ຕອນ​ແລງ​ວັນ​ທີ 12 ມັງກອນ 2015, ພາຍຫຼັງ 8 ວັນ​ແຫ່ງ​ການ​ເຮັດ​ວຽກ ​ຢ່າງ​ຕໍ່​ເນື່ອງ ​ເຂັ້ມ​ງວດຮີບ​ດ່ວນ ​ແລະ​ ຮອບ​ຄອບ​ຖີ່​ຖ້ວນ, ກອງ​ປະຊຸມ​ຄະນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ ຄັ້ງ​ທີ 10 ​ສະ​ໄໝ​ທີ XI ​ໄດ້​ອັດ​ລົງ ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ. ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ອ່ານ​ບົດ​ປາ​ໄສ ​ທີ່​ສຳຄັນ​ໃນ​ວາລະ​ອັດ​ກອງ​ປະຊຸມ. ວາລະສານ​ກອມ​ມູນິດ ​ຂໍ​ເປັນ​ກຽດ​ໄດ້​ແນະນຳ​ ບົດ​ປາ​ໄສ​ດັ່ງກ່າວ:

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສອັດກອງປະຊຸມ

“ຮຽນ​ບັນດາ​ສະຫາຍ​ກຳມະການ​ສູນ​ກາງ,
      
ຮຽນ​ບັນດາ​ສະ​ຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ,

ພາຍຫຼັງ 8 ວັນ​ແຫ່ງ​ການ​ເຮັດ​ວຽກ​ຢ່າງ​ຕໍ່​ເມື່ອ​ງ ​ເຂັ້ມ​ງວດ​ຮີບ​ດ່ວນ ​ແລະ ຮອບ​ຄອບ​ຖີ່​ຖ້ວນ, ກອງ​ປະຊຸມ​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 10 ​ສະ​ໄໝ​ທີ XI ​ໄດ້​ສຳ​ເລັດ​ເນື້ອ​ໃນ​ລະບຽບ​ວາລະ​ທັງ​ໝົດ​ທີ່​ວາງ​ອອກ​ມາ. ບັນດາ​ສະຫາຍ​ກຳມະການ​ສູນ​ກາງ ​ແລະ ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ​ໄດ້​ສະ​ແດງ​​ໃຫ້​ເຫັນເຖິງ​ຄວາມ​ຮັບຜິດຊອບ​ສູງ, ປຶກສາ​ສົນທະນາ​ຢ່າງ​ປະຊາທິປະ​ໄຕ ກົງ​ໄປ​ກົງ​ມາ, ປະກອບ​ຄວາມ​ຄິດ​ເຫັນ​ຫຼາຍ​ຢ່າງ​ທີ່​ມີ​ສະຕິ​ປັນຍາ ຖືກຕ້ອງ​ເໝາະ​ສົມ​ເຂົ້າ​ໃນ​ບັນດາ​ລາຍ​ງານ ​ໂຄງການ​ແຜນ​ງານ ​ແລະ ສຳ​ເລັດ​ວຽກ​ງານ​ທີ່​ສຳຄັນ​ອື່ນ​ອີກ. ກົມ​ການ​ເມືອງ​ສູນ​ການ​ພັກ​ໄດ້​ຮັບ​ເອົາຄວາມ​ຄິດ​ເຫັນຫຼາຍ​ທີ່​ສຸດ ​ແລະ ອະທິບາຍ​ບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ຕ່າງ​ກັນ; ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ ຮັບຮອງ​ຜ່ານ​ມະຕິ​ຂອງ​ກອງ​ປະຊຸມ.

ຕໍ່​ໄປ​ນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ອອກ​ຄວາມ​ເຫັນ​ຈຳນວນ​ໜຶ່ງ, ສັງ​ລວມບັນດາ​ຜົນສຳ​ເລັດ​ຕົ້ນຕໍ​ຂອງ​ກອງ​ປະຊຸມ ​ເພື່ອ​ເປັນ​ເອກະ​ພາບ​ໃນ​ການ​ຊີ້​ນຳ​ນຳພາ​ການ​ປະຕິບັດ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້.

1. ​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກໄດ້​ໃຊ້​ເວລາ​ຫຼາຍ ​ເພື່ອ​ປຶກສາ​ສົນທະ​ນາ​ຢ່າງ​ລະອຽດ, ​ໃຫ້​ຄວາມ​ຄິດເຫັນ​ທີ່​ຖືກຕ້ອງ​ເໝາະ​ສົມຫຼາຍ​ປະການ ​ແລະ ເປັນ​ເອກະ​​ພາບສູງ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຄວນສືບ​ຕໍ່​ຊີ້​ນຳການ​ປັບປຸງບູລະນະບັນດາ​ສະບັບ​ຮ່າງ​ເອກະສານ​​​​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ເພື່ອ​ຝາກ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ສົນທະ​ນາປະກອບ​ຄວາມ​ຄິດ​ເຫັນ.

ກອງ​ປະຊຸມ​ຮັບ​ຮູ້, ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ອະນຸ​ກຳມະການ ​ແລະ ຄະນະ​ຊີ້​ນຳ ​ທີ່​ໄດ້​ຄົ້ນຄວ້າ, ກໍ່ສ້າງ​ບັນດາ​ສະບັບ​ຮ່າງ​ບົດລາຍ​ງານ ​ແລະ ​ໃບ​ສະ​ເໜີ​ຢ່າງ​ລະອຽດ​ຮອບ​ຄອບ, ​ເຂັ້ມ​ງວດ, ມີ​ຄວາມ​ຮັບຜິດຊອບ.

ສູນ​ກາງ​ເຫັນ​ດີ​ໂດຍ​ພື້ນຖານ​ກັບ​ບັນດາ​ເນື້ອ​ໃນ, ບັນຫາ​ທີ່ຂຽນ​ໃນ​ສະບັບ​ຮ່າງ​ບົດ​ລາຍ​ງານ, ​ໃນ​ໃບ​ສະ​ເໜີ ​ແລະ ​ໃຫ້​ທັດສະນະ​ວ່າ, ບັນດາ​ສະ​ບັບຮ່າງ​ເອກະສານ​ໄດ້ກັ່ນ​ຕອງ, ສ່ອງ​​ແສງ​ຖືກຕ້ອງ​ເຖິງໝາກຜົນ​ແຫ່ງ​ການ​ສະຫລຸບ​ສັງ​ລວມບາງ​ບັນຫາ​ທິດ​ສະ​ດີ - ພຶດຕິ​ກຳ ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ການສຳ​ຫຼວດທົບ​ທວນ, ຕີ​ລາຄາ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ຕິດ​ແທດ​ກັບ​ພາກ​ຕົວ​ຈິງ ​ແລະ ມີ​ການ​ຄົ້ນ​ເຜີຍ ມີ​ຂໍ້​ສະ​ເໜີ​ແນະ​ໃໝ່ຫຼາຍ​ປະການ.

ພ້ອມ​ກັນ​ນັ້ນ, ສູນ​ກາງ​ກໍ່​ປະກອບສ່ວນ, ​ເຈາະ​ຈິ້ມ, ​ໃຫ້​ຄວາມ​ເຫັນ​ທີ່​ສຳ​ຄັນຫຼາຍ​ຢ່າງ, ​ເປັນ​ຕັ້ນ​ແມ່ນ​ໃນ​ບັນດາ​ບັນຫາ​ໃຫຍ່ ​ແລະ ບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ.

