ວ.ກ - ວັນ​ທີ 26 ກັນຍາ 2014, ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ VIII ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ໄດ້​ໄຂ​ຂຶ້ນ ​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ສະຫາຍ​ຫງວຽນ​ຝູຈ້ອງ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູູກາງ​ ພັກກອມ​ມູນິດ​ຫວຽດນາມ ​ໄດ້​ໃຫ້​ກຽດ​ມາ​ຮ່ວມ ​ແລະ​ກ່າວ​ຄຳ​ປາ​ໄສ​ຊີ້​ນຳ. ວາລະສານ​ ກອມ​ມູນິດ​ ຂໍ​ເປັນ​ກຽດ​ໄດ້​ແນະນຳ ​ບົດ​ປາ​ໄສ​ທີ່​ສຳຄັນ​ນີ້.

ທ່ານເລຂາທີການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສຊີ້ນຳ ແລະ ລະດົມກຳລັງໃຈ ທີ່ກອງປະຊຸມໃຫຍ່. (ພາບ: daidoanket.vn)

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VIII ແນວ​ໂຮມ​ປະ​ເທດຊາ​ດຫວຽດນາມ ​ເປັນ​ເຫດການ​ທີ່​ສຳຄັນ​ຍິ່ງ​ໃນ​ຊີວິດ​ການ​ເມືອງ​ ຂອງ​ປະຊາຊົນ​ເຮົາ​ໃນ​ທົ່ວ​ປະ​ເທດ. ຕາງໜ້າຄະນະ​ບໍລິຫານ​ງານ​ສູູກາງ​ພັກ, ຂ້າພະ​ເຈົ້າ​ຂໍ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຢ່າງ​ສຸດ​ອົກ​ສຸດ​ໃຈ, ຊົມ​ເຊີຍ​ບັນດາ​ທ່ານ​ແຂກຜູ້​ມີ​ກຽດ, ຊົນ​ເຊີຍບັນດາທ່ານ​ຜູ້​ແທນພັວກວ່າຄົນ​ທີ່​ມາ​ຈາກທົ່ວ​ປະ​ເທດ​ ​ເພື່ອ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ ຢູ່​ນະ​ຄອນຫຼວງ​ທີ່ສີວິ​ໄລ​ແຫ່ງ​ນີ້. ຜ່ານ​ບັນດາ​ທ່ານ​ຜູ້​ແທນ ບັນດາ​ທ່ານ​ຜູ້​ອາວຸ​ໂສ ​ແລະ ​ບັນດາ​ສະຫາຍ, ຂ້າພະ​ເຈົ້າ​ຂໍ​ຝາກ​ຄວາມ​ຮັກ​ແພງແລະ​ຄຳ​ອວຍ​ໄຊ​ໃຫ້​ພອນອັນ​ປະ​ເສີດຂອງຄະນະ​ບໍລິຫານ​ງານ​ສູນກາງ​ພັກກອມ​ມູນິດ​ຫວຽດນາມ ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດທຸກ​ຖ້ວນ​ໜ້າ.

​ໃນ​ບັນຍາກາດ​ມ່ວນ​ຊື່ນ​ຂອງ​ງານ​ມະ​ໂຫລານ​ວັນ​ນີ້, ພວກ​ເຮົາ​ສະ​ທົກ​ສະ​ເທືອ​ນ​ໃຈ​ຄິດ​ຮອດຄິດ​ເຖິງ​ທ່ານ​ປະທານ​ໂຮ່ຈີ​ມິນທີ່​ເຄົາລົບ​ຮັກ​ດ້ວຍ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ - ຜູ້​ທີ່ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ - ບໍ່​ເກີດ​ແຫ່ງ​ກຳລັງ​​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ຊາດ. ທ່ານ​ປະທານ​ໂຮ່ຈີ​ມິນ ​ແມ່ນ​ນັກ​ແນວ​ຄິດ​ໃຫຍ່, ນັກ​ຍຸດ​ທະ​ສາດ​ທີ່​ອັດ​ສະ​ລິ​ຍະ, ນັກ​ຈັດ​ຕັ້ງ​ທີ່​ຍິ່ງ​ໃຫຍ່, ​ເປັນ​ຜູ້​ກໍ່​ຕັ້ງ ​ແລະ ​ເປັນ​ຍອດ​ຫົວ​ໃຈ​ຂອງ​ແນວ​ໂຮມ​ແຫ່ງ​ຊາດ​ເປັນ​ເອກະ​ພາບ​ຫວຽດນາມ.

ພັກກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງແນວ​ໂຮມ​ປະ​ເທດຊາດຫວຽດນາມ ​ແລະ ຮູ້ສຶກ​ດີ​ອົກ​ດີ​ໃຈ​ທີ່​ສຸດ​ຕໍ່​ການ​ຂະຫຍາຍຕົວ ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ແນວ​ໂຮມ - ຮູບ​ພາບ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ຊຶ່ງ​ເປັນ​ປັດ​ໃຈ​ຕັດສິນ​ໄຊ​ຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ.

