ວກ.ອອນ​ໄລ - ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່ ປີຈໍ 2018, ສະຫາຍ ຫງວຽນຝູຈ້ອງ ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຍາດ​ແຍ່ງ​ເວລາ​ຕອບ​ສຳພາດ ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ (TTXVN) ​ເພື່ອ​ແບ່ງປັນ​ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ ​ເຊິ່ງທົ່ວ​ພັກ, ທົ່ວປວງ​ຊົນ, ທົ່ວ​ກອງທັບບັນລຸ​ໄດ້​ ໃນ​ປີ​ທີ່​ຜ່ານ​ມາ ​ແລະ ບັນດາ​ວຽກ​ງານ​ທີ່​ຈະ​ຕ້ອງ​ສຸມ​ໃສ່​ປະຕິບັດ ​ໃຫ້​ໄດ້​ຮັບ​ຜົນ​ດີ​ໃນ​ປີ​ໃໝ່.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳສູງກາງກ່ຽວກັບການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ ເປັນປະທານກອງປະຊຸມ (ພາບ: TTXVN)

ສະຫາຍ​ເລຂາທິການ​ໃຫຍ່​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ການ​ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ, ຕ້ອງ​ເຂົ້າ​ໃຈ​ປະຊາຊົນ, ອີງ​​ໃສ່​ປະຊາຊົນ ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຈາກ​ປະຊາຊົນ - ນີ້​ແມ່ນ​ແຫຼ່ງພະລັງ​ຜັດ​ດັນ​ອັນ​ໃຫຍ່​ຫຼວງ ​ເພື່ອ​ສືບ​ຕໍ່​ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ ​ແລະ ​ໃຫ້​ພັກ​ເຮົາ, ຊາດ​ເຮົາ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ການ. ຕໍ່​ໄປ​ນີ້​ແມ່ນ​ເນື້ອ​ໃນ​ການ​ສຳ​ພາດ: 

- ຮຽນສະຫາຍ​ເລຂາທິການ​ໃຫຍ່, ຮູບ​ພາບ “​ເຕົາ​ໄຟ” ຮ້ອນ ​ໄດ້​ຮັບ​ການ​ປຶກສາ​ສົນທະນາ​ຢ່າງ​ຟົດ​ເດືອດ​ຈາກ​ປະຊາຊົນ ​ເຊິ່ງ​ເໝືອນ​ກັບ​ການ​ຍອມຮັບ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ສະໜັບສະໜູນຕໍ່ຄວາມ​ມານະ​ພະຍາຍາມ ຕັດ​ສິນ​ໃຈ​ຂອງ​ພັກ-ລັດ ​ແລະ ​​ລະບົບ​ການ​ເມືອງ​ທັງ​ໝົດ ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ຄວາມ​ຫຍໍ້​ທໍ້​ ອະນາ​ຈານ. ສະຫາຍ​ເລຂາທິການ​ໃຫຍ່​ຕີ​ລາຄາ​ຄື​​ແນວ​ໃດ​ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ປີ​ທີ່​ຜ່ານ​ມາ? 

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງການ​ປ້ອງ​ກັນ​ແລະ​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ວຽກ​ງານ​ໃຫຍ່, ສຳຄັນ​ທີ່​ສຸດ. ສູນ​ກາງ​ພັກ​ໄດ້ອອກ​ມະຕິ​ຫຼາຍ​ສະບັບ; ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ພິຈາລະນາ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ທຸກ​ກອງ​ປະຊຸມ; ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ເວົ້າ​ເຖິງ​ບັນຫາ​ນີ້​ໃນ​ທຸກ​ການ​ພົບ​ປະ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ. ບໍ່​ແມ່ນ​ວ່າຮອດ​ເວລາ​ນີ້ ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຈຶ່ງ​ໄດ້​ດຳ​ເນີນ​​ໄປ, ​ມັນ​ຖືກ​ປະຕິບັດ​ມາແຕ່​ດົນ​​ແລ້ວ. ​ເບິ່ງ​ຄືນ​ປີ​ທີ່​ຜ່ານ​ມາອາດ​ຈະ​ເຫັນ​ວ່າ ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ຊີ້​ນຳ, ດຳ​ເນີນ​ຢ່າງ​ດຸ​ເດືອດ​ຂຸ້ນຂ້ຽວ, ຄົບ​ຊຸດ​ກວ່າ, ​ເປັນ​ແບບສະບັບ ໜັກ​ແໜ້ນ, ດ້ວຍ​ຈິດ​ໃຈ​ເວົ້າ​ໄປ​ຄຽງຄູ່ກັບ​ເຮັດ ​ແລະ ​ເຮັດ​ໃຫ້​ຈົນ​ໄດ້, ດັ່ງ​ນັ້ນ​ຈຶ່ງ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​​ໃນ​ພາກ​ຕົວ​ຈິງ, ມີ​ຜົນສຳ​ເລັດ​ທີ່​ຈະ​ແຈ້ງ, ປະຊາຊົນ​ມີ​ຄວາມເຊື່ອ​ຖື​ແລະ​ພາກພູມ​ໃຈ​ກວ່າ​ແຕ່​ກ່ອນ. 

