ຄຳ​ນຳ​ຂອງ​ຄະນະ​ບັນນາທິການ: ​ໃນ​ສອງ​ວັນ ຄື​ວັນ​ທີ 19 - 20 ​ເມສາ 2016, ຢູ່​ທີ່​ຮ່າ​ໂນ້ຍ, ສູນ​ກາງພັກ​ກອມ​ມູນິດ ​ຫວຽດນາມ ​ໄດ້​ຈັດ​ຕັ້ງ ກອງ​ປະຊຸມພະນັກ​ງານ​ທົ່ວ​ປະ​ເທດ ​ເພື່ອ​ຮ່ຳຮຽນ, ​ເຊື່ອມ​ຊຶມ ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ XII ຂອງ​ພັກ. ສະຫາຍ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ມາ​ຮ່ວມ ​ແລະ ກ່າວ​ປາ​ໄສຊີ້​ນຳ​ກອງ​ປະຊຸມ. ວາລະ​ສານ​ກອມ​ມູນິດ ຂໍ​ເປັນ​ກຽດ​ໄດ້​ແນະນຳ​ ເນື້ອ​ໃນ​ບົດ​ປາ​ໄສ ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ກ່າວປາໄສໄຂກອງປະຊຸມ. (ພາບ: TTXVN)

ກ່ອນ​ອື່ນ​ໝົດ, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ ສະ​ແດງຄວາ​ມຊົມ​ເຊີຍຢ່າງ​ສຸດ​ໃຈ​ ຕໍ່​ບັນດາ​ສະຫາຍ​ທີ່​ມາ​ຮ່ວມ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ ​ເພື່ອຮ່ຳຮຽນ, ​ເຊື່ອມ​ຊຶມມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ.

ຄື​ດັ່ງ​ທີ່​ບັນດາ​ສະຫາຍ​ໄດ້​ຮູ້​ແລ້ວ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ XII ຂອງ​ພັກ ໄດ້ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍສຳຄັນ​ຍິ່ງ, ມັນ​ກຳນົດ​ທິດ, ຊຸກຍູ້ ​ແລະ ປຸກລະດົມ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ເຮົາ​ ເສີມ​ຂະຫຍາຍ​ຢ່າງ​ສຸດ​ຂີດ ນ້ຳ​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ອີງ​ໃສ່​ຕົນ​ເອງ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ສູ້​ຊົນ​ເພື່ອ​ສ້າງ​ປະ​ເທດ​ຫວຽດນາມ​ໃຫ້ກາຍ​ເປັນປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ ​ໂດຍ​ໄວ.

ພາຍຫຼັງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ພວກ​ເຮົາ​ໄດ້​ສຸມ​ໃສ່​ຊີ້​ນຳ, ຈັດ​ຕັ້ງ​ໃຫ້​ປະຊາຊົນ​ຕ້ອນຮັບ​ບຸນປີ​ໃໝ່ປີວ​ອກ ຢ່າງ​ເບີກບານ​ມ່ວນ​ຊື່ນ ສົດ​ໃສ ​ແລະ ປະຢັດ. ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ, ລັດຖະບານ​ໄດ້​ມີ​ການ​ຊີ້​ນຳ ​ໃຫ້​ປັບປຸງ​ລະບຽບ​ວິ​ໄນ, ການ​ອອກ​ແຮງ​ງານ ພາຍຫຼັງ​ບຸນປີ​ໃໝ່​ປະຈຳ​ຊາດ ​ແລະ ການ​ເຄື່ອນ​ໄຫວ​ງານ​ບຸນ​ເທດສະການ​ຕົ້ນ​ປີ.

ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ຕ່າງໆ​ ຫຼ​າຍຢ່າງ, ​ເປັນ​ຕົ້ນ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ພັດທະນາ​ເສດຖະກິດ - ສັງຄົມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ປະຕິບັດ​ບັນດາ​ໜ້າ​ທີ່​ກໍ່ສ້າງ​ພັກ, ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ການພົວພັນ​ຕ່າງປະ​ເທດ.

