແຍກ ຕີ​ລາຄາ​ກ່ຽວ​ກັບການ​ປ່ຽນ​ແປງ​ໂຄງ​ປະກອບ​ສັງຄົມ, ການ​ຜັນ​ແຍກ​ຮັ່ງມີ​ທຸກ​ຍາກ, ການ​ແບ່ງຊັ້ນ​ສັງຄົມ​ຢູ່​ປະ​ເທດ​ເຮົາ​ໃນ​ປັດຈຸບັນ; ຄວາມ​ຮັບ​ຮູ້ ​ແລະ​ແກ້​ໄຂ​ບັນດາ​ສາຍ​ພົວພັນ​ສັງຄົມ ພົວພັນ​ຜົນ​ປະ​ໂຫຍ​ດ, ຄວບ​ຄຸມ​ເຄາະ​ບັງ​ເອີນ ​ໄພ​ສັງຄົມ ຄວາມ​ຫຍໍ້​ທໍ້ ຄວາມ​ຂັດ​ແຍ່ງ ການ​ປະ​ທະ​ກັນ​​ໃນສັງຄົມ; ຄວາມ​ຮັບ​ຮູ້​ ແລະ​ປະຕິບັດ​ບັນດາ​ນະ​ໂຍບາຍສັງຄົມ; ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ຍຸດຕິ​ທຳ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ; ສະພາບ​​ແນວ​ຄິດ ຈິດ​ຕະພາບ​ສັງຄົມ,...

ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະການ​ຕ່າງປະ​ເທດ: ຕໍ່ໜ້າ​ບັນດາ​ການ​ຜັນ​ປ່ຽນສັບສົນ ທີ່​ຄາດ​ຄະ​ເນ​ຍາກ ຢູ່​ໃນ​ໂລກ ​ໃນ​ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປັດຈຸບັນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ​ການ​ຕ່າງປະ​ເທດ. ກຳນົດ​ແຈ້ງ​ຄວາມ​ສະດວກ ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍທີ່​ພວມ​ຕັ້ງ​ອອກ​ມາ ​ແລະ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ມາດ​ຕະການ​ທີ່​ຕ້ອງ​ນຳ​ໃຊ້​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຄວາມ​ສະຫງົບ​ແຫ່ງ​ຊາດ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດທະນາ. ສັງ​ເກດ ຕີ​ລາຄາຢ່າງ​ຖືກຕ້ອງ​ເໝາະ​ສົມ ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຕໍ່ສູ້ ຍູ້​ຖອຍ​ໄພ​ອັນຕະລາຍ 4 ປະການ​ທີ່​ພັກ​ເຮົາ​ໄດ້ກ່າວ​ເຕື່ອນ ​ເພື່ອ​ມີ​ນະ​ໂຍບາຍ ມາດ​ຕະການ​ທີ່​ສອດຄ່ອງ, ຮັບປະກັນ​ການ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ​ແຜນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ທີ່​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XI ​ໄດ້​ປະກາດ​ໃຊ້​ໃນ​ມໍ່ໆ​ນີ້.