​ໃນຫ້າ​ປີ​ທີ່​ຜ່ານ​ມາ, ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ແລະ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງແນວ​ໂຮມ​ແຫ່ງ​ຊາດ​ເປັນ​ເອກະ​ພາບ​ຫວຽດນາມ​ໃນ​ຕະຫຼອດ​ເວລາ 80 ກວ່າ​ປີ, ຜ່ານ​ບັນດາ​ສະ​ໄໝ​ການ​ປະຕິວັດ, ແນວ​ໂຮມ​ປະເທດຊາດຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ VII ຂອງ​ແນວ​ໂຮມຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ຊາດ. ສ່ວນ​ປະກອບ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ແນວ​ໂຮມ​ແມ່ນ ​ໄດ້​ອອກ​ແຮງ​ເຄື່ອນ​ໄຫວປະກອບສ່ວນ​​ເປີດ​ກວ້າງ ປັບປຸງກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ອ້ອມ​ຂ້າງພັກກອມ​ມູນິດ​ຫວຽດນາມ, ສ້າງ​ເປັນ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ໃຫ້ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ​ແນວ​ໂຮມ​ໄດ້​ສາມັກຄີ ​ເຕົ້າ​ໂຮມ​ກຳລັງ ​ແລະ ກໍ່ສ້າງກຸ່ມກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ ຊຶ່ງ​ບໍ່​ພຽງ​ແຕ່​ດ້ວຍ​ວຽກ​ງານ​ໂຄສະນາ ຂະຫຍາຍ​ການຈັດ​ຕັ້ງ​ເທົ່າ​ນັ້ນ ຫາກຍັງ​ໄດ້​ຜ່ານ​ບັນດາ​ຂະ​ບວນການ​ຮັກ​ຊາດ​ອັນ​ກວ້າງຂວາງ ​ແລະ​ການ​ຂົນຂວາຍ​ຕົວ​ຈິງ​ຫຼາຍ​ຂະ​ບວນການ ທີ່ມີ​​ແຮງດຶງ​ດູດ​ເຕົ້າ​ໂຮມ​ບັນດາ​ຊັ້ນວັນນະ​ປະຊາຊົນ​ເຂົ້າ​ສູ່​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ​ໃຫ້​ສຳ​ເລັດ​ມີ​ໄຊ ​ແລະ ​ເບິ່ງ​ແຍງ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຂະ​ບວນການ​ທີ່​ພົ້ນ​ເດັ່ນ​ແມ່ນ​ບັນດາ​ບັ້ນ​ຂົນຂວາຍ: “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດວັດທະນະທຳຢູ່​ຄຸ້ມຊຸມ​ຊົນ​”, “​ເພື່ອ​ຜູ້​ທຸກ​ຍາກ”, “ຄົນ​ຫວຽດນາມ​ນິຍົມ​ໃຊ້​ສິນຄ້າ​ຫວຽດນາມ”,...

​ແນວ​ໂຮມ​ໄດ້​ຕັ້ງໜ້າ​ຂົນ​ຂວາຍປະຊາຊົນ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ໂດຍ​ກົງ​ໃນ​ວຽກ​ງານ​ຕ່າງໆ​ຢູ່​ທ້ອງ​ຖິ່ນ, ພ້ອມ​ກັນ​ນັ້ນ​ກໍ​ປະກອບ​ຄວາມ​ຄິດ​ເຫັນ​ເພື່ອກໍ່ສ້າງ​ພັກ ກໍ່ສ້າງ​ອຳນາດ​ການ​ປົກຄອງ ຊຶ່ງ​ກວມ​ທັງ​ການ​ເຂົ້າ​ຮ່ວ​ມກໍ່ສ້າງ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ ​ແລະ​ລັດ, ຕິດຕາມ​ກວດກາ ຕິ​ຊົມ​ຄະນະ​ພັກ, ພະນັກງານ ສະມາຊິກ​ພັກ. ພິ​ເສດ, ​ແນວ​ໂຮມ​ໄດ້​ເຮັດ​ເປັນ​ຢ່າງ​ດີວຽກ​ງານ​ການຂົນຂວາຍ ຈັດ​ຕັ້ງ​ປະຊາຊົນ​ປະຕິບັດ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII ​ແລະ ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນຂັ້ນ​ຕ່າງໆ​ ສະ​ໄໝ 2011 – 2016 ຢ່າງ​ສຳ​ເລັດ​ມີ​ໄຊ. ​ແນວ​ໂຮມແລະ​ບັນດາອົງ​ການພາກສ່ວນ​ໄດ້​ຕັ້ງໜ້າ​ພະຍາຍາມ​ໂຄສະນາ ຂົນ​ຂວາ​ຍປະຕິບັດ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ຮັບ​ຟັງ ລວບ​ລວມຄຳ​​ເໜີ​ແນະ ​ແລະ ຄວາມ​ປາຖະໜາ​ຂອງ​ປະຊາຊົນ ​ເພື່ອ​ສ່ອງ​ແສງ​ໃຫ້​ພັກ ​ແລະ​ລັດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ບັນຫາ​ສຳຄັນ​ ກ່ຽວ​ກັບການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ພັດທະນາ​ເສດຖະກິດ ວັດທະນະທຳ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,... ປະກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສັງຄົມ ​ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີ​ທົ່ວປວງ​ຊົນ.

ແນວ​ໂຮມ​ປະເທດຊາດກໍ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ, ຫັນ​ລົງ​ສູ່​ພື້ນຖານ​ຢ່າງ​ແຂງ​ແຮງ. ບັນດາ​ຄະນະ​ປະຕິບັດ​ງານ​ແນວ​ໂຮມ​ຢູ່ຄຸ້ມ​ບ້ານ ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ວຽກງານ​ຂົນຂວາຍ​ປະຊາຊົນ ​ແລະ ​​ເປັນຂອດ​ເຊື່ອມ​ສຳພັນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ. ບົດບາດ​ເປັນ​ເຈົ້າ​ການ​ຂອງ​ແນວ​ໂຮມ​​ໃນ​ການ​ກໍ່ສ້າງ​ລະບຽບ​ການ, ສ້າງ​ໂຄງການປະສານ​ສົມທົບ​ກັບ​ອຳນາດ​ການ​ປົກ​ຄອງ ​ແລະ ບັນດາ​ອົງການພາກສ່ວນນັ້ນ ໄດ້​ຊ່ວຍ​ໃຫ້​ຄະນະ​ພັກແລະອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ຖອດ​ຖອນ​​ໄດ້ບົດຮຽນ​ທີ່​ດີ​ຫຼາຍ​ບົດ​ໃນ​ການຊີ້​ນຳ​ນຳພາ. ບັນດາ​ອົງການ​ພາກສ່ວນ​ຂອງ​ແນວ​ໂຮມ​ໄດ້​ປຸກລະດົມ ​ແລະ ​ເສີມ​ຂະຫຍາຍ​ລັກສະນະ​ປະດິດ​ສ້າງ​ຂອງ​ສະມາຊິກ ​ໃນ​ການ​ກໍ່ສ້າງ​ບັນດາ​ຕົວ​ແບບ​ປະຊາຊົນ​ຄຸ້ມ​ຄອງ​ດ້ວຍ​ຕົນ​ເອງ, ຮັກສາ​ຄວາມ​ສະຫງົບ​ເປັນລະບຽບ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຂະຫຍາຍ​ວັດທະນະທຳ, ສົ່ງ​ເສີມ​ການ​ສຶກສາ, ​ເບິ່ງ​ແຍງ​ດູ​ແລ​ຜູ້​ຕົກທຸກ​ໄດ້​ຍາກ,... ແນວໂຮມປະເທດຊາດຫວຽດນາມ ​ໄດ້​ກາຍ​ເປັນ​ຫຼັງຄາ​ເຮືອນ​ຮ່ວມ​ທີ່​ແທ້​ຈິງ ​ເພື່​ອໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ທຸກ​ຊົນ​ເຜົ່າ, ທຸກ​ສາສະໜາ, ທຸກ​ໄວ​ຮຸ້ນ ​ແລະ ພີ່ນ້ອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ ມານະ​ຈິດ ສະຕິ​ປັນຍາ ​ແລະ ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສ້າງສາ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເຂົ້າຮ່ວມ​ການ​ກໍ່ສ້າງ​​ໃຫ້ພັກ​ແລະ​ອຳນາດ​ການ​ປົກຄອງ​ໝັ້ນຄົງ​ເຂັ້​ມ​ແຂງ, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບບັນດາປະ​ເທດ​ໃນ​ໂລກ.