ກົມ​ການ​ເມືອງສູນ​ກາງພັກ ​ໄດ້​ຮີບ​ກໍ່ສ້າງ​ໂຄງການ​ປະຕິ​ບັດ​ງານ​ໃນສະ​ໄໝ​ປະຈຳການ ​ເພື່ອ​ສະ​ເໜີ​​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ​ສອງ ຄະນະ​ບໍລິຫານ​ງານ​ສູນ​ກາງຊຸດ​ທີ XII ຮັບຮອງ​ຜ່ານ; ​ແບ່ງ​ງານ​ໃຫ້​ບັນດາ​ສະຫາຍ​ໃນກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ, ກະກຽມ​ບຸກຄະລາ​ກອນຂອງ​ບັນດາ​ອົງການ​ລັດ ​ເພື່ອ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີ XIII ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ; ກະກຽມ​ບຸກຄະລາ​ກອນ​ຂອງ​ບັນດາ​ອົງການ​ການ​ເມືອງ - ສັງຄົມ, ບຸກຄະລາ​ກອນ​ທີ່​ອອກສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIV.

ນັບ​ແຕ່ພາຍຫຼັງກອງ​ປະຊຸ​ມ​ໃຫຍ່​ມາ​ຮອດ​ດຽວ​ນີ້, ພະນັກງານ ສະມາຊິກ​ພັກ ​ແລະ ​ປະຊາ​ຊັນມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ, ​ໄດ້ຕີ​ລາຄາ​ສູງຜົນສຳ​ເລັດ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ຫວັງ​ດີ ​ຕໍ່​ຖັນ​ແຖວ​ພະນັກງານ​ການ​ນຳ​ຂອງ​ພັກ ​ແລະ ລັດ; ​ເຫັນ​ດີ ສະໜັບສະໜູນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຮົາ. ກົມ​ການ​ເມືອງ​ໄດ້​ປະກາດ​ໃຊ້ ຄຳ​ສັ່ງ​ສະບັບ​ເລກທີ 01-CT/TW, ລົງ​ວັນ​ທີ 22 ມີນາ 2016, ວ່າ​ດ້ວຍ​ການ​ຮ່ຳຮຽນ, ​ເຊື່ອມ​ຊຶມ, ​ໂຄສະນາ​ເຜີນ​ແຜ່, ຜັນ​ຂະຫຍາ​ຍການ​ປະຕິບັດ​ ມະຕິກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ.

​ເພື່ອ​ຜັນ​ຂະຫຍາຍ​ປະຕິ​ບັດ​ຄຳ​ສັ່ງ​ຂອງກົມ​ການ​ເມືອງ, ມື້​ນີ້, ຄະນະ​ເລຂາທິການ​ສູນ​ກາງພັກ ຈັດຕັ້ງກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ ຮ່ຳຮຽນ, ​ເຊື່ອມ​ຊຶມມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ. ນີ້​​ເປັນ​ຄັ້ງ​ທຳ​ອິດ ​ທີ່​ພວກ​ເຮົາ​ຈັດ​ຕັ້ງກອງປະຊຸມ​ເຊື່ອມ​ຊຶມມະຕິກອງ​ປະຊຸມ​ໃຫຍ່ຂອງ​ພັກ  ດ້ວຍ​ຂະໜາດ​ໃຫຍ່​ໂຕ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກື​ອບ 1.400 ຄົນ ຊຶ່ງ​ປະກອບ​ມີ​ ບັນດາ​ສະ​ຫາຍ​ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງພັກ, ບັນດາ​ສະຫາຍ​ພະນັກງານ​ຫຼັກ​ແຫຼ່ງຂອງບັນດາ​ທ້ອງ​ຖິ່ນ, ຄະນະ​ກຳມະການ, ກະຊວງ, ຂະ​ແໜງ​ການ, ສຳນັກງານ​ອົງການ​ສູນ​ກາງ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ ​ແລະ ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ກອງ​ປະຊຸມ.

