ວກ.ອອນ​ໄລ - “ປີ 2018, ສະພາບ​ການ​​ໃນໂລກ ​ແລະ​ໃນ​ປະ​ເທດ​ມີ​ຄວາມ​ສະດວກ, ​ໂອກາດ​ດີ ພ້ອມ​ທັງ​ຄວາມຫຍຸ້ງ​ຍາກ​ ແລະ​ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ… ​ໃນ​ສະຖານະ​ພາບ​ດັ່ງກ່າວ​ນັ້ນ, ພວກ​ເຮົາ​ຕ້ອງ​ເສີມ​ຂະຫຍາຍ​ສຸດ​ຂີດ ​ກຳລັງ​ແຮງ​ແຫ່ງ​ຈິດ​ໃຈ​ສາມັກຄີ, ​ເຈດ​ຈຳນົງ​ອີງ​ໃສ່​ຕົນ​ເອງ​ເພື່ອ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ຍາດ​ແຍ່ງ​ເອົາ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ ເພື່ອ​ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ” - ທ່ານ​ປະທາ​ນປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ແບ່ງປັນ​ຄວາມ​ເຫັນ​ຄື​ແນວ​ນັ້ນຕໍ່​ສື່ມວນຊົນ​ ​ໃນ​ການ​ສຳພາດ​ເນື່ອງ​ໃນ​ໂອກາດຕ້ອນຮັບ​ປີ​ໃໝ່ 2018.

ທ່ານ ເຈິ່ນດ້າຍກວາງ ປະທານປະເທດ ສສ ຫວຽດນາມ. (ພາບ: TTXVN

ດ້ວຍ​ຄວາມ​ພ້ອມ​ຈິດ​ພ້ອມ​ໃຈ​ຂອງທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ, ພວກ​ເຮົາ​ໄດ້​ສຳ​ເລັດ ​ແລະ​ສຳ​ເລັດ​ລື່​ນຄາດໝາຍ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ທີ່​ສຳຄັນ​ຂອງ​ປີ 2017. ທ່ານ​ປະ​ທານ​ປະ​ເທດ​ຈົ່ງ​ກ່າວ​​ໂດຍສັງ​ເຂ​ບກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​​ໂດດ​ເດັ່ນ​ຂອງ​ປະ​ເທດ​ເຮົາ​ໃນ​ປີ​ທີ່​​ແລ້ວ?

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ອາດ​ຈະ​ຢືນຢັນ​ໄດ້​ວ່າ, ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ຫຼາຍ​ປີ, ປີນີ້ພວກ​ເຮົາ​ໄດ້​ສຳ​ເລັດ​ແລະ​ສຳ​ເລັດ​ລື່ນ​ລະດັບ​ຄາດໝ​າຍທັງ​ໝົດ 13 ຄາດໝາຍຂອງ​ແຜນການພັດທະນາ​ເສດຖະກິດ-ສັງຄົມ​ທີ່ສະພາ​ແຫ່ງ​ຊາດ​ໄດ້​ວາງ​ໄວ້. ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ສະຖຽນ​ລະ​ພາບ, ອັດຕາ​ເງິນ​ເຟີ້​ຖືກ​ຄວບ​ຄຸມ, ການ​ເກັບ​ລາຍ​ຮັບ​ງົບປະ​ມານ ​ແລະ ບັນດາ​ດຸນລະ​ຍາ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ ລ້ວນ​ແຕ່​ບັນລຸ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້. 

ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 6,81%, ຍອດ​ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ-ນຳ​ເຂົ້າ​ບັນລຸ 425 ຕື້​ໂດ​ລາ​ສະຫະລັດ, ສູງ​ກວ່າ​ທຸກໆ​ປີ​ທີ່​ຜ່ານ​ມາ; ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ບັນລຸ​ລະດັບ​ສູງ​ສຸດກວ່າ 33 ຕື້​ໂດ​ລາ​ສະຫະລັດ... ການ​ເຊື່ອມ​ຕິດ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ ກັບ​ການ​ແກ້​ໄຂບັນດາ​ບັນຫາ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ, ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ໜ້າ​ພຶງ​ພໍ​ໃຈ. ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ຄວາມ​ເປັນ​ລະບຽບ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ໝັ້ນຄົງ. ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ​ໃຫ້​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ ​ໄດ້​ຮັບ​ການ​ຊີ້​ນຳ​ນຳພາຢ່າງ​ເຈາະ​ຈົງ​ລວມສູນ ​ແລະ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ… 

