ວ.ກ - ​ກ່ອນ​ເມື່ອ​ສະຫວັນ​ນະ​ຄົດ​ໄປ​ສູ່​​ແດນ​ນິລັນດອນ, ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ສ້າງ​ນິພົນ​ທິດ​ສະ​ດີ​ໃຫຍ່​ທີ່​ລ້ຳຄ່າຫຼາຍ​ສະບັບຂຶ້ນ​ມາ ​ແລະປະ​ໄວ້​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ​ເຮົາ ຊຶ່ງ​ໃນ​ນັ້ນ​ມີ​ເອກະສານ “ປິດ​ລັບ​ເດັດຂາດ”. ​ເອກະສານ​ສະບັບ​ນີ້ (​ແຕ່​ວັນ​ທີ 9 ກັນຍາ 1969 ​ເປັນ​ຕົ້ນ​ມາ ​ພັກ​ແລະ​ປະຊາຊົນ​ຫວຽດນາມ ໄດ້​​ເອີ້ນ​ວ່າ​ພິ​ໄນ​ກຳ) ​ເປັນ​ມໍລະດົກ​ປະຫວັດ​ສາດ​ຈິດ​ໃຈ​ທີ່​ປະ​ເສີດ​ເລີດລ້ຳ​ ຂອງ​ພັກ​ແລະ​ຊາດ​ຫວຽດນາມ.

ທ່ານປະທານໂຮ່ຈີມິນ (ພາບເອກະສານຂໍ້ມູນ)

ພິ​ໄນ​ກຳ ​ແລະ​ບັນດາ​ຄຸນຄ່າອະມະຕະ

ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ຂຽນ​ໃນ​ໄລຍະ​ເວລາຍາວ​ນານ, ​ແຕ່​ປີ 1965 ຫາ​ປີ 1969. ນັ້ນ​ແມ່ນ​ບົດ​ສະຫລຸບ​ທີ່​ເລິກ​ເຊິ່ງຮອບດ້ານ​ ກ່ຽວ​ກັບ​ບົດຮຽນ​, ຂະ​ບວນວິວັດ​ການ​ຊີ້​ນຳ​ນຳພາ​ປະຕິວັດ, ປະສົບ​ການຕົວ​ຈິງ, ທິດ​ທາງ​ກາ​ນພັດທະນາ​ໃນ​ອະນາຄົດ​ຂອງ​ຊາດ, ພ້ອມ​ກັນ​ນັ້ນກໍ່​ສະ​ແດງ​ເຖິງ​ເຫດຜົນ​ແຫ່ງ​ການ​ດຳລົງຊີວິດ​ໃນ​ໂລກ ​ແລະຄວາມ​ເປັນ​ມະນຸດ​ຂອງທ່ານ​ປະທານ, ວິລະ​ຊົນ​ປົດ​ປ່ອຍ​ຊາດ​ຫວຽດນາມ, ນັກ​ວັດທະນະທຳ​ທີ່​ດີ​ເດັ່ນ ​ໂຮ່ຈີ​ມິນ. ດ້ວຍ​ເຫດນັ້ນ, ພິ​ໄນ​ກຳ ບັນຈຸ​ບັນດາ​ຄຸນຄ່າ​ທີ່​ແຜ່​ຫຼາຍ​ທົ່ວ​ໄປ, ກວມ​ລວມທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ: ​ເສດຖະກິດ ການ​ເມືອງ ສັງຄົມ ວັດທະນະທຳ ຄຸນສົມບັດ​ສິນ​ທຳ, ການ​ພົວພັນ​ແລະ​ຫຼັກການ​ປະພຶດ​ລະຫວ່າງ​ບັນດາ​ຊາດ ບັນດາ​ປະ​ເທດ, ມັນບັນລຸ​ເຖິງລວງ​ເລິກ​ວັດທະນະທຳ ມະນຸດສະທຳ.

ປີ 1985, ​ໃນ​ເມື່ອ​ປຸກລະດົມ​ຂະ​ບວນການ ທົດ​ສະ​ວັດ​ພັດທະນາ​ວັດທະນະທຳ​ໃນ​ທົ່ວໂລກ, ອົງການ​ສຶກສາ ວິທະຍາສາດ ວັດທະນະທຳ​ຂອງ​ສະຫະ​ປະຊາ​ຊາດ (UNESCO) ​ໄດ້​ນຳ​ສະ​ເໜີ ຄວາມ​ສຳນຶກ​ທີ່​ຄົມ​ຄາຍ​ພິ​ເສດ​ກ່ຽວ​ກັບ​ວັດທະນະທຳ. ຕາມ​ນັ້ນ, ວັດທະນະທຳເປັນ​ເອກະ​ພາບ​ກັບ ການ​ປະດິດ​ສ້າງ, ການ​ປະດິດ​ອັນ​ໃໝ່​ອອກ​ມາ, ລັກສະນະ​ມະນຸດສະທຳ ​ແລະ​ທິດ​ທາງ​ຄັດເລືອກ​ຄຸນຄ່າ​ຊີວິດຂອງ​ແຕ່ລະຄົນ ​ແລະ​ຂອງ​ບັນດາ​ຊຸມ​ຊົນ​ທີ່​ຕ່າງ​ກັນ​ໃນ​ໂລກ. ຄວາມ​ສຳນຶກ​ນີ້​ເປັນ​ລູກ​ກະ​ແຈ​ທີ່​ອະນຸຍາດ​ໃຫ້​ຄົ້ນ​ເຜີຍ​ຄວາມ​ງາມ​ທີ່ຢູ່​ໃນ​ຂັ້ນ​ເລິກ​ເຊິ່ງທີ່​ສຸດ - ຄວາມ​ງາມວັດທະນະທຳ - ຂອງ ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ​ເຊິ່ງ​ໃນ​ນັ້ນ​ມີ​ຄວາມ​ຄິດ​ຂອງ​ເພິ່ນກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ແກ່ນສານ​ຂອງວັດທະນະທຳກຳ​ອຳນາດ​ຂອງ​ພັກ​ກອມ​ມູນິດ.

ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ​ແມ່ນ ຜະລິດ​ຕະພັນວັດທະນະທຳໜຶ່ງ ທີ່ບັນລຸ​ເຖິງ​ຄວາມ​ເລິກ​ເຊິ່ງສຸດ​ຊຶ້ງ ​ແລະ​ຖືກຕ້ອງ​ທີ່​ສຸດ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ສັບ​ນັ້ນ, ນັບ​ທັງ​ເນື້ອ​ໃນ ​ແລະ​ຮູບ​ການ.

ພິ​ໄນ​ກຳ ​ແມ່ນ​ສິລະ​ປະກຳ​ຊຸດ​ໜຶ່ງ​ທີ່​ຍອດ​ຍ້ຽມ ທາງ​ດ້ານການປະກອບ​ເນື້ອ​ໃນ, ຕັກ​ກະ​ວິທີ​ການ​ຜັນ​ຂະຫຍາຍ​ວິທະຍາສາດ, ວິທີ​ການສະ​ແດງ ​ແລະ​ສິລະ​ປະການ​ໃຊ້​ຄຳ​ສັບ; ມັນ​ທ້ອນ​ໂຮມ​ອັນ​ເລິກ​ເຊິ່ງ, ອັນໜັກ​ແໜ້ນ, ຄວາມ​ໝາຍຢູ່​ໃນວາຈາທີ່​ປາກ ຂອງວັດທະນະທຳຝ່າຍຕາ​ເວັນ​ອອກ; ອັນ​ລະອຽດ, ຕົວ​ຈິງ ​ແຕ່​ເຕັມ​ໄປ​ດ້ວຍ​ພາບ​ພົດ ຂອງ​ແບບ​ຈິນຕະນາການ​ຝ່າຍ​ຕາ​ເວັນ​ຕົກ, ​ແລະ​ກວມ​ລວມທັງ​ໝົດ​ແມ່ນ​ຈິດ​ໃຈ​ປະຕິວັດ ວິທະຍາສາດ, ລວງ​ເລິກ​ມະນຸດສະທຳ​ຂອງ​ທິດ​ສະ​ດີ ມາກ - ​ເລ​ນິນ. ນັ້ນ​ແມ່ນ​ນິພົນທີ່​ສະ​ແດງອອກ​ຢ່າງ​ຊັດ​ເຈນ​ເຖິງ​ວິທີ​ຈິນຕະນາການ, ສະຕິ​ປັນຍາ​ສຸຂຸມ​ຮອບ​ຄອບ, ພາສາ​ງ່າຍດາຍ ​ໃກ້ຊິດ​ກັບ​ຊີວິດ​ປະຈຳ​ວັນ ​ແຕ່ມີ​ຄວາມ​ສາມາດ​ປຸກ​ຕື່ນ​ແນວ​ຄິດ​ຈິດ​ໃຈ​ປະຊາຊົນ ຂອງ​​ທ່ານ​ນັກປາດໂຮ່ຈີມິນຜູ້​ຮອບ​ຮູ້.