​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​​ແມ່ນ​ຜະ​ລິດ​ຕະພັນ​ແຫ່ງ​ສະຕິ​ປັນຍາຂອງ​ພະນັກ​ງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຫວຽດນາມ​ທັງ​ໝົດ. ຮ່າງ​ເອກະສານ​ຕ່າງໆ ທີ່​ນຳສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່ ​ໄດ້​ຖືກ​ກະກຽມ​ຢ່າງ​ເປັນ​ເຈົ້າ​ການ​ແຕ່​ກາງ​ສະ​ໄໝ​ປະຈຳການ​ທີ XI, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງພັກ ຊຸດ​ທີ XI; ຫຼາຍ​ຂັ້ນ, ຂະ​ແໜງ​ການ ​ໄດ້​ປະກອບ​ຄວາມ​ຄິດ​ເຫັນ​ທີ່​ສຳຄັນ ດ້ວຍ​ວິທີ​ເຮັດ​ຢ່າງ​ເປັນ​ແບບ​ແຜນ, ວິທະຍາສາດ, ປະຊາທິປະ​ໄຕ. ການ​ຂໍ​ຄວາມ​ເຫັນ​ປະກອບສ່ວນ ​ແລະ ການ​ຮັບ​ເອົາ​ຄວາມ​ຄິດ​ເຫັນ​ເພື່ອ​ປະກອບ​ເຂົ້າ​ໃນ​ຮ່າງ​ເອກະສານ​ຕ່າງໆ ທີ່​ຈະ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ່ XII ນັ້ນ ​ແມ່ນ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຖືກຕ້ອງ​ຕາມ​ແຜນ​ນະ​ໂຍບາຍ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ ຊຸດ​ທີ XI.

​ເນື້ອ​ໃນ​ຂອງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ໄດ້​ກໍ່ສ້າງ​ບົນ​ພື້ນຖານການ​ສະຫລຸບ​ສັງ​ລວມຢ່າງ​ເລິກ​ເຊິ່ງ ທິດ​ສະ​ດີ ​ແລະ ພຶດຕິ​ກຳ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ໂດຍ​ມີ​ການ​ສືບ​ທອດ, ປັບປຸງ​ເພີ່ມ​ເຕີມ, ຂະຫຍາຍ​ເນື້ອ​ໃນ​ຂອງ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ຂອງ​ບັນດາ​ກອງ​ປະຊຸມ​ສູນກາງ​ພັກ​ໃນ​ສະ​ໄໝ​ປະຈຳການ ​ແລະ ​ແນວ​ທາງ, ທັດສະນະ​ຂອງ​ພັກ​ໃນ​ສະ​ໄໝ​ປະຈຳການ​ກ່ອນ​ໜ້າ​ນີ້.

ບັນດາ​ເອກະສານ​ນັ້ນສືບ​ຕໍ່​ຢັ້ງຢືນ​ການ​ບູລະນະ​ທັດສະນະ, ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ເຮົາ ບົນ​ພື້ນຖານ​ໝູນ​ໃຊ້​ລັດ​ທິ ມາກ-​ເລ​ນີນ, ​ແນວ​ຄິດ​ໂຮ່ຈິ​ມິນ ຢ່າງ​ປະດິດ​ສ້າງ ​ແລະ ຮັບ​ເອົາ​ບົດຮຽນ​ສາກົນ​ທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ເຮົາ.

