ວກ.ອອນ​ໄລ - ກວດກາ​ອຳນາດ​ລັດຢູ່​ຫວຽດນາມ ​ແມ່ນ​ບັນຫາ​ໃໝ່. ດັ່ງ​ນັ້ນ, ການ​ກໍ່ສ້າງ​ກົນ​ໄກກວດກາ​ອຳນາດ​ລັດຢູ່​ຫວຽດນາມ, ດ້ານ​ໜຶ່ງ,​ ​ຮັບປະກັນ​ປ້​ອງກັນ​ແລະຕ້​ານການ​ສວຍ​ໃຊ້​ອຳນາດ​ລັດ​ເກີນ​ຄວນ​ ໃຫ້​ໄດ້​ຢ່າງ​ມີ​ຄວາມ​ສັກສິດ ມີ​ປະສິດທິ​ຜົນ; ດ້ານ​ອື່ນ​, ຮັບປະກັນ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ ອ່ອນ​ໂຍນ​ທີ່​ຕ້ອງ​ມີ ​ເພື່ອ​ດຳ​ເນີນ​ປະຕິບັດ​ວຽກ​ງານ​ຕ່າງໆ​ຂອງ​ລັດ.

ວັນທີ 21 ມີນາ 2016 ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ XIII ໄດ້ໄຂຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ (ພາບ: ເຍິດບັກ)

ຂະ​ບວນວິວັດ​ການ​ຮັບ​ຮູ້​ກ່ຽວ​ກັບ ກົນ​ໄກ​ກວດກາ​ອຳນາດ​ລັດ​ ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ກ່ອນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ໃນ​ເອກະສານ​ເປັນ​ທາງ​ການ​ຕ່າງໆ​ຂອງ​ພັກ ​ແລະ ລັດ​ຫວຽດນາມ​ຍັງ​ບໍ່​ມີ​ຄຳ​ສັບ “​ກວດກາ​ອຳນາດ​ລັດ”. ​ແຕ່​, ​ໃນລັດຖະທຳ​ມະນູນ ​ແລະ ບັນດາ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ກໍ​ໄດ້​ມີ​ຂໍ້​ກຳນົດ​ຕ່າງໆ ທີ່​ມີ​ເນື້ອ​ໃນກວດກາ​ອຳນາດ​ລັດ. ຕົວຢ່າງ, ສະພາ​ແຫ່ງ​ຊາດມີ​ສິດ: “ຕິດຕາມ​ກວດກາ​ການ​ປະຕິບັດລັດຖະທຳ​ມະນູນ” (ຂໍ້ 3, ມາດຕາ 50 ລັດຖະທຳ​ມະນູນປີ 1959); “ປະຕິບັດ​ສິດຕິດຕາມ​ກວດກາສູງ​ສຸດ​ຕໍ່​ການ​ປະຕິບັດ​ຕາມລັດຖະທຳ​ມະນູນ ​ແລະ ກົດໝາຍ” (ຂໍ້ 3, ມາດຕາ 83 ລັດຖະທຳ​ມະນູນປີ 1980). ສະພາ​ແຫ່ງ​ລັດ “ຕິດຕາມ​ກວດກາວຽກ​ງານ​ຂອງ​ສະພາ​ລັດຖະມົນຕີ, ສານ​ປະຊາຊົນ​ສູງ​ສຸດ ​ແລະ ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ” (ຂໍ້ 7, ມາດຕາ 100 ລັດຖະທຳ​ມະນູນປີ 1980); “ຕິດຕາມ​ກວດກາ ​ແລະ ​ແນະນຳ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ” (ຂໍ້ 9, ມາດຕາ 100 ລັດຖະທຳ​ມະນູນປີ 1980). ອົງການ​ໄອ​ຍະການປະຊາຊົນ​ສູງ​ສຸດ “ຕິດຕາມ​ກວດກາການ​ປະຕິບັດ​ຕາມ​ກົດໝາຍ​ຂອງ​ບັນດາ​ກະຊວງ ​ແລະ ອົງການ​ອື່ນ​ສັງກັດ​ສະພາ​ລັດຖະມົນຕີ, ບັນດາ​ອົງການ​ປົກຄອງ​ທ້ອງ​ຖິ່ນ, ການຈັດ​ຕັ້ງ​ສັງຄົມ ​ແລະ ບັນດາ​ກົມ​ກອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ...” (ມາດຕາ 138 ລັດຖະທຳ​ມະນູນປີ 1980). ​ເຖິງ​ວ່າລັດຖະທຳ​ມະນູນມີ​ຂໍ້​ກຳນົດ​ຕ່າງໆ​ເທິງ​ນີ້​ກໍ​ຕາມ, ​ແຕ່ ຍ້ອນ​ການຈັດຕັ້ງ​ອຳນາດ​ລັດ​ຕາມ​ຫຼັກການລວມສູນ​ອຳນາດ​ສັງຄົມ​ນິຍົມ ອຳນາດ​ລັດ​ຈຶ່ງ​ບໍ່​ໄດ້ຈັດ​ແບ່ງ​ຢ່າງຈະ​ແຈ້ງ ​ແລະ​ ຍ້ອນ​ແນວ​ນັ້ນ, ກົນ​ໄກກວດກາ​ອຳນາດ​ລັດຈຶ່ງ​ຍັງ​ບໍ່​ມີພື້ນຖານ​ເພື່ອ​ກຳ​ເນີ​ດຂຶ້ນ. ດັ່ງ​ນັ້ນ, ກົນ​ໄກກວດກາ​ອຳນາດ​ລັດຍັງ​ບໍ່​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຖືກຕ້ອງ​ຕາມ​ຄວາມ​ໝາຍ​ຂອງ​ມັນ ຊຶ່ງ​ແນ​ໃສ່​ຮັບປະກັນ​ການ​ປະຕິບັດ​ອຳນາດ​ລັດຕາມ​ຂອບ​ເຂດ​ກຳນົດ​ຂອງລັດຖະທຳ​ມະນູນ ທີ່​ປະຊາຊົນໄດ້ມອບ​ໝາຍ​ໃຫ້.