​ເວົ້າ​ສະ​ເພາະແຕ່​ການ​ໃຊ້​ພາສາ, ພິ​ໄນ​ກຳ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ພາສາ​ຫວຽດນາມ​ປອດ​ໃສ ດ້ວຍ​ຄວາມ​ສາມາດ​ສະ​ແດງ​ອອກ​ເປັນ​ຢ່າງ​ດີ​ຂອງ​ມັນ. ​ແຕ່​ລະ​​ໂຕ​ໜັງສື ຄຳສັບ, ​ແຕ່ລະ​ປະ​ໂຫຍ​ກ ວັກ ຕອນ​ທີ່​ຂຽນ​ຢູ່​ໃນ​ນີ້ ​ແມ່ນ​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄິດ ຄິດ​ໄລ່​ໄຕ່ຕອງ ປຽບທຽບ ກັ່ນ​ຕອງ, ມັນ​ໄດ້​ບັນຈຸ​ສ່ວນ​ເລິກ​​ແຫ່ງແນວ​ຄິດ ຈິດ​ໃຈ​ເວທະ​ກຳ, ຄວາມ​ຮັ່ງມີ ອຸດົມສົມບູນ​ຂອງ​ຈິດ​ວິນ​ຍານ, ບຸກຄະ​ລິກລັກສະນະ, ສະຕິ​ປັນຍາ ​ໂຮ່ຈີ​ມິນ.

​ໂດຍຢືນຢັນຄວາມເຊື່ອໝັ້ນຕໍ່ໄຊຊະນະອັນແນ່ນອນຂອງການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຂອງຊາດຫວຽດນາມ, ທ່ານປະທານໂຮ່ຈີມິນໄດ້ມີການຂີດຂຽນທີ່ເປັນແບບຢ່າງ, ລວບລັດ, ຄົບຖ້ວນຊຶ່ງຜູ້ອື່ນບໍ່ອາດຂຽນດີກວ່ານັ້ນໄດ້: “​ເຖິງຈະຫຍຸ້ງຍາກລຳບາກພຽງ​​ໃດ, ປະຊາຊົນເຮົາ​​ຕ້ອງ​ໄດ້ຮັບຊະນະສົມບູນຢ່າງ​​ແນ່ນອນ. ຈັກກະພັດອາເມລິກາຕ້ອງໜີ​ອອກຈາກປະເທດເຮົາຢ່າງແນ່ນອນ. ປະເທດຊາດເຮົາຕ້ອງເປັນເອກະພາບຢ່າງ​ແນ່ນອນ​. ພີ່ນ້ອງຮ່ວມຊາດພາກໃຕ້ ພາກເໜືອ​ຕ້ອງ​ໄດ້​ຕູ້​ມຕ້ອມ​ຢູ່​ໃນຄອບຄົວດຽວກັນຢ່າງແນ່ນອນ”(1). ນີ້ບໍ່ພຽງແຕ່ເປັນຄຳສັບສຳນວນລ້ວນໆເທົ່ານັ້ນ ຫາກແມ່ນຄວາມເຊື່ອໝັ້ນ, ຄວາມມຸ່ງມາດປາຖະໜາອັນແຮງກ້າ, ຈິດໃຈອັນສັກກະລະບູຊາແລະຄວາມມຸ່ງໝາຍສູ້ຊົນຂອງທົ່ວທັງຊາດ. ພາຍໃຕ້ປາກກາຂອງທ່ານປະທານໂຮ່ຈີມິນ, ສັບສຳນວນກາຍເປັນເຈດຈຳນົງແລະ ເວທະກຳ; ​ໄດ້ເວົ້າກັບພີ່ນ້ອງຮ່ວມຊາດຂອງຕົນດ້ວຍຖ້ອຍຄຳແຫ່ງສະຕິປັນຍາແລະ ໝາກຫົວໃຈ,  ​ເພື່ອໃຫ້ພີ່ນ້ອງຮ່ວມຊາດກໍ່ຮັບເອົາຖ້ອຍຄຳເຫຼົ່ານັ້ນດ້ວຍສະຕິປັນຍາແລະມະໂນທຳແຫ່ງຄວາມເປັນມະນຸດ. ດັ່ງນັ້ນ, ຄຳເວົ້າຂອງເພິ່ນກາຍເປັນຄຳຮຽກຮ້ອງ, ຊຸກຍູ້ໃຫ້​​ທຸກ​ຄົນຂຶ້ນ​​ເດີນທາງປະຕິບັດໜ້າທີ່, ມັນແຜ່ກະຈາຍແລະເຊື່ອມຕໍ່​​ໝາກຫົວໃຈເປັນຈຳນວນລ້ານໃຫ້ເຕັ້ນໃນຈັງຫວະດຽວກັນ. ຄຳສັບຢ່າງແນ່ນອນ” ​ໄດ້ຊ້ຳຄືນສີ່ເທື່ອແຕ່ບໍ່ມີເສດເຫຼືອແລະກໍ່ບໍ່ອາດຂີດຂ້າຄຳໃດໄດ້; ຄຳສັບແຕ່ລະຄຳມີບົດບາດ ທີ່ຕັ້ງສະເພາະຂອງມັນ; ຄຳຕ້ອງ” ​ແລະ ຄຳ ຈະຖືກເພິ່ນໃຊ້ຢ່າງຖືກຕ້ອງຊັດເຈນທີ່ສຸດ, ຊີ້ບອກເຖິງອະນາຄົດຕະການຂອງສອງເປົ້າໝາຍແຕ່ລ້ວນແຕ່ໄປເຖິງຜົນສຸດທ້າຍອັນໜຶ່ງອັນດຽວຄື ໄຊຊະນະສຸດທ້າຍແມ່ນຂອງປະຊາຊົນຫວຽດນາມ.

ກ່ຽວກັບຖານະນາມຂອງພັກກຳອຳນາດ, ​ທ່ານປະທານໂຮ່ຈີມິນຂຽນວ່າ: “ພັກເຮົາ​​ເປັນພັກກຳອຳນາດ. ສະມາຊິກພັກແລະພະນັກງານແຕ່ລະຄົນຕ້ອງຊາບຊືນ ຄຸນສົມບັດປະຕິວັດ ຢ່າງແທ້ຈິງ, ຕ້ອງດຸໝັ່ນ ປະຢັດ ເຫັນແກ່ສ່ວນລວມ ບໍ່ເຫັນແກ່ຕົວ ຊື່ສັດ ທ່ຽງທຳຢ່າງແທ້ຈິງ. ຕ້ອງຮັກສາໃຫ້ພັກເຮົາປອດໃສຂາວສະອາດ, ຕ້ອງໃຫ້ສົມກັບເປັນຜູ້ນຳ, ​ເປັນຜູ້ຮັບໃຊ້ທີ່ຈົ່ງຮັກພັກດີຂອງປະຊາຊົນ”(2). ​ຄຳສັບຢ່າງແທ້ຈິງ” ​ໄດ້ເວົ້າຊ້ຳຫຼາຍເທື່ອເໝືອນດັ່ງຄຳຝາກຝັງທີ່ມີລັກສະນະກົດເກນແຜ່ຫຼາຍທົ່ວໄປ ຊຶ່ງຕ້ອງເຮັດຢ່າງເປັນປະຈຳ ລຽນຕິດ, ຖ້າບໍ່ດັ່ງນັ້ນ ພັກເຮົາຈະພົບຄວາມຫຍຸ້ງຍາກ ໃນການຮັກສາທີ່ຕັ້ງ ບົດບາດກຳອຳນາດຂອງຕົນ.

