ວກ. - ​ໃນ​ວິວັດ​ການ​ນຳພາ​ການປະຕິວັດ​ໃນ 85 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ ​ວຽກ​ງານ​ພະນັກງານ ​ແລະ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ ການກໍ່ສ້າງ​ຖັນ​ແຖວພະນັກງານ​ແມ່ນ​ໜ້າ​ທີ່​ສຳຄັນ​ເປັນ​ພິເສດ, ມີ​ຄວາມ​ໝາຍ​ຕັດສິນ​ເຖິງ ​ຄວາມສຳ​ເລັດ​ຂອງ​ການ​ປະຕິວັດ. ​ເມື່ອ​ຍັງ​ມີ​ຊີວິດ​ຢູ່, ທ່ານ​ປະທານ​​​ໂຮ່ຈີ​ມິນ ​ໄດ້​ຕັກ​ເຕືອນ​ຢູ່​ສະ​ເໝີ​ວ່າ “ພະນັກງານ​ເປັນ​ກົກ​ຮາກ​ຂອງ​ວຽກ​ງານ; ທຸກ​ວຽກ​ງານ​ຈະ​ສຳ​ເລັດຜົນຫຼື​ປະລາ​ໄຊ ລ້ວນ​ແຕ່​ແມ່ນ​ຍ້ອນ​ພະນັກງານ​ດີຫຼື​ບໍ່​ດີ”. ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ກໍ່​ໄດ້​ເນັ້ນ​ຫຼາຍ​ເທື່ອ​ວ່າ “ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ ວຽກ​ງານ​ພະນັກງານ​ເປັນ​ກຸນ​ແຈ ​ຂອງ​ໜ້າ​ທີ່​ຫຼັກ​ແຫຼ່ງນີ້”

ພາບປະກອບ. (ແຫຼ່ງ: vksndtc.gov.vn)

1- ວຽກ​ງານ​ພະນັກງານກວມ​ດ້ວຍ​ຫຼາຍ​ຂອດ, ​ແຕ່​ຄົ້ນ​ເຜີຍ, ຄັດ​ເລືອກ, ສັງ​ເກດ, ຕີ​ລາຄາ, ຈົນ​ເຖິງວາງແ​ຜນກຳນົດ, ບຳລຸງ​ກໍ່ສ້າງ, ຈັດ​ວາງ​ສັບ​ຊ້ອນ ຜັດປ່ຽນ, ​ແຕ່ງ​ຕັ້ງ, ນຳ​ໃຊ້ ​ແລະ ປະຕິບັດ​ນະ​ໂຍບາຍ​ຕໍ່​ກັບ​ພະນັກງານ. ບັນດາ​ຂອດ​ຂອງວຽກ​ງານ​ພະນັກງານ ​ເປັນອົງ​ປະກອບ​ທີ່​ເປັນ​​ເອກະ​ພາບ ມີ​ຄວາມ​ພົວພັນ​ແໜ້ນ​ແຟ້ນນຳ​ກັນ, ກະທົບ ຊຸກຍູ້​ເຊິ່ງກັນ​ແລະ​ກັນ; ​ເມື່ອປະຕິບັດ​ຂອດ​ນີ້​ໄດ້​ດີ ຈະ​ເປັນ​ປະຖົມ​ປັດ​ໃຈແລະພື້ນຖານ​ເພື່ອ​ປະຕິບັດ​ຂອດ​ຕໍ່​ໄປ​ໄດ້​ຮັບ​ຜົນ​ດີ ​ແລະ ກົງ​ຂ້າມ, ຖ້າ​ປະຕິບັດ​ຂອດ​ໃດ​ໜຶ່ງ​ບໍ່​ດີ ບໍ່​ຖືກຕ້ອງ​ຕາມ​ຫຼັກ​ດຳ​ເນີນ​ງານ ກໍ່​ຈະ​ເປັນ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ບັນດາ​ຂອດ​ອື່ນ ​ແລະ ​ເຖິງ​ຜົນສຳ​ເລັດ​ລວມຂອງວຽກ​ງານ​ພະນັກງານ. ​ເພາະ​ສະ​ນັ້ນ, ​ໃນວຽກ​ງານ​ພະນັກງານ ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ປະຕິບັດ​ຂອດ​ຕ່າງໆ​ທຸກ​ຂອດ​ຢ່າງ​ຄົບ​ຊຸດ, ບໍ່​ເບິ່ງ​ເບົາ​ຫຼື​ປະ​ຂ້າມ​ຂອດ​ໜຶ່ງ​ຂອດ​ໃດ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ກົມ​ການ​ເມືອງ ຄະນະ​ເລຂາທິການ ​ໄດ້​ມີ​ແຜນ​ນະ​ໂຍບາຍ ມະຕິ ຄຳ​ສັ່ງ ຄຳ​ສະຫລຸບ ຂໍ້​ກຳນົດ ກົດ​ລະບຽບ,... ຫຼາຍ​ສະບັບ​ກ່ຽວ​ກັບວຽກ​ງານ​ພະນັກງານ, ​ເຊັ່ນ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ສະ​ໄໝ​ທີ VIII ມີ​ມະຕິ​ສະບັບ​ທີ 03-NQ/TW ວ່າ​ດ້ວຍ “​ແຜນ​ຍຸດ​ທະ​ສາດ​ພະນັກງານ​ ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ ການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ”; ກົມ​ການ​ເມືອງສູນ​ກາງ​ພັກສະ​ໄໝ​ທີ IX ມີ​ມະຕິ​ສະບັບ​ທີ 11-NQ/TW ວ່າ​ດ້ວຍ “ການຜັດປ່ຽນພະນັກງານນຳພາ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ” ​ແລະ ມີ​ມະຕິ​ສະບັບ​ທີ 42-NQ/TW ວ່າ​ດ້ວຍ “ວຽກ​ງານວາງ​ແຜນ​ກຳນົດພະນັກງານນຳພາ ຄຸ້ມ​ຄອງບໍລິຫານ​ ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ”; ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝ​ທີ X ມີ​ຄຳ​ສະຫລຸບ​ສະບັບ​ທີ 37-KL/TW ວ່າ​ດ້ວຍ “ສືບ​ຕໍ່​ຍູ້​ແຮງ​ຍຸດ​ທະ​ສາດ​ພະນັດ​ງານ ​ໃນ​ສະ​ໄໝ​ແຫ່ງການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ”; ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝທີ XI ມີ​ມະຕິ​ສະບັບ​ທີ 12-NQ/TW ວ່າ​ດ້ວຍ “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ”; ມະຕິ​ຕົກລົງ​ສະບັບ​ທີ 244-QĐ/TW ກ່ຽວ​ກັບ​ການ​ປະກາດ​ໃຊ້ “ກົດ​ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ”; ກົມ​ການ​ເມືອງສູນ​ກາງ​ພັກ​ສະ​ໄໝ​ທີ XI ມີ​ຄຳ​ສະຫລຸບ​ສະບັບ​ທີ 24-KL/TW ວ່າ​ດ້ວຍ “ສືບ​ຕໍ່​ຍູ້​ແຮງ​ວຽກງານວາງ​ແຜນ​ກຳນົດ ​ແລະ ຜັດປ່ຽນ​ພະນັກງານນຳພາ ຄຸ້ມ​ຄອງບໍລິຫານ ​ຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ” ​ແລະ ຄຳ​ສັ່ງ​ສະບັບ​ທີ 36-CT/TW ວ່າ​ດ້ວຍ “ກອງ​ປະຊຸມ​ໃຫຍ່​ອົງຄະ​ນະພັກຂັ້ນ​ຕ່າງໆ ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ”,...