​ໃນ​ສະ​ໃໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ຮັບ​ຮູ້ຂອງ​ພັກ​ແລະ​ລັດ​ຫວຽດນາມ ກ່ຽວ​ກັບ​ການກວດກາ​ອຳນາດ​ລັດ ​ໄດ້​ມີ​ການ​ຂະ​ຫຍາ​ຍຕົວ​ທາງ​ດ້ານ​ຄຸນ​ນະພາ​ບ​ເທື່ອ​ລະ​ກ້າວ. ກ່ອນ​ອື່ນ​ໝົດ, ​ໃນ​ບັນດາ​ເອກະສານ​ຂອງ​ພັກ​ແລະ​ລັດ, ການ​ຮັບ​ຮອງ ລັດ​ເຮົາ​ເປັນ​ລັດ​ແຫ່ງ​ກົດໝາຍ​ສັງຄົມ​ນິຍົມ ນັ້ນ ​ເປັນ​ບາດກ້າວ​ບຸກທະລຸ​ທາງ​ດ້ານ​ຄວາມ​ຮັບ​ຮູ້ ​ເພື່ອ​ຫັນປ່ຽນ​ເທື່ອ​ລະ​ກ້າວ ຈາກ​ການຈັດ​ຕັ້ງ​ອຳນາດ​ລັດ​ຕາມ​ຫຼັກການລວມສູນ​ອຳນາດ​ສັງຄົມ​ນິຍົມ ມາ​ເປັນ​ການຈັດ​ຕັ້ງ​ອຳນາດ​ລັດ​ຕາມ​ຫຼັກການ​ຈັດ​ແບ່ງ​ອຳນາດ​ລັດ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ. ຕາມ​ຫຼັກການລວມສູນ​ອຳນາດ​ສັງຄົມ​ນິຍົມ, ​ເຖິງ​ວ່າອຳນາດ​ລັດ​ເປັນ​ຂອງ​ປະຊາຊົນ​ກໍ​ຕາມ ​ແຕ່​ປະຊາຊົນ​ບໍ່​ປະຕິບັດອຳນາດ​ລັດຂອງ​ຕົນ​ດ້ວຍ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງໄດ້, ​ເຊິ່ງຕ້ອງ​ຜ່ານສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ. ​ເພາະສະ​ນັ້ນ, ປະຊາຊົນ​ຈຶ່ງ​ບໍ່​ໄດ້​ຮັບ​ຮູ້​ວ່າ​ເປັນ​ເຈົ້າພາບ​ສູງ​ສຸດ​ຂອງ​ອຳນາດ​ສ້າງລັດຖະທຳ​ມະນູນ, ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຖື​ກລັດຖະທຳ​ມະນູນກຳນົດ​ວ່າ ​ເປັນ​ອົງການ​ໜຶ່ງ​ດຽວ​ທີ່​ມີ​ສິດ​ສ້າງລັດຖະທຳ​ມະນູນ ​ແລະ ສ້າງ​ກົດໝາຍ. ດັ່ງ​ນັ້ນ, ລັດຖະທຳ​ມະນູນບໍ່​ແມ່ນ​ພາຫະນະ​ນິຕິ​ທຳ​ສູງ​ສຸດ​ທີ່ປະຊາຊົນ​​ໃຊ້​ເພື່ອມອບ​ສິດ ມອບ​ອຳນາດ (ອຳນາດ​ລັດ) ຂອງ​ຕົນ​ໃຫ້ສະພາ​ແຫ່ງ​ຊາດ, ລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ ​ແລະ ບັນດາ​ອົງການອື່ນ​ຂອງ​ລັດ. ຕາມ​ນັ້ນ, ລັດຖະທຳ​ມະນູນບໍ່​ຖືກ​ຖື​ວ່າ​ເປັນພາຫະນະ​ນິຕິ​ທຳ​ສູງ​ສຸດໜຶ່ງ​ດຽວ​ ເພື່ອ​ຈຳກັດ​ອຳນາດ​ລັດ, ບັງຄັບ​ໃຫ້​ລັດ​ຕ້ອງ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງລັດຖະທຳ​ມະນູນ.

​ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ປີ 1991) ​ໄດ້​ວາງ​ຫຼັກການ​ໃໝ່​ໜຶ່ງ​ ກ່ຽວ​ກັບ​ການຈັດ​ຕັ້ງ​ອຳນາດ​ລັດ​ ໃນ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຢູ່​ປະ​ເທດ​ຫວຽດນາມ ຄື: “ລັດ​ຫວຽດນາມ​ລວມສາມ​ອຳນາດ ​​ນິຕິບັນຍັດ ​ບໍລິຫານ ​ແລະ ​ຕຸລາການເປັນ​ເອກະ​ພາບ ດ້ວຍ​ການ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ​ລະຫວ່າງ​ສາມ​ອຳນາດ​ນັ້ນ”. ​ເຖິງ​ວ່າ​ໃນ​ຫຼັກການ​ນີ້​ຍັງ​ບໍ່​ທັນ​ມີ​ປັດ​ໃຈ​ກວດກາ​ອຳນາດ​ລັດ​ກໍ​ຕາມ, ​ແຕ່ ນີ້​ແມ່ນ​ບາດກ້າວ​ປ່ຽນ​ແປງ​ໃໝ່ທີ່​ເປັນ​ພື້ນຖານ​ທີ່​ສຸດ​​ໃນ​ຈິນຕະນາການ​ກ່ຽວ​ກັບ “ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ຫວຽດນາມ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະ​ຊົນ” ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ​ໄດ້​ຢືນຢັນ. ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍກາຍ​ເປັນ​​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ແລະ ລັດ, ມັນ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ກວມ​ລວມທັງ​ໝົດ​ທຸກ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ແຫ່ງ​ລັດ. ຕາມ​ນັ້ນ, ປີ 2001, ລັດ​ຫວຽດນາມ​ໄດ້​ດຳ​ເນີນ​ແກ້​ໄຂ​ດັດ​ແປງ​ມາດຕາ​ຈຳນວນ​ໜຶ່ງ​ ຂອງລັດຖະທຳ​ມະນູນ​ປີ 1992 ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ລັດ​ ເພື່​ອຫັນທັດສະນະ ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ເປັນ​ນິຕິ​ກຳ, ​ແລະ​ຢັ້ງຢືນ: “ລັດ​ຂອງ​ເຮົາ​ແມ່ນລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ. ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ ​ແລະ ສົມທົບ​ລະຫວ່າງ​ບັນດາ​ອົງການ​ລັດ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ ນິຕິບັນຍັດ, ບໍລິຫານ, ຕຸລາການ”. ​ເປັນ​ຄັ້ງ​ທຳ​ອິດ ທີ່ຄຳ​ສັບ ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ​ແລະ​ຫຼັກການ “​ແບ່ງ​ງານ, ສົມທົບ...” ​ໄດ້​ລະບຸ​ຢ່າງ​ສະຫງ່າ​ຈະ​ແຈ້ງ​ໄວ້​ໃນ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ ສສ ຫວຽດນາມ. ນີ້​ແມ່ນ​ຮາກ​ຖານ​ເພື່ອ​ແນ່ນອນ​ຈະ​ພາ​ໄປ​ເຖິງ​ຄວາມ​ຮັບ​ຮູ້​ວ່າ ​ຕ້ອງ​ກວດກາ​ອຳນາດ​ລັດ ​ໃນ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງພັກ. ​​ໃນເອກະ​ສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X, ​ໃນ​ຫົວ​ຂໍ້ “ສືບ​ຕໍ່ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ” ​ໄດ້​ເວົ້າ​ເຖິງ​ບັນຫາ “ກໍ່ສ້າງ, ປັບ​ປຸລບູລະນະ​ກົນ​ໄກ​ກວດກາ, ຕິດຕາມ​ກວດກາ​ລັກສະນະ​ຖືກ​ລັດຖະທຳ​ມະນູນ, ຖືກ​ກົດໝາຍ ​ໃນ​ການ​ເຄື່ອນ​ໄຫວ ​ແລະ ​ການ​ຕັດສິນ​ຕົກລົງ​ຂອງ​ບັນດາ​ອົງການ​ພາກ​ລັດ”, ​ໃນ​ນັ້ນ ​ໄດ້​ລົງ​ເລິກ​ໃນ​ບັນຫາ “ກໍ່ສ້າງ​ກົນ​ໄກ​ຕັດສິນ​ກ່ຽວ​ກັບ​ການລະ​ເມີດລັດຖະທຳ​ມະນູນ ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ”. ອາດ​ຈະ​ຖື​ໄດ້​ວ່າ ນີ້​ແມ່ນ​ຄວາມ​ຮັບ​ຮູ້​ໃໝ່, ການ​ປ່ຽນ​ແປງ​ທາງ​ດ້ານ​ຄຸນ​ນະພາ​ບ​ໃນ​ຈິນຕະນາການ​ທິດ​ສະ​ດີ. “ສິດ​ອຳນາດ​ລັດ​ທັງ​ໝົດ​ແມ່ນຂອງ​ປະຊາຊົນ” ທີ່​ບັນດາລັດຖະທຳ​ມະນູນສະບັບ​ກ່ອນ​ຮັບ​ຮູ້ ​ແລະ ຢັ້ງຢືນ​ນັ້ນ ມາ​ເຖິງ​ເວລາ​ນີ້ຈຶ່ງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ​ແລະ ​ເປັນ​ເອກະ​ພາບ. ຍ້ອນ​ວ່າ, ຖ້າ​ຫາກ​ບໍ່​ຮັບ​ຮູ້ວ່າ​ ອຳນາດ​ສ້າງ​ລັດຖະທຳ​ມະນູນ​ເປັນ​ອຳນາດ​ກົກ, ອຳນາດ​ທີ່ຈັດ​ສ້າງ​ອຳນາດນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການຂຶ້ນ; ບໍ່​ຮັບ​ຮູ້​ວ່າ ອຳນາດ​ສ້າງ​ລັດຖະທຳ​ມະນູນສູງ​ກວ່າ​ອຳນາດນິຕິບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາການ ກໍ​ຈະ​ບໍ່​ອາດ​ຮັບ​ຮູ້​ຖືກຕ້ອງ​ວ່າ “ສິດ​ອຳນາດ​ລັດ​ທັງ​ໝົດ​ແມ່ນຂອງ​ປະຊາຊົນ” ​ແລະ ບໍ່​ມີ​ພື້ນຖານ​ເພື່ອ​ໃຫ້ກົນ​ໄກກວດກາ​ອຳນາດ​ລັດ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງ​ຄົບ​ຖ້ວນ ​ແລະ ຖືກຕ້ອງ​ໄດ້.

