ຄຳ​ນຳ​ຂອງ​ຄະນະ​ບັນນາທິການ ວາລະ​ສາຍ​ກອມ​ມູນິດ: ວັນ​ທີ 26 ມີນາ 2016, ຢູ່​ທີ່​ນະຄອນ ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ ຂອງ​ຂະ​ແໜງການຈັດ​ຕັ້ງ​ກໍ່ສ້າງ​ພັກ ປີ 2016. ສະຫາຍ ຫງວຽນ​ຝູຈ້ອງ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ກຽດ​ເຂົ້າ​ຮ່ວມ ​ແລະ ກ່າວຄຳຊີ້​ນຳ​ກອງ​ປະຊຸມ. ວາລະ​ສາຍ​ກອມ​ມູນິດ ຂໍ​ເປັນ​ກຽດ​ແນະນຳ​ເນື້ອ​ໃນ​ຄຳ​ປາ​ໄສ​ທີ່​ສຳຄັນ​ດັ່ງກ່າວ ຂອງ​ສະຫາຍ​ເລຂາ​ທິການ​​ໃຫຍ່.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປາໄສທີ່ກອງປະຊຸມ. (ພາບ: cpv.org.vn)

ມື້​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ມາ​ຮ່​ວມກອງ​ປະຊຸມ​ສະຫລຸບ​ສັງ​ລວມວຽກ​ງານ​ປີ 2015 ​ແລະ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016 ຂອງ​ຂະ​ແໜງ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ - ​ເຊິ່ງ​ເປັນ​ຂົງ​ເຂດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານກໍ່ສ້າງ​ພັກ​ເວົ້າ​ໂດຍ​ສະ​ເພາະ ​ແລະ ​ໃນ​ພາລະກິດ​ການ​ປະຕິວັດ​ຂອງ​ພວກ​ເຮົາ​ເວົ້າ​ລວມ. ຕາງໜ້າ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ, ຂ້າພະ​ເຈົ້າ​ຂໍ​ຝາກ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ຄຳ​ອວຍພອນ​ຊົມ​ເຊີຍ​ອັນ​ປະ​ເສີດມາ​ຍັງ​ບັນດາ​ສະຫາຍ, ​ແລະ​ຜ່ານ​ບັນດາ​ສະຫາຍ ຝາກ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ຄຳ​ອວຍພອນ​ຊົມ​ເຊີຍ​ອັນ​ປະ​ເສີດມາ​ຍັງບັນດາອ້າຍ​ນ້ອງ ​ທີ່​ເຮັດ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ.

ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ຕາມ​ທຳ​ມະ​ດາ ກ​ອງປະຊຸມ​ສະຫລຸບ​ສັງ​ລວມນີ້​ຕ້ອງ​ໄດ້​ຈັດ​ຕັ້ງ​ຂຶ້ນ​ແຕ່​ຕົ້ນ​ປີ. ​ແຕ່ວ່າ ​ຕົ້ນ​ປີ 2016 ນີ້ ພວກ​ເຮົາ​ຕ້ອງສຸມ​ໃສ່​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂ​ອງ​ພັກ; ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ ພວກ​ເຮົາ​ກໍ​ຕ້ອງ​ຮີບ​ປັບປຸງ​ບູລະນະ​ການຈັດ​ຕັ້ງ ກົງຈັກ, ​ແບ່ງ​ງານ ຈັດ​ວາງ​ສັບ​ຊ້ອນ​ພະນັກງານ​ຈຳນໜຶ່ງ​ທັນທີ​ທັນ​ໃດ; ນຳພາ​ການຈັດ​ຕັ້ງ​ຕ້ອນຮັບບຸນປີ​ໃໝ່​ປະຈຳ​ຊາດ ພ້ອມ​ນັ້ນ​ກໍ​ກະ​ກຽມກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 2 ສະ​ໄໝ​ທີ XII, ​ໃນ​ນັ້ນ​ມີ​ການ​ປັບປຸງ​ບູລະນະ​ບັນດາ​ຕຳ​ແໜ່​ງການ​ນຳ​ຂອງ​ອົງການ​ລັດ ​ເພື່ອ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ​ ​ໃນ​ກອງ​ປະຊຸມ​ສະ​ໃໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII. ​ເຖີງວ່າ​ຊ້າ​ແດ່​ຈັກ​ໜ່ອຍ, ​ແຕ່​ມື້​ນີ້ ພວກ​ເຮົາ​​ຈັດ​ຕັ້ງ​ກອງ​ປະຊຸມ​ໄດ້​ຄື​ແນວ​ນີ້ ກໍ​ເປັນຄວາມ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ. ບັນດາ​ສະຫາຍ​​ໄດ້​ກະກຽມ​ກອງ​ປະຊຸມ​ຢ່າງຮອບ​ຄອບ, ​ເປັນ​ຕົ້ນ​ແມ່ນ​ກະກຽມ​ບົດ​ລາຍ​ງານ​ຢ່າງ​ເຂັ້ມ​ງວດ ​ແລະ​ມີ​ຄຸນ​ນະພາ​ບດີ. ​ໃນ​ທີ່​ກອງ​ປະຊຸມ ຫຼາຍ​ສະຫາຍ​ໄດ້​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ມີ​ຄວາມ​ຮັບຜິດຊອບ, ​ແທດ​ເໝາະ​ກັບ​ສະພາບ​​ຕົວ​ຈິງ. ຂ້າພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ໂດຍ​ພື້ນຖານ​ ກັບ​ເນື້ອ​ໃນ​ບົດ​ລາຍ​ງານ ​ແລະ ຕີ​ລາຄາ​ສູງ​ຕໍ່​ຄວາມ​ເຫັນ​ຕ່າງໆ​ໃນ​ທີ່​ກອງ​ປະຊຸມ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ຄະນະ​ຈັດ​ຕັ້ງ​ສູນ​ກາງຮັບເອົາຄວາມ​ເຫັນ​ຂອງ​ບັນດາ​ສະຫາຍ​ທີ່​ມາ​ຮ່ວມ​ກອງ​ປະຊຸມ ​ເພື່ອ​ເພີ່ມ​ເຕີມ, ປັບ​ປຸງບູລະນະ​ລາຍ​ງານ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ. ຂ້າພະ​ເຈົ້າຂໍ​ເນັ້ນ ​ແລະ ​ເວົ້າ​ຕື່ມ​ອີກ​ບາງ​ບັນຫາ​ດັ່ງລຸ່ມ​ນີ້:

​ເບິ່ງ​ຄືນ​ສະພາບ​ການ​ປີ 2015 ​ໂດຍ​ສັງ​ເຂ​ບ

ອາດ​ຈະ​ເຫັນ​ໄດ້​ວ່າ ປີ​ນີ້​ແມ່ນ​ປີ​ທີ່​ປະ​ເທດ​ເຮົາ​ຢືນ​ຕໍ່ໜ້າ​ຄວາມ​ສະດວກ​ອັນ​ພື້ນຖານ​ຕ່າງໆ​ ພ້ອມດ້ວຍ​ຫຼາຍ​ເຫດການ​ທີ່​ສຳຄັນ, ​ແຕ່ ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ກໍ​ຫຼາຍ; ມີຄວາ​ມຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ໃໝ່ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ, ສັບສົນ​ທີ່​ສຸດ. ​ໃນ​ສະພາບ​ການ​ດັ່ງກ່າວ​ນັ້ນ, ພາຍ​ໃຕ້​ການ​ນຳພາ​ຂອງ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ, ການ​ເຂົ້າ​ຮ່ວມ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ຂອງ​ທົ່ວພັກ, ທົ່ວປວງ​ຊົນ ​ແລະ ທົ່ວ​ກອງທັບ, ອາດ​ຈະ​ຢືນຢັນ​ວ່າ ພວກ​ເຮົາ​ໄດ້​ຜ່ານ​ປີ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ປະ​ທັບ​ໃຈ​ທີ່​ດີງາມ.

