ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ​ການ​ປະຕິວັດ ​​ເດືອນ​ສິງຫາ (19-8-1945 - 19-8-2014) ​ແລະ ​ສະ​ເຫຼີ​ມສະຫຼອງວັນຊາດ​ແຫ່ງ ສສ ຫວຽດນາມ ຄົບຮອບ 69 ປີ (02-9-1945 - 02-9-2014); ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ປະຕິບັດ ພິ​ໄນ​ກຳ​ອັນ​ສັກກະ​ລະ​ບູຊາ ຂອງ​ທ່ານ​ປະທານ ​ໂຮ່ຈີ​ມິນ, ວາລະສານ​ກອມ​ມູນິດ ຂໍ​ເປັນ​ກຽດ​ໄດ້​ແນະນຳ ​ບົດ​ຄວາມ​ສຳຄັນ ທີ່​ຂຽນ​ສະ​ເພາະ​ໃຫ້​ວາລະສານ ຂອງ​ສະຫາຍ​ເຈືອງ​ເຕິ​ນຊາງ, ກຳມະການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ, ປະທານ​ປະ​ເທດ ສສ ຫວຽດນາມ ກ່ຽວ​ກັບ​ໜ້າ​ທີ່ອັນ​ສັກກະ​ລະ​ບູຊາ ​ໃນ​ການປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຂອງ​ປະ​ເທດ​ຊາດ​ຫວຽດນາມ.

ສະຫາຍເຈືອງເຕິນຊາງ, ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ສສ ຫວຽດນາມ. (ພາບ: TTXVN)

ກ່ອນ​ໜ້າ​ນີ້ 69 ປີ, ​ໃນ​ລະດູ​ຮ່ວງ​ໂຮຍ​ປີ 1945, ປະຊາຊົນ​ຫວຽດນາມ, ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ​ກອມ​ມູນິດ, ​ໄດ້​ດຳ​ເນີນ​ການ​ປະຕິວັດ​ເດືອນ​ສິງຫາ​ທີ່​ຍິ່ງ​ໃຫຍ່​ໃນ​ປະວັດ​ສາດ​ຂອງ​ຊາດ​ເຮົາ: ທັບ​ມ້າງ​ໂສ້​ຄາ​ປົກຄອງ​ຂອງ​ລະບອບ​ລ່າ​ເມືອງ​ຂຶ້ນ ສັກດິນາ; ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ຄືນ​ມາ​ໄດ້; ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມຂຶ້ນ ຊຶ່ງ​ແມ່ນ​ລັດ​ຂອງ​ປະຊາຊົນ ​ແລະ​ເພື່ອ​ປະ​ຊາ​ຊົນ; ປະຊາຊົນ​ເຮົາ​ຈາກບ່ອນເປັນຂີ້ຂ້າໜ້າຂ້ອຍ ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ​ເປັນ​ເຈົ້າ​ຊາຕາ​ກຳ​ຂອງ​ຕົນ. ວັນ​ທີ 2 ກັນຍາ 1945, ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ປະກາດ​ຢ່າງ​ສະຫງ່າ​ຜ່າ​ເຜີຍຕໍ່​ໂລກ ກ່ຽວ​ກັບ​ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງ​ປະ​ເທດ​ຫວຽດນາມ​ເອກະລາດ ​ອິດ​ສະລະ​ພາບ ​ແລະ​ຢືນຢັນ​ຊາດ​ຫວຽດນາມ​ທັງ​ປວງ​ຈະ​ນຳ​ໃຊ້​ຈິດ​ໃຈ ​ແລະ ກຳລັງ, ຊີວິດ ​ແລະ​ ຊັບ​ສິນ​ທັງ​ໝົດຂອງ​ຕົນ ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ ອິດ​ສະລະ​ພາບ​ນັ້ນ. ​​ໃນເກືອບ 70 ປີ​ທີ່​ຜ່ານ​ມາ, ປະຊາຊົນ​ເຮົາ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ເພື່ອ​ສ້າງສາ ພັດທະນາ​ປະ​ເທດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຄືກັບ​ຄຳ​ສັ່ງສອນ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ທີ່​ວ່າ: ປະ​ເທດ​ຊາດ​ມີ​ເອກະລາດ ຫາກ​ປະຊາຊົນ​ບໍ່​ໄດ້​ຮັບ​ສິດ​ເສລີ ບໍ່​ມີ​ຄວາມ​ຜາ​ສຸກ, ຄວາມ​ເປັນ​ເອກະລາດ​ນັ້ນ​ກໍ່​ບໍ່​ມີ​ຄວາມ​ໝາຍ​ຫຍັງເລີຍ. ພ້ອມ​ກັນ​ນັ້ນ, ປະຊາຊົນ​ເຮົາກໍ່​​ໄດ້​ເສຍສະຫລະ​ເລືອ​ດເນື້ອ​ເຫື່ອ​ໄຄບໍ່​ຈັກ​ວ່າ​ເທົ່າ​ໃດ ​ໃນ​ການ​ຕີ​ເອົາ​ຊະນະ​ພວກ​ສັດຕູ​ຜູ້​ຮຸກ​ຮານ ​ເພື່ອປົກ​ປັກ​ຮັກສາ​ເອກະລາດ ອິດສະຫລະພາບ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