ຈາກ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ການກວດກາ​ອຳນາດ​ລັດ​ ທີ່​ໄດ້​ລະບຸ​ໄວ້​ໃນ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ, ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ປີ 2011) ​ໄດ້​ນຳ​ເອົາ​ປັດ​ໄຈ​ໃໝ່​ໜຶ່ງ​ ເຂົ້າ​ໃນ​ຫຼັກການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ ຂອງລັດແຫ່ງອຳນາດ​ກົດໝາຍ​ສັງ​ຄົມ​ນິຍົມຫວຽດນາມ, ນັ້ນ​ແມ່ນ ກວດກາ​ອຳນາດ​ລັດ​. ອາດ​ຈະ​ເວົ້າ​ໄດ້​ວ່າ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໃນ​ເອກະສານ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບຮອງຫຼັກການ​ອັນ​ພື້ນຖານ​ໜຶ່ງ​ ກ່ຽວ​ກັບການ​ຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງ​ຄົມ​ນິຍົມ, ທີ່​ບັນຈຸ​ຢ່າງ​ຄົບ​ຖ້ວນບັນດາ​ຄຸນຄ່າ​ໃໝ່​ທາງ​ດ້ານ​ຄຸນ​ນະພາ​ບ ທຽບ​ກັບ​ຫຼັກການ​ຈັດ​ຕັ້ງແລະເຄື່ອນ​ໄຫວ​ຂອງລັດ ​​ໃນ​ລັດ​ລວມສູນ​ອຳນາດສັງ​ຄົມ​ນິຍົມ. ນັ້ນ​ແມ່ນ​ຫຼັກການ: ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປາ​ສານສົມທົບ ​ແລະ ກວດກາ​ ລະຫວ່າງ​ບັນດາ​ອົງການ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ ນິຕິບັນຍັດ ບໍລິຫານ ຕຸລາການ. ​ເພື່ອ​ຫັນ​ຫຼັກການ​ນີ້​ເປັນ​ນິຕິ​ກຳ, ລັດຖະທຳ​ມະນູນປີ 2013 ​ໄດ້​ປະກາດ​ຢ່າງ​ສະຫງ່າ​ຈະ​ແຈ້ງ​ຢູ່​ມາດຕາ 2 ວ່າ: “1- ລັດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ​ ເປັນ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ; 2- ລັດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ​ໂດນ​ປະຊາຊົນ​ເປັນ​ເຈົ້າ; ສິດ​ອຳນາດ​ລັດ​ທັງ​ໝົດ​ແມ່ນ​ຂອງ​ປະຊາຊົນ ​ເຊິ່ງຮາກ​ຖານ​ຂອງ​ມັນ​ແມ່ນ ພັນທະ​ພາບລະຫວ່າງ​ຊົນ​ຊັ້ນ​ກຳມະກອນ ກັບ​ຊົນຊັ້ນ​ກະສິກອນ ​ແລະ ຖັນ​ແຖວ​ປັນຍາ​ຊົນ; 3- ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປະສານ​ສົມທົບ, ກວດກາ ລະຫວ່າງ​ບັນດາ​ອົງການ​ລັດ​ ໃນ​ການ​ປະຕິບັດ​ບັນດາ​ອຳນາດ ​ນິຕິບັນຍັດ ບໍລິຫານ ຕຸລາການ”.

​ເປັນ​ອັນວ່າ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການກວດກາ​ອຳນາດ​ລັດ​ ທີ່​​ເລີ່​ມ​ຈາກຕົວ​ແບບ​ລວມສູນ​ອຳນາດສັງຄົມ​ນິຍົມ, ບໍ່​ຖື​ການກວດກາ​ອຳນາດ​ລັດ​ເປັນຄວາມ​ຈຳ​ເປັນ​ພາວະ​ວິ​ໄສ ມາ​ເຖິງ​ການ​ຮັບ​ຮູ້​ລັດ​ແຫ່ງ​ອຳນາດ​ກົດໝາຍ ​ເຊິ່ງ​ໃນ​ນັ້ນ ການກວດກາ​ອຳນາດ​ລັດ​​​ເປັນ​ພາກສ່ວນ​ປະກອບ​ ທີ່​ບໍ່​ອາດຂາດ​ໄດ້​ໃນ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ລັດນັ້ນ ຕ້ອງ​ຜ່ານ​ຂະ​ບວນວິວັດ​ເປັນ​ເວລາ 20 ປີ. ນັ້ນ​ແມ່ນຂະ​ບວນ​ວິວັດ​ແຫ່ງ​ການ​ສືບ​ທອດ ​ແລະ​​ຂະຫຍາຍຈິນຕະນະ​ການ, ຕໍ່ສູ້​ກັບ​ທັດສະນະ ​ແລະ ຄວາມ​ຊິນເຄີຍ​​ຂອງ​ຕົວ​ແບບ​ລວມສູນ​ອຳນາດສັງຄົມ​ນິຍົມ, ຍ້ອນ​ແຮງ​ເຊື່ອຍ​ຂອງ​ຕົວ​ແບບ​ນີ້ ​ຍ້ອນ​ມັນໄດ້​ຄົງ​ຕົວ​ໃນ​ຫຼາຍ​ທົດ​ສະ​ວັດ, ປົ່ງ​ຮາກ​ລົງ​ເລິກ ​ເກາະ​ຫ້ອຍ​ໃນ​ຈິນຕະນາການ​ຂອງ​ຫຼາຍ​ຄົນ ​ເຊິ່ງບໍ່​ອາດ​ປ່ຽນ​ແປງ​ຢ່າງ​ໄວ​ໄດ້. ນັບ​ແຕ່​ການສະ​ເໜີ​ແຜນ​ນະ​ໂຍບາຍ​ປະຕິ​ຮູບ​ກົງຈັກ​ແຫ່ງ​ລັດຢ່າງ​ແຂງ​ແຮງຢູ່​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ (ປີ 1986) ​ເຖິງ ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ປີ 1991) ທີ່​ຮັບ​ຮອງ​ລັດ​ຫວຽດນາມ​​ເປັນ​ລັດ​ທີ່ລວມສາມ​ອຳນາດ​ນິຕິບັນຍັດ ບໍລິຫານ ​ແລະຕຸລາການ ​ເປັນ​ເອກະ​ພາບ ດ້ວຍ​ການ​ຈັດແບ່ງຢ່າງ​ຈະ​ແຈ້ງ​ລະຫວ່າງ​ສາມ​ອຳນາດ​ດັ່ງກ່າວ; ​ແລ້ວ​ເຖິງ​ການ​ຮັບ​ຮູ້ “ລັດ​ຂອງ​ເຮົາ... ​ເປັນ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ”, ຂັບ​ເຄື່ອນ​ຕາ​ມຫຼັກການ​ອັນພື້ນຖານ “​ອຳນາດ​ລັດl​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ ປະສານ​ສົມທົບ ກວດກາ ລະຫວ່າງ​ບັນດາ​ອົງການລັດ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ ບໍລິຫານ ​ແລະ ຕຸລາການ” ນັ້ນ​ແມ່ນ​ເປັນ​ຂະ​ບວນວິວັດ​ໜຶ່ງ. ພິຈາລະນາ​ທາງ​ດ້ານ​ເວລາ, ຂະ​ບວນວິວັດນີ້​ເຖິງ​ວ່າ​ຍາວ​ກໍ​ຕາມ ​ແຕ່​ມັນ​ເປັນ​ການ​ເຄື່ອນ​​ເໜັງ​ທີ່​ຈຳ​ເປັນ​ຂອງ​ຄວາມ​ຮັບ​ຮູ້ ດ້ວຍ​ການ​ປ່ຽນ​ແປງ ​ແລະ ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ​ ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່​ແຕ່​ລະສະ​ໄໝ​ຂອງ​ພັກ.

