ວ.ກ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ຄົບຮອບ 70 ປີ, ວາລະສານ​ກອມ​ມູນິດ ​ຂໍ​ເປັນ​ກຽດ​ແນະນຳ ​ບົດ​ຂຽນ​ຂອງ​ສະ​ຫາຍ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມມູນິດ​ຫວຽດນາມ ທີ່​ມີ​ຫົວ​ຂໍ້: “ການ​ນຳພາ​ຂອງ​ພັກ​ ແມ່ນ​ປັດ​​ໄຈຕັດສີນ ​ທຸກ​ໄຊຊະນະ ​ແລະ ຄວາມ​ເຕີບ​ໃຫຍ່ ຂະຫຍາຍຕົວ ຂອງ​ກອງທັບ​ປະຊາຊົນ ​ຫວຽດນາມ”.

ການສວນສະໜາມພາຍໃຕ້ຄັນທຸງເດັດຂາດມີໄຊ ຂອງສາມກຸ່ມທະຫານກຽດຕິຍົດ: ທະຫານບົກ, ທະຫານປ້ອງກັນອາກາດ-ທະຫານອາກາດ ແລະ ທະຫານເຮືອ ກອງທັບປະຊາຊົນຫວຽດນາມ (ພາບ: TTXVN)

“​ໃນ​ຕະຫຼອດ 70 ປີ​ແຫ່ງ​ການ​ກໍ່​ຕັ້ງ ສູ້​ຮົບ ​ແລະ ​ເຕີບ​ໃຫຍ່​ເຂັ້ມ​ແຂງ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມມູນິດ​ຫວຽດນາມ, ກອງທັບ​ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ສະ​ແດງ​ເຖິງ​ຄວາມ​ຈົງ​ຮັກ​ພັກດີ​ເດັດ​ຖານ ​ຕໍ່​ກັບ​ພາລະກິດ​ປະຕິວັດ​ຂອງ​ພັກ ຂອງ​ຊາດ; ສາມັດ​ຄີ, ຜູກ​ພັນ​ສະໜິດ​ແໜ້ນ, ສູ້​ຮົບ​ຢ່າງ​ກ້າຫານ ປະດິດ​ສ້າງ, ພ້ອມ​ກັນ​ກັບ​ທົ່ວ​ພັກ ທົ່ວ​ປວງ​ຊົນ​ສ້າງ​ຜົນງານ​ການ​ສູ້​ຮົບ​ອັນ​ສະຫງ່າ​ລາສີ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ຜົນສຳ​​ເລັດ​ສັງ​ລວມ ຊຶ່ງ​ໄດ້​ສ້າງ​ຂຶ້ນ​ມາ​ຍ້ອນ​ຫຼາຍ​ປັດ​ໄຈ, ​ໃນ​ນັ້ນ​ມີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ ຊຶ່ງ​ເປັນ​ປັດ​ໄຈ​ມີ​ຄວາມ​ໝາຍ​ຕັກ​ສີນ.

ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ ຖືກ​ພັກ​ກອມມູນິດ​ຫວຽດນາມກຳນົດ​ຕັ້ງ​ແຕ່​ຫົວທີ ​ແລະ ​ໄດ້​ຮັບ​ການ​ເພີ່ມ​ເຕີມ ປັບປຸງ​ບູລະນະ​ຢ່າງ​ບໍ່​ຢຸດ​ຢັ້ງ. ນັ້ນ​ແມ່ນ​ການ​ນຳພາ​ຢ່າງຮອບດ້ານ ​ເດັດ​ຖານ ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ການຈັດ​ຕັ້ງ ພະນັກງານ... ດ້ວຍ​ກົນ​ໄກ ​ແບບ​ວິທີທີ່​ແໜ້ນ​ແຟ້ນ ສອດຄ່ອງ. ​ໃນ​ໂຄງການ​ການ​ເມືອງສະບັບທຳອິດ (ປີ 1930), ພັກ​ຊີ້​ແຈ້ງວ່າ ຕ້ອງ “ຈັດ​ຕັ້ງ​ກອງທັບ​ກຳມະກອນ​ຊາວນາ​ຂຶ້ນ” ​ໂດຍ​ໄວ. ​ໃນ​ມະຕິ​ກ່ຽວ​ກັບ​ກອງ​ກຳລັງ​ປ້ອງ​ກັນ​ຕົວ​ເອງ (ປີ 1935), ພັກ​ກຳນົດ​ແຈ້ງ: “ຍາມ​ໃດ​ກໍ່​ຕ້ອງ​ຮັກສາ​ສິດ​ບັນຊາ​ການ​ຢ່າງ​​ເຄັ່ງ​ຄັດ​ຂອງ​ພັກ ​ຕໍ່​ກຳລັງປ້ອງ​ກັນ​ຕົວ​ປະຈຳການ”, “ບັນດາ​ຫົວໜ້າ​ກອງ ​ແລະ ຜູ້ຕາງໜ້າ​ພັກ​ຕ້ອງ​ຮ່ວມ​ມື​ກັນ​​ເພື່ອ​ບັນຊາ”.

​ໃນ​ການ​ນຳພາ​ກໍ່ສ້າງ ຂະຫຍາຍ​ກຳລັງ​ເພື່ອ​ລຸກ​ຮື​ຂຶ້ນ​ດ້ວຍ​ກຳລັງ​ອາວຸດ​ຍາດ​ອຳນາດ​ການ​ປົກຄອງ, ພັກ​ກຳນົດ​ວ່າ​ ຕ້ອງ​ເຮັດ​ໃຫ້​ບັນດາ​ໜ່ວຍກອງຫຼອນ​ໄປ​ຖືກຕ້ອງ​ຕາມ “​ເສັ້ນທາງ​ການ​ເມືອງ” ຂອງ​ພັກ... ຕົ້ນ​ປີ 1944, ຕໍ່ໜ້າ​ຄວາມ​ຕ້ອງການ​ສ້າງ​ຕັ້ງ​ກອງ​ທະຫານ​ຫຼວງ​ແຫ່ງ​ຊາດ, ທ່ານ​ຜູ້ນຳ ​ຫງວຽນ​ອ້າຍກວັກ ​ໄດ້​ຕັກ​ເຕືອງສະ​ຫາຍ ຫວໍ ງວຽນ​ຢາ​ບ ວ່າ: “ການຈັດ​ຕັ້ງ​ຂອງ​ກົມ​ກອງ​ຕ້ອງ​ເອົາ​ໜ່ວຍ​ພັກ​ເປັນ​ແກ່ນ​ກາງ​ນຳພາ”. ປະຕິບັດ​ຖືກຕ້ອງ​ຕາມ​ຄຳ​ສັ່ງ​ຂອງ​ລຸງ​ໂຮ່, ໜ່ວຍ​ພັກ​ຂອງກອງ​ທະຫານ​ໂຄສະນາປົດປ່ອຍ​ຫວຽດນາມ ໄດ້​ຮັບ​ການ​ຈ້າງ​ຕັ້ງ​ຂຶ້ນ, ນຳພາ​ກອງ​ທະຫານ​ປະຕິບັດໜ້າ​ທີ່​ຕ່າງໆ ຢ່າງ​ເດັດຂາດ ​ໂດຍ​ກົງ ກ່ຽວ​ກັບ​ທຸກ​ດ້ານ.