ເອກະສາ​ນກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ມີ​ຈຸດ​ໃໝ່​ຫຼາຍໆ​ຈຸດ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ລະດັບພັດ​ທະນາ​ຈິນຕະນາການ​ທິດ​ສະ​ດີ​ ຂອງ​ພັກ​ເຮົາ​ໃນ​ດ້ານ​ຕ່າງໆ​ ຄືການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ຕ່າງປະ​ເທດ, ກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ. ຈຸດ​ພົ້ນ​ເດັ່ນ​​ໃນ​ເນື້ອ​ໃນຂອງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ  ແມ່ນ​ສະ​ແດງ​ໃຫ້​ເຫັນ​​ເຖິງ ບັນດາ​ທັດ​ສະ​ນະ​ທີ່ສອດ​ຮ້ອຍ​ຕະຫຼອດ, ບັນດາ​ບັນຫາ​ພື້ນຖານ ຫຼັກ​ແຫຼ່ງທີ່​ສຸດ​ ຂອງ​ການ​ປະຕິວັດ​ຫວຽດນາມ, ບັນດາ​ຫຼັກການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ພ້ອມ​ນັ້ນ ຊີວິດ​ຕົວ​ຈິງກໍ່​ໄດ້​ພາ​ໃຫ້​ເກີດ​ມີບັນດາ​ໜ້າ​ທີ່​ອັນ​ລະອຽດ, ບັນດາ​ບັນຫາ​ໃໝ່ ຮີບ​ດ່ວນທີ່​ຈະ​ຕ້ອງ​ແກ້​ໄຂ.

ມະຕິ ​ແລະ ບັນດາ​ເອກະສານກອງ​ປະຊຸມ​ໃຫຍ່​ ຂອງ​ພັກ​ໄດ້​ມີ​ແລ້ວ. ສິ່ງ​ສຳຄັນ​ໃນ​ເວລາ​ນີ້​ແມ່ນ ນຳ​ເອົາ​ມະຕິ​ຂອງ​ພັກ​ເຂົ້າສູ່ຊີວິດ​ຄວາມ​ເປັນ​ຢູ່, ​ແມ່ນ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ໃຫ້​ມີ​ປະສິດທິ​ຜົນ. ​ເຮັດ​ຄື​ແນວ​ໃດ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ ມະຕິ​​ແມ່ນຖືກຕ້ອງ ດີ ​ແຕ່​ເຂົ້າສູ່​ຊີວິດ​ຕົວ​ຈິງ​ຢ່າງ​ຊັກ​ຊ້າ; ຊ້ຳພັດ ບາງ​ກໍລະນີ ​ເວົ້າ​ບໍ່​​ໄປ​ຄຽງຄູ່​ກັບ​ເຮັດ, ​ເວົ້າ​ຫຼາຍ​ເຮັ​ດໜ້ອຍ.

ພວກ​ເຮົາ​ຕ້ອງ​​ເຊື່ອມ​ຊຶມຢ່າງ​ເລິກ​ເຊິ່ງ, ການ​ຮ່ຳຮຽນ, ຜັນ​ຂະຫຍາ​ຍມະຕິ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກຄັ້ງ​ນີ້ ​ເປັນ​ການ​ດຳ​ເນີນ​ຊີວິດ​ການ​ເມືອ​ງຢ່າ​ງກວ້າງຂວາງ​ເລິກ​ເຊິ່ງ, ມັນ​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ, ​ແນ​ໃສ່​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ທາງ​ດ້ານຄວາ​ມຮັບ​ຮູ້, ​ເປັນ​ເອກະ​ພາບ​ທາງ​ດ້ານ​ເຈດ​ຈຳນົງ ​ແລະ​ການກະທຳ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ເຊິ່ງກ່ອນ​ອື່ນ​ໝົດ​ແມ່ນ​ຖັນ​ແຖວ​ພະນັກງານ​ຫຼັກ​ແຫຼ່ງຂອງ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ.

ການ​ຮ່ຳຮຽນ, ​ເຊື່ອມ​ຊຶມມະຕິ​ຕ້ອງ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ, ກີດ​ກັ້ນ ​ແລະ ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ​ແກ້​ໄຂ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ; ​ແກ້​ໄຂ​ຄວາມ​ຮັບ​ຮູ້​ທີ່​ຜິດພາດ; ຕໍ່ສູ້​ຕ້ານ​ກັບ​ທັດສະນະ​ຜິດ​ພາບ ທີ່​ເປັນ​ສັດຕູ​ ໄດ້​ຢ່າງມີ​ປະສິດທິ​ຜົນ.

ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້​ບັນດາ​ສະຫາຍ ​ໃນ​ວິວັດ​ການຈັດ​ຕັ້ງ​ຮ່ຳຮຽນ ​ເຊື່ອມ​ຊຶມ ໂຄສະນາ​ເຜີນ​ແຜ່ ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ນັ້ນ ຕ້ອງ​ກຳ​ແໜ້ນ​ຈຸດປະສົງ ລະດັບ​ຄາດໝາຍ ໜ້າ​ທີ່ ທີ່​ໄດ້​ລະບຸ​ໃນ​ຄຳ​ສັ່ງ​ຂອງກົມ​ການ​ເມືອງ ​ແລະ ບົດ​ແນະນຳ​ຂອງ​ສູນ​ກາງ.

ລະອຽດ​ຄື:

ທີ​ໜຶ່ງ, ບັນດາ​ສະຫາຍ​ຄວນ​ສຸມ​ໃສ່​ຄົ້ນຄວ້າ, ກຳ​ແໜ້ນ​ບັນດາ​ທັດສະນະ​ອັນ​ພື້ນຖານ, ​ແນວ​ຄິດ​ຊີ້​ນຳ, ບັນດາ​ເນື້ອ​ໃນ​ຫຼັກ​ແຫຼ່ງ ​ແລະ ບັນຫາ​ໃໝ່ ຢູ່​ໃນ​ບັນດາ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII; ປຽບທຽບ​ກັບ​ບັນດາ​ເນື້ອ​ໃນ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ ບັນດາກອງ​ປະຊຸມ​ໃຫຍ່​ຄັ້ງກ່ອນໆ ຂອງ​ພັກ ​ເພື່ອ​ຮັບ​ຮູ້​ຈະ​ແຈ້ງ​ກ່ຽວ​ກັບ​ການ​ສືບ​ທອດ, ການ​ປັບປຸງ​ເພີ່ມ​ເຕີມ, ຂະຫຍາຍ​ຈິນຕະນາການ ທິດ​ສະ​ດີ​ຂອງ​ພັກ ​ໃນ​ບັນດາ​ດ້ານ​ໃຫຍ່ ​ແລະ ບັນດາ​ຂົງ​ເຂດ​ລະອຽດ, ກໍ່​ຄື​ໃນ​ການ​ເຄື່ອນ​ໄຫວ​ຊີ້​ນຳ ນຳພາພາກ​ຕົວ​ຈິງ​ຂອງ​ພັກ. ກຳ​ແໜ້ນ​ເປົ້າ​ໝາຍ​ກວມ​ລວມ ​ແລະ ໜ້າ​ທີ່​ກວມ​ລວມ, ບັນ​ດາ​ລະ​ດັດ​ຄາດໝາຍຕົ້ນຕໍ ​ກ່ຽວ​ກັບ​ການ​ພັດທະນາ​ປະ​ເທດ​ໃນ 5 ປີ​ຕໍ່ໜ້າ. ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຕົ້ນຕໍ ​ຂອງ​ບັນດາ​ຂົງ​ເຂດອັນ​ລະອຽດ ທີ່​ໄດ້​ສະ​ເໜີ​ຢູ່​ໃນ​ເອກະສານ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ທິດ​ທາງ ໜ້າ​ທີ່,  ​ເພື່ອ​ຊີ້​ນຳ​ການ​ກໍ່ສ້າງ​ໂຄງການ ​ແຜນການ, ກວດຄືນ ປັບປຸງ ​ເພີ່ມ​ເຕີມ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຜົນງານ​ຕ່າງໆ​ ທີ່​ບັນລຸ​ໄດ້, ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກພ່ອງ​ໃນ​ຂົງ​ເຂດ​ຕ່າງໆ.

