ວກ.ອອນ​ໄລ - ລັດທິ​ເອກະ​ຊົນ​ເປັນ​ຕົ້ນ​ກຳ​ເນີ​ດ ຂອງ “ພະຍາດ​ຕ່າງໆ” ທີ່​ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ​ເສຍ​ຄົນ, ​ເຮັດ​ໃຫ້​ພັກ​ເຊື່ອມ​ໂຊມ​ປ່ຽນ​ທາດ. ລັດທິ​ເອກະ​ຊົນ​ ເປັນອັນຕະລາຍທີ່ສຸດ ​ແລະ ຍາກ​ທີ່​ຈະ​ຕ້ານ​ກັບ​ມັນ​ໄດ້ ຍ້ອນ​ວ່າ​ມັນ​ແມ່ນ​ສັດຕູ ​ທີ່​ບໍ່​ມີ​ຮູບ, “​ເປັນ​ລູກປືນ​ເຄືອບ​ນ້ຳຕານ”, ຊ້ຳພັດ ​ນອນ​ຢູ່​ໃນກະ​ໂຕ​ຮ່າງກາຍ​ ແຕ່ລະຄົນ, ​ເປັນ​ກົກ​ຮາກ ​ຂອງ​ພະຍາດ​ຕ່າງໆ ທີ່​ມີ​ການ​ຜັນ​ປ່ຽນ​ສັບສົນ ຫຼາຍ​ຮູບ​ຫຼາຍ​ແບບ ​ເຊິ່ງຄາດ​ຄະ​ເນ​ຍາກ. ນີ້​ແມ່ນ​ໄພ​ອັນຕະລາຍ​ຊ້ອນ​ແຝງ, ​ເຮັດ​ໃຫ້​ພັກ​ເສຍ​ລັກສະນະ​ປະຕິວັດ ລັກສະນະ​ຄຸນສົມບັດ ລັກສະນະ​ປະຊາຊົນ ​ເທື່ອ​​ເລັກ​ເທື່ອ​ນ້ອຍ.

ກອງປະຊຸມຄັ້ງທີ 9 (ເດືອນກຸມພາ 2016) ຂອງຄະນະຊີ້ນຳສູງກາງ ກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. (ພາບ: HH)

ຍ້ອນ​ຫຍັງ ກ່ອນ​ເມື່ອ​ລ່ວງ​ລັບ​ໄປ ລຸງ​ໂຮ່ ​ໄດ້​ໃຫ້​ເຜີຍ​ແຜ່​ນິພົນ “ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ກຳຈັດລັດທິ​ເອກະ​ຊົນ”?

ຕົ້ນ​ປີ 1969, ​ເຖິງ​ວ່າ​ຄາ​ວຽກ​ງານ​ນຳພາ​ປະ​ເທດ​ຫຼາຍ​ກໍ່ຕາມ ​ແຕ່​ລຸງ​ໂຮ່ ກໍ່​ໄດ້ຍາດ​ແຍ່ງ​ເວລາ​ຂຽນ​ນິພົນ ”ຍົກ​ສູງ​ຄຸນສົ​ມບັດ​ປະຕິວັດ, ກຳຈັດລັດທິ​ເອກະ​ຊົນ” ​ແລະ ​ໃຫ້​ລົງ​ພິມ​​ໜັງສືພິມ ປະຊາຊົນ ​ໃນ​ວັນກົງ​ກັບ​ວັນ​ສ້າງ​ຕັ້ງ​ພັກ ທີ 3 ກຸມພາ. ​ເນື້ອ​ໃນ​ຂອງ​ນິພົນ​ເວົ້າ​ເຖິງ​ສອງ​ບັນຫາ​ໃຫຍ່​ຄື ຄຸນສົມບັດ​ປະຕິວັດ ​ແລະ ລັດທິ​ເອກະ​ຊົນ - ສອງ​ບັນຫາ​ສຳຄັນ​ທີ່​ສຸດ, ມີ​ຜົນ​ກະທົບ​ເຖິງ​ຄວາມ​ດຳລົງ​ຄົງ​ຕົວ​ຂອງ​ພັກ, ຂອງ​ລະບອບ.

ນິພົນ”ຍົກ​ສູງ​ຄຸນສົ​ມບັດ​ປະຕິວັດ, ກຳຈັດລັດທິ​ເອກະ​ຊົນ” ສຸມ​ໃສ່​ເນື້ອ​ໃນ “ລັດທິ​ເອກະ​ຊົນ” ​ເຊິ່ງລຸງ​ໂຮ່ຖື​ວ່າ​ມັນເປັນ​ຕົ້ນ​ກຳ​ເນີ​ດຂອງ​ນິ​ໄສ​ບໍ່​ດີ ກໍ​ຄື​ການ​ປະ​ພຶດ​ຊົ່ວ ຂອງ​ພະນັກງານ ສະມາຊິກ​ພັກ ​ໃນ​ເວລາ​ພັກກຳ​ອຳນາດ. ລຸງ​ໃຫ້​ທັດສະນະ​ວ່າ, ຜູ້​ຕິດພະຍາດ​ເອກະ​ຊົນ​ນິຍົມ ​ເຮັດ​ວຽກ​​ໃດ​ກໍ່​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ຕົນ​ກ່ອນ​. ​ເຂົາ​​ເຈົ້າບໍ່ສົນ​ນຳ “ຕົນ​ເພື່ອ​ທຸກ​ຄົນ” ຫາກ​ມີ​ແຕ່​ຢາກ​ໃຫ້ “ທຸກ​ຄົນ​​ເພື່ອ​ຕົນ”.

​ເມື່ອ​ເວົ້າ​ເຖິງ​ຜົນ​ຮ້າຍ​ຂອງລັດທິ​ເອກະ​ຊົນ, ລຸງ​ໂຮ່​ເນັ້ນ​ວ່າ: “ຍ້ອນລັດທິ​ເອກະ​ຊົນຈຶ່ງຢ້ານ​ຫຍຸ້ງຍາກ​ລຳບາກ, ຕົກ​ໃສ່​​ຄວາມໂລບ​ມາກ​ໂລພາ ​ເສ​ເພ ຟຸມ​ເຟືອຍ​ຫຼູຫຼາ ສໍ້ລາດ​ບັງ​ຫຼວງ. ​ເຂົາ​​ເຈົ້າ​ມັກ​ກຽດ​ຊື່​ສຽງ ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ, ​ແລ່ນນຳ​ຍົດ​ຖາ​ບັນດາສັກ, ຢາກ​ມີ​ສິດ​ອຳນາດ. ​ເຂົາ​​ເຈົ້າອວດອົ່ງ​ທະ​ນົງ​ຕົວ, ຍົກ​ສູງ​ຕົນ​ເອງ, ​ຖື​ເບົາລວມ​ໝູ່​, ​ໝິ່ນປະ​ໝາດມະຫາຊົນ, ຜູກຂາດ​ສິດ ຜູກຂາດ​ອຳນາດ. ​ເຂົາ​​ເຈົ້າຫ່າງ​ເຫີນມະຫາຊົນ, ຫ່າງ​ເຫີ​ນຕົວ​ຈິງ, ຕິດພະຍາດ​ອາດຍາ​ສິດ ມັກ​ໃຊ້ຄຳສັ່ງ​ຊີ້​ຂາດ. ​ເຂົາ​ເຈົ້າ​ບໍ່​ມີນ້ຳ​ໃຈ​ພະຍາຍາມ​ບືນ​ຕົວ​ຂຶ້ນ, ບໍ່​ຍອມ​ຮ່ຳຮຽນ​ເພື່ອ​ກ້າວໜ້າ. ກໍຍ້ອນລັດທິ​ເອກະ​ຊົນ ຈຶ່ງ​ພາ​ໃຫ້​ແຕກ​ແຍກ​ຄວາມ​ສາມັກຄີ, ຂາດ​ລັກສະນະ​ຈັດ​ຕັ້ງ, ​ລະບຽບ​ວິ​ໄນ, ນ້ຳ​ໃຈ​ຮັບຜິດຊອບ​ຕ່ຳ, ບໍ່​ປະຕິບັດ​ຖືກຕ້ອງ​ຕາມ​ແນວທາງ ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ການ​ປະຕິວັດ ​ແລະ ຂອງ​ປະຊາຊົນຖືກ​ເສຍ​ຫາຍ”(1).