ດ້ວຍ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ, ແນວໂຮມປະເທດຊາດສືບ​ຕໍ່​ສົມ​ກັບ​ເປັນ​ຜູ້ຕາງໜ້າ​ຂອງ​ປະຊາຊົນ, ​ເປັນ​ພື້ນ​ຖານການ​ເມືອງຂອງ​ອຳນາດ​ການ​ປົກຄອງ, ​ເປັນ​ອົງການ​ຈັດ​ຕັ້ງ​ຫຼັກ​ແຫຼ່ງ​ໃນ​ລະບົບ​ການ​ເມືອງ​ຢູ່​ປະ​ເທດ​ເຮົາ; ​ແລະ​ແນວ​ໂຮມ​ປະ​ເທດ​ຊາດ​ກໍ່​ສົມ​ກຽດ​ໄດ້​ຮັບ​ຫຼຽນ​ໄຊ​ດາວ​ຄຳ (ຄັ້ງ​ທີສອງ) ​ໂດຍ​ພັກ​ແລະ​ລັດ​ປະດັບ​ໃຫ້​ໃນ​ໂອ​ກາດສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງແນວໂຮມປະເທດຊາດຄົບຮອບ 80 ປີ (1930-2010).

ຕາງໜ້າຄະນະ​ບໍລິຫານ​ງານ​ສູນກາງ​ພັກ, ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຊົມ​ເຊີນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​​ຜົນສຳ​ເລັດ​ຕ່າງໆ​ ທີ່ແນວໂຮມປະເທດຊາດຂັ້ນ​ຕ່າງໆ​ຍາດ​ມາ​ໄດ້; ສະ​ແດງ​ຄວາມ​​ນັບຖືຂອບໃຈຢ່າງສູງຕໍ່ປະຊາຊົນ​ທົ່ວ​ປະ​ເທດ ​ທີ່​ໄດ້​ເຊີດ​ຊູ​ນ້ຳ​ໃຈ​ຮັກ​ຊາດ, ສາມັກຄີກັນ, ຕອບ​ສະໜອງ​ສະໜັບສະໜູນ ​ແລະ ພະຍາຍາມປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ ຂອງ​ພັກແລະ​ລັດ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ອັນ​ສຳຄັນ​ຕ່າງໆ​ ຂອງ​ປະ​ເທດ​ເຮົາ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

​ແຕ່​ກໍ່​ຕ້ອງ​ຮັບ​ຮູ້​ຢ່າງ​ຈິງ​ໃຈ​ວ່າ, ວຽກ​ງານ​ແນວ​ໂຮມ​ກໍ່​ຍັງ​ມີ​ຂໍ້​ຈຳກັດ, ມີ​ດ້ານ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ​ແບບ​ວິທີ​ການ​ຂົນຂວາຍ ​ເຕົ້າ​ໂຮມ ກໍ່ສ້າງ​ກຸ່ມກ້ອມ​ສາມັກ​ຄີ​ທົ່ວປວງ​ຊົນ​ຍັງ​ບໍ່​ທັນ​ກັບຄວາມ​ຕ້ອງການ​ໃໝ່; ​ແນວ​ໂຮມ​ຍັງ​ບໍ່​ທັນ​ສົມທົບ​ຢ່າງ​ເປັນ​ປະຈຳ ​ແລະ ຂາດ​ກົນ​ໄກ​ສົມທົບ​ກັບ​ບັນດາ​ອົງການ​ພາກສ່ວນ ​ໃນ​ການ​ເກັບ​ກຳ ​ແລະ​ສ່ອງ​ແສງ​ແນວ​ຄິດ​ຈິດ​ໃຈ ຄວາມ​ປາຖະໜາ​ຂອງ​ປະຊາຊົນ; ບັ້ນ​ຂົນຂວາຍ, ຂະ​ບວນການ​ແຂ່ງຂັນ​ຢູ່​ບາງ​ແຫ່ງ​ຍັງ​ມີ​ລັກສະນະ​ຮູບ​ການ, ບໍ່​ມີ​ປະສິດທິ​ຜົນ; ບົດ​ບາດເປັນ​ຜູ້ຕາງໜ້າ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ ​ແລະ ຕິດຕາມ​ກວດກາ, ຕິ​ຊົມ​ສັງຄົມ​ຂອງ​ແນວ​ໂຮມ​ຍັງ​ຖືກ​ຈຳກັດ. ການຈັດ​ຕັ້ງ​ກົງຈັກ​ຂ​ອງ​ຄະນະ​ກຳມະການ​ແນວ​ໂຮມ​ຂັ້ນ​ຕ່າງໆ ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ຊ້າ​ເກີນ​ຄວນ; ການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ເຄື່ອນ​ໄຫວກໍ່​ພົບ​ຄວາມ​ຫຍຸ້ຍາກ; ການ​ແກ້​​ໄຂຜ່ານ​ຜ່າ​ສະພາບ​ການ​ບໍລິຫານ​ອາດຍາ​ສິດ​ກໍ່​ຍັງ​ບໍ່​ໄດ້​ຮັບ​ຜົນ.