​ເພື່ອປະ​ຕິ​ບັດບັນດາມະຕິ ຄຳ​ສັ່ງ ຄຳ​ສະຫລຸບ ຂໍ້​ກຳນົດ ກົດ​ລະບຽບ ຂໍ້​ຕົກລົງ ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ ກ່ຽວ​ກັບວຽກ​ງານ​ພະນັກງານ ​ໃຫ້​ປະກົດ​ເປັນ​ຈິງ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໄດ້​ປະກາດ​ໃຊ້ຄຳ​ແນະນຳຫຼາຍ​ສະບັບ ​ເພື່ອ​ປະຕິບັດ​ຢ່າງ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ​ໃນ​ນັ້ນ​ມີ​ຄຳ​ແນະນຳ​ສະບັບ​ທີ 15-HD/BTCTW, ວັນ​ທີ 5 ພະຈິກ 2012, ກ່ຽວ​ກັບ “ວຽກ​ງານ​ວາງ​ແຜນ​ກຳນົດ​ພະນັກງານ​ນຳພາ ຄຸ້ມ​ຄອງບໍລິຫານ ​ໃນ​ສະ​ໄໝ​ແຫ່ງ​ການ​ຫັນປະ​ເທດ​ເປັນອຸດສາຫະກຳ ທັນ​ສະ​ໄໝ” ​ແລະ ຄຳ​ແນະນຳ​ສະບັບ​ທີ 26-HD/BTCTW, ວັນ​ທີ 18 ສິງຫາ 2014, ກ່ຽວ​ກັບ “ວຽກ​ງານ​ບຸກຄະລາ​ກອນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ ກ້າວ​ເຖິງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ”,...

​ຍ້ອນ​ໄດ້ຊາບ​ຊືມການ​ຊີ້​ນຳ​ນຳພາ ​ແນະນຳ​ຂອງ​ສູນ​ກາງ ດັ່ງ​ນັ້ນ ຫຼາຍ​ແຜນ​ນະ​ໂຍບາຍ ຫຼັກການ ທັດສະນະ ​ແລະ ວິທີ​ແກ້​​ໄຂໃຫຍ່ ກ່ຽວ​ກັບ​ວຽກ​ງານ​ພະນັກງານ ຈຶ່ງ​ໄດ້​ຫັນ​ເປັນ​ຂໍ້​ກຳ​ນົດ ກົດ​ລະບຽບ​ ​ເປັນ​ລຳດັບ​ດຳ​ເນີນ​ງານ ​ແລະ ຄຳ​ແນະນຳອັນ​ລະອຽດ ​ເພື່ອ​ປະຕິບັດ​​ໃນ​ພາກຕົວ​ຈິງ. ວຽກ​ງານ​ພະນັກງານ ​ແລະ ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ ສາມາດ​ກຳຈັດ​ດັດ​ແກ້​ຈຸດ​ອ່ອນ ຂໍ້​ຈຳກັດ​ຈຳນວນ​ໜຶ່ງ​ໄດ້ ​ແລະ ​ເຂົ້າ​ສູ່​ຄວາມ​ເປັນ​ລະບຽບ​ເທື່ອ​ລະ​ກ້າວ, ຮັບປະກັນ​ປະຊາທິປະ​ໄຕ ພາວະ​ວິ​ໄສ ​ເປີດ​ເຜີຍ ​ແລະ ​ແໜ້ນ​ແຟ້ນກວ່າ​​ແຕ່​ກ່ອນ. ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ ລັດ​ຖະກອ​ນໃນ​ລະບົບ​ການ​ເມືອງ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຕອບ​ສະໜອງ​ໄດ້​ເປັນ​ແຕ່​ລະ​ກ້າວ​ກັບ​ຄວາມ​ຕ້ອງການ ໜ້າ​ທີ່ຂອງ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນສະ​ໄໝ ​ໃນ​ເງື່ອນ​ໄຂຍູ້​ແຮງ​ການກໍ່ສ້າງ ​ລະບົບ​ເສດຖະກິດຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ແລະ ຕັ້ງໜ້າ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ວຽກ​ງານ​ວາງ​ແຜນ​ກຳນົດ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​ຜົນ​ເບື້ອງ​ຕົ້ນ. ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​ໃນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ​ ຈັດ​ຕັ້ງປະຕິບັດຂອງ​ບັນດາ​ຄະນະ​ພັກ ອົງການຈັດ​ຕັ້ງ​ພັກ ດັ່ງ​ນັ້ນ​ຈຶ່ງບັນລຸ​ໝາກ​ຜົນ​ອັນ​ຕັ້ງໜ້າ​ຫຼາຍ​ຢ່າງ. ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ບັນລຸ​ຜົນ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງ. ຫຼາຍ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງທີ່​ຮ້າຍ​ແຮງ ສັບສົນ​ແກ່ຍາວ ​ຖືກ​ຄົ້ນ​ເຜີຍ ສືບສວນ ​ແລະ ຕັດສິນ​ລົງ​ໂທດຢ່າງ​ເຂັ້ມ​ງວດ, ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ ​ສະໜັບສະໜູນ​ ຂອງ​ພະນັກງານ​ສະມາຊິກ​ພັກ ​ແລະ ຫາງ​ສຽງ​ສັງຄົມ.