ກ່ຽວ​ກັບ​ການກໍ່ສ້າງ​ພັກ ​ແລະ​ລະບົບ​ການ​ເມືອງ: ຕ້ອງ​ໄຈ້​ແຍກ ຕີ​ລາຄາ​ສະພາບ​ຄວາມ​ເປັນ​ຈິງ​ຢ່າງ​ຖືກຕ້ອງ ​ແລະ​ວາງ​ບັນດາ​ວິທີ​ແກ້​ອັນ​ລະອຽດ​ອອກ​ມາ ​ເພ່ືອ​ສືບ​ຕໍ່​ກໍ່ສ້າງ​ພັກ ​ແລະ​ລະບົບ​ການ​ເມືອງ​ປະ​ເທດ​ເຮົາ ​ໃຫ້​ນັບ​ມື້​ນັບປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ ທັງ​ດ້ານ​ການ​ເມືອງ ​ແນວ​ຄິດ ການຈັດ​ຕັ້ງ ພະນັກງານ ​ແລະ ​ແບບ​ວິທີ​ນຳພາ ຄຸ້ມ​ຄອງ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກງານອົບຮົມ​ສຶກສາ​ການ​ເມືອງ ​ແນວ​ຄິດ, ປ້ອງ​ກັນ​ແລະ​ຕ້ານ​ການ​ເສື່ອ​ມ​ໂຊມ​ປ່ຽນ​ທາດ “ການ​ຫັນປ່ຽນ​ໂດຍ​ຕົນ​ເອງ” “ການ​ປ່ຽນ​ແປງ​ໂດຍ​ຕົນ​ເອງ”; ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​​ໃນ; ບັນຫາ​ປະຕິບັດ​ປະຊາທິປະ​ໄຕ ​ແລະ​ລະບຽບ​ວິ​ໄນ, ສາມັກ​ຄີ ​ເປັນ​ເອກະ​ພາບ​ໃນ​ພັກ; ບັນຫາ​ຄຸນ​ນະພາ​ບການ​ນຳພາ​ຂອງ​ອົງການ​ຈັດ​ຕັ້ງ​ຮາກ​ຖາມ​ພັກ; ກໍ່ສ້າງ ປະຕິບັດ​ແຜນ​ຍຸດ​ທະ​ສາດ​ພະນັກງານ ​ແລະ​ວຽກ​ງານ​ພະນັກງານ; ​ເນື້ອ​ໃນ ຕົວ​ແບບ ​ແບບ​ວິທີ​ກຳ​ອຳນາດ​ຂອງ​ພັກ; ​ແບບ​ວິທີ​ນຳພາ ​ແລະ​ລະບຽບ​ການ​ປະຕິບັດ​ງານ​ຂອງ​ພັກ; ບັນຫາ​ປະຕິບັດ​ປະຊາທິປະ​ໄຕ​ຕິດ​ກັບ​ລະບຽບກົດໝາຍ ​ໃນການ​ເຄື່ອນ​ໄຫວ​ຂອງ​ລັດ; ຄວາ​ມສັກສິດ ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ; ການ​ແບ່ງ​ງານ ປະສານ​ສົມທົບ ​ແລະ ກວດກາ​ອຳນາດ ​ຂອງ​ບັນດາ​ອົງການ​ລັດ; ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ ຂອງ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ; ກໍ່ສ້າງ​ພື້ນ​ຖານ​ປະຊາທິປະ​ໄຕສັງຄົມ​ນິຍົມ, ຮັບປະກັນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​​ໃນ​ການ​ກວດກາ ຕິດຕາມ​ກວດກາ​ອຳນາດ​ລັດ, ສ້າງ​ຄວາມເຫັນ​ດີ​ເຫັນ​ພ້ອມ​ສັງຄົມ...

ຕາມ​ທິດ​ທາງ​ຕ່າງໆ​ເທິງ​ນີ້, ບັນດາ​ອະນຸ​ກຳມະການ ​ແລະ ໜ່ວຍ​ບັນນາທິການ ​ຕ້ອງ​ເສີມ​ຂະຫຍາຍ​ສະຕິ​ປັນຍາລວມໝູ່​ເຖິງ​ລະດັບ​ສູງ, ດຶງ​ດູດ​ເອົາ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ທົ່ວ​ພັກ ທົ່ວ​ປະຊາຊົນ, ສຸມ​ກຳ​ລັງ​ສ້າງ​ເອກະສານ​ສະບັບ​ຮ່າງ​ຕ່າງໆ​ ທີ່​ເໝາະສົມ​ກັບ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ, ຮັບປະກັນ​ໃຫ້​ລາຍ​ງານ​ການ​ເມືອງ​ເປັນ​ເອກະສາ​ນໃຈກາງ​ຢ່າງ​ແທ້​ຈິງຂອງ​ກອງ​ປະຊຸມ​​ໃຫຍ່ຄັ້ງທີ່ XII ​ເພື່ອ​ນຳພາ​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ຊຸ​ມປີ 2016 - 2021; ລາຍ​ງານ​ເສດຖະກິດ-ສັງຄົມ​ ແມ່ນ​ລາຍ​ງານສະ​ເພາະທີ່​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ໃນ 5 ປີ​ທີ່​ຈະ​ມາ​ເຖິງ.