ກອ່ນອື່ນ, ທາງ​ດ້ານ​ເສດ​ຖະກິດ - ສັງຄົມ, ພວກ​ເຮົາ​ບໍ່​ພຽງ​ແຕ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ໄດ້​ເທົ່ານັ້ນ, ຫາກ​ຍັງ​ສາມາດສຳ​​ເລັດ​ເກືອບ​ທັງ​ໝົດ​ທຸກ​ເປົ້າ​ໝາຍ, ໜ້າ​ທີ່​ທີ່​ວາງ​ອອກ. ​ໃນ 14 ​ເປົ້າ​ໝາຍ​ຕົ້ນຕໍ, ມີ 12 ​ເປົ້າ​ໝາຍ​ບັນລຸ​ໄດ້ ​ແລະ ລື່ນ​ຄາດໝາຍຂອງ​ແຜນການ (2 ​ເປົ້າໝາຍບໍ່​ບັນລຸ​ໄດ້ ຄື​ອັດຕາ​ສ່ວນ​ປົກ​ຫູ້ມຂອງ​ປ່າ​ໄມ້ ​ແລະ ລະ​ດັບຄວາມ​ເຕີບ​ໂຕ​ຂອງ​ການ​ຄ້າ​ສົ່ງ​ອອກ). ລະດັບ​ຄວາມ​ເຕີບ​ໂຕ​ເສດຖະກິດ (ຈີ​ດີ​ພີ) ບັນລຸ 6,68%, ສູງ​ທີ່​ສຸດ​ນັບ​ແຕ່​ປີ 2008. ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ສະຖຽນ​ລະ​ພາບ; ດັດ​ຊະ​ນີລາຄາ​ຄ່າ​ຄອງ​ຊີບ (ຊີ​ພີ​ໄອ) ຫລຸດ​ລົງ ​ແຕ່ 18,3% ຂອງ​ປີ 2011 ລົງ​ເປັນ 0,6% ​ໃນ​ປີ 2015, ຕ່ຳ​ທີ່​ສຸດ​ນັບ​ແຕ່​ປີ 2001. ອັດຕາ​ດອກ​ເບ້ຍ, ອັດຕາສ່ວນ​ໜີ້​ເສຍ​ໄດ້​ຫລຸດ​ລົງ; ອັດຕາ​ແລກປ່ຽນ​ໄດ້​ຮັບ​ການ​ດັດສົມ​ຢ່າງ​ເປັນ​ເຈົ້າ​ການ, ​ໄຫວ​ພິບ. ສະຫວັດດີ​ການ​ສັງຄົມ​ໄດ້​ຮັບປະກັນ, ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸດ​ລົງ ​ແຕ່ 14,2% ​ປີ 2010 ລົງ​ເປັນ​ເກືອບ 4,5% ປີ 2015. ​ໃນ​ທົ່ວ​ປະ​ເທດ ມີ 15 ​ເມືອງ ​ແລະ 1.526 ຕາ​ແສງ ບັນ​ລຸ​ມາດຕະຖານ​ຊົນນະບົດ​ແບບ​ໃໝ່, ກວມ​ເອົາ 17,1% ຂອງ​ຈຳນວນ​ຕາ​ແສງ​ທັງ​ໝົດ.

ທີ​ສອງ, ​ໃນ​ສະພາບ​ການ​ໂລກ​ມີ​ຄວາມ​ສັບສົນ​ຫຼາຍ, ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ​ມີ​ການ​ຜັນ​ປ່ຽນ​ໃໝ່ ​ພາ​ໃຫ້​ເກີດ​ໄພ​ອັນຕະລາຍ​ຕໍ່​ຄວາມໝັ້ນຄົງ​ໃນ​ພາກ​ພື້ນ, ນາບ​ຂູ່ຕໍ່​ເສລີພາບ ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ເດີນ​ອາກາດ, ​ແຕ່​ພວກ​ເຮົາກໍ​ສາມາດ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ ອຳນາດ​ອະທິປະ​ໄຕ​ໄວ້​ໄດ້, ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງຄົມ, ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ. ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດ​ເຮົາ​ນັບ​ມື້​ນັບ​ຫຼາຍ; ຊາວ​ຫວຽດນນາມ​ຢູ່​ຕ່າງປະ​ເທດ​ກັບ​ມາ​ຢາ​ບ້ານ​ເກີດ​ເມືອງ​ນອນນັບ​ມື້​ນັບ​ຫຼາຍ.

ທີ​ສາມ, ຖານະ​ບົດບາດ, ອິທິພົນ​ຂອງ​ປະ​ເທດ​ເຮົາ​ສື​ບຕໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ເວທີ​ສາກົນ. ວຽກ​ງານ​ການ​ຕ່າງປະ​ເທດ​ບັນລຸ​ຜົນສຳ​ເລັດ​ອັນ​ຕັ້ງໜ້າ​ຫຼາຍ​ປະການ, ​ທັງການ​ພົວພັນ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໄກ້​ຄຽງ, ບັນດາ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ກັບ​ຄູ່​ຮ່ວມ​ມື​ໃຫຍ່​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ. ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຕ່າງປະ​ເທດຫຼາຍ​ຄະນະ​ໄດ້​ມາ​ຢາມ​ຫວຽດນາມ (28 ຄະນະ); ຄະນະ​ຜູ້​​ແທນຂັ້ນ​ສູງຫວຽດນາມ​ຫຼາຍ​ຄະນະ​ໄດ້​ໄປ​ຢາມ​ຕ່າງປະ​ເທດ ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ດີ​ທີ່​ສຸດ (26 ຄະນະ). ຖານະ​ບົດບາດ, ອິດ​ທິພົນ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ; ບົດບາດ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຮັບ​ການ​ຢັ້ງຢືນ. ​ໂດຍ​ບໍ່​ເປັນຄວາມ​ບັງ​ເອີນ ​ທີ່ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ​ໂທລະ​ເລກ​ຊົມ​ເຊີຍ 253 ສະບັບ ຈາກ 95 ປະ​ເທດ​ໃນ​ໂລກ, ນີ້​ແມ່ນ​ຈຳນວນຈົດໝາຍ, ​ໂທລະ​ເລກ​ຊົມ​ເຊີຍທີ່​ຫຼາຍ​ທີ່​ສຸດ ​ນັບ​ແຕ່​ກ່ອນ​ມາ​ເຖິງ​ປັດຈຸບັນ. ຂ້າພະ​ເຈົ້າ​ຂໍ​ຍົກ​ຕົວຢ່າງ, ຄື​ດັ່ງ​ທີ່​ບັນດາ​ສະຫາຍ​ໄດ້​ຮູ້​ແລ້ວ, ປີ 2015 ຂ້າພະ​ເຈົ້າ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄປ​ຢາມ​ປະ​ເທດ​ຈີນ, ສະຫະລັດ​ອາ​ເມຣິກາ ​ແລະ ຍີ່ປຸ່ນ. ​ເຂົາ​ເຈົ້າ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນຫວຽດນາມຢ່າງ​ສົມ​ກຽດ, ການ​ພົບ​ປະ ​ເຈລະຈາ ຫາລືກັນໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ຈິງ​ໃຈ, ​ໄດ້​ລົງ​ນາມ​ໃນ​ເອກະສານ, ສັນຍາ​ການ​ຮ່ວມ​ມື​ທີ່​ສຳຄັນຫຼາຍ​ສະບັບ. ພິ​ເສດ​ແມ່ນ ການ​ໄປ​ຢ້ຽມຢາມ​ສະຫະລັດ​ອາ​ເມຣິກາ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​​ໃນ​ປະ​ເທດ​​ແລະຕ່າງປະ​ເທດ ວ່າ​ເປັນ​ການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ​ເປັນ​ການ​​ເປີດ​ໜ້າ​ປະຫວັດສາດ​ໃໝ່​ແຫ່ງຄວາມ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະລັດ​ອາ​ເມຣິກາ. ບັນດາ​ສະຫາຍ​ປະທານ​ປະ​ເທດ, ນາຍົກລັດຖະມົນຕີ, ປະທານ​ສະພາ​ແຫ່ງ​ຊາດ ​ກໍ​ໄດ້​ໄປ​ຢ້ຽມຢາມ​ຫຼາຍ​ປະ​ເທດ​ຢູ່​ຫຼາຍ​ທະວີບ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ​ເປັນອັນ​ຈະ​ແຈ້ງວ່າ ບົດບາດ​ຖານະ​ຂອງ​ຫວຽດນາມ, ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ການ​ຍົງ​ສູງ​ແລະ​ຖື​ເປັນ​ສຳຄັນ.