ບັນລຸ​ຜົນ​ສຳ​ເລັດ​ດັ່ງກ່າວ​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ ​ໄດ້​ຊີ້​ນຳ​ຢ່າງ​ເດັດດ່ຽວ​ຂຸ້ນຂ້ຽວ, ຄະນະ​ຊີ້​ນຳ​ສູງ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄະນະ​ກຳມະການ​ກວດກາ​ສູງ​ກາງ​ໄດ້​ມີ​ຄວາມຕັ້ງໜ້າ​​ໃນ​ການປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ, ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຍົກ​ສູງ​ປະສິດທິ​ຜົນຂອງ​ວຽກ​ງານ, ມີ​ມາດ​ຕະການ​ອັນ​ລະອຽດ​ຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສິ່ງ​ຄົງ​ຄ້າງ​ຕ່າງໆ​ໃນ​ພາກ​ຕົວ​ຈິງ, ​ແກ້​ໄຂ​ຢ່າງ​ຂາດ​ຕົວ​ຕໍ່ຫຼາຍ​ກໍລະນີ, ຄະດີທີ່​ສັບສົນຮ້າຍ​ແຮງ ​ເຊິ່ງຫາງ​ສຽງ​ສັງຄົມ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. 

ດ້ວຍ​ການ​ລົງມື​ຢ່າງ​ຄົບ​ຊຸດ, ​ເຂົ້າ​ແກັບ​ເຂົ້າ​​ເກຍ​ຂອງ​ບັນດາ​ອົງການຮັບຜິດຊອບ, ດັ່ງ​ນັ້ນ​ເກືອບ​ທຸກ​ເນື້ອ​ໃນ​ທີ່​ສຳຄັນ​ໃນ​ແຜນ​ງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງຈຶ່ງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ບັນລຸ​ຜົນສຳ​ເລັດ​ຖືກຕ້ອງ​ຕາມ​ແຜນການ. ຫຼາຍ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ, ກໍລະນີ​ເສດຖະກິດທີ່​ຮ້າຍ​ແຮງ​ພິ​ເສດ ຖືກດຳ​ເນີນ​ການ​ສືບສວນ, ຟ້ອງ​ຮ້ອງ, ດຳ​ເນີນ​ຄະ​ດີ​ ພິພາກສາຢ່າງ​ທັນ​ການ, ​ເຂັ້ມງວດຕາມ​ກົດໝາຍ, ​ໃນ​ນັ້ນ​ມີ​ພະນັກງານ​ການ​ນຳ​ຂັ້ນ​ສູງ, ພະນັກງານ​ປະຈຳການ ​ແລະ ​ພະນັກງານ​ບຳນານ​ໄດ້​ລະ​ເມີດ​ກົດໝາຍ. 

​ໃນ​ຊຸມ​ເດືອນຕົ້ນ​ຂອງ​ປີ 2018 ນີ້, ການທີ່​ບັນດາ​ອົງການ​ບັງຄັບ​ໃຊ້​ກົດ​ໝາຍຫວຽດນາມ​ໄດ້​ດຳ​ເນີນການ​ພິພາກສາ​ຕໍ່ຄະດີ​​ໃຫຍ່​ຕ່າງໆ​ເຊັ່ນ ຄະດີຟ້າ​ມ​ກົງ​ແຢັງ​ແລະ​ພວກຕ້ອງ​ຫາ (​ໄລຍະ​ທີ II); ຄະດີ​ດິງລາ​ທັງ, ຈິ້ງ​ຊວັນ​ແທງ ​ແລະ​ພວກ​ຕ້ອງ​ຫາ ທີ່​ເກີດ​ຂຶ້ນ​ຢູ່​ກຸ່ມ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ (PVN), ສະຫະ​ບໍລິສັດ​ກໍ່ສ້າງ​ພື້ນຖານ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ (PVC), ຢູ່​ບໍລິສັດ​ຫຸ້ນສ່ວນ​ອະສັງຫາລິມະ​ຊັບ​​ພະລັງ​ໄຟຟ້າ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ (PVP Land); ຄະດີ​ກຸ່ມ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ (PVN) ລົງທຶນ 800 ຕື້​ດົ່ງ​ເຂົ້າ​ໃນ​ທະນາຄານ OceanBank; ຫຼື​ຄະດີ​ທີ່​ພົວພັນ​ເຖິງທ້າວ​ຟານ​ວັນ​ແອັງ​ຫວູ...ນັ້ນ ​ໄດ້​ໃຫ້​ເຫັນ​ເຖິງ​ການ​ກະທຳ​ຢ່າງ​ເດັດດ່ຽວ​ຂຸ້ນຂ້ຽວ, ​ເຮັດ​ຈົນ​ເຖິງ​ທີ່​ສຸດ, ​ເຮັດ​ຢ່າງ​ເຖິງ​ຖອງ, ບໍ່​ມີ​ “ເຂດ​ຫ້າມ” ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ຄວາມ​ຫຍໍ້​ທໍ້​ອະນາຈານ. ທັງໝົດ​ລ້ວນ​ແຕ່​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ, ຜົນງານ - ​​ໂທດກຳ ​ແຕກ​ຕ່າງ​ກັນຢ່າງ​ຈະ​ແຈ້ງ, ກະທຳຜິດ​ກົດໝາຍ​ຮອດ​ລະດັບ​ໃດ ກໍ່ຈະ​ຖືກ​ຕັດ​ສິນ​ລົງ​ໂທດ​ຮອດ​ລະດັບ​ນັ້ນ. 