3- ກອງ​ປະຊຸມ​ໄດ້​ປຶກສາ​ສົນທະນາ​ຢ່າງ​ປະຊາທິປະ​ໄຕ, ພິຈາລະນາ​ຢ່າງຮອບ​ຄອບ ​ແລະ ​ເປັນ​ເອກະ​ພາບ​ສະຫລຸບ​ຄວາມ ​ໃຫ້​ຄຳ​ເຫັນ​ຊີ້​ນຳ​ຕໍ່​ບາງ​ບັນຫາ​ອື່ນ​ທີ່​ສຳຄັນ

ທີ​ໜຶ່ງ, ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ​ສູນ​ກາງ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ລະອຽດ ​ເໝາະ​ສົມ​ຕ່າງໆ​ຫຼາຍຢ່າງ ​ເຂົ້າ​ໃນ​ໃບ​ສະ​ເໜີ ​ແລະ​ຮ່າງ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ. ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ວຽກ​ງານ​ຈຸດ​ໜັກ​ໃຈກາງ, ຕ້ອງ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ໂດຍ​ໄວ ດ້ວຍ​ຈິດ​ໃຈ​ສືບ​ຕໍ່ປ່ຽນ​ແປງ​ໃໝ່ຕາມ​ທິດ​ແທດ​ຈິງ ມີ​ປະສິດທິ​ຜົນ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ໄປ​ຄຽງ​ຄູ່​ກັບ​ຮັກສາ​ຫຼັກການ ລະບຽບ​ວິ​ໄນ​ຂອງ​ພັກ; ຮັບປະກັນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ​ກຳລັງ​ສູ້​ຮົບ ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ. ບັນດາ​ຄະນະ​ພັກ​ຕ້ອງ​ເອົາ​ໃຈ​ໃສ່​ຊີ້​ນຳນຳພາການປຶກສາ​ສົນທະນາ ບັນດາ​ເອກະສານ​ສະບັບ​ຮ່າງ​ ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ​ແລະ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ເທິງ; ພ້ອມ​ກັນ​ນັ້ນ​ກໍ່​ກະກຽມ​ໃຫ້​ດີ​ທີ່​ສຸດ ​ລາຍ​ງາຍ​ຕ່າງໆ​ຂອງ​ຄະນະ​ບໍ​ລິ​ງານ​ພັກ​ຂອງຕົນ. ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​ພັກ ​ຕ້ອງຕີ​ລາຄາສະພາບ​ການ​ປະຕິບັດ​ມະຕິຂອງ​ສະ​ໄໝ​ທີ່​ຜ່ານ​ມາ ຢ່າງຖືກຕ້ອງ; ຊີ້​ແຈ້ງ​ໝາກຜົນ ຜົນສຳ​ເລັດ​ຕ່າງໆ​ທີ່​ໄດ້​ຮັບ, ບັນດາ​ຈຸດ​ອ່ອນ ຂໍ້​ຈຳກັດ​ຄົງ​ຄ້າງ ​ແລະ​ສາ​ເຫດ, ບົດ​ຮຽນ​ປະສົບ​ການ; ຈາກ​ນັ້ນ ວາງ​ທິດ​ທາງ ຈຸດໝາຍ ໜ້າ​ທີ່ ​ແລະວິທີ​ແກ້​ໃຫ້​ສະ​ໄໝ​ທີ່​ຈະ​ມາ​ເຖິງ. ວຽກ​ງານ​ກະກຽມ​ບຸກຄະລາ​ກອນ ​ແລະ ​ເລືອ​ກຕັ້ງຄະນະ​ບໍລິຫານ​ງານ​ພັກ ​ຕ້ອງ​ປະຕິບັດຖືກຕ້ອງ​ຕາມ​ກົດ​ລະບຽບ ຂໍ້​ກຳນົດ​ຂອງ​ພັກ, ​ເພື່ອ​ຄັດ​ເລືອກ ​ແນະນຳ ​ແລະ​ເລືອກ​ຕັ້ງ​ໄດ້​ຜູ້​ທີ່​ເໝາະ​ສົມ ມີ​ຄຸນສົມບັດ​ມາດຕະຖານ​ພຽງພໍ​ ໃຫ້​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ; ​ເອົາ​ໃຈ​ໃສ່​ຄົ້ນ​ເຜີຍ ​ແນະນຳ​ບັນດາ​ປັດ​ໃຈ​ໃໝ່​ທີ່​ມີ​ແງ່​ຫວັງ​ດີ, ຮັບປະກັນ​ອັດຕາ​ສ່ວນ​ພະນັກງານ​ໜຸ່ມ ພະນັກງານ​ຍິງ ພະນັກງານ​ຄົນ​ຊົນ​ເຜົ່າ.