ທີ​ສີ່, ພັກ​ກອມ​ມູນິດ​ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ແລະ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຢ່າງສຳເລັດຜົນ, ​ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ແກ່​ສະຫາຍ, ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ​ເຮົາ, ຕໍ່​ລະບອບ​ການ​ເມືອງຂອງ​ພວກ​ເຮົາ ພວມ​ໄດ້​ຮັບ​ການ​ປັບປຸງ ​ແລະ ຍົກ​ສູງ​ຂຶ້ນ, ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ສັງຄົມ.

​ແມ່ນ​ບໍ່​ວ່າ​ທີ່ອາດ​ຈະ​ສັງ​ລວມຜົນງານ​ຂອງ​ປີ 2015 ​ເປັນ 4 ຈຸດ​ພົ້ນ​ເດັ່ນດັ່ງກ່າວ​ເທິງ​ນີ້ ຫຼື​ແນວ​ໃດ (ເປັນ​ທຳ​ມະ​ດາ​ວ່າ ຄວາມຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ຂໍ້​ຂາດ​ຕົກ​ບົກພ່ອງຍັງ​ມີ​ຢູ່​ບໍ່​ໜ້ອຍ). ນັ້ນ​ແມ່ນ​ການ​ປະກອບ​ເຫື່ອ​ແຮງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ​ໃນ​ນັ້ນ​ມີ​ສ່ວນ​ປະກອບ​ຂອງ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ. ຍ້ອນການຈັດ​ຕັ້ງ​ເຂັ້ມ​ແຂງ, ​ຄົນມີ​ຄຸນສົມບັດ​ດີ, ພະນັກ​ງານ​ເກັ່ງ ສະຫຼຽວ​ສາ​ຫຼາດ ປະດິດ​ສ້າງ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຈາກ​ປະຊາຊົນ ພວກ​ເຮົາ​ຈຶ່ງ​ເຮັດ​ໄດ້. ​ເວົ້າ​ຢ່າງ​ອື່ນ, ​ໃນ​ຜົນງານ​ຄວາມ​ສຳ​ເລັດ​ລວມຂອງ​ປະ​ເທດ, ມີ​ສ່ວນ​ປະ​ກອບສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ​ຈັດ​ຕັ້ງ ພະນັກງານ. ນີ້​ແມ່ນ​ຄວາມ​ຈິງ​ພາວະ​ວິ​ໄສ.

ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ​ປີ 2015 

​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ຂອງ​ຊຸມ​ປີ​ກ່ອນ, ຂະ​ແໜງ​ການ​ຈັດ​ຕັ້ງ​ກໍ່ສ້າງ​ພັກ, ນັບ​ແຕ່​ຄະນະ​ຈັດ​ຕັ້ງ​ສູນ​ກາງ ຈົນ​ເຖິງ​ຄະນະ​ຈັດ​ຕັ້ງ​ຂອງ​ບັນດາ​ອົງຄະ​ນະ​ພັກ​ແຂວງ-ກຳ​ແພງນະຄອນ ​ແລະ ບັນດາ​ອົງການ​ເຮັດ​ວຽກ​ງານ​ຈັດ​ຕັ້ງພະນັກງານ, ​ໄດ້​ປະຕິບັດ​ວຽກ​ງານສຳ​ເລັດ​ເປັນ​ຈຳນວນ​ຫຼາຍ​ທີ່​ສຸດ ດ້ວນ​ຄຸນ​ນະພາ​ບນັບ​ມື້​ນັບ​ດີ, ຄື​ດັ່ງ​ລາຍ​ງານ​ສະຫລຸບ​ສັງ​ລວມທີ່​ກອງ​ປະຊຸມ​ມື້​ນີ້​ໄດ້​ຍົກໃຫ້​ເຫັນ. ຂ້າພະ​ເຈົ້າຢາກ​ເນັ້ນ​ຕື່ມ​ອີກ​ວ່າ, ປີ​ທີ່​ຜ່ານ​ມາ, ນອກຈາກ​ບັນດາ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ຢ່າງ​ເປັນ​ປະຈຳ​ແລ້ວ ​ຍັງ​ມີ​ວຽກ​ງານ​ໃໝ່, ວຽກ​ຍາກ​ຫຼາຍ ​ແຕ່​ກໍ​ໄດ້​ດຳ​ເນີນ​ປະຕິບັດ​ຢ່າງ​ເປັນ​ແບບ​ແຜນ, ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ. ອາດ​ຈະ​ເວົ້າ​ໄດ້​ວ່າ, ນີ້​ກໍ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ປີ 2015: ນັບ​ແຕ່​ວຽກ​ງານ​ຈັດ​ຕັ້ງ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ຈົນ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ; ນັບ​ແຕ່​ການສັບ​ຊ້ອນຈັດຕັ້ງ​ກົງ​ຈັກ ບັນຈຸ​ພະນັກງານ ຈົນ​ເຖິງວຽກ​ງານ​ພະນັກງານ, ກວມ​ດ້ວຍ​ການ​ຕີລາ​ຄາ​ພະນັກງານ, ວາງ​ແຜນ​ກຳນົດ​ພະນັກງານ, ພັດ​ປ່ຽນ​ພະນັກງານ, ກໍ່ສ້າງ ອົບຮົມ​ພະນັກງານ, ປະຕິບັດ​ນະ​ໂຍບາຍ​ຕໍ່​ພະນັກງານ; ນັບ​ແຕ່​ການ​ປັບປຸງ​​ຈັດ​ຕັ້ງ​ຮາກ​ຖານ​ພັກ ຈົນ​ເຖິງ​ວຽກ​ງານ​ສະມາຊິກ​ພັກ; ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​ໃນ; ກໍ່ສ້າງ​ບັນດາ​ກົດ​ລະບຽບ, ລະບຽບ​ການ​ເຮັດ​ວຽກ, ບັນດາ​ເອກະສານ​ແນະນຳ​ການ​ປະຕິບັດ; ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ, ​ແບບ​ແຜນປະຕິບັດ​ງານ, ລຳດັບ​ດຳ​ເນີນ​ວຽກ​ງານ. ກ່ຽວ​ກັບ​ວິທີ​ການປະຕິບັດ​ງານ, ວິທີ​ເຮັດ​ວຽກ: ມີ​ການ​ປ່ຽນ​ແປງ​ໃໝ່, ດັດ​ປ່ຽນ​ຫຼາຍ. ​ເກືອບ​ທັງ​ໝົດ​ທຸກວຽກ​ງານ​ໃຫຍ່, ຫຍຸ້ງຍາກ ລ້ວນ​ແຕ່​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ​ຮອບ​ຄອບ, ປຶກສາ​ຫາລື​ຢ່າງ​ຖີ່​ຖ້ວນ, ສົມທົບ​ຢ່າງ​ເຂົ້າ​ແກັບ​ເຂົ້າ​ເກ​ຍກັນ​ດີ, ອົດທົນ​ພະຍາຍາມຮັບ​ຟັງການ​ປະກອບ​ຄວາມ​ເຫັນ, ສ້າງ​ໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັນ​ໃນ​ລະດັບ​ສູງ, ​ລົງມືເຮັດ​ຢ່າງພ້ອມພຽງ​ກັນ​ດີ, ທັງ​ທາງ​ຝ່າຍ​ພັກ ທາງ​ຝ່າຍ​ລັດ, ບັນດາ​ຂັ້ນ, ຂະແໜງ​ການ​ຕ່າງໆ... ວຽກ​ງານ​ກໍ່ສ້າງ​ການຈັດ​ຕັ້ງ​ຮາກ​ຖານ​ພັກ​ ມີ​ຄວາມ​ກ້າວໜ້າ, ການ​ຮັບ​ເອົາຄົນ​ໃໝ່​ເຂົ້າ​ເປັນ​ສະມາຊິກ​ພັກ​ໄດ້​ນັບ​ມື້​ນັບ​ຫຼາຍ. ດຽວ​ນີ້​ພວກ​ເຮົາມີ​ສະມາຊິກ​ພັກກວ່າ 4 ລ້ານ 6 ​ແສນ​ຄົນ. ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​​ໃນ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ແຕ່​ກ່ອນ. ວຽກ​ງານ​ຈັດ​ວາງ​ສັບ​ປ່ຽນ​ພະນັກງານ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ແບບ​ສະບັບ, ​ເປັນ​ລະບຽບ​ແບບ​ແຜນ​ທີ່​ດີ​ໃນ​ຂັ້ນ​ຕົ້ນ.