ພິ​ໄນ​ກຳ ຂອງ​ທ່ານ​ປະທານໂຮ່ຈີ​ມິນ​​ໄດ້​ບັນຈຸ ​ແລະ​ກວມ​ລວມຈິດ​ໃຈ​ປ່ຽນ​ແປງ​ໃໝ່, ຂະຫຍາຍຕົວ ​ເໝືອນ​ດັ່ງ​ແກ່ນສານ​ຂອງ​ວິທີ​ການ​ກະທຳ​ແບບ​ສັດຈະ​ວິພາກ ​ແລະ​ກໍ່​ເປັນ​ຈຸດ​ພິ​ເສດສະ​ເພາະ​ໃນ​​ແບບ​ແຜນ​ຈິນຕະນາການ​ຂອງ​ເພິ່ນ. ​ທ່ານ​ປະທານ​ໂຮ່ຈີ​ມິນຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ວ່າ: ການ​ປະຕິວັດ​ແມ່ນ​ຂະ​ບວນວິວັດ​ໜຶ່ງ​ທີ່​ຍາມ​ໃດ​ກໍ່ປ່ຽນ​ແປງ​ໃໝ່. ກະ​ໂຕ​ພຶດຕິ​ກຳ​ປະຕິວັດ, ຊີວິດ​ການ​ອອກ​ແຮງ​ງານ, ການຜະ​ລິດ ​ແລະ​ສູ້​ຮົບຂອງ​ປະຊາຊົນ ກໍ່​ປ່ຽນ​ແປງ​ໃໝ່ ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດຢັ້ງ; ຈິນຕະນາການ ​ແລະ ການ​ກະທຳຂອງ​ມະນຸດ, ​ເປັນ​ຕົ້ນ​ແມ່ນ​ຂອງ​ຊັ້ນ​ຄົນ​ຜູ້ນຳ​ພາຕ້ອງ​ມີ​ຄຸນສົມບັດ​ສອງ​ຢ່າງ​ຄື: ປ່ຽນ​ແປງ​ໃໝ່ ​ແລະ ການ​ພັດທະນາ. ​ແຕ່​ວ່າ, ​ເພິ່ນ​ກໍ່​ໄດ້​ຊີ້ແຈ້ງວ່າ ກິດຈະການ​ຮຳບາດ​ແຜ​ສົງຄາມ, ດັດ​ແປງ​ສັງຄົມ​ເກົ່າ, ກໍ່ສ້າງ​ສັງຄົມ​ໃໝ່​ທີ່​ດີງາມ ​ແມ່ນ​ວຽກ​ງານ “ທີ່​ໃຫຍ່​ຫຼວງ ໜັກໜ່ວງ ​ແລະ​ສັບສົນ​ທີ່​ສຸດ, ​ແຕ່​ກໍ່​ສະຫງ່າ​ງາມທີ່​ສຸດ. ນີ້​ແມ່ນ​ການ​ຕໍ່ສູ້​ຕ້ານສິ່ງຕ່າງໆ​ທີ່​ເກົ່າ​ແກ່ ​ເປ​ເພ​ແລ້ວ, ​ເພື່ອ​ສ້າງ​ອັນ​ໃໝ່ ອັນ​ດີງາມ​ຂຶ້ນ. ​ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນ​ການ​ຕໍ່ສູ້ອັນ​ໃຫຍ່​ໂຕ​ນີ້ ​ແມ່ນຕ້ອງ​ປຸກລະດົມທົ່ວ​ປວງ​ຊົນ, ຈັດ​ຕັ້ງ ​ແລະ​ອົບຮົມ​ສຶກສາ​ທົ່ວ​ປວງ​ຊົນ, ອີງ​ໃສ່​ກຳລັງ​ອັນ​ຍິ່ງ​ໃຫຍ່​ຂອງ​ທົ່ວ​ປວງ​ຊົນ”(3).

ຈິດ​ໃຈ​ທັງ​ໝົດ​ຂອງ ພິ​ໄນ​ກຳ ​ໄດ້​ສອດ​ຮ້ອຍ​ຄວາມ​ຮັບ​ຮູ້ ​ແລະ​ການ​ກະທຳ​ປ່ຽນ​ແປງ​ໃໝ່ ​ໃນ​ການ​ແກ້​ໄຂ​ບັນດາ​ສາຍ​ພົວພັນ, ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນ ຫຍຸ້ງຍາກ​ທັງ​ໝົດ. ​ເພາະສະ​ນັ້ນ, ພິ​ໄນ​ກຳ ພ້ອມ​ກັບ​ນິພົນ ຊີວິດ​ໃໝ່ (ປີ 1947), ປ່ຽນ​ແປງ​ວິທີ​ເຮັດ​ວຽກ (ປີ 1947), ຂົນຂວາຍ​ປະຊາຊົນ (ປີ 1949) ​ແມ່ນ​ບັນດາ​ນິພົນຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ທີ່​ໄດ້​ວາງ​ຮາກ​ຖານ​​ໃຫ້​ແກ່​ຈິນຕະນາ​ການ​ປ່ຽນ​ແປງ​ໃໝ່​ຂອງພັກ​ກອມມູນິດ​ຫວຽດນາມ ​ໃນ​ປີ 1986. ພິຈາລະນາ​ທາງ​ດ້ານ​ທິດ​ສະ​ດີ, ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ ​ໂດຍ​ແມ່ນ​ພັກ​ກອມ​ມູນິດ​ລິ​ເລີ່​ມ ​ແລະ​ນຳພາ​ນັ້ນ ມັນ​ບໍ່​ແມ່ນ​ຄວາມບັງ​​ເອີນ, ຫາກ​ມັນ​ໄດ້​ຮັບ​ການກະກຽມ ​ແລະ​ເລິ່ມມາ​ຈາກ​ບັນດາ​ປະຖົມ​ປັດ​ໃຈ​ດ້ານ​ແນວ​ຄິດ​ກ່ອນ​ໜ້າ​ນັ້ນ, ​ເປັນ​ການ​ສືບ​ຕໍ່​ທີ່​ສອດຄ່ອງ​ກັບ​ໂລ​ຊິກ​ແຫ່ງ​ກະ​ແສ​ແນວ​ຄິດ​ອັນ​ບໍ່​ຂາດ​ສາຍ​ຂອງໂຮ່ຈີ​ມິນ, ​ແນວ​ຄິດ​ຂອງ​ວິວັດທະນາ​ການ​ປ່ຽນ​ແປງ​ໃໝ່​ທັງ​ໝົດ.

ບັນດາ​ທັດສະນະ​ກ່ຽວ​ກັບ​ການ​ກໍ່ສ້າງວັດທະນະທຳກຳ​ອຳນາດ​ນອງ​ພັກ​ຢູ່​ໃນ​ພິ​ໄນ​ກຳ

ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ​ແມ່ນ​ນະ​ວັດຕະ​ກຳ​ທິດ​ສະ​ດີ​ໜຶ່ງ​ທີ່​ມີ ບັນດາ​ຂໍ້​ຄິດ​ທິດ​ສະ​ດີທີ່​ພິ​ເສດສະ​ເພາະ, ປະດິດ​ສ້າງ ​ແລະ​​ໃນ​ລະດັບ​ຕັກ​ກະຖາ​ນ. ພິ​ເສດ, ພິ​ໄນ​ກຳ ​ໄດ້ສະຫລຸບຫຍໍ້​ໃນ​ລະດັບຕັກ​ກະ​ກຳມະ​ກ່ຽວ​ກັບ​ບັນດາ​ຈຸດ​ພິ​ເສດສະ​ເພາະ, ຄຸນຄ່າ​ຕົ້ນຕໍ​ໃນວັດທະນະທຳກຳ​ອຳນາດ​ຂອງ​ພັກ​ກອມ​ມູນິດ.

​ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ປະດິດ​ສ້າງທັດສະນະ​ອັນ​ຄົມ​ຄາຍ​ພິ​ເສດ ກ່ຽວ​ກັບ​ພັກ​ກຳ​ອຳນາດ ​ແລະ​ການ​ກໍ່ສ້າງ​ພັກ​ກຳ​ອຳນາດ​ໃຫ້​ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ. ພິ​ໄນ​ກຳ ​​ເປັນ​ນິພົນ​ອັນ​ໜຶ່ງ​ອັນ​ດຽວ ຊຶ່ງ​ໃນ​ນັ້ນ ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້ໃຊ້​ຄວາມ​ສຳນຶກ “ພັກ​ກຳ​ອຳນາດ” ຢ່າງ​ເປັນ​ທາງ​ການ ດ້ວຍ​ບັນດາ​ມາດຕະຖານ​ອັນ​ລະອຽດ​ທີ່​ສຸດ ​ເໝືອນດັ່ງບັນດາ​ຄຸນສົມບັດ​ອັນ​ເປັນ​ຕາຍຂອງ​ພັກ: ສາມັກຄີ ​ເປັນ​ເອກະ​ພາບ; ​ເພື່ອ​ປະຊາຊົນ, ຮັບ​ໃຊ້ຊົນ​ຊັ້ນ ຮັບ​ໃຊ້​ປະຊາຊົນ ຮັບ​ໃຊ້ປະ​ເທດ​ຊາດ​ຢ່າງ​ສຸດ​ອົກ​ສຸດ​ໃຈ ສຸດ​ກຳລັງ​ຄວາມ​ສາມ​ດ; ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ; ຕິ​ຊົມ​ຕົນ​ເອງ ​ແລະ​ຕິ​ຊົມ​ຢ່າງ​ເຂັ້ມ​ງວດ; ຄຸນສົມບັດ​ປະຕິວັດດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ຕົວ; ມີ​ນ້ຳ​ໃຈ​ສະຫາຍ​ ຮັກ​​ແພງຊຶ່ງ​ກັນ​ແລະ​ກັນ... ຄຸນສົມບັດ​ເຫຼົ່າ​ນີ້​ສ້າງ​ເປັນ​ທາດ​ແທ້​ພິ​ເສດສະ​ເພາະ, ລັກສະນະ​ດີ​ເດັ່ນ, ກຳລັງ​​ແຮງ ແລະອຳນາດ​ອິດ​ທິພົນ, ອິດ​ທິພົນ​ຂອງ​ພັກ​ໃນ​ປະຊາຊົນ, ຮັບປະກັນ​ໃຫ້​ພັກ​ຍົກ​ສູງ​ຄວາມ​ສາມາດ​ນຳພາ​ແລະກຳລັງ​ສູ້​ຮົບ, ຮັກສາ​ທີ່​ຕັ້ງ​ແລະ​ບົດບາດ​ກຳ​ອຳນາດ​ໃນ​ວິວັດທະນາ​ການ​ປະຕິວັດ​ຫວຽດນາມທັງ​ໝົດ.

​ໃນ ພິ​ໄນ​ກຳ, ​ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ນຳ​ສະ​ເໜີ ​ແລະ​ລິ​ເລີ່​ມວິທີ​ແກ້​ໄຂ​ບັນຫາ​ໜຶ່ງ​ທີ່​ສັບສົນ​ທີ່​ສຸດ: ​ແບບ​ວິທີ​ກຳ​ອຳນາດ​ຂອງພັກ​ການ​ເມືອງ​ໜຶ່ງ ​ຊຶ່ງອາ​ໃສ່​ສິ່ງ​ດັ່ງກ່າວ​ເພື່ອ​ເຮັດ​ໃຫ້​ບັນດາ​ຄຸນຄ່າກຳລັງ​ອຳນາດ​ເຊື່ອມ​ຊືມ​ເຂົ້າ​ໃນ​ການ​ພົວພັນ​ສັງຄົມ​ຕ່າງໆ ຕາມ​ທິດ​ທາງ​ຕົ້ນຕໍ​ຄື: ປະຊາຊົນ​​​ແມ່ນ​ເຈົ້າຂອງ ​ແລະ​ເປັນ​ເຈົ້າ​ກຳລັງ​ອຳນາດ​ການ​ເມືອງ.

ຜ່ານ​ການສະຫລຸບ​ສັງ​ລວມພຶດຕິ​ກຳ​ແຫ່ງ​ການ​ຂະຫຍາຍ​ປະຫວັດ​ສາດມະນຸດຊາດ, ບັນດາ​ນັກ​ທິດ​ສະ​ດີ​ໄດ້​ຊີ້​​ໃຫ້​ເຫັນສາມ​ປະ​ເພດ​ການ​ກຳ​ອຳນາດ​ທີ່​ເປັນ​ແບບຢ່າງ​ຄື: ກຳ​ອຳນາດ​ດ້ວຍ​ທີ່​ຕັ້ງ​ກຳລັງ​ອຳນາດ​ທີ່​ມີ​ມາ​ແຕ່​ເດີມ; ກຳ​ອຳນາດ​ດ້ວຍ​ສະຕິ​ປັນຍາ ​ແລະ​ຄວາມ​ຮູ້; ກຳ​ອຳນາດ​ດ້ວຍ​ຄຸນສົມບັດ​ສິນ​ທຳ ​ແລະ​ບຸກຄະ​ລິກລັກສະນະວັດທະນະທຳ.

​ໃນ ພິ​ໄນ​ກຳ , ​ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ວາ​ງ​ແຜນ ​ແລະ​ລິ​ເລິ່ມ​ແບບ​ວິທີ​ກຳ​ອຳນາດ​ທີ່​ໜັກ​ແໜ້ນ​ທີ່​ສຸດ ​ແຕ່​ກໍ່​ຫຍຸ້ງຍາກ​ທີ່​ສຸດ: ກຳ​ອຳນາດ​ດ້ວຍ​ບຸກຄະ​ລິກລັກ​ສະມະ ຄຸນ​ສັມບັດ​ຂອງ​ພັກ. ​ເພາະວ່າ, ​ໃນ​ຈິນຕະນາການ​ຂອງ​ເພິ່ນ, ຄຸນສົມບັດສິນ​ທຳ​​ເປັນ​ກົກ​ຮາກ, ​ເປັນ​ພື້ນຖານ; ອີງ​ໃສ່​ນັ້ນ​ ຈຶ່ງ​ມີ​ຄົນບໍ່​​ໂລ​ພາ​​ເງິນ​ຄຳ, ບໍ່​ຢ້ານ​ລຳບາກ, ບໍ່​ຢ້ານ​ກົວກຳລັງ​ອຳນາດ; ຖ້າຫາກ​ບໍ່​ມີ​ຄຸນ​ສັມບັດສິນທຳ ​ເຖິງ​ວ່າຈະ​ເກ່ງ​ກ້າສາມາດ​ປານ​ໃດ​ກໍ່​ບໍ່​ອາດ​ນຳພາ​ປະຊາຊົນ​ໄດ້. ຄຸນສົມບັດ​ຂອງ​ພັກ​ສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ ​ຢູ່​ໃນ​ສະ​ມາ​ຊິກ​ພັກແຕ່​ລະຄົນ​ທີ່​ລະອຽດ. ຕົວ​ແບບບຸກຄະ​ລິກລັກສະນະ​ຂອງ​ຜູ້ນຳ​ພາ, ກຳ​ອຳນາດ​ຕາມ​ແບບ​ບຸກຄະ​ລິກລັກສະນະ​ວັດທະນະທຳຂອງ​​ໂຮ່ຈີ​ມິນ ຕ້ອງ​ລວມມີ​ຄົບ​ບັນດາ​ຄຸນສົມບັດ ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ຕົວ.