​ໃນ​ໄລຍະ​ຕົ້ນ​ຂອງ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງຂຶ້ນ​ຜູ້​ຮຸກ​ຮານ, ກອງທັບ​ໄດ້​ຂະຫຍາຍຕົວ​ຢ່າງ​ໄວວາ​ທາງ​ດ້ານ​ກຳລັງ. ​ເພື່ອ​ຮັກສາກຳ​ແໜ້ນ​ການ​ນຳພາ​, ​ພັກສືບ​ຕໍ່​ຄົ້ນຄວ້າກຳນົດ ​ແລະ ຜັນ​ຂະຫຍາຍ​ກົນ​ໄກ​ນຳພາ​ກອງທັບ: ສ້າງ​ຕັ້ງສູນ​ກາງ​ຄະນະ​ພັກ​ການ​ທະຫານ (​ເດືອນ​ມັງກອນ 1946); ສ້າງ​ຕັ້ງ​ຄະນະ​ພັກ​ຂັ້ນ​ຕ່າງໆ ​ແຕ່​ຂັ້ນຄະນະພັກ​ເຂດ​ທະຫານ ​ເຖິງ​ຄະນະພັກ​ໜ່ວຍ; ຕັ້ງ​ລະບອບ​ສອງ​ຫົວໜ້າ (ການທະຫານ, ການ​ເມືອງ) ​ເພື່ອ​ບັນຊາ​ແຕ່​ຂັ້ນ​ເຂດ​ທະຫານ ​ເຖິງ​ໝວດ​ທະຫານ; ຕັ້ງ​ລະບອບ​ກຳມະ​ການ​ການ​ເມືອງ​ຕາງໜ້າ​ພັກ​ຮັບຜິດຊອບ​ໃນ​ກອງທັບ (​ເດືອນ​ຕຸລາ 1948).

ພຶດຕິກຳ​ແຫ່ງ​ການຈັດ​ຕັ້ງ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ ​ໃນ​ການ​ຕໍ່ສູ້ຕ້ານຝຣັ່ງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ II ​ໄດ້​ປະກາດ​ໃຊ້​ມະຕິ​ສະບັບ​ເລກທີ 07, ວັນ​ທີ 20 ພຶດສະພາ 1952, ກ່ຽວ​ກັບ​ການ​ປະຕິບັດ​ລະບອບ​ໝູ່​ຄະນະ​ພັກ​ນຳພາ​ຮອບດ້ານ, ຫົວໜ້າ​ການ​ທະຫານ ​ແລະ ຫົວໜ້າ​ການ​ເມືອງ​ແບ່ງ​ງານ​ກັນປະຕິບັດ​ຕາມ​ໜ້າ​ທີ່ການ ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ນຳພາ​ລວມໝູ່ ​ເປັນ​ເອກະ​ພາບ​ຂອງ​ພັກ ກ່ຽວ​ກັບ​ວຽກ​ງານ​ທຸກ​ດ້ານ.

​ໃນ​ການ​ຕໍ່​ສູ​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ, ກົນ​ໄກ​ທີ່ກ່າວມາ​ເທິງ​ນີ້​ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ; ອາ​ໃສ​ສິ່ງ​ດັ່ງກ່າວ, ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ​ໄດ້​ຮັກສາ​ ​ເພີ່ມ​ທະວີ ​ແລະ ມັນ​ໄດ້​ເສີມ​ຂະຫຍາຍ​ກຳລັງ​​ແຮງ​ສູ້​ຮົບ “ຍິ່ງ​ຕີ ຍິ່ງ​ແຂງ​ແຮງ, ຍິ່ງ​ມີ​ໄຊ”. ບັນດາ​ກົມ​ກອງ​ໃນ​ທົ່ວ​ກອງທັບ​ລ້ວນ​ແຕ່​ຮັບ​ຮູ້​ຫຼັກການ​ລວມສູນ​ປະຊາທິປະ​ໄຕ​ຢ່າງ​ຄົບ​ຖ້ວນ ​ແລະ ປະຕິບັດ​ຫຼັກການ​ນີ້​ຢ່າງ​ເຂັ້ມ​ງວດ ​ເຖິງ​ຖອງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງການ​ນຳພາ​ຂອງ​ພັກ​, ພ້ອມ​ກັນ​ນັ້ນ ກໍ່​ເສີມ​ຂະຫຍາຍ​ສະຕິ​ປັນຍາ ​ແລະ ຄວາມ​ປະດິດ​ສ້າງ​ຂອງ​ຫົວໜ້າ​ການ​ເມືອງ ​ໃນ​ການຈັດ​ຕັ້ງ​ປະຕິບັດ. ການ​ນຳພາ​ຂອງ​ພັກ​ໄດ້​ປະກອບສ່ວນ​ອັນຕັດ​ສີນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ກອງທັບ​ເຮົາ ​ໃນ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານອາ​ເມ​ລິ​ກາ​; ພ້ອມ​ກັນ​ນັ້ນ​ກໍ່​ກາຍເປັນ​ມູນ​ເຊື້ອ, ບົດຮຽນ​ອັນ​ປະ​ເສີດ​ຂອງ​ກອງທັບ​ເຮົາ.

ນັບ​ແຕ່​ປີ 1975 ມາ​ເຖິງ​ປັດຈຸບັນ, ພັກ​ເຮົາ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ ປັບ​ປຸງເພີ່ມ​ເຕີນ ບູລະນະ​ກົນ​ໄກ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ ເປັນ​ສາມ​ຄັ້ງ. ​ແຕ່​ປີ 1975 ຫາ​ປີ 1982, ກອງທັບ​ຍັງ​ຄົງ​ປະຕິບັດ​ກົນ​ໄກ​ນຳພາ​ຂອງ​ພັກ ຄື​ກັນ​ກັບ​ໃນ​ສະ​ໄໝ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ. ວັນ​ທີ 15 ທັນວາ 1982, ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ V ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 07 “ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ ປັບປຸງ​ບູລະນະ​ກົນ​ໄກ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ​ປະຊາຊົນ​ຫວຽດນາມ, ພາລະກິດ​ປ້ອງ​ກັນຊາ​ດ ​ແລະ ປະຕິບັດລະບອບ​ຜູ້​ບັນຊາການ​ຜູ້​ດຽວ​ໃນ​ກອງທັບ”. ພາຍຫຼັງ​ສອງ​ປີກວ່າ​ແຫ່ງ​ການ​ປະຕິບັດ​ກົນ​ໄກ 07, ພັກ​ໄດ້​ຄົ້ນ​ພົບ​ຂໍ້​ຂາດ​ຕົກ​ບົກພ່ອງ​ຈຳນວນ​ໜຶ່ງ, ​ເພາະສະ​ນັ້ນ, ວັນ​ທີ 4 ກໍລະກົດ 1985, ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ V ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 27 ກ່ຽວ​ກັບ “ສືບ​ຕໍ່​ປັບປຸງ​ບູລະນະ​ກົນ​ໄກ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ພາລະກິດ​ປ້ອງ​ກັບ​ຊາດ”.

ມະຕິ​ສະບັບ​ເລກທີ 27 ຂອງກົມ​ການ​ເມືອງ​ສູນ​ກາງ​ພັກ ຕົກລົງ​ຟື້ນ​ຟູ​ລະບົບ​ຈັດ​ຕັ້ງ​ຂອງ​ພັກ​ໃນ​ກອງທັບ. ທົ່ວ​ກອງທັບ​ມີ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ໂດຍ​ແມ່ນ​ກົມ​ການ​ເມືອງ, ຄະນະເລຂາທິການສູນ​ກາງ​ພັກ​ນຳພາ​ໂດຍ​ກົງ. ຄະນະ​ພັກ​ຂັ້ນ​ຕ່າງໆມີໜ້າ​ທີ່​ຮັບຜິດຊອບ​ນຳພາ​ຮອບດ້ານ ຕໍ່​ບັນດາກົມ​ກອງ​ທີ່​ຂຶ້ນ​ກັບສິດ​ຂອງ​ຕົນ, ຕາມ​ຂອບ​ເຂດ​ພາລະ​ບົດບາດ ​ແລະ ​ເນື້ອ​ໃນທີ່​ໄດ້​ກຳນົດ​ໃຫ້​ແຕ່ລະ​ຂັ້ນ. ​ໃນ​ເກືອບ 20 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສະບັບ​ເລກທີ 27 (1985 - 2005) ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ແນວ​ຄິດ ​ແລະ ການ​ກະທຳ​ໃນ​ທົ່ວ​ກອງທັບ ກ່ຽວ​ກັບ​ໜ້າ​ທີ່ກໍ່ສ້າງກອງທັບ, ປັບປຸງ​ການ​ປ້ອງ​ກັນຊາດ, ກຽມພ້ອມ​ສູ້​ຮົບ ​ແລະ ສູ້​ຮົບ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ກຳ​ແໜ້ນ ​ແລະ ​ເພີ່ມ​ທະວີການ​ນຳພາ​ຂອງ​ພັກ​ຕໍ່​ກັບໜ້າ​ທີ່​ປັບປຸງ​ການ​ປ້ອງ​ກັນຊາ​ດ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ກໍ່ສ້າງ​ກອງທັບ​ໃນ​ສະ​ໄໝ​ໃໝ່, ວັນ​ທີ 20 ກໍລະກົດ 2005, ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ IX ປະກາດ​ໃຊ້​ມະຕິ​ສະບັບ​​ເລກທີ 51 ກ່ຽວ​ກັບ “ສືບ​ຕໍ່​ປັບປຸງ​ບູລະນະ​ກົນ​ໄກ​ນຳພາ​ຂອງ​ພັກ​, ປະຕິບັດ​ລະບອບ​ຜູ້​ບັນຊາການ​ຜູ້​ດຽວ ຕິດ​ກັບ​ການ​ປະຕິບັດ​ລະບອບຜູ້​ບັນຊາ​ການ​ເມືອງ, ນາຍ​ທະຫານ​ການ​ເມືອງ​ໃນກອງທັບ​ປະຊາຊົນ​ຫວຽດນາມ”.

ມະຕິ​ຊີ້​ແຈ້ງວ່າ: “ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມໃນ​ສະ​ໄໝ​ໃໝ່ ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ອອກ​ມາ ຊຶ່ງຕ້ອງຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ກອງທັບ, ພິ​ເສດ​ແມ່ນ​ຍົກ​ສຸງຄຸນ​ນະພາ​ບ ປະສິດທິ​ຜົນ​ຂອງ​ວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ, ກຳ​ແໜ້ນ​ແລະ​ເພີ່ມ​ທະວີ​ການ​ນຳພາ​ເດັດຂາດ ​ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານຂອງ​ພັກ​ຕໍ່​ກັບ​ກອງທັບ, ຮັບປະກັນ​ໃຫ້​ກອງທັບ​ຍາມ​ໃດ​ກໍ່​ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງ, ​ເປັນ​ກຳລັງ​ການ​ເມືອງ ກຳລັງ​ສູ້​ຮົບ​ທີ່​ຈົງ​ຮັກ​ພັກດີ ​ແລະ ​ໄວ້​ວາງ​ໃຈ​ໄດ້​ຂອງ​ພັກ ລັດສັງຄົມ​ນິຍົມ ​ແລະ ຂອງປະຊາຊົນ, ສຳ​ເລັດ​ເປັນ​ຢ່າງ​ດີ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ ​ໃນ​ທຸກ​ກໍລະນີ”.

ກົນ​ໄກ​ນຳພາ​ຕາມ​ມະຕິ​ສະບັບ​ເລກທີ 51 ກຳນົດ​ແຈ້ງ​ບັນດາ​ເນື້ອ​ໃນ​ອັນ​ພື້ນຖານ ​ເພື່ອ​ກຳນົດ​ທິດ, ຊີ້​ນຳ, ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວ​ນຳພາ ​ຂອງ​ອົງການ​ຈັດ​ຕັ້ງ​ພັກ, ​ການ​ເຄື່ອນ​ໄຫວວຽກ​ງານ​ພັກ ວຽກງານ​ການ​ເມືອງ, ການ​ເຄື່ອນ​ໄຫວ​ຂອງ​ພະນັກງານ​ບັງຄັບ​ບັນຊາ, ຜູ້​ບັນຊາ​ການ​ເມືອງ, ນາຍ​ທະຫານ​ການ​ເມືອງ, ອົງການ​ການ​ເມືອງ​ໃນ​ບັນດາ​ກົມ​ກອງ​ທະຫານ. ກົມ​ການ​ເມືອງ ຄະນະ​ເລຂາທິການ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໄດ້​ປະກາດ​ໃຊ້​ກົດ​ລະບຽບ​ກ່ຽວ​ກັບ​ການຈັດ​ຕັ້ງ​ພັກ​ຢູ່​ໃນ​ກອງທັບ​ປະຊາຊົນ​ຫຽດນາມ ​ແລະ ​ແລະ ກົດ​ລະບຽບ​ກ່ຽວ​ກັບ​ການຈັດ​ຕັ້ງ​ອົງການ​ການ​ເມືອງ​ຢູ່​ໃນ​ກອງທັບ.

ບັນດາ​​ເອກະ​ສາ​ສຳຄັນ​ຂອງ​ພັກ​ໄດ້​ຢືນຢັນ: ພັກ​ກອມມູນິດ​ຫວຽດນາມ ຊຶ່ງ​ອົງການ​ປະຈຳ ​ແລະ ​ໂດຍ​ກົງ​ແມ່ນ ກົມ​ການ​​ມື​ອງ ຄະນະ​ເລຂາທິການ​ສູນ​ກາງ​ເປັນ​ຜູ້ນຳ​ພາ​ເດັດຂາດ ​ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຕໍ່​ກັບ​ກອງທັບ. ການ​ນຳພາ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຜ່ານ​ລະບົບການຈັດ​ຕັ້ງ​ພັກ, ລະ​ບົບການຈັດ​ຕັ້ງ​ບັງຄັບ​ບັນຊາ​ການ, ລະບົບ​ອົງການ​ການ​ເມືອງ ພະນັກງານ​ການ​ເມືອງ​ຂັ້ນ​ຕ່າງໆ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ກົມ​ກອງ​ຮາກ​ຖານ.

ລະບົບການຈັດ​ຕັ້ງ​ພັກ​ໃນ​ກອງທັບ​ກວມ​ດ້ວຍ ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ຄະນະ​ພັກ​ການ​ທະຫານ​ຂັ້ນ​ຕ່າງໆ. ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເປັນ​ເລຂາ​ທິການຄະນະ​ພັກ​ການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ເປັນ​ຮອງ​ເລຂາທິການຄະນະ​ພັກ​ການ​ທະຫານ​ສູນ​ກາງ, ບັນດາ​ສະ​ຫາຍກຳມະການຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ໂດຍ​ແມ່ນ​ກົມ​ການ​ເມືອງ​ແຕ່ງ​ຕັ້ງ. ບັນດາ​ຄະນະ​ພັກ​ແຕ່​ຂັ້ນ​ຂຶ້ນ​ກັບຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ເຖິງ​ຂັ້ນ​ຮາກ​ຖານ ​ໂດຍ​ແມ່ນ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ດຽວ​ກັບ​ເລືອກ​ຕັ້ງ.

ຄະນະ​ພັກ​ການ​ທະຫານ​ສູນ​ກາງຄົ້ນ​ຄວ້ານຳ​ສະ​ເໜີ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກ່ຽວ​ກັບ​ບັນຫາ​ສຳຄັນ​ຕ່າງໆ​ຄື ​ແນວທາງ ໜ້າ​ທີ່​ການ​ທະຫານ ​ແລະ ການ​ປ້ອງ​ກັນ​ປະ​ເທດ; ​ແຜນ​ການ​ປ້ອງປັກ​ຮັກສາ​ປະ​ເທດ; ທິດ​ທາງ ​ແລະ ມາດ​ຕະການ​ກໍ່ສ້າງ​ລະ​ບົບປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ; ກົນ​ໄກ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ. ຄະນະ​ພັກ​ການ​ທະຫານ​ສູນ​ກາງມີໜ້າ​ທີ່​ຮັບຜິດຊອບ​ປະສານ​ສົມທົບ ​ແລະ ​ແນະນຳບັນດາ​ຄະນະ​ພັກ​ຂຶ້ນ​ກັບ​ສູນ​ກາງ ປະ​ຕິ​ບັດ​ບັນດາ​ມະຕິ ຄຳ​ສັ່ງ​ຂອງ​ພັກກ່ຽວ​ກັບການ​ທະຫານ ການ​ປ້ອງ​ກັນ​ປະ​ເທດ; ນຳພາ​ໂດຍ​ກົງ​ຕໍ່​ການ​ກໍ່ສ້າງ​ໃຫ້​ກອງທັບ​ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ກໍ່ສ້າງ​ໃຫ້​ບັນດາ​ການ​ຈັດ​ຕັ້ງ​ພັກ​ຢູ່​ໃນ​ກອງທັບ​ມີ​ຄວາມ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ. ຜ່າ​ມ​ບັນດາມາດ​ຕະການຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ, ຄະນະ​ພັກ​ການ​ທະຫານ​ສູນ​ກາງຮັບປະກັນ​ກຳ​ແໜ້ນ ​ແລະ ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງ​ທັບ.