ພຶດຕິ​ກຳ​ແຫ່ງ​ການ​ຂັບ​ເຄື່ອນ​ ຂອງ​ກົນ​ໄກກວດກາ​ອຳນາດ​ລັດ​ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຈາກ​ການ​ຜັນ​ປ່ຽນ​ແລະ​ປ່ຽນ​ແປງ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ທິດ​ສະ​ດີ​ດັ່ງກ່າວ​ເທິງ​ນີ້, ກົນ​ໄກກວດກາ​ອຳນາດ​ລັດ​ກໍ​ໄດ້​ກຳ​ເນີ​ດຂຶ້ນ​ເທື່ອ​ລະ​ກ້າວ ​ແລະ ​ໄດ້​ຂັບ​ເຄື່ອນ​ໃນ​ພາກ​ຕົວ​ຈິງ ​ເຊິ່ງສະ​ແດງ​ອອກ​ຢ່າງ​ລະອຽດ​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ສູງ​ສຸດ​ຂອງສະພາ​ແຫ່ງ​ຊາດ ​ແລະ ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ຂອງສະພາ​ແຫ່ງ​ຊາດ ​ແລະ ຂອງ​ສະມາຊິກສະພາ​ແຫ່ງ​ຊາດ ​ໄດ້​ເພີ່ມ​ທະວີ​ຫຼາຍ​ກວ່າ​​ແຕ່ກ່ອນ. ທຽບ​ກັບລັດຖະທຳ​ມະນູນປີ 1959 ​ແລະລັດຖະທຳ​ມະນູນປີ 1980, ອາດ​ຈະ​​ເຫັນ​ວ່າ, ລັດຖະທຳ​ມະນູນປີ 1992 ​ແລະລັດຖະທຳ​ມະນູນປີ 1992 ​ປັບປຸງ​ປີ 2001 ​ໄດ້​ມອບ​ໃຫ້ສະພາ​ແຫ່ງ​ຊາດມີ​​ຮູບ​ການ​ປະຕິບັດ​ສິດ​ຕິດຕາມ​ກວດກາ ຫຼາຍຮູບ​ການ​ທີ່​ສຸດ - ນັບ​ແຕ່ການ​ພິຈາລະນາ​ລາຍ​ງານ​ວຽກງານ​ຂອງ​ປະທານ​ປະ​ເທດ, ຄະນະ​ປະຈຳການ​ສະພາ​ແຫ່ງ​ຊາດ, ລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ພິຈາລະນາ​ເອກະສານ​ກົດໝາຍຂອງ​ປະທານ​ປະ​ເທດ, ນາຍົກລັດຖະມົນຕີ, ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ທີ່​ມີ​ເຄື່ອງ​ສະ​ແດງ​ວ່າ​ຝືນ​ກັບລັດຖະທຳ​ມະນູນ, ກົດໝາຍ, ມະຕິ​ຂອງສະພາ​ແຫ່ງ​ຊາດ, ຈົນ​ເຖິງ​ພິຈາລະນາ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ປະທານ​ປະ​ເທດ, ປະທານ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ ແລະ ບັນດາ​ສະມາຊິກ​ອື່ນ​ຂອງ​ລັດຖະບານ, ປະທານ​ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ສ້າງ​ຕັ້ງ​ຄະນະກຳມະການ​ຊົ່ວຄາວ​ເພື່ອ​ສືບສວນ​ກ່ຽວ​ກັບ​ບັນຫາ​ທີ່​ແນ່ນອນ​ໜຶ່ງ ​ແລະ ພິຈາລະນາ​ລາຍ​ງານ​ຜົນ​ການ​ສືບສວນ​ຂອງ​ຄະນະ​ກຳ​ມະ​ການ (ມາດຕາ 7 ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຂອງສະພາ​ແຫ່ງ​ຊາດ​ປີ 2003). ມາ​ຮອດລັດຖະທຳ​ມະນູນປີ 1992 ປັບປຸງ​ປີ 2001 ​ໄດ້​ເພີ່ມ​ເຕີມ​ຮູບ​ການ “ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ” ຕໍ່​ກັບບັນດາສັກ ​ທີ່ສະພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ ​ແລະ ອະ​ນຸມັດ. ສະພາ​ແຫ່ງ​ຊາດບໍ່​ພຽງ​ແຕ່​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ເທົ່າ​ນັ້ນ ຫາກ​ຍັງ​ຕິດຕາມ​ກວດກາ​ບັນດາ​ເອກະສານ​ກຳນົດກົດໝາຍ​ຂອງບັນດາ​ອົງການ ​ແລະ ບຸກຄົນ​ທີ່ສະພາ​ແຫ່ງ​ຊາດ​ໄດ້​ສ້າງ​ຕັ້ງ ​ແລະ ​ເລືອກ​ຕັ້ງ​ຂຶ້ນ. ດັ່ງ​ນັ້ນ, ສະພາ​ແຫ່ງ​ຊາດຖືກ​ຖື​ວ່າ​ເປັນ​ສະ​ຖາ​ບັນ​ທີ່​ສຳຄັນ​ທີ່​ສຸດ​ໃນ​ກົນ​ໄກກວດກາ​ອຳນາດ​ລັດ​. ພາກ​ຕົວ​ຈິງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ວຽກ​ງານ​ຕິດຕາມ​ກວດກາ​ສູງ​ສຸດ​ຂອງສະພາ​ແຫ່ງ​ຊາດ, ຕິດຕາມ​ກວດກາ​ຂອງ​ສະພາ​ບັນດາ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງສະພາ​ແຫ່ງ​ຊາດ, ບັນດາ​ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ, ພິ​ເສດ​ແມ່ນ ການ​ເຄື່ອນ​ໄຫວ​ຊັກ​ຖາມຢູ່​ທີ່​ສະພາ, ​ໄດ້​ຮັບ​ການ​​ເພີ່ມ​ທະວີ, ​ແລະ ​ເບິ່ງ​ລວມ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ປະຊາຊົນ.