​ແຕ່​ວ່າ, ວຽກ​ງານ​ພະນັກງານ​ເວົ້າ​ລວມ ​ແລະ ​ແຕ່ລະ​ຂອດ​ຂອງວຽກ​ງານ​ພະນັກງານ​ເວົ້າ​ໂດຍ​ສະ​ເພາະ ຍັງ​ມີ​ຂໍ້​ຈຳກັດ ສິ່ງ​ຄົງຄ້າງ​ຫຼາຍ​ຢ່າງ, ຍັງ​ບໍ່​ທັນ​ລັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້ ​ແລະ ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ ກໍ່​ຄືໜ້າ​ທີ່​ຂອງ​ສະພາບ​ການ​ໃໝ່. ລະອຽດ​ຄື: ການ​ສັງ​ເກດ ຕີ​ລາຄາ​ພະນັກງານ​ຍັງ​ເປັນ​ຂອດ​ອ່ອນ ​ແຕ່ພັດຊັກ​ຊ້າ​ໃນ​ການ​ແກ້​ໄຂ​ຜ່ານ​ຜ່າ; ຍັງ​ບໍ່​ທັນ​ເອົາ​ຜົນສຳ​ເລັດ​ໃນ​ການ​ປະຕິບັດບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ ​ເປັນບັນທັດຖານ​ຕົ້ນຕໍ່ເພື່ອຕີ​ລາຄາ​ພະນັກງານ. ຄຸນ​ນະພາບ​ຂອງວຽກ​ງານສ້າງ​ແລະ​ປະຕິບັດ​ແຜນ​ກຳນົດ​ພະນັກງານ ຍັງ​ບໍ່​ທັນ​ສະ​ໝ່ຳສະ​ເໝີ​ກັນ, ຍັງ​ບໍ່​ທັນ​ມີ​ວິ​ໄສ​ທັດ​ກວ້າງ​ໄກ ​ແລະ ຍັງ​ບໍ່​ທັນ​ຮັບປະກັນ​ໂຄງ​ປະກອບ 3 ​ໄວ​ອາຍຸ; ກາ​ນວາງ​ແຜນ​ກຳນົດ​ພະນັກງານ​ຍັງ​ບໍ່​ທັນ​ຕິດ​ແໜ້ນ​ກັບ​ການ​ບຳລຸງ​ກໍ່ສ້າງ, ​ສັບ​ຊ້ອນ  ​ແລະ ນຳ​ໃຊ້​ພະນັກງານ; ຍັງ​ບໍ່​ທັນ​ມີ​ຄວາມທະ​ລຸ​ລ່ວງ​ຕໍ່​ເນື່ອງ​ລະຫວ່າງ​ຂັ້ນ​ລຸ່ມ​ກັບ​ຂັ້ນ​​ເທິງ, ລະຫວ່າງ​ທ້ອງ​ຖິ່ນ​ກັບ​ສູນ​ກາງ ​ແລະ ລະຫວ່າງ​ບັນດາ​ຂະ​ແໜງ ບັນດາ​ຂົງ​ເຂດ​ວຽກ​ງານ​ນຳ​ກັນ. ການ​ຄັດ​ເລືອກ​ບໍລິ​ເວນ ຕຳ​ແໜ່​ງ​ເພື່ອ​ຜັດປ່ຽນ​ພະນັກງານ ບາງ​ກໍລະນີ​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ, ຊ້ຳ​ບໍ່​ໜຳ ຍັງ​ຂັດ​ກັບ​ຂະ​ແໜງ​ວິຊາ​ສະ​ເພາະ​ຂອງ​ພະນັກງານ ​ເຊິ່ງບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ກໍ່ສ້າງ ທັງ​ຈຳກັດ​ການ​ປະກອບສ່ວນ​ຂອງ​ພະນັກງານ​ທີ່ໄດ້ຜັດປ່ຽນ. ກົນ​ໄກ​ຄຸ້ມ​ຄອງ ຕິດຕາມ​ກວດກາ ​ແລະ ລະບອບ​ນະ​ໂຍບາຍ​ຕໍ່​ກັບ​ພະນັກງານທີ່​ໄດ້ຜັດປ່ຽນ ກໍ່​ຍັງ​ບໍ່​ທັນ​ໄດ້​ກຳນົດ​ຢ່າງ​ລະອຽດ ພາ​ໃຫ້ການ​ຕີ​ລະຄາ ສັບ​ຊ້ອນ ນຳ​ໃຊ້​ພະນັກງານ​ພາຍຫຼັງ​ການ​ຜັດປ່ຽນ ມີ​ກໍລະນີ​ຖື​ດຕິດ​ຂັດ ບໍ່​ຊັດ​ເຈນ…

2- ​ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ ຈຸດ​ອ່ອນ​ຂອງວຽກ​ງານ​ພະນັກງານປັດຈຸບັນ ​ແລະ ສືບ​ຕໍ່​ປ່ຽນ​ແປງ​ໃໝ່ວຽກ​ງານ​ພະນັກງານຢ່າງ​ແຂງ​ແຮງ ຮອບດ້ານ ​ແລະ ຄົບ​ຊຸດ ​ໃນ​ຊຸມ​ປີ​ສະ​ເພາ​ໜ້ານີ້ ບັນດາ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກຕ້ອງ​ສຸມ​ໃສ່​ຊີ້​ນຳ​ນຳພາ​ ປະຕິບັດ​ບັນດາ​ເນື້ອ​ໃນ​ຕົ້ນຕໍ່​ລຸ່ມ​ນີ້​​ໃຫ້​ໄດ້​​ເປັນ​ຢ່າງດີ:

ທີ​ໜຶ່ງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ບັນດາ​ຂອດ​ຂອງວຽກ​ງານ​ພະນັກງານຢ່າງ​ແຂງ​ແຮງ ຄົບ​ຊຸດ, ກ່ອນ​ອື່ນ​ແມ່ນ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ຕີ​ລາຄາ​ພະນັກງານ. ດຳ​ເນີນ​ການ​ສ້າງມາດ​ຕະຖານຕຳ​ແໜ່​ງພະນັກງານ ​ແລະ ບັນທັດຖານ​ຕີ​ລາຄາ​ພະນັກງານຕາມ​ມາດຕະຖານ​ຕຳ​ແໜ່​ງ, ຕາມ​ປະສິດທິ​ຜົນ​ຂອງ​ການປະຕິບັດ​ງານ ​ແລະ ຄວາມ​ໄວ້​ວາງ​ໃຈຂອງ​ພະນັກງານ ສະມາຊິກ​ພັກ ປະຊາຊົນ. ​ເປີດ​ເຜີຍ​ຂົງ​ເຂດ​ວຽກ​ງານ ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ ​ແລະ ຜົນງານ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ພະນັກງານ ​​ເພື່ອ​ໃຫ້​ສະມາ​ຂິກ​ພັກ ​ແລະ ປະຊາຊົນ​ຕິດຕາມ​ກວດກາ, ປະກອບ​ຄວາມ​ຄິດ​ຄວາມ​ເຫັນ, ສະ​ແດງ​ຄວາມ​​ເຊື່ອ​ຖື ​ແລະ ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ເພື່ອ​ສັງ​ເກດ ຕີ​ລາຄາ​ພະນັກງານ. ຕີ​ລາຄາ ຄັດ​ເລືອກ​ພະນັກງານ ຜ່ານ​ກົນ​ໄກ​ສອບ​ເສັ​ງ ກວດ​ສອບ​ປະຈຳ​ປີ ສຳລັບ​ພະນັກງານ​ແຕ່​ຂັ້ນທະບວງ ກົມ ​ແລະ ທຽບ​ເທົ່າ ລົງ​​ເຖິງຂັ້ນ​ລຸ່ມ. ສ້າງ​ແບບ​ວິທີ​ຕີ​ລາຄາ​ພະນັກງານ​ໃນ​ສາຍ​ພົວພັນ​ພາວະ​ວິ​ໄສ ລະຫວ່າງ​ຜົນ​ຂອງ​ການ​ສອບ​ເສັງ ກວດ​ສອບ ​ແລະ ຄວາມ​ສາມາດ ຜົນງານ​ການ​ປະຕິບັດ​ໜ້າ​ທີ່ ອິດ​ທິພົນ ຄວາມ​ເຊື່ອ​ຖື​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ. ຕິດ​ແໜ້ນ​ການ​ຕີ​ລາຄາ​ພະນັກງານ ​ແລະ ການ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຕາມ​ກຳນົດ ກັບ​ການ​ສຳ​ຫຼວດ ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມປະຈຳ​ປີ ຕາມ​ຈິດ​ໃຈ​ຂອງມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ.