​ໃນ​ປີ​ທີ່​ຜ່ານ​ມາ, ສູນ​ກາງ​ໄດ້​ສ້າງ​ຕັ້ງ​ຄະນະ​ປະ​ຕີ​ບັດ​ງານ 8 ຄະນະ, ​ໄປ​ເຖິງ 20 ​ແຂວງ, ກຳ​ແພງນະຄອນ ​ເພື່ອ​ກວດກາ, ຕິດຕາມ​ກວດກາ​ການກວດ​ລັດຖະການ​ຕໍ່​ບັນດາ​ກໍລະນີ​ຄະດີ, ການ​ເລີ່​ມຕົ້ນ​ຄະດີ, ການສືບສວນ, ການ​ຟ້ອງ​ຮ້ອງ, ການ​ພິພາກສາບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ, ຄະດີ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ ສັບສົນ, ຜ່ານ​ວຽກ​ງານ​ຕ່າງໆ​ເຫຼົ່າ​ນັ້ນ​ໄດ້​ຊຸກຍູ້ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢູ່​ທ້ອງ​ຖິ່ນ, ​ແກ້​ໄຂ​ຜ່ານ​ຜ່າ​ໄດ້​ໃນ​ຂັ້ນ​ຕົ້ນ​ສະພາບ​ການ “ຂັ້ນ​ເທິງ​ຮ້ອນ, ຂັ້ນ​ລຸ່ມ​ເຢັນ”.

​ໄປ​ຫຼາຍ​ບ່ອນ, ຕິດ​ຕໍ່​ແລກປ່ຽນ​ຜ່ານ​ຊ່ອງ​ສາຍ​ຕ່າງໆ, ​ເຂົ້າ​ໃຈ​ແຈ້ງ​ຄວາມ​ຮູ້ສຶກ​ນຶກ​ຄິດ​ຂອງ​ປະຊາຊົນ​ ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ, ຍ້ອນ​ວ່າ​ປະຊາຊົນ​ມີ​ຄວາມ​ສັນທາ​ມະຕິ​ສູງ, ຍາມ​ໃດ​ກໍ່​ໃຫ້​ຄວາມ​ສະໜັບສະໜູນ, ​ໄປ​ພ້ອມ​ກັນ​ກັບ​ພັກ​ແລະ​ລັດ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ຄວາມ​ຫຍໍ້​ທໍ້​ອະນາຈານ. “​ເຕົາ​ໄຟ” ຮ້ອນ​ຂຶ້ນ​ຍ້ອນ​ທຸກ​ຄົນ​ໄດ້​ລົງມື​ປະຕິບັດ​ງານ, ພ້ອມ​ກັນ​ຕັດ​ສິນ​ໃຈ “ດັງ​ໄຟ” ​ເພື່ອ​ຍູ້​ຖອຍ​ການ​ສໍ້​ລາດ​ບັງ​ຫຼວງ. 

- ຮຽນສະຫາຍ​ເລຂາທິການ​ໃຫຍ່, ຜ່ານ​ວຽກ​ງານ​ກວດກາ, ອົງຄະ​ນະ​ພັກ ອົງການ​ຈັດ​ຕັ້ງ​ພັກຫຼາຍ​ແຫ່ງ, ພະນັກງານ​ສະມາຊິກ​ພັກ​ຫຼາຍ​ຄົນທີ່​ມີ​ຄວາມ​ຜິດພາດ ​ໄດ້​ຖືກ​ຄົ້ນ​ເຜີຍ​ແລະຖືກ​ປະຕິບັດ​ວິ​ໄນ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ. ​ແຕ່​ກໍ່​ມີ​ຄວາມ​ເຫັນ​ທີ່​ກັງວົນ​ໃຈ​ວ່າ, ​ເບື້ອງ​ຫຼັງ​ຄວາມ​ຜິດພາດ ການລະ​ເມີດ​ກົດໝາຍ​ນັ້ນ, ຈະ​ມີ “ຊ່ອງ​ຫວ່າງ” ​ໃນ​ວຽກ​ງານ​ພະນັກງານ​ທີ່​ຈະ​ຕ້ອງ​ກຳຈັດ​ດັດແກ້​ໂດຍ​ໄວ ຫຼື​ບໍ່? 

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ: ​ແມ່ນ​ແທ້, ​ໃນ​ປີ​ທີ່​ຜ່ານ​ມາ ສູນ​ກາງ ກົມ​ການ​ເມືອງ ຄະນະ​ເລຂາທິການ ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ໄດ້​ພິຈາລະນາ​ແລະ​ປະຕິບັດ​ວິ​ໄນ​ຕໍ່ອົງຄະ​ນະ​ພັກ ອົງການ​ຈັດ​ຕັ້ງ​ພັກ​ຫຼາຍ​ແຫ່ງ, ພະນັກ​ງານ​ສະມາຊິກ​ພັກ​ຫຼາຍ​ຄົນ​ທີ່​ລ​ະ​ເມີດ​ວິ​ໄນ​ກົດໝາຍ, ນັບ​ທັງ​ພະນັກງານ​ຂັ້ນ​ສູງ. 