ລຸງ​ໂຮ່ຂຽນ ​ແລະ ​ໃຫ້​ເຜີຍ​ແຜ່​ນິພົນສະບັບ​ນີ້​ໃນ​ປີ 1969 ​ເຊິ່ງ​ເປັນ​ໄລຍະ​ເວລາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກລຳບາກ ​ແລະ​ສິ່ງ​ທ້າ​ທາຍ, ​ໃນ​ເມື່ອ​ທົ່ວ​ປະ​ເທດ​ພວມ​ລະດົມ​ທຸກ​ກຳລັງ​ໃຫ້​ແກ່​ພາລະກິດ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະລາດ, ມັນ​ຮຽກຮ້ອງ​ໃຫ້​ມີ​ນ້ຳ​ໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ ​ແລະ​ຕ້ອງ​ຍູ້​ຖອຍ ສິດຜົນປະ​ໂຫຍ​ດ​ເຫັນ​ແກ່​ສ່ວນ​ຕົວ​ທຸກ​ຢ່າງ. ດ້ວຍ​ຄວາມ​ສຳ​ພັດ​ໄວ​ຂອງ​ນັກ​ແນວ​ຄິດ​ໃຫຍ່, ຜູ້ນຳ​ທີ່​ປີ​ຊາ​ສາມາດ, ລຸງ​ໂຮ່​ໄດ້​ຄິດ​ເຫັນ​ກ່ອນ “ສັດຕູ’’ ອັນຕະລາຍ​ທີ່​ປະກົດ​ຕົວ​ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳນາດ - ນັ້ນ​ແມ່ນລັດທິ​ເອກະ​ຊົນ. ລຸງ​ຮຽກຮ້ອງ​​ໃຫ້ກຳຈັດລັດທິ​ເອກະ​ຊົນ, ກ່ອນ​ອື່ນ​ແມ່ນ​ລັດທິ​ເອກະ​ຊົນຢູ່​ໃນ​ພະນັກງານ ສະມາຊິກ​ແຕ່ລະຄົນ​ຂອງ​ພັກ. ປະທານ​ໂຮ່ຈີ​ມິນ​ໄດ້​ກ່າວ​ເຕື່ອນ 4 ບັນຫາ​ໃຫຍ່​ທີ່​ພົວພັນ​ເຖິງ​ໄພ​ອັນຕະລາຍ​ຂອງ​ພັກ​ກຳ​ອຳນາດ: ທີ​ໜຶ່ງ, ຄວາມ​ຜິດພາດ​ທາງ​ດ້ານ​ແນວທາງ​ຂອງ​ພັກ; ທີ​ສອງ, ຄວາມ​ເຊື່ອມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ຄຸນສົມບັດ​ຂອງ​ຖັນ​ແຖວ​ພະນັກງານ, ສະມາ​ຊິດ​ພັກ; ທີ​ສາມ, ຄວາມ​ຕ່ຳ​ຕ້ອຍ​ທາງ​ດ້ານ​ສະຕິ​ປັນຍາ; ທີ​ສີ່, ສະພາບຂາດ​ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດ, ຂາດ​ຈິນຕະນາການ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ປະດິດ​ສ້າງ.

​ໂດຍ​ຮັບ​ຮູ້​ໄພ​ອັນຕະລາຍ​ເຫຼົ່າ​ນັ້ນ​ໄດ້​ຢ່າງ​ເລິກ​ເຊິ່ງ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ຫຼາຍ​ມາດ​ຕະການ ວິທີ​ແກ້​ເພື່ອ​ນຳພາ​ປະຊາຊົນ ​ແລະ ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ຫວຽດນາມ​ບັນລຸ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ບົນ​ເສັ້ນທາງ​ແຫ່ງ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ.

ຮັບ​ຮູ້​ຮູບ​​ໂສມ​ຂອງລັດທິ​ເອກະ​ຊົນ ​ໃນ​ປັດຈຸບັນ

ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະບໍລິຫານ​ງານ​ສູງ​ກາງ​ພັກ ສະ​ໄໝ​ທີ XI ວ່າ​ດ້ວຍ “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປັດຈຸບັນ” ​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ: “ພະນັກງານ ສະມາຊິກ​ພັກ​ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ, ​ໃນ​ນັ້ນ​ມີ​​ພະນັກງານຖື​ບົກ​ບາດ​ນຳພາ ຄຸ້ມ​ຄອງ, ນັບ​ທັງ​ພະນັກງານ​ຂັ້ນ​ສູງ​ຈຳນວໜຶ່ງ, ຖືກ​ຊຸດ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ, ອຸດົມ​ການ​ປະຕິວັດ​ຖືກຈາງຫາຍ​ໄປ, ຕົກ​ໃສ່​ລັດທິ​ເອກະ​ຊົນ ສວຍ​ໂອກາດ, ແລ່ນນຳ​ຜົນ​ປະ​ໂຫຍດ ຊື່​ສຽງ ​ເງິນ​ຄຳ, ຫຶງສາ​ນິນທາ​ຖານະ​ຕ່ຳ​ແໜ່​ງ, ພາກສ່ວນ, ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ, ​ເຮັດ​ຕາມ​ລຳພັງ​ໃຈ, ​ໄຮ້​ຫຼັກການ”.