ທີ​ສອງ, ປ່ຽນ​ແປງ​ໃໝ່ວຽກ​ງານສ້າງ​​ແຫຼ່ງພະນັກງານ ຕາມ​ທິດ​ຄັດ​ເລືອກ​ເອົາ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ທີ່​ຮຽນ​ຈົບ​ລະດັບ​ເກັ່ງ ຈາກ​ບັນດາ​ມະຫາວິທະຍາ​ໄລ​ທີ່​ມີ​ຄຸນ​ນະພາ​ບດີ ​ແລ້ວ​ສັບ​ຊ້ອນ​ໃຫ້​ໄປ​ເຮັດ​ວຽກ​ຢູ່ພື້ນຖານ (ຢູ່​ບ່ອນ​ຫຍຸ້ງ​ຍາກ ທີ່​ມີ​ຄວາມ​ຕ້ອງການ) ​ເພື່ອ​ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ, ຈາກ​ນັ້ນ​ຄັດ​ເລືອກ​ເປັນ​ແຫຼ່ງ​ເພື່ອ​ວາ​ງ​ແຜນກຳນົດພະນັກງານ​ຍາວ​ນານ. ກໍ່ສ້າງ ປະຕິບັດ​ກົນ​ໄກ​ແນະນຳ​ພະນັກງານ​ເຂົ້າ​ໃນ​ຕຳ​ແໜ່​ງ; ກົນ​ໄກ​ຫົວໜ້າ​​ເປັນ​ຜູ້ສະ​ເໜີ ກະກຽມ​ຜູ້​ຢູ່​ໃນ​ແຜນ​ກຳນົດທີ່​ຈະ​​ເຂົ້າ​ແທນ​ຕົນ, ຫົວໜ້າ​ເປັນ​ຜູ້​ຄັດ​ເລືອກ ​ແນະນຳ ​ເພື່ອ​ເລືອກ​ຕັ້ງ ​ແຕ່ງ​ຕັ້ງ​ຜູ້​ຮອງ; ທົດ​ລອງ​ການ​ມອບ​ສິດ​ໃຫ້​ເລຂາ​ຄະນະ​ພັກ ​ເປັນ​ຜູ້​ແນະນຳ​ເພື່ອ​ເລືອກ​ຕັ້ງ​ກຳມະການ​ຄະນະ​ປະຈຳການ​ຂອງ​ຄະນະ​ພັກ.

ທີ​ສາມ, ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ວິທີ ຮູບ​ການ​ບຳລຸງ​ກໍ່ສ້າງ​ພະນັກງານ​ໃນ​ແຜນ​ກຳນົດ​ຕາມ​ຕຳ​ແໜ່ງພະນັກງານ, ຕິດ​ແໜ້ນ​ລະຫວ່າງ​ທິດ​ສະດີ​ກັບ​ການ​ປະຕິບັດ ​ແລະ ທັກ​ສະ​ຈັດການ​ແກ້​ໄຂ​ກໍລະ​ນີທີ່​ເກີດ​ຂຶ້ນ​ໃນ​ພາກ​ຕົວ​ຈິງ ສຳລັບ​ແຕ່​ລະ​ຕຳ​ແໜ່​ງ, ຢູ່​​ແຕ່ລະ​ຂັ້ນ ຂະ​ແໜງ​ການ ຂົງ​ເຂດ​ວຽກ​ງານ. ​ເພີ່ມ​ທະວີ​ການ​ອົບຮົມບຳລຸງຄວາມ​ຮູ້​ກ່ຽວ​ກັບ​ວິທີ​ຈິນຕະນາການ ​ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ; ຍົກ​ສູງ​ຄວາມ​ຮູ້ ​ແລະ ວິທີ​ການ​ປະພຶດ ປ້ອງ​ກັນ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຫາ​ກໍ່​ເກີດ​ຂຶ້ນ​ຂອງ​ຊາດ ​ແລະ ສາກົນ ​ໃຫ້​ບັນດາ​ເປົ້າ​ໝາຍພະນັກງານທີ່ຢູ່​ໃນ​ແຫຼ່ງພະນັກງານ​ຊັ້ນ​ສູງ. ກໍ່ສ້າງ ​ແລະ ປະຕິບັດ​ລະບອບ​ຝຶກ​ຫັດ​ການ​ນຳພາ ຄຸ້ມຄອງບໍລິຫານ; ພະນັກງານ​ຫຼັກ​ແຫຼ່ງຂັ້ນ​ເທິງ​ເວົ້າ​ລວມ ຕ້ອງ​ຜ່ານ​ຕຳ​ແໜ່​ງນຳພາ​ຫຼັກ​ແຫຼ່ງຢູ່​ຂັ້ນ​ລຸ່ມ ຜ່ານ​ນັ້ນ​ເພື່ອ​ບຳລຸງ​ກໍ່ສ້າງ ທົດ​ສອບ​ພະນັກງານ. ຍູ້​ແຮງ​ການບຳລຸງອົບຮົມ​ຄວາມ​ຮູ້​ໃໝ່​ ໃຫ້​ພະນັກງານ​ໃນ​ແຜນ​ກຳນົດ​ຕຳ​ແໜ່​ງນຳພາ ຄຸ້ມຄອງ​ບໍລິຫານ​ ຂັ້ນຕ່າງໆ, ນັບ​ທັງ​ບັນດາ​ສະ​ຫາຍ​ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງພັກ. ດັດ​ແປງ​ເນື້ອ​ໃນ ວິທີ ລຳດັບ​ການ​ກວດກາ ສອບ​ເສັງ ກວດ​ສອບ, ຮັບປະກັນ​ລັກສະນະ​ເປີດ​ເຜີຍ ​ໂປ່​ງ​ໃສ ຍຸຕິ​ທຳ; ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ແລ່ນ​ຕາມ​ສັນ​ນິຍະ​ບັດ ​ແລະ ຖື​ສັນ​ນິຍະ​ບັດ​ເປັນ​ເດັດ​ຖານ ຂອງ​ບັນດາ​ອົງການ​ເຮັດວຽກ​ງານ​ຈັດ​ຕັ້ງພະນັກງານ ​ແລະ ອົງການ​ທີ່​ໃຊ້​ພະນັກງານ.