​ໃນ​ໂລກປັດຈຸບັນ​, ຂະ​ບວນການ​ໂລກາ​ພິວັດ​ພວມ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ, ມີ​ການ​ພົວພັນ​ຫລາຍ​ສາຍ​ທີ່​ແຊກ​ຊ້ອນ​ກັນ​ຢ່າງ​ສັບສົນ, ທັງ​ຮ່ວມ​ມື ທັງ​ແກ່ງ​ແຍ້​ງກັນ ຕໍ່ສູ້​ກັນຢ່າງ​ເຄັ່ງຮ້ອນ​ ລະຫວ່າງ​ບັນດາ​ປະ​ເທດ, ລະຫວ່າງ​ບັນດາ​ພື້ນຖານ​ການ​ເມືອງ ​ເສດຖະກິດ ວັດທະນະທຳທີ່​ຕ່າງ​ກັນ, ດັ່ງ​ນັ້ນ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ຫຼືຄວາມ​ເປັນຕາ​ຍຂອງ​ແຕ່​ລະ​ຊາດ ​ແຕ່ລະ​ປະ​ເທດ​ ບໍ່​ເປັນ​ພຽງ​ເລື່ອງສະ​ເພາະສ່ວນ​ຕົວຂອງ​ແຕ່​ລະ​ຊາດ ຫຼື​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ. ສິ່ງ​ດັ່ງກ່າວ​ນັ້ນ​ ໄດ້​ສ້າງ​ໃຫ້​ມີ​ທັງ​ໂອກາດ ​ແລະ​ສິ່ງ​ທ້າ​ທາຍ​ໃຫ້​ທຸກໆ ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ກັບ​ນັນ​ດາ​ປະ​ເທດ​ນ້ອຍ ​ໃນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ, ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕົນ. ​ໃນ​ສະພາບ​ດັ່ງກ່າວ, ພິ​ເສດ​ແມ່ນ​ຕໍ່ໜ້າ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ​ຂອງ​ສະພາບ​ການ​ໃນພາກພື້ນ ​ແລະ​ໃນ​ໂລກ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍິ່ງ​ກວ່າ​ເວລາ​ໃດ​ໝົດ ມັນ​ຮຽກຮ້ອງ​ໃຫ້​ປະ​ເທດ​ເຮົາ​ຕ້ອງ​ສ້າງສາ​ພັດທະນາ​ຢ່າງ​ໄວວາ ໝັ້ນ​ຖ່ຽງ, ຍົກ​ສູງ​ກຳລັງ​ແຮງ​ສັງ​ລວມ ກຳລັງ​ແຮງ​ພາຍ​ໃນຂອງ​ປະ​ເທດ​ຊາດ​ໃນ​ທຸກ​ດ້ານ; ພ້ອນກັນ​ນັ້ນ​ກໍ່​ຕ້ອງ​ຍົກ​ສູງ​ສະຕິ​ລະວັງ​ຕົວຢ່າງ​ເປັນ​ປະຈຳ, ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ ​ໃນ​ບໍ່​ວ່າ​ສະພາບ​ແວດ​ລ້ອມ​ໃດໆ. ນີ້​ແມ່ນ​ພາລະ​ໜ້າ​ທີ່​ອັນ​ສັກກະ​ລະ​ບູຊາ ​ແລະ​ສູງ​ສົ່ງ​ຂອງ​ພວກ​ເຮົາ​ໃນ​ປັດຈຸບັນ ຕໍ່ໜ້າ​ບັນພະບຸລຸດ ​ແລະ​ຢູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຮົາ, ຄື​ດັ່ງ​ຄຳ​ສັ່ງສອນ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ: “ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ເວື​ອງ​ໄດ້ມີ​ຄຸນງາມຄວາມດີ​ໃນ​ການ​ສະຖາປະນາ​ປະ​ເທດ, ລຸງ​ແລະ​ພວກ​ຫຼານ​ຕ້ອງ​ພ້ອມ​ກັນປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໄວ້”, ​ແລະ​ຕໍ່​ກັບ​​ເຊັ່ນ​ລູກ​​ເຊັ່ນຫຼານ​ໃນ​ພາຍ​ໜ້າ.

ປະ​ເທດ​ຫວຽດນາມ​ເຮົາ​ໄດ້​ເປັນ​ເອກະລາດ! ​ສຸວັນນະດິນ​ແດນ​ຫວຽດນາມ​ເຮົາ​ໄດ້​ເປັນ​​ເອກະ​ພາບ ​ແລະ​ຄົບ​ຖ້ວນ​ສົມບູນ ນັບ​ແຕ່​ພູ​ພຽງ​​ໂດ່​ງວັນ ຈົນ​ເຖິງ​ແຫຼ​ມກ່າ​ເມົາ, ​ແຕ່​ສາຍພູ​ຫຼວງ​ອັນ​ໃຫຍ່​ໂຕ​ມະ​ໂຫຖານ ຈົນ​ເຖິງ​ບັນດາ​ໝູ່​ເກາະ​ຮວ່າງ​ຊາ ​ເຈື່ອງ​ຊາ​ທີ່​ສະຫງ່າ​ຜ່າ​ເຜີຍ​ຕໍ່​ຟອງ​ແຮງ​ລົມ​ພັດ​ໃນ​ທະ​ເລ​ຕາ​ເວັນ​ອອກ! ປະ​ເທດ​ຊາດ​ບ້ານ​ເມືອງ​ຫວຽດນາມ​ທີ່​ປູ່ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້ ອັນ​ມີ​​ເຂດ​ດິນຟ້າ​ອາກາດສາມ​ພາກ​ຕິດ​ຕໍ່​ກັນ​ແຕ່​ເໜືອ​ຕະຫລອດ​ຮອດ​ໃຕ້ ​ເປັນ​ດິນ​​ແດນທີ່​ສວຍ​ສົດ​ງົດງາມ​ທີ່​ສຸດ ​ແລະ​ສັກກະ​ລະ​ບູຊາ ລ້ຳ​ຄ່າ​ທີ່​ສຸດ. ປະຊາຊົນ​ຫວຽດນາມ​ເຮົາ ​ເຖິງ​ວ່າ​ຈະ​ຢູ່​ເຂດ​ທົ່ງພຽງ​ຫຼື​ຢູ່​ເຂດ​ພູຜາ​ປ່າດົງ, ພວມ​ຢູ່​ໃນ​ປະ​ເທດ​ຫຼື​ຢູ່​ຕ່າງປະ​ເທດ ລ້ວນ​ແຕ່​ແມ່ນ​ລູກ​ຫຼານ​ຂອງ​ບັນພະບຸລຸດ​ຫລາກ​ໂຮ່ງ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​​ໃຫ້​ມີສັນຕິພາບ ວັດທະນາ​ຖາວອນ ​ແລະ​ປົກປັກ​ຮັກສາ​ດິນ​ແດນ​ອັນ​​ແສນ​ຮັກ​ຂ​ອງປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ.