ອາດ​ຈະ​ຢືນຢັນ​ໄດ້​ວ່າ, ຈຸດ​ດີ ຈຸດ​ພົ້ນ​ເດັ່ນ​ຂອງວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກປີ 2015 ​ແລະ ຫຼາຍ​ປີ​ທີ່​ຜ່ານ​ມາ​ແມ່ນ, ຄະນະ​ຈັດ​ຕັ້ງ​ສູນ​ກາງ, ຄະນະ​ຈັດ​ຕັ້ງຂອງ​ແຂ​ວງ-ກຳ​ແພງ​ນະຄອນ, ບັນດາ​ອົງການ​ເຮັດ​ວຽກ​ງານ​ຈັດ​ຕັ້ງ​ພະນັກງານ ​ໄດ້​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ໃນ​ການເປັນ​ເສນາ​ທິການ​ກະກຽມ​ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ​ແລະ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ແລະ​ຊົມ​ເຊີຍ​ຈາກ​ທົ່ວ​ພັກ ທົ່ວ​ປວງ​ຊົນ. ​ໂດຍ​ບໍ່​ເປັນຄວາມ​ບັງ​ເອີນ ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໄດ້​ດຳ​ເນີນ​ໄປ​ຢ່າງ​ລຸ​ລ່ວງ ​ແລະ ບັນລຸ​ຜົນສຳ​ເລັດ​ດີງາມ​ຄື​ແນວ​ນັ້ນ. ນັ້ນ​ແມ່ນ​ຜົນສຳ​ເລັດ​ຂອງ​ວິວັດ​ການ​ກະກຽມ​ຢ່າງຮອບ​ຄອບ, ​ເຂັ້ມ​ງວດ ​ແລະ​ມີ​ລະບຽບ​ແບບ​ແຜນ; ​ແມ່ນ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ຕ່າງໆ ທີ່​ໄດ້​ເຮັດ​ຢ່າງ​ຖືກຕ້ອງ ຕັ້ງໜ້າ, ​ເຊັ່ນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ດຳ​ເນີນ​ການ​ຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ; ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ; ກໍ່ສ້າງ​ແຜນ​ກຳນົດ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ; ຈັດ​ຕັ້ງ​ບັນດາ​ຊຸດ​ອົບຮົມ​ພະນັກງານທີ່​ເປັນ​ແຫຼ່ງ​ສືບ​ທອດ; ຈັດ​ວາງ​ສັບ​ປ່ຽນ​ພະນັກງານ; ປະກາດ​ໃຊ້​ຄຳ​ສັ່ງ​ສະບັບ​ທີ 36-CT/TW, ວັນ​ທີ 30 ພຶດສະພາ 2014, ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄະນະ​ພັກ​ຂັ້ນ​ຕ່າງໆ ກ້າວ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ, ກົດ​ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ; ປ່ຽນ​ແປງ​ໃໝ່​ວຽກ​ງານກະກຽມ​ບຸກຄະລາ​ກອນຂອງ​ກອງ​ປະຊຸມ​ໃຫຍ່,... ທັ​ງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ໄດ້, ທັງ​​ເພີ່ມ​ທະວີ​ລະບຽບ​ວິ​ໄນ. ຢູ່​ນີ້, ມີ​ສ່ວນ​ປະກອບ​ໃຫຍ່​ຫຼວງ​ທີ່​ສຸດ​ຂອງ​ຂະ​ແໜງ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ, ຂອງ​ຖັນ​ແຖວ​ພະ​ນັກງານ​ເຮັດ​ວຽກ​ງານຈັດ​ຕັ້ງ​ກໍ່ສ້າງ​ພັກ. ຕາງໜ້າ​ກົມ​ການ​ເມືອງ, ຄະນະ​ເລຂາທິການ, ຂ້າພະ​ເຈົ້າສະ​ແດງ​ຄວາມ​ຊົມ​ເຊີຍ ອວຍພອນ ​ແລະ ສັນລະ​ເສີນຢ່າງ​ສຸດ​ໃຈ​ຕໍ່ຂະ​ແໜງ​ການຈັດ​ຕັ້ງ​ກໍ່ສ້າງ​ພັກຂອງ​ພວກ​ເຮົາ​ໃນ​ປີ 2015 ​ແລະ ​ໃນ​ສະ​ໄໝ​ປະຈຳການທີ່​ຜ່ານ​ມາ ທີ່​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ດີ​ງານ​ຫຼາຍ​ຢ່າງ.