ທີ​ສີ່, ປະຕິບັດ​ຢ່າງ​ເຂັ້ມ​ງວດໂຄງ​ປະກອບ 3 ​ໄວ​ອາຍຸ ​ໃນ​ແຜນ​ກຳນົດ​ຄະນະ​ພັກ ​ແລະ ຖັນ​ແຖວພະນັກງານນຳພາ ຄຸ້ມ​ຄອງ​ບໍລິຫານ​ ຂັ້ນ​ຕ່າງໆ. ຂັ້ນ​ທີ​ມີ່​ສິດ​ຕັດສິນ ພຽງ​ແຕ່​ອະ​ນຸ​ມັດ​ຜ່ານ ຮັບຮອງ​ແຜນ​ກຳ​ນົດ ຫຼື​ຜ່ານ​ແຜນການ​ບຸກຄະລາ​ກອນ​ຄະນະ​ພັກ ​ເມື່ອ​ແຜນ​ກະ​ນົດ ຫຼື​ແຜນການ​ບຸກຄະລາ​ກອນນັ້ນ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ນີ້​ໄດ້. ການ​ເພີ່ມ​ເຕີມ​ຄະນະ​ບໍລິຫານ​ງານ​, ຄະນະ​ປະຈຳການ​ຂອງ​ຄະນະ​ພັກ​ແຂວງ​ໃນ​ສ​ະ​ໄໝ​ປະຈຳການ ​ແມ່ນ​ຕ້ອງ​ເພີ່ມ​ເຕີມ​ພະນັກງານ​ໜຸ່ມ ພະນັກງານ​ຍິງ​ເປັນ​ຕົ້ນ​ຕໍ່ ທີ່​ມີ​ອາຍຸ​ພໍ​ເພື່ອ​ເຂົ້າ​ຮ່ວມ​ໃນ 2 ສະ​ໄໝ​ຂຶ້ນ​ໄປ ​ເພື່ອ​ແນ​ໃສ່ບຳລຸງ​ກໍ່ສ້າງ ​ແລະ ກະກຽມບຸກຄະລາ​ກອນ​ໃຫ້​ແກ່​ສະ​ໄໝ​ຕໍ່​ໆ​ໄປ. ການ​ແຕ່ງ​ຕັ້ງ​ພະນັກງານ​ນຳພາ ຄຸ້ມ​ຄອງ​ບໍລິຫານ ຕ້ອງ​ຮັບປະກັນມີ 3 ​ໄວ​ອາຍຸ​ໃນ​ການ​ນຳ​ຢູ່​ແຕ່ລະ​ຂັ້ນ; ສຳລັບ​ຂັ້ນ​ເມືອງ ​ແລະ ທຽບ​ເທົ່າ​ຂຶ້ນ​ໄປ ຈຳ​ເປັນ​ຕ້ອງ​ມີ​ພະນັກງານ​ຍິງ​ໃນ​ໂຄງ​ປະກອບ​ການ​ນຳ. ບົນ​ພື້ນຖານ​ແຜນ​ກຳນົດ​ພະນັກງານ, ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ການ​ນຳ​ສຳນັກງານ​ອົງການ​ຕ້ອງ​ກໍ່ສ້າງ​ແຜນການ​ບຳລຸງ​ກໍ່ສ້າງ, ຜັດປ່ຽນ​ ຕໍ່​ກັບ​ພະນັກງານ​ໃນ​ແຜນ​ກຳນົດ; ຂັ້ນ​ທີ່​ມີ​ສິດ​ຕັດສິນ ​ໃນ​ເມື່ອອະ​ນຸ​ມັດ ຫຼື​ຮັບຮອງ​ແຜນກຳນົດພະນັກງານ ກໍ່​ຕ້ອງ​ອະນຸ​ມັດ ຮັບຮອງ​ ແຜນການ​ຜັດປ່ຽນ ບຳລຸງ​ກໍ່ສ້າງ​ພະນັກງານ​ໃນ​ແຜນ​ກຳນົດ​ຂອງ​ຂັ້ນ​ລຸ່ມ ​ໄປ​ພ້ອມ​ນຳ.

ທີ່ຫ້າ, ຍູ້​ແຮງ​ການ​ຜັດປ່ຽນ​ພະນັກງານ​ເພື່ອ​ບຳລຸງ​ກໍ່ສ້າງ ຝຶກ​ຝົນ​ຫຼໍ່​ຫຼອມ ທົດ​ສອບ​ພະນັກງານ​ໃນ​ພາກ​ຕົວ​ຈິງ. ສືບ​ຕໍ່​ປະຕິບັດ​ການ​ສັບ​ຊ້ອນ​ພະນັກງານ​ທີ່​ບໍ່​ແມ່ນ​ຄົນ​ທ້ອງ​ຖິ່ນ​​ໃຫ້​ດຳລົງ​ຕຳ​ແໜ່​ງນຳພາ ຄຸ້ມ​ຄອງ​ບໍລິຫານຢູ່​ຂັ້ນ​ແຂ​ວງ ​ເມືອງ, ​ແລະ ​ຄົ້ນ​ຄວ້າ​ເພື່ອ​ປະຕິບັດ​ຢູ່​ຂັ້ນ​ຕາ​ແສງ. ປະຕິບັດ​ການ​​ແບ່ງ​ງານ​ໃຫ້ພະນັກງານ​ໃນ​ແຜນ​ກຳນົດຕຳ​ແໜ່​ງຂັ້ນ​ຍຸດ​ທະ​ສາດ ​ໄປ​ຮັບ​ຕຳ​ແໜ່​ງໜ້າ​ທີ່ການ​ນຳ​ຫຼັກ​ແຫຼ່ງ ຢູ່​ບໍລິ​ເວນ ຂົງ​ເຂດ​ທີ່​ສຳ​ຄັນ, ຢູ່​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ ​ເພື່ອ​ບຳລຸງ​ກໍ່ສ້າງ ທົດ​ສອບພະນັກງານ ​ໃຫ້ພະນັກງານ​ມີ​ບົດ​ຮຽນ​ປະສົບ​ການກ່ຽວ​ກັບ​ການ​ນຳພາ ຄຸ້ມ​ຄອງ​ບໍລິຫານ. ສືບຕໍ່ປະຕິບັດ​ແຜນ​ນະ​ໂຍບາຍ​ເພີ່ມ​ຕຳ​ແໜ່ງການ​ນຳ ຂອງ​ຄະນະ​ພັກ ອຳນາດ​ການ​ປົກຄອງ​ຢູ່​ທ້ອງ​ຖິ່ນ​ທີ່​ມີ​ຄວາມ​ຫຍຸ້ງຍາກຫຼາຍ ຫຼື​ຢູ່​ບ່ອນ​ທີ່​ຂາດ​ພະນັກງານ ​ແນໃສ່​ສົມທົບ​ລະຫວ່າງ​ການ​ຜັດປ່ຽນເພື່ອ​ບຳລຸງ​ກໍ່ສ້າງ​ພະນັກງານ ທັງ​ເພີ່ມ​ພະນັກງານ​ຕື່ມ​ອີກ, ປະກອບສ່ວນ​ຊຸກຍູ້ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ຮັກສາ​ຄວາມ​ສະຫງົບ ​ແລະ ກໍ່ສ້າງ ປັບປຸງ​ລະບົບ​ການ​ເມືອງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ.

