ຄຳ​ນຳ​ຂອງ​ຄະນະ​ບັນນາທິການ: ຕອນ​ເຊົ້າ​ວັນ​ທີ 2 ກຸມພາ 2015, ຢູ່​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະພາ​ແຫ່ງ​ຊາດ ປະທານ​ປະ​ເທດ ລັດຖະບາ​ນ ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ​ ຄົບຮອບ 85 ປີ (03-02-1930 - 03-02-2015) ຢ່າງສົມ​ກຽດ. ຕາງໜ້າ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ກ່າວ​ສຸນທອນພົດ​ ອວຍພອນ​​ໄຊວັນ​ສ້າງ​ຕັ້ງ​ພັກ. ວາລະສານ​ກອມ​ມູນິດ​ ຂໍ​ເປັນ​ກຽດ​ແນະນຳ​ ເນື້ອ​ໃນ​ຂອງ​ສຸນທອນ​ພົດ​ດັ່ງກ່າວ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍົກໃຫ້ເຫັນແຈ້ງຄວາມໝາຍອັນສຳຄັນ ຂອງວັນສ້າງຕັ້ງພັກ ແລະ ບັນດາໜ້າທີ່ທີ່ທົ່ວພັກ ທົ່ວປວງຊົນ ທົ່ວກອງທັບເຮົາ ຕ້ອງສູ້ຊົນປະຕິບັດ ໃນໄລຍະໃໝ່ (ພາບ: VGP)

ໃນ​ບັນຍາກາດ​ປວງ​ຊົນ​ທັງ​ຊາດ​ມ່ວນ​ຊື່ນ​ຕ້ອນຮັບ​ປີ​ໃໝ່ 2015 ​ແລະ ກະກຽມ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ, ມື້ນນີ້, ພວກ​ເຮົາຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມຄົບຮ​ອບ 85 ປີ​ຢ່າງ​ສົມ​ກຽດ - ພັກ​ກອມ​ມູນິດ​ຫວຽດນາມ​ໂດຍ​ແມ່ນ​ທ່ານ​ປະທານ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່​ເປັນ​ຜູ້​ສ້າງ​ຕັ້ງ ນຳພາ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ; ພັກ​​ເປັນ​ກອງ​ກຳລັງ​ນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ພ້ອມ​ກັນ​ນັ້ນ ​ກໍ່​ເປັນ​ກອງ​ກຳລັງ​ນຳ​ໜ້າ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ຂອງ​ຊາດ​ຫວຽດນາມ; ​ເປັນ​ຕົວແທນທີ່​ຈົງ​ຮັກ​ພັກດີ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນ, ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ຂອງຊາດ. ຕາງໜ້າຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຂ້າພະ​ເຈົ້າ​ຂໍ​ຊົມ​​ເຊີຍຢ່າງ​ສຸດ​ໃຈ ​ແລະ ຂໍ​ຝາກ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ​ແລະ ຄຳ​ອວຍພອນ​ໄຊ​ອັນປະ​ເສີດ ມາ​ຍັງ​ບັນດາ​ສະຫາຍ​ການ​ນຳ ອະດີດ​ການ​ນຳ​ຂອງ​ພັກ ລັດ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ນັກ​ປະຕິວັດ​ອະ​ວຸ​​ໂສ, ບັນດາ​ແມ່​ຫວຽດນາ​ມວິລະ​ຊົນ, ບັນດາ​ແຂກ​ຜູ້​ມີ​ກຽດ ​​ບັນດາ​ສະຫາຍ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ພ້ອມ​ດ້ວຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ທຸກ​ທ້ວນໜ້າ.

ພວກ​ເຮົາ​ລ້ວນ​ແຕ່​ຮູ້​ແລ້ວ​ວ່າ, ທ້າຍ​ສະຕະວັດ​ທີ XIX ​ແລະ​ຕົ້ນ​ສະຕະວັດ​ທີ XX, ກ່ອນ​ເມື່ອ​ພັກ​ກອມ​ມູນິດ​ຫວຽດນາມກຳ​ເນີ​ດ​ເກີດ​ຂຶ້ນ, ປະ​ເທດ​ເຮົາຖືກ​ຕົກ​ໃນ​ຄວາມ​ມືດ​ມົນ​ອົນທະການ​ຍ້ອນ​ການ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ. ປະຊາຊົນ​ຫວຽດນາມ​ໄດ້​ລຸກ​ຮື​ຂຶ້ນ​ຢ່າງ​ລຽນຕິດ​ເພື່ອຕ້ານ​ແອກ​ກົດ​ຂີ່​ຂູດ​ຮີດ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ​ແລະ ພວກ​ສັກດິນາ​ລູກມື​ຂອງ​ພວກ​ມັນ. ບັນດາ​ຂະ​ບວນການ​ຕໍ່ສູ້​ສະ​ແດງ​ອອກ​ຢ່າງ​ແຂງ​ແຮງ​ເຖິງ​ຄວາມອົງອາດ​ກ້າຫານ ​ແລະ ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ, ​ແຕ່​ການ​ຕໍ່ສູ້​ເຫຼົ່າ​ນັ້ນລ້ວນ​ແຕ່​ບໍ່​ໄດ້ຮັບ​ຜົນສຳ​ເລັດ, ຍ້ອນ​ບໍ່​ມີ​ແນວທາງ​ທີ່​ຖືກຕ້ອງ.

​ໃນ​ສະພາບ​ການ​ດັ່ງກ່າວ, ສະຫາຍ​ຫງວຽນ​ອາຍ​ກວັກ ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ ​ໄດ້​ໄປ​ທົ່ວ​ໂລກ​ເພື່ອ​ຫາ​ເສັ້ນທາງກູ້​ຊາດ ກອບ​ກູ້ປະຊາຊົນ, ​ແລະ​ເພິ່ນ​ກໍ່​ຊອກ​ຫາ​ໄດ້​ເສັ້ນທາງ​ກູ້​ຊາດ ປົດ​ປ່ອຍ​ຊາດ ປົດ​ປ່ອຍ​ຊົນ​ຊັ້ນ ປົດ​ປ່ອຍ​ມະ​ນຸດ​ ຢູ່​ໃນ​ລັດ​ທະ​ມາກ - ​ເລ​ນິນ. ​ເພິ່ນ​ຢືນຢັນ: “ຢາກ​ກູ້​ຊາດ ​ແລະ​ປົດ​ປ່ອຍ​ຊາດໄດ້ຮັບ​ຜົນສຳ​ເລັດ ​ແມ່ນ​ບໍ່​ມີ​ເສັ້ນທາງ​ອື່ນ​ໃດ​ນອກຈາກ​ເສັ້ນທາງ​ປະຕິວັດ​ກຳມາ​ຊີບ”. ວັນ​ທີ 3 ກຸມພາ 1930, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສະຫາຍ​ຫງວຽນ​ອາຍ​ກວັກ, ອົງການຈັດ​ຕັ້ງ​ກອມ​ມູນິດສາມ​ອົງການ​ຢູ່​ຫວຽດນາມ​ໃນ​ເວລາ​ນັ້ນ (ພັກ​ກອມ​ມູນິດ​ອິນດູຈີນ, ພັກ​ກອມ​ມູນິດ​ອານ​ນາມ ​ແລະ ສະຫະພັນ​ກອມ​ມູນິດ​ອິນດູຈີນ) ​ໄດ້​ເປີດ​ກອງ​ປະຊຸມໂຮມພັກເຂົ້າ​ເປັນ​ພັກ​ໜຶ່ງ ​ໃສ່​ຊື່ວ່າພັກ​ກອມ​ມູນິດ​ຫວຽດນາມ. ກອງ​ປະຊຸມ​ໄດ້​ປຶກສາ​ພິຈາລະນາ ​ແລະ ຮັບຮອງ​ຜ່ານ ​ໂຄງການ​ການ​ເມືອງ​ໂດຍ​ຫຍໍ້, ຍຸດ​ໂທ​ບາຍ​ໂດຍ​ຫຍໍ້, ​ແຜນ​ງານ​ໂດຍ​ຫຍໍ້ ​ແລະ ກົດ​ລະບຽບ​ໂດຍ​ຫຍໍ້ ຂອງ​ພັກ​ ໂດຍສະຫາຍ​ຫງວຽນ​ອາຍ​ກວັກ​ເປັນ​ຜູ້​ຮ່າງ​ຂຶ້ນ, ພ້ອມ​ກັນ​ນັ້ນ ກໍ່​ວາງ​ແຜນການ​ສ້າງ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງຊົ່ວຄາວ. ບັນດາ​ເອກະສານ​ເທິງ​ນີ້​ໄດ້​ກຳນົດ​ໜ້າ​ທີ່​ຂອງ​ການ​ປະຕິວັດ​ຫວຽດນາມຄື ​ໂຄ່ນ​ລົ້ມ​ຈັກກະພັດ​ແລະ​ພວກສັກດິນາທີ່​ເປັນ​ລູກມື​ຂອງ​ມັນ, ສ້າງ​ຕັ້ງ​ລັດຖະບານ​ຂອງ​ປະຊາຊົນ​ຂຶ້ນ, ​ເຮັດ​ໃຫ້​ຫວຽດນາມ​​ເປັນ​ເອກະລາດ​ໂດຍ​ສົມບູນ, ປະຊາຊົນ​ໄດ້​ມີ​ຊີວິດ​ຢູ່​ຢ່າງ​ອິດສະຫຼະ​ເສລີ ​ແລະ​ສົມ​ບູນພູມ​ສຸກ.

