ວກ - ຄຳ​ສະ​ເໜີ​ຂອງ​ຄະນະ​ບັນນາທິການ: ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຫວຽດນາມ​ ເຂົ້າ​ເປັນ​ເອກະ​ພາບ ຄົບຮອບ 40 ປີ (30 ​ເມສາ 1975 – 30 ​ເມສາ 2015), ສະຫາຍຫງວຽນ​ຝູຈ້ອງ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ, ​ເລຂາທິການ​ ຄະນະ​ພັກ​ການ​ທະຫານສູນ​ກາງ ​ໄດ້​​ຂຽນບົດ​ຄວາມ​ທີ່​ສຳຄັນ​ ກ່ຽວ​ກັບ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ດັ່ງກ່າວ​ນີ້. ວາລະສານ​ກອມ​ມູນິດ​ຂໍ​ເປັນ​ກຽດ​ໄດ້​ແນະນຳ ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່.

ລົດຕັງຂອງກອງທັບປົດປ່ອຍບຸກເຂົ້າຢຶດ ທຳນຽບເອກະລາດ ໃນຕອນທ່ຽງວັນທີ 30 ເມສາ 1975. (ພາບ: TTXVN)

ການ​ບຸກ​ໂຈມ​ຕີ​ແລະລຸກ​ຮື​ຂຶ້ນ​ຂະໜາດ​ໃຫຍ່ ໃນ​ລະດູບານ​ໃໝ່​ປີ 1975 ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ລົງ​ດ້ວຍ​ໄຊຊະນະ​ອັນ​ສົມບູນ ຂອງ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້ຊາດອັນ​ຍິ່ງ​ໃຫຍ່​ ຂອງກອງທັບ​ແລະ​ປະຊາຊົນ​ເຮົາ, ອັນ​ໄດ້​ສ້າງ​ເປັນ​ບາດ​ລ້ຽວ​ໃນ​ປະຫວັດ​ສາດ​ຂອງຊາດ, ​ໄຂ​ສັງກາດ​ໃໝ່​ໃຫ້​ປະ​ເທດຫວຽດນາມ - ສັງກາດ​ແຫ່ງ​ຄວາມ​ເປັນເອກະລາດ ​ເອກະ​ພາບ, ທົ່ວປະ​ເທດ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ. ​ໄຊຊະນະ​ຂອງ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ​ເຖິງ ກຳລັງ​ແຮງ​ຂອງລັດທິວິລະ​ຊົນ​ປະຕິວັດ, ຫຼັກ​ໝັ້ນ​ອັນ​ກ້າ​ແກ່ນ ​ແລະ ສະຕິ​ປັນຍາ​ຫວຽດນາມ​ໃນ​ຍຸກ​ສະ​ໄໝ​ໂຮ່ຈີ​ມິນ. ນັ້ນ​ກໍ​ແມ່ນ​ເຫດການ​ທີ່​ມີ​ຂະໜາດ​ສາກົນ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ລັກສະນະ​ຍຸກ​ສະ​ໄໝ​ທີ່​ເລິກ​ເຊິ່ງ. ​ໄຊຊະນະ​ດັ່ງກ່າວ​ເກີດ​ມາ​ຈາກ​ຫຼາຍປັດ​ໄຈ, ​ໃນ​ນັ້ນ​ປັດ​ໄຈ​ທີ່​ຕັດສິນກວ່າ​ໝູ່​ໝົດແມ່ນ ​ຍ້ອນ​ມີ​ການ​ນຳພາອັນ​ຖືກຕ້ອງ ປະ​ດິດສ້າງ​ຂອງ​ພັກ, ​ເສີມ​ຂະຫຍາຍ​ສິນລະປະການ​ທະຫານ​ອັນ​ພິ​ເສດສະ​​ເພາະ​ຂອງ​ຫວຽດນາມ​ຂຶ້ນ​ເຖິງລະ​ດັດສູງ.

ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້ຊາດຂອງ​ປະຊາຊົນ​ເຮົາ (1954 - 1975) ​ແມ່ນ​ການ​ສືບ​ຕໍ່​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ​ປະຊາຊົນ. ​ໃນ​ເງື່ອນ​ໄຂ​ທີ່ປະ​ເທດ​ຊາດ​ຖືກ​ຕັກ​ແບ່ງໂດຍ​ຊົ່ວຄາວອອກ​ເປັນ​ສອງ​ພາກ​ເໜືອ​-​ໃຕ້​ນັ້ນ, ພັກ​ກອມ​ມູນິດຫວຽດນາມ ​ແລະ ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ອີ​ງ​ໃສ່​ສະພາບ​ການ​ສາກົນ, ສະພາບ​ການ​ໃນ​ປະ​ເທດ, ການ​ຊັ່ງຊາ​​ທ່າ​ແລະ​ກຳລັງ ລະຫວ່າງ​ເຮົາ​ກັບ​ສັດຕູ, ກຳ​ແໜ້ນ​ວິທີ​ວິທະຍາ​ຂອງ​ລັດທິ​ມາກ - ​ເລ​ນິນ, ວາງ​ແນວທາງ​ຕໍ່ຕ້ານ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ ຖືກຕ້ອງ ປະດິດ​ສ້າງອອກ​ມາ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ແນວທາງ​ດັ່ງກ່າວຢ່າງ​ສອດຄ່ອງ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ອັນ​ລະອຽດ ​ແລະ ຄວາມຂະຫຍາຍຕົວ​ຂອງການ​ປະຕິວັດ​ຫວຽດນາມ​ໃນ​ໄລຍະ​ໃໝ່.

ຈຸດ​ພິ​ເສດ​ໃຫຍ່​ທີ່​ສຸດ ​ແລະ​ກໍ​ແມ່ນຈຸດ​ທີ່​ເປັນ​ເອກະລັກຂອງ​ການ​ປະຕິວັດ​ຫວຽດນາມ ​ແຕ່​ເດືອນ​ກໍລະກົດ​ປີ 1954 ​ເຖິງ​ເດືອນ​ພຶດສະພາປີ 1975, ນັ້ນ​ແມ່ນພັກ​ກອມ​ມູນິດຫວຽດນາມ ​ໄດ້​ປະຕິບັດ​ແນວທາງ​ການ​ເມືອງ, ​ແນວທາງ​ການ​ທະຫານ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ, ​ເຊີດ​ຊູ​ຄັນທຸງ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ, ດຳ​ເນີນສອງ​ຍຸດ​ທະ​ສາດ​ການ​ປະຕິວັດ​ໄປ​ພ້ອມໆ​ກັນ ຄືການ​ປະຕິວັດ​ຊາດ ປະຊາທິປະ​ໄຕ​ຢູ່​ພາກ​ໃຕ້ ​ແລະ ການ​ປະຕິວັດ​ສັງ​ຄົມ​ນິຍົມ​ຢູ່​ພາກ​ເໜືອ, ​ເພື່ອ​ແນ​ໃສ່​ຈຸດໝາຍ​ລວມອັນ​ໜຶ່ງ​ຄື ສຳ​ເລັດ​ການ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ເຕົ້າ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ, ນຳ​ເອົາທົ່ວ​ປະ​ເທດຂຶ້ນ​ສູ່​ສັງຄົມ​ນິຍົມ. 