ຄະນະ​ພັກ​ການ​ທະຫານ​ສູນ​ກາງປະຕິບັດ​ລະບອບ​ຕັດ​ສີນ​ຕົກລົງ​ລວມໝູ່ ຕໍ່​ກັບ​ບັນຫາ​ໃຫຍ່​ເຊັ່ນ ​ແຜນ​ນະ​ໂຍບາຍ ​ໂຄງການ ​ແຜນການ​ປະຕິບັດ​ບັນດາ​ມະຕິ ຄຳ​ສັ່ງ​ຂອງ​ພັກ, ບັນດາ​ມາດ​ຕະການ​ກໍ່ສ້າງ​ກອງທັບ... ຄະນະ​ພັກ​ການ​ທະຫານ​ສູນ​ກາງຊີ້​ນຳ​ກົມ​ໃຫຍ່​ການ​ເມືອງ ​ແລະ ຜ່ານ​ກົມ​ໃຫຍ່​ການ​ເມືອງຊີ້ນຳ​ບັນດາ​ຄະນະ​ພັກ ​ແລະ ລະບົບ​ຜູ້​ບັນຊາ​ການ​ເມືອງ, ນາຍ​ທະຫານ​ການ​ເມືອງ, ອົງການ​ການ​ເມືອງ​ຂັ້ນ​ຕ່າງໆ ດຳ​ເນີນ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ໃຫ້​ກອງທັບ​ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ມີ​ຄວາມ​ສາມາດ​ພຽງພໍ​ເພື່ອ​ສຳ​ເລັດ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ.

​ເປັນອັນ​ວ່າ, ​ໃນ​ຕະຫຼອດ 70 ປີ​ທີ່​ຜ່ານ​ມາ, ຍ້ອນ​ໄດ້​ປັບປຸງ​ເພີ່ມ​ເຕີມ ບູລະນະ​ແບບ​ວິທີ ກົນ​ໄກ​ນຳພາ​ຢ່າ​ງບໍ່​ຢຸດ​ຢັ້ງ, ດັ່ງ​ນັ້ນ ພັກ​ກອມມູນິດ​ຫວຽດນາມ ຈຶ່ງ​ກຳ​ແໜ້ນ​ບົດບາດນຳພາກອງທັບ ​ໃນ​ທຸກ​ກໍລະນີ ທຸກ​ໄລຍະ​ປະຫວັດສາດ. ນັ້ນ​ກໍ່​ແມ່ນ​ປັດ​​ໄຈຕັດ​ສີນ​ຄວາມ​ເຕີບ​ໃຫຍ່ຂະຫຍາຍຕົວ, ການ​ສູ້​ຮົບ ​ແລະ ສູ້​ຮົບ​ມີ​ໄຊ​ຂອງ​ກອງທັບ​ເຮົາ. 70 ປີ​ທີ່​ຜ່ານ​ມາ, ກອງທັບ​ຍາມ​ໃດ​ກໍ່​ສົມ​ກັບ​ເປັນ​ເຄື່ອງມື​ກຳລັງ​ຮຸນ​ແຮງ​ປະຕິວັດ​ທີ່​ແຫຼມ​ຄົມ, ກຳລັງ​ການ​ເມືອງ​ທີ່​ຈົງ​ຮັກ​ພັກດີ​ຂອງ​ພັກ ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ; ຮັກສາ​ທາດ​ແທ້ນຊົນ​ຊັ້ນ​ກຳມະກອນ, ​ເປັນ​ກອງທັບ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ; ສ້າງ​ມູນ​ເຊື້ອຕັດ​ສີນ​ໃຈ​ສູ້​ຮົບ ​ເດັດຂາດ​ມີ​ໄຊ​ ດ້ວຍ​ໄຊຊະນະ​ອັນ​ສະຫງ່າ​ລາສີທີ່​ສຸດ, ​ໄດ້​ຕີ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ​ທຸກ​ໂຕ, ສົມ​ກັບ​ເປັນ​ກອງທັບ​ທີ່ພິລະ​ອາດ​ຫານ​ຂອງ​ຊາດ​ຫວຽດນາມ​ຜູ້​ພີລະ​ອາດ​ຫານ.

​ໃນ​ເງື່ອນ​ໄຂ​ປະຕິວັດ​ໃໝ່, ຕໍ່ໜ້າ​ສະພາບ​ການ​ໂລກ ພາກ​ພື້ນ ​ແລະ ​ໃນ​ປະ​ເທດ ມີ​ຄວາມ​ສະດວກ​ອັນ​ພື້ນຖານ​ຫຼາຍ​ຢ່າງ ​ແລະ ​ກໍ່​ມີ​ການ​ຫັນປ່ຽນ​ສັບສົນ​ຕ່າງໆ​ນາໆ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ພັກ ຜູ້​ບັນຊາ​ການ​ຂັ້ນ​ຕ່າງໆ ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ການ​ນຳພາ ຊີ້​ນຳ​ຂອງ​ພັກ ລັດ; ສຸມ​ໃສ່​ນຳພາ ຊີ້​ນຳ​ຮອບດ້ານ, ມີ​ຈຸດ​ໜັກ ​ໃຈກາງ ​ແລະ ສຳ​ເລັດ​​ເປັນ​ຢ່າງ​ດີບັນດາ​ຈຸດໝາຍ ໜ້າ​ທີ່​ທີ່​ວາງ​ອອກ​ມາ.

ຜົນສຳ​ເລັດ​ພົ້ນ​ເດັ່ນ​ແມ່ນ: ​ໄດ້​ເປັນ​ເຈົ້າ​ການ​​ໃຫ້ຄຳ​ປຶກສາ​ແກ່​ພັກ​ແລະລັດ ​ໃນ​ການວາງ​ກຳນົດແນວທາງ ​ແຜນ​ຍຸດ​ທະ​ສາດ​ການ​ທະຫານ​ປ້ອງ​ກັນຊາ​ດ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ຕີ​ລາຄາ ຄາດ​ຄະ​ເນ ​ແກ້​ໄຂ​ກໍລະນີ​ຕ່າງໆ ຢ່າງ​ຖືກຕ້ອງ, ບໍ່​ໃຫ້​ຖືກ​ຕົກ​ໃສ່​ທ່າ​ຮັບ ທ່າບັງ​ເອີນ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນ​​ເຂດທະ​ເລ, ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​​ໄວ້ໄດ້​ຢ່າງ​ໝັ້ນຄົງ; ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດ, ປະກອບ​ສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສິ່ງ​ແວດ​ລ້ອມ​ສັນຕິພາບ ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ. ນຳພາ​ການ​ກໍ່ສ້າງ​ໃຫ້​ກອງທັບ​ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ; ຄຸນ​ນະພາ​ບສັງ​ລວມ, ກຳລັງ​ແຮງ​ສູ້​ຮົບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ກອງ​ທັບຍາມ​ໃດ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ຮ້າຍ​ຈາກ​ສົງຄາມ ​ແລະ ​ໄພ​ທຳ​ມະ​ຊາດ, ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ທ້ອງ​ຖິ່ນ​ໝັ້ນຄົງ​ເຂັ້ນ​ແຂງ, ກໍ່ສ້າງ​ທ່າ​ສະໜາມ​ໃນ​ໃຈ​ປະຊາຊົນ​ໃຫ້​ໜັກ​ແໜ້ນ, ​ໄດ້​ຮັບ​ຄວາມ​ເຊື່ອຖື​ຈາກ​ພັກ ລັດ ​ແລະປະຊາຊນ. ວຽກ​ງານ​ກໍ່ສ້າງ​ຄະນະ​ພັກກອງທັບ​ມີ​ການ​ຜັນ​ປ່ຽນ​ສຳຄັນ​ທາງ​ດ້ານ​ຄວາມ​ສາມາດ​ນຳພາ, ກຳລັງ​ສູ້​ຮົບ; ພະນັກງານ ສະມາຊິກ​ພັກ​ມີ​ຫຼັກໝັ້ນການ​ເມືອງກ້າ​ແກ່ນ, ຈົງ​ຮັກ​ພັກດີຢ່າງ​ເດັດຂາດ​ຕໍ່​ກັບ​ພັກ ປະ​ເທດ​ຊາດ ​ແລະ ປະຊາຊົນ, ກຽມ​ຄວາມ​ພ້ອມ​ຮັບ​ໜ້າ​ທີ່ ​ແລະ ສຳ​ເລັດ​ເປັນ​ຢ່າງ​ດີ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ກອງທັບ​ຍາມ​ໃດ​ກໍ່​ຢືນຢັນ​ວ່າ​ເປັນ​ກຳລັງ​ທີ່​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະຊາຊົນ. ຮູບ​ພາບ​ທະຫານ​ລູງ​ໂຮ່​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ ​ແລະ ສ່ອງ​ແສງ​ສະຫວ່າງ.