ດ້ວຍ​ເຫດການ​ປະຫວັດສາດ​ທີ່​ສຳຄັນ​ຍິ່ງ​ນີ້, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຮັບ​ການ​ສັ້ງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ຈາກ​ນີ້​ເປັນ​ຕົ້ນ​ໄປ ການ​ປະຕິວັດ​ຫວຽດນາມ​ມີ​ແນວທາງ​ອັນ​ຖືກຕ້ອງ. ພັກ​ກອມ​ມູນິດ​ຫວຽດນາມກາຍ​ເປັນ​ຜູ້ນຳ​ພາ ​ແລະ ຜູ້ຈັດ​ຕັ້ງທີ່​ແທ້​ຈິງ​ຕໍ່​ທຸກໆ​ໄຊຊະນະ​ຂອງ​ການ​ປະຕິວັດ​ຢູ່​ປະ​ເທດ​ເຮົາ. ນີ້​ແມ່ນ​ການ​ພັດທະນາ​ທີ່​ຈຳເປັນ​ແນ່ນອນ​ຂອງ​ປະຫວັດສາດ, ​ແມ່ນ​ໝາກຜົນ​​ແຫ່ງ​ການຂະຫຍາຍຕົວຂອງ​ຂະ​ບວນການ​ກຳມະກອນ ​ແລະ ຂະ​ບວນການ​ຮັກ​ຊາດ​ຫວຽດນາມ ທີ່​ສົມທົບ​ກັບ​ລັດທິ​ມາກ - ​ເລ​ນິນ ຊຶ່ງ​ໄດ້​ເຜີ​ຍ​ແຜ່​ເຂົ້າ​ໃນ​ຫວຽດນາມ.

ພັກ​ກອມ​ມູນິດ​ຫວຽດນາມກຳ​ເນີ​ດ​ເກີດ​ຂຶ້ນ​ແມ່ນ​ບາດ​ລ້ຽວອັນ​ໃຫຍ່​ຫຼວງ​ໃນ​ປະຫວັດ​ການ​ປະຕິວັດ​ຢູ່​ປະ​ເທດ​ເຮົາ, ຂີດ​ໝາຍ​ຫຼັກ​ໝາຍຄຳອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ໃນ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ຂອງ​ຊາດຫວຽດນາມ. ​ໃນ 85 ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ເສັ້ນທາງ​ກ້າວ​ເດີນ​ບາງ​ເທື່ອ​ຄົດ​ລ້ຽວ ທຸລະກັນດານ ​ແລະ ​ສັບສົນ, ​ເຖິງ​ວ່າ ບາງ​ເທື່ອພັກ​ກອມ​ມູນິດ​ຫວຽດນາມ ມີ​ຂໍ້​ຂາດ​ຕົກ​ບົກພ່ອງ ຜິດພາດ​ກໍ່ຕາມ, ​ແຕ່ ຍ້ອນ​ວ່າ​ມີ​ຄຸນສົມບັດ​ການ​ເມືອງ​ອັນ​ໜັກ​ແໜ້ນ, ມີ​ຄວາມສະຫງຽ​ມ​ຄ່ຽມຄົມ, ພັກ​​ໄດ້​ຕິ​ຊົມ​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ ​ແລະ ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກພ່ອງ​ຂອງ​ຕົນ, ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ຮັກ​ແພງ ສະໜັບສະໜູນ​ຂອງ​ປະຊາຊົນ, ດັ່ງ​ນັ້ນ ພັກ​ຈຶ່ງ​ໄດ້​ນຳພາ​ການ​ປະຕິວັດ​ຫວຽດນາມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ ​ແລະ​ ຍາດ​ໄດ້​ໄຊຊະນະ​ຢ່າງ​ຕໍ່​ເມື່ອ​ງ ຊຶ່ງ​ບໍ່​ມີ​ອິດ​ທິກຳລັງ​ໄດ​ອາດ​ຈະ​ກິດ​ກັ້ນ​ໄດ້. ພາຍ​ໃຕ້ການ​ນຳພາ​ຂອງ​ພັກ ປະຊາຊົນ​​ເຮົາຍາດ​ໄດ້​ໄຊຊະນະ​ອັນ​ມະຫັດສະຈັນ​ໃນ​ສະຕະວັດ​ທີ XX ຊຶ່ງ​ຍອດ​ສູງ​ແມ່ນ​ໄຊຊະນະ​ໃນ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945, ​ໄຊຊະນະ​ຂອງ​ການ​ຕໍ່ຕ້ານ​ປົກ​ປ່ອຍ​ຊາດ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ໄຊຊະນະ​ຂອງ​ການ​ປ່ຽນ​​ແປງ​ໃໝ່ ກ້າວ​ຢ່າງ​ໜັກ​ແໜ້ນ​ຂຶ້ນ​ສູ່​ສັງຄົມ​ນິຍົມ.