ພັກ​ກອມ​ມູນິດຫວຽດນາມກຳນົດ​ແຈ້ງ: ພາກ​ເໜືອ​ເປັນ​ແນວ​ຫຼັງ​ໃຫຍ່, ພາລະກິດ​ການ​ປະຕິວັດ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ ​ມີ​ບົດບາດ​ຕັດສິນ​ກວ່າ​ໝູ່​ໝົດ​ຕໍ່ພາລະກິດ​ການ​ປະຕິວັດ​ຂອງ​ທົ່ວ​ປະ​ເທດ; ພາກ​ໃຕ້​ແມ່ນ​ແນວ​ໜ້າ​ໃຫຍ່, ການ​ປະຕິວັດ​ຢູ່​ພາກ​ໃຕ້​ມີ​ຄຸນ​ປະ​ໂຫຍ​ດຕັດສິນ​ໂດຍ​ກົງ​ຕໍ່​ການ​ປົດ​ປ່ອຍ​ພາກ​ໃຕ້. ສາຍ​ພົວພັນ​ລະຫວ່າງ​ສອງ​ຍຸດ​ທະ​ສາດ​ການ​ປະຕິວັດ​ຢູ່​ສອງ​ພາກ​ເໜືອ - ​ໃຕ້ ​ແມ່ນ​ສາຍ​ພົວພັນ​ແບບ​ອົງຄະ​ທາດ, ຕິດ​ພັນ​ແໜ້ນ​ແຟ້ນນຳ​ກັນ, ຊຸກຍູ້ ​ແລະ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ ເພື່ອ​ພ້ອມ​ກັນ​ຂະຫຍາຍຕົວ. ນັ້ນ​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະຫວັດສາດ ​ແລະ ​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງພັກ​ກອມ​ມູນິດຫວຽດນາມ; ພ້ອມກັນ​ນັ້ນ, ມັນ​ກໍ​ແມ່ນ​ສາ​ເຫດ​ຕົ້ນຕໍ, ປັດ​ໄຈ​ຕັດສິນ​ໄຊຊະນະ​ຂອງພາລະກິດ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ອັນ​ຍາວ​ນານ, ຫຍຸ້ງຍາກ​ສັບສົນ, ທໍລະ​ຫົດ​ດຸ​ເດືອດ​ຂອງ​ປະຊາຊົນ​ຫວຽດນາມ.

ການກຳນົດ​ແນວທາງ​ການ​ປະຕິວັດ​ຢ່າງເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ຖືກຕ້ອງ ​ແລະ ປະດິດ​ສ້າງນັ້ນ ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍຕາ​ເບິ່ງ​ກວ້າງ​ມອງ​ໄກ, ຈິນຕະນາການ​ຍຸດ​ທະ​ສາດ ​ແລະ ຄວາມ​ສາມາດ​ສູ້​ຮົບ​ເກັ່ງ​ຂອງ​ພັກ, ​ເປັນ​ຕົ້ນ​ແມ່ນ​ໃນ​ເວລາ​ນາທີ​ທີ່​ມີ​ລັກສະນະ​ບາດ​ລ້ຽວຂອງ​ການ​ຕໍ່ຕ້ານ. ຕໍ່ໜ້າ​ສະພາບ​ການ​ທີ່​ອຳນາດ​ການ​ປົກຄອງ ​ໂງ​ດິ່ງ​ຢ້ຽມ ທີ່​ເປັນ​ລູກມື​ຂອງ​ອາ​ເມ​ລິ​ກາ ປະຕິບັດ​ນະ​ໂຍບາຍ “ກ່າວ​ປະນາມ​ກອມ​ມູນິດ”, “ດັບ​ສູນ​ກອມ​ມູນິດ”, ລາກ​ຈັກ​ຕັດ​ຄໍ​ຄົນ​ໄປ​ທົ່ວ​ພາກ​ໃຕ້, ປາບ​ປາມ​ບັນດາ​ນັກຮົບ​ປະຕິວັດ ​ແລະ​ມະຫາຊົນ​ຢ່າງ​ປ່າ​ເຖື່ອນ, ພາ​ໃຫ້​ຂະ​ບວນການ​ປະຕິວັດ​ພົບ​ຄວາມ​ຫຍຸ້ງຍາກ ບໍ່​ຂະ​ຫຍາ​ຍຕົວ​ໄດ້ນັ້ນ ​ໃນ​ເດືອນ​ມັງກອນ​ປີ 1959, ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 15 (ກອງ​ປະຊຸມ​ເປີດ​ກວ້າງ), ພາຍ​​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານປະທານ​ໂຮ​ຈີ​ມິນ ​ຊຶ່ງກອງ​ປະຊຸມໄດ້​ກຳນົດ​ເສັ້ນທາງ​ກ້າວ​ຂຶ້ນ​ຂອງ​ການ​ປະຕິວັດ​ພາກ​ໃຕ້, ກຳນົດ​ແຈ້ງ​ຈຸດໝາຍ ​ແລະ ວິທີ​ການ​ປະຕິວັດ, ສາຍ​ພົວພັນ​ລະຫວ່າງ​ສອງ​ຍຸດ​ທະ​ສາດປະຕິວັດ​ຢູ່​ສອງ​ພາກ​ເໜືອ - ​ໃຕ້, ລະຫວ່າງ​ການ​ປະຕິວັດ​ຫວຽດນາມ ​ແລະ ການ​ປະຕິວັດ​ໂລກ ​ເພື່ອ​ແນ​ໃສ່​ປົດ​ປ່ອຍ​ພາກ​ໃຕ້, ປົກ​ປັກ​ຮັກສາ​ພາກ​ເໜືອ, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ. 

ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 15 ​ໄດ້​ຊີ້​ແຈ້ງ​ເສັ້ນທາງ​ແຫ່ງ​ການ​ຂະຫຍາຍຕົວ​ອັນພື້ນຖານ​ຂອງ​ການ​ປະຕິວັດ​ຫວຽດນາມຢູ່​ພາກ​ໃຕ້​ແມ່ນ ລຸກ​ຮື​ຂຶ້ນ​ຍາດ​ອຳນາດ​ການ​ປົກ​ຄອງ​ມາ​ມື​ປະຊາຊົນ; ນອກຈາກ​ນັ້ນ​ ບໍ່​ມີ​ເສັ້ນທາງ​ອື່ນ​ໃດ​ເລີຍ. ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ​ນັ້ນ​ຂອງ​ພັກ​ໄດ້​ສ້າງ​ໃຫ້ມີ “ກະ​ແສ​ລົມ​ໃໝ່”, ບັນຍາກາດ​ໃໝ່, ກາຍ​ເປັນ​ກຳລັງໝູນ​ຊຸກ​ດັນ​​ໃຫ້ການ​ປະຕິວັດ​ພາກ​ໃຕ້ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ. 

​ເລີ່​ມຕົ້ນ​ແມ່ນ​ຂະ​ບວນການ​ໂດ່​ງ​ເຂີຍ (ຂະ​ບວນການ​ລຸກ​ຮື​ຂຶ້ນ​ພ້ອມ​ບາດ​ດຽວ) ​ໃນ​ທ້າຍ​ປີ 1959, ຫຼັງ​ຈາກ​ນັ້ນ ກໍ່​ຂະຫຍາຍຕົວ​ຢ່າງ​ໄວ ຂຶ້ນ​ເປັນ​ຂະ​ບວນການ​ໂດ່​ງ​ເຂີຍ​ຂະໜາດ​ໃຫຍ່​ໃນ​ທົ່ວພາກ​ໃຕ້. ​ໄຊຊະນະ​ຂອງ​ຂະ​ບວນການ​ໂດ່​ງ​ເຂີຍ​ຂະໜາດ​ໃຫຍ່ ​ໄດ້​ສ້າງ​ໃຫ້​ມີ​ບາດ​ລ້ຽວ​ໃໝ່ ພາ​ໃຫ້ການ​ປະຕິວັດ​ພາກ​ໃຕ້​ຫັນປ່ຽນ​ຈາກທ່າ​ຮັກສາ​ກຳລັງ ​ໄປ​ເປັນ​ທ່າ​ບຸກ​ໂຈມ​ຕີ. ນີ້​ແມ່ນ​ການ​ເລີ່​ມຕົ້ນ​ຂອງ​ການ​ຕໍ່ສູ້​ຕ້າ​ອາ​ເມ​ລິ​ກາ​ເພື່ອກູ້​ຊາດ​ ທີ່​ເປັນ​ເອກະລັກ​ພິ​ເສດສະ​ເພາະ ​ແລະ ປະດິດ​ສ້າງ​ທີ່​ສຸດ; ພ້ອມ​ກັນ​ນັ້ນ ກໍ່​ເປັນ​ພື້ນຖານ​ເພື່ອ​ໃຫ້​ພັກ​ເຮົາສືບ​ຕໍ່​ຂະຫຍາຍ​ການ​ສົງຄາມ​ທົ່ວ​ປວງ​ຊົນ ຮອບດ້ານ ​ແລະ ຕີ​ເອົາ​ຊະນະ​ບັນດາ​ຍຸດ​ທະ​ສາດ​ສົງຄາມ​ຂອງ​ສັດຕູ: “ສົງຄາມ​ພິ​ເສດ” (1961 - 1965), “ສົງຄາມ​ພາກສ່ວນ” (1965 - 1968), “ການ​ຫັນ​ສົງຄາມ​ເປັນ​ຂອງ​ຫວຽດນາມ” (1969 - 1973) ຂອງຈັກກະພັດ​ອາ​ເມ​ລິ​ກາ, “ຕີ​ໃຫ້​ອາ​ເມ​ລິ​ກາ​ຕ້ອງ​ປົບ​ໜີ”, ກ້າວ​ເຖິງ​ຂັ້ນ “ຕີ​ໃຫ້​ພວກ​ຫຸ່ນ​ຕ້ອງ​ລົ້ມ​ທະລາ​ຍ”, ປົດ​ປ່ອຍ​ພາກ​ໃຕ້​ໂດຍ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ.