ສູນ​ກາງ​ຮຽກຮ້ອງ​ໃຫ້​ທຸກ​ຄົນ​ຕ້ອງ​ເຫັນ​ແຈ້ງ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ - ຊຶ່ງ​ແມ່ນ​ກອງ​ປະຊຸມ​ທີ່​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ທີ່​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບເຮົາປະຕິບັດ​ຢ່າງ​ສຳ​ເລັດ​ມີ​ໄຊ​ ຫຼາຍ​ແຜນ​ນະ​ໂຍບາຍ ຈຸດໝາຍ ​ແລະ ໜ້າ​ທີ່ທີ່​ໄດ້​ກຳນົດ​ໃນ​ມະຕິ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ; ຜ່ານ 30 ປີ​ແຫ່ງ​ການ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການການ​ເມືອງກໍ່ສ້າງປະ​ເທດ​ຊາດໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ, ຂະຫຍາຍ​ຕື່ມ​ປີ 2011) ​ແລະ ​ແຜນ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ 2011 - 2020, ສອງ​ປີ​ແຫ່ງ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013.

ປະ​ເທດ​ເຮົາມີ​ໂອກາດ​ດີ ມີ​ຄວາມ​ສະດວກ​ອຳນວຍ​ຫຼາຍ​ປະການ, ​ແຕ່​ກໍ່​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ, ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີວຽກ​ງານ​ກໍ່ສ້າງ​ພັກ ​ແລະ ​ລະບົບ​ການ​ເມືອງຍິ່ງ​ກວ່າ​ອີກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປວງ​ຊົນ​ທັງ​ຊາດ, ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ​ກວ່າ​ອີກ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ, ກໍ່ສ້າງ​ຮາກ​ຖານ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ເຮົາ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະກຳ​ໂດຍ​ພື້ນຖານ​ໂດຍ​​ໄວ. ຕ້ອງ​ກະກຽ​ມຢ່າງ​ຮອບ​ຄອບ​ຖີ່​ຖ້ວນ​ທາງ​ດ້ານ​ເອກະສານ ​ແລະ ບຸກຄະລາ​ກອນ ​ເພື່ອ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ໃຫ້​ເປັນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ຄວາມ​ສາມັກຄີ ປະຊາ​ທີ​ປະ​ໄຕ ລະບຽບ​ວິ​ໄນ ​ແລະ ການ​ປ່ຽນ​ແປງ​ໃໝ່.

​ໃນການ​ຕີ​ລາຄາ​ກ່ຽວ​ກັບຜົນສຳ​ເລັດ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (1986 - 2016) ກໍ່​ຄື​ຂອງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ (2011 - 2015) ນັ້ນ, ສູນ​ກາງຮຽກຮ້ອງ​ໃຫ້ຕ້ອງ​ເຮັດ​ດ້ວຍ​ຈິດ​ໃຈ​ພາວະ​ວິ​ໄສ ຄ່ຽມຄົມ​ຢ່າງ​ແທ້​ຈິງ, ສັງ​ເກດ​ເບິ່ງ​ຄວາມ​ຈິງ​ໂດຍ​ກົງ, ບໍ່​ດ້ານ​ດຽວ, ບໍ່ຊ້າຍຈັດຂວາໂພດ.

​ເຫັນ​ແຈ້ງວ່າ, 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ແມ່ນໄລຍະ​ປະຫວັດສາດ​ອັນ​ສຳຄັນ​ໃນຂະ​ບວນວິວັດ​ການພັດທະນາ​ຂອງ​ປະ​ເທດ​ຊາດ, ຂີດ​ໝາຍ​ຄວາມ​ເຕີບ​ໂຕ​ທາງ​ດ້ານ​ຕ່າງໆ​ທຸກ​ດ້ານ ຂອງ​ພັກ, ລັດ ​ແລະ ປະຊາຊົນ​ເຮົາ. ການ​ປ່ຽນ​ແປງ​ໃໝ່​ມີ​ລະດັບ​ປະຫວັດສາດ ​ແລະ ຄວາມ​ໝາຍ​ປະຕິວັດ​ອັນ​ໃຫຍ່​ຫຼວງ, ​ແມ່ນ​ຂະ​ບວນວີ​ວັດ​ການ​ດັດ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ຮອບດ້ານ ​ເຖິງ​ຖອງ, ​ແມ່ນ​ພາລະກິດ​ການ​ປະຕິວັດ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ​ເຮົາ.

​ເບິ່ງ​ລວມ, ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ເຮົາ​ບັນລຸ​ໄດ້​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ, ສ້າງ​ປະຖົມ​ປັດ​ໃຈ​ອັນ​ສຳຄັນ​ເພື່ອ​ໃຫ້​ປະ​ເທດ​ເຮົາ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ໄລຍະ​ເວລາ​ຕໍ່​ໄປ. ພ້ອມ​ກັນ​ນັ້ນ, ກໍ່​ຕ້ອງ​ເຫັນ​ໄດ້​ວ່າ ຍັງ​ມີ​ຫຼາຍ​ບັນຫາ​ໃຫຍ່ ສັບສົນ, ມີ​ຂໍ້​ຈຳກັດ ສິ່ງ​ຄົງ​ຄ້າງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ, ສຸມ​ໃສ່​ແກ້​ໄຂ​ເພື່ອ​ໃຫ້​ປະ​ເທດ​ເຮົາ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນ​ທ່ຽງ​ກວ່າ​ອີກ.

​ໃນຫ້າ​ປີ​ທີ່​ຫາ​ກໍ່​ຜ່ານ​ມາ​ນີ້, ​ສະພາບ​ການ​ໂລກ​ແລະສະພາບ​ການຫວຽດນາມ​ໃນ​ສະ​ໄໝກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ໄດ້​ມີ​ການ​ຜັນ​ປ່ຽນ​ໃໝ່, ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວກອງທັບ​ເຮົາ​ໄດ້ຕັ້ງໜ້າ​ພະຍາຍາມ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ບັນລຸ​ໄດ້​ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ; ​ແຕ່​ກໍ່​ຍັງ​ມີ​ຈຸດ​ອ່ອນ ຂໍ້​ຈຳກັດ​ຫຼາຍ​ຢ່າງ.

ບົນ​ພື້ນຖານ​ຕີ​ລາຄາ​ສະພາບ​ການ ​ແລະ ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ​ຢ່າງ​ພາວະ​ວິ​ໄສ, ຄາດ​ຄະ​ເນ​ສະພາບ​ການພາຍ​ປະ​ເທດ ​ແລະ ​ໃນ​ໂລກ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ຢ່າງ​ຖືກຕ້ອງ, ພວກ​ເຮົາ​ຈະ​ມີ​ເງື່ອນ​ໄຂ​ກຳນົດ​ທິດ​ທາງ ຈຸດໝາຍ ໜ້າ​ທີ່​ພັດທະນາ​ປະ​ເທດ​ໃນ​ສະ​ໄໝ 2016 – 2020 ຢ່າງ​ຖືກຕ້ອງ, ນັບ​ທັງ​ຈຸດໝາຍ​ສັງ​ລວມ ​ແລະ ບັນດາ​ໜ້າ​ທີ່​ອັນ​ລະອຽດ.