​ເພື່ອຍາດ​ເອົາ​ບັນດາ​ຜົນສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ດັ່ງກ່າວ​ເທິງ​ນີ້, ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ​ຕ້ອງມານະ​ພະ​ຍາ​ຍາມ​ຢ່າງ​​ໃຫຍ່​ຫຼວງ ​ແລະ ​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ເຫື່ອ​ໄຄ​ບໍ່​ຈັກວ່າ​ເທົ່າ​ໃດ. ຄິດສະ​ເພາະ​ການ “ປາບ​ປາມ​ຢ່າງກວ້າງຂວາງ​ປ່າ​ເຖື່ອນ​​” ຂອງ​ພວກລ່າ​ເມືອງ​ຂຶ້ນ​ຝຣັ່ງ​ໃນ​ຊຸມ​ປີ 1931 - 1932, ​ສັດຕູໄດ້​ຈັບ​ກຸມ​ຄຸມ​ຂັງ ຂ້າ​ຟັນ​ລັນ​ແທງ​ພະນັກງານ ສະມາຊິກ​ພັກ​ເປັນຈຳນວນ​ໝື່ນ; ພະນັກງານການນຳທີ່​ດີ​ເດັ່ນ​ຂອງ​ພັກ​ຫຼາຍ​ສະຫາຍ​ຖືກປະຫານ​ຊີວິດ​ເຊັ່ນ ​ເຈິ່ນຝູ, ​ໂງ​ຢາ​ຕື້, ຫງວຽນ​ດຶກ​ແກ໋ງ, ​ເລ​ໂຮ່ງຟອງ, ຮ່າ​ຮູ​ຍ​ເຕິ​ບ, ຫງວຽນ​ວັນ​ກື່, ຫວຽນ​ທີ້ມິ​ງຄາຍ... ຢູ່​ໃນ​ບັນດາ​ເຮືອນ​ຈຳ​ທີ່​ເຂັດ​ຊື່​ເຂັດ​ສຽງ​ຂອງ​ສັດຕູ​​ເຊັ່ນ ​ໂກນ​ດ໋າວ, ​ເຊີນ​ລາ, ຮ໋ວາ​ຫຼໍ່, ລາວ​ບ໋າວ, ຝູ ກວັ ພວກ​ມັນໄດ້​ຄຸມ​ຂັງ, ທໍລະມານ​ຊາວ​ພັກ​ກອມ​ມູນິດ​ຢ່າງ​ປ່າ​ເຖື່ອນ; ສະ​ເພາະ​ຢູ່​ເຮືອມຈຳ​ ໂກນ​ດ໋າວ ມີ 793 ສະຫາຍ​ເສຍ​ຊີວິດ; ຢູ່​ເຮືອນ​ຈຳ ກອນ​ຕຸ​ມ ມີ 339 ສະຫາຍ​ຖືກ​ສັງຫານ. ​ໃນ​ຊຸມ​ປີ 1954 - 1959, ຢູ່​ພາກ​ໃຕ້ ພວກ​ສັດຕູ​ໄດ້​ຈັບ​ກຸມ​ສະມາຊິກ​ພັກ​ ແລະ ​ຜູ້​ຮັກ​ຊາດ​ເປັນ​ຈຳນວນ 466.000 ຄົນ, 400.000 ຄົນ​ຖືກ​ເນລະ​ເທດ ​ແລະ 68.000 ຄົນ​ຖືກ​ສັງຫານ. ​ໃນ​​ການ​ຕໍ່ຕ້ານທັງ​ສອງ​ຄັ້ງ ຕ້ານ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ຈັກກະພັດ​ອາ​ເມຣິກາ ສະມາຊິກ​ພັກ​ຖືກ​ເສຍສະຫຼະ​ຊີວິດ​ເປັນ​ຈຳນວນ​ເກືອບ 160.000 ຄົນ...

ຫັນ​ເບິ່ງ​ຄືນ​ເສັ້ນທາງ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ໃນ 85 ປີ​ທີ່​ຜ່ານ​ມາ, ລື້ມຄືນ​ຄວາມ​ຫຍຸ້ງຍາກ​ລຳບາກ​ຕ່າງໆ​ນາໆ, ຄວາມ​ເສຍສະຫຼະ​ອັນ​ບໍ່​ມີ​ຂອບ​ເຂດ ພ້ອມ​ກັບ​ບັນດາ​ໄຊ​ຊະນະ​ອັນ​ສະຫງ່າ​ລາສີ​ທີ່​ປະຊາຊົນ​ຫວຽດນາມ​ຍາດ​ມາ​ໄດ້​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ພວກ​ເຮົາ​ຍິ່ງ​ນັບຖື​ອະ​ດີດຕະການ ຖະນຸຖະໜອ​ມຮັກສາ​ບັນດາ​ໝາກຜົນ​ຂອງ​ການ​ປະຕິວັດ, ຍິ່ງຊາບ​ຊຶ້ງ​ແລະ​ຮູ້​ບຸນ​ຄູນ​ຢ່າງ​ບໍ່​ມີ​ຂອບ​ເຂດ ​ຕໍ່ຄຸນງາມຄວາມດີ​ອັນ​ຍິ່ງ​ໃຫຍ່​ ຂອງ​ທ່ານ​ປະທານ​​ໂຮ່ຈີ​ມິນທີ່​ແສນ​ຮັກ​ແສນ​ເຄົາລົບ, ຍິ່ງ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ເຊື່ອ​ຖື​ຮັກ​ແພງ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ ກ່ຽວ​ກັບ​ຊາດ​ຫວຽດນາມ - ຊຶ່ງ​ເປັນຊາດ​ທີ່​ພິລະ​ອາດ​ຫານ ສະຫຼາດ​ສ່ອງ​ໃສ ​ແລະ ປະດິດ​ສ້າງ, ​ເອກອ້າງທະ​ນົງ​ໃຈ​ກ່ຽວ​ກັບພັກ​ຂອງ​ພວກ​ເຮົາ - ພັກ​ກອມ​ມູນິດ​ຫວຽດນາມ​ສະຫງ່າ​ງາມ ທີ່​ໄດ້​ເດັດດ່ຽວ​ຕໍ່ສູ້ ອົດທົນ​ເສຍສະຫຼະ​ເພື່ອ​ເອກະລາດ ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ ​ເພື່ອ​ຄວາມ​ສົມບູນ​ພູມ​ສຸກ​ຂອງ​ປະຊາຊົນ.

ພວກ​ເຮົາ​ຄິດ​ຮອດ​ຄິດ​ເຖິງ​ດ້ວຍ​ຄວາມ​ເຄົາລົບ ​ແລະ ຮູ້​ບຸນ​ຄູນ​ຕໍ່ບັນດາ​ຜູ້ນຳ​ຂອງ​ພັກ, ບັນດາ​ວິລະ​ຊົນ​ນັກຮົບ​ຜູ້​ເສຍສະຫຼະ​ຊີ​ມິດ, ພີ່ນ້ອງ​ຮ່ວມ​ຊາດ ​ບັນດາສະຫາຍ​ທີ່​ໄດ້​ສູ້​ຮົບ​ຢ່າງ​ດັດ​ດ່ຽວ ​ແລະ​ໄດ້​ເສຍສະຫຼະ​ຢ່າງ​ອາດ​ຫານ ​ໃນ​ພາລະກິດການ​ຕໍ່ສູ້​ອັນລຳບາກ​ຍາວ​ນານ ​ແຕ່​ກໍ່​ສະຫງ່າ​ງາມ​ທີ່​ສຸດ ຂອງ​ຊາດ ​ແລະ ​ຂອງ​ພັກ​ເຮົາ. ພວກ​ເຮົາ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຢ່າງ​ເລິກ​ເຊິ່ງ ຕໍ່​​ບັນດາ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ເພື່ອ​ຊາດ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່ຊາດ, ບັນດານັກຮົບຜູ້​ເສຍ​ອົງຄະ ຖືກ​ພະຍາດບາດ​ເຈັບ, ບັນດາ​ສະຫາຍ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ຖືກ​ຄຸມ​ຂັງ​ໃນ​ເຮືອນ​ຈຳ​ຂອງ​ລະບອບ​ຈັກກະພັດ ລ່າ​ເມືອງ​ຂຶ້ນ, ບັນດາ​ສະຫາຍ​ທີ່​ໄດ້​ສູ້​ຮົບ ​ເສຍສະຫຼະ​ຊີວິດ​ຢູ່​ແນວ​ຮົບ​ຕ່າງໆ ​ແລະ ປະຕິບັດ​ພັນທະ​ສາກົນ​ອັນ​ສູງ​ສົ່ງ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ທົ່ວ​ປະ​ເທດ​ ທີ່​ໄດ້ຕໍ່ສູ້​ພາຍ​ໃຕ້​ຄັນ​ທຸງ​ທີ່​ສະຫງ່າ​ງາມ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ເພື່ອ​ຄວາມ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ການ​ຂອງ​ຊາດ​ຫວຽດນາມ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ ຕໍ່​ປະຊາຊົນ ​ແລະ ​ເພື່ອນ​ມິດສາ​ກົນ ທີ່​ໄດ້​ໃຫ້ການ​ສະໜັບສະໜູ​ນ​ ແລະ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ ແກ່​ພາລະກິດ​ທີ່​ເປັນ​ທຳ​ຂອງ​ພວກ​ເຮົາ.