ພ້ອມໆ​ກັນ​ກັບ​ການວາງ​ແນວທາງ​ການ​ເມືອງ, ​ແນວທາງ​ການ​ທະຫານ​ທີ່​ຖືກຕ້ອງ ປະດິດສ້າງ​ອອກ​ມາ​ນັ້ນ, ພັກ​ກອມ​ມູນິດຫວຽດນາມ​ໄດ້​ຢຶດໝັ້ນ​ວິທີ​ການ​ປະຕິວັດ​ດ້ວຍຄວາມ​ຮຸນ​ແຮ​ງສັງ​ລວມ ຊຶ່ງ​ປະກອບ​ດ້ວຍ​ສອງ​ກຳລັງ​ຕົ້ນຕໍຄື ກຳລັງ​ການ​ເມືອງ​ຂອງ​ມະຫາຊົນ ​ແລະ​ກຳລັງ​ປະກອບ​ອາວຸດປະຊາຊົນ, ສົມທົບ​ຢ່າງ​ແໜ້ນ​ແຟ້ນການ​ຕໍ່ສູ້​ດ້ານ​ການ​ເມືອງ ກັບ​ຕໍ່ສູ້​ດ້ວຍ​ກຳລັງ​ປະກອບອາວຸດ ​ໃນ​ຕະຫຼອດ​ການຕໍ່ສູ້ຕ້ານອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ. ພ້ອມ​ກັນ​ນັ້ນ ກໍ​ພະຍາຍາມ​ປະຕິບັດ​ແນວ​ຄິດ​ຍຸດ​ທະ​ສາດ​ບຸກ. ​ແນວ​ຄິດ​ດັ່ງກ່າວ​ບໍ່​ພຽງ​ແຕ່ໄດ້​ປະຕິບັດ​ໃນ​ເວລາທີ່​ສັດຕູ “ລົງ​ຂັ້ນ​ໃດ” ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ປະຕິບັດ​ໃນ​ເວລາ​ທີ່ພວກ​ມັນ “​ໄຕ່​ຂັ້ນ​ໃດ” ສົງຄາມ​ອີກ​ນຳ; ​ແລະ ບໍ່​ພຽງແຕ່ຕໍ່​ສົງຄາມ​ປະຕິວັດ​ຢູ່​ພາກ​ໃຕ້, ຫາກ​ຍັງ​ໄດ້​ໃຊ້​ໃນ​ການ​ສູ້ຮົບ​ປົກ​ປັກ​ຮັກສາ​ພາກ​ເໜືອ​ສັງ​ຄົມ​ນິຍົມ​ອີກ​ນຳ.

ຍຸດ​ທະ​ສາດ​ບຸກ​ໂຈມ​ຕີ​ໄດ້​ຮັບ​ການ​ປະຕິບັດ​ໃນ​ທຸກ​ຈຸດ​ເວລາ, ​ໃນ​ທຸກ​ເງື່ອນ​ໄຂ ສະພາວະ​ການ, ດ້ວຍທິດ​ນຳ: “ຕີໃຫ້ສັດຕູຖອຍເປັນແຕ່ລະກ້າວ, ຕີໃຫ້ມັນພັງທະລາຍລົງເປັນແຕ່ລະພາກສ່ວນ, ດຶງ​ສັດຕູ​ລົງ​ຂັ້ນ​ໃດ​ແຕ່ລະ​ຂັ້ນ, ກ້າ​ວ​ເຖິງ​ຂັ້ນ​ຕີ​ໃຫ້​ສັດຕູ​ປະລາ​ໄຊ​ຢ່າງ​ຮາບ​ຄາບ, ຍາດ​ເອົາ​ໄຊຊະນະ​ອັນ​ຕັດສິນ​ໃນ​ການ​ຕໍ່ສູ້​ກູ້​ຊາດ ຕ້ານ​ອາ​ເມ​ລິ​ກາ”.

ພາຍຫຼັງ​ທີ່​ສັນຍາ​ປາຣີ​ໄດ້​ຮັບ​ການ​ລົງ​ນາມ (ວັນທີ 27 ​ມັງກອນ 1973), ກອງ​ທະຫານ​ສົ່ງ​ນອກ​ອາ​ເມ​ລິ​ກາ​ຈຳ​ເປັນ​ຕ້ອງ​ພັບ​ມ້ຽນ​ທຸງ ຖອນ​ຕົວ​ອອກ​ຈາກ​ພາກ​ໃຕ້​ຫວຽດນາມ (ວັນ​ທີ 29 ມີນາ 1973), ສະຖານະ​ການ​ສົງຄາມ​ຫັນປ່ຽນ​ຢ່າງ​ມີປະ​ໂຫຍ​ດ​ໃຫ້​ແກ່​ພວກ​ເຮົາ. ກຳ​ແໜ້ນ​ກາລະ​ໂອ​ການ​ຍຸດ​ທະ​ສາດທີ່​ໄດ້​​ໄຂ​ອອກ​ມາ​ພາຍຫຼັງ​ເກືອບ​ສອງ​ປີ​ແຫ່ງ​ການ​ສູ້​ຮົບ, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 21 ສະ​ໄໝ​ທີ III ຊຶ່ງ​ປະຊຸມ​ເປັນ​ສອງ​ບັ້ນ (ບັ້ນ​ທີ I ​ແຕວັນ​ທີ 19​ ມິຖຸນາ ຮອດ​ວັນ​ທີ 6 ກໍລະກົດ 1973, ບັ້ນ​ທີ II ​ແຕ່​ວັນ​ທີ 1 ຕຸລາ ຮອດ​ວັນ​ທີ 4 ຕຸລາ 1973) ​ໄດ້​ຢືນຢັນ ​ແລະ​ປັບປຸງຄວາມ​ຕັດສິນ​ໃຈ​ປົກ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ໃນ​ເວລາ​ໄວ​ທີ່​ສຸດ​ເທົ່າ​ທີ​ຈະ​ໄວ​ໄດ້. 