ບັນດາ​ຄຸນສົມບັດ​ຂອງພັກ​ກອມມູນິດ​ຫວຽດນາມຜູ້​ກຳ​ອຳນາດ “ບໍ່​ໄດ້​ຫຼົ່ນ​ລົງ​ມາ​ຈາກ​ຟ້າ, ບໍ່​ເກີດ​ເອງ​ໂດຍ​ທຳ​ມະ​ຊາດ”; ມັນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ​ເປັນ​ແຕ່​ລະ​ກ້າວ, ​ໄດ້​ປັບປຸງ​ແລະ​ປະກອບ​ເປັນ​ເນື້ອ​ໃນວັດທະນະທຳ​ຂອງ​ພັກ ​ໃນ​ພຶດຕິ​ກຳ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ອຸດົມສົມບູນ ຫຍຸ້ງຍາກ​ທີ່​ສຸດ, ​ແຕ່​ກໍ່​ພິລະ​ອາດ​ຫານ ສະຫງ່າ​ງາມ​ທີ່​ສຸດ, ​ໂດຍ​ຜ່ານ​ວຽກ​ງານ​ເປັນ​ປະຈຳ​ຄື: ກໍ່ສ້າງ​ພັກ​ດ້ວຍ​ຕົນ​ເອງ, ປັບປຸງ​ພັກ​ດ້ວຍ​ຕົນ​ເອງ. ກໍ່ສ້າງ​ດ້ວຍ​ຕົນ​ເອງ, ປັບປຸງ​ດ້ວຍ​ຕົນ​ເອງ ​ເຮັດ​ໃຫ້​ພັກ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ ​ແມ່ນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ​ແລະ​ຂະຫຍາຍຕົວ​ຂອງ​ພັກ​ກອມມູນິດ​ຫວຽດນາມ. ​ໃນ ພິ​ໄນ​ກຳ, ​ທ່ານ​ປະທານ​ໂຮ່ຈີ​ມິນ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ອະນາຄົດ ​ແງ່​ຫວັງພາຍ​ໜ້າ​ຂອງ​ຊາດ, ຕໍ່​ຄວາມ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ຂອງ​ພາກສ່ວນ​ພະນັກງານ ສະມາຊິກ​ພັກ​ເມື່ອ​ໄດ້​ມີ​ຍົດ​ສັກ ຖານະຕຳ​ແໜ່​ງ. ​ເພາະສະ​ນັ້ນ, ​ເພິ່ນ​ໄດ້​ຊີ້​ບອກ​ວ່າ: “ວຽກ​ງານ​ທີ່​ຕ້ອງ​ເຮັດ​ກ່ອນ​ອື່ນ​ໝົດ​ ແມ່ນປັບປຸງ​ພັກ​ຄືນ​ໃໝ່, ​ເຮັດ​ໃຫ້​ສະມາຊິກ​ພັກ​ແຕ່ລະຄົນ, ສະມາ​ຊິກ​ຊາວ​ໜຸ່ມ​ແຕ່ລະຄົນ, ໜ່ວຍ​ພັກ​ແຕ່ລະ​ໜ່ວຍ​ລ້ວນ​ແຕ່​ອອກ​ແຮງ​ເຮັດ​ຫຼ້ອນ​ໜ້າ​ທີ່​ທີ່​ພັກ​ມອບ​ໝາຍ​ໃຫ້, ຕັ້ງໜ້າ​ຮັບ​ໃຊ້​ປະຊາ​ຊົນຢ່າງ​ສຸດ​ອົກ​ສຸດ​ໃຈ. ​ເຮັດ​ໄດ້​ຄື​ແນວ​ນັ້ນ, ​ເຖິງ​ວ່າ​ວຽກ​ງານ​ຈະໃຫຍ່​ຫຼວງ​ປານ​ໃດ ຫຍຸ້ງຍາກປານ​ໃດ ພວກ​ເຮົາ​ກໍ່​ໄດ້​ຮັບ​ໄຊຊະນະ​ຢ່າງ​ແນ່ນອນ”(4).

ກໍ່ສ້າງພັກ​ກອມມູນິດ​ຫວຽດນາມ​ຜູ້​ກຳ​ອຳນາດ, ຕາມ​ທ່ານ​ປະທານ​ໂຮ່ຈີ​ມິນ, ຕ້ອງ​ດຳ​ເນີນທັງ​ສີ່​ເນື້ອ​ໃນຢ່າງ​ຄົບ​ຊຸດ ຮອບດ້ານຄື: ​ແນວ​ຄິດ, ການ​ເມືອງ, ການຈັດ​ຕັ້ງ - ພະນັກງານ ​ແລະ ຄຸນສົມບັດ​ສິນ​ທຳ.

ຕາມ​ທັດສະນະ​ຂອງ​ອົງການ UNESCO, ຖ້າວັດທະນະທຳມີ​ທາດ​ແທ້​ມະນຸດສະທຳ, ​ເປັນ​ລະບົບ​ບັນດາ​ຄຸນຄ່າ​ວັດຖຸ ​ແລະ​ຈິດ​ໃຈ ທີ່​ສ່ອງ​ແສງ​ລະດັບ​ມະນຸດສະຊາດ ຂອງ​ບັນດາ​ການ​ພົວພັນ​ສັງຄົມ ກໍ່​ອາດ​ເຂົ້າ​ໃຈ​ວ່າ ບົດບາດທີ່​ຕັ້ງ, ກຳ​ລັງ​ຄວາມ​ສາມາດ, ​ແບບ​ວິທີ​ກຳ​ອຳນາດ​ຂອງ​ພັກ​ກອມ​ມູນິດ ທີ່​ໄດ້​ສະ​ແດງ​ອອກ​​ໃນ ພິ​ໄນ​ກຳ  ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນນັ້ນ ມັນບັນຈຸ​ບັນດາ​ຄຸນ​ຄ່າວັດທະນະທຳອັນ​ເລິກ​ເຊິ່ງ ປະກອບ​ເປັນລັດທິ​ມະ​ນຸດ​ສະ​ທຳທີ່​ເຄື່​ອນ​ໄຫວ ​ຖຶກຕ້ອງ​ຕາມ​ຄວາມ​ໝາຍ​ຂອງ​ມັນ.

ບັນດາ​ຄຸນຄ່າ​ມະນຸດສະທຳ​​ເທິງ​ນີ້​ ໃນຄວາມ​ສຳນຶກ​ກ່ຽວ​ກັບ​ວັດທະນະທຳ​ກຳ​ອຳນາດຂອງ​ພັກ​ກອມ​ມູນິດ​ແມ່ນ​ຄວາມ​ງາມ, ກຳລັງ​ຊີວິດ ​ແລະ ​ແຮງ​ດຶງ​ດູດ​ຈັບ​ໃຈ​ອັນຍືນ​ຍາວ​ຂອງ ພິ​ໄນ​ກຳ - ນະ​ວັດຕະ​ກຳ​ອັນຍອດ​ຍ້ຽມຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ; ນິພົນ​ສະບັບ​ນີ້​ເປັນຊັບສົມ​ບັດ​ວັດທະນະທຳ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ຊາດ​ຫວຽດນາມຕະຫຼອດ​ການ, ມັນ​ຍາມ​ໃດ​ກໍ່​ເຍື່ອງ​ສ່ອງ​ເສັ້ນທາງກ້າວ​ເດີນ ​ແລະ​ຮ່ວມ​ທາງ​ພ້ອມ​ກັບ​ຊາດ​ຫວຽດນາມ ບົນ​​ເສັ້ນທາງ​ແຫ່ງ​ການ​ພັດທະນາ.

ຕັ້ງໜ້າ​ກໍ່ສ້າງ ​ແລະ​ປັບປຸງ​ພັກ, ປະຕິບັດ​ຄວາມ​ປະສົງຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ

ປະຕິບັດ ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ຈາລຶກ​ໄວ້​ໃນ​ໃຈ​ຄຳປະຕິຍານ 5 ປະການ​ ທີ່​ສະຫາຍ​ເລຂາທິການ​ໃຫຍ່ ​ເລ​ຢວນ ຕາງໜ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ອ່ານ​ຖະ​ແຫຼ​ງ​ໃນ​ພິທີ​​ໄວ້ອາ​ໄລ​ແລະ​ງານຊາ​ປະ​ນະ​ກິດ​ທ່ານ​ປະທານ​ໂຮ່ຈີ​ມິນ, 45 ປີ​ທີ່​ຜ່ານ​ມາ, ປະຊາຊົນ​ຫວຽດນາມ​ຜູ້​ພິລະ​ອາດ​ຫານ ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມມູນິດ​ຫວຽດນາມ, ​ໄດ້​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ສຸມ​ກຳລັງວັງຊາ​ ຈິດ​ໃຈແລະ​ສະຕິ​ປັນຍາ​ທັງ​ໝົດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ຍາດ​ເອົາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ຕ່າງໆ​ມາ​ໄດ້​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ໃນ​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ.