ພຶດຕິ​ກຳ​ອັນ​ອຸດົມສົມບູນ​ຂອງການ​ປະຕິວັດ​ຫວຽດນາມ​ໃນ​ຕະຫຼອດ 85 ປີ​ທີ່​ຜ່ານ​ມາ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ການ​ນຳພາ​ທີ່​ຖືກຕ້ອງ ​ແລະ ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ແມ່ນ​ປັດ​ໃຈ​ອັນ​ດັບ​ໜຶ່ງ​ທີ່​ຕັດສິນທຸກ​ໄຊຊະນະ​​ແຫ່ງ​ການ​ປະຕິວັດ​ຂອງ​ປະ​ເທດ​ເຮົາ; ພ້ອມ​ກັນ​ນັ້ນ ​ໃນ​ກະ​ໂຕ​ວິວັດ​ການ​ນຳພາ​ປະຕິວັດ, ພັກ​ກອມ​ມູນິດ​ຫວຽດນາມ​ກໍ່ໄດ້​ຮັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ ທົດ​ສອບ ​ແລະ ​ເຕີບ​ໃຫຍ່​ເຂັ້ມ​ແຂງ ກ້າ​ແກ່ນ​ຂຶ້ນ​ຕື່ມ ​ເພື່ອ​ນັບ​ມື້​ນັບ​ສົມ​ກຽດກັບ​ບົດບາດ ​ແລະ ພາລະ​ກຳ​ນຳພາ​ການ​ປະຕິວັດ, ສົມ​ກັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ. ຢູ່​ຫວຽດນາມ​ບໍ່​ມີ​ກຳລັງ​ການ​ເມືອງ​ອື່ນ​ໃດ, ນອກຈາກພັກ​ກອມ​ມູນິດ​ຫວຽດນາມ, ທີ່​ມີ​ຄຸນສົມບັດ​ຫຼັກ​ໝັ້ນ​ການ​ເມືອງ ສະຕິ​ປັນຍາ ບົດຮຽນ​ປະສົບ​ການ ອິດ​ທິພົນ ​ແລະ ຄວາມ​ສາມາດ​ຢ່າງ​ພຽງພໍ ​ເພື່ອ​ນຳພາ​ປະ​ເທດ​ຊາດ​ບ້ານ​ເມືອງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ ສິ່ງ​ທ້າ​ທາຍຮ້າຍ​​ເຮັ່ງ ​ແລະ ພາ​ປະ​ເທດ​ຊາດ​ໄປ​ເຖິງ​ຈຸດໝາຍ​​ອັນ​ຮຸ່ງ​ເຮືອງ​ເຫຼືອ​ນ​ເຫຼື້ອມ. ​ແລະ​ໃນ​ຂະ​ບວນວິວັດ​ດັ່ງກ່າວ​ນັ້ນ​ເອງ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສະ​ສົມ ​ແລະ ຖອດ​ຖອນ​ບົດຮຽນ​ປະສົບ​ການອັນ​ລ້ຳ​ຄ່າຫຼາຍ​ຢ່າງ,  ​ໄດ້​ຫຼໍ່​ຫຼອມ​ສ້າງບັນດາມູນ​ເຊື້ອອັນ​ສະຫງ່າ​ງາມ ຊຶ່ງ​ໃນ​ປັດຈຸບັນ​ ພວກ​ເຮົາ​ມີໜ້າ​ທີ່​ຕ້້ອງອອກ​ແຮງຮັກ​ສາ ​ແລະ ​ເສີມ​ຂະຫຍາຍ:

ນັ້ນ​ຄື ມູນ​ເຊື້ອ​ຈົງ​ຮັກ​ພັກດີ​ຢ່າງ​ບໍ່​ມີ​ຂອບ​ເຂດ​ຕໍ່​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ແລະ​ຂອງ​ຊົນ​ຊັ້ນ, ຕັ້ງ​ໝັ້ນ​ໃນ​ຈຸດໝາຍ ອຸດົມ​ການ​ເອກະລາດ​ແຫ່ງ​ຊາດ ຕິດ​ແໜ້ນ​ກັບ​ລັດ​ທິສັງຄົມ​ນິຍົມ ບົນ​ພື້ນຖານ​ລັດ​ທະ​ມາກ - ​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ. ມີ​ແຕ່​ໄປ​ຕາມ​ເສັ້ນທາງ​ປະຕິວັດ​ທີ່ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ລຸງ​ໂຮ່​ໄດ້​ເລືອກ​ເອົາ​ເທົ່າ​ນັ້ນ ການ​ປະຕິວັດ​ຫວຽດນາມ​ຈຶ່ງ​ຍາດ​ໄດ້​ໄຊຊະນະ​ສົມບູນ, ປະ​ເທດ​ເຮົາ​ຈຶ່ງ​ເປັນ​ເອກະລາດ​ຢ່າງ​ແທ້​ຈິງ, ຊາດ​ເຮົາ​ຈຶ່ງ​ເປັນ​ອິດສະຫຼະ​ເສລີ​ຢ່າງ​ແທ້​ຈິງ, ປະຊາຊົນ​ຫວຽດນາມ​ຈຶ່ງ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ນັບ​ມື້​ນັບ​ອິ່ມໜຳ​ສຳລານ ​ແລະ ສົມບູນ​ພູມ​ສຸກ.

ນັ້ນ​ແມ່ນ ມູນ​ເຊື້ອ​ຮັກສາ​ຄວາມ​ເປັນ​ເອກະລາດ ​​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ແນວທາງ​ໄວ້​ຢ່າງ​ໝັ້ນຄົງ, ກຳ​ແໜ້ນ ໝູນ​ໃຊ້ ​ແລະ ຜັນ​ຂະຫຍາຍ​ລັດ​ທິ​ມາກ - ​ເລ​ນິນ​ຢ່າງ​ປະດິດ​ສ້າງ, ທາ​ບທາມ​ບົດຮຽນ​ຂອງ​ສາກົນ​ເພື່ອ​ວາງ​ແນວທາງ​ອັນ​ຖືກຕ້ອງ ​ແລະ ຈັດ​ຕັ້ງ​ປະຕິບັດໜ້າ​ທີ່​ການ​ປະຕິວັດ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ແຕ່ລະ​ໄລຍະ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ຊາບ​ຊືມທັດສະນະທີ່​ວ່າ ສັດຈະ​ທຳ​ແມ່​ນລະອຽດ ປະຕິວັດ​ແມ່ນ​ປະດິດ​ສ້າງ, ​ເລິ່ມຈາກ​ສະພາບ​ຕົວ​ຈິງ​ຂອງ​ຫວຽດນາມ​ເພື່ອ​ກຳນົດ​ທິດ​ທາງ ໜ້າ​ທີ່ ວິທີ​ການ​ຂ​ອງການ​ປະຕິວັດຫວຽດນາມ.

ນັ້ນ​ແມ່ນ ມູນ​ເຊື້ອ​ແຫ່ງ​ການ​ພົວພັນ​ສະໜິດ​ແໜ້ນ​ແບບ​​ເລືອດ​ເນື້ອ​ລະຫວ່າງ​ພັກ ​ແລະ ປະຊາຊົນ, ຍາມ​ໃດ​ກໍ່​ເອົາ​ການ​ຮັບ​​ໃຊ້​ປະຊາຊົນ​ເປັນ​ວິຖີ​ຊີວິດ ​ແລະ ຈຸດໝາຍ​ແຫ່ງ​ການ​ສູ້​ຊົນ​ຂອງ​ຕົນ. ປະຊາຊົນ​ຫວຽດນາມ​ໄດ້​ລ້ຽງ​ເກືອ ​ແລະ ປົກ​ປັກ​ຮັກສາ​ພັກນັບ​ແຕ່​​ເມື່ອຫາ​ກໍ່​ກຳ​ເນີ​ດ, ຮັກ​ແພງ​ພັກ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ສະໜັບສະໜູນ​ແລະ​ອອກ​ແຮງ​ສູ້​ຊົນ​ປະຕິບັດ​ແນວທາງ ​ແຜນ​ນະ​ໂຍບາຍຂອງ​ພັກ. ກຳລັງ​ແຮງ​ອັນ​ບໍ່​ມີ​ສິ້ນ​ສຸດ​ຂອງ​ປະຊາຊົນ​ສ້າງ​ເປັນ​ກຳລັງ​ແຮງ​ຊະນະ​ເລິດ​ຂອງ​ພັກ; ບໍ່​ເກີດ​ກຳລັງ​ແຮງ​ຂອງ​ພັກ​ແມ່ນ​ຢູ່​ທີ່​ຄວາມ​ພົວພັນ​ແບບ​ເລືອດ​ເນື້ອ​ກັບ​ປະຊາຊົນ, ​ເສິມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ.