​ເປັນອັນ​ຈະ​ແຈ້ງວ່າ, ຖ້າ​ຫາກ​ກ່ອນ​ໜ້າ​ນີ້ ລັດທິ​ເອກະ​ຊົນ​ເປັນ​ພຽງ​ຄວາມ​ໂລບ​ມາກ​ໂລພາ, ມັກ​​ກຽດ​ຊື່​ສຽງ ຖານະ​ອຳນາດ... ຂອງ​ພະນັກງານ ສະມາຊິກ​ພັກ​ຈຳນວນ​ໜ້ອຍ​ໜຶ່ງ, ​ແຕ່​ໃນ​ປັດຈຸບັນ ມັນ​ໄດ້​ກາຍ​ເປັນ​ຂອງພະນັກງານ ສະມາຊິກ​ພັກ “ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ”, ພິ​ເສດ​ແມ່ນ​ຂອງ​ບັນດາຜູ້​ທີ່​ມີ​ຖານະຕຳ​ແໜ່ງ ມີ​ອຳນາດ, ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ຮາກ​ຖານ ຫາກ​ນັບ​ທັງ​ພະນັກງານ​ຂັ້ນ​ສູງ. ຮູບ​ສະ​ແດງ​ຂອງລັດທິ​ເອກະ​ຊົນ​ໃນ​ປັດຈຸບັນ​ໄດ້​ປະກົດ​ອອກ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​ເລິກ​ແລບ​ແນບ​ນຽນ​ທີ່​ສຸກ, ອາດ​ຈະ​ຄົ້ນ​ເຜີຍ​ໄດ້ ​ແລະ ອາດ​ຈະ​ຄົ້ນ​ເຜີຍ​​ໄດ້ຍາກ​ທີ່​ສຸດ. ຮູບ​ສະ​ແດງ​ຂອງລັດທິ​ເອກະ​ຊົນຈະ​ແຈ້ງ​ທີ່​ສຸດ​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ. ສໍ້​ລາດ​ບັງ​ຫຼວງ​ໃນ​ການ​ລົງທຶນ, ຄຸ້ມ​ຄອງ​ທີ່​ດິນ, ປະຕິບັດ​ໂຄງການ..., ​ເພື່ອ​ຫາ​ຄວາມ​ລ້ຳ​ລວຍທີ່​ຜິດ​ກົດໝາຍ​ໃຫ້ແກ່ຕົນ​ເອງ, ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດໝູ່​ພວກ, ​ໃນ​ນັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່ ​ເຮັດ​ໃຫ້​ງົບປະ​ມານເສຍ​ຫາຍ​ເປັນ​ຈຳນວນ​ຫຼາຍ ນັ້ນ​ແມ່ນ​ການ​ສໍ້​ລາດ​ບັງ​ຫຼວງ​ນະ​ໂຍບາຍ, ສໍ້​ລາດ​ບັງ​ຫຼວງ​ໃນ​ການ​ກໍ່​ສ້າງ​ພື້ນຖານ, ​ໃນ​ການວາງ​ແຜນ​ກຳ​ນົດ ​ແລະ ຫັນປ່ຽນ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ,... ພະນັກງານສໍ້​ລາດ​ບັງ​ຫຼວງມີໜ້າ​ຢູ່​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ໃນ​ລະບົບ​ການ​ເມືອງ. ​ໃນ​ນັ້ນ, ການສໍ້​ລາດ​ບັງ​ຫຼວງ​ໃຫຍ່​ມີ​ຢູ່​ນຳພະນັກງານ​ການ​ນຳ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ມີ​ທຶນ​ຂອງ​ລັດ, ​ໃນ​ບາງ​ອົງການ​ຄຸ້ມ​ຄອງ​ລັດ​ທີ່​ມີຄວາມ​ກ່ຽວ​ພັນ​ເຖິງ​ການ​ເປັນ​ທີ່​ປຶກສາ​ນະ​ໂຍບາຍ, ກໍ່ສ້າງ​ພື້ນຖານ, ​ເຈົ້າ​ຂອງ​ບັນດາ​ແຜນ​ງານ ​ໂຄງການ​ຈຸດ​ໜັກ. ​ແຜ່​ຫຼາຍ​ທີ່​ສຸດ​ແມ່ນ “ສໍ້​ລາດ​ບັງ​ຫຼວງມະ​ຍິກ​ມະ​ຍ່ອຍ” ທີ່​ສະ​ແດງ​ອອກ​ໃນ​ຖັນ​ແຖວ​ພະນັດ​ງານ ຂ້າ​ລັດຖະການ, ພິ​ເສດ​ແມ່ນ​ຢູ່​ບັນດາ​ອົງການຄຸ້ມ​ຄອງ​ບໍລິຫານ​ທີ່​ຍັງ​​ໃຊ້​ກົນ​ໄກ “ຂໍ - ​ໃຫ້”. ປະຊາຊົນ​ຮູ້ສຶກ​ຮ້ອນ​ເຄືອງ​ທີ່​ສຸດ​ເມື່ອ​ໄປ​ຫາ​ອົງການ​ບໍລິຫານ​ລັດບາງ​ອົງການ ​ເພື່ອຂໍ​ໜັງສືຕ່າງໆ​ ທີ່​ພົວພັນ​ເຖິງ​ທີ່​ດິນ, ກໍ່ສ້າງ​ເຮືອນ​ຢູ່, ຂໍ​ວຽກ​ເຮັດ​ງານ​ທຳ, ສຳມະ​ໂນ​ຄົວ, ສ້າງ​ໂຄງການ, ​ເສຍ​ພາສີອາກອນ… ຍ້ອນ​ລະບຽບ​ການ​ບໍລິຫານ​ຫຍຸ້ງ​ເຫ​ຍືອງ ​ແລະ ພະນັກງານກໍ່ບໍ່​ອຳນວຍ​ຄວາມ​ສະດວກ​ໃຫ້. ນັ້ນ​ແມ່ນ​ປະກົດ​ການ​ຊຸດ​ໂຊມ​ທາງ​ດ້າຄຸນສົມບັດ, ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ ຂອງລັດທິ​ເອກະ​ຊົນ.

ລັດທິ​ເອກະ​ຊົນກໍ່​ໄດ້​ຂະຫຍາຍຕົວ​ຢູ່​ໃນ​ຂົງ​ເຂດ​ວຽກ​ງານ​ພະນັກງານ, ​ເຮັດ​ໃຫ້​ປະຊາຊົນ​ເປັນ​ຫ່ວງ​ເປັນ​ໃຍທີ່​ສຸດ. ສະພາບ​ການ​ຕີ​ລາຄາ, ສັງ​ເກດ​ພະນັກງານ​ ດ້ວຍ​ຈິດ​ໃຈ​ບໍ່ເຫຼື້ອມ​ໃສ, ບໍ່​ພາວະ​ວິ​ໄສ; ສະພາບ​ການ​ແລ່ນນຳ​ຍົດ​ຖາ​ບັນດາສັກ, ​ແລ່ນນຳ​ສິດ​ອຳນາດ, ​ແລ່ນນຳ​ແຜນ​ກຳນົດ, ​ແລ່ນນຳ​ການ​ຜັດປ່ຽນ​ພະນັກງານ... ​ເກີດ​ຂຶ້ນ​ຢູ່​ບາງ​ສຳນັກງານອົງການ, ກົມ​ກອງ, ທ້ອງ​ຖິ່ນ, ຂະ​ແໜງ​ການ, ຄະນະ​ກຳມະການ. ພະນັກງານ​ນຳພາ ຄຸ້ມ​ຄອງ​ບາງ​ຄົນ ​ໄດ້​ຈັດ​ວາງສັບຊ້ອນຍາດຕິ​ພີ່ນ້ອງ​ຂອງ​ຕົນ ​ໃຫ້ຖື​ຕຳ​ແໜ່​ງປະຈຳການ​ທີ່​ບໍ່​ເໝາະ​ສົມ​ກັບ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ ​ແລະ ຄວາມ​ໄວ້​ວາງ​ໃຈ​ຂອງ​ພະນັກງານ ​ແລະ ປະຊາຊົນ. ພະນັກງານ​ຈຳນວນ​ໜ້ອຍ​ໜຶ່ງ​ໄດ້​ສວຍ​ໃຊ້ຕຳ​ແໜ່​ງ​ອຳນາດ​ເພື່ອ​ປົກ​ປ້ອງ​ຍາດ​ຕິພີ່ນ້ອງ, ຜູ້​ກະທຳ​ຜິດ​ ໃນ​ກໍລະນີ​ກວດກາ, ກວດການ, ສືບສວນ, ​ຟ້ອງ​ສານ, ພິພາກສາ. ສະພາບ​ການ​ກໍ່​ພັກ​ສ້າງ​ພວກ, ພາກສ່ວນນິຍົມ, “ຂົນຂວາຍ​ລະບຽງ” ຜິດ​ກັບ​ຫຼັກການ​ຂອງ​ພັກ, ການ​ພະຍາຍາມ​ສັບຊ້ອນ​ຜູ້​ບໍ່​ມີ​ຄຸນສົມບັດ, ບໍ່​ມີ​ຄວາມ​ສາມາດ​ເຂົ້າຕຳ​ແໜ່ງນີ້, ຕຳ​ແໜ່​ງນັ້ນ ​ໂດຍ​ບໍ່​ແມ່ນ​ຍ້ອນ​ການ​ຄັດ​ເລືອກ​ຄົນ ຫາກ​ແມ່ນ​ຍ້ອນ​ຄົນ​ເພື່ອ​ສັບຊ້ອນ​ວຽກ​ງານ ຫຼື​ຫາ​ວິທີ​ສັບຊ້ອນ​ຂັ້ນ​ຮອງ​ທີ່​ດ້ອຍ​ຄວາມ​ສາ​ມາດ​ກວ່າ ​ເພື່ອ​ສະດວກ​ໃນ​ການ​ຄອບ​ງຳ, ລ່ວງ​ອຳນາດ ​ແລະ ບໍ່​ອາດ​ຈະ​ແທນ​ໃຫ້​ແກ່​ຕົນ​ໄດ້. ສະພາບ​ການ​ເຫັນ​ວ່າ​ຖືກ​ແຕ່​ບໍ່​ປົກ​ປັກ​ຮັກສາ, ​ເຫັນ​ວ່າ​ຜິດ​ແຕ່​ບໍ່​ຕໍ່ສູ້ ຫຼື​ເກີດ​ແຕກ​ແຍກ​ຄວາມ​ສາມ​ຄີ​ພາຍ​ໃນຍ້ອນ​ຄວາມ​ຂັດ​ແຍ່ງ​ໃນ​ການ​ແຈກ​ຢາຍ​ຜົນ​ປະ​ໂຫຍ​ດ​ເສດຖະກິດ, ​ໃນ​ການ​ແບ່ງ​ງານ ການ​ສັບຊ້ອນ​ພະນັກງານ ກໍ່​ໄດ້​ເກີດ​ມາ​ຈາກລັດທິ​ເອກະ​ຊົນນີ້​ເອງ.