​ໂດຍ​ຮັບ​ຮູ້​ໄດ້​ຄວາມ​ໝາຍ​ອັນ​ສຳຄັນ​ຂອງ​ວຽກ​ງານ​ປັບປຸງ​ພັກ, ​ແນ​ໃສ່​ຍົກ​ສູງ​ນ້ຳ​ໃຈ​ສາມັກຄີ ​ເປັນ​ເອກະ​ພາບ​ໃນ​ພັກ, ​ເພີ່ມ​ທະວີ​ກຳລັງ​ແຮງ ກຳລັງ​ຄວາມ​ສາມາດ​ນຳພາ​ຂອງ​ພັກ, ປະຕິບັດ​ແນວ​ຄິດຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ການກໍ່ສ້າງ​ພັກ​ກຳ​ອຳນາດ, ​ໃນ 45 ປີ​ທີ່​ຜ່ານ​ມາ, ພັກ​ກອມມູນິດ​ຫວຽດນາມ ​ໄດ້​ໃຫ້​ຄວາມ​ສຳ​ຄັນ ​ແລະ ຍາມ​ໃດ​ກໍ່​ຢືນຢັນ​ການ​ກໍ່ສ້າງ​ພັກ​​ເປັນ​ໜ້າ​ທີ່​ຫຼັກ​ແຫຼ່ງ, ​ເປັນ​ເງື່ອນ​ໄຂ​ທີ່​ມີ​ລັກສະນະ​ຕັດສິນ ​ເພື່ອ​ຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ການ​ປະຕິວັດ. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ຕ່າງໆ ​ໄດ້ລົງມະຕິຫຼາຍ​ສະບັບກ່ຽວ​ກັບ​ການ​ກໍ່ສ້າງ ປັບປຸງ​ພັກ; ຈັດ​ຕັ້ງຊີ້​ນຳ​ວຽກ​ງານ​ຮ່ຳຮຽນ ຊາບ​ຊືມບັນດາ​ເອກະສານຂອງ​ພັກ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ສູງ​ໃນ​ທົ່ວ​ພັກ ກ່ຽວ​ກັບ​ທັດສະນະ ​ແນວທາງ; ກໍ່ສ້າງ​​​ໂຄງການ​ການ​ເມືອງ, ກົດ​ລະບຽບ​ພັກ​ສະບັບ​ປັບປຸງ, ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ໃຫຍ່. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 (ຄັ້ງ 2) ສະ​ໄໝ​ທີ VIII ​ແລະ​ບັນດາ​ມະຕິ​ຕົກລົງ ຄຳ​ສັ່ງ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ, ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ສະ​ໄໝ​ທີ IX, X, XI, ​ແລະ​ໃນມໍ່ໆ​ນີ້​ແມ່ນ ມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ”, ສືບ​ຕໍ່​ກຳນົດ​ໜ້າ​ທີ່​ກໍ່ສ້າງ​ພັກ​ເປັນ​ໜ້າ​ທີ່​ແຖວ​ໜ້າ, ​ເປັນ​ໜ້າ​ທີ່​ຫຼັກ​ແຫຼ່ງ ຄຽງ​ຂ້າງ​ໜ້າ​ທີ່ພັດທະນາ​ເສດຖະກິດ, ກໍ່ສ້າງ ພັດທະນາວັດທະນະທຳ​ໃຫ້​ເປັນ​ຮາກ​ຖານ​ຈິດ​ໃຈ​ຂອງ​ສັງຄົມ. ບັນດາ​ຜົນສຳ​ເລັດ​ເບື້ອງ​ຕົ້ນອັນສຳຄັນ ​ທີ່​ຍາດ​ມາ​ໄດ້​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ​ປັບປຸງ​ພັກ ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ນຳພາ ກຳລັງ​ສູ້​ຮົບ​ຂອງ​ພັກ. ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ ຢູ່​ທີ່​ການ​ເປີດ​ກວ້າງ​ປະຊາ​ທິປະ​ໄຕໃນ​ພັກ ​ແລະ​ປະຊາທິປະ​ໄຕ​ໃນ​ສັງຄົມ, ສ້າງ​ເປັນ​ກະ​ແສ​ກຳລັງ​ຊີວິດ​ໃໝ່, ຊຸກຍູ້​ການ​ພັດທະນາ​​ເສດຖະກິດ, ວັດທະນະທຳ ​ແລະ​ສັງຄົມ, ​ເຊີດ​ຊູ​ລັກສະນະຕັ້ງໜ້າຂອງ​ປັດ​ໃຈ​ມະນຸດ. ການ​ຕໍ່ສູ້​ຕ້ານພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ​ແລະ​ຫຍໍ້​ທໍ້​ ຢູ່​ໃນ​ພັກ ​ແລະ​ໃນ​ສັງຄົມ ​ໄດ້​ມີ​ຄຸນ​ປະ​ໄຫ​ຍດ​ໃນ​ການບອກສອນ​ຕັກ​ເຕືອນ, ກຳຈັດ​ດັດ​ແກ້ປະກົດ​ການ​ຫຍໍ້​ທໍ້, ​ເສື່ອ​ມ​ໂຊມ​ປ່ຽນ​ທາດ.

ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ການຂົນຂວາຍ​ກໍ່ສ້າງ ​ແລະ​ປັບປຸງ​ພັກ, ຫຼາຍ​ປີ​ທີ່​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ຕິ​ຊົມ​ຕົນ​ເອງແລະ​ຕິ​ຊົມຢູ່​ໃນ​ພັກ, ​ແຕ່​ສູນ​ກາງ​ລົງ​ຮອດ​ໜ່ວຍພັກ, ​ໄດ້​ມີ​ການ​ຫັນປ່ຽນ​ທີ່​ແນ່ນອນ. ກຳລັງ​ສູ້​ຮົບ​ຂອງ​ຫຼາຍ​ໜ່ວຍ​ພັກ, ຄະນະ​ພັກ ​ແລະ​ສະມາຊິກ​ພັກ​ໄດ້​ຮັບ​ການ​ເພີ່ມ​ທະວີ ຊຶ່ງ​ສະ​ແດງ​ອອກ​ໃນ​ຈິດ​ໃນ​ຕໍ່ສູ້​ຢ່າງ​ບໍ່​ປະນີປະນອມ​ ກັບບັນດາ​ປະກົດ​ການ​ແນວ​ຄິດທີ່​ຜິດ​ເຂ​ວ ປະຕິ​ການ ​ເປັນ​ພິດ​ໄພ, ​ປົກ​ປັກ​ຮັກສາ​ຮາກ​ຖານ​ແນວ​ຄິດ​ການ​ເມືອງ​ຂອງ​ພັກ, ປົກ​ປັກ​ຮັກສາ​ລະບອບ​ການ​ເມືອງສັງຄົມ​ນິຍົມ. ຕໍ່ໜ້າ​ການ​ວິ​ກິດ ພັງ​ທະລາ​ຍລົງ​ຂອງ​ລະບົບສັງຄົມ​ນິຍົມ, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ພັກ​​ໄດ້ຊີ້​ນຳ​ເພີ່ມ​ທະວີ​ວຽກ​ງານ​​ແນວ​ຄິດ ທິດ​ສະ​ດີ ​ເພື່ອ​ແນ​ໃສ່​ຢືນຢັນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການຂອງ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ; ຍູ້​ແຮງ​ການ​ໂຄສະນາ ອົບຮົມ​ສຶກສາບັນດາ​ທັດສະນະ ​ແນວທາງ ນະ​ໂຍບາຍຂອງ​ພັກ. ຜ່ານ​ບັນດາ​ຜົນສຳ​ເລັດ ​ແລະ​ນັບ​ທັງບັນດາ​ບົດຮຽນ​ປະສົບ​ການ​ຕົວ​ຈິງ ຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ແລ້ວ​ເພີ່ມ​ເຕີນ ດັດສົມ​ບາດກ້າວ​ເດີນ​ໃຫ້​ສອດຄ່ອງ​ກັບ​ການ​ພັດທະນາ, ນັ້ນ​ແມ່ນ​ພື້ນຖານ​ການ​ເມືອງ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບທາງ​ດ້ານ​ແນວຄິດ​ພາຍ​ໃນ​ພັກ ​ແລະ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ.