ສືບ​ຕໍ່​ກຳນົດ​ບັນດາ​ແຜນ​ນະ​ໂຍບາຍ, ວິທີ​ແກ້​ເພື່ອ​ຍູ້​ແຮງ​ການ​ຫັນ​ເປັນ​ອຸສາ​ຫະກຳ ທັນ​ສະ​ໄໝ, ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ​ແລະ ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່; ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິ​ດສັງຄົມ​ນິຍົມ; ພັດທະນາ​ວັດທະນະທຳ, ກໍ່ສ້າງ​ຜູ້​ຄົນ; ປ່ຽນ​ແປງ​ໃໝ່​ການ​ຄຸ້ມ​ຄອງ​ພັດ​ທະນະ​ສັງຄົມ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ຍຸດຕິ​ທຳ​ສັງຄົມ; ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ ຢ່າງ​ໝັ້ນຄົງ; ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປັບປຸງ​ບູລະນະ​ລັດ​ແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ; ກໍ່ສ້າງ​ໃຫ້​ພັກ​ນັບ​ມື້​ນັບ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ...

ພ້ອມ​ກັນ​ນັ້ນ, ຕ້ອງ​ສືບ​ຕໍ່​ຕິດຕາມ​ໃກ້ຊິດ​ກັບ​ພາກ​ພຶດຕິ​ກຳ, ລົງ​ເລິກ​ຄົ້ນຄວ້າ ສະຫລຸບ​ສັງ​ລວມ ປຶກສາ​ສົນທະນາ, ສ້າງ​​ໃຫ້​ມີຄວາມ​ເປັນ​ເອກະ​ພາບ​ສູງ​ກວ່າ​ອີກ ​ກ່ຽວ​ກັບບາງ​ບັນຫາ​ໃໝ່ແລະຍາກ ​ຄື: ຄວາມ​ສຳນຶກແລະຄຸນ​ລັກສະນະ​ພິ​ເສດ​ ຂອງ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ສອດຄ່ອງ​ກັບ​ລະດັບ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ປະ​ເທດ​ເຮົາ​ໃນ​ປັດຈຸບັນ; ຕົວ​ແບ​ບການ​ເຕີບ​ໂຕ​ເສດຖະກິດ ​ແລະ ​ໂຄງ​ປະກອບ​ເສດຖະກິດ​ທີ່​ຕ້ອງ​ກໍ່ສ້າງ​ຂຶ້ນ, ຫັນໄປ​ສູ່; ມາດຕະຖານ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ ​ສອດຄ່ອງ​ກັບ​ບັນທັດຖານ​ສາກົນ ​ແລະ ​ເງື່ອນ​ໄຂ​ຫວຽດນາມ; ຈຸດ​ໝາຍ, ລະດັບ​ຄາດໝາຍ​ອັນ​ລະອຽດ ​ແລະ ໜ້າ​ທີ່ ວິທີ​ແກ້​ໄຂ​ຕົ້ນຕໍ​ ກ່ຽວ​ກັບ​ເສດຖະກິດ - ສັງຄົມ​ ທີ່​ຕ້ອງ​ຜັນ​ຂະຫຍາຍ​ປະຕິບັດ​ ໃນ​ສະ​ໄໝປະຈຳການ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດທີ XII, ພິ​ເສດ​ແມ່ນ​ໃນ​ການ​ຄຸ້ມ​ຄອງ​ກວດກາ​ໜີ້​ສິນ​ຫຼວງ, ​ແກ້​ໄຂ​ໜີ້ສິນ​ເຮິ​ຮ້າຍ, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ປົວ​ແປງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ, ຍົກ​ສູງ​ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ; ຈັດ​ວາງຄື​ນ​ໃໝ່​ໂຄງ​ປະກອບວິ​ສາ​ຫະກິດ​ແຫ່ງ​ລັດ, ລະບົບ​ບັນດາ​ການຈັດ​ຕັ້ງ​ສິນ​ເຊື່ອ ​ແລະ ການ​ລົງທຶນ​ພາກ​ລັດ; ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ກະສິກຳ ຕິດ​ກັບ​ການກໍ່ສ້າງ​ຊົນນະບົດ​ໃໝ່; ພັດທະນາ​ເສດຖະກິດ​ຮ່ວມ​ມື, ​ເສດຖະກິດ​ພູມ​ພາກ ​ແລະ ​ບັນດາເຂດການ​ບໍລິຫານ - ​ເສດຖະກິດ​ພິ​ເສດ; ພັດທະນາ​ຕົວ​ເມືອງ ​ແລະ ກໍ່ສ້າງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ທີ່​ຄົບ​ຊຸດ; ກໍ່ສ້າງ​ລະບົບ​ຄຸນຄ່າ​ວັດທະນະທຳ​ແລະຄົນ​ຫວຽດນາມ; ຮັບ​ຮູ້ ​ແລະ ​ເສີມ​ຂະຫຍາຍ​ບັນດາກຳລັງ​ຂັບ​ເຄື່ອນ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ສືບ​ຕໍ່​ລົງ​ເລິກ​ຄົ້ນຄວ້າ​ໄຈ້​ແຍກ ທຳ​ຄວາມ​ກະຈ່າງ​ແຈ້ງ​ກວ່າ​ອີກ​ ກ່ຽວ​ກັບຂໍ້​ສະ​ເໜີ​ແນະ​ທີ່​ພົວ​ພັນ​ກັບ​ບັນຫາ “ປ່ຽນ​ແປງ​ໃໝ່​ຢ່າງ​ຄົບ​ຊຸດ​ກວ່າ​ອີກ ລະຫວ່າງການ​ເມືອງ ​ແລະ ​ເສດຖະກິດ”. ຕ້ອງ​ກຳ​ແໜ້ນ​ແລະ ຢືນຢັນ​ວ່າ: ປ່ຽນ​ແປງ​​ໃໝ່​ການ​ເມືອງ​ບໍ່​ແມ່ນ​ເຮັດ​ໃຫ້​ລະບອບ​ການ​ເມືອງ​ປ່ຽນ​ແປງ​ໄປ, ບໍ່​ປ່ຽນ​ແປງ​ທາດ​ແທ້​ຂອງ​ພັກ​ເຮົາ ລັດ​ເຮົາ, ຫາກ​ແມ່ນ​ປ່ຽນ​ແປງ​ໃໝ່​ກົນ​ໄກ ນະ​ໂຍບາຍ ການຈັດ​ຕັ້ງ​ກົງຈັກ, ປັບປຸງ​ບູລະນະ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ປ່ຽນ​ແປງ​ໃໝ່​ແບບ​ວິທີ​ປະຕິບັດ​ງານ, ​ແບບ​ແຜນ​ເຮັດ​ວຽກ, ປະຕິ​ຮູບ​ການ​ບໍລິຫານ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຟຸມ​ເຟືອຍ, ຕ້ານ​ພະຍາດ​ອາດຍາ​ສິດທີ່​ກໍ່​ຄວາມ​ລຳ​ຄານ​ຫຍຸ້ງຍາກ​ໃຫ້​ປະຊາຊົນ, ຍົກ​ສູງ​ຄວາມ​ສັກສິດ ​ແລະ ປະສິດທິ​ຜົນ​ຂອງ​ບັນດາ​ອົງການ​ໃນ​ລະບົບ​ການ​ເມືອງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມສະຫງົບ, ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ຢ່າງ​ໝັ້ນຄົງ.