ຄະນະ​ບໍລິຫານ​ງານ​ສູນ​ກາງມອບ​​ໃຫ້​ກົມ​ການ​ເມືອ​ງ, ພາຍຫຼັງ​ກອງ​ປະຊຸມ​ນີ້, ຮີບ​ດ່ວນ​ຊີ້​ນຳ, ບູລະນະ ແລະປະກາດ​ໃຊ້​ ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງໂດຍ​ໄວ ​ເພື່ອກຳນົດ​ທິດ​ໃຫ້​ທົ່ວ​ພັກ​ໃນ​ການ​ກະກຽມ ​ແລະ​ດຳ​ເນີນກອງ​ປະຊຸມ​ໃຫຍ່​ຂັ້ນ​ຕ່າງໆຢ່າງສຳເລັດຜົນ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ.

ທີ​ສອງ, ກ່ຽວ​ກັບ​ລະບຽບ​ການ​ເລືອກ​ຕັ້ງ​​ໃນພັກ, ​ສູນ​ກາງ​ໄດ້​ປຶກສາ​ພິຈາລະນາ​ຢ່າງ​ລະອຽດ​ທີ່​ສຸດ ​ແລະ​ເປັນ​ເອກະ​ພາບ​ປະກາດ​ໃຊ້​ ​ລະບຽບ​ການ​ເລືອກ​ຕັ້ງ​ໃໝ່ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ ບົນ​ພື້ນຖານ​ສືບ​ທອດບັນ​ດາລະບຽບ​ການ​ເລືອກ​ຕັ້ງ​​ໃນພັກ ທີ່ກົມ​ການ​ເມືອງ​ສະ​ໄໝ​ກ່ອນ​ປະກາດ​ໃຊ້, ພ້ອມ​ກັນ​ນັ້ນ​ກໍ່​ປ່ຽນ​ແປງ ​ເພີ່ມ​ເຕີມ​ບາງ​ຂໍ້​ກຳນົດ​ໃໝ່​ທີ່​ສຳຄັນ, ​ເຊັ່ນ: ກ່ຽວ​ກັບ​ເປົ້າ​ໝາຍ ​ແລະ​ຂອບ​ເຂດ​ດັດສົມ; ກ່ຽວກັບ​ການອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ສະ​ເໜີ​ຕົວ​ຜູ້​ຮັບ​ເລືອກ​ຕັ້ງ ຂອງ​ກຳ​ມະການ, ກຳມະການ​ຄະນະ​ປະຈຳການ, ກຳມະການ​ກົມ​ການເມືອງ, ກຳມະການ​ຄະນະ​ເລຂາທິການ; ກ່ຽວ​ກັບ​ຈຳນວນ​ເຫຼືອ​ໃນ​ບັນຊີ​ລາຍ​ຊື່​ຜູ້​ຮັບ​ເລືອກ​ຕັ້ງ; ກ່ຽວ​ກັບ​ການ​ຂຶ້ນ​ບັນຊີ​ລາຍ​ຊື່​ຜູ້​ຮັບ​ເລືອກ​ຕັ້ງ; ກ່ຽວ​ກັບ​ລຳດັບ​ດຳ​ເນີນ, ລະບຽບ​ວິທີ​ເລືອກ​ຕັ້ງ...

ຄະນະ​ບໍລິຫານ​ງານ​ສູນ​ກາງຮຽກຮ້ອງ​ບັນດາ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກ ​ແລະ​ສະມາຊິກ​ພັກ​ຕ້ອງ​ເຂັ້ມ​ງວດ​ໃນ​ການ​ຊາບ​ຊືມ, ຈັດ​ຕັ້ງ​ປະຕິບັດ​​ລະບຽບ​ການ​ເລືອກ​ຕັ້ງ​ນີ້​ຢ່າງ​ຖືກຕ້ອງ ຄົບ​ຖ້ວນ, ປະກອບ​ສ່ວນຮັບປະກັນ​ປະຕິບັດກົດ​ລະບຽບ​ພັກ​ຢ່າງ​ຖືກຕ້ອງ, ປະຕິບັດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ​ຢ່າງ​ເຂັ້ມ​ງວດ​ ​ແລະ​ຮັກສາ​ລະບຽບ​ວິ​ໄນ​ຂອງ​ພັກ, ສ້າງ​ກຳລັງ​ແຮງ ຄວາມ​ສາມັກຄີ ​ເປັນ​ເອກະ​ພາບ​ສູງ​ໃນ​ທົ່ວ​ພັກ.