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ​ໄດ້​ວາງ​ທິດ​ທາງ ໜ້າ​ທີ່​ຂອງ​ການ​ປະຕິວັດ​ຂອງ​ປະ​ເທດ​ເຮົາ​ໃນ​ເວລາ​ຕໍ່ໜ້າ​ຄື​ດັ່ງນີ້: “ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ​ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ, ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ; ກໍ່ສ້າງ​ໃຫ້​ລະບົບ​ການ​ເມືອງ​ປອດ​ໃສຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ພັດທະນາ​ເສດຖະກິດ​ຢ່າງ​ໄວວາ ໝັ້ນ​ທ່ຽງ; ຍົກ​ສູງ​ຊີວິດ​ດ້ານ​ວັດຖຸແລະຈິດ​ໃຈຂອງ​ປະຊາຊົນ; ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວດ້ານ​ການ​ຕ່າງປະ​ເທດ; ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ; ສ້າງ​ພື້ນຖານ​ເພື່ອ​ເຖິງ​ປີ 2020 ປະ​ເທດ​ເຮົາ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ”. ຕໍ່​ກັບ​ແນວ​ໂຮມ, ພັກ​ເຮົາ​ກຳນົດ​ວ່າ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ເປັນ​ພື້ນຖານ​ການ​ເມືອງ​ຂອງ​ອຳນາດ​ການ​ປົກຄອງ​ປະຊາຊົນ; ​ເປັນ​ຜູ້ຕາງໜ້າ ປົກ​ປັກ​ຮັກສາ​ສິດ ​ແລະ ​ຜົນ​ປະ​ໂຫຍ​ດທີ່ຖືກກົດໝາຍ ຊອບ​ທຳ​ຂອງ​ປະຊາຊົນ; ​ເຕົ້າ​ໂຮມ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ປະຕິບັດ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດິ​ເຫັນ​ພ້ອມ​ສັງຄົມ; ຕິດຕາມ​ກວດກາ, ຕິ​ຊົມ​ສັງຄົມ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ-ລັດ, ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ, ປະກອບສ່ວນ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ກຳມະການ​ສູນ​ກາງແນວໂຮມປະເທດຊາດຫວຽດນາມ ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໄດ້​ຊາບ​ຊືມຢ່າງ​ເລິກ​ເຊິ່ງບັນດາ​ແນວ​ຄິດ, ທັດສະນະ​ທິ່ລະບຸ​ໄວ້​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ໃນ​ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ ​ແລະ ​ໄດ້​ຕິດ​ແໜ້ນກັບພາກ​ພຶດຕິ​ກຳ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ ​ເພື່ອ​ຕີ​ລາຄາ​ສະພາບ​ການ​ຢ່າງ​ຖືກຕ້ອງ, ວາງ​ທິດ​ທາງ ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ທີ່​ແທດ​ເໝາະ​ຕົວ​ຈິງ ​ໃຫ້​ແກ່​ສະ​ໄໝ 2014 - 2019. ຂ້າພະ​ເຈົ້າ​ຂໍ​ເນັ້ນ​ໜັກ​ຕື່ມ​ອີກ​ບາງ​ບັນຫາ​ເພື່ອ​ໃຫ້​ກອງ​ປະຊຸມ​ໃຫຍ່​ປຶກສາ​ພິຈາລະນາ, ຕັດສິນ​ຕົກລົງ.

1- ຕາມ​ຂ້າພະ​ເຈົ້າ, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ທີ່​ປົກ​ຄຸມ ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ແນວໂຮມປະເທດຊາດໃນ​ຊຸມ​ປີ​ຕໍ່ໜ້າ​ແມ່ນ ສືບ​ຕໍ່​ກໍ່ສ້າງ​ແລະ​ເພີ່ມ​ທະວີ​ກຸ່ມ​ກ້ອນມະຫາສາມັກຄີ​ທົ່ວ​ປວງ​ຊົນ, ​ເຕົ້າ​ໂຮມ​ປະຊາຊົນທຸກ​ຊັ້ນ​ຄົນຢ່າງ​ກວ້າງຂວາງ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ຢ່າງ​ສູງ​ ທາງ​ດ້ານ​ແນວ​ຄິດ ​ແລະ ການ​ກະທຳ, ສູ້​ຊົນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ, ຫັນ​ໄປ​ສູ່​ຈຸດໝາຍ​ລວມຄື  ຮັກສາ​ເອກະລາດ ອຳນາດ​ອະທິປ​ະ​ໄຕ​​ແຫ່ງ​ຊາດໄວ້​ຢ່າງ​ໝັ້ນຄົງ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ, ກໍ່ສ້າງ​ໃຫ້​ປະ​ເທດ​ຊາດ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ​ແລະສີວິ​ໄລ; ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ອິ່ມໜຳສຳລານ ສົມບູນ​ພູມ​ສຸກ.

ພຶດຕິ​ກຳ​ໄດ້​ອະນຸຍາດ​ໃຫ້ພວກ​ເຮົາຖອດ​ຖອນ​ບົດຮຽນ​ອັນ​ເລິກ​ເຊິ່ງທີ່​ມີ​ລັກສະນະ​ກົດ​ເກນ​ອອກ​ມາ ນັ້ນ​ຄື: ບໍ່​ວ່າ​ວຽກ​ງານ​​ໃດ, ​ເຖິງ​ວ່າ​ໃຫຍ່​ຫຼື​ນ້ອຍ, ຢາກ​ປະຕິບັດ​ມັນໄດ້​ຢ່າງ​ສຳ​ເລັດ​ຜົນ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ສາມັກຄີ, ຕ້ອງ​ມີ​ຄວາມ​ຮ່ວມ​ແຮງ​ຮ່ວມ​​ໃຈ​ກັນ, ພາຍ​ໃນ​ເປັນ​ເອກະ​ສັນ​ກັນ, ສັງ​ຄົມ​ເຫັນ​ດີ​ເພັນ​ພ້ອມ​ກັນ; ການ​ປະຕິວັດ​ຢາກ​ກ້າວ​ຂຶ້ນ​ໄດ້​ຍິ່ງ​ຕ້ອງ​ກໍ່ສ້າງຄວາມ​ສາມັກຄີ​ອັນ​ໝັ້ນຄົງ​ໜັກ​ແໜ້ນ. ​​ໃນເວລາ​ນີ້, ພວກ​ເຮົາ​ກຳລັງ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່, ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ສະດວກ​ດີ​ຫຼາຍ​ປະການ, ​ແຕ່​ກໍ່​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ຍ້ອນ​ວ່າ​ນີ້​ແມ່ນ​ພາລະກິດ​ໃໝ່ ທີ່​ບໍ່ເຄີ​ຍມີ​ມາ​ແຕ່​ກ່ອນ, ​ເຮັດ​ໃຫ້​ມີ​ການ​ປ່ຽນ​ປິ້ນ​ໃນ​ຄວາມ​ຄິດ ​ແບບ​ດຳລົງ​ຊີວິດ​ແລະ​​ໃນ​ວິທີ​ດຳ​ເນີນ​ງານ, ຊ້ຳພັດ​ຍັງຖືກ​ກະທົບ​ຍ້ອນ​ການ​ຕ້ານ​ຢັນ​ທຳລາຍ​ຢ່າງ​ຂຸ້ນຂ້ຽວ​ຂອງ​ບັນດາ​ອິດ​ທິກຳລັງ​ສັດ​ຕູ. ​ເພາະສະ​ນັ້ນ, ກວ່າ​ເວລາ​ໃດໝົດ, ພວກ​ເຮົາ​ຍິ່ງ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ​ເປັນ​ເອກະສັນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປວງ​ຊົນ​ທັງ​ຊາດ​ຕາມ​ແນວ​ຄິດ​ໂຮ່ຈີ​ມິນ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