ສະ​ໄໝ​ໃດ​ກໍ່​ເຊັ່ນ​ດຽວ​ກັນ, ປະຊາຊົນ​ເຮົາ​ບໍ່​ໃຫ້​ອະ​ໄພ​ຕໍ່​ບໍ່​ວ່າ​ຜູ້​​ໃດ ບໍ່​ວ່າການ​ກະທຳ​ໃດ​ທີ່​ທຳຮ້າຍຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ຫຼັກ​ສິນ​ທຳ​ອັນ​ສັກກະ​ລະ​ບູຊາ​ທີ່​ສຸດ ​ແລະ​ແມ່ນນິຕິ​ທຳ​ທີ່​ທ່ຽງ​ທຳ​ສ່ອງ​ໃສ​ທີ່​ສຸດ ! ຜູ້​ໃດ​ລະ​ເມີດສິ່ງ​ດັ່ງກ່າວ ຫຼືບິດ​ເບືອນ​ມັນ, ຜູ້​ນັ້ນ​ຈະ​ບໍ່​ສົມ​ກຽດ​ເປັນ​ລູກ​ຫຼານ​ຂອງ​ດິນ​ແດນ​ຫວຽດນາມ. ສິ່ງ​ທີ່​ປະຊາຊົນ​ເຮົາ​ຕ້ອງການ ​ແລະ​ເຄົາລົບ​ນັບຖື ​ແມ່ນ​ບັນດາ​ຜູ້​ຮັກ​ຊາດ​ທີ່​ແທ້​ຈິງ, ພ້ອມ​ແລ້ວ​ທີ່​ຈະ​ເສຍສະຫຼະ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ຂອງ​ຕົນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະ​ເທດ​ຊາດ, ສະ​ແດງ​ໃຫ້ເຫັນ​ເຖິງ​ນ້ຳ​ໃຈ​ຮັກ​ຊາດດ້ວຍ​ການ​ກະທຳ​ລະອຽດ ຕົວ​ຈິງ​ ທີ່​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ຊາ​ຊົນ ​​ແລະ​ປະ​ເທດ​ຊາດ​ບ້ານ​ເມືອງ ຄື​ກັບ​ຄຳ​ສັ່ງສອນ​ຂອງ​ລູງ​ໂຮ່: ສິ່ງ​ໃດ​ທີ່​ມີ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ ​ໃຫ້​ປະ​ເທດ​ຊາດ ​ແມ່ນ​ຕ້ອງ​ພະຍາຍາມ​ເຮັດ​ຈົນ​ສຸດ​ກຳລັງ, ສິ່ງ​ໃດ​ທີ່​ເປັນ​ຜົນ​ຮ້າຍ​ໃຫ້​ປະຊາຊົນ ​ໃຫ້​ປະ​ເທດ​ຊາດ ​ແມ່ນ​ຕ້ອງ​ພະຍາຍາມ​ຫຼີກຫຼ່ຽງບໍ່​ເຮັດ. ​ເພາະສະ​ນັ້ນ, ​ເພື່ອ​ປະກອບສ່ວນ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ, ພວກ​ເຮົາ​ແຕ່ລະຄົນ, ​ເຖິງ​ວ່າ​ຈະ​ເຮັດ​ຫຍັງ ຢູ່​ໃນ​ທີ່​ຕັ້ງ​ວຽກ​ງານ ຖານະ​ຕຳ​ແໜ່​ງການ​ງານ​ໃດ, ກໍ່​ຕ້ອງ​ເຮັດ​ຈົນ​ສຸດ​ກຳລັງ​ຂອງ​ຕົນ​ ເພື່ອ​ສຳ​ເລັດພາລະ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ດີ​ທີ່​ສຸດ, ຕັ້ງໜ້າ​ຕໍ່ສູ້​ເພື່ອ​ສະກັດ​ກັ້ນ​ ຍູ້​ຖອຍຄວາມ​ຫຍໍ້​ທໍ້, ພະຍາດ​ອາດຍາ​ສິດ ການສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ ​ແລະ ສະພາບຂາດ​ຄວາມ​ຮັບຜິດ​ຊອບ. ພວກ​ເຮົາ​ບໍ່​ອາດ​ຈະ​ຮັບ​ຮູ້​ຕໍ່ຜູ້​ທີ່​ທາງ​ປາກ​ເວົ້າ​ຄຳ​ຮັກ​ຊາດ ​ແຕ່​ໃນພາກ​ຕົວ​ຈິງພັດເລິ່ມຈາກ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ “ຜົນ​ປະ​ໂຫຍ​ດຈຸ​ຫຍ່ອມ” ​ແລ້ວ​ສໍ້​ລາດ​ບັງ​ຫຼວງ ຟຸມ​ເຟືອຍ, ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຍດ​ຂອງ​ຊາດ, ​ເຮັດ​ໃຫ້​ປະ​ເທດ​ຊາດ​ທຸກ​ຍາກ ອ່ອນ​ເພຍ​ຊຸດ​ໂຊມລົງ. ນີ້​ແມ່ນ “ສັດຕູ​ທີ່​ບຸກລຸກ​ພາຍ​ໃນ”, ​ແມ່ນ “​ຝີ​ບວມ” ​ໃນ​ຮ່າງ​ກາຍ​ຂອງ​ປະ​ເທດ​ທີ່​ຕ້ອງ​ຕັດ​ຖິ້ມ.