ຜົນ​ສຳ​ເລັດ​ເຫຼົ່າ​ນັ້ນ​ແມ່ນ​ຮອບດ້ານ​ພໍ​ຄວນ​ໃນ​ທຸກ​ຂົງ​ເຂດ ​ເຊິ່ງ​ໄດ້​ປະກອບສ່ວນ​ປັບປຸງ​ຄວາ​ມ​ໄວ້​ວາງ​ໃຈ, ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ທົ່ວ​ສັງຄົມ, ສ້າງ​ທ່ວງທ່າ​ຄວາມ​ສະດວກ​ໃຫ້​ປະ​ເທດ​ສືບ​ຕໍ່​ການ​ພັດທະນາທີ່​ຍືນ​ຍົງ, ​ໄດ້​ຮັບ​ການ​ຍອມຮັບ​ແລະ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ. ໃນ​ປີ 2017, ສະຫະ​ປະຊາ​ຊາດ​ໄດ້​ຈັດ​ອັນ​ດັບ​ດັດຊະນີ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ 157 ປະ​ເທດ ອານາ​ເຂດ​ໃນ​ໂລກ, ຫວຽດນາມ​ຢູ່ໃນ​ອັນ​ດັບ​ທີ 68, ​ເພີ່ມ​ຂຶ້ນ 20 ລະດັບ​ທຽບ​ກັບ​ປີ 2016. 

ປີ 2017 ​ໄດ້​ຈາລຶກ​ຄວາມ​ສຳ​ເລັດ​ຂອງ​ຫວຽດນາມ​ໃນ​ແນວ​ຮົບ​ການ​ຕ່າງປະ​ເທດ, ທ່ານ​ປະທານ​ປະ​ເທດ​ຈົ່ງ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ໂດດ​ເດັ່ນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີ​ທີ່​ຜ່ານ​ມາ? 

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ປີ 2017 ​ແມ່ນ​ປີ​ພິ​ເສດ​ໃນ​ປະຫວັດສາດ​ການ​ທູດ​ຂອງ​ປະ​ເທດ​ເຮົາ. ​ໃນ​ເວລາ​ທີ່​ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ​ມີ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ ສັບສົນ ​ແລະ ຄາດ​ຄະ​ເນ​ຍາກ, ​ແຕ່​ພວກ​ເຮົາ​ກໍ່ໄດ້​ດຳ​ເນີນ​ວຽກ​ງານ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ເຈົ້າ​ການ ຕັ້ງໜ້າ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ ​ແລະ ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ. 

ກ່ອນ​ອື່ນ​ໝົດ, ນັ້ນ​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ປີ ​ເອ​ເປ​ກ ຫວຽດນາມ 2017 ​ແລະ ກອງ​ປະຊຸມຂັ້ນ​ສຸດ​ຍອດ ​ເອ​ເປ​ກ ຄັ້ງ​ທີ 25 ດ້ວຍການສຳ​ເລັດ​ຢ່າງ​ດີ​ເດັ່ນ​ບົດບາດ​ຂອງ​ປະ​ເທດ​ເຈົ້າພາບ​, ສ້າງ​ເຄື່ອງໝາຍປະຫວັດສາດ​ໃນ​ວິວັດ​ການ​ເຊື່ອມ​ຕໍ່​ເສດຖະກິດ-ການ​ເມືອງ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ສະ​ແດງ​ໃຫ້​ເຫັນ​ເຖິງລະດັບ​ສູງ​ສົ່ງ ຄວາມ​ກ້າຫານ ​ແລະ​ ສະຕິ​ປັນຍາ​ຫວຽດນາມ; ສະ​ເໜີ​ຂໍ້​ຄິດ​ລິ​ເລີ່​ມ ​ບຸລິມະສິດ​ຫຼາຍ​ປະການ, ກຳກັບ​ດຳ​ເນີນ​ການ​ປະຊຸມ​ຢ່າງ​ໄຫວ​ພິບ ປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ, ສ້າງ​ຄວາມ​ເປັນ​ໃຈ​ສັນທາ​ມະຕິ, ບໍ່​ພຽງ​ແຕ່​ຮັກສາ​ທ່ວງທ່າ​ຮ່ວມ​ມື ​ແລະ​ເຊື່ອມ​ຕໍ່ ​ເອ​ເປ​ກ ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ກໍ່ສ້າງ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງເວທີ​ປາ​ໄສການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ ​ໃນ​ບັນດາ​ທົດ​ສະ​ວັດ​ຕໍ່ໜ້າ​ອີກນຳ. 