ປັດຈຸບັນ ລັດທິ​ເອກະ​ຊົນ​ໄດ້ “​ເບັ່ງ​ບານ”, ຂະຫຍາຍ​ຕົວ​ໄວ ​ແລະ ມີ​ປະກົດ​ການ​ສັບສົນ​ຫຼາຍຢ່າງ. ນີ້​ເປັນ​ການ​ນາບ​ຂູ່​ທີ່​ຮ້າຍ​ແຮງ​ຕໍ່​ການ​ຄົງ​ຕົວ​ຂອງ​ລະບອບ​ສັງຄົມ​ນິຍັມ.

ກ່ຽວ​ກັບ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດທີ່​ສະ​ແດງ​ອອກ​ຕ່າງ​ກັນ ​ແລະ ​ເກີດ​ລັດທິ​ເອກະ​ຊົນນັ້ນ ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຊີ້​ແຈ້ງວ່າ ມີ​ທັງ​ສາ​ເຫດ​ພາວະ​ວິ​ໄສ ​ແຕ່​ຕົ້ນຕໍ​ແມ່ນ​ສາ​ເຫດ​ອັດຕະວິ​ໄສ: “ພະນັກງານ, ສະມາຊິກ​ພັກ​ຂາດ​ຄວາມ​ຝຶກ​ຝົນ​ຫຼໍ່​ຫຼອມ, ບໍ່​ມີ​ເຈດ​ຈຳນົງ​ສູ້​ຮົບ, ລືມ​ໜ້າ​ທີ່​ຮັບຜິດຊອບຂອງ​ຕົນ​ຕໍ່​ກັບ​ພັກ ​ແລະ ​ປະຊາຊົນ. ການ​ຈັດ​ຕັ້ງປະຕິບັດບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ-ລັດ, ບັນດາ​ມະຕິ ຄຳ​ສັ່ງ ຂໍ້​ກຳນົດ​ກ່ຽວ​ກັບການ​ກໍ່ສ້າງ ປັບປຸງ​ພັກ ​ຢູ່​ບາງ​ແຫ່ງ​ບໍ່​ສຸດ​ກົກ​ສຸດ​ປາຍ, ລະບຽບ​ວິ​ໄນ​ບໍ່​ເຂັ້ມ​ງວດ, ​ເວົ້າ​ບໍ່​ໄປ​ຄຽງ​ຄູ່​ກັບ​ປະຕິບັດ ຫຼື​ເຮັດ​ພໍ​ເປັນ​ຮີດ. ບັນດາ​ຫຼັກການ ລວມສູນ​ປະຊາທິປະ​ໄຕ, ຕຳ​ໜິຕົນ​ເອງແລະຕຳ​ໜິໝູ່ຄູ່ ຢູ່​ຫຼາຍ​ແຫ່ງ​ບໍ່​ໄດ້​ປະຕິບັດຢ່າງ​​ແໜ້ນ​ແຟ້ນ, ທັງ​ບໍ່​ໄດ້​ກຳນົດ​ຢ່າງ​ລະອຽດ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ. ການ​ຄົ້ນ​ຄວ້າ, ດັດ​ແປງ, ປະກາດ​ໃຊ້​ກົນ​ໄກ ນະ​ໂຍບາຍ ກົດໝາຍ​ທີ່​ຖືກ​ເໝາະ​ກັບ​ວິວັດ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມນັ້ນ ກໍ່​ບໍ່​ທັນ​ການ, ​ເອກະສານ​ນິຕິກຳຫຼາຍ​ສະບັບພັດ​ຂາດຂໍ້ກຳນົດ​ການ​ລົງ​ໂທດຢ່າງ​ລະອຽດ. ກາ​ນຕີ​ລາຄາ, ຈັດ​ວາງ​ສັບ​ຊ້ອນ, ນຳ​ໃຊ້ພະນັກງານຍັງ​ມີ​ລັກສະນະຜ່ອນຜັນ​ເອົາ​ໃຈ​ກັນ, ພາກສ່ວນ​ນິຍົມ, ຍັງ​ບໍ່​ທັນ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຄົ້ນ​ເຜີຍຄົນ​ດີ ​ແລະ ມີ​ກົນ​ໄກ​ແທ້​ຈິງ​ເພື່ອນຳ​ໃຊ້​ຜູ້​ທີ່​ມີ​ຄຸນສົມບັດ ມີ​ຄວາມ​ສາມາດ, ບໍ່​ເດັດດ່ຽວ​ປ່ຽນ​ແທນ​ຜູ້​ລະ​ເມີດ​ກົດລະບຽບວິ​ໄນ, ອິດ​ທິພົນ​ຄວາມ​ນິຍົມເຊື່ອ​ຖືຕົກ​ຕ່ຳ, ອ່ອນຄວາມ​ສາມາດ... ວຽກ​ງານ​ໂຄສະນາ ອົບ​ຮົມສຶກ​ສາການ​ເມືອງ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ​ໃນ​ຫຼາຍ​ກໍລະນີ​ຍັງ​ມີ​ລັກສະນະ​ຮູບ​ການ... ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ຮັກສາ​ກົດ​ລະບຽບ ວິ​ໄນ ຢູ່​ຫຼາຍ​ແຫ່ງ ຫຼາຍ​ຂັ້ນ ຍັງ​ບໍ່​ໄດ້​ດຳ​ເນີນ​ຢ່າງ​ຮີບ​ດ່ວນ ເປັນ​ປະຈຳ. ການ​ຕໍ່ສູ້​ກັບ​ການລະ​ເມີດ​ລະບຽບ​ວິ​ໄນ ຍັງ​ມີ​ລັກສະນະ​ຜ່ອນຜັນ, ບໍ່ເຂັ້ມ​ງວດ. ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ໂດຍ​ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງຄະ​ນະ​ການ​ເມືອງ-ສັງ​ຄົມ ກໍ່​ບໍ່​ໄດ້​ເສີມ​ຂະຫຍາຍ, ປະສິດທິ​ຜົນ​ຍັງ​ບໍ່​ທັນ​ສູງ”(2).