ນັ້ນ​ແມ່ນ ມູນ​ເຊື້ອສະມັກ​ຄີ​ເປັນ​ເອກະ​ພາບ, ມີ​ການຈັດ​ຕັ້ງ ​ແລະ ມີ​ລະບຽບ​ວິ​ໄນ​ຢ່າງ​ແໜ້ນ​ແຟ້ນ ບົນ​ຫຼັນການ​ລວມສູນ​ປະຊາທິປະ​ໄຕ, ຕິ​ຊົມ​ຕົນ​ເອງ ຕິ​ຊົມ ​ແລະ ນ້ຳ​ໃຈ​ຮັກ​ແພງ​ສະ​ຫາຍ. ຜ່ານບັນດາ​ການ​ທົດ​ສອບທີ່​ຂ້ຽວ​​ເຂັນ​ສາຫັດ​ໃນ​ເຮືອນ​ຈຳ​ຂອງ​ຈັກກະພັດ, ຕໍ່ໜ້າ​ດາບ​ປາຍ​ປືນ ​ແລະ ປາກ​ກະບອກ​ປືນ​ຂອງ​ສັດຕູ ຫຼື​ຢູ່​ໃນ​ສະໜາມຮົບ​ທີ່​ເຕັມ​ໄປ​ດ້ວຍ​ໄຟ​ແລະ​ລະ​ເບີດ, ຊາວ​ກອມ​ມູນິດ​ຫວຽດນາມ​ໄດ້​ເປັນ​ແບບຢ່າງ​ອັນ​ໃສ​ແຈ້ງ​ ກ່ຽວ​ກັບນ້ຳ​ໃຈ​ສາມັກຄີ​ສະໜິດ​ແໜ້ນ ຮັກ​ແພງ​ຫຸ້ມ​ຫໍ່​ກັນ, ກ່ຽວ​ກັບ​ນ້ຳ​ໃຈ​ສະຫາຍ ໝູ່ຄູ່​ຮ່ວມ​ງານ​ຮ່ວມ​ກົມ​ກອງ. ​ແມ່​ນກະ​ໂຕນ້ຳ​ໃຈ​ມິດ​ສະຫາຍ​ກອມ​ມູນິດ​ນັ້ນ​ເອງ ທີ່​ໄດ້ຜູກ​ພັນ​ບັນດາ​ນັກ​ປະຕິວັດ​ຫວຽດນາມ​ເຂົ້າ​ເປັນ​ກອງ​ກຳລັງ​ນຳ​ໜ້າ​ທີ່​ແຂງ​ກ້າ ຊຶ່ງ​ໄດ້​ຮັບ​ຄວາມຮັກ​ແພງ​ເຊື່ອ​ໝັ້ນ​ ຂອງ​ປະຊາຊົນ, ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ເພື່ອນ​ມິດ ​ແລະ ​ເຮັດ​ໃຫ້​ສັດຕູ​ຢ້ານ​ກົວ; ສ້າງ​ເປັນ​ກຳລັງ​ແຮງ​ເພື່ອ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ຄວາມ​ເສຍສະຫຼະ​ທຸກ​ຢ່າງ, ຕັ້ງ​ໝັ້ນ​ຄວາມ​ສັດທາ ​ແລະ ​ເຊີດ​ຊູ​ຄັນ​ທຸງ​ນຳພາ.

ນັ້ນ​ແມ່ນ ມູນ​ເຊື້ອສາມັກຄີ​ສາກົນຊື່ສັດສຸດຈະລິດ ບໍລິສຸດ​ຜຸດ​ຜ່ອງ ທີ່ອີງ​​ໃສ່​ບັນດາຫຼັກການ ​ແລະ ຈຸດໝາຍ​ອັນ​ສູງ​ສົ່ງ. ນີ້​ແມ່ນ​ພື້ນຖານ​ອັນ​ໜັກ​ແໜ້ນ​ ເພື່ອ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມ ວາງ​ແລະ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ ຜ່ານ​ສະ​​ໄໝຕ່າງໆ, ​ເສີມ​ຂະຫຍາຍ​ເຖິງ​ລະດັບ​ສູງ ​ການ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ພາ​ໃຫ້​ການ​ປະຕິວັດ​ຫວຽດນາມ​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ປັດຈຸບັນ​ນີ້, ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮົາ ພວມ​ອອກ​ແຮງ​ສູ້​ຊົນ​ປະຕິບັດ​ໂຄງການ​ການ​ເມືອ​ງຂອງ​ພັກ, ລັດຖະທຳ​ມະນູນຂອງ​ລັດ, ຍູ້​ແຮງພາລະກິດ​ການປ່ຽນ​ແປງ​ໃໝ່ ຫັນ​ເປັນ​ອຸດສາ​ຫະກຳ​ທັນ​ສະ​ໄໝ​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ, ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ​ເປີດ​ປະຕູ​ປະ​ເທດ​ເຊື່ອມ​ໂຍງ​ກັບ​ສາກົນ, ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຄື ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ, ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ. ນີ້​ແມ່ນ​ພາລະກິດ​ປະຕິວັດ​ທີ່​ໃຫຍ່​ໂຕ ຍິ່ງ​ໃຫຍ່​ທີ່​ສຸດ, ​ແມ່ນ “ການ​ສູ້​ຮົບ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ” ຄື​ດັ່ງ​ຄຳ​ເວົ້າ​ຂອງ​ລຸງ​ໂຮ່, ​ແຕ່​ກໍ່​ຫຍຸ້ງຍາກ ສັບສົນ​ທີ່​ສຸດ. ສະພາບ​ສາກົນ ​ແລະ ​ໃນ​ປະ​ເທດ​ມີ​ດ້ານ​ສະດ​ວກ ມີ​ໂອກາດ​ດີ ​ແຕ່​ຄຽງ​ຂ້າງ​ນັ້ນ​ກໍ່ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​​ແຊກ​ຊ້ອນ​ຢູ່. ພວກ​ເຮົາ​ພວມ​ຢູ່​ຕໍ່ໜ້າບັນຫາ​ໃໝ່​ຫຼາຍ​ຢ່າງ​ທີ່​ຕ້ອງ​ແກ້​ໄຂ, ມີ​ຫຼາຍ​ວຽກ​ສັບສົນ​ທີ່​ສຸດ​ທີ່​ຕ້ອງ​ເຮັດ. ສະພາບ​ການ​ດັ່ງກ່າວ​, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ມັນຮຽກຮ້​ອງ​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ ຕ້ອງ​ເສີມ​ຂະຫຍາຍ​ ມູນ​ເຊື້ອ​ຮັກ​ຊາດ​ແລະ​ປະຕິວັດ, ນ້ຳ​ໃຈ​ສາມັກຄີແລະຄວາມ​ຮັບຜິດຊອບ​ ຂຶ້ນ​ເຖິງ​ລະດັບ​ສູງ, ຕ້ອງ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທຸກ​ຢ່າງ ​ເພື່ອ​ກໍ່ສ້າງ​ປະ​ເທດ​​ເຮົາ​ໃຫຍ່​ໂຕ​ໂອ້​ຖົງ​ກວ່າ ສວຍ​ງາມ​ກວ່າ. ຄວາມ​ສູ້​ຊົນ​ເດັດດ່ຽວ ປະດິດ​ສ້າງ​ຂອງ​ທົ່ວ​ປວງ​ຊົນ, ຂ​ອງບັນດາ​ຂະ​ແໜງ​ການ ບັນດາ​ທ້ອງ​ຖິ່ນ ບັນດາ​ພາກສ່ວນ​ເສດຖະກິດ ​ແມ່ນ​ປັດ​​ໄຈທີ່​ສຳຄັນ​ທີ່​ສຸດ​ຕໍ່​ກັບຄວາມຈະ​ເລີ​ນພັດທະນາ​ຂອງ​ປະ​ເທດ​ເຮົາ. ພັກ​ກອມ​ມູນິດ​ຫວຽດນາມ ຕ້ອງ​ອອກ​ແຮງ​ຊຸກຍູ້​ການ​ກໍ່ສ້າງ ປັບປຸງ​ພັກ, ​​ເຮັດ​ໃຫ້​ພັກ​ນັບ​ມື້​ນັບ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ, ​ເຮັດ​ຫຼ້ອນ​ໜ້າ​ທີ່​ຮັບຜິດຊອບ​ເປັນ​ກອງ​ກຳລັງ​ນຳ​ໜ້າ​ນຳພາ​ການ​ປະຕິວັດ​ໃນ​ໄລຍະ​ໃໝ່.