ທີ​ສາມ, ກ່ຽວ​ກັບ​ການ​ຕີ​ລາຄາ ຖອດ​ຖອນ​ບົດຮຽນ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ​ສະບັບ​ທີ 165 ຂອງ​ກົມ​ການ​ເມືອງ​ ກ່ຽວກັບ​ການ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ເປັນ​ເອກະ​ພາບ​ສູງ​ກັບ​ໃບ​ສະ​ເໜີ ຂອງ​ກົມ​ການ​ເມືອງ ​ແລະຢືນຢັນ​ແຜນ​ນະ​ໂຍບາຍ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ນັ້ນ​ແມ່ນ​ຈຳ​ເປັນ ຖືກຕ້ອງ​ໂດຍ​ສົມບູນ. ວຽກ​ງານ​ຊີ້​ນຳ​ຜັນ​ຂະຫຍາຍ​ປະຕິບັດ​ ການ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ ໃນ​ເວລາ​ທີ່​ຜ່ານ​ມາ, ​ເບິ່ງ​ລວມ​ແມ່ນ​ໄດ້​ດຳ​ເນີນ​ຢ່າງ​ເຂັ້ມ​ງວດ ​ແໜ້ນ​ແຟ້ນ, ຖືກຕ້ອງ​ຕາມ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4, ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ​ພັກ ​ແລະ​ກົດໝາຍ​ຂອງ​ລັດ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ​ສ່ວນ​ຫຼວງ​ຫຼາຍ. ການ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ ແມ່ນ​ການ​ສື່​ຂ່າວ​ຕີ​ລາຄາ​ພະນັກ​ງານຊ່ອງ​ໜຶ່ງ ທີ່​ມີ​ຄຸນ​ປະ​ໂຫຍ​ດຕັກ​ເຕືອນ​ຢ່າງ​ທັນ​ການ ​ເພື່ອ​ໃຫ້​ພະນັກງານ​ແຍງ​ເບິ່ງ​ຕົນ​ດ້ວຍ​ຕົນ​ເອງ, ​ເສີມ​ຂະຫຍາຍ​ຈຸດ​ດີ ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກພ່ອງ​ເອົາ​ເອງ, ປະກອບ​ສ່ວນ​ກີດ​ກັ້ນ​ຄວາມ​ເສື່ອ​ມ​ໂຊມ​ປ່ຽນ​ທາດ, ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຟຸມ​ເຟືອຍ; ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ມາດ​ຕະການ​ທີ່​ດີ​ ເພື່ອ​ຄຸ້ມ​ຄອງ ​ແລະປົກ​ປັກ​ຮັກສາ​ພະນັກງານ.

​ແຕ່​ວ່າ, ຍ້ອນ​ວ່າ​ນີ້​ແມ່ນ​ວຽກ​ງານ​ໃໝ່ ບໍ່​ເຄີຍ​ເຮັດມາກ່ອນ ດັ່ງ​ນັ້ນ​ຈຶ່ງ​ມີ​ຂໍ້​ຂາດ​ຕົກ​ບົກພ່ອງ ​ເຊິ່ງຕ້ອງ​ຖອດຖອນບົດຮຽນ ປັບປຸງ​ເພີ່ມ​ເຕີນ ​ແລະ​ດັດສົມ​ຢ່າງ​ທັນ​ການ. ​ສູນ​ກາງຊົມ​ເຊີຍຈິດ​ໃຈ​ເຂັ້ມ​ງວດ ສະຫງຽມ​ຄ່ຽມຄົມ ຈົງ​ໃຈຮັບຟັງຂອງ​ກົມ​ການ​ເມືອງ, ​ແລະ​ເປັນ​ເອກະພາບ​ສູງ​ກັບ​ກົມ​ການ​ເມືອງ ກ່ຽວ​ກັບ​ຄວາມ​ຕ້ອງການ​ດັດ​ແປງ​ບາງ​ຈຸດ​ໃນຂໍ້​ກຳນົດ​ສະບັບ​ທີ 165 ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ, ຄື​ດັ່ງ​ທີ່​ກົມ​ການ​ເມືອງ​ໄດ້​ສະ​ເໜີ.