ວິທີ​ແກ້​ຈຳນວນ​ໜຶ່ງ ​ເພື່ອ​ຄອບ​ງຳ​ກຳຈັດລັດທິ​ເອກະ​ຊົນ

ຕໍ່ສູ້​ເພື່ອ​ຄອບ​ງຳ​ກຳຈັດລັດທິ​ເອກະ​ຊົນ ​ແມ່ນ​ໜ້າ​ທີ່​ອັນ​ຍາວ​ນານ, ​ເປັນ​ປະຈຳ ​ແລະ ລຽນຕິດ, ​ແຕ່​ໃນ​ສະພາບ​ການ​ປັດຈຸບັນ​ພັດ​ມີ​ຄວາມ​ໝາຍ​ຮີບ​ດ່ວນ​ທີ່​ສຸດ. ຄື​ທີ່​ໄດ້​ເວົ້າ​ມາ​ຂ້າງ​ເທິງ, ​ເພື່ອ​​ແກ້​ໄຂ​ໂດຍ​ພື້ນຖານ “ພະຍາດລັດທິ​ເອກະ​ຊົນທີ່​ຮ້າຍ​ແຮງ” ນີ້​ຈຳ​ເປັນ​ແນ່ນອນ​ຕ້ອງ​ມີ​ຫຼາຍ​ວິທີ​ແກ້​ທີ່​ຮອບດ້ານ ຄົບ​ຊຸດ ດຸ​ເດືອດ, ​ແຕ່​ຕົ້ນຕໍ​ແມ່ນ​ບັນດາ​ວິທີ​ແກ້​ລຸ່ມ​ນີ້:

ທີ​ໜຶ່ງ, ​ເພີ່ມ​ທະວີ​ວຽກ​ງານ​ອົບຮົມ​ສຶກສາ, ຍົກ​ສູງ​ຄຸນສົມບັດ​ປະຕິ​ວັດ​ໃຫ້​ພະນັກງານ ສະມາຊິກ​ພັກ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ພະນັກງານ​ນຳພາ ຄຸ້ມ​ຄອງ.

ນີ້​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ. ຍ້ອນ​ແນວ​ນັ້ນ, ​ໃນ​ນິພົນ”ຍົກ​ສູງ​ຄຸນສົ​ມບັດ​ປະຕິວັດ, ກຳຈັດລັດທິ​ເອກະ​ຊົນ”, ປະທານ​ໂຮ່ຈີ​ມິນ​ໄດ້​ຊີ້​ແຈ້ງ: ​ເພື່ອ​ເຮັດ​ໃຫ້​ພະນັກງານ ສະມາຊິກ​ພັກ​ທັງ​ໝົດ ສົມ​ກັບ​ເປັນ​ນັກຮົບ​ປະຕິວັດ, ພັກ​ເຮົາ​ຕ້ອງ​ອອກ​ແຮງ​ເພີ່ມ​ທະວີ​ການ​ອົບຮົມ​ສຶກສາ​ໃຫ້​ທົ່ວພັກ ກ່ຽວ​ກັບ​ອຸດົມ​ຄະຕິ​ກອມ​ມູນິດ​ນິຍົມ, ກ່ຽວ​ກັບ​ແນວທາງ ນະ​ໂຍບາຍ​ຂອງ​ພັກ, ກ່ຽວ​ກັບ​ໜ້າ​ທີ່ ​ແລະ ຄຸນສົມບັດ​ຂອງ​ສະມາຊິກ​ພັກ... ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ​ ຕ້ອງຖືຜົນ​ປະ​ໂຫຍ​ດຂອງ​ປະຕິວັດ, ຂອງພັກ, ຂອງ​ປະຊາຊົນ ​ເປັນ​ຜົນ​ປະ​ໂຫຍ​ດສູງ​ສຸດ. ​ເພິ່ນ​ຍັງ​ບອກສອນ​ພວກ​ເຮົາ​ວ່າ: “ກໍ່​ຄື​ກັນ​ກັບ​ແມ່ນ​ນ້ຳ​ຕ້ອງ​ມີ​ຍອດ​ນ້ຳ​ຈຶ່ງ​ມີ​ນ້ຳ, ບໍ່​ມີ​ຍອດ​ນ້ຳ ​ແມ່​ນ້ຳ​ຈະ​ບົກ​ແຫ້ງ. ຕົ້ນ​ໄມ້​ຕ້ອງ​ມີ​ກົກ, ບໍ່​ມີ​ກົກ​ຕົ້ນ​ໄມ້​ຈະ​ຫ່ຽວ​ແຫ້ງ. ນັກ​ປະຕິວັດ​ຕ້ອງ​ມີ​ຄຸນສົມບັດ, ບໍ່​ມີ​ຄຸນສົມບັດກໍ່​ບໍ່​ນຳພາ​ປະຊາຊົນ​ໄດ້ ​ເຖິງ​ວ່າ​ຈະ​ເກ່ງ​ກ້າ​ສາມາດ​ປານ​ໃດ​ກໍ່ຕາມ”(3). ​ເຊື່ອມ​ຊືມຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່, ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ. ຄະນະ​ພັກ​ຂັ້ນ​ຕ່າງໆຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ໂຄສະນາ ອົບຮົມ​ສຶກສາ​ການ​ເມືອງ​ແນວ​ຄິດ, ບຳລຸງ​ທິດ​ສະ​ດີ, ບຳລຸງ​ຄວາມ​ຮູ້​ໃໝ່​ ຢ່າງ​ເປັນ​ປະຈຳ​ໃຫ້​ພະນັກງານ ສະມາຊິກ​ພັກ, ພະນັກງານ​ນຳພາ ຄຸ້ມ​ຄອງ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຂັ້ນ​ສູນ​ກາງ. ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານ​ພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ, ​ເວົ້າ​ບໍ່​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ.

ທີ​ສອງ, ພັກ ລັດ ​ມີ​ກົນ​ໄກ​ເພື່ອ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ, ບັນດາ​ຂະ​ແໜງ​ການ ​ແລະ ປະຊາຊົນ​ ຄັດ​ເລືອກ, ຈັດ​ວາງ​ສັບ​ຊ້ອນ​​ໄດ້​ຜູ້ນຳ​ໜ້າ​ທີ່ມີ​ສະຕິ​ປັນຍາ ມີ​ລະບຽບ​ວິ​ໄນ ​ແລະ ​ເປັນ​ແບບຢ່າງ.