​ເພື່ອປົກ​ປັກ​ຮັກສາເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ຕ້ອງ​ມີ​ສາຍຕາ​ເບິ່ງ​ກວ້າງ​ມອງ​ໄກ, ມີ​ຫຼັກ​ໝັ້ນ​ກ້າ​ແກ່ນ, ຢຶດໝັ້ນທາງ​ດ້ານ​ຫຼັກການ ​ແຕ່​ຕ້ອງ​ສ່ອງ​ໃສ​ທຸ່ນ​ທ່ຽງ ​ໄຫວ​ພິບ ຄ່ອງ​ແຄ່​ວທາງ​ດ້ານ​ຍຸດ​ໂທ​ບາຍ, “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”. ບັນດາ​ບົດຮຽນ​ປະສົບ​ການ​ປົກ​ປັກຮັກສາ​ປະ​ເທດ​ຊາດ​​ໃນ​ປະຫວັດສາດ ​ທີ່ປູ່ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້​ນັ້ນ ​ແມ່ນ​ລ້ຳ​ຄ່າ​ທີ່​ສຸດ​ສຳ​ລັບ​ພວກ​ເຮົາ​ໃນ​ປັດຈຸບັນ. ຄຳ​ກ່າວ​ເຕື່ອນຂອງ​ທ່ານນັກປາດ​ ເລ ກ​ວີ​ໂດນ ກ່ຽວ​ກັບ​ໄພ​ອັນຕະລາຍ​ຕ່າງໆທີ່​ພາ​ໃຫ້​ປະ​ເທດ​ຊາດ​ຕ້ອງ​ຫາ​ຍະ​ນະ: “ໜຶ່ງ, ຜູ້​ໜຸ່ມ​ນ້ອຍ​ບໍ່​ເຄົາລົບ​ນັບຖື​ຜູ້​ເຖົ້າ​ຜູ້​ແກ່; ສອງ, ນັກຮຽນ​ບໍ່​ນັບຖື​ນາຍຄູ; ສາມ, ທະຫານ​ອວດອົ່ງ​ທະ​ນົງ​ຕົວ ​ແມ່ທັບ​ເສື່ອ​ມ​ໂຊມ​ປ່ຽນ​ທາດ; ສີ່, ການ​ສໍ້​ລາດ​ບັງ​ຫຼວງ​ແຜ່​ກວ້າງ; ຫ້າ, ຜູ້​ຊົງ​ຄຸນ​ວຸດ​ທິອ່ວານ​ໜ້າ​ໄປ​ທາງ​ອື່ນ” ຊຶ່ງຮຽກຮ້ອງ​ໃຫ້ພວກ​ເຮົາ​ຕ້ອງ​ຄິດຫງຳ​ຄຳ​ກ່າວ​ເຕື່ອນດັ່ງກ່າວ​ຢ່າງ​ເລິກ​ເຊິ່ງ; ຫຼື​ຄຳ​​ໂອວາດ​ຕ່າງໆ ຂອງສົມ​ເດັດ​ເຈົ້າ​ພະຍາ ​ເຈົ້າ​ຈອມທັບ ​ເຈິ່ນກວັກ​ຕວົນ: ຕ້ອງ​ຮູ້​ເປັນ​ເຈົ້າ​ການ “ຖອນ​ຟືນ​ໃຕ້​ໜໍ້”, “ຕ້ອງ​ຫຼີກ​ລ່ຽງ​ແກງ​ຮ້ອນ ​ເພື່ອ​ເປົ່າ​ພັດ​ຜັກ​ເຢັນ” ​ໃນ​ການ​ແກ້​ໄຂ​ສາຍ​ພົວພັນ​ກັບ​ສັດຕູ; “​ເຈົ້າ​ຊີວິດ​ແລະ​ບ່າວ​ໄພ່​ພ້ອມ​ຈິດ​ພ້ອມ​ໃຈ​ກັນ, ອ້າ​ຍນ້ອງຮັກ​ແພງ​ຖືກຕ້ອງ​ປອງ​ດອງ​ກັນ, ທົ່ວ​ປະ​ເທດ​ປະກອບ​ເຫື່ອ​ແຮງ, ສັດຕູ​ຕ້ອງ​ຖືກ​ຈັບ”, ກໍ່ສ້າງ “ກອງທັບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຄື​ກັນ​ກັບ​ພໍ່​ແລະ​ລູກ​ ຈຶ່ງໃຊ້​ການໄດ້”, “​ໃນ​ສະ​ໄໝ​ສັນຕິຕ້ອງ​ເບິ່ງ​ແຍງບຳລຸງ​ກຳລັງ​ຂອງ​ປະຊາຊົນ​ເພື່ອ​ເປັນ​​ແຜນ​ກົກ​ຮາກ​ອັນ​ໜັກ​ແໜ້ນ ນັ້ນ​ແມ່ນ​​ແຜນການ​ທີ່​ດີ​ເລີດ​ເພື່ອ​ຮັກສາ​ປະ​ເທດ​ຊາດ”... ຍັງ​ມີ​ຄຸນຄ່າ​ເໝືອນ​ເດີມ​ສຳລັບ​ພວກ​ເຮົາ​ໃນ​ສະ​ໄໝ​ນີ້.