​ແຕ່, ພວກ​ເຮົາ​ກໍບໍ່ພຶງພໍ​ໃຈ​ເຕັມ​ສ່ວນ ຕໍ່​ຜົນງານ​ທີ່​ບັນລຸ​ໄດ້, ຍ້ອນ​ວ່າ​ຍັງ​ມີ​ຄວາມ​ຈຳກັດ ຂໍ້ຂາດ​ຕົກ​ບົກພ່ອງ​ບໍ່​ໜ້ອຍ, ມີ​ວຽກ​ງານ​ຫຼາຍ​ຢ່າງ​ຍັງ​ບໍ່​ທັນ​ແລ້ວ, ຫາງ​ສຽງ​ສັງຄົມ​ຍັງ​ມີ​ຄວາມ​ຮ້ອນ​ເຄືອງ​ຢູ່, ປະຊາຊົນ​ຍັງ​ບໍ່​ທັນ​ອຸ່ນອຽນ​ໃຈ. ອີກ​ປະການ​ໜຶ່ງ, ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ​ເປັນ​ຂົງ​ເຂດ​ສຳຄັນ ​ແຕ່​ສັບສົນ ຫຍຸ້ງຍາກ​ທີ່​ສຸດ, ຍ້ອນມັນ​ແຕະຕ້ອງ​ເຖິງຄົນ, ​ເປັນ​ວຽກ​ງານ​ຕໍ່​ກັບ​ຄົນ, ມັນ​ພົວພັນ​ເຖິງ​ແນວ​ຄິດ​ຈິດ​ໃຈ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຄົນ. ຈະ​ສັງ​ເກດ ຕີ​ລາຄາ​ພະນັກງານ​ຄື​ແນວ​ໃດ? ຈັດ​ວາງ​ສັບ​ຊ້ອນ​ເຂົ້າ​ບ່ອນ​ໃດ? ລະບອບ, ນະ​ໂຍບາຍ​ຄື​ແນວ​ໃດ?... ສະຫາຍ​ໃດ​ໄດ້​ຮັບ​ຄວາມ​ສະດວກ, ຫຼື​ໄດ້ຮັບ​ການ​ສັບ​ຊ້ອນສອດຄ່ອງກັບ​ຄວາມປາຖະໜາ​ຂອງ​ຕົນກໍ​ເບີກບານ​ໃຈ; ສະຫາຍ​ໃດ​ໄດ້​ຮັບ​ການ​ສັບ​ຊ້ອນ​ແຕ່​ຍັງ​ບໍ່​ສອດຄ່ອງ​ກັບ​ຄວາມ​ປາຖະໜາ​ຂອງ​ຕົນກໍ​ບໍ່​ດີ​ໃຈ, ບາງທີ​ເກີດ​ຄວາມ​ຄິດ​ເບື່ອ​ໜ່າຍ ອຸກ​ອັ່ງ​ໃຈ. ຫຼາຍ​ຄົນ​ເຄີຍ​ເວົ້າ​ວ່າ “ຂະ​ແໜງ​ຂອງ​ພວກ​ເຮົາ​ມີ​ບຸນ​ບາບ​ຫຼາຍ; ພໍ​ໃຈ, ຖືກ​ຕາມ​ຄວາມ​ປະສົງ​ກໍ​ເບີກບານ​ມ່ວນ​ຊື່ນ; ຂັດ​ໃຈ, ຝືນ​ກັບ​ຄວາມ​ປະສົງ​ກໍ​ເກີດ​ເລື່ອງ, ຊ້ຳ​ບໍ່​ໜຳ ບາງ​ເທື່ອ​ຍັງຂັດ​ເຄືອງ”. ພວກ​ເຮົາບໍ່​ອາດ​ອັດຕະວິ​ໄສ​ໄດ້. ປັດຈຸບັນ, ​ໃນ​ຫາງ​ສຽງ​ສັງຄົມ​ຍັງ​ຊ່າ​ລື​ເລື່ອງ​ວິ້ງເຕັ້ນຫາ​ຖານະ​ຕຳ​ແໜ່​ງ, ຍົດ​ສັກ, ວິ້ງ​ເຕັ້ນ​ເອົາ​ສັນ​ນິຍະ​ບັດ, ວິ້ງ​ເຕັ້ນ​ເອົາ​ນະ​ໂຍບາຍ, ວິ້ງ​ເຕັ້ນ​ໃຫ້​ໄດ້​ຮັບ​ການ​ສັບ​ປ່ຽນ​ຕຳ​ແໜ່​ງ,... ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ສະຫາຍ​ປຶກສາ​ສົນທະນາ​ຢ່າງ​ກົງ​ໄປ​ກົງ​ມາ​ເບິ່ງ​ວ່າ​ມີ​ເລື່ອງ​ເຫຼົ່າ​ນັ້ນ​ຫຼື​ບໍ່, ລະດັບ​ຂອງ​ມັນ​ຄື​ແນວ​ໃດ, ​ເບິ່ງ​ວ່າ​ໃຜ​ເປັນ​ຜູ້​ວິ້ງ​ເຕັ້ນ, ວິ້ງ​ເຕັ້ນ​ໄປ​ຫາ​ໃຜ? ຖ້າ​ຫາກ​ມີ ​ແມ່ນ​ໃຜ​ຕ້ອງ​ແກ້, ຕ້ອງ​ຖອດ​ຖອນ​ບົດຮຽນ, ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ​ເລື່ອງ​ນີ້​ໃຫ້​ຈົນ​ໄດ້. ຖ້າ​ຫາກ​ບໍ່​ມີ ກໍ​ຕ້ອງ​ຕອບ​ອະທິບາຍຢ່າງ​ຈະ​ແຈ້ງ ​ໂປ່​ງ​ໄສ. ຕ້ອງ​ແກ້​ໄຂ ຜ່ອນຄາຍ​ຄວາມ​ຄິດ​ໜັກ​ໃຈ, ມະ​ໂນ​ພາບ​ນັ້ນ. ຢາກ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ປະ​ຕິ​ບັດ​ດ້ວຍ​ກົດໝາຍ, ດ້ວຍ​ກົດ​ລະບຽບ ຂໍ້​ກຳນົດ, ​ແລ້ວກໍ​ກວດກາ, ຊຸກ​ຍູ້​ຢ່າງຮີບ​ເຮັ່ງ. ​ແລະ ກ່ອນ​ອື່ນ​ໝົດ, ບັນດາ​ຜູ້​ທີ່​ເຮັດ​ວຽກ​ງານ​ພະນັກງານ​ຕ້ອງ​ຊື່ສັດ ທ່ຽງທຳ ສຸດຈະລິດ​ໃຈ ​ເຫັນ​ແກ່​ສ່ວນ​ລວມ.

ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ປີ 2016 

ຂ້າພະ​ເຈົ້າ​ເຫັນ​ດີ​ໂດຍ​ພື້ນຖານ​ກັບ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ​ແລະ ວິທີ​ແກ້​ ທີ່​ລາຍ​ງານ​ຂອງຄະນະ​ຈັດ​ຕັ້ງ​ສູນ​ກາງ​ໄດ້​ລະບຸ​ໄວ້. ຂໍ​ເນັ້ນ​ພຽງ​ບາງ​ຈຸດ​ເທົ່າ​ນັ້ນ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 2 ສະ​ໄໝ​ທີ XII ​ໄດ້ຢັ້ງຢືນ: ປີ 2016 ​ເປັນ​ປີ​ທີ່​ສຳຄັນ​ທີ່​ສຸດ​ສຳລັບວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຮົາ, ຍ້ອນ​ມັນ​ເປັນ​ປີ​ທຳ​ອິດ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ປີ​ຈັດ​ຕັ້ງ​​ເລືອກ​ຕັ້ງສະມາຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ  XIV ​ແລະ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ສະ​ໄໝ 2016 - 2021. ກອງ​ປະຊຸມ​ໄດ້​ສະ​ເໜີ 5 ໜ້າ​ທີ່​ຈຸກ​ໜັກ​ໃຈກາງ, ຂ້າພະ​ເຈົ້າ​ຈະ​ບໍ່​ເວົ້າ​ຄືນ​ອີກ.