ທີ​ສອງ, ​ໃນ​ກົງຈັກ​ບໍລິຫານ, ວຽກ​ງານ​ຕິດຕາມ​ກວດກາ ກວດກາ​ຮັບ​ໃຊ້​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ ກໍ​ໄດ້​ຮັບ​ການ​ເພີ່ມ​ທະວີ, ປະກອບສ່ວນ​ເຂົ້າ​ໃນການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ແລະ ຕໍ່ສູ້ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ທີ​ສາມ, ໜັງສືພິມ ​ແລະ ບັນດາ​ພາຫະ​ນະ​ສື່​ມວນ​ຊົນ ​ເບື້ອງ​ຕົ້ນໄດ້​ປະກອບສ່ວນ​​ເຂົ້າ​ໃນ​ການກວດກາ​ອຳນາດ​ລັດ​ ດ້ວຍ​ຖານະ​ນາມ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ປະກອບ​ເປັນ​ກົນ​ໄກກວດກາ​ອຳນາດ​ລັດ​ ທີ່ຢູ່​ນອກກົງຈັກ​ແຫ່ງ​ລັດ.

​ແຕ່​ວ່າ, ກົນ​ໄກກວດກາ​ອຳນາດ​ລັດກໍຍັງ​ມີ​ດ້ານ​​ຄົງຄ້າງຕົ້ນຕໍ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທາງ​ດ້ານ​ຄວາມ​ຮັບ​ຮູ້, ຄວາມ​ເຄີຍ​ຊິນ​ອັນ​ເປັນ​ມູນ​ເຊື້ອ​ນ ຂອງ​ຕົວ​ແບບ​ຈັດ​ຕັ້ງ​ອຳນາດ​ລັດຕາມ​ຫຼັກການ​ລວມສູນ​ອຳນາດສັງຄົມ​ນິຍົມ ​ໄດ້​ຫັນ​ເປັນ​ເດັດ​ຖານ, ກາຍ​ເປັນ​ແຮງ​ເຊື່ອຍ, ກີດຂວາງ​ການ​ປະຕິບັດ​ຈິນຕະນາການ, ຄວາມຮັບ​ຮູ້​ໃໝ່ຕ່າງໆ. ​ເພາະສະ​ນັ້ນ, ກົນ​ໄກກວດກາ​ອຳນາດ​ລັດ​, ພິຈາລະນາ​ທາງ​ດ້ານ​ຄວາມ​ຮັບ​ຮູ້, ​ເຫັນ​ວ່າ​ມັນ​ຍັງ​ມີ​ຫຼາຍ​ບັນຫາ​ທີ່​ຂັດ​ແຍ່ງ​ກັນ, ບໍ່​ເປັນ​ເອກະ​ພາບ​ນຳ​ກັບ. ຕົວຢ່າງ, ລັດຖະທຳ​ມະນູນປີ 2013 ຮັບ​ຮູ້​ປະຊາຊົນ​ເປັນ​ເຈົ້າພາບ​ຂອງ​ອຳນາດ​ສ້າງ​ລັດຖະທຳ​ມະນູນ, ​ເປັນ​ຜູ້ “ກໍ່ສ້າງ, ປະຕິບັດ ​ແລະ ປົກ​ປັກ​ຮັກສາລັດຖະທຳ​ມະນູນ” (ຄຳ​ນຳ), ​ແຕ່​ຍັງ​ບໍ່​ທັນ​ຮັບ​ຮອງ​ກົນ​ໄກ​ພິພາກສາ​ຄະດີ​ລະ​ເມີດລັດຖະທຳ​ມະນູນ ​ໃນ​ການ​ປະຕິບັດບັນດາ​ອຳນາດ​ນິຕິບັນຍັດ ບໍລິຫານ ​ແລະ ຕຸລາການ, ຄື​ດັ່ງ​ທີ່​ເອກະສານ​ໄດ້​ລະບຸ​ໄວ້. ດັ່ງ​ນັ້ນ, ການ​ເຄື່ອນ​ໄຫວ​ສ້າງກົດໝາຍ​ຂອງສະພາ​ແຫ່ງ​ຊາດຍັງ​ບໍ່​ທັນ​ມີ​ກົນ​ໄກ​ເພື່ອ​ກວດກາ. ອາດ​ຈະ​ເວົ້າ​ໄດ້​ວ່າ, ພັກ​ໄດ້​ຊີ້​ໃຫ້​ເຫັນຫຼາຍບັນຫາ​ໃໝ່​ທີ່​ສຸດ, ສອດຄ່ອງ​ທີ່​ສຸດ​ກັບ​ທັດສະນະ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ, ​ເຊັ່ນ “ແບ່ງ​ງານ, ປະສານ​ສົມທົບ ​ແລະ ກວດກາ​ໃນ​ການ​ປະຕິບັດບັນດາ​ອຳນາດ​ນິຕິບັນຍັດ ບໍລິຫານ ​ຕຸລາການ”... ​ເຊິ່ງຍັງ​ບໍ່​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອກະ​ພາບ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ​ເລິກ​ເຊິ່ງ ຢູ່​ໃນ​ບັດ​ກາ​ກົດໝາຍ, ​ເປັນ​ຕົ້ນ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງກົງຈັກ​ແຫ່ງ​ລັດ ທີ່​ໄດ້​ປະການ​ໃຊ້​ພາຍຫຼັງ​ທີ່ລັດຖະທຳ​ມະນູນປີ 2013 ມີ​ຄວາມ​ສັກສິດ.

ທາງ​ດ້ານ​ພຶດຕິ​ກຳ, ກົນ​ໄກກວດກາ​ອຳນາດ​ລັດ​ຢູ່​ປະ​ເທດ​ຫວຽດນາມ​ປັດຈຸບັນ, ນັບ​ທັງ​ພາຍຫຼັງ​ທີ່​ມີລັດຖະທຳ​ມະນູນປີ 2013 ​ແລ້ວ ​ກໍ​ຍັງ​ບໍ່ທັນ​ສົມບູນ​ເທື່ອ. ຍັງ​ບໍ່​ມີກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ​ທີ່​ເປັນ​ເອກະລາດ, ຄື​ດັ່ງ​ທີ່​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ໄດ້​ລະບຸ: “ກໍ່ສ້າງ​ກົນ​ໄກ​ຕັດສິນ​ການລະ​ເມີດລັດຖະທຳ​ມະນູນ ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ ບໍລິຫານ ​ຕຸລາການ”. ຕາມ​ນັ້ນ, ການ​​ເຄື່ອນ​ໄຫວ​ສ້າງ​ກົດໝາຍ​ຂອງສະພາ​ແຫ່ງ​ຊາດຍັງ​ນອນ​ຢູ່​ນອກກົນ​ໄກກວດກາ​ອຳນາດ​ລັດ​.

ການ​ກວດສອບ ກວດກາ​ໃນ​ກົງຈັກ​ບໍລິຫານ​ ເປັນ​ພາຫະນະ​ຕົ້ນຕໍ​ທີ່​ຮັບ​ໃຊ້​ໃຫ້​ແກ່​ການຄຸ້ມ​ຄອງ​ບໍລິຫານ​ລັດ, ທີ່​ຖືກ​ຖື​ວ່າ​ເປັນກົນ​ໄກ​ເອກະລາດທີ່​ປະຕິບັດ​ການກວດກາ​ອຳນາດ​ລັດ​, ​ແຕ່​ໃນພາກຕົວ​ຈິງ, ອົງການ​ກວດກາ​ຂອງລັດຖະບານ ​ແລະ ກວດກາ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ເປັນ​ບັນດາ​ກົນ​ໄກ​ທີ່​ຂຶ້ນ​ກັບ​ຫົວໜ້າ​ຜູ້​ຄຸ້ມ​ຄອງ, ຮັບ​ໃຊ້​ໃຫ້​ແກ່​ການ​ຄຸ້ມ​ຄອງ​ລັດ. ​ເພາະສະ​ນັ້ນ, ການ​ກວດສອບ ກວດກາ​ໃນ​ກົງ​ຈັກ​ຄຸ້ມ​ຄອງ​ລັດ​ບໍ່​ແມ່ນ​ເປັນ​ເຈົ້າພາບ ​ແລະ ພາຫະນະກວດກາ​ອຳນາດ​ລັດ​ ຖືກຕ້ອງ​ຕາມ​ຄວາມ​ໝາຍ​ຂອງ​ມັນ.