​ໃນ​ເວລາ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ໃຊ້​ເວລາ ​ແລະ ກຳລັງວັງຊາ​ບໍ່​ໜ້ອຍ​ເພື່ອ​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ, ຖື​ວ່າການ​ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່ສຳຄັນຕົ້ນຕໍ​. ທີ່​ຜ່ານ​ມາ​ມໍ່​ນີ້, ທົ່ວ​ພັກ​ໄດ້ດຳ​ເນີນ​ການ​ຂົນ​ຂວາຍກໍ່ສ້າງ ປັບປຸງ​ພັກ​ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ສະ​ໄໝ​ທີ XI ຊຶ່ງ​ໄດ້​ຮັບ​ຜົນສຳ​ເລັດ ​ແລະ​ບົດຮຽນ​ເບື້ອງ​ຕົ້ນ​ທີ່​ສຳຄັນ, ປະກອບສ່ວນ​ກີດ​ກັ້ນ ຍູ້​ຖອຍ​ຄວາມ​ຫຍໍ້​ທໍ້​ເປັນ​ກ້າວ​ໜຶ່ງ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ​ກຳລັງ​ສູ້​ຮົບ​ຂອງ​ພັກ. ​ແຕ່​ວ່າ, ວຽກ​ງານ​ກໍ່ສ້າງ​ພັກ​ກໍ່​ຍັງ​ມີ​ຫຼາຍ​ວຽກ​ທີ່​ສຸດ​ທີ່​ຕ້ອງ​ເຮັດ, ​ເປັນ​ຕົ້ນ​ແມ່ນ​ການ​ຕໍ່ສູ້ຕ້ານ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ” “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, ພະຍາດ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ, ພະຍາດ​ອາດຍາ​ສິດ ຫ່າງ​ເຫີນປະຊາຊົນ... ບັນດາ​ອິດ​ທິກຳລັງ​ສັດຕູ​ພວນ​ຫາ​ທຸກ​ວິທີ​ເພື່ອ​ທຳລາຍ​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ​ເຮົາ; ພວກ​ມັນ​ອອກ​ແຮງ​ເສກ​ສັນ​ປັ້ນ​ແຕ່ງ ​ໃສ່​ຮ້າຍ​ປ້າຍ​ສີ​ພັກ ລັດ​ຫວຽດນາມ, ​ໂຈມ​ຕີ​ໂດຍ​ກົງ​ໃສ່​ລະ​ບົດ​ແນວ​ຄິດ ​ໂຄງການ​ການ​ເມືອງ ​ແນວທາງ​ການ​ເມືອງ​ຂອງ​ພັກ, ຍຸຍົງ​ສົ່ງ​ເສີມ​ການ​ຄັດຄ້ານ​ຕ້ານ​ຢັນ ​ແບ່ງແຍກພາຍ​ໃນ​ພັກ, ​ແບ່ງ​ແຍກ​ພັກ ລັດ ກັບ​ປະ​ຊາ​ຊົນ, ຫວັງ​ເຮັດ​ໃຫ້​ພັກ​ເຮົາ ລະບອບ​ຂອງ​ພວກ​ເຮົາ​ຖືກ​ແຕກ​ທະລາ​ຍ​ເລິ່ມ​ແຕ່​ກົກຮາກ ​ແຕ່​ພາຍ​ໃນ ຊຶ່ງ​ເປັນ​ກົນອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ ​ແລະ ອັນຕະລາຍ​ທີ່​ສຸດ. ​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ພວກ​ເຮົາ​ຍິ່ງ​ຕ້ອງ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ດີ​ກວ່າ​ອີກ.

ທິດ​ທາງ​ລວມຂອງ​ການ​ກໍ່ສ້າງ ປັບປຸງ​ພັກ​ໃນ​ປັດຈຸບັນ​ແມ່ນ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ຮັກສາ ​ແລະ ​ເພີ່ມ​ທະວີ​ທາດ​ແທ້​ປະຕິວັດ ​ແລະ ລັກສະນະ​ນຳ​ໜ້າ​ຂອງ​ພັກ, ກໍ່ສ້າງ​ພັກ​ໃຫ້​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ ການຈັດ​ຕັ້ງ ​ແລະ ພະນັກງານ, ປ່ຽນ​ແປງ​ໃໝ່​ແບບ​ວິທີ​ນຳພາ, ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ພັກ ​ແລະ ປະຊາຊົນ, ຮັບ​ປະກັນ​ໃຫ້​ພັກ​ມີ​ກຳລັງ​ພຽງພໍ​ເພື່ອ​ນຳພາ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເງື່ອ​ນໄຂພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ພັກ​ກຳ​ອຳນາດ, ເຄື່ອນ​ໄຫວ​ໃນສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ ​ເປີດປະຕູ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ພະນັກງານ ສະມາຊິກ​ພັກດຳລົງ​ຖານະ​ຕຳ​ແໜ່​ງທີ່​ສຳຄັນ, ພົວພັນ​ແຕະຕ້ອງ​ກັບ​ສິນຄ້າ​ແລະ​ເງິນຕາ​ຢ່າງ​ເປັນ​ປະຈຳ, ຕິດ​ແໜ້ນ​ກັບ​ຜົນ​ປະ​ໂຫຍດສ່ວນ​ຕົວ, ຕ້ອງ​ປະ​ເຊີນ​ໜ້າ​ກັບດ້ານ​ປິ້ນຂອງ​ກົນ​ໄກ​ຕະຫຼາດ ກັບ​ສິ່ງ​ຈອບ​ອອຍ​ຊວນ​ໃຈບໍ່​ຈັກ​ວ່າ​ເທົ່າ​ໃດ, ດັ່ງ​ນັ້ນ​ພວກ​ເຮົາ​ຍິ່ງຕ້ອງ​ເບິ່ງ​ແຍງ​ດູ​ແລ​ຮັກສາ​ທາດ​ແທ້​ປະຕິວັດ ​ແລະ ລັກສະນະ​ນຳ​ໜ້າ​ຂອງ​ພັກ. ຖ້າ​ຫາກ​ບໍ່​ຮັບຮູ້​ເລື່ອງ​ນີ້​ຢ່າງ​ເລິກ​ເຊິ່ງ, ຖ້າ​ຫາກ​ພະນັກ​ງານ ສະມາຊິກ​ພັກ​ບໍ່​ຕັ້ງໜ້າ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ ກໍ່​ຈະ​ຖືກ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ໂດຍ​ງ່າຍ. ສຳລັບພັກ​ກອມ​ມູນິດ​, ພັກ​ປະຕິວັດແທ້​ຈິງ ທີ່​ເຄື່ອນ​ໄຫວ​ເພື່ອ​ພາລະກິດ​ຂອງ​ຊົນ​ຊັ້ນ​ກຳມະກອນ ຂອງ​ຊາດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນນັ້ນ ບັນຫາ​ຮັກສາ​ທາດ​ແທ້​ຂອງ​ພັກ​ແມ່ນ​ບັນຫາພື້ນຖານ ​ແລະ ສຳຄັນ​ທີ່​ສຸດ.

ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ໄດ້​ຢືນຢັນ​ວ່າ​ຕ້ອງ​ດຳ​ເນີນ​ການກໍ່ສ້າງ ປັບປຸງ​ພັກດ້ວຍ​ຈິດ​ໃຈ​ຕັ້ງໜ້າ ​ເດັດດ່ຽວ ແລະ ​ແຂງ​ແຮງ ​ແນ​ໃສ່​ສ້າງ​ໃຫ້​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ທຸກດ້ານ, ກີດ​ກັ້ນ ​ແລະ ຍູ້​ຖອຍ​ສະພາບ​ການ​ເຊື່ອມ​ໂຊມ, ປັບປຸງ​ຫຼັກ​ໝັ້ນ​ກ່ຽວ​ກັບ​ຈຸດໝາຍ ອຸດົມ​ການ​ປະຕິວັດ; ​ເພີ່ມ​ທະວີ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ເຈດ​ຈຳນົງ ​ແລະ ການ​ກະທຳ; ປັບປຸງ​ການ​ຈັດ​ຕັ້ງ​ໃຫ້​ແໜ້ນ​ແຟ້ນ; ​ເພີ່ມ​ທະວີ​ສາຍ​ພົວພັນ​ສະໜິດ​ແໜ້ນກັບ​ປະຊາຊົນ; ຍົກ​ສູງ​ຄວາມ​ສາ​ມາດ​ນຳພາ ​ແລະ ​ກຳລັງສູ້​ຮົບ​ຂອງ​ພັກ, ຖື​ວ່າ​ອັນ​ນີ້​​ແມ່ນ​ບັນຫາເປັນຕາຍ​ຂອງ​ພັກ ຂອງ​ລະບອບ​ຂອງ​ພວກ​ເຮົາ. ພັກ​ໃດ​ທີ່​ເປັນພັກ​ປະຕິວັດແທ້​ຈິງ ມີ​ແນວທາງ​ຖືກຕ້ອງ, ມີ​ການຈັດ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ, ມີ​ຖັນ​ແຖວ​ພະນັກງານ ສະມາຊິກ​ທີ່​ປອດ​ໃສ ​ເປັນ​ແບບຢ່າງ ຕັ້ງ​ອັກ​ຕັ້ງໃຈ​ຕໍ່ໜ້າ​ທີ່ ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ ​ໄດ້​ຮັບ​ຄວາມ​ສະໜັບສະໜູນ​ຂອງ​ປະຊາຊົນ, ​ແມ່ນ​ພັກ​ນັ້ນ​ຈະ​ມີ​ກຳລັງ​ແຮງ​ຊະນະ​ເລີດ, ບໍ່​ມີ​ອິດ​ທິກຳລັງ​ໃດ​ທີ່​ຈະສາມາດ​ກີດ​ຂວາງ​ເສັ້ນທາງ​ນຳພາ​ປະ​ເທດ​ຊາດກ້າວ​ສູ່​ຄວາມ​ຈະ​ເລີ​ນພັດທະນາ​ໄດ້.

ປີ​ນີ້​ພວກ​ເຮົາ​ສະ​ເຫຼີ​ມສະຫຼອງ​ວັນກໍ່​ຕັ້ງ​ພັກ​ໃນ​ກາລະ​ເວລາ​ທີ່​ປະ​ເທດ​ເຮົາ​ໄດ້​ຜ່ານ​ການ​ປ່ຽນ​ແປງ​ໃໝ່​ເກືອບ 30 ປີ. ນັ້ນ​ແມ່ນ​ໄລຍະ​ທາງ​ປະຫວັດສາດ​ອັນ​ສຳຄັນ​ໃນ​ພາລະກິດ​ການ​ພັດທະນາ​ຂອງ​ປະ​ເທດ​ເຮົາ, ຂີດ​ໝາຍ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ​ຂອງ​ພັກ ລັດ ​ແລະ ປະຊາຊົນ​ເຮົາ. ການ​ປ່ຽນ​ແປງ​ໃໝ່​ມີ​ຂະໜາດ​ໃຫຍ່​ໂຕ ​ແລະ​ມີຄວາມ​ໝາຍ​ປະຕິວັດ, ​ແມ່ນ​ຂະ​ບວນວິວັດ​ການ​ດັດ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ຮອບດ້ານ ​ເຖິງ​ຖອງ, ​ແມ່ນ​ພາລະກິດ​ອັນ​ໃຫຍ່​ຫຼວງ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ. ​ເບິ່ງ​ລວມ, ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ເຮົາ​ບັນລຸ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ.

ຈາກ​ປະ​ເທດ​ທຸກ​ຍາກ ຫຼ້າ​ຫຼັງ, ຖືກ​ຜົນກະທົບ​ຢ່າງໜັກໜ່ວງ​ຈາກສົງຄາມ​ແກ່ຍາວ​ໃນ​ຫຼາຍ​ປີ, ຖືກພວກ​ຈັກກະພັດປິດ​ລ້ອມ ຄວ້ຳ​ບາດ, ຫວຽດນາມ​​​ໄດ້​ບືນ​ຕົວຂຶ້ນ ພັດທະນາ​ເສດຖະກິດ​ໄວ​ພໍ​ຄວນ ຕາມ​ທິດ​ທາງ​ຫັນ​ເປັນ​ອຸສາ​ຫະກຳທັນ​ສະ​ໄໝ, ກໍ່ສ້າງ​​ເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ ອັນ​ມີ​ຫຼາຍ​ພາກສ່ວນ​ເສດຖະກິດ ຫຼາຍ​ຮູບ​ການ​ກຳມະສິດ ​ແລະ ຕັ້ງໜ້າ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ປະ​ເທດ​ເຮົາບໍ່​ພຽງ​ແຕ່​​ໄດ້ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ, ​ໄດ້ມ້າງການ​ປິດ​ລ້ອມ ຄວ້ຳ​ບາດຂອງ​ສັດຕູ, ຜ່ານ​ຜ່າ​ການ​ກະທົບ​ຫຍໍ້​ທໍ້​ຂອງ​ການ​ວິ​ກິດ​ດ້ານ​ການ​ເງິນ​ເງິນຕາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ​ໃນ​ຊຸມ​ປີ 1997 - 1998 ​ແລະ ການ​ວິ​ກິດ​ດ້ານ​ການ​ເງິນ ຄວາມ​ຊຸດ​ໂຊມ​ຂອງ​ເສດຖະກິດ​ໂລກ​ໃນ​ຊຸມ​ປີ​ຜ່ານມາເທົ່າ​ນັ້ນ ຫາກ​ຍັງ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ​ໄວ້​ໄດ້, ຄວາມ​ເຕີບ​ໂຕ ຈີ​ດີ​ພີ ສະ​ເຫຼ່ຍ 6% - 7%/ຕໍ່​ປີ. ​ແຕ່​ປີ 2008 ​ໄດ້​ບັນລຸ​ລະດັບ​ລາຍ​ໄດ້​ສະ​ເຫຼ່ຍຫົວ​ຄົນ 1.000 ກວ່າ​ໂດ​ລາ​ສະຫະລັດ, ລື່ນ​ກາຍ​ລະດັບ​ປະ​ເທດ​ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ; ຊີ​ວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ຂອງບັນດາ​ຊັ້ນ​ຄົນປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ຈະ​ແຈ້ງ. ປີ 2014, ລາຍ​ໄດ້​ສະ​ເຫຼ່ຍຫົວ​ຄົນບັນລຸ​ປະມານ 2.000 ​ໂດ​ລາ​ສະຫະລັດ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້​ລົດ​ລົງ ຈາກ 58% ປີ 1993 ລົງ​ເປັນ 8% ປີ 2014. ລະບົບ​ການ​ເມືອງ ​ແລະ ກຸ່ມ​ກ້ອນ​ມະຫາ​ສາມັກຄີປວງ​ຊົນ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ; ການ​ເມືອງ - ສັງຄົມມີ​ຄວາມ​ສະຫງົບ​ປອດ​ໄພ; ​ເອກະລາດ ອຳນາດ​ອະທິປະ​ໄຕ​ຂອງ​ຊາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຢ່າງ​ໝັ້ນຄົງ; ການ​ພົວພັນ​ຕ່າງປະ​ເທດ​ນັບ​ມື້​ນັບ​ເປີດ​ກວ້າງ, ຖານະ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີສາກົນ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ. ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ ອັນ​ໄດ້​ສ້າງ​ໃຫ້​ມີ​ທ່າ ​ແລະ ກຳລັງ​ໃໝ່​ໃຫ້​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ດ້ວຍ​ແງ່​ຫວັງ​ອັນ​ດີ​ງາ​ມ​ໃນຕໍ່​ໜ້າ.