ປັກ​ຈຸ​ບັນ, ສືບ​ທອດ ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ ​ເດັດດ່ຽວ​ໜຽວ​ແໜ້ນບໍ່​ຍອມ​ຈຳນົນ ອົງອາດ​ກ້າ​ແກ່ນ​ຂອງ​ຊາດ, ບັນດາ​ບົດຮຽນ​ໃນ​ການປົກ​ປັກ​ຮັກສາ​ປະ​ເທດຂອງ​ປູ່ຍ່າ​ຕາ​ຍາຍ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ​ສ້າງສາ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຍົກ​ສູງ​ກຳລັງ​ແຮງ​ສັງ​ລວມ ​ແລະ​ບົດບາດ​ອິດ​ທິພົນ​ສາກົນ​ຂອງ​ປະ​ເທດ​ຊາດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ສາກົນ, ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ​ເປັນ​ຈຸດໝາຍ​ສູງ​ສຸດ, ​ແນ່ນອນ​ວ່າປະຊາຊົນ​ຫວຽດນາມ​ເຮົາຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທຸກ​ຢ່າງ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ໄວ້​ໄດ້​ຢ່າງ​ໜັກ​ແໜ້ນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມທີ່​ແສນ​ຮັກ​ແສນ​ປະ​ເສີດ​ຂອງ​ພວກ​ເຮົາ​ໄວ້ ​ເພື່ອ​ມອບ​ໂອນ​ໃຫ້​ເຊັ່ນ​ລູກ​ຫຼານ​ຕະຫຼອດ​ການ​ພາຍ​ໜ້າ.

*
       *   *

ບັນດາ​ຜົນສຳ​ເລັດ​ອັນ​​ໃຫຍ່ຫຼວງ ​ແລະ​ມີ​ຄວາມ​ໝາຍ​ປະຫວັດສາດ ຂອງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ປະຊາຊົນ​ເຮົາ​ຍາດ​ມາ​ໄດ້ນັ້ນ ​ໄດ້​ພາ​ໃຫ້​ພວກ​ເຮົາ​ເປັນ​ກຽດ ​ແລະ​ເອກອ້າງ​ທະ​ນົງ​ໃຈ, ​ເພື່ອນ​ມິດສາ​ກົນ​ນິຍົມ​ຊົມ​ເຊີຍ. ​ແຕ່​ພວກ​ເຮົາຍາ​ມ​ໃດ​ກໍ່​ຕຶກ​ຕອງ​ໝອງ​ຄິດ ຍ້ອນ​ເສດຖະກິດ​ຂອງ​ປະ​ເທດ​ເຮົາ​ຍັງ​ຫຼ້າ​ຫຼັງ, ຊີວິດ​ການ​ເປັນ​ຢູ່​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ເຮົາ​ຢູ່​ຫຼາຍ​ເຂດ ຫຼາຍ​ພາກສ່ວນ​ຍັງ​ພົບ​ຄວາມ​ຫຍຸ້ງຍາກທີ່​ສຸດ; ຍັງ​ມີ​ຄວາມ​ຫຍໍ້​ທໍ້ ສໍ້​ລາດ​ບັງ​ຫຼວງ ຟຸມ​ເຟືອຍ, ພະຍາດ​ອາດຍາ​ສິດ ຂາດ​ຄວາມ​ຮັບຜິດຊອບ ​ໂອ້​ອວດ​ຈອງຫອງ​ຕໍ່​ກັບ​ປະຊາຊົນ, ສະພາບ​ການບັງຄັບ​ຂົ່ມ​ເຫັງປະຊາຊົນຄົນ​ຜູ້ດີ, ກໍ່​ຄວາມ​ຂັດຂ້ອງຂຸ່ນ​ເຄືອງ​ໃຈ ຄວາມຄຽດຂົມ​ຈົ່ມ​ວ່າ​ບໍ່ຈັກ​ວ່າ​ເທົ່າ​ໃດ​ໃນ​ປະຊາຊົນ. ພວກ​ເຮົາຍັງ​ຕ້ອງ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ​ເຈັບ​ໃຈ​ເມື່ອ​ໄດ້​ຟັງ​ຄຳ​ຊ່າ​ລື​ໃນ​ປະຊາຊົນ ທີ່​ວ່າ: “ທີ​ໜຶ່ງ​ເຊັ່ນ​ລູກ, ທີ​ສອງ​ເງິນ​ຄຳ, ທີ​ສາມ​ສາຍ​ພົວພັນ, ທີ​ສີ່​ສະຕິ​ປັນຍາ...” ​ໃນ​ວຽກ​ງານ​ພະນັກງານ ​ແລະ​ຄຳ​ສັງ​ເກດ​ຕ່າງໆກ່ຽວ​ກັບປະ​ເພດ “ຄຸນສົມບັດ​ສີ່​ດ້ານ” (ຕໍ່ໜ້າ, ຂ້າງ​ຫຼັງ, ຕໍ່​ຂັ້ນ​ເທິງ ​ແລະ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນ) ຊຶ່ງ​ພວມ​ແມ່ນ​ວິທີ​ປະພຶດ​ຂອງ​ພະນັກງານ ສະມາຊິກ​ພັກ​ຈຳນວນ​ໜຶ່ງ, ກໍ່​ຄື​ຕໍ່ໜ້າ​ສະພາບ​ການ​ພະນັກງານ​ຈຳນວນ​ໜຶ່ງ “ທີ່​ມີ​ການກະທຳ​ຜິດ” ຖືກຫາງ​ສຽງ​ສັງຄົມ​ກ່າວປະນາມ ຫຼື​​ໄດ້​ແລະ​ພວມ​ຖືກ​ຟ້ອງ​ສານ ພິພາກສາ. ນີ້​​ເປັນ​ສິ່ງ​ທີ່​​ໄດ້​ທຳລາຍເຮັດ​ໃຫ້​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ-ລັດ ​ແລະ​ລະບອບ​ຂອງ​ເຮົາ​ ຕົກ​ຕ່ຳລົງ, ​ແມ່ນໜໍ່​ແໜງ​​ໄພ​ອັນຕະລາຍ​ຕໍ່​ກັບເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ຄົນ​ບູຮານ​ເຄີຍ​ເວົ້າ​ວ່າ: ບໍ່​ຮູ້ລະອາຍ​ໃຈ​ກໍ່​ຈະ​ບໍ່​ເປັນ​ຄົນ​ດີ​ໄດ້ ! ນັ້ນ​ແມ່ນ​ຄວາມ​ສັດ​ທ່ຽງ​ໃນ​ຊີວິດ​ຄົນ​ເຮົາ ! ບໍ່​ຍົກ​ເວັ້ນຜູ້​ໃດ​ເລີຍ, ​ເຖິງ​ວ່າ​ຈະ​ເປັນ​ພະນັກງານ​ນຳພາ, ​ເປັນ​ຜູ້ນຳ​ໜ້າ​ສຳນັກງານອົງການ ກົມ​ກອງ​ ຫຼື​ເປັນພົນລະ​ເມືອງ​ທຳ​ມະ​ດາ ກໍ່​ຕ້ອງ​ຮູ້​ແຈ້ງ​ກ່ຽວ​ກັບ​ພາລະ​ໜ້າ​ທີ່ ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ຍາມ​ໃດ​ກໍ່ຕ້ອງ​ມີ​ສະຕິ​ຮູ້ສຶກ​ໃນ​ຄວາມ​ຖືກ​ຄວາມ​ຜິດ ຮູ້ທຳ​ມະຄະ​ຕິ​ແຫ່ງ​ການ​ເປັນ​ມະ​ນຸດ ! ບໍ່​ວ່າພະນັກງານຜູ້​ໃດ, ຢູ່ໃນບໍ່ວ່າຖານະຕຳແໜ່ໃດ, ມີ​ການ​ກະທຳ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່ປະ​ເທດ​ຊາດ​ບ້ານ​ເມືອງ, ​ເຮັກ​ໃຫ້​ປະຊາຊົນຂຸ່ນ​ເຄືອງ​ບໍ່ພໍ​ໃຈ, ຖ້າ​ຫາກ ຫິລິ​ໂອດຕັບປະແລະມະ​ໂນ​ທຳ ບໍ່ພໍ​ເພື່ອ​ກ່າວ​ເຕື່ອນ ປຸກ​ຕື່ນ​ ກໍ່ຕ້ອງນຳ​ໃຊ້​ນິຕິ​ທຳ​ຢ່າງ​​ເດັດຂາດເຖິງ​ຖອງ. ຜູ້​ໃດ​ລະ​ເມີດ​ແມ່ນ​ຕ້ອງ​ສັ່ງສອນ​ຕັກເຕື່ອນ, ຖ້າ​ຫາກ​ບໍ່​ຕື່ນ​ຕົວ ​ແມ່ນ​ຈຳ​ເປັນ​ຕ້ອງ​ລົງ​ໂທດ​ຢ່າງ​ເຄັ່ງ​ຄັດ, “ສ້າງ” ຕ້ອງ​ໄປ​ຄຽງ​ຄູ່​ກັບ “ຕ້ານ”, ​ເພື່ອ​ຮັກສາ ປັບ​ປຸງ​ຄວາມ​ເຊື່ອ​ຖື​ຂອງປະຊາຊົນ, ປັບປຸງ ​ແລະ​ເພີ່ມ​ທະວີ​ກ້ອນ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ​ເພາະວ່າ “ປະຊາຊົນ​ແມ່ນ​ກົດ​ຮາກ”; ທ່ານ​ປະທານ​ໂຮ່ຈີ​ມິນ ​ເຄີຍ​ເວົ້າ​ວ່າ: “​ກົກ​ຮາກ​ໝັ້ນຄົງຕົ້ນ​​ໄມ້​ຈຶ່ງ​ຍືນ​ຍົງ​ຢູ່​ໄດ້. ກໍ່ສ້າງ​ຫໍປາສາດ​ພິ​ໄຊບົນ​ພື້ນຖານ​ປະຊາຊົນ”, ຄື​ດັ່ງ​ທີ່​ທ່ານ​ຫງວຽນຈ໊າຍ ວິລະ​ຊົນ​ແຫ່ງ​ຊາດ ບູລຸດ​ວັດທະນະທຳ​ແຫ່ງ​ຊາດ​ແລະ​ໂລກ ​ເຄີຍ​ໄດ້​ຂຽນ​ໄວ້​ວ່າ: “​ເຮັດ​ໃຫ້​ເຮືອ​ຂວ້ຳຈົມ​ລົງ ຈຶ່ງ​ຮູ້​ວ່າ​ກຳລັງ​ຂອງ​ປະຊາຊົນ​ແຂງ​ແຮງ​ຄື​ກັນ​ກັບ​ນ້ຳ”. ​ເພາະສະ​ນັ້ນ, ຢາກມີກຳລັງແຮງພຽງພໍເພື່ອຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກລຳບາກບົນ​​ເສັ້ນທາງແຫ່ງການປົກປັກຮັກສາເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ປັບປຸງ​ສາຍ​ພົວພັນ​ແບບ​ເລືອດ​ເນື້ອ ​ເປັນຕາ​ຍ ລະ​ຫວ່າງ​ພັກ​ກັບ​ປະຊາຊົນ, ຍົກ​ສູງ​ສາຍ​ພົວພັນ​ດັ່ງກ່າວ​ຂຶ້ນ​ສູ່​ລະດັບ​ໃໝ່ ດ້ວຍ​ຄຸນ​ນະພາ​ບ​ໃໝ່. ພວກ​ເຮົາ​ບໍ່​ຢ້ານ​ອິດ​ທິກຳລັງ​ໃດ ​ເຖິງ​ວ່າ​ມັນ​ຈະ​ດຸ​ຮ້າຍ​ເຖິງ​ປານ​ໃມກໍ່ຕາມ. ພວກ​ເຮົາ​ພຽງ​ແຕ່​ຢ້ານ​ວ່າ​ປະຊາຊົນ​​ເສຍ​ຄວາມ​ໄວ້​ວາງ​ໃຈຕໍ່​ພັກ-ລັດ ​ແລະ​ລະບອບ​ເຮົາ. ກ້ອນ​ສາມັກຄີເປັນ​ເອກະ​ພາບ ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ​ຂອງພີ່ນ້ອງ​ຮ່ວມ​ຊາດ​ຢູ່​ໃນ​ແລະ​ຕ່າງປະ​ເທດ​ກວ່າ 90 ລ້ານ​ຄົນ ຈະ​ເປັນ​ກຳລັງ​ແຮງ​ອັນຊະນະ​ເລີດ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ໃຫ້​ຍືນ​ຍົງຄົງ​ຕົວ​ຕະຫລອດ​ການ.