ສູນ​ກາງ​ເນັ້ນ​ໜັກ​ເປັນ​ພິ​ເສດ​ວ່າ​ຕ້ອງ​ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ​ພັກກວ່າ​ອີກ, ​ເປັນ​ຕົ້ນ​ແມ່ນ ສືບ​ຕໍ່​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 4 ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ກວ່າ​ອີກ ​ເພື່ອ​ກໍ່ສ້າງພັກ, ກີດ​ກັ້ນ​ແລະ​ຍູ້​ຖອຍ ​ສະພາບ​ຄວາມ​ເສື່ອ​ນ​ໄຊ​ມທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ​ໃນ​ພັກ ​ແລະ ​ໃນ​ສັງຄົມ; ຮັກສາ ຢຶດໝັ້ນ​ທາດ​ແທ້​ປະຕິວັດ ​ແລະ ບົດບາດນຳ​ໜ້າ​ເປັນ​ແບບຢ່າງ​ຂອງ​ພັກ, ຂອງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ; ປະຕິບັດ​ບັນດາຫຼັກການການຈັດ​ຕັ້ງ​ກໍ່ສ້າງ​ພັກ​ ຢ່າງ​ເຂັ້ມ​ງວດ; ​ເພີ່​ມທະວີສາຍ​ພົວພັນ​ແບບ​ເລືອດ​ເນື້ອ​ລະຫວ່າງ​ພັກ ກັບ​ປະຊາຊົນ, ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ ​ແລະ ລັດ.

ປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ກໍ່ສ້າງ ປະກາດ​ໃຊ້ ​ແລະ ຈັດ​ຕັ້ງ​ປະຕິບັດ ​ບັນດາ​ມະຕິ​ຂອງ​ພັກ, ກົດໝາຍ​ ນະ​ໂຍບາຍ​ຂອງ​ລັດ. ​ເພີ່ມ​ທະວີ​ວຽກ​ງານ​ການຈັດ​ຕັ້ງ ​ແລະ ພະນັກງານ; ກໍ່ສ້າງ​ການ​ຈັດ​ຕັ້ງ​ຮາກ​ຖານ​ພັກ​ໃຫ້​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ ຂອງ​ພະນັກງານ ສະມາຊິກ​ພັກ; ມີ​ກົນ​ໄກ ນະ​ໂຍບາຍ​ເພື່ອ​ຄົ້ນ​ເຜີຍ ດຶງ​ດູດ ນຳ​ໃຊ້​ຜູ້​ເກັ່ງ​ກ້າ​ສາມາດ; ​ແກ້​ໄຂ​ປະຕິບັດ​ວິ​ໄນ​ຢ່າງ​ເຂັ້ມ​ງວດ​ຕໍ່​ກັບການລະ​ເມີດ​ກົດ​ລະບຽບ​ພັກ. ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ແນວ​ຄິດ ວຽກ​ງານ​ໂຄສະນາ​ອົບຮົມ, ສ້າງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ​ຢູ່​ໃນ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ; ປະຕິ​ຮູບ​ການ​ບໍລິຫານ​ໃນ​ພັກ; ປ່ຽນ​ແປງ​​ໃໝ່​ແບບ​ວິທີ​ການນຳພາ​ຂອງ​ພັກ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ມອບ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ຊີ້​ນຳ​ບັນດາ​ອະນຸກຳມະການ ສົມທົບ​ກັບ​ຄະນະ​ຊີ້​ນຳ​ການ​ສະຫລຸບ​ສັງ​ລວມ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ເພື່ອ​ຈັດ​ຕັ້ງ​ການ​ເກັບ​ກຳ​ຮັບ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ສູນ​ກາງ​ຢ່າງ​ຮີບ​ດ່ວນ ​ເຂັ້ມ​ງວດ, ສືບ​ຕໍ່​ປັບປຸງ​ບູລະນະ​ບັນດາ​​ເອກະສານສະບັບ​ຮ່າງ ເພື່ອ​ຝາກ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ສົນທະ​ນາປະກອບ​ຄວາມ​ຄິດ​ເຫັນ; ຈັດ​ຕັ້ງ​ເປັນ​ຢ່າງ​ດີກາ​ນສັງ​ລວມ, ຮັບ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ​ເພື່ອ​ບູລະນະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ບັນດາ​ສະບັບ​ຮ່າງ​ເອກະສານ, ຫຼັງ​ຈາກ​ນັ້ນ​ກໍ່​ຂໍ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ ກ່ອນ​ເມື່​ອຍື່ນ​ສະ​ເໜີ​ໃຫ້ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ. ສະ​ເໜີ​​ໃຫ້​ບັນດາ​ສະຫາຍ​ກຳມະການ​ສູນ​ກາງ ​ແລະ ບັນດາ​ສະຫາຍທີ່​ເຂັ້າຮ່ວມ​ກອງ​ປະຊຸມ ​ຈົງ​ສືບ​ຕໍ່​ຄົ້ນ​ຄິດ ​ແລະ ມີ​ການ​ປະກອບສ່ວນ​ແທດ​ຈິງ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ບັນດາ​ສະບັບ​ຮ່າງ, ພ້ອມ​ກັນ​ນັ້ນ ​ຊີ້​ນຳການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ​ໃຫ້​ໄດ້​ເປັນ​ຢ່າງ​ດີ.

2. ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ປຶກສາ​ສົນທະນາ​ຢ່າງ​ຟົດ​ຟື້ນ, ປະກອບ​ຫຼາຍ​ຄວາມ​ເຫັນ​ທີ່​ສຳຄັນ​ ເພື່ອ​ໃຫ້​ກົມ​ການ​ເມືອງ​ສູນ​ກາງ​ສືບ​ຕໍ່​ຊີ້​ນຳການ​ຮັບ​ເອົາຄວາມ​ຄິດ​ເຫັນ​ ແລະ ບູລະນະ​ບັນດາ​ລາຍງານ, ​ໂຄງການ ​ເພື່ອ​ສະ​ເໜີ​ທີ່​ກອງ​ປະຊຸມ.

ກ່ຽວ​ກັບ​ໂຄງການຫລຸດຜ່ອນ​ການ​ບັນຈຸບຸກຄະລາ​ກອນ​ໃຫ້​ຮັດກຸມ ​ແລະ ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ຖັນ​ແຖວ​ພະນັກງານ ຂ້າລັດຖະການນັ້ນ, ສຸນ​ການ​ເນັ້ນ​ວ່າ: ຕ້ອງຊາບ​ຊືມ, ປະຕິບັດຖືກຕ້ອງ​ຕາມ​ຈຸດໝາຍ ທັດສະນະ ​ແນວ​ຄິດ​ຊີ້​ນຳ ​ແລະ ໜ້າ​ທີ່ ວິທີ​ແກ້​ໄຂ ​ຊຶ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ ບົດສະຫລຸບຂອງກອງ​ປະຊຸມ​ສູນ​ກາງ​​ຄັ້ງ​ທີ 7 ສະ​ໄໝ​ທີ XI ​ໄດ້ກຳນົດ​ໄວ້. ສູ້​ຊົນ​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການຫລຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ​ ​ແລະ ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ; ດຶງ​ດູດ​​ຜູ້​ມີ​ຄຸນສົມບັດ ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ ​ໃຫ້ເຂົ້າ​ເຮັດ​ວຽກ​ໃນ​ບັນດາ​ສຳນັກງານ ອົງການ ​ແລະ ກົມ​ກອງ​ຂອງ​ພັກ, ລັດ ​ແລະ ບັນດາ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ.