ທີ​ສີ່, ກ່ຽວ​ກັບ​ການ​ສະຫລຸບ​ສັງ​ລວມການ​ທົດ​ລອງ​ບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນ​ເມືອງ ຕາ​ແສງ​ໃນນະຄອນ, ຄະນະ​ບໍລິຫານ​ງານ​ສູນ​ກາງຮັບ​ຮູ້ ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ຕັ້ງໜ້າ​ພະຍາຍາມ​ຂອງ​ຄະນະ​ພັກ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ​ແລະ ປະຊາຊົນບັນດາ​ແຂວງ ກຳ​ແພງ​ນະຄອນ​ທີ່​ຖືກ​ເລືອກ​ເຮັດ​ທົດ​ລອງບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນ​ເມືອງ ຕາ​ແສງ​ໃນ​ນະຄອນ ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ X ​ແລະ​ມະຕິ​ສະບັບ​ທີ 26 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XII. ສູນ​ກາງ​ເຫັນ​ດີ​ເປັນ​ເອກະ​ພາບ​​ໂດຍ​ພື້ນຖານກັບການ​ສັງ​ເກດ ຕີ​ລາຄາ​ສະພາບ​ການ ​ແລະຄຳ​ສະ​ເໜີຂອງ​ຄະນະກຳກັບວຽກ​ງານ​ພັກລັດຖະບານ, ຮຽກຮ້ອງ​ໃຫ້​ລັດຖະບານ​​ເຂັ້ມ​ງວດ​ໃນ​ການຮັບ​ເອົາຄວາມ​ຄິດ​ເຫັນ​ຂອງ​ສູນ​ກາງ, ປັບປຸງ​ບູລະນະ​ແຜນ​ຮ່າງ​ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ ​ໃນ​ຂະ​ບວນວິວັດ​ການ​ກະກຽມ​ສ້າງ​ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄວາມ​ສັກສິດ ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນສະບັບ ​ປີ 2013. ​ໃນ​ເວລາ​ແຕ່​ນີ້​ຮອດ​ເມື່ອ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ໄດ້​ຮັບ​ການ​ຜ່ານ​ອະນຸມັດ ​ແລະ ມີ​ຜົນ​ສັກສິດ, ພວກ​ເຮົາ​ສືບ​ຕໍ່​ຮັກສາໜ້າ​ທີ່ ສິດ​ຂອບ​ເຂດ ​ແລະ​ ການຈັດ​ຕັ້ງ​ເຄື່ອນ​ໄຫວ ​ຂອງ​ອຳນາດ​ການປົກຄອງ​ບັນດາ​ທ້ອງ​ຖິ່ນ ​ທີ່​ຖືກ​ເລືອ​ກເຮັດ​ທົດ​ລອງບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນ ໄວ້ຄືເກົ່າ.

ທີ​ຫ້າ, ຕໍ່​ກັບ​ໂຄງການ​ຈັດ​ຕັ້ງຄະນະ​ພັກ​ຢູ່​ຕ່າງປະ​ເທດ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ພິຈາລະນາ​ແລະ​ຕັດສິນ​ຕົກລົງ: ຄະນະ​ພັກ​ຢູ່​ຕ່າງປະ​ເທດ​ຂຶ້ນ​ກັບ​ສູນ​ກາງ​ພັກ, ຍອມຮັບ​ການ​ຊີ້​ນຳ​ນຳພາ​ໂດ​ຍກົງ ​ແລະ​ເປັນ​ປະຈຳ​ຂອງຄະນະ​ເລຂາທິການ; ມອບ​ໃຫ້​ກົມ​ການ​ເມືອງ​ພິຈາລະນາ ຕັດ​ສີນ​ຕົກລົງ​ກ່ຽວ​ກັບ​ພາລະ​ບົດບາດ ໜ້າ​ທີ່ ການຈັດ​ຕັ້ງ​ກົງຈັກ ຂອງ​ຄະນະ​ພັກ​ຢູ່​ຕ່າງປະ​ເທດ ຕາມ​ລະບຽບ​ການ​ດຳ​ເນີນ​ງານ.