ນີ້​ແມ່ນມາດຕະ​ການ​ສຳຄັນ​ທີ່​ສຸດ ​ແລະ ບໍ່​ແມ່ນ​ວ່າ​ຈະ​ເຮັດ​ບໍ່​ໄດ້. ພັກ​ກຳ​ອຳນາດ ​ແມ່ນ​ພະນັກງານ ສະມາຊິກ​ພັກ​ມີ​ອຳນາດ. ຖ້າ​ຫາກ ອຳນາດ​ຖືກ​ມອບ​ໃຫ້​ຜູ້​ມີ​ສະຕິ​ປັນຍາ, ດຳ​ລົງ​ຊີວິດ​ແລະ​ເຮັກ​ວຽກ​ຢ່າງ​ມີ​ລະບຽບ​ວິ​ໄນ, ​ເຄົາລົບ​ນັບຖື​ກົດໝາຍ, ຕົນ​ເອງ​ແລະ​ຄອບຄົວ​ເປັນ​ແບບຢ່າງ, ອຳນາດ​ນັ້ນ​ຈະ​ໄດ້​ເສີມ​ຂະຫຍາຍ​ຄຸນ​ປະ​ໄຫ​ຍດຢ່າງ​ຕັ້ງໜ້າ, ຮັບ​ໃຊ້​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ພາລະກິດ​ປະຕິວັດ. ກົງ​ຂ້າມ, ຖ້າ​ຫາກ​ມອບ​ອຳນາດ​ໃຫ້​ຜູ້​ບໍ່​ມີ​ສະຕິ​ປັນຍາ, ບໍ່​ມີ​ຄວາມ​ສາມາດ​ພຽງພໍ, ຜູ້​ຕິດພະຍາດ​ເອກະ​ຊົນ​ນິຍົມ, ບໍ່​ຫົວຊາ​ຕໍ່​ກົດໝາຍ, ​ແບບ​ແຜນ​ດຳລົງ​ຊີວິດ​ບໍ່​ດີ, ອຳນາດ​ນັ້ນ​ກໍ່​ຈະ​ກາຍ​ເປັນ​ເຄື່ອງມື, ​ເປັນ​ກຳລັງ​ແຮງ​ຮັບ​​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຜູກຂາດ​ການຈັດ​ຕັ້ງ, ທຳລາຍ​ພັກ.

ປະທານ​ໂຮ່ຈີ​ມິນ​ຊີ້​ແຈ້ງວ່າ: “ພະນັກງານ​ເປັນ​ກົດ​ຮາກ​ຂອງ​ທຸກ​ວຽກ​ງານ”, “ວຽກ​ງານ​ຈະ​ສຳ​ເລັດ ຫຼື​ປະລາ​ໄຊ ລ້ວນ​ແຕ່​ແມ່ນ​ຍ້ອນ​ພະນັກງານ​ດີ​ຫຼື​ບໍ່”. ​ເພິ່ນ​ຍັງ​ສອນ​ວ່າ: “​ແບບຢ່າງ​ທີ່​ມີ​ຊີວິດ​ໜຶ່ງ ມີ​ຄຸນຄ່າ​ເທົ່າ​ກັບ​ບົດ​ປາທະ​ກະຖາໂຄສະນາຮ້ອຍ​ກວ່າ​ບົດ”. ຖ້າ​ຫາກ​ຄັດ​ເລືອກ​ໄດ້, ສັບ​ຊ້ອນ​ໄດ້​ຜູ້ນຳ​ໜ້າຂະ​ແໜງການ ຂັ້ນ​ຕ່າງໆ ​ທີ່​ມີ​ສະຕິ​ປັນຍາ, ກໍ​ຈະ​ເຜີນ​ແຜ່​ໃຫ້ຜູ້ນຳ​ໜ້າ​ນັ້ນ​ຮູ້ນຳໃຊ້ຜູ້​ຮອງ​ທີ່​ມີ​ຄວາມ​ສາມາດ ມີ​ລະດັບ​ຄວາມ​ຮູ້ເພື່ອ​ແກ້​ໄຂ, ປະຕິບັດ​ໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ. ພະນັກງານ​ມີ​ສະຕິ​ປັນຍາ, ມີ​ສະຕິຕໍ່​ລະບຽບ​ວິ​ໄນ, ​ເຄົາລົບ​ນັບຖື​ກົດໝາຍ ຈະ​ເປັນ​ແບບຢ່າງ​ເພື່ອ​ໃຫ້​ທຸກ​ຄົນ​ປະຕິບັດ​ກົດໝາຍ ​ແລະ ​ຕັດສິນ​ລົງ​ໂທດ​ຜູ້​ລະ​ເມີດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ. ນີ້​ແມ່ນ​ບັນຫາ​ທີ່​ປະຊາຊົນ​ຊັ້ນ​ວັນນະ​ຕ່າງໆ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ມຸ່ງ​ຫວັງ​ວ່າ​ລັດ​ຈະ​ປະຕິບັດ​ໄດ້​ຄື​ແນວ​ນັ້ນ. ຄຽງຄູ່​ກັບ​ສະຕິ​ປັນຍາ, ສະຕິ​ຕໍ່​ລະບຽບ​ວິ​ໄນ ຜູ້ນຳ​ໜ້າ​ຍັງ​ຕ້ອງ​ເປັນ​ແບບຢ່າງ​ໃນ​ການ​ເຮັດ​ວຽກ, ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ ​ເພື່ອ​ໃຫ້​ປະຊາຊົນ​ເຮັດ​ຕາມ​ແບບ. ​ໃນ​ພາກ​ຕົວ​ຈິງ, ​ເຖິງ​ວ່າຂໍ້​ກຳນົດ ກົດ​ລະບຽບ ກົດໝາຍຈະ​ແໜ້ນ​ແຟ້ນ​​ປານ​ໃດ​ກໍ່ຕາມ ​ແຕ່​ຖ້າ​ຫາກ​ຜູ້ນຳ​ໜ້າ​ບໍ່​ເປັນ​ແບບຢ່າງ, ບໍ່​ເຄົາລົບ​ນັບຖື​ກົດໝາຍ ກໍ່​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​​ກົດໝາຍ​ໃຫ້​ປະກົດ​ເປັນ​ຈິງ.

​ໃນ​ສະພາບ​ການ​ປັດຈຸບັນ, ພັກ​ຕ້ອງ​ມີ​ກົນ​ໄກ​ໃຫ້​ປະຊາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ລະບົບ​ການ​ເມືອງ​ໄດ້​ແນະນຳ, ສະ​ເໜີ​ຜູ້​ມີ​ຄຸນສົມບັດ ມີ​ຄວາມ​ສາມາດ​ໃຫ້​ພັກ ​ເພື່ອ​ເລືອກ​ຕັ້ງ, ສັບ​ຊ້ອນ​ໃຫ້​ເປັນ​ຜູ້ນຳ​ໜ້າຂະ​ແໜງ​ການ, ຂັ້ນ​ຕ່າງໆ; ຖື​ວ່າ​ນີ້​ເປັນ​ແຫຼ່ງພະນັກງານ​ທີ່​ສຳຄັນ, ພາວະ​ວິ​ໄສ​ຂອງ​ພັກ. ດ້ານ​ອື່ນ, ຄວນ​ມີ​ກົນ​ໄກ​ເລືອກ​ເສັງ​ເປັນ​ພະນັກງານ​ນຳພາ ຄຸ້ມ​ຄອງ ​ແລະ ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ​ຕິດຕາມກວດກາ​ພະນັກງານ ສະມາຊິກ​ພັກທີ່​ລະ​ເມີດ​ຫຼັກ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ, ທຸ​ຈະລິດ, ສໍ້​ລາດ​ບັງ​ຫຼວງ.