ແນວໂຮມປະເທດຊາດ​ແມ່ນ​ຮູບ​ພາບ​ອັນ​ມີ​ຊີວິດ​ຊີວາ​ຂອງ​ກຸ່ມ​ກ້ອນ​ມະຫາສາມັກຄີ​ທົ່ວ​ປວງ​ຊົນ. ​ແນວ​ໂຮມ​ຕ້ອງ​ປຸກລະດົມ ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ຊົນ​ຊັ້ນ​ຊາວນາ ຖັນ​ແຖວ​ປັນຍາ​ຊົນ ​ແລະ ວົງ​ການ​ນັກທຸລະກິດ​ ໃຫ້​ໄດ້​ດີກ​ວ່າ​ອີກ, ​ເພີ່ມ​ທະວີ​ກຸ່ມ​ສຳພັນ​ທະ​ພາບ​ກຳມະກອນ - ຊາວນາ - ປັນຍາ​ຊົນຢ່າງບໍ່​ຢຸດ​ຢັ້ງ ​ເພື່ອ​ເປັນ​ຮາກ​ຖານ​ໃຫ້​ແກ່​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທ່ົວປວງ​ຊົນ. ພ້ອມ​ກັນ​ນັ້ນ, ຍົກ​ສູງ​ບົດບາດ​ຂອງ​ບັນດາ​ບຸກຄົນ​ຜູ້ດີ​ເດັ່ນ​ໃນ​ບັນດາວົງ​ການ, ​ໃນບັນດາ​ຊົນ​ເຜົ່າ ສາສະໜາ, ​ໃນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ​ເອົາ​ໃຈ​ໃສ່​ເຖິງ​​ແນວ​ຄິດ​ຈິດ​ໃຈ ຄວາມ​ປາຖະໜາ ​ແລະ ຜົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ແຕ່​ລະ​ຊັ້ນ​ຄົນ​ປະຊາຊົນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ປະຊາຊົນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ລວ​ມ. ​ແນວ​ໂຮມ​ຄວນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ແລກປ່ຽນ​ປຶກສາ​ຫາລື​ກັນ​ດ້ວຍ​ຄວາມ​ຮັກ​ແພງ, ຮັບປະກັນ​ຄວາມ​ສະ​ເໝີ​ພາບ ​ເຄົາລົບ​ນັບຖື​ກັນ ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ; ລົບ​ລ້າງ​ຄວາມ​ອະຄະຕິ ​ແນວ​ຄິດ​ຕາຍ​ຕົວ​ກ່ຽວ​ກັບ​ອະດີດຕະການ ​ແລະ ພາກສ່ວນ​ຊົນ​ຊັ້ນ; ຍອມຮັບ​ຄວາມ​ແຕກ​ຕ່າງ​ກັນ​ຕ່າງໆ​ທີ່​ບໍ່​ຝືນ​ກັບ​ຜົນ​ປະ​ໂຫຍ​ດລວມຂອງ​ຊາດ; ​ເຮັດ​ຄື​ແນວ​ໃດ​ໃຫ້​ແນວ​ໂຮມ​ຂັ້ນ​ຕ່າງໆກາຍ​ເປັນ​ໃຈກາງທີ່​ແທ້​ຈິງ​ຂອງ​ຄວາມ​ສາມັກຄີ ​ເຕົ້າ​ໂຮມ​ທຸກ​ກຳລັງ​ສັງຄົມ, ​ເປັນ​ບ່ອນ​ທີ່​ທຸກ​ຄົນ​ອາດ​ຈະ​ເວົ້າ​ຄຳ​ເວົ້າ ຄວາມ​ຄິດ ຄວາມ​ປາຖະໜາ​ຂອງ​ຕົນ, ປະກອບ​ສະຕິ​ປັນຍາ ​ເຫື່ອ​ແຮງ​ຂອງ​ຕົນ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