​ໃນ 6 ໜ້າ​ທີ່​ຈຸດ​ໝັກ​ໃຈກາງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ກຳນົດ​ນັ້ນ, ຄວນ​ຄົ້ນຄວ້າ​​ແຕ່ລະ​ໜ້າ​ທີ່ ຢ່າງ​ລະອຽດ, ສົມ​ທຽບ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ເງື່ອນ​ໄຂອັນ​ລະ​ອຽດຢູ່​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ​ຂອງ​ຕົນ ​ເພື່ອ​ຄັດ​ເລືອກ ກຳນົດ ​ແລະ ຊີ້​ນຳ​ປະຕິບັດ ບັນດາ​ໜ້າ​ທີ່​ດັ່ງກ່າວ​ນັ້ນ​ໃນ​ສະ​ໄໝ 2016 - 2020 ຢ່າງ​ມີ​ປະສິດທິ​ຜົນ.

ທີ​ສອງ, ຕາມຄວາມ​ຮັບຜິດຊອບ ​ແລະ ໜ້າ​ທີ່​ທີ່​ໄດ້ຮັບມອບ​ໝາຍ, ບັນດາ​ຄະນະ​ພັກຂັ້ນ​ຕ່າງໆ, ບັນດາ​ການຈັດ​ຕັ້ງ​ພັກ, ກ່ອນ​ອື່ນ​ແມ່ນ​ຜູ້ນຳ​ໜ້າ, ຕ້ອງ​ຮັບຜິດຊອບ​​ຊີ້​ນຳການ​ກໍ່ສ້າງ​ແຜນການຜັນ​ຂະຫຍາຍ​ປະຕິບັດ​ໃນ​ທັນທີ​ທັນ​ໃດ ຄຳ​ສັ່ງ​ຂອງກົມ​ການ​ເມືອງ ​ແລະ ບົດ​ແນະນຳ​ຂອງ​ສູນ​ກາງ ກ່ຽວ​ກັບຈັດ​ຕັ້ງການ​ຮ່ຳຮຽນ, ​ເຊື່ອ​ມຊືມ, ​ໂຄສະນາ​ເຜີຍ​ແຜ່, ຜັນ​ຂະຫຍາຍ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ. ການ​ຊີ້​ນຳການ​ຮ່ຳຮຽນ, ​ເຊື່ອ​ມຊືມ, ​ໂຄສະນາ​ເຜີຍ​ແຜ່, ຜັນ​ຂະຫຍາຍ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ ຕ້ອງ​ສົມທົບ​ກັບ​ການ​ກໍ່ສ້າງ​ໂຄງການ ​ແຜນ​ງານ​ການ​ກະທຳ​ເຄື່ອນ​ໄຫວ​ທີ່​ແທດ​ກັບ​ຕົວ​ຈິງ.

ກຳຈັດ​ດັດ​ແກ້​ພະຍາດ​ຮູບ​ການ, ຮຽນ​ພໍ​ເປັນ​ຮີດ​ໃຫ້​ມັນ​ແລ້ວ. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ຄຸ້ມ​ຄອງ, ຕີ​ລາຄາ​ຄຸນ​ນະພາ​ບການ​ຮ່ຳຮຽນ, ລົງ​ເລິກຕີ​ລາຄາລະດັບ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ຮຽນ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ອັນ​ພື້ນຖານ, ບັນດາ​ຈຸດ​ໃໝ່​ຂອງ​ມະຕິ ​ແລະ ຄວາມ​ສາມາດຂອງ​ພະນັກງານ ສະມາຊິກ​ພັກ​ ​ໃນ​ການໝູນ​ໃຊ້​ມະຕິ​ເຂົ້າ​ໃນ​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ​ຂອງ​ຕົນ. ​ໃນ​ການ​ສົນທະ​ນາ ​ແລະ ຂຽນ​ບົດ​ເກັບ​ກຳ​ຜົນ​ການ​ຮຽນ, ຄວນ​ສະ​ເໜີ​ວິທີ​ແກ້​ໄຂ​ທີ່​ລະອຽດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຄົງ​ຄ້າງ​ທີ່​ພວມ​ພົ້ນ​​ເດັ່ນ​ຂຶ້ນ​ຢູ່​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ.