​ແຕ່​ວ່າ, ຕໍ່ໜ້າ​ການ​ຜັນ​ປ່ຽນຢ່າງໄວວາ ​ແລະ​ສັບສົນ​ຂອງ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ​ໃນ​ໂລກ, ການ​ກະ​ທົບ​ຈາກ​ດ້ານລົບຂອງ​ກົນ​ໄກ​ຕະຫຼາດ, ມີ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ຖືກ​ເຊື່ອມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​​ແນວ​ຄິດ​ການ​ເມືອງ ​ແລະ​ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ, ລະ​ເຫຼີງ​ເຫີນຫ່າງອຸດົມ​ຄະຕິ ພາ​ໄປ​ເຖິງ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງດ້ວຍ​ຕົນ​ເອງ”, ​ເປັນ​ຕົ້ນ​ແມ່ນ​ໃນລັດທິ ​ແລະ​ໃນມາດຕະຖານ​ຄຸນຄ່າ​ການ​ພັດທະນາ​ກ້າວໜ້າ; ​ເສຍສະຕິ​ລະວັງ​ຕົວ, ຫລຸດຜ່ອນ​ນ້ຳ​ໃຈ​ສູ້​ຮົບ, ຂາດ​ສະຕິ​ຕໍ່​ການຈັດ​ຕັ້ງ​ລະບຽບ​ວິ​ໄນ, ​ເສື່ອ​ມ​ເສຍ​ບຸກຄະ​ລິກ; ຕິດພະຍາດ​ອາດຍາ​ສິດ ຫ່າງ​ເຫີ​ນປະຊາຊົນ. ພະນັກງານ ສະມາຊິກ​ພັກ​ຫຼາຍ​ຄົນຍັງ​ປະຕິບັດ​ປະຊາທິປະ​ໄຕ​ແບບຮູບ​ການ, ​ການເຄື່ອນ​ໄຫວ​ຕິ​ຊົມ​ຕົນ​ເອງ ​ແລະ​ຕິ​ຊົມ​ຍັງ​ມີ​ຄວາມ​ຜິດ​ເຂ​ວ. ສະພາບ​ການ “ຖື​ຄວາມ​ຖືກຕ້ອງ​ປອງ​ດອງ​ກັນ​ເປັນ​ເລີດ​ໂດຍ​ບໍ່​ຈຳ​ແນ​ກ​ແຈ້ງຜິດ​ຖືກ” ຍັງ​​ແຜ່​ຫຼາຍ​ພໍ​ຄວນ​ຢູ່​ໃນ​ພັກ. ພະນັກ​ງາ ສະມາຊິກ​ພັກ​ຈຳນວນ​ໜຶ່ງ​ຍັງ​ປະ​ໃຫ້​ລັດທິອັດ​ຕະບຸກຄົນ​ຄອບ​ງຳ, ການສໍ້​ລາດ​ບັງ​ຫຼວງ, ຫາ​ຄວາມ​ລ້ຳ​ລວຍ​ຕາມ “ຜົນ​ປະ​ໂຫຍ​ດຈຸ​ຫຍ່ອມ”, ສວຍ​ໃຊ້​ການ​ຕິ​ຊົມ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ກັນ, ​ເຮັດ​ໃຫ້ພາຍ​ໃນ​​ເສຍ​ຄວາມ​ສາມັກຄີ, ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບພັກ​ຫລຸດຜ່ອນ​ລົງ. ນີ້​ແມ່ນ​ໄພ​ອັນຕະລາຍ​ຊ້ອນແຝງຕໍ່​ກັບ​ພັກ​ກຳ​ອຳນາດ, ຕ້ອງ​ລົບ​ລ້າງ​ມັນ​ຢ່າງ​ໄວ.

ສະພາບ​ການ​ເທິງ​ນີ້​​ໄດ້​ວາງ​ຫຼາຍ​ບັນຫາ​ໃໝ່​ອອກ​ມາ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ພັກ, ນັບ​ທັງ​ບັນຫາ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ, ມັນ​ຮຽກຮ້ອງ​ໃຫ້​ສືບ​ຕໍ່​ການ​ປ່ຽນ​ແປງ​​ໃໝ່ ​ແລະ​ເອົາ​ໃຈ​ໃສ່​​ເປັນ​ສຳຄັນ​ກວ່າ​ອີກ, ​ເພື່ອ​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ທີ່​ມີ​ປະສິດ​ທິຜົນ​ອັນຕັ້ງໜ້າ, ​ເຮັດ​ໃຫ້​ພັກ​ກອມມູນິດ​ຫວຽດນາມນັບ​ມື້​ນັບ​ເຕີບ​ໃຫຍ່ ​ເຂັ້ງ​ແຂງ​ໃນ​ທຸກ​ດ້ານ, ​ໃຫ້​ໄດ້​ຖືກຕ້ອງ​ຕາມ​ຄວາມ​ປະສົງ​ໃນ ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ.

ທາງ​ດ້ານ​ການ​ຈັກ​ຕັ້ງ​ພັກ, ຕ້ອງ​ອອກ​ແຮງ​ເພີ່ມ​ທະວີ​ການ​ອົບຮົມ​ສຶກສາ​ໃຫ້ທົ່ວ​ພັກ ກ່ຽວ​ກັບ​ອຸດົມ​ຄະຕິ​ລັດທິກອມ​ມູນິດ​ນິຍົນ ​ແນວທາງ ນະ​ໂຍບາຍ​ຂອງ​ພັກ, ກ່ຽວ​ກັບ​ໜ້າ​ທີ່ ຄຸນສົມບັດ​ສິນ​ທຳ​ຂອງ​ຜູ້​ເປັນ​ສະມາຊິກ​ພັກ; ປະຕິ​ບັນ​ການ​ຕິ​ຊົມ​ຕົນ​ເອງ ​ແລະ​ຕິ​ຊົມຢ່າງ​ເຂັ້ມ​ງວດ​ຢູ່​ໃນ​ພັກ; ຊົມ​ເຊີຍ ສົ່ງ​ເສີມ​ມະຫາຊົນ​ຕິ​ຊົມ​ພະນັກງານ ສະມາ​ຊິດ​ພັກ; ປ່ຽນ​ແປງ​ໃໝ່ລະບອບ​ດຳ​ເນີນ​ຊີວິດ​ຂອງໜ່ວຍ​ພັກ, ຮັບປະກັນ​ຄວາມ​ເຂັ້ມ​ງວດ ​ແລະ​ຍົກ​ສູງ​ຄຸນ​ນະພາບ​ການ​ດຳ​ເນີນ​ຊີວິດ​ພັກ; ຫຼັກການ ລະບຽບ​ວິ​ໄນ​ຂອງ​ພັກ​ຕ້ອງ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ; ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ຂອງ​ພັກຕ້ອງ​ໄດ້​ປະຕິບັດ​ຢ່າງ​ເປັນ​ປະຈຳ ​ແໜ້ນ​ແຟ້ນ ​ແລະ​ມີ​ປະສິດທິ​ຜົນ.