ປີ 1974, ກອງທັບ ​ແລະ ປະຊາຊົນ​ເຮົາ​​ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ເພື່ອສ້າງ​ທ່າດີ​ໃນທຸກໆ​ສະໜາມຮົບ​ພາກ​ໃຕ້, ​ເຮັດ​​ໃຫ້​ສັດຕູ​ຕ້ອງ​ຮັບ​ມື ຖືກຕົກ​ໃນ​ທ່າ​ຮັບ. ພາຍຫຼັງ​ໄຊຊະນະ​ຢູ່ ​ເທື້ອງດຶກ ດົງຊວ່າ​ຍ, ​ເປັນ​ຕົ້ນ​ແມ່ນ​ໄຊຊະນະ​ຂອງ​ຍຸດທະ​ການ​ທາງ​ເລກທີ 14 - ​ເຝືອກ​ລອງ, ​ໄດ້​ສ້າງ​ພື້ນຖານ​ເພື່ອ​ໃຫ້​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຕັດ​ສິນ​ໃຈ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ປົດ​ປ່ອຍ​ພາກ​ໃຕ້ ​ໃນສອງ​ປີ 1975 - 1976, ພ້ອມກັນ​ນັ້ນ​ກໍ​​ໄດ້​ວາງ​ແຜນ​ສຳລອງ​ໄວ້ ຖ້າ​ຫາກ​ໂອກາດອຳນວຍ​ກໍ່​ຈະ​ປົດ​ປ່ອຍ​ພາກ​ໃຕ້​ໃນ​ປີ 1975, ຊ້ຳ​ບໍ່​ໜຳ​ ຈະ​ປົດ​ປ່ອຍ​ພາກ​ໃຕ້​ກ່ອນ​ລະດູຝົນ​ປີ 1975.

​ໃນ​ການ​ຕໍ່ສູ້​ກູ້​ຊາດ ຕ້ານ​ອາ​ເມ​ລິ​ກາ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ສິນ​ລະ​ປະການ​ທະຫານ ​ແລະ ສົງຄາມ​ປະຊາຊົນ​ຫວຽດນາມ​ ໄດ້ຂະຫຍາຍຕົວ​ຂຶ້ນ​ເຖິງ​ຍອດ​ສູງ. ປັດ​​ໄຈ​ທີ່ຮັບປະກັນ​ໃຫ້​ສົງຄາມປະຊາຊົນຂະຫຍາຍຕົວ​ຢ່າງບໍ່​ຢຸດ​ຢັ້ງນັ້ນ ​ແມ່ນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ທີ່​ປະກອບ​ດ້ວຍທະຫານ​ສານ​ປະ​ເພດ: ທະຫານ​ຫຼວງ, ທະຫານ​ທ້ອງ​ຖິ່ນ ​ແລະ ທະຫານ​ລາດ​ກອງ​ຫຼອນ ຊຶ່ງ​ໄດ້​ຮັບ​ການກໍ່ສ້າງ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ, ​ໄດ້​ຈັດ​ວາງ​ຢ່າງ​ກວ້າງຂວາງ​ທົ່ວ​ເຖິງ; ​ໃນ​ນັ້ນບັນດາ​ເຫຼົ່າ​ທະຫານ​ຫຼວງ​ຮັກສາ​ບົດບາດ​ເປັນ​ຫຼັກ​ແຫຼ່ງ​ໃນ​ບັນດາ​ຍຸດທະ​ການ, ປະຕິບັດ​ການ​ສູ້​ຮົບ​ແບບ​ປະສານ​ເຫຼົ່າ​ພົນ​ເຫຼົ່າ​ທັບ​ຂະໜາ​ດໃຫຍ່. 

ກຳ​ແໜ້ນ​ກົດ​ເກນ​ສົງຄາມ, ໝູນ​ໃຊ້ ​ແລະ ປະຕິບັດສິລະປະການ​ທະຫານ​ຂອງ​ສົງຄາມ​ປະຊາຊົນ​ຢ່າງ​ປະດິດ​ສ້າງ, ພວກ​ເຮົາ​ໄດ້​​ເຮັດ​ໃຫ້​ສະພາບ​ການ​ສະໜາມຮົບ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ ຕາມ​ທິດ​ທີ່​ມີ​ຜົນ​ດີ​ໃຫ້​ແກ່​ຕົນ, ຍາມ​ໃດ​ກໍ່​ຕີ​ສັດຕູ​ດ້ວຍ​ທ່າ​ແຮງ, ທ່າ​ເປັນ​ເຈົ້າການ, ທ່າ​ບັງ​ເອີນ​ກະທັນຫັນ. 

ຈຸດ​ທີ່​ເປັນ​ເອກະລັກ​ພິ​ເສດສະ​ເພາະ​ຂອງ​ສົງຄາມ​ປະຊາຊົນ​ຍັງ​ໄດ້​ສະ​ແດງ​ອອກຢູ່​ທີ່ ​ໄດ້​ສົມທົບ​ຢ່າງ​ແໜ້ນ​ແຟ້ນບັນດາ​ປັດ​ໄຈ “ທ່າ, ພະລັງ, ກາລະ​ໂອກາດ, ອຸບາຍ” ​ໃນ​ແຕ່​ລະ​ບັ້ນ​ຮົບ, ​ແຕ່​ລະ​ຍຸດທະ​ການ​ຢ່າງ​ໄຫວ​ພິບ, ​ເຮັດ​ໃຫ້​ສັດຕູ​ບໍ່​ສາມາດ​ຮູ້​ໄດ້​ທິດ​ທາງ, ປາຍ​ແຫຼ​ມ, ກຳລັງ ​ແລະ ກຳລັງ​ແຮງ​ບຸກ​ໂຈມ​ຕີ​ຂອງ​ເຮົາ. ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ພັກ​ກອມ​ມູນິດຫວຽດນາມ ຕັ້ງ​ໝັ້ນ​ໃນ​ການ​ປະຕິບັດ​ທິດ​ນຳ​ຍຸດ​ທະ​ສາດ: ຕີ​ໃຫ້​ທະຫານ​ສັດຕູ​ພັງ​ທະລາ​ຍລົງ​ເປັນ​ແຕ່​ລະ​ພາກສ່ວນ, ຍາດ​ເອົາ​ໄຊຊະນະ​ເທື່ອ​ລະ​ກ້າວ, ກ້າວ​ເຖິງ​ຂັ້ນ​ຕີ​ໃຫ້​ສັດຕູ​ປະລາ​​ໄຊ​ຢ່າງ​ຮາບ​ຄາບ, ຍາດ​ເອົາ​ໄຊຊະນະ​ສຸດ​ທ້າຍ ດ້ວຍການ​ບຸກ​ໂຈມ​ຕີ​ແລະ​ລຸກ​ຮື​ຂຶ້ນຂະໜາດ​ໃຫຍ່ ​ໃນ​ລະດູບານ​ໃໝ່​ປີ 1975.

ພັກ​ກອມ​ມູນິດຫວຽດນາມ​​ໄດ້ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອ​ງຢູ່​ໃນ​ກອງທັບ, ​ໃນ​ບັນດາ​ຍຸດທະ​ການ. ​ໂດຍ​ສືບ​ຕໍ່​ບົດຮຽນ​ປະສົບ​ການ​ໃນ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ ຊຶ່ງ​ໄດ້​ດຳ​ເນີນ​ແຕ່​ເມື່ອ​ກອງທັບ​ຫວຽດນາມ​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ ​ແລະ ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງນັ້ນ, ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ​ໃນ​ການ​ຕໍ່ສູ້​ກູ້​ຊາດ ຕ້ານ​ອາ​ເມ​ລິ​ກາ​ໄດ້​ຂະຫຍາຍຕົວ​ຂຶ້ນ​ສູ່​ບາດກ້າວ​ໃໝ່ ​ແລະ ອຸດົມສົມບູນ​ໄປ​ດ້ວຍ​ດ້ານ​ຕ່າງໆ​ຫຼາຍດ້ານ, ​ໄດ້​​ເປັນ “ວິນ​ຍານ, ສາຍຊີວິດ” ອັນ​ແທ້​ຈິງ​ຂອງ​ກອງທັບ​ຫວຽດນາມ. 