2- ພວກ​ເຮົາ​ລ້ວນ​ແຕ່​ຮູ້​ວ່າ ພັດທະນາ​​ເສດຖະກິດ - ສັງຄົມ​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງທີ່​ສຳຄັນ​ທີ່​ສຸດ. ແນວໂຮມປະເທດຊາດ ຄວນ​ສືບ​ຕໍ່​ຖື​ບົດບາດ​ເປັນ​ແກ່ນສານ​ໃນ​ການ​ຂົນຂວາຍ ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ນີ້​ຢ່າງ​ກວ້າງຂວາງ ​ແລະ​ມີ​ປະສິດທິ​ຜົນ. ສືບ​ຕໍ່ດຳ​ເນີນປະຕິບັດ​ເປັນ​ຢ່າງ​ດີ​ບັນດາບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກັນກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ຄຸ້ມ​ຊຸມ​ຊົນ”, “ກໍ່ສ້າງ​ຊົນນະບົດ​ໃໝ່” ​ແລະ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ສົ່ງ​ເສີມ​ໃຫ້​ທຸກ​ຄົນ ທຸກ​ພາກສ່ວນ​ເສດຖະກິດຕັ້ງໜ້າ​ປະກອບສະຕິ​ປັນຍາ ຊັບ​ສິນ​ເງິນ​ທອງ ​ເຫື່ອ​ແຮງ ​ເພື່ອ​ພັດທະນາ​ເສດຖະກິດ, ສ້າງ​ຄວາມຮັ່ງມີ​ອັນ​ຊອບ​ທຳ​ໃຫ້​ແກ່​ຕົນ​ເອງ​ແລະ​ຄອບຄົວ, ພ້ອມ​ນັ້ນ​ກໍ່​ເຊີດ​ຊູ​ລັກສະນະ​ປະຊາ​ຄົມ ​ແລະ​ມູນ​ເຊື້ອ​ແຫ່ງ​ຄວາມ​ເມດ​ຕາ, ​ເຂົ້າ​ຮ່ວມ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​ດູ​ແລຊີວິດ​ຂອງ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ, ​ເຮັດ​ການ​ກຸສົນ ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ທຸກ​ຍາກ ຄອບຄົວ​ແລະ​ບຸກຄົນທີ່​ພົບ​ຄວາມ​ຫຍຸ້ງຍາກ, ຊ່ວຍ​ເຫຼືອ​ກັນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ. ຂົນຂວາຍ​ປະຊາຊົນ​ປະຕິບັດ​ການ​ປະຢັດ, ສ້າງ​ແຫຼ່ງພະລັງ​ຕື່ມ​ອີກ​ເພື່ອ​ລົງທຶນ​ກໍ່ສ້າງ​ກິດຈະການ​ຕ່າງໆ ​ເປີດ​ກວ້າງ​ແລະ​ພັດທະນາ​ການ​ຜະລິດ ທຸລະ​ກິ​ດ, ປະຕິບັດ​​ແຜນ​ນະ​ໂຍບາຍ​ເຕີບ​ໂຕ​ເສດຖະກິດ​ໃຫ້ສຳເລັດຜົນ ​ໄປ​ຄຽງ​ຄູ່​ກັບ​ພັດທະ​ນາ​ວັດທະນະທຳ, ຮັບປະກັນ​ຄວາມ​ກ້າວໜ້າ ​ແລະ ຍຸດຕິ​ທຳ​ສັງຄົມ.

ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄມ​ໝທີ XI ວ່າ​ດ້ວຍ​ການ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ​, ຄົນຫວຽດນາມ​ ຢ່າງ​ມີ​ປະສິດທິ​ຜົນ; ​ໃນ​ນັ້ນ​ມີ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ຄື ຕ້ອງ​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂ​ງ​ແຮງ​ໃນ​ການ​ກໍ່ສ້າງ​ຄົນ​ຫວຽດນາມ​ ​ໃຫ້​ເປັນ​ຄົນ​ທີ່ພັດ​ທະນາຮອບດ້ານ ມີ​ຄຸນສົມບັດ ມີ​ບຸກຄະ​ລິກລັກສະນະ​ດີ; ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ທີ່​ສົດ​ໃສ. ຮັກສາແລະ​ເສີມຂະ​ກຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ມູນ​ເຊື້ອ, ລົບ​ລ້າງ​ຄວາມ​ຊິນ​ເຄີຍແລະປະ​ເພນີ​ທີ່​ຫຼ້າ​ຫຼັງ; ກໍ່ສ້າງ, ​ເພີ່ມ​ພູນ​ຄູນ​ສ້າງ​ບັນດາ​ຄຸນຄ່າ​ວັດທະນະທຳ​ໃໝ່​ທີ່​ກ້າວໜ້າ ທັນ​ສະ​​ໄໝ, ສອດຄ່ອງ​ກັບ​ສິສັນ​​ແຫ່ງ​ຊາດ. ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້ແນວໂຮມປະເທດຊາດສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຂະ​ແໜງ​ການ ​ແລະ​ບັນດາ​ອົງກາ​ນພາລະ​ບົດບາດ ຍູ້​ແຮງ​ການ​ຂົນຂວາຍ​ກໍ່ສ້າງ​ສັງຄົມ​ຮ່ຳຮຽນ, ຄອບຄົວ​ວັດທະນະທຳ, ​ແບບ​ແຜນ​ດຳລົງ​ຊີວິດອາລະຍະ​ທຳ, ​ເຮັດ​ໃຫ້​ແບບ​ດຳລົງ​ຊີວິດ​ມີ​ວັດທະນະທຳ ຊືມ​ເລິກ​ເຂົ້າ​ໄປ​ໃນ​ແຕ່ລະ​ເຂດ​ຊຸມ​ຊົນ ​ແຕ່​ລະ​ຄອບຄົວ, ​ໃນ​ປະຊາຊົນແຕ່ລະຄົນ, ​ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມ ​ເຍົາວະ​ຊົນ, ​ແລະ ​ໄດ້​ສະ​ແດງ​ອອກ​ຢູ່​ທົ່ວ​ທຸກ​ແຫ່ງ ​ໃນ​ທຸກ​ເວລາ. ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ກໍ່ສ້າງ​ສະຕິ​ປະຕິບັດຕາມກົດໝາຍ ລະບຽບ​ວິ​ໄນ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍສາທາ​ລະນະ, ຮັກສາ​ອະນາ​ໄມ​ສິ່ງ​ແວດລ້ອນ, ກໍ່ສ້າງແບບ​ແຜນ​ສີວິ​ໄລ​ໃນ​ການ​ແຕ່ງດອງ, ງານ​ບຸນ, ງານ​ສົບ. ​ເດັດດ່ຽວ​ຕຳ​ໜິວິຈານ, ກ່າວ​ປະນາມຕໍ່​ສິ່ງ​ລາມົກ​ອະນາຈານ, ​ໄພ​ສັງຄົມ, ການດຳລົງ​ຊີວິດ​ແບບຊອດ​ກະ​ຈາ, ​ເອົາ​ຕາມ​ແບບຕ່າງປະ​ເທດ​ໂດຍ​ບໍ່​ມີ​ການ​ຄັດ​ເລືອ​ກ; ຕໍ່ສູ້​ກັບ​ບັນດາ​ການ​ກະທຳ​ທີ່​ໄຮ້​ວັດທະນະທຳ ຝືນ​ວັດທະນະທຳ.