3- ປັດຈຸບັນ, ບັນດາ​ອົງຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ ​ໄດ້​ສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຮາກ​ຖານ ​ແລະ ຂັ້ນ​​ເມືອງ, ພວມ​ຊີ້​ນຳ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ແຂວງຕາມ​ຄຳ​ສັ່ງ​ສະບັບ​ທີ 36-CT/TW, ວັນ​ທີ 30 ພຶດສະພາ 2014, ຂອງກົມ​ການ​ເມືອງສູນ​ກາງ​ພັກ, ວ່າ​ດ້ວຍ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຕ່າງໆ ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ. ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຢູ່​ແຕ່ລະ​ຂັ້ນເຖິງ​ວ່າ​ມີ​ເນື້ອ​ໃນ​ອັນ​ລະອຽດ ​ແລະ ຂອບ​ເຂດ​ຕ່າງ​ກັນ, ​ແຕ່​ກອງ​ປະຊຸມ​ໃຫຍ່​ຢູ່​ຂັ້ນ​ໃດ​ກໍ່​ມີ​ສອງ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ຄື: ສະຫລຸບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງກ່ອນ, ກຳນົດ​ເປົ້າ​ໝາຍ ທິດ​ທາງ ໜ້າ​ທີ ຂອງ​ອົງຄະ​ນະ​ພັກ​ໃນ​ສະ​ໄໝ​ທີ່​ຈະ​ມາ​ເຖິງ ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ພັກຊຸດ​ໃໝ່ ​ເພື່ອປະຕິບັດມະຕິ​ທີ່​ກອງ​ປະຊຸມ​ໃຫຍ່ວາງ​ອອກ​ມາ​ໃຫ້​ສຳ​ເລັດ​ມີ​ໄຊ. ​ໃນ​ສອງ​ເນື້ອ​ໃນ​ສຳຄັນ​ນັ້ນ, ການ​ກະກຽມ ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານພັກ​ຊຸດ​ໃໝ່ ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ. ພາກ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ຖ້າ​​ການ​ກຳນົດ​ເປົ້າ​ໝາຍ ທິດ​ທາງ ໜ້າ​ທີ່​ການ​ເມືອງ​ຂອງ​ອົງຄະ​ນະ​ພັກ​ໃນ​ໄລຍະ​ຕໍ່​ໄປ ຫາກ​ຍັງ​ບໍ່​ທັນ​ຄົບ​ຖ້ວນ ບໍ່​ທັນສອດຄ່ອງ​​ແທ້​ເທື່ອ ຄະນະ​ບໍລິຫານ​ງານ​ພັກ​ຊຸດ​ໃໝ່​ຈະ​ສືບ​ຕໍ່​ເພີ່ມ​ເຕີມ ບູລະນະ; ​ແຕ່, ຫາກ​ການ​ກະກຽມ ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ພັກ​ຊຸດ​ໃໝ່ ມີ​ຂໍ້​ບົກພ່ອງ ບໍ່ຮັບປະກັນມາດຕະຖານ ​ຈະ​ເຮັດ​ໃຫ້ການ​ເພີ່ມ​ເຕີມ ປ່ຽນ​ແທນ​ຫຍຸ້ງຍາກ ສັບສົນ​ກວ່າ​ຕັ້ງ​ຫຼາຍ ​ແລະ ຈະ​ເປັນ​ຜົນທາງ​ລົບ​ຕາມ​ມາ​ທີ່​ໜັກໜ່ວງ.

​ເພື່ອກະກຽມ​ວຽກ​ງານ​ບຸກຄະລາ​ກອນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ (ນັບ​ທັງ​ບຸກຄະລາ​ກອນ​ຄະນະ​ພັກ ​ແລະ ບຸກຄະລາ​ກອນ​ຄະນະ​ຜູ້​ແທນ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ເທິງ) ​ໃຫ້​ໄດ້ເປັນ​ຢ່າງ​ດີ, ​ເປັນ​ຕົ້ນ​ແມ່ນ​ຂັ້ນ​ແຂວງ, ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ຕ້ອງ​ສຸມ​ໃສ່​ຊີ້ນຳ​ນຳພາ ​ແລະ ປະຕິບັດ​ບາງ​ເນື້ອ​ໃນ​ຕົ້ນ​ຕໍ່​ລຸ່ມ​ນີ້​ໃຫ້​ໄດ້​ເປັນ​ຢ່າງ​ດີ:

ທີ​ໜຶ່ງ, ການ​ຄັດ​ເລືອກ ​ແນະນຳ​ບຸກຄະລາ​ກອນ​ທີ່​ເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານພັກສະ​ໄໝ​ທີ່​ຈະ​ມາ​ເຖິງນັ້ນ ຕ້ອງ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ກ່ຽວ​ກັບ​ມາດຕະຖານ, ກ່ອນ​ອື່ນ​ແມ່ນ​ອີງ​ໃສ່​ແຜນ​ກຳນົດ​ຄະນະ​ພັກ, ຕິດ​ກັບ​ແຜນ​ກຳນົດ​ບັນດາ​ຕຳ​ແໜ່​ງການ​ນຳ​ຫຼັກ​ແຫຼ່ງຂອງ​ສະພາ​ປະຊາຊົນ ຄະນະ​ກຳມະການ​ປະຊາຊົນຂັ້ນ​ດຽວ​ກັນ ​ໃນ​ສະ​ໄໝ​ທີ່​ຈະ​ມາ​ເຖິງ. ​ເອົາ​ໃຈ​ໃສ່​ການ​ຄົ້ນ​ເຜີຍ, ​ແນະນຳ​ບຸກຄົນ​ໃໝ່ ທີ່​ມີ​ຄຸນສົມບັດ ມີ​ຄວາມ​ສາມາດ ມີ​ແງ່​ຫວັງ​ຂະຫຍາຍຕົວ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ໜຸ່ມ​ນ້ອຍ ພະນັກງານ​ຍິງ ພະນັກງານ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເພື່ອ​ຮັບປະກັນ​ລັກສະນະ​ສືບ​ທອດ ຂະຫຍາຍຕົວ​ ຢ່າງ​ຕໍ່​ເນື່ອງ​ຂອງ​ຖັນ​ແຖວ​ຄະນະ​ພັກ. ກຳມະການ​ຄະນະ​ພັກ​ຕ້ອງ​ເປັນ​ຜູ້​ຈົງ​ຮັກ​ພັກດີ​​ເດັດ​ຖານຕໍ່​ອຸດົມ​ການ​ປະຕິວັດ​ຂອງ​ພັກ, ຕັ້ງ​ໝັ້ນ​ໃນ​ຈຸດໝາຍ​ເອກະລາດ​ແຫ່ງຊາດ ​ແລະ ສັງຄົມ​ນິຍົມ; ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງທຳ ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ; ບໍ່​ສໍ້​ລາດ​ບັງ​ຫຼວງ ​ແລະ ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ພະຍາດ​ອາດຍາ​ສິດ ຕ້ານ​ການສໍ້​ລາດ​ບັງ​ຫຼວງແລະຟຸ່ມ​ເຟືອຍ; ມີ​ສະຕິຕໍ່​ການຈັດ​ຕັ້ງ ລະບຽບ​ວິ​ໄນ, ພົວພັນ​ສະໜິດ​ແໜ້ນ​ກັບ​ປະຊາຊົນ ​ແລະ ​ໄດ້​ຮັບຄວາມ​ເຊື່ອ​ຖືຈາກ​ພະນັກງານ ສະມາຊິກ​ພັກ ປະຊາຊົນ; ມີ​ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ທິດ​ສະ​ດີກາ​ນ​ເມືອງ, ຊາບ​ຊືມທັດສະນະ ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ມີ​ລະດັບ​ຄວາມ​ຮູ້ ວິຊາ​ສະ​ເພາະ ວິຊາ​ຊີບ​ທີ່​ຕ້ອງການ ​ແລະ ມີ​ສຸຂະພາບ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ.