ຕໍ່​ກັບ​ພະນັກງານ ສະມາຊິກ​ພັກ​ແຕ່​ລະ​ຄົນ, ​ໃນ​ຄວາມ​ຮັບ​ຮູ້ ​ແລະ​ການ​ກະທຳ, ຍາມ​ໃດ​ກໍ່​ຕ້ອງ​ຕັ້ງ​ຜົນ​ປະ​ໂຫຍ​ດຂອງ​ພັກ ຂອງ​ການ​ປະຕິວັດ ຂອງ​ປະຊາຊົນຂຶ້ນ​ເໜືອ​ສຸດ, ກ່ອນ​ອື່ນ​ໝົດ; ຕ້ອງຝຶກ​ຝົນ​ຫຼໍ່​ຫຼອມ ບຳລຸງ​ແນວ​ຄິດ​ລວມໝູ່ ນ້ຳ​ໃຈ​ສາມັກ​ຄິ ສະຕິ​ຕໍ່​ການຈັດ​ຕັ້ງ​ແລະ​ລະບຽບວິ​ໄນ ຢ່າງ​ເປັນ​ປະຈຳ; ຕ້ອງ​ລົງ​ເລິກ​ຕິດ​ແໜ້ນ​ກັບ​ພຶດຕິ​ກຳ, ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ​ເຄົາລົບ​ນັບຖື​ປະຊາຊົນ​ ​ແລະ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ພະຍາຍາມ​ຮ່ຳຮຽນ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຮອບດ້ານ ​ເພື່ອ​ສາມາດ​ສຳ​ເລັດ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍຢ່າງ​ດີ​ທີ່​ສຸດ.

ນັ້ນ​ແມ່ນ​ບັນດາ​ວຽກ​ງານ​ອັນ​ລະອຽດ ຕົວ​ຈິງ​ໃນ​ເງື່ອນ​ໄຂ​ປັດຈຸບັນ​ ເພື່ອ​ແນ​ໃສ່​ສືບ​ທອດ​ມູນ​ເຊື້ອ​ປະຕິວັດ​ອັນ​ສະຫງ່າ​ງາມ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ​ເຮັດ​ໃຫ້​ຄຸນຄ່າວັດທະນະທຳກຳ​ອຳນາດ​ ຂອງພັກ​ກອມມູນິດ​ຫວຽດນາມ ອຸດົມ​ມັ່ງ​ຄັ່ງ​ຂຶ້ນ​ຕື່ມ.

ສືບ​ຕໍ່​ຮ່ຳຮຽນ ​ແລະ​ປະຕິບັດ ພິ​ໄນ​ກຳ ອັນ​ສັກກະ​ລະ​ບູຊາ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ​ເພື່ອ “ກໍ່ສ້າງ​ປະ​ເທດ​ຫວຽດນາມ​ໃຫ້​ໃຫຍ່​ໂຕ​ໂອ້​ຖົງ​ກວ່າ, ສວຍ​ງານ​ກວ່າ”, ໜ້າ​ທີ່​ສະ​ເພາະ​ໜ້າ​ໃນ​ການ​ກໍ່ສ້າງວັດທະນະທຳພັກ​ກຳ​ອຳນາດ​ແມ່ນ​ສືບ​ຕໍ່ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ​ປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ຕາມ​ມະຕິ​ສະບັບ​ທີ 03-CT/TW, ລົງ​ວັນ​ທີ 14 ພຶດສະພາ 2011, ຂອງ​ກົມ​ການ​ເມືອງ​ສູນ​ການ​ພັກ. ຕາມ​ຫົວ​ຂໍ້​ຕົ້ນຕໍ​ທີ່​ສອດ​ຮ້ອຍ​ຕະຫຼອດມະຕິ​ສະບັບ​ທີ 03-CT/TW: “ຮ່ຳຮຽນ ​ແລະ​ປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ຕະຫຼອຊີວິດ​ສູ້​ຊົນ ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ຕົວ; ​ເປັນ​ຜູ້​ຮັບ​ໃຊ້​ທີ່​ຕັ້ງ​ຕໍ່​ບໍລິສຸດ ຈົງ​ຮັກ​ພັກດີ​ຂອງ​ປະຊາຊົນ; ມີ​ຊີວິດ​ສ່ວນ​ຕົວ​ຢ່າງ​ໃສ​ສະອາດ ງ່າຍດາຍ”, ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ນຳພາ​ຫຼັກ​ແຫຼ່ງຂັ້ນ​ຕ່າງໆ ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້, ກໍ່ສ້າງ​ຄຸນສົມບັດ​ກ້າ​ຄິດ ກ້າ​ເວົ້າ ກ້າ​ເຮັດ, ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ຫັນ​ຄວາມ​ຕັດສິນ​ໃຈ​ເປັນ​ການ​ກະທຳ, ​ເປັນ​ຄຸນ​ນະພາ​ບ ​ແລະ​ປະສິດທິ​ຜົນ​ຂອງ​ວຽກ​ງານ, ປະກອບສ່ວນ​ອັນ​ເລັກ​ນ້ອຍ​ຂອງ​ຕົນ​ເຂົ້າ​ໃນພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ສ້າງ ສະຖາປະນາ ​ແລະ ພັດທະນາ​ປະ​ເທດ​ໃຫ້​ໝັ້ນຄົງ​ຍືນ​ຍົງ. ນີ້​ແມ່ນ​ແບບ​ວິທີ​ທີ່​ສຳຄັນ​ເພື່ອ​ແນ​ໃສ່​ປັບປຸງ ​​​ເຊີດ​ຊູ ​ແລະເສີມ​ຂະຫຍາຍ ບັນດາ​ຄຸນຄ່າ​ບຸກຄະ​ລິ​ກວັດທະນະທຳຂອງ​ສະມາຊິກ​ພັກ ຂອງ​ພັກ​ກຳ​ອຳ​ນາດ.

ຄຳ​ຕັກ​​ເຕືອນ ​ແລະ​ມຸ່ງ​ຫວັງຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ກໍ່ສ້າງວັດທະນະທຳກຳ​ອຳນາດ​ຂອງ​ພັກ​ກອມ​ມູນິດທີ່​ສະ​ແດງ​ອອກ​ໃນ ພິ​ໄນ​ກຳ ນັ້ນ ຈັ່ງ​ແມ່ນ​ງ່າຍດາຍ ປະ​ເສີດ​ເລີດ​ລ້ຳ ​ແລະ​ສັກກະ​ລະ​ບູຊາ​ແທ້. ​ເພາະສະ​ນັ້ນ, ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ປະຕິວັດທີ່​ແທ້​ຈິງ, ພິ​ໄນ​ກຳ ຂອງ​ເພິ່ນ​ໄດ້​ກາຍເປັນ​ນິພົນ​ອະມະຕະ, ສ່ວນ​ກະ​ໂຕ​ເພິ່ນ​ເອງ, ດ້ວຍ​ພຽງ​ແຕ່​ນິພົນ​ສະບັບນີ້​ເທົ່າ​ນັ້ນ ​​ເພິ່ນກໍ່​ອາດ​ຈະ​ກາຍ​ເປັນ​ນັກ​ແນວ​ຄິດ​ໃຫຍ່​ຂອງ​ຍຸກ​ສະ​ໄໝ. ​ແນວ​ຄິດ​ໂຮ່ຈີ​ມິນ, ພິ​ໄນ​ກຳ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ຈະຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ການ​ຢູ່ໃນ​ຈິດ​ວິນ​ຍານ ​ແລະ​ສະຕິ​ປັນຍາ​ຂອງຊາດ​ຫວຽດນາມ ​ແລະ​ຢູ່​ໃນ​ຄວາມ​ນິຍົມ​ຊົມ​ຊອບ ​ເຄົາລົບ​ນັບຖື​ຂອງ​ປະຊາຊົນ​ໂລກ./.

ຂຽນ​ໂດຍ: ຮສ.ດຣ. ຟ້າ​ມງອກ​ແອ​ງ,
ຮອງ​ຫົວໜ້າ​ຮັບຜິດຊອບສະ​ຖາ​ບັນ​ໂຮ່ຈີ​ມິນ ​ແລະ​ບັນດາ​ຜູ້ນຳ​ຂອງ​ພັກ,
ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

--------------------------

* ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ - ສະບັບ​ທີ 863 (​ເດືອນກັນຍາ 2014)

(1), (2), (3), (4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ. 2000, ​ເຫຼັ້ມ​ທີ 12, ໜ້າ​ທີ 498 - 499, 498, 505, 503.