3- ດ້ວຍ​ບົດບາດ​ເປັນ​ສຳພັນ​ທະ​ພາບ​ດ້ານ​ການ​ເມືອງ, ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ກວ້າງຂວາງ​ຂອງ​ປະຊາຊົນ, ​ເປັນ​ພື້ນຖານ​ການ​ເມືອງ​ ຂອງ​ອຳນາດ​ການ​ປົກຄອງ, ແນວໂຮມປະເທດຊາດຄວນສືບ​ຕໍ່​ຂົນຂວາຍ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ, ປັບປຸງ​ໃຫ້​ລະບົບ​ການ​ເມືອງ​ນັບ​ມື້​ນັບ​ໝັ້ນຄົງ​​ເຂັ້ມ​ແຂງ. ປະຕິບັດ​ພາລະ​ບົດບາດ​ຂອງ​ຕົນ​ໃຫ້​ດີກ​ວ່າ​ອີກ ​ໃນ​ການ​ຕິດຕາມ​ກວດກາແລະຕິ​ຊົມ​ສັງຄົມ ຕໍ່​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ອົງການ​ອຳນາດ​ການ​ປົກຄອງ, ກວມ​ທັງ​ການ​ຕິດຕາມ​ກວດກາ​ພະນັກງານ ສະມາຊິກ​ພັກ, ສະ​ມາ​ຊິກ​ຜູ້​ແທນ​ທີ່​ປະຊາຊົນ​ເລືອ​ກຕັ້ງ​ຂຶ້ນ, ຂ້າ​ລັດຖະການ ລັດຖະກອນ​ຂອງ​ອົງການ​ລັດ​ຂັ້ນ​ຕ່າງໆ; ຕັ້ງໜ້າ​ເຂົ້າ​ຮ່ວມການ​ຕ້ານພະຍາດ​ອາດຍາ​ສິດ ການສໍ້ລາດ​ບັງ​ຫຼວງ ​ແລະຄວາມ​ຟຸມ​ເຟືອຍ, ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ພັກ ​ແລະ​ກົງຈັກ​ອຳ​ນາ​ການ​ປົກຄອງ​ຂັ້ນ​ຕ່າງໆ​ ມີ​ຄວາມ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງຢ່າງ​ແທ້​ຈິງ, ​ເປັນ​ຂອງ​ປະຊາຊົນ ​​ແລະ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ. ​ເປັນ​ເຈົ້າ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ພັກ ​ແລະ ລັດ​ ໃນ​ການວາງ​ກຳນົດ​ກົນ​ໄກ ນະ​ໂຍບາຍ, ​ເປັນ​ຜູ້​ຕິ​ຊົມ​ສັງຄົມ​ທີ່​ຫຼັກ​ແຫຼມ ຈິງ​ໃຈ ​ເພື່ອ​ຊ່ວຍ​ໃຫ້​ພັກ​ແລະ​ອຳນາດ​ການ​ປົກຄອງ ​ດັດສົມ​ດ້ວຍ​ຕົນ​ເອງ, ປັບປຸງ​ບູລະນະ​ດ້ວຍ​ຕົນ​ເອງ ​ເພື່ອ​ຊີ້​ນຳ​ນຳພາ​ໄດ້​ດີກ​ວ່າ​ອີກ. ​ໃນ​ປີ​ທີ່​ຜ່ານ​ມາ, ​ເດືອນ​ທັນວາ 2013, ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ປະກາດ​ໃຊ້​ ກົດ​ລະບຽບວ່າ​ດ້ວຍ​ການ​ຕິດຕາມ​ກວດກາ ​ແລະ ຕິ​ຊົມ​ສັງຄົມ ​ຂອງແນວໂຮມປະເທດຊາດຫວຽດນາມ ​ແລະ ບັນດານ​ອົງຄະ​ນະ​ການ​ເມືອງ - ສັງຄົມ ​ແລະ ຂໍ້​ກຳນົດ​ວ່າ​ດ້ວຍ​ການ​ທີ່ແນວໂຮມປະເທດຊາດຫວຽດນາມ, ບັນດາ​ອົງຄະ​ນະ​ການ​ເມືອງ - ສັງຄົມ ​ແລະ​ປະຊາຊົນ ​ເຂົ້າ​ຮ່ວມ​ປະກອບ​ຄວາມ​ຄິດ​ຄວາມ​ມ​ເຫັນ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ. ນີ້​ແມ່ນ​ບັນດາ​ຂໍ້​ກຳນົດ​ອັນ​ພື້ນຖານ ທີ່​ສ້າງ​ເງື່ອນ​ໄຂ​ໃຫ້​ແນວ​ໂຮມ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໃນ​ໄລຍະ​ເວລາ​ຕໍ່ໜ້າ. ຂ້າພະ​ເຈົ້າ​ຫວັງ​ທີ່​ສຸດ ​ແລະ ​ເຊື່ອ​ໝັ້ນ​ວ່າແນວໂຮມປະເທດຊາດຈະ​ເຮັດ​ວຽກ​ງານນີ້​ໄດ້​ເປັນ​ຢ່າງ​ດີ.

4- ແນວໂຮມປະເທດຊາດຫວຽດນາມຄວນ​ສືບຕໍ່ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຕາມ​ທິດ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ຫັນ​ລົງ​ສູ່​ຮາກ​ຖານ, ​ແທດ​ເໝາະ​ຕົວ​ຈິງ ມີ​ປະສິດທິ​ຜົນ​ແທ້ໆ, ຫຼີກ​ລ່ຽງການ​ເຮັດ​ແບບ​ບໍລິຫານ​ຮູບ​ການ. ຂະ​ບວນການ​ຕ່າງ​ໆຄວນ​ເອົາ​ໃຈ​ໃສ່​ຕອບ​ສະໜອງ​ຖືກຕ້ອງ​ຕາມ​ຄວາມ​ປາຖະໜາ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ, ​ແກ້​ໄຂ​ບັນດາ​ບັນຫາ​ອັນ​ຮີບ​ດ່ວນ​ຂອງ​ປະຊາຊົນ; ສາມັກຄີ ​ເຕົ້າ​ໂຮມ​ປະຊາຊົນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ​ແລະລັດ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ຕິດຕາມ​ກວດກາ ​ແລະ ປົກ​ປັກ​ຮັກສາ​ພັກ-ລັດ; ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ສັງຄົມ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ປະຊາຊົນ ກັບ​ພັກ​ແລະ​ລັດ. ຖື​ເປັນ​ສຳຄັນ​ການ​​ເປີດກວ້າງແບບຢ່າງ​ທີ່​ດີ​ເດັ່ນ, ຕຳ​ໜິວິຈານວຽກ​ເຮັດ​ທີ່​ບໍ່​ດີ, ​ແກ້​ໄຂຜ່ານ​ຜ່າ​ລັກສະນະ​ຮູບ​ການ. ຢາກ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ, ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ທີ່​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ຢູ່​ຂັ້ນຕ່າງໆ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ ​ແລະ ​ອົງການ​ຈັດ​ຕັ້ງ​ພາກສ່ວນຕ່າງໆ ຕາມບັນດາ​ກົດ​ລະບຽບ ​ໂຄງການ ​ແຜນການ​ອັນ​ລະອຽດ ​ເພື່ອ​ສ້າງ​ເປັນ​ກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ລວມ. ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແມ່ນພາລະກິດ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ, ​ແຕ່​ແນວ​ໂຮມ​ຖື​ບົດບາດ​ເປັນ​ແກ່ນສານ.