​ໃນ​ສະພາບ​ການ​ປັດຈຸບັນ, ​ເພື່ອ​ສືບ​ຕໍ່​ຮັກສາ​ແລະ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ, ຮັບປະກັນ​ໃຫ້​ກອງທັບ​ຍາມ​ໃດ​ກໍ່​ຮັກສາ​ໄດ້​ທາດ​ແທ້​ປະຕິວັດ, ຈຸດໝາຍ ອຸດົມ​ການ​ສູ້​ຮົບ, ສຳ​ເລັດ​ເປັນ​ຢ່າງ​ດີ​ໜ້າ​ທີ່ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ, ​ແມ່ນ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ແກ່​ບາງ​ບັນຫາ​ອັນ​ພື້ນຖານ​ດັ່ງ​ຕໍ່​ໄປ​ນີ້:

ກ່ອນ​ອື່ນ​ໝົດ, ຕ້ອງ​ເປັນ​ເອກະ​ພາບ​ໃນ​ຄວາມຮັບຮູ້ວ່າ ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ ​ເງື່ອນ​ໄຂ​ໃດ​ກໍ່​ຕ້ອງ​ຢຶດໝັ້ນ​ຫຼັກການ ພັກ​ກອມມູນິດ​ຫວຽດນາມນຳພາກອງທັບ​ປະຊາຊົນ​ຫວຽດນາມຢ່າງ​ເດັດຂາດ ​ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ; ການ​ປັບປຸງ​ບູລະນະ ຍົກ​ສູງ​ຄຸນ​ນະພາ​ບການ​ນຳພາ​ຂອງ​ພັກ​ແມ່ນ​ປັດ​ໃຈຕັດ​ສີນ ​ເພື່ອ​ໃຫ້​ພັກ​ກຳ​ແໜ້ນກອງທັບ​ໃນ​ທຸກ​ກໍລະນີ. ພັກ​ບໍ່​ພຽງ​ແຕ່​ວາງ​ແນວທາງ​ການ​ທະຫານ, ກຳນົດ​ທິດ​ທາງ​ພັດທະນາ​ກຳລັງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ທະຫານ ການ​ປ້ອງ​ກັນ​ຊາດ​ຂອງປະ​ເທດ, ກຳນົດ​ຈຸດໝາຍ ອຸດົມ​ການ​ສູ້​ຮົບ ​ແລະ ບັນດາ​ແຜນ​ນະ​ໂຍບາຍ ວິທີ​ແກ້​ໄຂ​ການ​ຍົກ​ສູງ​ກຳລັງ​ສູ້​ຮົບ​ຂອງ​ຄະນະ​ພັກ​ກອງທັບ​ເທົ່າ​ນັ້ນ ຫາ​ກພັກ​ຍັງ​ນຳພາ​ການຈັດ​ຕັ້ງ​ປະຕິບັດທັດສະນະ ​ແນວທາງ​ກໍ່ສ້າງ​ກອງທັບ​ປະຕິວັດ ​ລະບຽບບ​ຫຼວງ ຍອດ​ຍ້ຽມ ທັນ​ສະ​ໄໝ​ເທື່ອ​ລະ​ກ້າ​ວ ​ໃຫ້​ປະກົດ​ເປັນ​ຈິງ.

ພັກ​ກອມມູນິດ​ຫວຽດນາມ ຊຶ່ງ​ໂດຍ​ກົງ ​ເປັນ​ປະຈຳ​ແມ່ນ​ກົມ​ການ​ເມືອງ ຄະນະ​ເລຂາທິການ​ສູນ​ກາງ​ພັກ​ ເປັນ​ຜູ້​ຕັດ​ສີນ​ບັນດາ​ບັນຫາອັນ​ພື້ນຖານ​ ກ່ຽວ​ກັບ​ການ​ກໍ່ສ້າງ​​ໃຫ້ກອງທັບໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງ; ກໍ່ສ້າງ​ໃຫ້ກອງທັບ​ຍາມ​ໃດ​ກໍ່​ເປັນ​ກຳລັງທີ່​ຈົງ​ຮັກ​ພັກດີ​ຢ່າງ​ເດັດຂາດ​ຕໍ່​ກັບ​ພັກ ກັບປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ ສຸດ​ຄວາມ​ສາມາດ, ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ແກ່ນສານ​ ພ້ອມ​ກັບ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມສັງຄົມ​ນິຍົມ ​ແລະ ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ປະ​ເທດ. ລັດ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ຕໍ່​ກັບ​ກອງທັບ ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ.

ຄະນະ​ພັກ​ກອງທັບ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ການຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ​ໃນ​ກອງທັບ ຕ້ອງ​ຊາບ​ຊືມຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ ທັດສະນະ ​ແນວທາງ​ການ​ທະຫານ ການ​ປ້ອງ​ກັນຊາ​ດ ປົກປັກຮັກສາ​ປະ​ເທດ​ຊາດ​ຂອງ​ພັກ; ພ້ອມ​ກັນ​ນັ້ກກໍ່​ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ພັກ​ແລະ​ລັດ ​ໃນ​ຂົງ​ເຂດ​ການ​ທະຫານ ການ​ປ້ອງ​ກັນຊາ​ດ; ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ມະຕິ ຄຳ​ສັ່ງ​ຂອງ​ພັກ ຂອງ​ລັດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ກໍ່ສ້າງ​ລະບົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ທ່າ​ສະໜາມຮົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ຕິດ​ແໜ້ນ​ກັບ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ; ຍົກ​ສູງ​ຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ກອງທັບ. ພ້ອມ​ກັນ​ນັ້ນ ກໍ່​ຮັກສາ ​ແລະ ປະຕິບັດ​ເປັນ​ຢ່າງ​ດີ ຫຼັກການ​ນຳພາ​ເດັດຂາດ ​ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ, ຮັບ​ປະກັນ​ໃຫ້​ສິດ​ນຳພາ​ກອງທັບ​ທຸກ​ສິດ​ຍາມ​ໃດ​ກໍ່​ຂຶ້ນ​ກັບ​ພັກ.