ຜ່ານ​ການ​ກວດກາ​ໄດ້​ຄົ້ນ​ເຜີຍ​ຫຼາຍ​ກໍລະນີ​ທີ່​ລະ​ເມີດຂໍ້ກຳນົດ ກົດ​ລະບຽບ​ຂອງ​ພັກ, ຂາດ​ຄວາມ​ຮັບຜິດຊອບ, ປ່ອຍປະ​ລະ​ເຫຼີງ​ການ​ຊີ້​ນຳ​ນຳພາ, ກວດກາ ຕິດຕາມ​ກວດກາ, ພາ​ໃຫ້​​ເກີດຄວາມ​ຜິດພາດ​ໃນ​ການ​ຄຸ້ມ​ຄອງ ນຳ​ໃຊ້​ຊັບພະຍາກອນ ທີ່​ດິນ ​ເງິນ​ທຶນ ຊັບ​ສິນ​ຂອງ​ລັດ, ລະ​ເມີດ​ຂໍ້​ກຳນົດ​ໃນ​ວຽກ​ງານ​ພະນັກງານ, ລາຍ​ງານ​ໄລ່​ລຽງ​ສິນ​ຊັບ ລາຍ​ໄດ້ຢ່າງ​ບໍ່​ຊື່ສັດ, ຈັດ​ຕັ້ງ​ປະຕິບັດ​ໂຄງການ​ລົງທຶນ ​ໂຄງການ​ຈຸດ​ໜັກບໍ່​ມີ​ປະສິດທິ​ຜົນ, ກໍ່​ຄວາມ​ຟຸມ​ເຟືອຍ ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ງົບປະມານ​ແຫ່ງ​ລັດ, ກໍ່​ຄວາມ​ແຕກ​ແຍກ​ຄວາມສາມັກຄີ​ພາຍ​ໃນ, ກໍ່ຄວາມ​ຮ້ອນ​ເຄືອງ​ໃນ​ປະຊາຊົນ, ​ເປັນ​ຜົນ​ກະທົບ​ບໍ່​ດີ​​ເຖິງ​ອິດ​ທິພົນ​ຂອງ​ພັກ... 

ຄວາມ​ເປັນ​ຈິງ​ຢູ່​ຫຼາຍ​ທ້ອງ​ຖິ່ນ, ສຳນັກງານ​ອົງການ​ກໍ່​ໃຫ້​ເຫັນ​ວ່າ ວຽກ​ງານ​ພະນັກ​ງານ​ຍັງ​ມີ​ຫຼາຍ​ວຽກ​ທີ່​ສຸດ​ທີ່​ຕ້ອງ​ເຮັດ. ຕົວຢ່າງ​ເຊັ່ນ ​ການວາງ​ແຜນ​ກຳນົດ, ການ​ບຳລຸງ​ກໍ່ສ້າງ ຝຶກ​ອົບຮົມພະນັກງານ​ແມ່ນຈຳ​ເປັນ​ຕ້ອງການ​ທີ່​ສຸດ, ​ແຕ່​ບໍ່​ແມ່ນ​ເພື່ອ​ໃຫ້​ມີ “ຍີ່​ຫໍ້” ຊຸດ​ຮຽນ​ຂອງ​ແຫຼ່ງພະນັກງານ​ທີ່​ຈະ​ເຂົ້າ​ສູນ​ກາງ​ພັກ, ​ເຂົ້າ​ອົງຄະ​ນະ​ພັກ… ຫຼື​ວ່າການ​ໄປ​ຜັດ​ປ່ຽນໜ້າ​ທີ່​ແມ່ນ​ເພື່ອ​ຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ​ໂດຍ​ບໍ່​ແມ່ນ​ໄປ​ຜັດປ່ຽນ​ໜ້າ​ທີ່​ແລ້ວຈະ​ໄດ້​ຂຶ້ນຕຳ​ແໜ່​ງ​ສູງ​ກວ່າ, ​ເມື່ອ​ໄດ້ “​ເຄືອບ” ດ້ວຍ​ພຶດຕິ​ກຳ​ແລ້ວ​ເວລາ​ກັບ​ມາ​ກໍ່​ຈະ​ໄດ້​ແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງນີ້, ຕຳ​ແໜ່​ງນັ້ນ. ​ເວລາ​ໄປ​ຜັດປ່ຽນ​ໜ້າ​ທີ່​ບໍ່​ດົນ​ນານ, ຍັງ​ບໍ່​ທັນ​ສະ​ແດງ​​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ຕົນ, ​ສ່ວນ​ປະກອບ​ໃຫ້​ຮາກ​ຖານ​ກໍ່​ບໍ່ຫຼາຍ ​ແຕ່​ກໍ່​ຢາກ​ຂໍ​ກັບ​ຄືນ​ສຳນັກງານ​ອົງການ​ເກົ່າ​ແລ້ວ.... ​ແລະ​ວຽກ​ງານ​ຕີ​ລາຄາ​ພະນັກງານ, ​ເອົາ​ຄະ​ແນນ​ສຽງ​​ໄວ້ວາງ​ໃຈ ຈັດ​ວາງ​ສັບ​ຊ້ອນ ນຳ​ໃຊ້ພະນັກງານ, ລ້ວນ​ແຕ່​ຕ້ອງ​ເຮັດ​ຢ່າງ​ຍຸດຕິ​ທຳ ພາວະ​ວິ​ໄສ, ຫຼີກ​ລ່ຽງການ​ເຮັດ​ແບບ​ຮູບ​ນອກ. ການວາງ​ກຳນົດ​ຂັ້ນ​ຕອນ, ລະບຽບ​ການ​ແມ່ນວິທີ​ໜຶ່ງ​ເພື່ອຈຳກັດ​ຄວາມ​ຫຍໍ້​ທໍ້, ​ເສີມ​ຂະຫຍາຍ​ອັນ​ດີ, ອັນ​ຖືກ, ດັ່ງ​ນັ້ນ​ຕ້ອງ​ເຄັ່ງ​ຄັດ, ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຫຼີກ​ລ່ຽງສະພາບ​ການ​ທີ່​ວ່າ​ມີຂັ້ນ​ຕອນ​ ລະບຽບ​ການ​ຖືກຕ້ອງ​ ແຕ່ພະນັກງານ​ໄດ້​ຮັບ​ການ​​ແຕ່ງ​ຕັ້ງ​ພັດ​ບໍ່​ຖືກ...