ຮັບປະກັນ​ການ​ນຳພາ​ ​ແລະ ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບຂອງ​ພັກ ຕໍ່​ກັບ​ການ​ບັນຈຸ​ບຸກຄະ​ລະ​ກອນ​ຂອງ​ລະບົບ​ການ​ເມືອງ​ມັງ​ໝົດ; ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດ​ກາ​ຂອງ​ບັນດາ​ອົງການ​​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ ຂອງ​ປະຊາຊົນ​ ໃນ​ວິວັດ​ການ​ປະຕິບັດ. ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ ໃນ​ບັນດາ​ສຳນັກງານ ອົງການ ກົມ​ກອງ ຫົວໜ່ວຍພາລະກິດ​ສາທາລະນະ ທີ່ຂຶ້ນ​ກັບ​ລະບົບ​ການ​ເມືອງ. ມີ​ກົນ​ໄກ ນະ​ໂຍບາຍ​ບຸກທະລຸ​ເພື່ອປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາຫົວໜ່ວຍພາລະກິດ​ໃນ​ຂົງ​ເຂດບໍລິການ​ສາທາລະນະ.

ຜັນ​ຂະຫຍາຍ​ການຫລຸດຜ່ອນ​ການ​ບັນຈຸ​ບຸກຄະ​ລະ​ກອນຢ່າງ​ຄົບ​ຊຸດ ຕິດ​ກັບ​ການ​ປະຕິ​ຮູບ​ການ​ບໍລິຫານ, ປະຕິ​ຮູບ​ລະບອບ​ການ​ງານ, ຂ້າລັດຖະການ, ​ເປັນ​ຕົ້ນ​ແມ່ນ​ກຳນົດ​ທີ່​ຕັ້ງ​ວຽກ​ງານ, ​ໂຄງ​ປະກອບ​ພະນັກງານ ຂ້າ​ລັດຖະການທີ່​ສົມ​ເຫດ​ສົມ​ຜົນ, ດ້ວຍ​ຈຳນວນ​ເໝາະ​ສົມ. ອັດຕາ​ສ່ວນ​ຫລຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ​ຕ້ອງ​ໄດ້​ກຳນົດ​ຢ່າງ​ລະອຽດ ຕາມ​ແຕ່​ລະ​ສຳນັກງານ ອົງການ ກົມ​ກອງ, ສອດ​ຄ່ອງ​ກັບ​ພາລະ​ບົດບາດ ໜ້າ​ທີ່ ​ແລະ ປະລິມານ​ ຄຸນ​ນະພາ​ບຕົວ​ຈິງ ​ຂອງ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ.

​ເດັດຂາດ​ຕ້ອງ​ຫລຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ​ໃຫ້​ຮັດກຸມ, ບໍ່​ເພີ່ມ​ການ​ບັນຈຸ​, ບໍ່​ສ້າງ​ຕັ້ງການຈັດ​ຕັ້ງ​ໃໝ່ຂຶ້ນ (ຍົກ​ເວັ້ນກໍລະນີ​ພິ​ເສດ), ​ແຕ່​ຕ້ອງ​ຮັບປະກັນ​ສຳ​ເລັດ​ໜ້າ​ທີ່, ບໍ່​ສົ່ງ​ຜົນ​ກະທົບ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສຳນັກງານ ການຈັດ​ຕັ້ງ ​ແລະ ກົມ​ກອງ.

​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນຫົວໜ້າ ​ໃນ​ການຈັດ​ວາງ​ຄືນ​ໃໝ່ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ, ຮັບປະກັນ​ໂຄງ​ປະກອບ​ທີ່​ສົມ​​ເຫດ​ສົມ​ຜົນ​ທາງ​ດ້ານ​ໄວ​ອາຍຸ, ​ເພດ, ​ເຜົ່າ.

ພ້ອມ​ກັນ​ນັ້ນ, ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ ກ່ຽວ​ກັບ​ເພີ່ມ​ທະວີ​ວຽກ​ງານ​ອົບຮົມສຶກ​ສາ​ການ​ເມືອງ ​ແນວ​ຄິດ; ປ່ຽນ​ແປງ​ໃໝ່ ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານຄຸ້ມ​ຄອງ​ການ​ບັນຈຸ​ພະນັກງານ ຂ້າ​ລັດຖະການ​ຕາມ​ທິດ​ລວມ​ສູນ ​ເປັນ​ເອກະ​ພາບ; ຍູ້​ແຮງ​ການ​ສຳ​ຫຼວດກວດຄືນ, ຈັດ​ວາງ​ສັບ​ຊ້ອນ, ປັບ​ປຸງ​ບູລະນະ​ການຈັດ​ຕັ້ງ​ກົງຈັກ ​ແລະ ຫລຸດຜ່ອນ​ການ​ບັນຈຸ​​ໃຫ້​ຮັດກຸມ ຢູ່​ບັນດາ​ສຳນັກງານ ອົງການ ກົມ​ກອງ​ໃນ​ທົ່ວ​ລະບົບ​ການ​ເມືອງ; ກໍ່ສ້າງ​ໂຄງ​ປະກອບ​ຖັນ​ແຖວ​ພະນັກງານ ຂ້າ​ລັດຖະການ ​ຕາມຊັ້ນ​ຕຳ​ແໜ່​ງອາຊີບ, ທີ່​ຕັ້ງ​ວຽກ​ງານ, ສອດຄ່ອງ​ກັບພາລະ​ບົດບາດ ໜ້າ​ທີ່...

ກ່ຽວ​ກັບ​ໂຄງການ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ສິ່ງ​ພິມ, ກອງ​ປະຊຸມຢືນຢັນ​ວ່າ​: ສື່​ສິ່ງ​ພິມ​ແມ່ນ​ພາຫະນະ​ສື່​ຂ່າວ ​ເຄື່ອງມື​ໂຄສະນາ​ການ ອາວຸດ​ແນວ​ຄິດ​ທີ່​ສຳຄັນ​ ຂອງ​ພັກ ​ແລະ​ ລັດ, ​ເປັນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ​, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ການ​ຄຸ້ມ​ຄອງ​ຂອງ​ລັດ, ​ເຄື່ອນ​ໄຫວ​ໃນ​ຂອບ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ໃນ​ເວລາ​ທີ່​ຜ່ານ​ມາ, ສື່​ສິ່ງ​ພິມຂອງ​ປະ​ເທດ​ເຮົາ​ໄດ້​ຂະຫຍາຍຕົວ​ຢ່າງ​ໄວວາ ​ແລະ ​ໄດ້​ມີ​ສ່ວນ​ປະກອບ​ອັນ​ຕັ້ງໜ້າ ສຳຄັນ​ເຂົ້າ​ໃນ​ພາລະກິດປ່ຽນ​ແປງ​ໃໝ່, ​ໃນການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ແຕ່, ການ​ເຄື່ອນ​ໄຫວ​ຂອງ​ສື່​ສິ່ງ​ພິມ ​ກໍ່​ຄືວຽກ​ງານ​ຄຸ້ມ​ຄອງ​ສື່​ສິ່ງ​ພິມ​ ກໍ່​ຍັງ​ມີ​ຂໍ້​ຂາດຕົກ​ບົກພ່ອງ, ຂໍ້​ຈຳກັດ​ຫຼາຍ​ຢ່າງ.