ອີ​ງ​ໃສ່​ສະພາບ​ຕົວ​ຈິງ​ຢູ່​ສະໜາມຮົບ, ວຽກ​ງານ​ພັກ ວຽກ​ງາ​ນການ​ເມືອງ ໄດ້​​ເຕົ້າ​ໂຮມລວມສູນ​ໃສ່​ການ​ສ້າງ​ຄວາມ​ຕັດ​ສີນ​ໃຈ​ສູ້​ຮົບ, ​ເຮັດ​ໃຫ້​ທົ່ວ​ກອງທັບ​ເຫັນ​ດີ​ເປັນ​ເອກະ​ພາບ​ຢ່າງ​ສູງ​ກັບ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນັບ​ທັງ​ກ່ຽວ​ກັບ​ຈຸດໝາຍ​ຍຸດ​ທະ​ສາດ, ກາລະ​ໂອກາດ​ຍຸດ​ທະ​ສາດ, ທິດ​ນຳ​ຊີ້​ນຳ​ຍຸ​ທະ​ສາດ, ​ແບບ​ວິທີ​ສູ້​ຮົບ​ເພື່ອ​ຍາດ​ເອົາ​​ໄຊຊະນະ. ​ເປັນ​ເຈົ້າ​ການ​ຊີ້​ນຳ​ເພື່ອ​ເຮັດ​​ເປັນ​ຢ່າງ​ດີ​ພາລະ​ບົດບາດ “ກອງ​ກຳລັງ​ປະຕິບັດ​ງານ” ຢູ່​ເຂດ​ປົດ​ປ່ອຍ​ໃໝ່, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກຳລັງ​ປະກອບ​ອາວຸດ​ທ້ອງ​ຖິ່ນ, ຂອງ​ປະຊາຊົນ​ໃນ​ພື້ນທີ່​ທີ່​ມີ​ຍຸດທະ​ການ. 

ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ​ໄດ້​ກຳນົດ​ທິດ​ແນວ​ຄິດ​ຂອງ​ທະຫານ​ໂດຍ​ກົງ, ​ໄດ້​ປຸກ​ຕື່ນ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ກຳລັງ​ແຮງ​ຂອງ​ລະບອບ​ສັງຄົມ​ນິຍົມ​ທີ່​ດີເດັ່ນ​ຢູ່​ພາກເໜືອ, ນ້ຳ​ໃຈຕໍ່ສູ້​ຢ່າ​ງ​ເດັດດ່ຽວ ບໍ່​ຍອມ​ຈຳນົນ​ຂອງ​ພີ່ນ້ອງ​ຮ່ວມຊາດພາກ​ໃຕ້ “ທີ່​ເປັນ​ກຳ​ແພງ​ເພັດ​ຂອງ​ຊາດ”. ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ສ້າງ​ກຳລັງ​ໝູນ​ທາງ​ດ້ານການ​ເມືອ​ງ - ຈິດ​ໃຈ​ອັນ​ໃຫຍ່​ຫຼວງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ ​ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດ​ ໃນ​ການ​ລອງ​ແຮງ​ຕໍ່ສູ້​ຢ່າງ​ດຸ​ເດືອດ​ທີ່​ສຸດ​ກັບ​ສັດຕູ​ຜູ້​ຮຸກ​ຮານ. ການ​ເຄື່ອນ​​ໄຫວວຽກ​ງານ​ພັກ ວຽກ​ງາ​ນການ​ເມືອງຍັງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​​ໃຫ້ພະນັກງານ ນັກຮົບມີ​ວິທີ​ຈິນຕະນາການການ​ທະຫານ​ປະຕິວັດ ວິທະຍາສາດ; ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ສາຍ​ພົວພັນລະຫວ່າງ​ຄົນ ​ແລະ ອາວຸດ, ລະຫວ່າງ​ການ​ເມືອງ ​ແລະ ການ​ທະຫານ, ລະຫວ່າງ​ປະຊາທິປະ​ໄຕ ລະບຽບ​ວິ​ໄນ ​ແລະ ຄວາມ​ສາມັກຄີ.

ກ່ຽວ​ກັບ​ກາ​ນຈັດ​ຕັ້ງ ກໍ່ສ້າງ​ພັກ ​​ແມ່ນໄດ້​ສຸມ​ໃສ່​ການ​ກໍ່ສ້າງ “ໜ່ວຍ​ພັກ​ເຮັດ​ວຽກ​ງານ​ດີ 4 ປະການ” ​ໂດຍ​ສົມທົບ​ກັບ​ການ​ກໍ່​ສ້າງ​ບັນດາ​ກອງພັນ​ໃຫຍ່, ກອງ​ພົນ​ທີ່ໝັ້ນຄົງ​ເຂັ້ມ​ແຂງ; ​ເພີ່ມ​ທະວີ​ການ​ຝຶກ​ຝົນ​ຫຼໍ່​ຫຼອມສະມາຊິກ​ພັກ ​ໂດຍ​ຕິດ​ກັບ​ຝຶກ​ຝົນ​ຫຼໍ່​ຫຼອ​ມພະນັກງານ; ຮັກສາ​ການ​ດຳ​ເນີນ​ຊີວິດ​ພັກ ​ແລະ ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິຂອງ​ບັນດາ​ອົງການພັກ​ໃນ​ເງື່ອນ​ໄຂ​ສົງຄາມ; ​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍ​ເບິ່ງ​ແຍງ​ດູ​ແລ​ຊ່ວຍ​ເຫຼືອທະຫານ ​ແລະ ​ແນວ​ຫຼັງ​ຂອງ​ກອງທັບ. ຖັນ​ແຖວ​ພະນັກງານ​ການ​ເມືອ​ງຂັ້ນ​ຕ່າງໆ​ໄດ້​ຮັບ​ການ​ປັບປຸງ​ບູລະນະ, ບຳລຸງ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ ​ແລະ ຄວາມ​ສາມາດ ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ຂະຫຍາຍຕົວ​ຢ່າງ​ໄວວາ ​ແລະ ຢັ້ງຢືນ​ບົດບາດ​ສຳຄັນ​ຂອງ​ຕົນ​ໃນ​ການ​ສູ້​ຮົບ​ຕົວ​ຈິງ.

ພິ​ເສດ, ພັກ​ກອມ​ມູນິດຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານຂັ້ນ​ຍຸດທະ​ການ, ຍຸດ​ທະ​ສາດ​ທີ່​ມີ “ຈິດ​ໃຈ” ພຽງພໍ, ມີ “ລະດັບ​ຄວາມ​ສາມ​າດ” ​ແລະ ບົດຮຽນ​ພຽງພໍ ​ໃນ​ການ​ຊີ້​ນຳ​ການ​ສູ້​ຮົບ. ຮູບ​ພາບ​ຂອງ​ຜູ້​ບັງຄັບ​ບັນຊາການ, ຜູ້ຮັບຜິດຊອບ​ການ​ເມືອງບັນດາ​ກອງ​ພົນທະຫານ​ຫຼວງ ທີ່​ເປັນ​ແບບຢ່າງ, ບຸກບືນກ້າ​ແກ່ນ, ຕົກລົງ​ຊີ້​ຂາດ, ສຸດ​ອົກ​ສຸດ​ໃຈ​ຕໍ່​ພາລະກິດ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ນັ້ນ ​ແມ່ນ​ສົມ​ກຽດ​ທີ່​ສຸດ​ເພື່ອ​ໃຫ້​ພວກ​ເຮົາ​ເຄົາລົບ​ນັບຖື ​ແລະ ຮ່ຳຮຽນ​ປະຕິບັດ​ຕາມ.

ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຂອງວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ ພ້ອມ​ກັບ​ວຽກ​ງານ​ດ້ານ​ອື່ນໆ ​ໄດ້​ເຮັດ​​ໃຫ້​ແນວທາງ​ອັນ​ຖືກຕ້ອງ​ ປະດິດ​ສ້າງຂອງພັກລົງ​ເລິດ​ເຂົ້າ​ໃນ​ພຶດຕິ​ກຳ​ ແຫ່ງ​ການສູ້​ຮົບ​ຂອງ​ກອງທັບ ​ແລະ ປະຊາຊົນ​ເຮົາ, ມັນ​ໄດ້​ສ້າງ​ໃຫ້​ມີ​ກຳລັງ​ແຮງ​ດ້ານ​ການ​ເມືອງ - ຈິດ​ໃຈ​ອັນ​​ໃຫຍ່​ຫຼວງ, ​ເປັນ​ຕົ້ນ​ແມ່ນ​ໃນ​ຈຸດ​ເວລາ​ຫົວ​ລ້ຽວຫົວ​ຕໍ່, ມີ​ລັກສະນະ​ຕັດ​ສິນ.

ມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975 ​ແມ່ນ​ຜົນງານ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ເຮົາ, ສະ​ແດງ​ໃຫ້​ເຫັນ​ເຖິງ​ເຈດ​ຈຳນົງ ຄວາມ​ປາຖະໜາອັນ​ແຮງກ້າຕໍ່​ຄວາມ​ເປັນເອກະລາດ​ ແລະ​ເອກະ​ພາບ​ແຫ່ງ​ຊາດ ຂອງ​ປະຊາຊົນ​ເຮົາ​ໃນ​ຍຸກ​ສະ​ໄໝ​ໂຮ່ຈີ​ມິນ. ດ້ວຍ​ແນວທາງ​ຕໍ່ຕ້ານທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ພັກ​ກອມ​ມູນິດຫວຽດນາມສາມາດລະດົມ​ກຳລັງ​ແຮງ​ຂອງ​ທົ່ວ​ປະ​ເທດ​ໄດ້​ໃນ​ລະດັບ​ສູງ​ທີ່​ສຸດ, ອັນ​ປະກອບ​ດ້ວຍ​ກຳລັງ​ແຮງ​ວັດຖຸ ​ແລະ ກຳລັງ​ແຮງດ້ານ​ການ​ເມືອງ - ຈິດ​ໃຈ, ກຳລັງ​ແຮງ​ແຫ່ງ​ມູນ​ເຊື້ອ​ຮັກ​ຊາດ​ອັນ​ແຮງ​ກ້າ ຂອງ​ປະ​ເທດ​ທີ່​ຜ່ານ​ຫຼາຍ​ພັນ​ປີ​ແຫ່ງ​ອາລະຍະ​ທຳ ​ເພື່ອ​ໃຊ້​ໃຫ້​ແກ່​ການຕໍ່​ສູ້​ຕ້ານ​ຈັກກະ​ພັດ​ອາ​ເມ​ລິ​ກາ​ທີ່​ຫຍຸ້ງຍາກ​ຍາວ​ນານ ​ແລະ​ທໍລະ​ຫົດ​ດຸ​ເດືອດ.

ຍົກ​ສູ​ງຄັນ​ທຸງ​ເອກະລາດ​ແຫ່ງຊາດ ​ແລະ ລັດ​ທິ​ສັງຄົມ​ນິຍົມ, ດ້ວຍ​ທັດສະນະ​ສາມັກຄີ​ສາກົນ​ອັນ​ຜ່ອງ​ໃສ ບໍລິສຸດ​ໃຈ, ພັກ​ກອມ​ມູນິດຫວຽດນາມ ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ກຳລັງ​ແຮງ​ແຫ່ງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ແຫ່ງ​ຍຸກ​ສະ​ໄໝ. ພັກ ລັດ ກອງທັບ ​ແລ​ະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຮູ້​ບຸນຄຸນ​ໂດຍ​ບໍ່​ມີ​ວັນ​ລືມ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອຢ່າງ​ສຸດ​ອົກ​ສຸດ​ໃຈ ຂອງ​ປະຊາຊົນຜູ້ກ້າວໜ້າ​ໃນ​ທົ່ວ​ໂລກ, ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າ​ຍນ້ອງ ​ເປັນ​ຕົ້ນ​ແມ່ນ​ສະຫະພາບ​ໂຊ​ວຽດ ຈີນ ຊຶ່ງ​ໄດ້​ໃຫ້ການຊ່ວຍ​ເຫຼືອ​ແກ່​ການ​ຕໍ່ສູ້ທີ່​ຖືກ​ສິນ​ທຳ​ຂອງ​ຊາດ​ເຮົາ; ພິ​ເສດ​ແມ່ນ​ຄວາມ​ສາມັກຄີ ສຳພັນ​ທະ​ພາບ​ພ້ອມ​ກັນ​ສູ້​ຮົບ​ຕ້ານ​ສັດຕູ​ລວ​ມ ຂອງປະຊາຊົນ​ສາມ​ປະ​ເທດ​ຫວຽດນາມ - ລາວ - ກຳປູ​ເຈຍ. ຄວາມ​ສະໜັບສະໜູນ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ວົງ​ຄະນະ​ຍາດ​ສາກົນ ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ​ທີ່​ປະກອບ​ເປັນ​ໄຊຊະນະ​ຂອງ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ຂອງຫວຽດນາມ.

*

*     *

ປັດຈຸບັນ​ນີ້, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ມີ​ດ້ານ​ສະດວກ​ດີ ​ແຕ່​ຄຽງ​ຂ້ານນັ້ນ​ກໍ່​ມີ​ຄວາມ​ຫຍຸ້ງຍາກ ສັບສົນ​ທີ່​ຄາດ​ຄະ​ເນ​ໄດ້​ຍາກ. ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາອຳນາດ ກຳລັງ​ເກີດ​ຂຶ້ນ​ຢ່າງ​ເຄັ່ງຮ້ອນ​ທີ່​ສຸດ ຊຶ່ງ​ເຊື່ອງ​ຊ້ອນ​ບັນດາ​ປັດ​ໃຈ​ປັ່ນ​ປ່ວນ​ວຸ້ນວາຍ; ສົງຄາມ​ພາກສ່ວນ, ການ​ປະ​ທະ​ກັນ​ດ້ວຍ​ອາວຸດ, ການ​ແກ່ງ​ແຍ້​ງຊ່ວງ​ຊິງກັນ​ດ້ານ​ຊັບພະຍາກອນ ດ້ານອຳນາດ​ອະທິປະ​ໄຕ​ໃນ​ອານາ​ເຂດ ​ເຂດ​ທະ​ເລ​ໝູ່​ເກາະ, ການ​ປະ​ທະ​ກັນດ້ານ​ຊົນ​ເຜົ່າ ສາສະໜາ, ການ​ເຄື່ອນ​ໄຫວ​ແຊກ​ແຊງ ​ໂຄ່ນ​ລົ້ມ ກໍ່​ການ​ຮ້າຍ ​ແຍກ​ຕົວ​ອອກ ​ແລະ ບັນດາ​ປັດ​​ໄຈ​ນາບ​ຂູ່​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ນັບ​ມື້​ນັບ​ມີ​ທ່າ​ອຽງ​ເພີ່ມ​​ຂຶ້ນ ຊຶ່ງ​ໄດ້​ສ້າງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ກັບ​ຫຼາຍ​ປະ​ເທດ. ຢູ່​ໃນ​ປະ​ເທດ, ພາຍຫຼັງ 3​0 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ພວກ​ເຮົາ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ຫຼາຍ​ຂົງ​ເຂດ; ກຳລັງຄວາມ​ສາມາດ​ທຸກ​ດ້ານ​ຂອງ​ປະ​ເທດ​ໄດ້​ຮັບ​ການ​ເພີ່ມ​ທະວີ, ອິດ​ທິພົນ ບົດບາດ​ຖານະ​ຂອງ​ປະ​ເທດ​ເຮົາ​ນັບ​ມື້​ຍິ່ງໄດ້​ຮັບ​ການ​ຍົກ​ສູງ, ​ແຕ່​ປະ​ເທດ​ເຮົາ​ກໍ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ບັນດາ​ອິດ​ທິກຳລັງ​ສັດຕູ​ຍັງ​ຄົງ​ຍູ້​ແຮງ​ຍຸດ​ທະ​ສາດ “ຫັນປ່ຽນ​ໂດຍ​ສັນຕິ”, ຊຸກຍູ້ “ການ​ຜັນປ່ຽນ​ດ້ວຍ​ຕົນ​ເອງ”, “ການ​ຫັນປ່ຽນ​ໂດຍ​ໂຕ​ເອງ”, “ການ​ຫັນປ່ຽນ​ກອງທັບ​ເປັນ​ໄຮ້​ການ​ເມືອ​ງ”. ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກກຳລັງ​ສະ​ແດງ​ອອກ​ຢ່າງ​ສັບສົນ, ການ​ຕໍ່ສູ້​ປົກ​ປັກຮັກສາອຳນາດ​ອະທິປະ​ໄຕ​ໃນ​ເຂດ​ທະ​ເລ​ໝູ່​ເກາະຍັງ​ຍາວ​ນານ ​ແລະ​ ມີ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ. ​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະທົ່ວ​ກອງທັບ​ເຮົາ ​ແມ່ນ​ໜັກໜ່ວງ​ທີ່​ສຸດ, ມັນ​ມີ​ທັງ​ຄວາມ​ສະດວກ ​ແລະ​ຄວາມ​ຫຍຸ້ງຍາກ, ມີ​ໂອກາດ​ດີ ​ແລະ​ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ຍຸດ​ທະ​ສາດ​ນີ້​ໃຫ້​ສຳ​ເລັດ​ມີ​ໄຊ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ການ​ບໍລິຫານຄຸ້ມ​ຄອງຂອງ​ລັດຍິ່ງ​ກວ່າ​ອີກ, ​ເສີມ​ຂະຫຍາຍ​ບົດບາດ ຄວາມ​ຮັບ​ຜິດ​ຊອບຂອງ​ລະບົບ​ການ​ເມືອງ​ທັງ​ໝົດ ຂອງບັນດາ​ຂັ້ນ ບັນດາຂະ​ແໜງ​ການ ບັນດາ​ກຳລັງ, ​ໃນ​ນັ້ນກຳລັງ​ປະກອບ​ອາວຸດ​ເປັນ​ຫຼັກ​ແຫຼ່ງ​ແກ່ນສານ.