ທີ​ສາມ, ກໍ່ສ້າງ, ກຳ​ນົດ​ມາດຕະຖານ​ອັນ​ລະອຽດກ່ຽວ​ກັບ​ການ​ຕີ​ລາຄາ​ພະນັກງານ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຢ່າງ​ຖືກຕ້ອງ​ຜົນງານ, ປະສິດທິ​ຜົນ​ການ​ປະຕິບັດ​ໜ້າ​ທີ່ ​ແລະ ການ​ປະກອບສ່ວນ​ຂອງ​ຜູ້ນຳ​ໜ້າ​ຂະ​ແໜງ​ການ, ຂັ້ນຕ່າງໆ. ບົນ​ພື້ນຖານ​ນັ້ນ, ​ທຸກໆ​ປີ, ຄະນະ​ພັກ​ສັງ​ເກດຕີ​ລາຄາພະນັກງານ ​ແລະ ​ເປີດ​ເຜີຍ​ໃຫ້​ພະນັກງານ, ປະຊາຊົນ​ຮູ້.

ຖ້າ​ຫາກ​ ການຕີ​ລາຄາພະນັກງານ ​ແລະ ​ເປີດ​ເຜີຍ​ໃຫ້​ພະນັກງານ​ໃນ​ຂະ​ແໜງ​ການ, ​ໃຫ້ປະຊາຊົນ​ຮູ້ ​ໄດ້​ປະ​ຕິ​ບັດ​ເປັນ​ຢ່າງ​ດີ ມັນ​ຈະ​ເປັນ​ກຳລັງ​ໝູນ, ​ເປັນ​ແຮງ​ໜີບ​ເພື່ອ​ໃຫ້​ຜູ້ນຳໜ້າຕ້ອງຕັ້ງໜ້າ​ປະຕິບັດ​ງານ, ສຸດ​ອົກ​ສຸດ​ໃຈ​ເຮັດ​ຫຼ້ອນ​ໜ້າ​ທີ່​ຂອງ​ຕົນ. ​ເມື່ອ​ຜູ້ນຳ​ໜ້າ​ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່​ກັບ​ວຽກ​ງານ, ​ເຂົາ​ຈະ​ຮູ້​ຮຽກຮ້​ອງ​ໃຫ້​ພະນັກງານ​ໃຕ້​ອຳນາດ​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ, ມີ​ປະສິດທິ​ຜົນ​ກວ່າ​ອີກ. ຜ່ານ​ນັ້ນ, ປະຊາຊົນ​ມີ​ເງື່ອນ​ໄຂ​​ເພື່ອຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ຜູ້ນຳ​ໜ້າ ທາງ​ດ້ານ​ປະສິດທິ​ຜົນ​ການ​ປະຕິບັດໜ້າ​ທີ່, ທັງ​ດ້ານ​ຄຸນສົມບັດ, ​ຄຸນ​ທາດ, ແບບ​ແຜນ​ດຳລົງ​ຊີວິດຂອງ​ພະນັກງານຜູ້​ນັ້ນ. ຍ້ອນ​ຈຳນວນ​ພະນັກງານ​ນຳ​ໜ້າ​ຂະ​ແໜງ​ການ ຂັ້ນ​ຕ່າງໆ ບໍ່​ຫຼາຍ ດັ່ງ​ນັ້ນ​ອົງການ​ວິຊາ​ສະ​ເພາະ​ມີ​ເງື່ອນ​ໄຂ​​ໃຫ້ຄຳ​ປຶກສາ​ແກ່​ຄະນະ​ພັກ​ ​ເພື່ອຕີ​ລາຄາ​ພະນັກງານ​ຢ່າງ​ໃກ້ຊິດ ຖືກຕ້ອງ. ທຸກໆ​ປີ ຄວນ​ຈັດ​ຕັ້ງການ​ສຳ​ຫຼວດຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ພາວະ​ວິ​ໄສ ​ເພື່ອຕີ​ລາຄາ​ດັດຊະນີ​ຄວາມ​ພຶງ​ພໍ​ໃຈ​ຂອງ​ປະຊາຊົນ​ຕໍ່​ຜູ້ນຳ​ໜ້າ. ຕີ​ລາຄາ​ພະນັກງານ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ ​ເພື່ອ​ຕົກລົງ​ການຈັດ​ວາງ​ສັບ​ຊ້ອນ, ນຳ​ໃຊ້​ພະນັກງານ ​ແລະ ​ເພື່ອ​ຈຳກັດ​ຮັດ​ແຄບ​ລັດທິ​ເອກະ​ຊົນ. ຖ້າ​ຫາກ​ພະນັກງານ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ ບໍ່​ສຳ​ເລັດ​ໜ້າ​ທີ່​ພາຍຫຼັງ 2 - 3 ປີ ​ແມ່ນ​ຕ້ອງ​ປ່ຽນ​ແທນ​ຢ່າງ​ເດັດຂາດ.

ທີ​ສີ່, ຮີບ​ຄົ້ນຄວ້າ​ກໍ່ສ້າງ ຫຼື​ປັບປຸງ ເພີ່ມ​ເຕີ​ມກົນ​ໄກ ນະ​ໂຍບາຍ ກົດໝາຍ​ໃຫ້​ແທດ​ເໝາະ​ກັບ​ຂະ​ບວນວິວັດ​ການ​ຂັບ​ເຄື່ອນ​ຂອງ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ.

​ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳນາດ ພະນັກງານ ສະມາຊິກ​ພັກ​ໃນ​ລະບົບ​ການ​ເມືອງ​ມັກ​ຕິດພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ. ພັກ, ລັດ, ບັນດາ​ອົງການ​ການ​ເມືອງ-ສັງຄົມ ຕ້ອງ​ມີ​ກົດ​ຂໍ້ບັງຄັບ​ເພື່ອ​ກວດກາ​ອຳນາດ. ກ່ອນ​ອື່ນ​ໝົດ ຕ້ອງ​ມີ​ເອກະສານ​ກຳນົດ​ແຈ້ງ​ຄວາມ​ຮັບຜິດຊອບ ​ແລະ ສິດຜົນປະ​ໂຫຍ​ດຂອງ​ພະນັກງານ​ນຳ​ໜ້າ​ຂະ​ແໜງ​ການ ຂັ້ນ​ຕ່າງໆ. ພ້ອມ​ກັນ​ນັ້ນ, ມີ​ກົດໝາຍ​ເພື່ອ​ຄຸ້ມ​ຄອງ​ລາຍ​ຮັບ​, ປະກາດ​​ໂປ່​ງ​ໃສ​ສິນ​ຊັບຂອງ​ຜູ້ນຳ​ໜ້າ, ຂອງ​ຄອບຄົວ​ຜູ້ນຳ​ໜ້າ ​ໂດຍ​ຕິດ​ກັບ​ການ​ດັດ​ແປງ​ນະ​ໂຍບາຍ​ເງິນ​ເດືອນ ​ເພື່ອ​ໃຫ້​ຜູ້ນຳ​ໜ້າຮັບປະກັນຊີວິດ​ຂອງ​ຕົນ. ຄວນ​ມີ​ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ-ສັງຄົມ ຕິດຕາມ​ກວດກາ​ໄດ້​ອຳນາດຂອງ​ພະນັກງານ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ​ບັນດາ​ຂະ​ແໜງ​ການ, ຂັ້ນ ​ແລະ ຂົງ​ເຂດ​ຕ່າງ​ໆ...

ທີ​ຫ້າ, ​ເພີ່ມ​ທະວີ​ການ​ກໍ່ສ້າງ, ປັບປຸງ​ພັກ, ກີດ​ກັ້ນ ຍູ້​ຖອຍ​ຄວາມ​ເຊື່ອມ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ພະນັກງານ ສະມາຊິກ​ພັກ.