ບົນ​ພື້ນຖານ​ການໄຈ້​ແຍກ ຕີ​ລາຄາ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບສະພາບ​ການ​ຂະຫຍາຍຕົວ ​ແລະ ການ​ຄຸ້ມ​ຄອງ​ສື່​ສິ່ງ​ພິມ​ ທີ່​ມີ​ຜົນສຳ​ເລັດ, ຈຸດ​ອ່ອນ, ຂໍ້​ຈຳກັດ ​ແລະ ສາ​ເຫດ​ອັນ​ລະອຽດ; ​ເຫັນ​ແຈ້ງ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ການ​ສື່​ຂ່າວ ​ໂທລະ​ຄົມມະນາຄົມ​ໃນ​ໂລກ, ສູນ​ກາງ​ຢືນຢັນ​ຄວາມ​ຕ້ອງການ​ຕ້ອງ​ປະກາດ​ໃຊ້​ໂດຍ​ໄວ ​ແລະ ຈັດ​ຕັ້ງ​ປະຕິບັດ​ ແຜນ​ແມ່​ບົດການ​ພັດທະນາ ​ແລະ ຄຸ້ມ​ຄອງສື່​ສິ່ງ​ພິມ​ຮອດ​ປີ 2025.

​ໃນ​ຂະ​ບວນວິວັດ​ການກໍ່ສ້າງ​ ​ແລະ ປະຕິບັດແຜນ​ແມ່​ບົດ, ຕ້ອງ​ຊາບ​ຊືມທັດສະນະ ພັດທະນາ​ໄປ​ຄຽງ​ຄູ່​ກັບ​ຄຸ້ມ​ຄອງ​ໃຫ້​ດີ. ພັດທະນາ​ສື່​ສິ່ງ​ພິມ​ຕາມ​ທິດ​ປະຕິວັດ, ວິຊາ​ອາຊີບຊຳນິຊຳນານ, ທັນ​ສະ​ໄໝ, ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ສື່​ຂ່າວ​ຂອງ​ປະຊາຊົນ, ​ໂຄສະນາ​​ເຜີຍ​ແຜ່ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ​ເພື່ອ​ສາມັກຄີ ​ເຕົ້າ​ໂຮມ​ມະຫາຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ກຳນົດ​ທິດ​ແນວ​ຄິດ ​ແລະ ສຸນທະລີ​ຍະ​ພາບ, ປະກອບສ່ວນຍົກ​ສູງ​ປັນຍາ​ຄວາມ​ຮູ້​ຂອງ​ປະຊາຊົນ, ພັດທະນາ​ວັດທະນະທຳ ​ແລະ ຊັບພະຍາກອນ​ມະ​ນຸດ​ຫວຽດນາມ.

ລັດ​ມີ​ກົນ​ໄກ ນະ​ໂຍບາຍ​ການ​ເງິນ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ ເພື່ອສ້າງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ໃຫ້​ສື່​ສິ່ງ​ພິມສຳ​ເລັດ​ໜ້າ​ທີ່​ການ​ເມືອງ, ພ້ອມ​ກັນ​ນັ້ນ ​ກໍ່​ສົ່ງ​ເສີມ​ບັນດາ​ອົງການ​ສື່​ສິ່ງ​ພິມ ​ເພີ່ມ​ທະວີ​ການ​ລະດົມ​ບັນດາ​ແຫຼ່ງພະລັງ​ພັດທະນາ ບົນ​ພື້ນຖານ​ຮັບປະກັນ​ຖືກຕ້ອງ​ຕາມ​ຈຸດປະສົງຄະຕິ​ທຳ, ບໍ່​ແລ່ນ​ຫາ​ຜົນ​ກຳ​ໄລດຽວລ້ວນ, ບໍ່​ໃຫ້​ເອກະ​ຊົນ​ກຳມະສິດ​ສື່​ສິ່ງ​ພິມ, ບໍ່​ໃຫ້​ກຸ່ມ​ຜົນ​ປະ​ໂຫຍ​ດພາກສ່ວນ​ຄອບ​ງຳ​ສື່​ສິ່ງພິມ. ພັດທະນາ​ສື່​ສິ່ງ​ພິມ​ສອດຄ່ອງ​ກັບ​ທ່າ​ອຽງ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ທ່າ​ອຽງ​ຂະຫຍາຍຕົວ​ຂອງ​ການສື່​ຂ່າວ ​ໂທລະ​ຄົມມະນາຄົມ​ໃນ​ໂລກ. ສົມທົບ​ຢ່າງ​ແໜ້ນ​ແຟ້ນບັນດາຮູບ​ແບບ​ສື່​ສິ່ງ​ພິມ, ພ້ອມ​ກັນ​ນັ້ນ ກໍ່​ເສີມ​ຂະຫຍາຍ​ທ່າ​ດີ​ຂອງ​ບັນດາ​ພາຫະນະ, ການ​ບໍລິການ​ໃນ​ເຄືອ​ຂ່າຍ ອິນ​ເຕີ​​ເນັດ ​ແນ​ໃສ່​ສະໜອງ​ຂ່າວ​ເປັນ​ທາງ​ການ ທີ່​ມີ​ການ​ກຳນົດ​ທິດ, ​ເພີ່ມ​ຄວາມປົກ​ຫຸ້ມ​ໃນ​ປະ​ເທດ ​ແລະ ສາກົນ; ຈຳກັດ​ຜົນ​ກະທົບ​ຫຍໍ້​ທໍ້ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ ຄວາມ​ສະຫງົບ​ຂອງ​ການ​ສື່​ຂ່າວ​ຕາມ​ເຄືອ​ຂ່າຍ.

ຈຸດ​ໝາຍ​ຂອງ​ແຜນ​ແມ່​ບົດ​ນີ້​ແມ່ນ ຈັດ​ວາງ​ສັບ​ຊ້ອນ​ລະບົບ​ສື່​ສິ່ງ​ພິມຕິດ​ແໜ້ນ​ກັບ​ປ່ຽນ​ແປງ​ໃໝ່ຕົວ​ແບບ, ຍົກ​ສູງ​ຄວາມ​ສັກສິດ ປະສິດທິ​ຜົນ​ການ​ນຳພາ ຄຸ້ມ​ຄອງ​ສື່​ສິ່ງ​ພິມ ​ເພື່ອ​ພັດທະນາ​ລະບົບສື່​ສິ່ງ​ພິມຕາມ​ທິດຄຸນ​ນະພາ​ບ ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສື່​ຂ່າວ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ປະຊາຊົນ, ສອດຄ່ອງ​ກັບ​ແຕ່ລະ​ເປົ້າ​ໝາຍ ​ແຕ່ລະ​ເຂດ ພາກ. ກໍ່ສ້າງ​ບາງ​ອົງການ​ສື່​ຂ່າວ​ຫຼັກ​ແຫຼ່ງ, ພະຫຸ​ພາຫະນະ​ ​ໃຫ້ເປັນ​ແກນ​ກາງ ມີ​ບົດບາດ​ກຳນົດ​ທິດ​ການ​ສື່​ຂ່າວ​ໜັງສືພິມ ​ແລະ ສື່​ຂ່າວ​ອິນ​ເຕີ​ເນັດ.