ປີ​ນີ້, ພວກ​ເຮົາ​ສະ​ເຫຼີ​ມສະຫຼອງ​ວັນປົດປ່ອຍ​ພາກ​ໃຕ້ ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະພາບ ​ຄົບຮອບ 40 ປີ ຖືກ​ເໝາະກັບຈຸດເວລາທີ່​ພັກ​ເຮົາ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ​ເພື່ອກ້າວ​ໄປ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ XII ຂອງ​ພັກ. ນີ້​ແມ່ນ​ເຫດການ​ທີ່​ສຳຄັນທີ່​ສຸດ​ສຳລັບພັກກອມມູນິດຫວຽດນາມ ​ແລະ​ ຊາດ​ຫວຽດນາມ; ພ້ອມກັນ​ນັ້ນ, ມັນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພັກ​ກອມມູນິດ​ຫວຽດນາມ​ຍົກ​ສູງຄວາມ​ສາມາດນຳພາ ​ແລະ ​ກຳລັງ​ສູ້​ຮົບ​ຍິ່ງກວ່າ​ອີກ, ​ເສີມ​ຂະຫຍາຍ​ສະຕິ​ປັນຍາ​ຂອງ​ທົ່ວ​ພັກ, ບູລະນະ​ແນວທາງ​ປ່ຽນ​ແປງ​ໃໝ່, ປະຕິບັດ​ພາລະກິດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່​ຢ່າງ​ສຳ​ເລັດ​ມີ​ໄຊ. 

ບົດຮຽນ​ສຳ​ເລັດ​ຜົນ​ກ່ຽວ​ກັບການ​ນຳພາ​ຂອງ​ພັກ​ໃນ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ການັ້ນ ຕ້ອງ​ໄດ້​ຮັບ​ການ​ສືບ​ຖອດ ​ເສີມ​ຂະຫຍາຍ​ໃນ​ສະພາບ​ການ​ໃໝ່. ນັ້ນ​ແມ່ນ​ບົດຮຽນ​ກ່ຽວ​ກັນ​ການ​ຢຶດໝັ້ນ​ແນວ​ທາງ ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ຕິດ​ແໜ້ນ​ກັບ​ລັດ​ທິ​ສັງຄົມ​ນິຍົມ; ຕັ້ງ​ໝັ້ນ ​ແລະ ໝູນ​ໃຊ້​ລັດ​ທະ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ປະດິດສ້າງ; ຮັກສາ​ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ ​ແລະ ປັບປຸງຮາກ​ຖານ​ແນວ​ຄິດ​ຂອງ​ພັກ​​ໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ. ບົນ​ພື້ນຖານ​ນັ້ນ, ກຳນົດ​ແນວທາງ ​ແຜນ​ນະ​ໂຍບາຍ ວິທີ​ນຳພາ​ໃຫ້​ຖືກຕ້ອງ, ​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ຂະຫຍາຍຕົວ​ຂອງ​ການ​ປະຕິວັດ; ຕັ້ງໜ້າ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ນຳພາ ຄົ້ນຄວ້າ​ທິດ​ສະ​ດີ, ສະຫລຸບສັງ​ລວມພຶດຕິ​ກຳ, ຊອກ​ຫາ​ໃຫ້​ໄດ້​ກົດ​ເກນ​ພາວະ​ວິ​ໄສ ​ເພື່ອ​ຮັບປະກັນ​ໃຫ້ການ​ນຳພາ​ຂອງ​ພັກມີ​ປະສິດທິ​ຜົນ ​ແລະ ມີ​ຜົນ​ສັກສິດ​ໃນ​ພາກ​ຕົວ​ຈິງ.

​ເພື່ອ​ກໍ່ສ້າງ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມນັບ​ມື້​ນັບ​ມີ​ຄວາມ​ປອດ​ໃສ​ຂາວ​ສະອາດ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ, “​ແມ່ນຄຸນສົມບັດ​ສິນ​ທຳ, ​ແມ່ນ​ອາ​ລາ​ຍະ​ທຳ” ຢ່າງ​ແທ້​ຈິງ ຄື​ດັ່ງ​ຄວາມ​ມຸ່ງ​ຫວັງຂອງ​ລຸງ​ໂຮ່, ທົ່ວ​ພັກ​ຕ້ອງ​ຕັດສິນ​ໃຈ ​ເດັດດ່ຽວປະຕິບັດ​ມະຕິຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ​ການ​ກໍ່ສ້າງ​ພັກ ​ໂດຍ​ຕິດ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນ​ແຍງຄຸນສົມບັດ ​ໂຮ່ຈີ​ມິນ; ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸ່ມເຟືອຍ ​ແລະ ບັນດາ​ປະກົດ​ການ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ​ໃນ​ຖັນ​ແຖວພະນັກງານ ສະມາຊິກ​ພັກ. 

ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ແຕ່​ສູນ​ກາງ​ລົງ​ຮອດ​ຮາກ​ຖານ ຕ້ອງ​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ໄດ້​ດີກ​ວ່າ​ອີກ; ພະນັກງານ​ຂອງ​ພັກ​ຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ທີ່​ແທ້​ຈິງ​ຂອງ​ປະຊາຊົນ, ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ປາຖະໜາ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ; ​ແກ້​​ໄຂ​ຜ່ານ​ຜ່າ​ທຸກ​ປະກົດ​ການ​ອາດຍາ​ສິດ ຫ່າງ​ເຫີ​ນປະຊາຊົນ, “ຜົນ​ປະ​ໂຫຍ​ດໝູ່​ພວກ”, ​ຄວາມ​ແຕກ​ແຍກ​ສາມັກຄີ​ພາຍ​ໃນ,... ພ້ອມ​ກັນ​ນັ້ນ ກໍ່​ເພີ່ມ​ທະວີ​ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​ໃນ, ຕັ້ງໜ້າ​ຕໍ່ສູ້​ຕ້ານ​ກົນອຸບາຍ ການ​ເຄື່ອນ​ໄຫວ​ມ້າງ​ເພ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​ເຮັດ​ໃຫ້​ມັນ​ປະລາ​ໄຊ​ລົງ, ຮັກສາ​ການ​ນຳພາ​ຂອງ​ພັກ ​ແລະ ລະບອບ​ສັງຄົມ​ນິຍົມ​ໄວ້​ຢ່າງໝັ້ນຄົງ.