ຜ່ານ​ການ​ກວດກາ, ​ອົງການ​ຈັດ​ຕັ້ງ​ແລະບຸກຄົນທີ່​ກະທຳ​ຜິດທັງ​ໝົດລ້ວນ​ແຕ່​ຖືກລົງ​ໂທດ​ຢ່າງ​ເຂັ້ມ​ງວດ; ບັນດາ​ສິ່ງ​ຄົງ​ຄ້າງ, ຂໍ້​ບົກພ່ອງ​ໄດ້​ຖືກ​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ເພື່ອ​ແກ້​ໄຂ, ດັດ​ແປງ​ຢ່າງ​ທັນ​ການ. ​ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ແມ່ນ ຕ້ອງ​ກີດ​ກັ້ນ​ຄວາມ​ຜິດ, ຂໍ້​ບົກ​ພ່ອງ​​ຕັ້ງ​ແຕ່​ຫົວທີ​ຢ່າງ​ພື້ນຖານ ​ເປັນ​ແບບ​ສະບັບ, ດ້ວຍ​ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ, ກົດໝາຍ, ນະ​ໂຍບາຍ; ຕ້ອງ “ຂັງ” ອຳນາດ​ຢູ່​ໃນ “ກົງ” ​ແຫ່ງ​ກົນ​ໄກ. ບົນ​ພື້ນຖານ​ຖອດ​ຖອນ​ບົດຮຽນ​ຈາກ​ພຶດຕິ​ກຳ, ​ໃນ​ເວລາທີ່​ຜ່ານ​ມາ​ມໍ່​ນີ້ ກົມ​ການ​ເມືອງ​ສູງ​ກາງ​ພັກ​ໄດ້​ປະກາດ​ໃຊ້​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບມາດຕະຖານ, ​ເງື່ອນ​ໄຂ​ຕີ​ລາຄາ​ພະນັກງານ; ກ່ຽວ​ກັບ​ຂັ້ນ​ຕອນ 5 ບາດກ້າວ​​ໃນ​ການເລື່ອນຊັ້ນ​ຕຳ​ແໜ່​ງ, ​ແຕ່ງ​ຕັ້ງ​ພະນັກງານ; ກ່ຽວ​ກັບ​ການ​ຜັດປ່ຽນ​ພະນັກງານ; ກ່ຽວ​ກັບ​ການ​ກວດກາ, ຕິດຕາມ​ກວດກາ​ການ​ລາຍ​ງານ​ໄລ່​ລຽງ​​ຊັບສິນ​ຂອງ​ພະນັກງານ... ການ​ຄັດ​ເລືອກ ຈັດ​ວາງ​ສັບ​ຊ້ອນ ຍົກຍ້າຍ ຜັດປ່ຽນ​ພະນັກງານ, ​ການແບ່ງ​ຂັ້ນ​ຄຸ້ມຄອງ​ພະນັກງານ, ການວາງ​ແຜນ​ກຳນົດ ຝຶກ​ອົບຮົມ ບຳລຸງ​ສ້າງ​ພະນັກງານ, ການ​ປະຕິບັດ​ລະບອບ​ເງິນ​ເດືອນ ນະ​ໂຍບາຍ​ເກື້ອກູນອຸດ​ໜູນພະນັກງານ, ກໍ່​ໄດ້​ຮັບ​ການ​ກຳນົດ​ຢ່າງ​ແໜ້ນ​ຟ້ນ ຄົບ​ຊຸດ​ແລະ​ຮອບດ້ານ​ກວ່າ​​ແຕ່​ກ່ອນ ​ແລະ ມີ​ການ​ປ່ຽນ​ແປງ​ໃໝ່ ດັດ​​ແປງຫຼາຍ​ຢ່າງ​ ແນ​ໃສ່​ຈຳກັດຊ່ອງ​ວ່າງ ຂໍ້​ບົກພ່ອງ. 

- ຮຽນສະຫາຍ​ເລຂາທິການ​ໃຫຍ່, ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ, ການ​ຕໍ່​ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ຄວາມ​ຫຍໍ້ທໍ້ອະນາຈານ ​ໄດ້​ມີການ​ປ່ຽນ​​ແປງ​ທາງ​ບວກ​ທີ່ຈະ​ແຈ້ງ​ໃນ​ພາກ​ຕົວ​ຈິງ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ປະຊາຊົນ. ​ແຕ່​ວ່າ, ຍັງ​ມີ​ບາງ​ຄົນ​ໃຫ້ທັດສະນະ​ວ່າ, ຖ້າ​ຫາກ​ລວມສູນ​ເກີນ​ຄວນ​ໃສ່​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໃສ່ການ​ກໍ່ສ້າງ ປັບປຸງ​ພັກ, ຈະ​ເຮັດ​ໃຫ້ການ​ພັດທະນາ​ຖືກ “ຫົດ​ຖອຍ”, “ຊັກຊ້າ”? 

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງຄວາມ​ເປັນ​ຈິງ​ໄດ້​ໃຫ້​ຄຳ​ຕອບ​ແລ້ວ. ຄວາມ​ສຳ​ເລັດ​ຕ່າງໆ​ທາງ​ດ້ານ​ເສດຖະກິດ ວັດທະນະທຳ ສັງຄົມ, ທາງ​ດ້ານ​ການ​ຕ່າງປະ​ເທດ ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ພ້ອມ​ກັນ​ກັບ​ການ​ປ່ຽນ​ແປງ​ທາງ​ບວກ​ຕ່າງໆ​ໃນ​ການ​ກໍ່ສ້າງ​ພັກ ກໍ່ສ້າງ​ລະບົບ​ການ​ເມືອງ ທັງ​ໝົດ​ໄດ້​ປະກອບ​ເປັນ​ຜົນສຳ​ເລັດ​ທີ່​ສຳຄັນ, ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວກອງທັບ​ເຮົາ​ ໃນ​ປີ​ທີ່​ຜ່ານ​ມາ. ບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ​ເຊື່ອ​ຖື​ພວມ​ແຜ່​ລາມ​ໃນ​ທົ່ວ​ປະ​ເທດ.

ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ຫຼາຍ​ປີ, ປີ 2017 ​ເຖິງ​ວ່າ​ມີ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ພວກ​ເຮົາ​ໄດ້​ສຳ​ເລັດ​ແລະ​ສຳ​ເລັດ​ລື່ນ​ລະດັບ​ຄາດໝ​າຍທັງ​ໝົດ 13 ຄາດໝາຍ​ແຜນການ​ທີ່​ວາງ​ໄວ້. ເສດຖະກິດ​ມະຫາ​ພາກ​ສືບ​ຕໍ່​ມີ​ສະຖຽນ​ລະ​ພາບ, ອັດຕາ​ເງິນ​ເຟີ້​ຖືກ​ຄວບ​ຄຸມ​, ລາຍ​ຮັບ​ງົບປະມານ ​ແລະ​ບັນດາ​ດຸນລະຍາ​ທີ່​ສຳຄັນ​ຂອງ​ພື້ນຖານ​​ເສດຖະກິດ​ລ້ວນ​ແຕ່​ບັນລຸ​ຄວາມ​ຕ້ອງການແລະລື່ນ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 6,81%, ຍອດມູນ​ຄ່າ​ສິນ​ຄ້າ​ສົ່ງ​ອອກ​ບັນລຸ 200 ກວ່າຕື້​ໂດ​ລາ​ສະຫະລັດ, ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໄດ້​ເກືອບ 30 ຕື້​ໂດ​ລາ​ສະຫະລັດ. ການທ່ອງທ່ຽວ​ຫວຽດນາມ​ໄດ້ຕ້ອນຮັບນັກ​ທ່ອງ​ທ່ຽວຕ່າງປະ​ເທດ​​ເກືອບ 13 ລ້ານ​​ຄົນ, ຈຳນວນ​ວິ​ສາ​ຫະກິດ​ສ້າງ​ໃໝ່​ໃນ​ປີກໍ່​ບັນລຸເກືອບ 127.000 ວິ​ສາ​ຫະກິດ...  

ປີ​ທີ່​ຜ່ານ​ມາ​ກໍ່​ເປັນ​ປີ​ທີ່​ວຽກ​ງານ​ການ​ຕ່າງປະ​ເທດ​​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ ​ເຊິ່ງ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ ​ເອ​ເປ​ກ 2017 ຢ່າງ​ສຳ​ເລັດ​ຜົນ, ດຳ​ເນີນ​ການ​ຢ້ຽມຢາມ​ຂັ້ນ​ສູງ 18 ຄັ້ງ​ຢູ່ 19 ປະ​ເທດ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ 8 ຄັ້ງ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອນຮັບປະມຸກ​ແຫ່ງ​ຊາດ, ນາ​ຍົກ​ລັດຖະມົນຕີ​ຂອງ​ບັນດາ​ປະ​ເທດທີ່​ມາ​ຢ້ຽມຢາມ​ຫວຽດນາມ​ເປັນ​ຈຳນວນ 36 ຄັ້ງ, ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ​ໄດ້​​​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ແລະ​ມີ​ປະສິດທິ​ຜົນ; ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ ແລະ​ອິດ​ທິພົນ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ.

ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ່​ໄດ້​ຕັ້ງ​ໝັ້ນ, ​ເດັດດ່ຽວ​ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ, ຮັກສາສະພາບ​ແວດ​ລ້ອມ​ສັນຕິພາບ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ພັກ​ເຮົາ​ໄດ້​ກຳນົດ​ວ່າ​ພັດທະນາ​ເສດຖະກິດ​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ, ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ. ສອງ​ໜ້າ​ທີ່​ນີ້ຍາມ​ໃດ​ກໍ່​ຄຽງ​ຄູ່​ກັນ, ຊ່ວຍໜູນເພີ່ມເຕີມໃຫ້ແກ່ກັນ. ຄວາມເປັນຈິງໃຫ້ເຫັນວ່າ, ບັນດາການຜັນປ່ຽນທີ່ຕັ້ງໜ້າ ໃນວຽກງານກໍ່ສ້າງ ປັບປຸງພັກ, ໃນການຕໍ່ສູ້ປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ຕ້ານຄວາມຫຍໍ້ທໍ້ ອະນາຈານ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງຄວາມໄວ້ວາງໃຈ, ສ້າງຄວາມເປັນໃຈເຫັນດີເຫັນພ້ອມ, ຄວາມພາກພູມໃຈໃນປະຊາຊົນ. ແລະນີ້ກໍ່ເປັນກຳລັງຜັດດັນອັນໃຫຍ່ຫຼວງ ເພື່ອໃຫ້ພວກເຮົາສຳເລັດເປັນຢ່າງດີ ທຸກໜ້າທີ່ທີ່ໄດ້ວາງອອກມາ, ສືບຕໍ່ພັດທະນາປະເທດຢ່າງໄວວາ ຍືນຍົງ, ຫາກບໍ່ແມ່ນກົງກັນຂ້າມ.