ກຳຈັດ​ດັດ​ແກ້​ສະພາບ​ການ​ຊ້ຳ​ຊ້ອນ​ກັນ, ລົງທຶນ​ແບບ​ກະ​ແຈກກະຈາຍ, ປ່ອຍປະ​ລະ​ເລີຍ​ການ​ຄຸ້ມ​ຄອງ, ​ເຄື່ອນ​ໄຫວ​ຫ່າງ​ເຫີ​ນຈາກຈຸດປະສົງຄະຕິທຳ, ສົ່ງ​ຂ່າວ​ຜິດ​ກັບ​ຄວາມ​ຈິງ. ກຳນົດ​ແຈ້ງ​ຄວາມ​ຮັບຜິດຊອບ​ນຳພາ ຄຸ້ມ​ຄອງ​ສື່​ສິ່ງ​ພິມ​ຂອງບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງການ​ເຈົ້າ​ຄຸ້ມ​ຄອງ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ​ອົງກາ​ເຈົ້າ​ຄຸ້ມ​ຄອງ ​ແລະ ອົງການ​ສື່​ສິ່ງ​ພິມ. ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ, ນັກ​ຂ່າວ, ຜູ້​ບັນນາທິການ ມີ​ຄຸນສົມບັດ​ສິນ​ທຳ ​ແລະ ຄວາມ​ສາມາດ​ວິຊາ​ຊີບ​ຢ່າງ​ພຽງພໍ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ພັດທະນາ​ສື່​ສິ່ງ​ພິມ​ໃນ​ສະພາບ​ການ​ໃໝ່.

​ແຜນ​ແມ່​ບົດ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ສິ່ງ​ພິມຕ້ອງ​ກຳນົດ​ຢ່າງ​ຈະແຈ້ງ ລະອຽດ ​ກ່ຽວ​ກັບ​ກຳນົດ​ທິດ ຈຸດໝາຍ ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ ຕໍ່​ກັບ​ແຕ່ລະ​ຮູບ​ແບບ​ສື່​ສິ່ງ​ພິມ, ກວມ​ດ້ວຍ​ໜັງສືພິມ ສື່​ເອ​ເລັກ​ໂທຣນິກ ກະ​ຈາຍ​ສຽງ ​ໂທລະພາບ​ຕາມ​ລຳດັບ​ດຳ​ເນີນ​ງານ, ບາດກ້າວ​ທີ່​ສອດຄ່ອງ.

3. ກອງ​ປະຊຸມ​ກໍ່​ໄດ້​ພິຈາລະນາ, ຕັດ​ສີນ​ຫຼາຍ​ບັນຫາ​ສຳຄັນ​ອື່ນ​ອີກ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ຄົ້ນ​ຄວ້າພິຈາລະນາ, ສືບ​ຕໍ່​ແນະນຳ​ເພີ່ມ​ເຕີມ​ແຜນ​​ແມ່​ບົດ​ກ່ຽວ​ກັບພະນັກງານ​ຂັ້ນ​ຍຸດ​ທະ​ສາດ; ​ເອົາ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ​ຂອງ​ສູນ​ກາງ​ພັກ​ຕໍ່​ກັບບັນດາ​ສະຫາຍ​ກຳມະການ​ກົມ​ການ​ເມືອງ, ກຳມະການ​ຄະນະ​ເລຂາທິການ; ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ກຳມະການ​ຄະນະກຳມະການ​ກວດກາ​ສູນ​ກາງ​ພັກ; ພິຈາລະນາ, ​ແກ້​ໄຂຄຳ​ຮ້ອງ​ຟ້ອງກ່ຽວກັບ​ວີ​ໄນ​ພັກ; ດຳ​ເນີນ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຢູ່​ໃນ​ກອງ​ປະ​ຊຸມ,...

ດ້ວຍ​ຈິດ​ໃຈຮັບ​ຜີ​ດຊອບສູງ​ຕໍ່​ພັກ, ຕໍ່​ປະຊາຊົນ ​ແລະ ປະ​ເທດ​ຊາດ, ບັນດາ​ສະ​ຫາຍ​ກຳມະການ​ສູງ​ກາງ​ພັກ​ໄດ້​ດຳ​ເນີນ​ວຽກ​ງານ​ເຫຼົ່າ​ນີ້​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ, ຖືກຕ້ອງ​ຕາມຂໍ້​ກຳນົດ​ຂອງ​ພັກ, ບັນລຸ​ໄດ້​ຈຸດປະສົງ ລະດັບ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ມາ, ​ໃນ​ບັນຍາກາດ​ປະຊາທິປະ​ໄຕ ສາມັກຄີ ​ເປັນ​ເອກະ​ພາບ​ຢ່າງ​ແທ້​ຈິງ.

ຮຽນ​ບັນດາ​ສະຫາຍ,

ດ້ວຍ​ບັນດາ​ຜົນສຳ​ເລັດ​ທີ່​ກ່າວ​ມາ​ເທິງ​ນີ້, ພວກ​ເຮົາ​ມີ​ພື້ນຖານ​ເພື່ອ​ຢືນຢັນ​ວ່າ ກອງ​ປະຊຸມ​ຄັ້ງ​ທີ​ສິບ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XI ​ໄດ້​ສຳ​ເລັດຜົນຢ່າງ​ຈົບງາມ. ຜົນສຳ​ເລັດ​ນີ້​ກໍ່​ໄດ້​ປະກອບ​ສ່ວນສຳ​ເລັດ​ສິ້ນ​ສຸດ​ປີ 2014 ຢ່າງ​ຈົບງາມ, ຊຶ່ງ​ເປັນ​ປີ​ທີ່​ຫວຽດນາມ​ຕ້ອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ, ​ໄດ້​ຍາດເອົາຜົນ​ງານ​ອັນ​ສຳຄັນ ​ແລະ ​ບົດຮຽນ​ປະສົບ​ການ​ອັນ​ລ້ຳ​ຄ່າ​ຫຼາຍ​ຢ່າງ ​ເພື່ອ​ກ້າວ​ເຂົ້າ​ສູ່​ການ​ຜັນ​ຂະຫຍາຍ​ປະຕິບັດ​​ແຜນການ​ປີ 2015 ດ້ວຍບັນຍາກາດ​ໃໝ່ ແລະ ​ຄວາມ​ຕັດ​ສີນ​ໃຈ​ສູງ.