ການຍົກ​ເລີກ​ພາລະ​ໜ້າ​ທີ່ຂອງ​ອົງການ​ໄອ​ຍະ​ການ​ ກ່ຽວ​ກັບການ​ກວດກາການ​ປະຕິບັດ​ຕາມ​ກົດໝາຍຂອງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ກຸ່ມ​ບໍລິສັດ​ແຫ່ງ​ລັດ ​ເພື່ອ​ມອບພາລະ​ໜ້າ​ທີ່ນັ້ນ​ໃຫ້​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ອົງການ​ກວດສອບ ກວດກາ​ໃນ​ກົງຈັກ​ບໍລິຫານ ພາຍຫຼັງ​ປັບປຸງລັດຖະທຳ​ມະນູນປີ 1992 ​ໃນ​ປີ 2001 ນັ້ນ ຄື​ວ່າ​​ເຮັດ​ໃຫ້ການກວດກາ​ອຳນາດ​ລັດບໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ, ​ບັນດາປະກົດ​ການ​ຫຍໍ້​ທໍ້ ​ສໍ້​ລາດ​ບັງ​ຫຼວງ​ ກໍ່​ບໍ່ຖືກຄົ້ນ​ເຜີ​ຍ​ແລະ​ແກ້​ໄຂຢ່າງ​ທັນ​ການ.

ສຳລັບ​ພາຍ​ໃນ​ພັກ, ລະບົບ​ຄະນະ​ກຳ​ມະ​ການກວດ​ກາ ​ເນື້ອ​ແທ້ກໍ​ເຮັດ​ໝ້າ​ທີ່ກວດກາ​ອຳນາດ​ລັດ​ໂດຍ​ຜ່ານ​ການ​ກວດກາ​ພະນັກງານ ສະມາຊິກ​ພັກ​ໃນ​ກົງຈັກ​ແຫ່​ງລັດ. ​ແຕ່ ຄະນະ​ກຳ​ມະ​ການກວດ​ກາຂອງ​ການຈັດ​ຕັ້ງ​ພັກ ຊ້ຳພັດ​ພຽງ​ແຕ່​ເຄື່ອນ​ໄຫວ​ເມື່ອ​ມີ​ການ​ຮ້ອງທຸກ ຟ້ອງ​ຮ້ອງ, ດັ່ງ​ນັ້ນ​ຈຶ່ງ​ຂາດ​ຄວາມ​ເປັນ​ເຈົ້າ​ການ ​ແລະ ບໍ່​ມີ​ລັກສະນະ​ຮອບດ້ານ​ຂອງ​ການກວດກາ​ອຳນາດ​ລັດ​.

ບັນດາ​ພາຫະນະ​ສື່​ມວນ​ຊົນ​ມີ​ບົດບາດ​ສຳຄັນ​ໃນ​ການ​ປະກອບສ່ວນກວດກາ​ອຳນາດ​ລັດ​, ​ແຕ່​ຍັງ​ບໍ່​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ພຽງພໍ​ເທື່ອ.

ສືບ​ຕໍ່​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ ກົນ​ໄກກວດກາ​ອຳນາດ​ລັດ​ ​ໃນ​ສະພາບ​ການ​ໃໝ່

ທີ​ໜຶ່ງ, ລັດຖະທຳ​ມະນູນປີ 2013 ​ໄດ້ຢັ້ງຢືນ​ເຈົ້າພາບກວດກາ​ອຳນາດ​ລັດ​ແມ່ນ​ປະຊາຊົນ. ມາ​ຕາ 2 ລັດຖະທຳ​ມະນູນປີ 2013 ຢັ້ງຢືນ, ທາດ​ແທ້​ຂອງ​ລັດ​ເຮົາ​ແມ່ນລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຂອງປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ. ປະຊາຊົນ​ເປັນ​ເຈົ້າ​ຂອງ​ລັດ. ດັ່ງ​ນັ້ນ, ປະຊາຊົນ​ເປັນ​ເຈົ້າພາບກວດກາ​ອຳນາດ​ລັດຂອງ​ຕົນ. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ອັນ​ຈຳ​ເປັນ​ແນ່ນ​ອນ ທີ່​ເກີດ​ມາ​ຈາກ​ຄວາມຕ້ອງການ​ອັນ​ຊອບ​ທຳ ​ແລະ ​ໂດຍທຳ​ມະດາ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ. ຍ້ອນ, ຖ້າ​ຫາກ​ບໍ່ກວດກາ​ອຳນາດ​ລັດ ອຳນາດ​ລັດ​ຈະ​ຖືກ​ເສື່ອມ​ເສຍ, ປະຊາຊົນ​ເປັນ​ເຈົ້າພາບ​ມອບ​ສິດ ມອບ​ອຳນາດ (ອຳນາດ​ລັດ) ຂອງ​ຕົນ​ໃຫ້​ລັດ ກໍ​ຈະ​ຖືກ​ເສຍ​ອຳນາດ, ຖືກລັດລ່ວງລ້ຳ​ອຳນາດ.