ທີ​ສາມ, ບັນດາ​ອົງການ​ທີ່​ເຮັດ​ການ​ຄົ້ນຄວ້າ, ສິດສອນ​ທິດ​ສະ​ດີກາ​ນ​ເມືອງ ຄວນ​ອີງ​ໃສ່​ເນື້ອ​ໃນ​ຂອງ​ມະຕິ ​ເພື່ອ​ກໍ່ສ້າງ​ໂຄງການ, ຫົວ​ຂໍ້​ຄົ້ນຄວ້າ​ທິດ​ສະ​ດີ, ສະຫລຸບ​ສັງ​ລວມ​ພຶດຕິ​ກຳການ​ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຕ້ອງ​ຮີບ​ເພີ່​ມ​ເຕີມຂໍ້​ມູນ​ໃໝ່, ບູລະນະ​ໂຄງການ ຫຼັກສູດ​ການ​ສິດສອນ​ທິດ​ສະ​ດີກາ​ນ​ເມືອງ ​ໃຫ້​ແທດ​ເໝາະ​ກັບ​ແຕ່ລະ​ເປົ້າ​ໝາຍ​ທີ່​ລະອຽດ.

ທີ​ສີ່, ວຽກ​ງານ​ໂຄສະນາ​ເຜີ​ຍ​ແຜ່ ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ  ຕ້ອງ​​ໄດ້ດຳ​ເນີນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ​ເປັນ​ປະຈຳ, ດ້ວຍ​ຫຼາຍ​ຮູບ​ການ​ທີ່​ອຸດົມສົມບູນ, ຈັບ​ໃຈ ​ແລະ ສອດຄ່ອງກັບ​ແຕ່ລະ​ເປົ້າ​ໝາຍ, ຮັບປະກັນ​ການ​ໂຄສະ​ນາ ​ເຜີຍ​ແຜ່​ມະຕິກອງ​ປະຊຸມ​ໃຫຍ່ ຢ່າງ​ກວ້າງຂວາງ ທົ່ວ​ເຖິງ ​ເຖິງ​ປະຊາຊົນ​ໃນ​ປະ​ເທດ ​ແລະ ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຈິດ​​ໃຈ​ເຂັ້ມ​ງວ​ດ ​ແລະ ຄວາມ​ຮັບຜິດຊອບ​ສູງ, ກອງ​ປະຊຸມ​ຮ່ຳຮຽນ, ​ເຊື່ອມ​ຊືມມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພວກ​ເຮົາ​ຈະ​ບັນລຸ​ຜົນສຳ​ເລັດອັນ​ດີງາມ, ​ເປັນ​ພື້ນຖານ​​ເພື່ອປະກອບສ່ວນ​ເຮັດ​ໃຫ້ການ​ຜັນ​ຂະຫຍາຍ​ຮ່ຳຮຽນ, ​ເຊື່ອມ​ຊືມ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ  ຢູ່​ບັນດາ​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ ​ໄດ້​ຮັບ​ຜົນສຳ​ເລັດ​ອັນດີງາມ.

ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ຂ້າພະ​ເຈົ້າ​ຂໍປະກາດ​ປິດ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ ​ຮ່ຳຮຽນ, ​ເຊື່ອມຊຶມມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ./.

​ໂດຍ ຫງວຽນ​ຝູຈ້ອງ,

​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກກອມ​ມູນິດຫວຽດນາມ

----------------------------------

* ຫົວ​ຂໍ້​ໂດຍ​ແມ່ນ​ວາລະສານ​ກອມ​ມູນິດ​ເປັນ​ຜູ້​ແຕ່ງ.

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 883 (​ເດືອນ​ພຶດສະພາ 2016)