ທີ​ສອງ, ​ໃນ​ເມື່ອ​ພິຈາລະນາ​ມາດຕະຖານ​ຂອງ​ກຳມະການ​ຄະນະ​ພັກ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຫຼັກ​ໝັ້ນ​ແນວ​ຄິດ​ການ​ເມືອງ; ປະສິດທິ​ຜົນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບມອບ​ໝາຍ; ມີຈິນຕະນາການ​ປ່ຽນ​ແປງ​​ໃໝ່, ຂະຫຍັນ​ຂັນ​ເຄື່ອນ, ປະ​ດິດ​ສ້າງ, ສາມາດ​ເກັບ​ກຳ ຈັດການ​ແກ້​ໄຂ​ບັນຫາ​ໃໝ່​ທີ່​ຫາ​ກໍ່​ເກີດ​ຂຶ້ນ​ ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ; ມີ​ແບບ​ແຜນ​ເຮັດ​ວຽກ​ຢ່າງ​ວິທະຍາສາດ ປະຊາທິປະ​ໄຕ ຕິດ​ແທດ​ຕົວ​ຈິງ, ກ້າ​ຄິດ ກ້າ​ເຮັດ ກ້າຮັບຜິດຊອບ; ມີ​ທ່າ​ທີ​ເຂັ້ມງວດ​ໃນ​ການ​ດັດ​ແປງແກ້​ໄຂ​ຜ່ານ​ຜ່າຂໍ້​ຂາດ​ຕົກ​ບົກພ່ອງ​ທີ່​ໄດ້​ສະຫລຸບ ພາຍຫຼັງ​ການ​ສຳ​ຫຼວດ ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ຕາມ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ​ການ​ກໍ່ສ້າງ​ພັກ. ​ເດັດດ່ຽວ​ບໍ່​ໃຫ້​​ຜູ້​ທີ່​ບໍ່​ຮັບປະກັນ​ມາດຕະຖານດັ່ງ​ຕໍ່​ໄປ​ນີ້ເລັດ​ລອດ​ເຂົ້າ​ໃນ​ຄະນະ​ພັກ​ເປັນອັນຂາດ: ຜູ້ທີ່​ຫຼັກ​ໝັ້ນ​ການ​ເມືອງຖືກ​ຄອນ​ແຄນ ມີ​ປະກົດ​ການ​ສວຍ​ໂອກາດ​ການ​ເມືອງ ມີ​ຄວາມ​ທະ​ເຍີ​ທະ​ຍາມ​ສິດ​ອຳນາດ; ຂາດຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ​ບໍ່​ໃສ​ສະອາດ; ລະ​ເມີດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ; ອາດຍາ​ສິດ ສໍ້​ລາດ​ບັງ​ຫຼວງ ຟຸ່ມເຟືອຍ ພາກສ່ວນ​ພັກ​ພວກ ​ເສຍ​ຄວາມ​ສາມັກຄີ​ພາຍ​ໃນ, “ຜົນ​ປະ​ໂຫຍ​ດໝູ່​ພວກ”; ຕົນ​ເອງ​ຫຼື​ເມຍ (ຜົວ) ລູກ ລະ​ເມີດ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ກໍ່​ຄວາມເສຍ​ຫາຍ​ໃຫ້​ແກ່​ອິດ​ທິພົນ​ຂອງ​ສຳນັກງານ​ອົງການ ​ແລະ ຂອງກະ​ໂຕ​ພະນັກງານ​ຜູ້​ນັ້ນ; ບັນດາ​ສະມາຊິກ​ພັກ​ທີ່ລະ​ເມີດ​ຕໍ່​ຂໍ້​ກຳນົດ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ ວ່າ​ດ້ວຍ​ມາດຕະຖານ​ການ​ເມືອງ ​ແລະ ສິ່ງ​ຕ່າງໆ​ທີ່ຫ້ານ​ບໍ່​ໃຫ້​​ສະມາຊິກ​ພັກ ພະນັກງານ ລັດຖະກອນ,... ​ເຮັດ.