ປີ 2015 ​ແມ່ນ​ປີ​ສຸດ​ທ້າຍ​ແຫ່ງການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ​ແລະ ​ແຜນການ​ພັດທະນາ​ເສດ​ຖະກິດ - ສັງຄົມ 5 ປີ 2011 - 2015, ປີ​ກາງ​ສະ​ໄໝແຫ່ງ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສ​ຖະກິດ - ສັງຄົມ 10 ປີ; ປີ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ​ແມ່ນ​ປີ​ທີ່​ມີ​ງານ​ບຸນມະ​ໂຫລານ​ຕ່າງໆ ຂອງ​ຊາດ, ກໍ່​ແມ່ນ​ປີ​ທີ່​ປະຊາ​ຄົມ​ອາ​ຊຽນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ, ຫວຽດນາມ​ປະຕິບັດ​ສັນຍາ​ເຂົ້າ​ຮ່ວມໃນ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ (AFTA), ລົບ​ລ້າງ​ໂດຍ​ພື້ນຖານ​ພາສີສຸນ​ລະກາ​ກອນ​ຕໍ່​ກັບ​ສິນຄ້າ​ນຳ​ເຂົ້າ​ຈາກ​ອາ​ຊຽນ, ​ເປີດ​ປະຕູ​ຕະຫຼາດ​ຂາຍຍ່ອຍ​ໂດຍ​ສົມບູນ ຕາມ​ຄຳ​ໝັ້ນ​ສັນຍາກັບ​ອົງການ​ການ​ຄ້າ​ໂລກ, ລົງ​ນາມ ​ແລະ ປະຕິບັດ​ບາງ​ສັນຍາສອງ​ຝ່າຍ​ກ່ຽວ​ກັບ​ການ​ຄ້າ​ເສລີ; ​ເສດ​ຖະກິດ​ຫວຽດນາມ​ສືບ​ຕໍ່​ເຊື່ອມ​ໂຍງກັບ​ເສດຖະກິດ​ໂລກ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ ໃນ​ສະພາບ​ການ​ແກ່ງ​ແຍ້​ງ​ແຂ່ງຂັນ​ກັນຢ່າງ​ເຄັ່ງຮ້ອນ. 

​ເສດຖະກິດ​ໂລກ​ຕາມ​ການ​ຄາດ​ຄະ​ເນ​ແມ່ນ​ສືບ​ຕໍ່​ຟື້ນ​ຕົວ, ​ແຕ່​ຍັງ​ຊ້າ, ສະພາບ​ການ​ການ​ເມືອງ​ໂລກ​ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ ຄະ​ເນໄດ້ຍາກ; ຄວາມ​ວຸ້ນວາຍ​ດ້ານ​ການ​ເມືອງ, ການ​ຍາດ​ຊີງ​ເຂດແດນ, ການ​ປະ​ທະກັນ​ດ້ວຍ​ອາວຸດຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ບ່ອນ...

ສະພາບ​ການ​ສາກົນ ​ແລະ ​ໃນ​ປະ​ເທດ​ໄດ້​ສ້າງ​ໃຫ້​ມີ​ຄວາມ​ສະດວກ ໂອກາດອຳນວຍ​ຫຼາຍ​ຢ່າງ, ​ແຕ່​ກໍ່​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ຊຶ່ງ​ຮຽກຮ້ອງ​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮົາ ​ຕ້ອງມີ​ຄວາມມານະ​ພະຍາຍາມ ​ແລະ ຕັດ​ສີນ​ໃຈສູງ​ທີ່​ສຸດ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ປີ 2015 ຢ່າງ​ສຳ​ເລັດ​ມີ​ໄຊ ຊຶ່ງ​ຈຸດ​ໜັກ​ໃຈກາງ​ແມ່ນ: ສູ້​ຊົນ​ເພື່ອ​ສຳ​ເລັດ​ໃນ​ລະດັບ​ສູງສຸດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດ​ຖະກິດ - ສັງຄົມ; ເພີ່ມ​ທະວີ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ, ຍູ້​ແຮງ​ການ​ປະຕິບັດ​ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕິດ​ແໜ້ນກັບ​ປ່ຽນ​ແປງ​ໃໝ່ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ​ສະຫ​ວັດ​ດີກາ​ນສັງຄົມ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ແລະ ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ; ຍູ້​ແຮງ​ການ​ພົວພັນ​ຕ່າງປະ​ເທດ. ສຸມ​ໃສ່ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ສະ​ໄໝ 2015 – 2020 ​ໃຫ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ, ຕິດ​ກັບ​ການ​ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ຄຳ​ສັ່ງ​ສະບັບ​ເລກທີ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກ່ຽວ​ກັບ​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ໂຮ່ຈີ​ມິນ, ສ້າງໃຫ້ວຽກ​ງານ​ກໍ່ສ້າງ ປັບປຸງ​ພັມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ກວ່າ​ອີກ​​.

ສະ​ເໜີ​ໃຫ້​ບັນດາ​ສະ​ຫາຍ​ກຳມະການ​ສູນ​ກາງ, ບັນດາ​ສະຫາຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ພີ່ນ້ອງ​ຮ່ວມ​ຊາດ, ບັນດາ​ສະຫາຍ ນັກຮົບ​ໃນ​ທົ່ວ​ປະ​ເທດ ຈົງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ ຜົນງານ​ທີ່ບັນລຸ​ໄດ້​ໃນ​ປີ 2014 ​ແລະ ມູນ​ເຊື້ອ​ສາມັກຄີ ຮັກ​ຊາດ​ຂອງ​ຊາດ​ເຮົາ, ປະຕິບັດ​ບັນດາ​ມະຕິ​ຂອງ​ສູງ​ກາງພັກ ​ແລະ ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ນີ້ ​ໃຫ້​​ໄດ້​ເປັນ​ຢ່າງ​ດີ, ສ້າງ​ບັນຍາກາດ​ໃໝ່, ກຳລັງ​ກະຕຸກ​ຊຸກຍູ້​ໃໝ່​ເພື່ອ​ປະຕິບັດ​ຈຸດໝາຍ ໜ້າ​ທີ່​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ວາງ​ອອກ​ມາ ​ຢ່າງ​ສຳ​ເລັດ​ມີ​ໄຊ.

​ໃນ​ໂອກາດ​ປີ​ໃໝ່ 2015 ​ແລະ ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີມະ​ແມ ທີ່​ຈະ​ມາ​ເຖິງ​ນີ້, ຂ້າພະ​ເຈົ້າ​ຂໍ​ຝາກ​ຄຳ​ອວຍພອນ​ປີ​ໃໝ່​ອັນ​ຈົບງາມ​ມາ​ຍັງພີ່ນ້ອງ​ຮ່ວມ​ຊາດ ບັນດາ​ສະຫາຍ ນັກຮົບ​ໃນ​ທົ່ວ​ປະ​ເທດ ພ້ອມ​ດ້ວຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດທຸກ​ຖ້ວນໜ້າ. ອວຍພອນ​ໃຫ້​ບັນດາ​ສະຫາຍ​ກຳມະການ​ສູນ​ກາງ ບັນດາ​ສະ​ຫາຍ​ທີ່​ເຂົ້າ​ຮ່ວກອງ​ປະຊຸມ​ນີ້ ​ຈົງ​ມີສຸຂະພາບ​ເຂັ້ມ​ແຂງ ມີ​ຄວາມສຸກ​ຄວາມ​ສະບາຍ, ສຳ​ເລັດ​ພາລະ​ສຳຄັນ​ຕໍ່​ພັກ ຕໍ່​ປະຊາຊົນ ​ແລະ ປະ​ເທດ​ຊາດ.

ຂ້າພະ​ເຈົ້າ​ຂໍ​ປະກາດ​ອັດກອງ​ປະຊຸມ​ຄັ້ງ​ທີ 10 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI.

ຂໍ​ຂອບ​ໃຈ​ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ./.

ໂດຍ: ຫງວຽນ​ຝູຈ້ອງ
​ເລຂາທິການ​ໃຫຍ່
ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ

(*) ຫົວ​ຂໍ້​ໂດຍ​ວາລະສານ​ກອມ​ມູນິດ​ເອ​ເລັກ​ໂທຣນິກ​ເປັນ​ຜູ້​ແຕ່ງ