ສຳລັບ​ຂົງ​ເຂດ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ​ຂອງ​ພວກ​ເຮົາ​ນີ້​ມັນ​ມີ​ຄວາມ​ສຳຄັນ​ຍິ່ງ. ພວກ​ເຮົາ​ຢືນ​ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ໜ້າ​ທີ່​ໃໝ່​ທີ່​ໃຫຍ່​ໂຕ, ໜັກໜ່ວງ, ຫຍຸ້ງຍາກ. ສະພາບ​ການ​ຜັນ​ປ່ຽນອ້ອມ​ຂ້າງ​ພວກ​ເຮົາ​ນີ້ຍັງ​ສັບສົນ, ຄາດ​ຄະ​ເນ​ຍາກ. ພິ​ເສດ, ບັນດາ​ອິດ​ທິກຳລັງ​ທີ່​ບໍ່​ດີ, ​ອິດ​ທິກຳລັງ​ສັດຕູ ພວມ​ຫາ​ທຸກ​ວິທີ​ເພື່ອ​ຕ້ານທຳລາຍ​ພວກ​ເຮົາ​ຢ່າງ​ດຸ​ເດືອດ, ​ໂຈມ​ຕີ​ພັກ​ເຮົາ. ຈັ່ງ​ຊັ້ນ​ ທ່າ​ທີ​ຂອງ​ພວກ​ເຮົາ​ຕ້ອງ​ຄື​ແນວ​ໃດ? ບັນດາ​ສະຫາຍ​ຈະ​ຮູ້​ວ່າ​ພະນັກງານ, ສະມາ​ຊິກ​ພັກ, ປະຊາຊົນ​ ພວມ​ມີ​ຄວາມ​ນຶກ​ຄິດ​ຈິດ​ໃຈ​ຫຍັງ​ບໍ່? ຄວາມ​ກັງວົນ​ໃຈ, ບໍ່​ຮູ້​ວ່າ​ພັກ​ຂອງ​ພວກ​ເຮົາ​ຈະ​ສາມາດ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ​ໄດ້​ຫຼື​ບໍ່, ຈະ​ຮັກສາ​ໄດ້​ທາດ​ແທ້​ຊົນ​ຊັ້ນ ​ແລະ ລັກສະນະ​ນຳ​ໜ້າ, ທາດ​ແທ້​ປະຕິວັດ​ ໄດ້​ຫຼື​ບໍ່? ປະ​ເທດ​ເຮົາ​ຈະ​ໄປ​ທາງ​ໃດ, ​ໄປ​ໃສ, ​ເປັນ​ຕົ້ນ​ແມ່ນ​ໃນ​ເງື່ອນ​ໄຂ​ແຫ່ງ​ການ​ຂະຫຍາຍ​ເສດຖະກິດ​ຕະຫຼາດ, ​ເປີດ​ປະຕູ, ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ຄື​ແນວ​ນີ້? ພວກ​ຜູ້​ບໍ່​ດີ​ສວຍ​ໃຊ້​ໂອກາດ​ຕ້ານ​ຢັນ​ທຳລາຍ​ພວກ​ເຮົາ ​ແລະ ​ໃນ​ພາກ​ຕົວ​ຈີ​ງ ມີ​ພະນັກງານ​ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ ຖືກ​ເສື່ອມໂຊມ​ປ່ຽນ​ທາດ... ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ ຮອບ​ດ້ານ ​ແລະ ຄົບ​ຊຸດ, ​ແຕ່​ປ່ຽນ​ແປງ​ໃໝ່​ຕ້ອງ​ຖືກ​ທິດ​ທາງ, ບໍ່​ໃຫ້​ຫຼົງ​ທາງ, ຈາກ​ຂົ້ວ​ນີ້​ເຕັ້ນ​ໄປ​ສູ່​ຂົ້ວ​ອື່ນ. ບັນດາ​​ອິດ​ທິກຳລັງ​ທີ່​ບໍ່​ດີ, ອິດ​ທິກຳລັງ​ສັດຕູ ພວມ​ຢາກ​ໃຫ້​ພວກ​ເຮົາ​ປ່ຽນ​ແປງ​ລະບອບ​ການ​ເມືອງ. ຢູ່​ກອງ​ປະຊຸມ​ສູນ​ກາງ ​ແລະ ກອງ​ປະຊຸມ​ກົມ​ການ​ເມືອງ​ຈຳນວນ​ໜຶ່ງ ພວກ​ເຮົາ​ໄດ້​ຢັ້ງຢືນ: ປ່ຽນ​ແປງ​ໃໝ່​ການ​ເມືອງ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ປ່ຽນ​ແປງ​ລະບອບ​ການ​ເມືອງ, ບໍ່​ໝາຍ​ຄວາມ​ວ່າ​ ເຮັດ​ໃຫ້​ທາດ​ແທ້​ຂອງ​ພັກ ລັດ​ເຮົາ​ປ່ຽນ​ແປງ​ໄປ. ​ແນວທາງ​ຕ້ອງ​ໄປ​ຖືກຕ້ອງ​ຕາມ​ທິດ​ທາງ​ຂອງ​ໂຄງການ​ການ​ເມືອງ ​ແລະ ລັດຖະທຳ​ມະນູນ​ໃໝ່ ທີ່​ຫາ​ກໍ​ໄດ້​ຮັບຮອງ​ຜ່ານ. ສືບ​ຕໍ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ແຕ່​ຕ້ອງ​ມີ​ລະບຽບ ວິ​ໄນ.

ຍ້ອນ​ເຫດ​ນັ້ນ ພວກ​ເຮົາ​ຈຶ່ງ​ຕ້ອງ​ເດັດດ່ຽວ, ຕັ້ງ​ໝັ້ນຍູ້​ແຮງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນກາງພັກ ​ຄັ້ງ​ທີ 4 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ຕິດ​ກັບ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ; ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ກີດ​ກັ້ນ, ຍູ້​ຖອຍ​ສະພາບ​ຄວາມ​ຊຸດ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ດຳລົງ​ຊີວິດ ​ແລະ ບັນດາ​ປະກົດ​ການ “ຜັນປ່ຽນດ້ວຍ​ຕົນ​ເອງ”, “ປ່ຽນ​​ແປງດ້ວນຕົນ​ເອງ” ຢູ່​ພາຍ​ໃນ; ​ເອົາ​ໃຈ​ໃສ່​ນຳພາ, ຊີ້​ນຳ​ການ​ປ່ຽນ​ແປງ​ໃໝ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ລັກສະນະ​ເນື້ອ​ແທ້​ ຂອງ​ວຽກ​ງານ​ຈັດ​ຕັ້ງ​ພະນັກງານ ​ເຊິ່ງຈຸດ​ໜັກ​ແມ່ນ​ຕີ​ລາຄາ​ພະນັກງານ; ຍົກ​ສູງ​ຄຸນ​ນະພາ​ບຂອງການຈັດ​ຕັ້ງ​ຮາກ​ຖານ​ພັກ ​ແລະ ສະມາຊິກ​ພັກ; ຮັກສາລະ​ບຽບວິ​ໄນ​ຢ່າງ​ເຂັ້ມ​ງວດ, ​ເປັນ​ແບບຢ່າງ, ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ເຮັດ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ແນວ​ຄິດ, ​ໂຄສະນາ​ຂົນຂວາຍ; ​ເພີ່ມ​ທະວີ​ການ​ນຳພາ, ຊີ້​ນຳ ​ແລະ ຄຸ້ມ​ຄອງການ​ສື່​ຂ່າວ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ພາຫະນະ​ສື່​ຂ່າວ​ອິນ​ເທີ​ເນັດ. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄວາມ​ສັກສິດ​ຂອງ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ແລະ ປະຕິບັດ​ວິ​ໄນ​ຂອງ​ພັກ. ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​​ວຽກ​ງານ ຂອງ​ບັນດາ​ອົງການ​ເສນາ​ທິການ​ຂອງ​ສູນ​ກາງ​ພັກ, ​ໃນ​ນັ້ນ​ມີ​ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ.