ບົນ​ພື້ນຖານ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ທິດ​ສະ​ດີ, ສະຫລຸບ​ສັງ​ລວມພຶດຕິ​ກຳ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ​ພັກ ​ແລະ ຮັບປະກັນ​ຄວາມ​ສັກສິດ, ​ປະສິດທິ​ຜົນຂອງການ​ນຳພາ​ຂອງ​ພັກ​, ຮັບປະກັນ​ຫຼັກ​ໝັ້ນ​ການ​ເມືອງ​ຂອງ​ພັກ, ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ຂອງ​ພະນັກງານ ສະມາຊິກ​ພັກ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ປັບປຸງ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຮາກ​ຖານ​ພັກ ​ແລະ ຍົກ​ສູງ​ຄຸນ​ນະພາ​ບສະມາຊິກ​ພັກ. ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ລະ​ບຽບວິ​ໄນ​ພັກ. ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມ​ຟຸມ​ເຟືອຍ, ຕັດສິນ​ລົງ​ໂທດ​ຢ່າງ​ເຂັ້​ມງວດ​ຕໍ່​ກັບ​ການສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ, ຕໍ່​ກັບການປົກ​ປ້ອງ ຜ່ອນ​ຜັນ ສະໜັບສະໜູນການ​ກະທຳ​ສໍ້​ລາດ​ບັງ​ຫຼວງ, ​ແຊກ​ແຊງ ກີດ​ກັ້ນ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານຄວາມ​ຟຸມ​ເຟືອຍ. ປະຕິບັດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ດຳ​ເນີນ​ການຕຳ​ໜິ​ແລະຕຳ​ໜິຕົນ​ເອງຢ່າງ​ເຂັ້ມ​ງວດ ​ເພື່ອ​ໃຫ້​ຊະ​ມາ​ຊິກ​ພັກ​ແຕ່ລະຄົນ​ເຮັດ ​ແລະ ປະຕິບັດ​ຕາມ​ມະຕິ​ຂອງ​ພັກ, ປະຕິບັດ​ກົດໝາຍ​ຂອງ​ລັດ. ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ປະຕິບັດ​ກົດ​ລະບຽບ ລະບຽບ​ວິ​ໄນ​ຂອງ​ພັກ​ໄດ້​ດີ ຈຶ່ງ​ສາມາດ​ຊີ້​ນຳ ນຳພາ​, ​ຮັກສາ​ກົດໝາຍ ລະບຽບ​ວິ​ໄນ​ໃນ​ສັງຄົມ​ໄດ້, ຈຶ່ງ​ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສັງຄົມ ​ແລະ ​ເພີ່ມ​ທະວີ​ຄວາມ​ພົວພັນ​ສະໜິດ​ແໜ້ນລະຫວ່າງ​ພັກ ກັບ​ປະຊາຊົນ; ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ.

ໃນ​ຕະຫຼອດເວລາ​ນຳພາ​ການ​ປະຕິວັດ ກໍ່​ຄື​ໃນ​ເວລາ​ຂຽນພິ​ໄນ​ກຳ ກ່ອນ​ເມື່ອ​ຈະລ່ວງ​ລັບ​ໄປ ທ່ານ​ປະທານ​ໂຮ່ຈີ​ມິນ ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ກໍ່ສ້າງ​ພັກ “ຢູ່​ພາຍໃນ​ພັກຄວນ​ປະຕິບັດ​ປະຊາທິປະ​ໄຕ​ກວ້າງ​ຂວາງ, ດຳ​ເນີນ​ການ​ຕຳ​ໜິ​ແລະຕຳ​ໜິ​ຕົນ​ເອງຢ່າງ​ເປັນ​ປະຈຳ ​ແລະ ​ເຂັ້ມ​ງວດ ​ແມ່ນ​ວິທີ​ໜຶ່ງ​ດີ​ທີ່​ສຸດ​ເພື່ອ​ປັບປຸງ ​ແລະ ຂະຫຍາຍ​ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເອກະ​ພາບຂອງ​ພັກ. ຕ້ອງ​ມີ​ຄວາມ​ເປັນ​​ເພື່ອນ​ສະຫາຍ​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ”. ຖ້າ​ຫາກ​ພະນັກງານ ສະມາຊິກ​ພັກທຸກ​ຄົນ ລ້ວນ​​ແຕ່​ຊາບ​ຊືມຄຳ​ຕັກ​ເຕືອນ​ຂອງ​ລຸງ​ໂຮ່ນັ້ນ​ຢ່າງ​ເລິກ​ເຊິ່ງ, ລ້ວນ​ແຕ່​ດຳລົງຊີວິດ ​ແລະ ​ເຮັດ​ວຽກຢ່າງ​ເປັນ​ແບບຢ່າງ ກໍ່​ຈະ​ຍູ້​ຖອຍລັດທິ​ເອກະ​ຊົນ​ໄດ້.

​ໃນ​ເວລາ​ຕໍ່ໜ້າ, ພວກ​ເຮົາ​ສືບ​ຕໍ່ຊາບ​ຊືມຢ່າງ​ເລິກ​ເຊິ່ງຄຳຕັກ​ເຕືອນ​ຂອງ​ປະທານ​ໂຮ່ຈີ​ມິນ: “ຊາດ​ໜຶ່ງ, ພັກ​ໜຶ່ງ ​ແລະ ຄົນ​ຜູ້​ໜຶ່ງ, ມື້ວານ​ນີ້​ແມ່ນ​ຍິ່ງ​ໃຫຍ່ ມີ​ແຮງ​ດຶງ​ດູດ​ໃຈ​ຫຼາຍ, ບໍ່​ແນ່ນອນ​ວ່າ​ມື້​ນີ້​ແລະມື້​ອື່ນ​ ຍັງ​ໄດ້​ຮັບ​ຄວາມ​ຮັກ​ແພງ ​ແລະ ຍໍ້​ງຍໍ​ຂອງ​ທຸກ​ຄົນ, ຖ້າ​ຫາກ​ນ້ຳ​ໃຈບໍ່​ຜ່ອງ​ໃສ​ອີກ, ຖ້າ​ຫາກ​ຕົກ​ໃສ່ລັດທິ​ເອກະ​ຊົນ... ຢູ່​ໃນ​ແຕ່ລະ​ຄົນ​ລ້ວນ​ແຕ່​ມີ​ອັນ​ດີ​ແລະ​ຊົ່ວ ກຸສົນ​ແລະ​ອະ​ກຸສົນ. ​ເຮົາ​ຕ້ອງ​ຮູ້​ເຮັດ​ໃຫ້​ອັນ​ດີ​​ຢູ່​ໃນ​ແຕ່ລະຄົນ​ ແຕກ​ດອກ​ອອກ​ໜໍ່​ຄື​ດອກ​ໄມ້​ບານ ​ໃນ​ລະດູບານ​ໃໝ່ ​ແລະ ດ້ານ​ບໍ່​ດີ​ສູນຫາຍ​ໄປ​ເທື່ອ​ລະ​ກ້າວ, ນັ້ນ​ແມ່ນ​ທ່າ​ທີ່​ຂອງ​ບັນດາ​ນັກ​ປະຕິວັດ”(4)./.

​ໂດຍ ຫງວຽນ​ເຖຈຸ​ງ

ອະດີດ​ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຜູ້​ປະຈຳການ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ

-----------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 879 (​ເດືອນ​ມັງກອນ 2016).

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ - ຊື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 15, ໜ້າ 547.

(2) ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ສະ​ໄໝ​ທີ່ XI, ໜ້າ 3 - 4.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 292 - 293.

(4) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, tr. 672.