ມີ​ແຕ່ພັກ​ກອມມູນິດ​ຫວຽດນາມ ​ແມ່ນ​ການຈັດ​ຕັ້ງ​ອັນ​ໜຶ່ງ​ອັນ​ດຽວ​ເທົ່າ​ນັ້ນ​ ທີ່​ນຳພາ​ກອງທັບ​ປະຊາຊົນ​ຫວຽດນາມ. ການ​ນຳພາ​ກອງທັບ​ບໍ່​ອາດ​ຈະ​ແບ່ງປັນ​ໃຫ້ບຸກຄົນ​ໃດ​ໜຶ່ງ ຫຼືກຳລັງ​ການ​ເມືອງ​ອື່ນ​ໃດ​ໄດ້. ລັດ​ຄຸ້ມ​ຄອງ​ກອງທັບ​ຢ່າງ​ເປັນ​ເອກະ​ພາບ ​ແໜ້ນ​ແຟ້ນ ບົນ​ພື້ນຖານ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ຕັ້ງ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ປະຕິບັດ​ການ​ຄຸ້ມ​ຄອງ​ສັງຄົມ​ດ້ວຍ​ກົດໝາຍ. ​ເພາະສະ​ນັ້ນ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຕໍ່​ກັບ​ກອງທັບ ຕັ້ງ​ຢູ່​ພາຍ​ໃນ​ສາຍ​ພົວພັນ​ສະໜິດ​ແໜ້ນ​ແບບ​ກາ​ຍະ​ອິນ​ຊີ ກັບເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກກ່ຽວກັບ​ທຸກ​ດ້ານ​ຕໍ່​ກັບ​ກອງທັບ.

ຄະນະ​ພັກ​ກອງທັບ​ຕ້ອງ​ສືບ​ຕໍ່​ຊາບ​ຊືມ, ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ມະຕິ​ສະບັບ​ເລກທີ 51 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ IX, ກົດ​ຂໍ້​ກຳນົດ​ສະບັບ​ເລກທີ 49 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XI, ກົດ​ຂໍ້​ກຳນົດ​ສະບັບ​ເລກທີ 50 ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ສະ​ໄໝ​ທີ XI, ມະຕິ​ສະບັບ​ເລກທີ 513 ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ. ຂະນະ​ພັກ​ຂັ້ນ​ຕ່າງໆ​ຕ້ອງ​ປະຕິບັດຕາມການ​ຊີ້​ນຳ​ ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ​ ຢ່າງ​ເຂັ້ມ​ງວດ​, ພ້ອມ​ກັນ​ນັ້ນ​ກໍ່​ຄົ້ນຄວ້າ ໝູນ​ໃຊ້​ບັນດາ​ບົດຮຽນທີ່​ຖອດ​ຖອມມາ​ໄດ້​ຈາກ​ຂະ​ບວນວິວັດ​ການ​ປະຕິບັດມະຕິ​ສະບັບ​ເລກທີ 51 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮັບປະກັນ​ໃຫ້ກົນ​ໄກພັກ​ນຳພາ​ກອງທັບ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ລ່ຽນ​ໄຫຼ, ບັນລຸ​ປະສິດທິ​ຜົນ​ສູງ.

ທີ​ສອງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ​ຮອບດ້ານ ກຳລັງ​ສູ້​ຮົບ​ຂອງ​ຄະນະ​ພັກ​ກອງທັບ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຍົກ​ສູງ​ຜົນ​ສັກສິດ​ຂອງ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ. ກ່ອນ​ອື່ນ​ໝົດ ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​​ໃໝ່ ຍົກ​ສູງ​ລັກສະນະ​ສູ້​ຮົບ, ລັກສະນະປະສິດທິ​ຜົນ​ຂອງ​ວຽກ​ງານ​ແນວ​ຄິດ, ປັບປຸງ​ສະໜາມຮົບ​ແນວ​ຄິດ​ຂອງ​ພັກ​ຢູ່​ໃນ​ກອງທັບ, ຮັບປະກັນ​ໃຫ້ກ​ອງ​ທັບ​ຍາມ​ໃດ​ກໍ່ຈົງ​ຮັບ​ພັກດີ​ຕໍ່​ພັກ ປະ​ເທດ​ຊາດ ​ແລະ ປະຊາຊົນ; ຢຶດໝັ້ນ​ຈຸດໝາຍ ​ອຸດົມ​ການ​ຂອງ​ພັກ, ຕັ້ງໝັ້ນ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ກໍ່ສ້າງສັງຄົມ​ນິຍົມ ​ແລະ ຕັດ​ສີນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທຸກ​ຢ່າງ; ພ້ອມ​ກັນ​ນັ້ນກໍ່​ເປັນ​ກຳລັງ​ແກ່ນສານ​ໃນ​ການ​ຕໍ່ສູ້​ຕ້ານ​ທັດສະນະ​ແນວ​ຄິດ​ອັນ​ຜິດພາດ ​ເພື່ອ​ປົກ​ປັກ​ຮັກສາ​ລັດທິ​ ມາກ-ເລ​ນີນ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ແລະ​ກົດໝາຍ​ຂອງ​ລັດ.

ສຸມ​ໃສ່​ປັບປຸງ​ບູລະນະລະບົບ​ການຈັດ​ຕັ້ງ, ຍົກ​ສູງ​ລະດັບ ຄວາມ​ສາມາດ​ນຳພາ​ຮອບດ້ານຂອງ​ບັນດາ​ການຈັດ​ຕັ້ງ​ພັກ, ຍົກ​ສູງ​ກຳລັງ​ສູ້​ຮົບ ​ແລະ ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ບັນດາ​ການຈັດ​ຕັ້ງ​ພັກ, ພິ​ເສດ​ແມ່ນ​ການຈັດ​ຕັ້ງ​ຮາກ​ຖານຂອງ​ພັກ ​ແລະ ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ. ບັນດາ​ຄະນະ​ພັກ​ປະຕິບັດ​ເປັນ​ຢ່າງ​ດີ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ນຳພາ​ເປັນ​ໝູ່​ຄະນະ​ໂດຍ​ຕິດ​ກັບ​ການແບ່ງ​ງານ​ໃຫ້​ບຸກຄົນ​ຮັບຜິດຊອບ; ​ໃຫ້​ຄວາມສຳຄັນຕໍ່​ການ​ກໍ່ສ້າງ ​ແລະ ຜັນຂະຫຍາຍກົດ​ລະບຽບການ​ປະຕິບັດ​ງານ, ກົດ​ລະບຽບ​ການ​ນຳພາ​ວຽກ​ງານ​ສຳຄັນ​ດ້ານ​ຕ່າງໆ; ຕັ້ງໜ້າ​ປ່ຽນ​ແປງ​ໃໝ່ ຍົກ​ສູງຄຸນະພາບ​ການ​ດຳ​ເນີນ​ຊີວິດ​ພັກ, ຍົກສູງລັກສະນະ​ສູ້​ຮົບ, ​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ ​ເປັນ​ເອກະ​ພາບ​ໃນ​ແຕ່​ລະກາ​ນຈັດ​ຕັ້ງ​ພັກ ​ແລະ ກົມ​ກອງ; ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ກວດກາ ຕິດຕາມກວດກາ​ໃນ​ແຕ່​ລະສະ​ໄໝ ​ໃຫ້​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ໜ້າ​ທີ່ ​ແລະ ສະພາບ​ຕົວ​ຈິງ​ຂອງ​ແຕ່ລະອົງການ​ຈັດ​ຕັ້ງ. ​ເພີ່ມ​ທະວີ​ວຽກ​ງານ​ພະນັກງານ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຕາມ​ທິດ ປະລິມານ​ຕິດ​ແໜ້ນ​ກັບ​ໂຄງ​ປະກອບ, ຈັດ​ວາງ​ສັບ​ຊ້ອນ​ພະນັກງານຢ່າງ​ສົມ​ເຫດ​ສົມ​ຜົນ, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ.