ຈາກ​ທັດສະນະ​ທີ່​ກ່າວ​ມາ​ເທິງ​ນີ້, ​ໃນ​ສາຍ​ພົວພັບ​ກັບ​ການກວດກາ​ອຳນາດ​ລັດ​, ມີ​ຄວາມ​ຮັບ​ຮູ້​ໃໝ່​ຫຼາຍ​ປະການ​ໄດ້​ສະ​ແດງອອກ​ສອດ​ຮ້ອຍ​ຕະຫຼອດ​ໃນລັດຖະທຳ​ມະນູນປີ 2013. ນັ້ນ​ແມ່ນ, ລັດຖະທຳ​ມະນູນປີ 2013 ​ໄດ້​ກຳນົດ ປະຊາຊົນ​ເປັນ​ເຈົ້າພາບ​ຂອງ​ການ​ສ້າງລັດຖະທຳ​ມະນູນ; ສະພາ​ແຫ່ງ​ຊາດບໍ່​ແມ່ນ​ສະ​ຖາ​ບັນໜຶ່ງ​ດຽວ​ທີ່​ມີ​ອຳນາດ​ສ້າງລັດຖະທຳ​ມະນູນ ຄື​ທີ່​ໄດ້ກຳນົດ​ໃນ​ລັດຖະທຳ​ມະນູນປີ 1992. ​ເພາະສະ​ນັ້ນ, ລັດຖະທຳ​ມະນູນປີ 2013 ​ໄດ້​ຕັ້ງ​ຮາກ​ຖານດ້ານ​ລັດຖະທຳ​ມະນູນ​ ໃຫ້​ແກ່​ການກຳ​ເນີ​ດກົນໄກກວດກາ​ອຳນາດ​ລັດຈາກ​ພາຍ​ນອກ, ໝາຍ​ຄວາມ​ວ່າ ຈາກ​ຝ່າຍ​ປະຊາຊົນ. ສະ​ແດງ​ສິ່ງ​ດັ່ງກ່າວ, ມາດຕາ 6 ລັດຖະທຳ​ມະນູນປີ 2013 ກຳນົດ, ນອກຈາກ​ການ​ປະຕິບັດ​ອຳນາດ​ລັດດ້ວຍ​ປະຊາທິປະ​ໄຕ​​ແບບຕົວ​ແທນ (​ໂດຍ​ຜ່ານສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ ບັນດາ​ອົງການ​ອື່ນ​ຂອງ​ລັດ), ປະຊາຊົນຍັງ​ປະຕິບັດ​ອຳນາດ​ລັດ​ດ້ວຍ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ, ​ເຊັ່ນ​ເລືອກ​ຕັ້ງ ​ແລະ ປົດ​ຕຳ​ແໜ່​ງໜ້າ​ທີ່ (ມາດຕາ 7); ພົນລະ​ເມືອງ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ເມື່ອ​ລັດ​ເອົາປະຊາ​ມະຕິ (ມາດຕາ 29); ພົນລະ​ເມືອງ​ມີ​ສິດ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ລັດ ​ແລະ ສັງຄົມ, ​ເຂົ້າ​ຮ່ວມ​ການ​ສົນທະນາ ​ແລະ ປະກອບ​ຄວາມ​ເຫັນ​ຕໍ່​ອົງການ​ລັດ,... (ມາດຕາ 28); ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ເປັນ​ພື້ນຖານ​ການ​ເມືອງ​ຂອງ​ອຳນາດ​ການ​ປົກຄອງປະຊາຊົນ... ຕິດຕາມ​ກວດກາ ​ແລະ ວິຈານ​ສັງຄົມ​ຕໍ່​ກັບການ​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ, ຂອງ​ຜູ້​ແທນ​ປະຊາຊົນ ​ແລະ ພະນັກງານ, ລັດຖະກອນ (ມາດຕາ 9); ພົນລະ​ເມືອງຫວຽດນາມ... ​ເຂົ້າ​ຮ່ວມ​ການ​ກວດກາ ກວດ​ສອບ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວຂອງ​ອົງການ​ລັດ​ (ມາດຕາ 10). ​ເປັນ​ອັນວ່າ, ລັດຖະທຳ​ມະນູນປີ 2013 ​ໄດ້​ວາງ​ພື້ນຖານ​ໃຫ້​ແກ່​ການສ້າງ​ຕັ້ງ​ກົນ​ໄກກວດກາ​ອຳນາດ​ລັດຂຶ້ນ​ຈາກ​ຝ່າຍປະຊາຊົນ ດ້ວຍ​ບັນດາ​ຮູບ​ການປະຊາທິປະ​ໄຕ​ໂດຍ​ກົງ. ດ້ວຍ​ບັນດາ​ການ​ກຳນົດ​ອັນ​ເປັນ​ພື້ນຖານ​ນີ້, ຕ້ອງ​ກໍ່ສ້າງ​ກົນ​ໄກ​ນິຕິ​ທຳ​ແຫ່ງ​ການປະຊາຊົນກວດກາ​ອຳນາດ​ລັດ ດ້ວຍ​ບັນດາ​ຮູບ​ການປະຊາທິປະ​ໄຕ​ໂດຍ​ກົງ (ຫຼື​ຍັງ​ໄດ້​ເອີ້ນ​ວ່າ ກົນ​ໄກກວດກາ​ອຳນາດ​ລັດ​ຈາກ​ພາຍ​ນອກ).

ທີ​ສອງ, ​ເວົ້າ​ເຖິງ​ການກວດກາ​ອຳນາດ​ລັດ​, ສິ່ງ​ທີ່​ສຳຄັນ​ກ່ອນ​ອື່ນ​ໝົດ​ແມ່ນ ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ​ຕ້ອງ​ໄດ້​ແບ່ງ​ງານ, ​ແບ່ງ​ໜ້າ​ທີ່​ຢ່າງ​ຖືກຕ້ອງ ຈະ​ແຈ້ງ​ລະຫວ່າງ​ສາມ​ອຳນາດນິຕິບັນຍັດ ບໍລິຫານ ​​ແລະ ຕຸລາການ. ມີ​ການ​ແບ່ງ​ງານ, ​ແບ່ງ​ໜ້າ​ທີ່​ຈຶ່ງ​ມີ​ພື້ນຖານ​ເພື່ອກວດກາ​ອຳນາດ​ລັດ​. ປະຊາຊົນ​ເປັນ​ເຈົ້າພາບ​ຂອງອຳນາດ​ການ​ສ້າງ​ລັດຖະທຳ​ມະນູນ, ພ້ອມ​ກັນ​ນັ້ນ ປະຊາຊົນກໍ​ເປັນ​ເຈົ້າພາບ​ຂອງ​ການຈັດແບ່ງ​​ອຳນາດ​ລັດ, ​ໂດຍ​ບໍ່​ແມ່ນສະພາ​ແຫ່ງ​ຊາດ​ເປັນ​ເຈົ້າພາບ​ຈັດ​ແບ່ງ​ອຳນາດ​ລັດ​ ຄື​​ແຕ່ກ່ອນ. ຕາມ​ຄວາມ​ຮັບ​ຮູ້​ດັ່ງກ່າວ, ລັດຖະທຳ​ມະນູນປີ 2013 ​ໄດ້​ມີ​ບາດກ້າວ​ໃໝ່​ໃນ​ການຈັດ​ແບ່ງ​ອຳນາດ​ລັດ.      

​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ​ຂອງປະ​ເທດ​ຫວຽດນາມ, ລັດຖະທຳ​ມະນູນປີ 1992 ​ໄດ້​ກຳນົດ​ອຳນາດ​ລັດ​ໄດ້​ປະກອບ​ດ້ວຍ​ສາມອຳນາດນິຕິບັນຍັດ ບໍລິຫານ ​​ແລະ ຕຸລາການ (ມາດຕາ). ​ແຕ່ ລັດຖະທຳ​ມະນູນປີ 1992 ຍັງ​ບໍ່​ທັນ​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ ອົງການ​ໃດ​ເປັນອົງການ​ນິຕິບັນຍັດ, ອົງການໃດ​ເປັນ​ອົງການບໍລິຫານ ​​ແລະ ອົງການ​ໃດ​ເປັນ​ອົງການຕຸລາການ. ລັດຖະທຳ​ມະນູນປີ 2013 ​ໄດ້​ຜ່ານ​ຜ່າ​ຂໍ້​ບົກພ່ອງ​ດັ່ງກ່າວ ດ້ວຍການ​ກຳນົດສະພາ​ແຫ່ງ​ຊາດ​ເປັນ​ອົງການ​ປະຕິບັດ​ອຳນາດ​ນິຕິບັນຍັດ, ລັດຖະບານ​ເປັນ​ອົງການ​ປະຕິບັດ​ອຳນາດ​ບໍລິຫານ ​ແລະ ສານ​ປະຊາຊົນປະຕິບັດ​ອຳນາດ​ຕຸລາການ. ການ​ຮັບ​ຮູ້​ບັນດາ​ອົງການ​ທີ່​ຕ່າງ​ກັນ ​ປະຕິບັດ​ບັນດາອຳນາດນິຕິບັນຍັດ ບໍລິຫານ ​​ແລະ ຕຸລາການ ນັ້ນ ​ເປັນ​ການ​ປ່ຽນ​ແປງ​ໃໝ່​ທີ່​ສຳຄັນ ທຽບ​ກັບ​ຕົວ​ແບບ​ລວມສູນ​ອຳນາດສັງຄົມ​ນິຍົມກ່ອນ​ໜ້າ​ນີ້. ມັນ​ສ້າງ​ເງື່ອນ​ໄຂ​ເພື່ອ​ກຳນົດ​ໜ້າ​ທີ່, ສິດ​ຂອບ​ເຂດ​ຢ່າງ​ຖືກຕ້ອງ ຈະ​ແຈ້ງ ​ລະຫວ່າງ​ບັນດາ​ອົງການສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ສານປະຊາຊົນ ​ໃນ​ການ​ປະຕິບັດອຳນາດນິຕິບັນຍັດ ອຳນາດບໍລິຫານ ​​ແລະ ອຳນາດຕຸລາການ. ນີ້​ແມ່ນ​ພື້ນຖານ​ເພື່ອກວດກາ​ອຳນາດ​ລັດ​ ​ແລະ ປະຊາຊົນມີ​ຫຼັກ​ຖານ​ເພື່ອ​ສັງ​ເກດ​ພິຈາລະນາ, ຕີ​ລາຄາ​ຄວາມ​ສັກສິດ ​ແລະ ປະສິດທິ​ຜົນ​​ແຫ່ງ​ການ​ປະຕິບັດ​ອຳນາດ​ລັດ ຂອງ​ແຕ່ລະ​ອຳນາດ​ນັ້ນ; ພ້ອມກັນນັ້ນ ກໍ​ກຳຈັດ​ແກ້​ໄຂ​ຄວາມ​ຊ້ຳ​ຊ້ອນ ຢຽບ​ໃສ່​ກັນ, ​ເອື່ອຍ​ອີງ​ກັນ ຫຼື​ບໍ່​ມີຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ອຳນາດ​ລັດ ຂອງ​ຕົວ​ແບບ​ລວ​ມສູນ​ອຳນາດ​ສັງຄົມ​ນິຍົມ ກ່ອນ​ໜ້າ​ນີ້ ​ແລະ ຂອງ​ການກໍ່ສ້າງ​ກົນ​ໄກກວດກາ​ອຳນາດ​ລັດພາຍ​ໃນ​ກົງຈັກ​ແຫ່ງ​ລັດ. ​ແຕ່, ກົນ​ໄກ​ແບ່ງ​ງານ ປະສານ​ສົມທົບ ​ແລະ ກວດກາ​ອຳນາດ​ລັດ​ຢູ່​ຂັ້ນ​ຕ່າງໆ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ. ​ໃນ​ພາກ​ຕົວ​ຈິງ, ການຈັດ​ຕັ້ງ​ກົງ​ຈັກ​ແຫ່ງ​ລັດ ​ແລ​ະ ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະ​ຖາ​ບັນຕົ້ນຕໍ​ໃນ ກົງຈັກ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ, ​ເຊັ່ນສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ລະບົບ​ຕຸລາການ ຍັງ​ມີ​ບາງ​ຈຸດ​ທີ່​ຍັງບໍ່​ທັນ​ສົມ​ເຫດ​ສົມ​ຜົນ, ຍັງ​ບໍ່​ມີ​ຄວາມ​ສັກສິດ ປະສິດທິ​ຜົນ​ແທ້​ເທື່ອ. ​ເພາະສະ​ນັ້ນ, ຕ້ອງສືບ​ຕໍ່​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ກົນ​ໄກກວດກາ​ອຳນາດ​ລັດ ລະຫວ່າງບັນດາອຳນາດນິຕິບັນຍັດ ບໍລິຫານ ​​ແລະ ຕຸລາການ (ໝາຍ​ຄວາມ​ວ່າ​ກົນ​ໄກ​ກວດກາ​ອຳນາດ​ລັດພາຍ​ໃນ​ກົງຈັກ​ແຫ່ງ​ລັດ), ຮັບປະກັນ​​ໃຫ້ບັນດາອຳນາດນິຕິບັນຍັດ ບໍລິຫານ ​​ຕຸລາການ ລ້ວນ​ແຕ່​ຖືກ​ກວດກາ.