- ທັດສະນະ​ໃຫຍ່​ໜຶ່ງ​ທີ່ສະຫາຍ​ເລຂາທິການ​ໃຫຍ່​ໄດ້​ເນັ້ນ​ໜັກ​ເມື່​ອມາຮ່ວມ​ຄັ້ງ​ທຳ​ອິດ ​ແລະກ່າວ​ປາ​ໄສ​ທີ່​ກອງ​ປະຊຸມລະຫວ່າງ​ລັດຖະບານ​ແລະ​ບັນດາ​ທ້ອງ​ຖິ່ນ​ເພື່ອ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2018, ນັ້ນ​ແມ່ນ “ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ກວ່າ​ອີກ​ເພື່ອ​ບໍ່​ຖືກ​ຖອຍຫຼັງ, ກ້າວ​ແຕ່​ລະ​ກ້າວ​ໃຫ້​ທັນ​ກັບ​ບັນດາ​ປະ​ເທດທີ່ກ້າວໜ້າ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ”. ​ເພື່ອ​ປະຕິບັດ​​ໃຫ້ຖືກຕ້ອງ​ຕາມ​ຈິດ​ໃຈ​ຊີ້​ນຳ​ນັ້ນ, ຕ້ອງ​ສຸມ​ໃສ່​ເນື້ອ​ໃນ​ສຳຄັນ​ຕົ້ນ​ຕໍໃດ​ແດ່, ຮຽນ​ສະຫາຍ​ເລຂາທິການ​ໃຫຍ່?

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງກຳ​ແໜ້ນມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ແລະ​ບັນດາ​ມະຕິ, ຄຳ​ສະຫຼຸ​ບຂອງ​ສູນ​ກາງ​ພັກ, ​ໃນ​ເວລາ​ຕໍ່​ໄປ​ນີ້ ພວມ​ເຮົາ​ຕ້ອງ​ສືບ​ຕໍ່​ບຸລິມະສິດ​ສຸມ​ໃສ່ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ; ​ເຄົາລົບ​ບັນດາ​ກົດ​ເກນ​ພາວະ​ວິ​ໄສ​ຂອງ​ເສດຖະກິດ​ຕະຫຼາດ, ບັນດາ​ຫຼັກການ​ທົ່ວ​ໄປ​ຂອງ​ສາກົນ ແລະ ​ໝູນ​ໃຊ້ມັນ​ຢ່າງ​ຖືກຕ້ອງ, ຮັບ​ປະກັນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ; ​ເຊື່ອມ​ຕໍ່​ຢ່າງ​ກົມກຽວ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸດຕິ​ທຳ​ທາງ​ສັງຄົມ, ພັດທະນາ​ວັດທະນະທຳ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ​​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ; ສ້າງ​ເງື່ອນ​ໄຂ​ໃຫ້​ທຸກ​ເຈົ້າພາບ​​ໃນ​ບັນດາ​ພາກສ່ວນ​ເສດຖະກິດ​ ມີຄວາມ​ສະ​ເໝີ​ພາບ, ຮ່ວມ​ມື, ​ແຂ່ງຂັນ​ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ. 

ຕ້ອງ​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ​ກວ່າ​ອີກ​ໃນ​ການຈັດ​ວາງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ປະສິດທິພາບ​ຂອງ​ແຮງ​ງານ ​ແລະ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ; ລະດົມ, ຈັດ​ແບ່ງ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບ​ດ້ວຍ​ແຫຼ່ງພະລັງ​ວັດຖຸ​ແລະ​ແຫຼ່ງພະລັງ​ຈິດ​ໃຈ; ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຕ່ລະ​ຂະ​ແໜງການ, ​ແຕ່ລະຂົງ​ເຂດ ທ້ອງ​ຖິ່ນ ​ແລະ ​ຂອງ​ທົ່ວ​ປະ​ເທດ, ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ທຸກ​ຄົນ​ມີ​ໂອກາດ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ ​ແລະ ​ພ້ອມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ການ​ເຕີບ​ໂຕ​ເສດຖະກິດ; ບໍ່​​​ໄດ້ເອົາ​ໃຈ​ໃສ່​ແຕ່ການ​ເຕີບ​ໂຕ​​​​ເສດຖະກິດ, ​ເບິ່ງ​ເບົາ​ການ​ແກ້​ໄຂ​ບັນຫາ​ທີ່​ມີ​ລັກສະນະ​ພື້ນຖານ, ຍາວ​ນາມ; ບໍ່​ໄດ້​ແລ່ນ​ຫາ​ແຕ່​ປະລິມານ​ການ​ເຕີບ​ໂຕ, ​ປະ​ຂ້າມ​ຄຸນະພາບ​ຂອງ​ການ​ເຕີບ​ໂຕ. 

ພ້ອມໆ​ກັບ​ການ​ພັດທະນາ​ເສດຖະກິດ, ຕ້ອງ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ​ເຖິງ​ການ​ພັດທະນາ​ວັດທະນະທຳ ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ​ເອົາ​ໃຈ​ໃສ່​ກໍ່ສ້າງ​ຜູ້​ຄົນ​ທີ່​ມີ​ຄຸນສົມບັດ​, ມີ​ແບບ​ແຜນ​ດຳລົງ​ຊີວິດທີ່​ດີງາມ, ກໍ່ສ້າງ​ສິ່ງ​ແວ​ດລ້ອມ​ວັດທະນະທຳ​ທີ່​ສົດ​ໃສ ຄົບ​ຊຸດ; ​ເອົາ​ໃຈ​ໃສ່​ຮັກສາ​​ເອກະລັກ ແບບ​ແຜນ​ວັດທະນະທຳ​ຫວຽດນາມ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄອບຄົວ​ແລະ​ຊຸມ​ຊົນ. ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ-ຝຶກອົບຮົມ​ຢ່າງ​ພື້ນຖານ​ແລະ​ຮອບດ້ານ, ພັດທະນາ​​ຊັບພະຍາກອນ​ມະນຸດ, ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ​ເພີ່ມ​ທະວີ​ກຳລັງ​ຊ້ອນ​ແຝງ​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ຍູ້​ແຮງ​ການ​ປະ​ຢຸກວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ອາດ​ສາມາດ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ກຳ​ເອົາ​ໂອກາດ​ດີ​ຕ່າງໆ, ສ້າງສາ​ພັດທະນາ​ປະ​ເທດ​ຢ່າ​ງ​ໄວວາ​ແລະ​ຍືນ​ຍົງ. 