ທີ​ສາມ, ຕ້ອງ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ຄວາມ​ສັກ​ສິດ​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຕໍ່​ກັບ​ກອງ​ທັບ. ລັດ​ຄຸ້ມ​ຄອງ​ກອງທັບ​ບົນ​ພື້ນຖານ​ການ​ຫັນ​ເປັນ​ນິຕິ​ກຳ ​ໃຫ້​ແນວທາງ ມະຕິຂອງ​ພັກ (ກ່ຽວ​ກັບ​ການ​ທະຫານ, ການ​ປ້ອງ​ກັນຊາ​ດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ) ກາຍ​ເປັນ​ກົດໝາຍ, ນະ​ໂຍບາຍ, ​ແຜນການ; ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ດັດ​ແປງ​ການຈັດ​ຕັ້ງແລະການ​ເຄື່ອນ​ໄຫວ ​ຂອງກົງ​ຈັດ​ບໍລິຫານ​ແຫ່ງລັດ​ ແຕ່​ສູນ​ກາງຮອດ​ທ້ອງ​ຖິ່ນ ​​ໃຫ້ດີ​ຂຶ້ນ​ເລື່ອຍໆ. ດັດ​ແປງ​ພາລະ​ບົດບາດ ໜ້າ​ທີ່ ສິດ​ຂອບ​ເຂດ ຂອງ​ລັດຖະບານ ກະຊວງ​ປ້ອງ​ກັນຊາ​ດ ບັນດາ​ກະຊວງ​ແລະ​ອົງການ​ທຽບ​ເທົ່າ ອົງການ​ຂຶ້ນ​ສັງກັດ​ລັດຖະບານ ​ແລະ ທ້ອງ​ຖິ່ນ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຄຸ້ມ​ຄອງ​ລັດ​ຕໍ່​ກັບ​ກອງທັບ. ປົວ​ແປງ​ແບບ​ວິທີ ລະບຽບ​ແບບ​ແຜ​ນ​ເຮັດ​ວຽກຂອງ​ບັນດາ​ອົງການ ກົມ​ກອງ​ຂອງ​ກອງທັບ, ກຳນົດ​ແຈ້ງຫຼັກການ​ເຮັດ​ວຽກ ​ແລະ ກົດ​ລະບຽບ​ການ​ປະສານ​ສົມທົບ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ນຳພາ ຄຸ້ມ​ຄອງ ບັນຊາ​ການ​ຂອງ​ກົມ​ກອງ​ໃນ​ກອງທັບ.

​ເພີ່ມ​ທະວີ​ການ​ນຳພາ​ເດັດຂາດ ​ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ, ຕິດ​ແໜ້ນກັບ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ຂອງ​ລັດຕໍ່​ກັບ​ກອງທັບ ​ແມ່ນ​ສອງ​ບັນຫາກຸນ​ແຈ ທີ່​ພົວພັນ​ແໜ້ນ​ແຟ້ນນຳ​ກັນ, ມີ​ຄວາມ​ໝາຍ​ຕັດ​ສີນ​ໃນ​ການ​ກໍ່ສ້າງ​ກອງທັບ​ຕາມ​ທິດ “ປະຕິວັດ, ລະບຽບ​ຫຼວງ, ຍອດ​ຍ້ຽ​ມ, ທັບ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ”. ພັກ ລັດ ຕ້ອງ​ເພີ່ມ​ເຕີມ, ຂະຫຍາຍ, ປັບປຸງ​ບູລະນະ​ແນວທາງ​ການ​ນຳພາ ກົນ​ໄກ ນະ​ໂຍບາຍ​ຄຸ້ມ​ຄອງ​ຕໍ່​ກັບ​ກອງທັບ, ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ້າງ​ລະບົບ​ການຈັດ​ຕັ້ງ​ພັກ​ໃນ​ກອງທັບ ​ໃຫ້​ປອດ​ໃສ​ຂາວ​ສະອາດ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ ​ໂດຍ​ຕິດ​ກັບການ​ກໍ່ສ້າງ ປັບປຸງ​ລະບົບ​ບັນຊາ​ການ​ຂັ້ນ​ຕ່າງໆ ກົມ​ກອງ​ຕ່າງໆ​ໃນ​ກອງທັບ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງຮອບດ້ານ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ນຳພາ ຊີ້​ນຳ ຄຸ້ມ​ຄອງ​ວຽກ​ງານ​ການ​ທະຫານ ການ​ປ້ອງ​ກັນຊາ​ດ; ກໍ່ສ້າງ​ກອງທັບ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ທີ​ສີ່, ຕ້ອງ​ຍູ້​ແຮງ​ການ​ຕໍ່ສູ້ ​ເຮັດ​ໃຫ້​ກົນອຸບາຍ​ແລະ​ການ​ເຄື່ອນ​ໄຫວຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​ປະລາ​ໄຊ​ລົງ, ທັບ​ມ້າງ​ກົນ​ອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ” ​ແລະ ອຸບາຍ “ຫັນກອງ​ທັບ​ເປັນ​ໄຮ້​ການ​ເມືອງ” ຂອງ​ພວກ​ມັນ. ຕາມ​ຈິງ​ແລ້ວ, ການ “ຫັນ​ກອງ​ທັບ​ເປັນ​ໄຮ້​ການ​ເມືອງ” ​ແມ່ນ​ກົນອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ​ທີ່​ສຸດ​ ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​ເພື່ອ​ແນ​ໃສ່​ທຳລາຍ​ການ​ປະຕິວັດ​ປະ​ເທດ​ເຮົາ, ​ແຍກ​ກອງທັບ​ອອກ​ຈາກ​ການ​ນຳພາ​ຂອງ​ພັກ​ກອມມູນິດ​ຫວຽດນາມ, ​ເຮັດ​ໃຫ້​ກອງທັບ​ບໍ່​ເປັນ​ເຄື່ອງມື​ກຳລັງ​ຮຸນ​ແຮງ​ອັນ​​ແຫຼມຄົມ, ​ເປັນ​ກຳລັງ​ການ​ເມືອງ​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງ​ພັກ ​ແລະ ລັດ​ອີກ​ຕໍ່​ໄປ. ບົດຮຽນ​ປະສົບ​ການ​ຈາກ​ສະຫະພາບ​ໂຊ​ວຽດ ​ແລະ ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ອອກ​ ໃນ​ຊຸມ​ປີ​ທົດ​ສະ​ວັດ​ທີ 9 ສະຕະວັດ​ທີ XX ມາ​ເຖິງ​ປັດຈຸບັນ​ຍັງ​ມີ​ຄຸນຄ່າ​ຢູ່​ສຳລັບ​ພວກ​ເຮົາ.

ພະນັກງານ ສະມາຊິກ​ພັກ ນັກຮົບ​ກອງທັບ​ທຸກ​ຄົນ ຕ້ອງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ​ແລະ​ເລິກ​ເຊິ່ງວ່າ ກອງທັບ​ເຮົາ​ແມ່ນ​ກອງທັບ​ປະຕິວັດ ກ​ອງທັບ​ຂອງ​ປະຊາ​ຊົນ, ​ເກີດ​ມາ​ຈາກ​ປະຊາຊົນ, ສູ້​ຮົບ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ພາຍ​ໃຕ້​ການ​ນຳພາ​ຢ່າງ​ແໜ້ນ​ແຟ້ນຂອງ​ພັກ. ຈຸດໝາຍ​ສູ້​ຮົບ​ຂອງ​ກອງທັບ​ນັ້ນ​ແມ່ນ​ຈຸດໝາຍ ອຸດົມ​ການ​ຂອງພັກ​ກອມມູນິດ​ຫວຽດນາມ  - ​ເພື່ອ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ, ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ສົມບູນ​ພູມ​ສຸກ ​ອິດສະຫຼະ​ເສລີ​ຂອງ​ປະຊາຊົນ. ບົນ​ພື້ນຖານ​ດັ່ງກ່າວ​ນັ້ນ, ນາຍ​ແລະພົນທະຫານ​ທຸກ​ຄົນ ​ເຊີດ​ຊູ​ສະຕິ​ລະວັງ​ຕົວ ນ້ຳ​ໃຈ​ເປັນ​ເຈົ້າ​ການ ສຳຜັດ​ໄວ​ຫຼັກແຫຼມ​ແກ່ນ​ກ້າ ​ແລະ ​ເດັດດ່ຽວ​ຕໍ່ສູ້ ​ເຮັດ​ໃຫ້​ກົນອຸ​ບາຍ​ຫຼ່ຽມລາຍຂອງ​ອິດ​ທິກຳລັງ​ສັດຕູ​ປະລາ​ໄຊ​ລົງ ທັບ​ມ້າງ​ອຸບາຍ “ຫັນ​ກອງ​ທັບ​ເປັນ​ໄຮ້​ການ​ເມືອງ” ຂອງ​ພວກ​ມັນ; ​ເຊີດ​ຊູ​ສະຕິ​ສ່ອງ​ໃສ​ທຸ່ນ​ທ່ຽງ ​ແກ້​ໄຂ​ກໍລະນີ​ເຫດການສັບສົນ​ທີ່​ເກີດ​ຂຶ້ນ​ໃນ​ການ​ເຄື່ອນ​ໄຫວ​ພຶດຕິ​ກຳ ​ໃຫ້​ໄດ້ຢ່າງ​ຖືກຕ້ອງ​ຕາມ​ທັດສະນະ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ບໍ່​ໃຫ້​ພວກ​ສັດຕູ​ສວຍ​ໃຊ້​ເພື່ອ​ທຳລາຍ.