*
      *   *

ປົກ​ປັກ​ຮັກສາເອກະລາດ ອຳນາດອະທິປະໄຕເອກະພາບ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງແມ່ນໜ້າທີ່ເປັນ​ປົກກະຕິ ປະຈຳວັນໃນທຸກເວລານາທີ ບໍ່ໄດ້​ປ່ອຍປະລະເລີຍເປັນອັນຂາດ, ​ແຕ່​ກໍ່​ເປັນ​ການ​ຕໍ່ສູ້​ທີ່ຫຍຸ້ງຍາກສັບສົນ​ ລຳບາກຍາວ​ນານທີ່​ສຸດ ​ແລະ​ເດັດດ່ຽວໜຽວ​ແໜ້ນທີ່​ສຸດ. ນີ້​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ, ຂອງ​ຊາວ​ຫວຽດນາມ​ທຸກ​ຄົນ, ​ແຕ່​ພັກ-ລັດ​ເຮົາ, ຜູ້ນຳ​ພາແລະ​ຄຸ້ມ​ຄອງ​ປະ​ເທດ, ມີ​ບົດບາດ ​ແລະ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ໃຫຍ່​ຫຼວງ. ມາ​ຮອດ​ເດືອນ​ກັນຍາ​ປີ​ນີ້ ​ແມ່ນ​ຄົບຮອບ 45 ປີ ທີ່​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ​ເຮົາ​ ປະຕິບັດພິ​ໄນ​ກຳ​ອັນ​ສັກກະ​ລະ​ບູຊາ ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຮ່ຳຮຽນ ​ແລະ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ໃນ​ພິ​ໄນ​ກຳ​ຂອງ​ລູງ​ໂຮ່: “ສິ່ງ​ທີ່​ຕ້ອງ​ເຮັດ​ກ່ອນ​ອື່ນ​ໝົດ​ແມ່ນ​ປັບປຸງ​ພັກ, ​ເຮັດ​ໃຫ້​ສະມາຊິກ​ພັກ​ແຕ່ລະຄົນ ໜ່ວຍ​ພັກ​ແຕ່ລະ​ໜ່ວຍ ລ້ວນ​ແຕ່​ເຮັດ​ຫຼ້ອນ​ໜ້າ​ທີ່​ທີ່​ພັກ​ມອບ​ໝາຍ​ໃຫ້​ຕົນ, ຕັ້ງ​ອົກຕັ້ງ​ໃຈ​ຮັບ​ໃຊ້​ປະຊາຊົນ”, “ຕ້ອງ​ຮັກສາ​​ໃຫ້ພັກ​ເຮົາ​ປອດ​ໃສ​ຂາວ​ສະອາດ, ຕ້ອງ​ສົມ​ກຽດ​ເປັນ​ຜູ້ນຳ​ພາ ​ເປັນ​ຄົນ​ໃຊ້​ຂອງ​ປະຊາຊົນ”, “ສະມາຊິກ​ພັກ ​ແລະພະນັກງານແຕ່​ລະ​ຄົນ​ ຕ້ອງ​ເຊື່ອມຊືມຄຸນສົມບັດ​ປະຕິວັດຢ່າງ​ແທ້​ຈິງ, ຕ້ອງ​ດຸ​ໝັ້ນ ປະຢັດ ຊື່ສັດ ທ່ຽງ​ທຳ ບໍ່​ເຫັນ​ແກ່​ຕົວ”; ຕ້ອງປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບຂອງ​ພັກ ຄື​ກັບ “ປົກ​ປັກຮັກສາ​ແກ້ວຕາ​ຂອງ​ຕົນ”; ສາມັກຄີ​ບົນ​ພື້ນຖານ​ໂຄງການ​ການ​ເມືອງ, ກົດ​ລະບຽບ, ທັດສະນະ ​ແນວທາງ ຫຼັກການ​ຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ ​ຂອງ​ພັກ, ບົນ​ພື້ນຖານ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຊາດ, ​ເພື່ອ​ຄວາມ​ອິ່ມໜຳສຳລານ ​ແລະສົມບູນ​ພູມ​ສຸກ​ຂອງ​ປະຊາຊົນ. ບົນ​ຈິດ​ໃຈ​ດັ່ງ​ກ່າວ​ນັ້ນ, ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ​ແລະ​ພະນັກງານ ​ສະມາຊິກ​ພັກ​ທຸກ​ຄົນ ຕ້ອງ​ສືບ​ຕໍ່​ປະຕິບັດ​ເປັນ​ຢ່າງ​ດີ ມະຕິ​ຂອງກອງປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງພັກ​ໃນ​ປັດຈຸບັນ” ​ໂດຍຕິດ​ແໜ້ນ​ກັບ​ການ​ປະຕິບັດ​ຄຳ​ສັ່ງ ສະບັບ​ທີ 03-CT/TW ລົງ​ວັນ​ທີ 14 ພຶດສະພາ 2011 