ສິ່ງ​ທີ່​ມີ​ຄວາມ​ໝາຍພິ​ເສດ​ແມ່ນ, ​ໃນ​ຂະ​ບວນວິວັດ​ດຳ​ເນີນການປ່ຽນ​ແປງ​​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່ຢ່າງ​ເປັນ​ປະຈຳ​ເຖິງ​ການ​ສະຫລຸບ​ສັງ​ລວມພຶດຕິ​ກຳ, ​ເພີ່ມ​ເຕີນ ຂະຫຍາຍ ບູລະນະ​ແນວທາງ​ປ່ຽນ​ແປງ​ໃໝ່​ໃຫ້ສົມບູນ​ເທື່ອ​ລະ​ກ້າວ, ທຳ​ຄວາມ​ກະຈ່າງ​ແຈ້ງ​ຕື່ມ​ອີກ​ກ່ຽວ​ກັບ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່ສັງຄົມ​ນິຍົມ ຢູ່ຫວຽດນາມ. ນີ້​ແມ່ນ​ຜົນສຳ​ເລັດ​​ແຫ່ງ​ຂະ​ບວນວິວັດການ​ຄົ້ນຄວ້າ ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ ​ເປີດ​ກວ້າງ​ປະຊາທິປະ​ໄຕ ​ເສີມ​ຂະຫຍາຍ​ສະຕິ​ປັນຍາ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ​ເກັບ​ກຳ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ຈາກ​ຊີວິດໄດ້​ຢ່າ​ງທັນ​ການ. ​ໃນ​ເວລາ​ຢຶດໝັ້ນຈຸດໝາຍ ອຸດົມ​ການ​ປະຕິວັດ, ຢຶດໝັ້ນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການນັ້ນ ພັກ​ຍາມ​ໃດ​ກໍ່​ມີ​ສະຕິ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ​ດ້ວຍ​ຕົນ​ເອງ, ​ເດັດຂາດ​ປະ​ຖິ້ມ​ອັນ​ເກົ່າ​ແກ່​ຕ່າງໆ​ທີ່​ບໍ່​ເໝາະ​ກັບ​ກາລະ​ສະ​ໄໝ, ນັບ​ທັງ​ໃນ​ຂົງ​ເຂດ​ເສດຖະກິດ ກໍ່​ຄື​ໃນ​ຂົງ​ເຂດ​ວັດທະນະທຳ ສັງຄົມ, ນັບ​ທັງ​ຕໍ່ພາຍ​ໃນ ​ແລະ ຕໍ່​ການ​ຕ່າງປະ​ເທດ; ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່ ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ໄດ້​ເປັນ​ຢ່າງ​ດີ; ​ເປີດ​ກວ້າງກ້ອນ​ກຳລັງ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ສາມັກຄີ​ສາກົນ, ​ເຕົ້າ​ໂຮມ​ກຳລັງ​ໃຫ້​ແກ່ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ປ່ຽນ​ແປງ​ໃໝ່​ແຕ່​ບໍ່​ຫ່າງ​ເຫີ​ນຫຼັກການ, ບໍ່​ດ້ານ​ດຽວ ຈັດ​ໂພດ, ຫຼືຈາກ​ຂົ້ວ​ນີ້​ເຕັ້ນ​ໄປ​ສູ່​ຂົ້ວ​ອື່ນ​ແບບ​ງ່າຍດາຍ.

ປີ 2015 ​ເປັນ​ປີ​ສຸດ​ທ້າຍ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2011 - 2015; ປີ​ກາງ​ສະ​ໄໝ​ແຫ່ງ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ 10 ປີ; ປີ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ​ເປັນ​ປີ​ທີ່​ມີ​ຫຼາຍວັນ​ບຸນມະ​ໂຫລານ​ຂອງ​ຊາດ... ສະພາບ​ການ​ສາກົນ​ແລະ​ໃນ​ປະ​ເທດ​ສ້າງ​ໃຫ້​ມີ​ໂອກາດ ຄວາມ​ສະດວກ​ດີ​ຫຼາຍ​ຢ່າງ ​ແຕ່​ກໍ່​ກໍ່​ໃຫ້​ເກີດມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ຊຶ່ງ​ຮຽກຮ້ອງ​ຕ້ອງການ​ໃຫ້​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮົາຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ສູງ​ທີ່​ສຸດ ​ແລະ ຕ້ອງ​ມີ​ຄວາມຕັດສິນ​ໃຈສູງ​ ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ປີ 2015 ຢ່າງ​ສຳ​ເລັດ​ມີ​ໄຊ ຊຶ່ງ​ຈຸດ​ໜັກ​ຄື ສູ້​ຊົນ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໃຫ້​ສຳ​ເລັດ​ຜົນ​ໃນ​ລະດັບ​ສູງ​ສຸດ; ​ເພີ່ມ​ທະວີ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ, ຍູ້​ແຮງ​ການ​ປະຕິບັດ​ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໂດຍ​ຕິດ​ກັບ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເລື້ອຍໆ. ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ແລະ ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ, ຍູ້​ແຮງ​ການ​ພົວພັນ​ຕ່າງປະ​ເທດ. ສຸມ​ໃສ່​ຈັດ​ຕັ້ງ​ໃຫ້​ສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ສະ​ໄໝ 2015 - 2020, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ, ຕິດ​ແໜ້ນ​ກັບ​ການສືບ​ຕໍ່​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງພັກຄັ້ງ​ທີ 4 ວ່າ​ດ້ວຍ​ການ​ກໍ່ສ້າງ​ພັກ, ຄຳ​ສັ່ງ​ສະບັບ​ທີ 03 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ແຂງ​ແຮງ​ກວ່າ​ອີກ​ໃນ​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ.

ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ ຄວາມ​ເອກອ້າງ​ທະ​ນົງ​ໃຈ, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມຈະ​ສຳ​ເລັດ​ພາລະ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ດີ​ເດັ່ນ. ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງທັບ​ເຮົາຮ່ວມ​ແຮງ​ຮ່ວມ​ໃຈກັນ​ຕັ້ງໜ້າ​ພະຍາຍາມ​ສູ້​ຊົນ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​ໃຫ້​ເປັນ​ປະ​ເທດ​ສັນຕິພາບ ​ເອກະລາດ ​ເອກະ​ພາບ ປະຊາທິປະ​ໄຕ ຮັ່ງມີ​ເຂັ້ມ​ແຂງ ກ້າວ​ຂຶ້ນ​ສັງຄົມ​ນິຍົມ ຢ່າງ​ໜັກ​ແໜ້ນ./.

ໂດຍ ຫງວຽ​ນຝູຈ້ອງ
​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​
ພັກ​ກອມ​ມູນິດ​ຫວຽດນາມ


* ຫົວ​ຂໍ້​ໂດຍ​ວາລະສານ​ກອມ​ມູນິດ​ເປັນ​ຜູ້​ແຕ່ງ