ບັນຫາ​ກຸນ​ແຈ​ເພື່ອ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ​ໃນ​ປັດຈຸບັນ​​ແມ່ນ​ຕ້ອງ​ກໍ່ສ້າງ​ໃຫ້​ຄະນະ​ພັກ​ກອງທັບ​ປອດ​ໃສ​ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳ​ລັງ​ສູ້​ຮົບຂຶ້ນ​ໃຫ້​ທຽບ​ເທົ່າ​ກັບ​ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່. ພິ​ເສດ, ຕ້ອງ​ເດັດດ່ຽວ ໜວຍ​ແໜ້ນ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ ​“ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸ​ບັນ” ໃຫ້​ໄດ້​ເປັນ​ຢ່າງ​ດີ ​ໂດຍ​ຕິດ​ແໜ້ນກັບ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ ​ໂຮ່ຈີ​ມິນ; ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ບັນດາ​ປະກົດ​ການອົນລະ​ເວ​ງ​ເອນ​ອຽງ, ຫລຸດຜ່ອນ​ຄວາມ​ເຊື່ອ​ຖື, ລະ​ເມີ​ເພີ້ຝັນ, ​ເສຍສະຕິ​ລະວັງ​ຕົວ, ​ເສື່​ອມ​ໂຊ​ມປ່ຽນ​ທາດ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ, ສວຍ​ໂອກາດ ​ເຫັນ​ແຕ່ຜົນ​ປະ​ໂຫຍ​ດສ່ວນ​ຕົວ ລັດທິ​ອັດ​ຕະບຸກຄົນ, ລະ​ເມີດ​ກົດໝາຍ​ຂອງ​ລັດ ກົດ​ລະບຽບ​ວິ​ໄນ​ກອງທັບ.

ປ່ຽນ​ແປງ​ໃໝ່ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ປະກອບສ່ວນ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ສາຍ​ພົວພັນ​ແບບ​ເລືອດເນື້ອ ​ລະຫວ່າງ​ພັກ ກອງທັບ ​ແລະ ປະຊາຊົນ, ປັບປຸງ “ທ່າ​ສະໜາມຮົບ​ໃນ​ໃຈ​ປະຊາຊົນ”, ​ເພີ່ມ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ ລັກ ​ແລະ ກອງທັບ. ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລະບົບອົງການ​ການ​ເມືອງ, ພະນັກງານ​ການ​ເມືອງ, ​ເປັນ​ຕົ້ນ​ແມ່ນ​ຖັນ​ແຖວຜູ້​ບັນຊາ​ການ​ເມືອງ ນາຍ​ທະຫານ​ການ​ເມືອງ​ໃນ​ກອງທັບ, ປະຕິບັດ​ບົດບາດ​ຊີ້​ນຳ​ນຳພາ ​ໃຫ້​ຄຳ​ປຶກສາ ​ແນະ​ນຳ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ​ໃຫ້​ໄດ້​ເປັນ​ຢ່າງ​ດີ.

ປະຕິບັດ​ວຽກ​ງານ​ອົບຮົມ​ສຶກສາ​ວຽກ​ງານ​ການ​ເມືອງ ​ແນວ​ຄິດ​ໃຫ້​ໄດ້​ເປັນ​ຢ່າງ​ດີ; ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ວັດທະນະທຳ​ທີ່​ສົດ​ໃສ, ກີດ​ກັ້ນ​ບໍ່​ໃຫ້ຄວາມ​ຫຍໍ້​ທໍ້ ​ໄພ​ສັງຄົມ​ແຊກ​ຊືມ ກະທົບ​ເຂົ້າ​ພາຍ​ໃນ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ ສິລະ​ປະ​ວັນນະຄະດີ ກິລາກາ​ຍະ​ບໍລິຫານ​ໃຫ້​ເປັນ​ຂະ​ບວນການ​ຟົດ​ຟື້ນ ​ເພື່ອ​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ໃນ​ຊີວິດ​ວັດທະນະທຳ​ຈິດ​ໃຈ, ຜ່ານ​ຜ່າ​ປະກົດ​ການຫຍໍ້ທໍ້ທາງ​ດ້ານ​ຄຸນສົມ​ບັດ ​ແບບ​ແຜນ​ດຳລົງ​ຊີວິດ, ປະກອບ​ສ່ວນ​ຮັກສາ​ຄຸນ​ທາດ​ອັນ​ຈົບງາມ​ຂອງ “ທະຫານ​ລຸງ​ໂຮ່”. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ວຽກ​ງານ​ໂຄສະ​ນະ​ອົບຮົມ ຖະ​ແຫຼ​ງຂ່າວ ສື່​ສິ່ງ​ພິມ; ຕິດ​ແໜ້ນກັບ​ໜ້າ​ທີ່​ປະຕິວັດ​ຂອງ​ກອງທັບ, ຮັກສາ​ຖືກຕ້ອງ​ຕາມ​ກຳນົດ​ທິດ​ການ​ເມືອງ ທັດສະນະ ​ແນວທາງ​ຂອງ​ພັກ; ຕັ້ງໜ້າ​ຕໍ່ສູ້​ກັບ​ບັນດາ​ທັດສະນະ​ຜິດ​ເຂ​ວຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ.

​ໂດຍ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ກັບ​ມູນ​ເຊື້ອ 70 ປີ ອັນ​ສະຫງ່າ​ງາມ​ຂອງກອງທັບ​ປະຊາຊົນ​ຫວຽດນາມຜູ້​ພິລະ​ອາດ​ຫານ, ພັກ ລັດ ​ແລະ ປະຊາຊົນ​ເຮົາ​ຍາມ​ໃດ​ກໍ່​ເຊື່ອ​ໝັ້ນ ​ແລະ ມຸ່ງ​ຫວັງ​ວ່າ​ກອງທັບ​ເຮົາ​ຈະສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນ​ທາດ​ອັນ​ຈົບງາມຂອງ “ທະຫານ​ລຸງ​ໂຮ່”, ອອກ​ແຮງ​ສູ້​ຊົນ ຝຶກ​ຝົນ​ຫຼໍ່​ຫຼອມ ກໍ່ສ້າງກອງທັບ​ປະຊາຊົນ​ຫວຽດນາມ “ປະຕິວັດ, ລະບຽບ​ຫຼວງ, ຍອດ​ຍ້ຽມ, ທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ, ປະກອບສ່ວນ​ປະຕິບັດ​ພາລະກິດສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມສັງຄົມ​ນິຍົມ ຢ່າງ​ສຳ​ເລັດ​ມີ​ໄຊ, ສົມ​ກັບ​ເປັນ​ບ່ອນ​ອີງ​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງ​ພັກ ລັດ ​ແລະ ປະຊາຊົນ”./.

ຂຽນ​ໂດຍ: ຫງວຽນ​ຝູຈ້ອງ,
​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​
ກອມ​ມູນິດ​ຫວຽດນາມ