ພັກກອມ​ມູນິດ​ຫວຽດນາມ​ເປັນ​ຜູ້ນຳ​ພາ, ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ພາກສ່ວນທີ່​ສຳຄັນຂອງແນວໂຮມປະເທດຊາດຫວຽດນາມ. ພັກ​ມີໜ້າ​ທີ່​ຮັບຜິດຊອບ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເພື່ອ​ໃຫ້​ແນວ​ໂຮມ​ເຮັດ​ຫຼ້ອນ​ພາລະ​ໜ້າ​ທີ່​ຂອງ​ຕົນ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນດາ​ຄະນະ​ພັກ, ການຈັດ​ຕັ້ງ​ພັກ​ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ ​ໃນ​ການ​ນຳພາ​ແນວ​ໂຮມ​ປະຕິບັດ​ໜ້າ​ທີ່​ຂອງ​ພັກ ​ແລະ​ຂອງ​ຊາດ. ​ແຕ່​ວ່າ, ຢູ່​ບາງ​ບ່ອນ, ຄະນະ​ພັກ, ພະນັກງານ ສະມາຊິກ​ພັກ ຮັບ​ຮູ້​ຍັງ​ບໍ່​ທັນຄົບ​ຖ້ວນແລະ​ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ແນວ​ໂຮມ, ກ່ຽວ​ກັບ​ໜ້າ​ທີ່​ກໍ່ສ້າງກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວປວງ​ຊົນ, ດັ່ງ​ນັ້ນ ວຽກ​ງານ​ແນວ​ໂຮມຈຶ່ງ​ບໍ່​​ໄດ້​ຮັບ​ການເອົາ​ໃຈ​ໃສ່​​​ໃຫ້ຖືກ​ລະດັບ​. ບາງ​ບັນຫາ​ກ່ຽວ​ກັບ​ກົນ​ໄກ ນະ​ໂຍບາຍ​ຕໍ່​ກັບ​ແນວ​ໂຮມກໍ່ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ເໝາະ​ສົມ, ດັ່ງ​ນັ້ນ ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມຈຶ່ງພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

​ໂດຍຊາບ​ຊືມຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ​ບັນດາ​ມະຕິ​ຂອງຄະນະ​ບໍລິຫານ​ງານ​ສູນກາງ​ພັກ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ຄະນະ​ພັກ ​ແລະ ອົງການ​ອຳນາດ​ການ​ປົກຄອງ ຈົ່ງສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ ​ແລະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ກັບແນວ​ໂຮມ, ບູລະນະ​ກົນ​ໄກ​ເຄື່ອນ​ໄຫວ ​ແລະ​ນະ​ໂຍບາຍ​ຕໍ່​ກັບ​ວຽກ​ງານ​ແນວ​ໂຮມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ແນວ​ໂຮມ​ໃນ​ສະພາບ​ການ​ໃໝ່. ບັນດາ​ຄະນະ​ພັກ​ແລະ​ການ​ຈັດ​ຕັ້ງ​ພັກ, ບັນດາ​ອົງການ​ອຳນາດ​ການ​ປົກຄອງ, ພະນັກງານ​ ສະມາຊິກ​ພັກ, ຂ້າ​ລັດຖະການ ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ວາງ​​ໄວ້ໃຫ້​ໄດ້​ເປັນ​ຢ່າງ​ດີ; ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ຮັບ​ຟັງ, ຮ່ຳຮຽນ, ຮັບ​ເອົາ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ຂໍ້ຄົງຄ້າງຂອງ​ປະຊາຊົນ​ໂດຍ​ກົງ, ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃຫ້​ດີ.

ດ້ວຍ​ຄວາມ​ຕັດສິນ​ໃຈ​ໃໝ່, ບັນຍາກາດ​ໃໝ່​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ແນວໂຮມປະເທດຊາດຫວຽດນາມ, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ​ໃນ​ຊຸມ​ປີ​ສະ​ເພາະ​ໜ້າ, ​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງໆ ຈະ​ສືບ​ຕໍ່​ເຄື່ອນ​ໄຫວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ປ່ຽນ​ແປງ​ໃໝ່, ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຕົ້າ​ໂຮມ​ບັນດາ​ຊັ້ນ​ວັນນະ​ປະຊາຊົນ​ນັບ​ມື້​ນັບ​ກວ້າງຂວາງ​ ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ການ​ພົວພັນ​ຕິດ​ແທດ​ແບບ​ເລືອດ​ເນື້ອ​ລະຫວ່າງ​ປະຊາຊົນ ກັບ​ພັກ ​ແລະ ອຳນາດ​ການ​ປົກຄອງ, ສ້າງ​ເປັນ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ສາມັກຄີ, ສາມັກຄີ, ມະຫາ​ສາມັກຄີ,
      ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ​ຢ່າງ​ໃຫຍ່​ຫຼວງ!./.

 

ຂຽນ​ໂດຍ: ຫງວຽນ​ຝູຈ້ອງ
ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງ​ພັກກອມ​ມູນິດ​ຫວຽດນາມ

--------------------------------

* ຫົວ​ຂໍ້​​ໂດ​ຍວາລະສານ​ກອມ​ມູນິດ​ແຕ່ງ.
ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 864 (​ເດືອນ​ຕຸລາ 2014)