ກອງທັບ​ປະຊາຊົນດ້ວຍ​ບົດບາດ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ເປັນ​ກຳລັງ​ການ​ເມືອງ​ທີ່ຈົງ​ຮັກ​ພັກດີຢ່າງ​ເດັດຖານຕໍ່​ພັກ​ແລະ​ປະຊາຊົນ ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈຂອງ​ພັກ ປະ​ເທດ​ຊາດ ປະຊາຊົນ, ຕ້ອງ​ສືບ​ຕໍ່​ຍູ້​​ແຮງການ​ກໍ່ສ້າງກອງທັບ​ຕາມ​ທິດ “ປະຕິວັດ, ລະບຽບ​ຫຼວງ, ຍອດ​ຍ້ຽມ, ທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ”. 

ກອງທັບ​ຕ້ອງເປັນ​ເຈົ້າ​ການກຳ​ແໜ້ນ​ສະພາບ​ການ, ຄາດ​ຄະ​ເນ​ຢ່າງຖືກຕ້ອງ​ຊັດ​ເຈນ​ກ່ຽວ​ກັບ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ການ​ປ້ອງ​ກັນຊາ​ດ ຄວາມ​ສະຫງົບ​ຂອງ​ປະ​ເທດ; ບົນ​ພື້ນຖານ​ນັ້ນ, ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ ​ເພື່ອ​​ເປັນ​ທີ່​ປຶກສາ ປະກອບ​ຄຳ​ຄິດ​ເຫັນ​ໃຫ້​ພັກ ລັດ ​ໃນ​ການວາງ​ແນວທາງ ​ແຜນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ​ ມີນະ​ໂຍບາຍ ວິທີ​ແກ້​ໄຂ​ສະພາບ​ການ​ຢ່າງ​ຖືກຕ້ອງ, ບໍ່ໃຫ້ຖືກຕົກໃນທ່າຮັບ ຕົກ​ຫລຸມ​ພາງ​, ປະກອບ​ສ່ວນສ້າງ​ສິ່ງ​ແວດ​ລ້ອມສັນຕິພາບ ສະຖຽນ​ລະ​ພາບ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ. ກອງທັບ​ຫວຽດນາມ​ແມ່ນ​ກອງທັບ​ປະຕິວັດ ທີ່​ເກີດ​ມາ​ຈາກ​ປະຊາຊົນ ​ແລະ ສູ້​ຮົບ​ເພື່ອ​ປະຊາຊົນ, ດັ່ງ​ນັ້ນ​ຕ້ອງ​ສືບ​ຕໍ່​ປະຕິບັດ​ໃຫ້ສຳ​ເລັດ​ເປັນ​ຢ່າງ​ດີ​ບົດບາດ​ຂອງ​ກອງກຳລັງ​ສູ້​ຮົບ ກອງກຳລັງ​ປະຕິບັດ​ງານ ​ແລະ ກອງ​ກຳລັງ​ອອກ​ແຮງ​ງານ ທຳ​ການ​ຜະລິດ, ສົມ​ກຽດ​ກັບ​ຄວາມ​ໄວ້​ວາງ​ໃຈ​ຂອງ​ພັກ ລັດ ​ແລະ ປະຊາຊົນ, ​ອັນ​ເປັນ​ການແຕ້ມ​ແຕ່​ງ​ມູນ​ເຊື້ອ​ຄຸນ​ທາດ “ທະຫານ​ຂອງ​ລຸງ​ໂຮ່” ໃຫ້ສວຍ​ສົດ​ງົດ​ງາມ​ຕື່ມ​ອີກ.

​ເພື່ອ​ເຮັດ​ສິ່ງ​ດັ່ງກ່າວ​ນັ້ນ​ໄດ້, ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຢ່າງ​ເດັດຂາດ ​ໂດຍ​ກົງ​ໃນ​ທຸກ​ດ້ານ​ຂອງ​ພັກ ຕໍ່​ກັບ​ກອງທັບ; ສຸມ​ໃສ່​ການ​ກໍ່ສ້າງ​ໃຫ້​ຄະນະ​ພັກ​ກອງທັບໝັ້ນຄົງ​ເຂັ້ມ​ແຂງ​ທາງ​ດ້ານການ​ເມືອ​ງ ​ແນວ​ຄິດ ​ແລະ ການຈັດ​ຕັ້ງ, ມີ​ຄວາມ​ສາມາດ​ນຳພາ​ຮອບດ້ານ, ມີ​ກຳລັງ​ສູ້​ຮົບ​ສູງ; ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ກົນອຸບາຍ​ຫຼ່ຽມລາຍ “ຫັນ​ກອງທັບ​ເປັນ​ໄຮ້​ການ​ເມືອງ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ. ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ການ​ປ້ອງ​ກັນ​ປະ​ເທດ ຕ້ອງ​ຄົ້ນຄວ້າ ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XI ວ່າ​ດ້ວຍ​ແຜນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່​ ໃຫ້​ໄດ້ຮັບ​ຜົນສຳ​ເລັດ; ​ໃນ​ນັ້ນ ຈຸດ​ໜັກ​ໃຈ​ກາງແມ່ນ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ກໍ່ສ້າງ​ທ່າ​ສະໜາມຮົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ຕິດ​ແໜ້ນ​ກັບ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາ​ຊົນ, ກໍ່ສ້າງ​ເຂດ​ປ້ອງ​ກັນ ​ແລະ ບັນດາ​ໂຄງການ ​ແຜນການ​ປ້ອງ​ກັນປະ​ເທດ​ຊາດ. ​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງທາງ​ດ້ານ​ການ​​ເ​ມືອງ, ຕັ້ງໜ້າ​ປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບຂອງການ​ເຄື່ອນ​ໄຫວ​ວຽກ​ງານ​ພັກ ວຽກ​ງານ​ການ​ເມືອງ ​ໃນ​ທົ່ວ​ກອງທັບ ​ແລະ ​ໃນກຳລັງ​ທະຫານ​ລາດ​ກອງ​ຫຼອນ.

ປະຫວັດສາດ 85 ປີ​ແຫ່ງ​ການ​ກຳ​ເນີ​ດ​ເກີດ​ຂຶ້ນ ​ແລະ ຂະຫຍາຍຕົວ​ຂອງພັກ​ກອມ​ມູນິດຫວຽດນາມ ​ໃຫ້​ເຫັນ​ວ່າ, ​ໃນ​ຈຸດ​ເວລາທີ່ມີ​ຄວາມ​ຫຍຸ້ງຍາກ​ສັບສົນຫຼາຍ​ເທົ່າ​ໃດ ​ແມ່ນ​ຫຼັກ​ໝັ້ນ ສະຕິ​ປັນຍາ ຄຸນສົມບັດ​ສິນ​ທຳ ຄວາມ​ສາມາດ​ນຳພາ​ຂອງ​ພັກ ​ຍິ່ງ​ໄດ້​ຮັບ​ຄວາມຢັ້ງຢືນ​ທໍ່​ນັ້ນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ບົດຮຽນ​ສຳ​ເລັດ​ຜົນ​ກ່ຽວ​ກັບ​ການ​ນຳພາ​ຂອງ​ພັກ ​ໃນ​ມະຫາ​ໄຊ​​ເມື່ອ​ລະດູບານ​ໃໝ່​ປີ 1975, ກໍ່​ຄືພາລະກິດ​ຕໍ່ສູ້​ກູ້ຊາດຕ້ານ​ອາ​ເມ​ລິ​ກາ​ທັງ​ໝົດ ຈະ​ໄດ້​ເສີມ​ຂະ​ຫາຍ​ຕໍ່​ໄປ​ໃນ​ສະພາບ​ການ​ໃໝ່./.

ຂຽນ​ໂດຍ ຫງວຽນ​ຝູຈ້ອງ

​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ

ພັກ​ກອມ​ມູນິດຫວຽດນາມ