ທີ​ສາມ, ບົນ​ພື້ນຖານ​ຮັບປະກັນ​ມາດຕະຖານ, ບັນດາ​ຄະນະ​ພັກ​ຕ້ອງ​ມີ​ໂຄງ​ປະກອບ​ທີ່​ສົມ​ເຫດ​ສົມ​ຜົນ ​ເພື່ອຮັບປະກັນ​ການ​ນຳພາ​ຮອບດ້ານ​ຂອງ​ຄະນະ​ພັກ, ​ແຕ່​ບໍ່​ໄດ້​ອ້າງ​ອີງ​ໃສ່​ໂຄງ​ປະກອບ ​ເພື່ອ​ຫລຸດ​ມາດຕະຖານ​ກຳມະການ​ຄະນະ​ພັກ​​ໃຫ້​ຕ່ຳລົງ. ຄະນະ​ພັກ​ຕ້ອງ​ມີ 3 ​ໄວ​ອາຍຸ, ສູ້​ຊົນ​ເພື່ອ​ໃຫ້​ຄະນະ​ປະຈຳການຄະນະ​ພັກ​ມີ 3 ​ໄວ​ອາຍຸ; ສູ້​ຊົນ​ເພື່ອ​ບັນລຸ​ອັດຕາ​ສ່ວນ​ກຳມະການ​ຍິງ​ບໍ່​ຕ່ຳ​ກວ່າ 15% ​ແລະ ຕ້ອງ​ມີ​ຜູ້ຍິງ​ໃນ​ຄະນະ​ປະຈຳການ; ອັດຕາ​ສ່ວນ​ພະນັກງານ​ໜຸ່ມ​ນ້ອຍ (ອາຍຸ​ຕ່ຳ​ກວ່າ 40 ປີ​ສຳລັບ​ກຳມະການ​ຄະນະ​ພັກ​ແຂວງ ​ແລະ ຕ່ຳ​ກວ່າ 35 ປີ​ສຳລັບ​ກຳມະການ​ຄະນະ​ພັກ​ເມືອງ) ບໍ່​ຕ່ຳ​ກວ່າ 10% ຂອງ​ຈຳນວນ​ກຳມະການ​ຄະນະ​ພັກ; ອັດຕາ​ສ່ວນ​ກຳມະການ​ຄະນະ​ພັກ​ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ສອດ​ຄອງ​ກັບ​ໂຄງ​ປະກອບ​ຊົນ​ເຜົ່າ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ແລະ ຕ້ອງ​ເທົ່າ​ກັບ ຫຼື​ສູງ​ກວ່າສະໄໝ​ປັດຈຸບັນ. ຖ້າ​ຫາກ​ຢູ່​ຕົ້ນ​ສຳ​ໄໝ, ບ່ອນ​ໃດ​ທີ່​ກະກຽມໂຄງປະກອບດັ່ງກ່າວ​ເທິງ​ນີ້ຍັງ​ບໍ່​ທັນສຳ​ເລັດ ກໍ່​ໃຫ້​ເລືອກ​ຕັ້ງ​ກຳມະການ​ຄະນະ​ພັກ​ໜ້ອຍ​ກວ່າ​ຈຳນວນ​ທີ່​ໄດ້​ກຳນົດ, ຈຳນວນ​ທີ່​ຍັງ​ເຫຼືອ​ຈະ​ໄດ້​ສືບ​ຕໍ່​ກະກຽມ ​ແລະ ​ເພີ່ມ​ເຕີມ​ໃນ​ສະ​ໄໝ​ໃໝ່. ບັນດາ​ຄະນະ​ພັກ​ຕ້ອງ​​ໄດ້ປ່ຽນ​ແປງ​​ໃໝ່ບໍ່​ຕ່ຳ​ກວ່າ 1/3 ທຽບ​ກັບ​ຈຳນວນ​ກຳມະການ​ຄະນະ​ພັກ​ຕົ້ນ​ສະ​ໄໝ 2010 - 2015; ​ໃນ​ກໍລະນີ​ຈຳນວນ​ກຳມະການ​ຄະນະ​ພັກ​ເຖິງ​ອາຍຸ​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່​ຫຼາຍ​ກວ່າ, ການ​ຄັດ​ເລືອກ​ກຳມະການ​ຄະນະ​ພັກ​ໃຫ້​ຮັບ​ເລືອກ​ຕັ້ງ​ຄືນ​ໃໝ່​ນັ້ນ​ຕ້ອງ​ອີງ​ໃສ່​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ປະຕິບັດ​ງານ​ພາກ​ຕົວ​ຈິງ, ຜົນສຳ​ເລັດ​ການ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ຄວາມ​ຕ້ອງການ​ຈັດ​ວາງ​ສັບ​ຊ້ອນ​ກຳມະການ​ຄະນະ​ພັກ ​ແລະ ຄວາມ​ເຊື່ອ​ຖື​ຕໍ່​ພະນັກງານ​ຜູ້​ນັ້ນ ​ໂດຍ​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຂອງ​ຄະນະ​ພັກ​ແຕ່​ສູງ​ລົງຕ່ຳ.

ທີ​ສີ່, ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ, ບັນດາ​ຄະນະ​ພັກ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ແນວ​ຄິດ ​ແລະ ​ເຮັດ​ການ​ແບ່ງ​ງານມອບ​ໜ້າ​ທີ່​ໃຫ້​ບັນດາ​ກຳມະການ​ຄະນະ​ພັກໃຫ້​ໄດ້​ເປັນ​ຜ່າ​ງດີ. ​ເວົ້າ​ລວມ, ບັນດາ​ສະຫາຍ​ທີ່​ບໍ່​ເຂົ້າ​ຮ່ວມ​ຄະນະ​ພັກ ກໍ່​ເຊົາ​ບໍ່​ຮັບ​ຕຳ​ແໜ່​ງບໍລິຫານ​ການ​ປົກຄອງ​ອີກ ​ເຊິ່ງຕຳແໜ່ງນັ້ນຕ້ອງການ​ໃຫ້​ກຳມະການ​ຄະນະ​ພັກ​ຮັບຜິດຊອບ. ສຳລັບ​ພະນັກງານ​ຢູ່​ຂັ້ນ​ແຂວງ ​ແລະ ​ເມືອງ, ບັນດາ​ສະຫາຍທີ່ຍັງ​ມີ​ເວລາ​ເຮັດ​ວຽກ​ອີກ​ສອງປີ (24 ​ເດືອນ) ຂຶ້ນ​ໄປ​ຈຶ່ງໝົດກະສຽນອາຍຸ​ລັດຖະການ, ທີ່​ມີ​ຄຸນສົມບັດ​ດີ ມີ​ຄວາມ​ສາມາດ ​ແລະ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື, ມີ​ສຸຂະພາບ​ແຂງ​ແຮງ ​ແລະ ມີ​ຄວາມ​ປະສົງ​ຢາກ​ສືບ​ຕໍ່​ເຮັດ​ວຽກ ກໍ່​ໃຫ້​ພິຈາລະນາ ສັບ​ຊ້ອນ​ວຽກ​ງານ​ທີ່​ເໝາະ​ສົມ. ບັນດາ​ສະຫາຍ​ທີ່ຍັງ​ມີ​ເວລາ​ເຮັດ​ວຽກ​ຕ່ຳ​ກວ່າ​ສອງ​ປີ, ຖ້າ​ຫາກ​ສັບ​ຊ້ອນ​ວຽກ​ງານ​ທີ່​ສອດຄ່ອງ​ເໝາະ​ສົມ​ບໍ່​ໄດ້ ກໍ່​ໃຫ້​ພັກ​​ເຊົາບໍ່ມອບ​ໜ້າ​ທີ່​ວຽກ​ງານອີກ ​ແຕ່​ໃຫ້​ຮັບ​ເງິນ​ເດືອນ​ແລະ​ເບ້ຍລ້ຽງ​ຈຳນວນ​ໜຶ່ງ ຈົນ​ເຖິງ​ໝົດ​ກະສຽນອາຍຸອອກ​ກິນ​ເບ້ຍ​ບຳນານ. ບັນດາ​ກໍລະ​ອາຍຸ​ສູງ​ບໍ່​ມີ​ເວລາ​ພໍ​ເພື່ອ​ຮັບ​​ເລືອກ​ຕັ້ງຄືນ​ໃໝ່ ​ແຕ່​ມີ​ຄວາມ​ປະສົງ​ຢາກ​ອອກ​ກິນເບ້ຍ​ບຳນານກ່ອນ​ກະສຽນອາຍຸ​ລັດຖະການ ກໍ່​ໃຫ້​ອອກ​ກິນ​ເບ້ຍ​ບຳນານ​ກ່ອນ​ກຳນົດ ​ແລະ ປະຕິບັດ​ລະບອບ ນະ​ໂຍບາຍ​ຕາມ​ດຳລັດ​ສະບັບ​ທີ 26/2015/NĐ-CP ລົງ​ວັນ​ທີ 9 ມີນາ 2015 ຂອງ​ລັດຖະບານ./.

ຂຽນ​ໂດຍ ​ເຈິ່ນລຶວຫາຍ
ກຳມະການສູນກາງ​ພັກ,
ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະ​ຈັດ​ຕັ້ງ​ສູງ​ກາງ

------------------------
ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 874 (​ເດືອນ​ສິງຫາ 2015)