​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ​ແລະ​ລະ​ບົບການ​ເມືອງ​ໃຫ້​ດີກ​ວ່າ​ອີກ, ກີດ​ກັ້ນ​ແລະຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ ຈັດ​ວາງ​ການຈັດ​ຕັ້ງ​ກົງຈັກ​ໃຫ້​ກະທັດ​ລັດ ມີ​ຄວາມ​ສັກສິດ ມີ​ປະສິດທິ​ຜົນ, ​ເອົາ​ໃຈ​ໃສ່ວຽກ​ງານ​ພະນັກງານ​ເພື່ອ​ຄັດ​ເລືອກ, ສັບ​ຊ້ອນ​ພະນັກງານ​ທີ່​ມີ​ຄວາມ​ສາມາດ ມີ​ຄຸນສົມບັດ ຊື່ສັດ​ທ່ຽງ​ທຳ ສຸດ​ອົກ​ສຸດ​ໃຈ​ຕໍ່​ພັກ ຕໍ່​ປະຊາຊົນ ​ໃຫ້​ດຳລົງ​ຕຳ​ແໜ່​ງການ​ນຳ​ໃນ​ກົງຈັກ​ຂອງ​ລັດ; ຮັດ​ແໜ້ນ​ລະບຽບ​ວິ​ໄນ, ຍົກ​ສູງ​ຄຸນສົມບັດ ລະດັບ​ວັດທະນະທຳ ລະດັບ​ວິຊາ​ສະ​ເພາະ​ຂອງ​ພະນັກງານ ລັດຖະກອນ; ​ເພີ່ມ​ທະວີ​ການ​ປ້ອງ​ກັນ, ການຕໍ່ສູ້​ຕ້ານ, ການ​ຄົ້ນ​ເຜີຍ, ​ແກ້​ໄຂ​ລົງ​ໂທດຢ່າງ​ເຂັ້ມ​ງວດ​ຕໍ່​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ອະນາຈານ, ການລະ​ເມີດ​ກົດໝາຍ. 

ຕັ້ງ​ໝັ້ນ, ​ເດັດດ່ຽວຕໍ່ສູ້​​ເພື່ອຮັກສາ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່​ງດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ; ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​​ແລະ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ. 

- ລະດູ​ບານ​ໃໝ່​ກຳລັງ​​ຈະມາ​ເຖິງ​ອີກ​ຄັ້ງ, ທຸກຄົນລ້ວນ​ແຕ່​ມີ​ຄວາມ​ປາຖະໜາ ມີ​ຄວາມ​ຫວັງ​ກ່ຽວ​ກັບປີ​ໃໝ່ທີ່​ເຕັມ​ໄປ​ດ້ວຍ​ຄວາ​ມມ່ວນ, ຄວາມສຸກ ​ແລະ ປະສົບຄວາມ​ສຳ​ເລັດຫຼາຍກວ່າ​ອີກ. ສະຫາຍ​ເລຂາທິການ​ໃຫຍ່ຈົ່ງ​ແບ່ງປັນ​ຄວາມ​ຮູ້ສຶກ​ໃນ​ໂອກາດ​ລະດູບານ​ໃໝ່​ ປີຈໍ 2018?

ສະຫາຍເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ: ປີ 2018 ​ແມ່ນ​ປີ​ຫົວລ້ຽວຫົວ​ຕໍ່, ​ມີ​ຄວາມ​ໝາຍ​ຕັດສິນ​ຕໍ່​ໄຊຊະນະ​ໃນ​ການ​ປະ​ຕິ​ບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ; ພວກ​ເຮົາ​ມີ​ວຽກ​ງານ​ຫຼາຍ​ທີ່​ຈະ​ຕ້ອງ​ເຮັດ​ໃນ​​ເວລາ​ສະ​ເພາະໜ້າ. 

​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່, ຂ້າພະ​ເຈົ້າ​ຂໍ​ອວຍພອນ​​ພີ່ນ້ອງ​ຮ່ວມ​ຊາດທັງ​ໝົດ, ນັກຮົບ​ໃນ​ທົ່ວ​ປະ​ເທດ, ພີ່ນ້ອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ມີ​ຄວາມສົມບູນ​ພູມ​ສຸກ, ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດ​ແລະ​ບົດຮຽນ​ທີ່​ບັນລຸ​ໄດ້, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຕັດສິນ​ໃຈ​ປະຕິບັດ​ບັນດາ​ເປົ້າໝາຍ ໜ້າ​ທີ່​ທີ່​ວາງ​ໄວ້​​ໃຫ້​ສຳ​ເລັດ​ມີ​ໄຊ, ​ເຮັ​ດໃຫ້​ປະ​ເທດຊາດ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາຈະ​ເລີນພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ ກ້າວ​ຂຶ້ນ​ຢ່າງ​ແຂງ​ແຮງ​ໜັກ​ແໜ້ນ​ກວ່າ​ອີກ. 

- ຂໍ​ຂອບ​ໃຈສະຫາຍ​ເລຂາທິການ​ໃຫຍ່ !

ແຫຼ່ງຂ່າວ: ສຳນັກ​ຂ່າວສານ​ຫວຽດນາມ