ທີ​ສາມ, ລັດຖະທຳ​ມະນູນປີ 2013 ​ໄດ້​ສ້າງ​ຕັ້ງ​ພື້ນຖານ​ດ້ານ​ລັດຖະທຳ​ມະນູນ​ ເພື່ອກໍ່​ຮ່າງ​ສ້າງ​ຮູບ​ກົນ​ໄກ​ປົກ​ປ້ອງລັດຖະທຳ​ມະນູນ ​ໂດຍ​ກົດໝາຍ​ກຳນົດ (ມາດຕາ 119); ພ້ອມ​ກັ​ນັ້ນ ກໍ​ມອບ​ໃຫ້ “ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ສານປະຊາຊົນ, ອົງການ​ໄອ​ຍະ​ການປະຊາຊົນ, ບັນດາ​ອົງການ​ອື່ນ​ຂອງ​ລັດ ມີໜ້າ​ທີ່​ຮັບຜິດຊອບ​ປົກ​ປັກ​ຮັກສາລັດຖະທຳ​ມະນູນ”. ດັ່ງ​ນັ້ນ, ​ໃນລັດຖະທຳ​ມະນູນປີ 2013 ​ເຖິງ​ວ່າ​ຍັງ​ບໍ່​ທັນ​ມີ​ກົນ​ໄກ​ປົກ​ປ້ອງລັດຖະທຳ​ມະນູນສະ​ເພາະ​ກິດ, ​ແຕ່ ດ້ວຍ​ການ​ກຳນົດ​ໃນ​ມາດຕາ 119 ກໍ​ໄດ້​ສ້າງ​ພື້ນຖານ​ດ້ານລັດຖະທຳ​ມະນູນ ​ເພື່ອ​ກໍ່ສ້າງ​ກົນ​ໄກ​ປົກ​ປ້ອງລັດຖະທຳ​ມະນູນ​ໂດຍ​ກົດໝາຍ​ກຳນົດ. ຕາມ​ນັ້ນ, ຕ້ອງ​ສືບ​ຕໍ່​ຄົ້ນຄວ້າກໍ່ສ້າງ​ກົນ​ໄກ​ປົກ​ປ້ອງລັດຖະທຳ​ມະນູນ ​ໂດຍ​ກົດໝາຍ​ກຳ​ນັດ ​ເພື່ອ​ນຳ​ມາ​ຈັດ​ຕັ້ງ​ປະຕິບັດ​ໃນ​ເວລາ​ຕໍ່ໜ້າ.

ບັນຫາ​ອັນ​ພື້ນຖານ​ຂອງ​ການກວດກາ​ອຳນາດ​ລັດ​ແມ່ນ​ ເຮັດ​ໃຫ້​ກົງຈັກ​ແຫ່ງ​ລັດທັງມີ​ຄວາມ​ສາມາດ​ກວດກາ​ສັງຄົມ​ໄດ້, ທັງ​ມີ​ຄວາມ​ສຳຄັນ​ບໍ່​ໜ້ອຍ​ຄື ​ບັງຄັບ​ໃຫ້​ລັດ​ຕ້ອງ​ກວດກາ​ກະ​ໂຕ​ຕົນ​ເອງ​ໄດ້. ຕາມ​ນັ້ນ, ກົນ​ໄກກວດກາ​ອຳນາດ​ລັດຕ້ອງ​ເປັນ​ກົນ​ໄກ​ສັງ​ລວມທີ່​ປະກອບ​ມີ: ກົນ​ໄກກວດກາ​ອຳນາດ​ລັດຈາກ​ພາຍ​ນອກ​ ​ໂດຍ​ແມ່ນ​ບັນດາ​ພາກສ່ວນ​ທີ່​ບໍ່​ແມ່ນ​ລັດ ​ເປັນ​ຜູ້​ປະຕິບັດ; ກົນ​ໄກກວດກາ​ອຳນາດ​ລັດພາຍ​ໃນ ​​ໂດ​ຍ​ແມ່ນບັນດາອຳນາດນິຕິບັນຍັດ ບໍລິຫານ ​​ແລະ ຕຸລາການ ກວດກາ​ຊຶ່ງ​ກັນ​ແລະ​ກັນ; ​ແລະ​ກົນ​ໄກກວດກາອຳນາດ​ລັດ​ຢ່າງ​ເປັນ​ເອກະລາດ ​ໂດຍລັດຖະທຳ​ມະນູນ ​ແລະ ກົດໝາຍກຳນົດ./.

ສຈ. ດຣ. ​ເຈິ່ນງອກ​ເດື່ອງ

ອະດີ​ຮອງ​ຫົວໜ້າຫ້ອງການ​ສະພາ​ແຫ່ງ​ຊາດ

-------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 880 (​ເດືອນກຸ​ມພາ 2016)