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສືບ​ຕໍ່ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ​​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ; ​ເດັດດ່ຽວ​ຈຳກັດ​ປັດ​ເປົ່າ​ຄວາມ​ຊຸດ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ດຳລົງ​ຊີວິດ, ຕ້ານ​ພະຍາດ​ອາດຍາ​ສິດ ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ” “ການ​ຜັນ​ແປ​ດ້ວຍ​ຕົນ​ເອງ” ​ໃນ​ພະນັກງານ ສະມາຊິກ​ພັກ ລັດຖະກອນ​ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ; ຕ້ອງ​ອີງ​ໃສ່​ປະຊາຊົນ​​ເພື່ອ​ກໍ່ສ້າງ​ພັກ, ​ເພື່ອ​ຕິດຕາມ​ກວດກາຄະນະ​ພັກ ການຈັດ​ຕັ້ງ​ພັກ, ​ເພື່ອ​ຕີ​ລາຄາ​ພະນັກງານ​ ສະມາ​ຊິດ​ພັກ. ບົນ​ພື້ນຖານ​ດັ່ງກ່າວ, ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ທີ່​ຫາ​ກໍ່​ໄດ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ຜ່ານ, ກໍ່ສ້າງ ປັບປຸງ​ບູລະນະ​ລັດ​ເຮົາ​ໃຫ້​ກາຍ​ເປັນ​ລັດ​ຂອງ​ປະຊາ​ຊົນ ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນຢ່າງ​ແທ້​ຈິງ ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ການ​ສະໜັບ​ສະ​ໜູນ​ຂອງ​ປະຊາຊົນ​ທັງ​ຊາດ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ພວກ​ເຮົາ​ຈະມີ​ຄວາມ​ສາມາດ​ປະຕິບັດ​ໄດ້ທຸກໆ​ວຽກ​ງານ ​ເຖິງ​ວ່າ​ຈະ​ເປັນ​ວຽກ​ງານ​ທີ່​ໃຫຍ່​ຫຼວງ​ທີ່​ສຸດ ຫຍຸ້ງຍາກ​ທີ່​ສຸດກໍ່ຈະ​ສຳ​ເລັດ​ມີ​ໄຊຢ່າງ​ແນ່ນອນ.

​ເສີມ​ຂະຫຍາຍ​ຈິດ​ໃຈ ​ແລະ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ທີ່​ຍິ່ງ​ໃຫຍ່, ສືບ​ຕໍ່​ຮ່ຳຮຽນ ​ແລະປະຕິບັດ​ວິ​ໄນ​ກຳ​ທີ່ສັກກະລະ​ບູຊາ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ​ເຮົາສາມັກຄີ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ສ້າງ​ເປັນ​ກຸ່ມ​ກ້ອນ​ໜຶ່ງ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ ພ້ອມ​ກັນ​ຕັ້ງໜ້າ​ສູ້​ຊົນ, ​ແນ່ນອນ​ວ່າ​ພວກ​ເຮົາ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທຸກ​ຢ່າງ​ໄດ້, ກໍ່ສ້າງ​​ໃຫ້ປະ​ເທດ​ເຮົາ “​ໃຫຍ່​ໂຕ​ໂອ້​ຖົງ​ກວ່າ, ສວຍ​ງານ​ກວ່າ”, ສົມ​ຄູ່​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ຫ້າ​ທະວີບ ​ແລະ ປົກ​ປັກ​ຮັກສາເອກະລາດ ອຳນາດອະທິປະໄຕເອກະພາບ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ​ເພື່ອ​​ໃຫ້​ຊາດ​ເຮົາ ປະ​ເທດ​ເຮົາ​ຈະ​ເລີ​ນພັດທະນາ ​ແລະ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ການ. ນັ້ນ​ກໍ່​ແມ່ນ​ໄມ້​ຫຼາ​ວັດ​ແທກ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ພວກ​ເຮົາ​ແຕ່ລະຄົນ​ໃນ​ເວລາ​ນີ້./.

ຂຽນ​ໂດຍ:ເຈືອງເຕິນຊາງ,
ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ສສ ຫວຽດນາມ