ໜ້າ​ທີ່​ຂອງ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ​ໃນ​ປີ 2016 ​ແລະ​ໃນ​ຊຸມ​ປີ​ຕໍ່ໜ້າ​ ແມ່ນ​ໜັກໜ່ວງ​ທີ່​ສຸດ, ມັນ​ຮຽກຮ້ອງ​ຄວາມ​ຮັບຜິດຊອບທີ່​ສູງ​ທີ່​ສຸດ ​ຂອງຂະ​ແໜງ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ​ທັງ​ໝົດ; ຕ້ອງ​ມານະ​ພະຍາຍາມ​ສູ້​ຊົນ​ດ້ວນ​ຄວາມ​ຕັດສິນ​ໃຈ​ທີ່​ສູງ​ທີ່​ສຸດ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ໃຫ້​ໄດ້​ເປັນ​ຢ່າງ​ດີ ຄື​ທີ່​ໄດ້​ລະບຸ​ໄວ້​ໃນ​ລາຍ​ງານ​ຂອງກອງ​ປະຊຸມ​ນີ້. ລະອຽດ​ຄື:

ທີ​ໜຶ່ງ, ບັນດາ​ອົງການ ​ແລະ ພະນັກງານ​ເຮັດ​ວຽກ​ງານ​ຈັດ​ຕັ້ງກໍ່ສ້າງ​ພັກ​ ຕ້ອງ​ຄົ້ນ​ຄວ້າ, ຊາບ​ຊືມຢ່າງ​ເລິກ​ເຊິ່ງ ​ແລະ ວາງ​ແຜນການ, ​ໂຄງການ​ການ​ກະທຳຢ່າງ​ລະອຽດສຳລັບ​ປີ 2016 ​ແລະ ​ໃນ​ຕະຫຼອດ​ສະ​ໄໝ​ປະຈຳ​ການ ​ເພື່ອ​ຢັ້ງຢືນ​ບົດບາດ​ເປັນ​ເສນາ​ທິການ​ຊ່ວຍ​ວຽກ​ໂດຍ​ກົງ​ໃຫ້​ຄະນະ​ພັກ​ຂັ້ນ​ຕ່າງໆ ​ໃນ​ການ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ​ບັນດາ​ໜ້າ​ທີ່​ໃນ​ຂົງ​ເຂດຈັດ​ຕັ້ງ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ ​ເຊິ່ງ​ໄດ້​ລະບຸ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຕ່າງໆ. ​ໃນ​ສະ​ເພາ​ະໜ້າ, ບັນດາ​ສະຫາຍ​ຕ້ອງ​ສຸມ​ໃສ່​ວຽກ​ງານ​ຊີ້​ນຳ, ນຳພາ, ສົມທົບ​ການ​ກະກຽມ ​ແລະ ຈັດ​ຕັ້ງ​ການ​​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ XIV ​ແລະ ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ.

ທີ​ສອງ, ​ເພີ່ມ​ທະວີ​ຍິ່ງ​ກວ່າ​ອີກ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ, ຄວາມ​ສະຫລຸບ​ຂອງ​ສູນ​ກາງ, ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆ ຕໍ່​ຂົງ​ເຂດ​ຈັດ​ຕັ້ງ​ກໍ່ສ້າງ​ພັກ; ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ການ​ສະຫລຸບ​ເບື້ອງຕົ້ນ, ສະຫລຸບ​ສັງ​ລວມພຶດຕິ​ກຳ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຕົວ​ແບບ, ບັນດາ​ວິທີ​ປະຕິບັດ​ງານ​ໃໝ່, ການ​ປະດິດ​ສ້າງ​ທີ່​ມີ​ປະສິດທິ​ຜົນຢູ່​ຂັ້ນ​ຕ່າງໆ; ຈາກ​ນັ້ນ ປະກອບສ່ວນ​ຄົ້ນຄວ້າ, ສະໜອງ​ຫຼັກ​ຖານ​ວິທະຍາສາດ, ພຶດຕິ​ກຳ ​​ຮັບ​ໃຊ້​ໃຫ້​ແກ່ການ​ກໍ່ສ້າງຮ່າງ​ໂຄງການ​ ​ເພື່ອສະ​ເໜີ​ຕໍ່​ສູນ​ກາງ, ກົມ​ການ​​ເມືອງ ​ແລະ ຄະນະ​ພັກ​ຂັ້ນ​ຕ່າງໆ. ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ໂຄງການ​ທີ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ມອບ​ໃຫ້ຂະ​ແໜງ​ການຈັດ​ຕັ້ງກໍ່ສ້າງ​ພັກ: 1- ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການກໍ່ສ້າງ, ປັບປຸງ​ພັກ; ກີດ​ກັ້ນ, ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນດຳລົງ​ຊີວິດ, ປະກົດ​ການ “ຜັນປ່ຽນດ້ວຍຕົນເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ. 2- ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ, ກໍ່ສ້າງ​ການ​ຈັດ​ຕັ້ງ, ກົງຈັກ​ຂອງ​ລະບົບ​ການ​ເມືອງ ​ໃຫ້​ກະທັດ​ລັດ, ​ເຄື່ອນ​ໄຫວ​ດີ​ມີ​ຄວາມ​ສັດ​ສິດ, ມີ​ປະສິດທິ​ຜົນ. 3- ກ່ຽວ​ກັກ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຖັນ​ແຖວ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ ທີ່​ມີ​ຄວາມ​ສາມາດ ມີ​ຄຸນ​ທາດ ​ແລະ​ອິດ​ທິພົນ​ຢ່າງ​ພຽງພໍ, ​ເທົ່າ​ທຽມ​ກັບ​ລະດັບ​ໜ້າ​ທີ່.

ທີ​ສາມ, ຄົ້ນຄວ້າ, ຍົກ​ສູງ​ກວ່າ​ອີກ​ ບົດບາດ ​ແລະ ປະສິດທິຜົນ​ຂອງ​ວຽກ​ງານ​ເສນາ​ທິການ​ຂອງຂະ​ແໜງ​ການຈັດ​ຕັ້ງກໍ່ສ້າງ​ພັກ ກ່ຽວ​ກັບ​ລຳດັບ​ດຳ​ເນີນ​ວຽກ​ງານ​ພະນັກງານ, ນັບ​ແຕ່​ການ​ຄົ້ນ​ເຜີຍ ຕີ​ລາຄາ ຈົນ​ເຖິງ​ການວາງ​ແຜນ, ກໍ່ສ້າງ, ອົບຮົມ, ຜັດປ່ຽນ, ຍົກຍ້າຍ, ສັບ​ຊ້ອນ, ​ແຕ່ງ​ຕັ້ງ, ນຳ​ໃຊ້ ​ແລະ ປະຕິບັດ​ນະ​ໂຍບາຍ​ຕໍ່​ກັບ​ພະນັກງານ. ​ເພີ່ມ​ທະວີ​ຍິ່ງ​ກວ່າ​ອີກ​ວຽກ​ງານ​ປົກ​ປັກ​ຮັກສາ​ການ​ເມືອງ​ພາຍ​ໃນ, ​ແກ້​ໄຂ​ບັນຫາ​ປະຫວັດ​ສາ​ການ​ເມືອງ​ໃຫ້​ດີ, ຍູ້​ແຮງ​ການ​ພິຈາລະນາ, ​ແກ້​ໄຂ​ບັນຫາ​ການ​ເມືອງ​ປັດ​ຈຸ​ບັນ.