ກອງ​ປະຊຸມ​ຄັ້ງ​ທີ​ເກົ້າ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ດີງາມ; ໜ້າ​ທີ່​ທີ່​ວາງ​ອອກ​ມາ​ໃຫ້​ພວກ​ເຮົາ​ແຕ່​ນີ້​ຮອດ​ທ້າຍ​ສະ​ໄໝ​ທີ XI ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ ​ແຕ່​ກໍ່​ໜັກໜ່ວງ​ທີ່​ສຸດ. ​ເດຖະກິດ - ສັງຄົມ​ເຖິງ​ວ່າ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງຕັ້ງໜ້າ ຖື​ກທິດ​ທາງ​ກໍ່ຕາມ ​ແຕ່​ກໍ່​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຕ່າງໆ​ຫຼາຍຢ່າງ, ເປັນພິເສດແມ່ນ ບາງລະດັບຄາດໝາຍບັນລຸໄດ້ໃນລະດັບຕ່ຳທີ່ສຸດ ທຽບກັບຈຸດໝາຍ ໜ້າທີ່ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ. ວຽກງານກໍ່ສ້າງພັກ ກໍ່ສ້າງລະບົບການເມືອງ, ການປະຕິບັດມະຕິສູນກາງພັກຄັ້ງທີ 4 ສະໄໝທີ XI, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ໄດ້ຮັບຜົນສຳເລັດສຳຄັນເບື້ອງຕົ້ນ, ແຕ່ກໍ່ຍັງມີຈຸດອ່ອນ ຂໍ້ຈຳກັດບໍ່ໜ້ອຍ. ວັດທະນະທຳ - ພື້ນຖານຈິດໃຈຂອງສັງຄົມ, ກໍ່ມີປະກົດການຊຸດໂຊມ ຫຍໍ້ທໍ້ຫຼາຍຢ່າງ ເຊິ່ງຕ້ອງໄດ້ກຳຈັດດັດແກ້ ຄືດັ່ງທີ່ພວກເຮົາໄດ້ປຶກສາພິຈາລະນາໃນ 7 ວັນທີ່ຜ່ານມາ. ພິເສດແມ່ນ, ສະພາບການຢູ່ທະເລຕາເວັນອອກພວນຜັນແປຢ່າງສັບສົນ ເຄັ່ງຮ້ອນທີ່ສຸດ, ມັນຮຽກຮ້ອງໃຫ້ທົ່ວພັກ ທົ່ວປວງຊົນ ທົ່ວກອງທັບເຮົາຕ້ອງທຸ່ນທ່ຽງ ສະຫຼາດສ່ອງໃສທີ່ສຸດ, ເພີ່ມທະວີຄວາມສາມັກຄີ ທົ່ວປະເທດເປັນຈິດໜຶ່ງໃຈດຽວກັນ ເດັດດ່ຽວປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະຜືນແຜ່ນດີນອັນຄົບຖ້ວນ ຂອງປະເທດຊາດ; ພ້ອມກັນນັ້ນກໍ່ຮັກສາສິ່ງແວດລ້ອມສັນຕິພາບ ສະຖຽນລະພາບ ເພື່ອສ້າງສາ ແລະພັດທະນາປະເທດຊາດ.

ຂ້າພະເຈົ້າຂໍສະເໜີໃຫ້ກຳມະການສູນກາງພັກແຕ່ລະສະຫາຍ ຈົ່ງຮັບຮູ້ຢ່າງຄົບຖ້ວນ ແລະຍົກສູງກວ່າອີກ ຄວາມຮັບຜິດຊອບອັນສັກກະລະບູຊາ ແລະໜັກໜ່ວງຂອງຕົນ, ຕັ້ງໜ້າພະຍາຍາມສູ້ຊົນສຳເລັດຢ່າງດີເດັ່ນ ໜ້າທີ່ຕຳແໜ່ງວຽກງານທີ່ໄດ້ຮັບມອບໝາຍ, ປະກອບສ່ວນນຳພາການຈັດຕັ້ງປະຕິບັດຢ່າງສຳເລັດຜົນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI, ບັນດາມະຕິຂອງສູນກາງ, ມະຕິຂອງກອງປະຊຸມຄັ້ງນີ້, ພ້ອມກັນນັ້ນກໍ່ກະກຽມໃຫ້ດີທີ່ສຸດ ກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ແລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ./.

ຂຽນ​ໂດຍ ຫງວຽນ​ຝູຈ້ອງ

​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມມູນິດ​ຫວຽດນາມ