ທີ​ສີ່, ປັບປຸງ, ບູລະນະ​ກົງຈັກ​ບັນດາ​ອົງການ​ເຮັດ​ວຽກງານຈັດ​ຕັ້ງກໍ່ສ້າງ​ພັກ​ໃຫ້​ໄດ້​ຢ່າງ​ສອດຄ່ອງ; ກຳນົດ​ແຈ້ງ​ຄວາມ​ຮັບຜິດຊອບ, ໜ້າ​ທີ່, ສິດ​ຂອບ​ເຂດ ​ຂອງ​ແຕ່​ລະ​ອົງການ​ຈັດ​ຕັ້ງ, ​ແຕ່​ລະ​ສຳນັກງານ, ກຳ​ນົດ​ແຈ້ງ​ທີ່​ຕັ້ງ, ໜ້າວຽກ, ກໍ່ສ້າງມາດ​ຕະຖານ, ບັນທັດຖານນາມມະຍົດ​ ຂອງຂະ​ແໜງ​ການຈັດ​ຕັ້ງກໍ່ສ້າງ​ພັກ; ສິ່ງ​ໃດ​ທີ່​ບໍ່​ສອດຄ່ອງ​ກໍ​ຕ້ອງ​ປ່ຽນ​ແປງ, ດັດ​ແປງ​ໃຫ້​ເໝາະ​ສົມ. ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນະພາບ​ຂອງ​ຖັນ​ແຖວ​ພະນັກງານ ​ແລະ ​ເບິ່ງ​ແຍງ​ປົວ​ແປງ​ຊີວິດ​ຄວາມ​ເປັນ​ຢູ່​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ຖັນ​ແຖວ​ພະນັກງານ​ເຮັດ​ວຽກງານຈັດ​ຕັ້ງກໍ່ສ້າງ​ພັກ. ​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ຄະນະ​ພັກ ​ແລະ ການຈັດ​ຕັ້ງ​ພັກ, ກ່ອນ​ອື່ນ​ແມ່​ນສະ​ຫາຍເລຂາຄະນະ​ພັກ, ​ເລຂາ​ຄະນະ​ກຳມະການ​ພັກ, ຫົວໜ້າ​ອົງການ​ຕ່າງໆ ຈົ່ງ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ຊ່ວຍໃຫ້​ບັນດາ​ອົງການ​ເຮັດ​ວຽກງານຈັດ​ຕັ້ງກໍ່ສ້າງ​ພັກ ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ສຳ​ເລັດ​ຜົນ.

ທີ​ຫ້າ, ​ເພື່ອ​ເຮັດ​ຫຼ້ອນ​ໜ້າ​ທີ່ຕ່າງໆ ​ທີ່​ກ່າວ​ມາ​ເທິງ​ນີ້ ຖັນ​ແຖວ​ພະນັກງານຂະ​ແໜງ​ການຈັດ​ຕັ້ງກໍ່ສ້າງ​ພັກຕ້ອງ​ສູ້​ຊົນ​ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ອອກ​ແຮງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ເປັນ​ປະຈຳ, ຍົກ​ສູງລະດັບ​ທຸກ​ດ້ານ, ປ່ຽນ​ແປງ​ໃໝ່​ວິທີ ​ແລະ ​ແບບ​ແຜນ​ເຮັດ​ວຽກ, ​ໃກ້ຊິດກັບ​ພາກ​ຕົວ​ຈິງ, ຢຶດ​ໝັ້ນ​ຫຼັກການ, ພະຍາຍາມ​ຮັບຟັງ​ຄວາມ​ຄິດ​ເຫັນ. ບັນດາ​ຜູ້​ທີ່​ແບກ​ຫາບ​ພາລະ​ກຳ​ອັນ​ສຳຄັນ, ຫຍຸ້ງຍາກ, ສັບສົນ​ນີ້ ​ມີ​ກຽດ​ອັນ​ສະຫງ່າ ​ແຕ່​ຄວາມ​ຮັບຜິດຊອບ​ກໍ່​ໜັກໜ່ວງ​ທີ່​ສຸດ, ​ເຊິ່ງບໍ່​ພຽງ​ແຕ່​ຕ້ອງ​ມີ​ຄວາມ​ຮູ້​ຂະ​ແໜງ​ວິຊາ​ສະ​ເພາະ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ຄວາມ​ຮູ້​ຮອບດ້ານ​ພໍ​ຄວນ, ກຳ​ແໜ້ນ​ກົດ​ລະບຽບ​ຂອງ​ພັກ, ກຳ​ແໜ້ນ​ບັນດາ​ຫຼັກການ, ຂໍ້​ກຳນົດ, ​ເອກະສານທີ່​ກ່ຽວຂ້ອງ, ຕ້ອງ​ໝູນ​ໃຊ້​ຢ່າງ​ຊຳນິຊຳນານ. ພິ​ເສດ​ແມ່ນ ​ຕ້ອງ​ມີ​ຈິດ​ໃຈມະນຸດອະລິຍະທຳ, ຊື່ສັດສຸຈະລິດ, ຜ່ອງ​ໃສ, ພາວະ​ວິ​ໄສ, ສຸດ​ອົກ​ສຸດ​ໃຈ​ຕໍ່​ວຽກ​ງານ; ບໍ່​ອ່ອນ​ຍອມ​ຕໍ່​ບໍ່​ວ່າ​ການ​ກະທົບ​ໃດ ແຮງ​ໜີບທີ່​ບໍ່​ສົດ​ໃສ​ໃດໆ. ພວກ​ເຮົາ​ຕ້ອງ​ມີ​ນ້ຳ​ໃຈ​ເຂັ້ມ​ແຂງ, ກ້າ​ກີດ​ກັ້ນ​ການ​ປະພຶດ​ທີ່​ບໍ່​ຖືກຕ້ອງ, ຕໍ່ສູ້​ຕ້ານ​ໃຫ້​ຈົນ​ໄດ້ຕໍ່ພະຍາດ​ພັກ​ພວກ, ພາກສ່ວນ, ​ເອກະ​ຊົນ​ນິຍົມ, ຜົນ​ປະ​ໂຫຍ​ດໝູ່​ພວກ ​ແລະ ກໍ​ບໍ່​ຍອມ​ໃຫ້​ຖືກ​ຊື້​ຈ້າງ​ຈອບ​ອອຍ, ບໍ່​ຍອມ​ໃຫ້​ຖືກ​ແຊກ​ຄຸມ​ຍ້ອນ​ຄວາມ​ພົວພັນ​ສ່ວນ​ຕົວ, ລຶ້ງ​ເຄີຍ​ທີ່​ບໍ່​ຜ່ອງ​ໃສ. ຂ້າພະ​ເຈົ້າຢາກ​ໂອ້​ລົ​ມ ​ແລະ ກ່າວ​ເນັ້ນ​ຄື​ແນວ​ນັ້ນ ​ເພື່ອ​ໃຫ້​ຂະ​ແໜງ​ການ​ຂອງ​ພວກ​ເຮົາ​ເປັນ​ຂະ​ແໜງ​ການ​ແບບ​ຢ່າງ, ມີ​ກຽດ​ອັນ​ສະຫງ່າ, ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ສຳ​ເລັດ​ຜົນ. ຫວັງ​ວ່າ ຜ່ານ​ກອງ​ປະຊຸມ​ນີ້ ບັນດາ​ສະຫາຍ​ຈະຖອດ​ຖອນ​ບົດຮຽນ​ໄດ້​ຫຼາຍ, ມີ​ຄວາມ​ຕັດສິນ​ໃຈ​ໃໝ່, ບັນຍາກາດ​ທ່ວງທ່າ​ໃໝ່ ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ດີ​ເດັ່ນ, ສົມ​ກຽດ​ກັບ​ຄວາມ​ຄອງ​ຄອຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ./.

​ໂດຍ ຫງວຽນ​ຝູຈ້ອງ
ເລຂາທິການ​ໃຫຍ່​
ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ

-------------------------

* ຫົວ​ຂໍ້​ໂດຍ​ວາລະສານ​ກອມ​ມູນິດ​ເປັນ​ຜູ້​ແຕ່ງ