ພວກ​ເຮົາ​ໄດ້​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ປະ​ເທດ​ໃນ​ພາກ​ພື້ນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມືໃຫຍ່, ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ຜູ້ນຳ​ຂອງ​ປະ​ເທດ​ເຮົາ ​ແລະ​ຜູ້ນຳ​ຂອງ​ຫຼາຍ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຊຶ່ງ​ກັນ​ແລະ​ກັນ ​ແລະ ​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫຼາຍ​ຄະນະ. ພິ​ເສດ, ​ໄດ້​ມີ​ການ​ຢ້ຽມຢາມ​ຂັ້ນ​ສູງ​ເປັນ​ສິບໆ​ຄັ້ງ​ລະຫວ່າງ​ປະ​ເທດ​ເຮົາ ​ແລະ​ປະ​ເທດທີ່​ສຳຄັນ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ບໍ່​ເຄີຍ​ພາຍ​ໃນໜຶ່ງວັນ, ​ພວກ​ເຮົາ​ໄດ້​ຕ້ອນຮັບ​ຜູ້ນຳ​ສູງ​ສຸດ​ຂອງຈີນ ​ແລະ ສະຫະລັດ​ອາ​ເມຣິກາ ມາຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດຫວຽດນາມ.

ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ຍາດ​ແຍ່ງ​ເອົາບັນດາ​ແຫຼ່ງພະລັງ​ທີ່​ສຳຄັນ​ຈາກ​ພາຍ​ນອກ​ມາ​ໃຫ້ການ​ສ້າງສາ​ພັດທະນາ​ປະ​ເທດ. ​ໃນ​ສະຖານະ​ພາບ​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ບໍ່​ສະ​ໝ່ຳສະ​ເໝີ​ກັນ ​ແລະ​ຍັງ​ບໍ່​ທັນໝັ້ນຄົງ, ທ່າ​ອຽງ​ປົກ​ປ້ອງ​ການ​ຄ້າ​ພາຍ​ໃນ​ເພີ່ມ​ຂຶ້ນນັ້ນ, ພວກ​ເຮົາ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​​ດ້ານ​ເສດຖະກິດ ການ​ຄ້າ ການ​ລົງທຶນຢ່າງ​ແຂງ​ແຮງ ກັບ​ບັນດາ​ປະ​ເທດ​ໃນ​ໂລກ ນັບ​ທັງທາງ​ດ້ານ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ, ພ້ອມ​ກັນ​ນັ້ນ​ກໍ່​ມີ​ສ່ວນ​ຮ່ວມ​ອັນ​ສຳຄັນ​ເຂົ້າ​ໃນ​ການສ້າງ​ຕັ້ງ​ຮູບ​ການ​ເຊື່ອມ​ຕໍ່​ເສດຖະກິດ-ການ​ຄ້າ​ຢູ່​ໃນ​ພາກ​ພື້ນ. 

​ໃນ​ໂອກາດ​ສັບປະດາ​ຂັ້ນສຸດ​ຍອດ ​ເອ​ເປ​ກ, ຫວຽດນາມ​ໄດ້​ຖື​ບົດບາດ​ຕັ້ງໜ້າ​ໃນ​ການ​ຮັກສາ ​ແລະ ຊຸກ​ຍູ້​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກທີ່​ຮອບດ້ານ​ແລະ​ກ້າວໜ້າ. ການ​ເຄື່ອນ​ໄຫວ​ການ​ຄ້າ​ແລະດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດ​ໃນ​ປີ​ນີ້​​ໄດ້​ຮັບ​ຜົນສຳ​ເລັດ​ສູງ​ກວ່າ​ທຽບ​ກັບ​ຄາດໝາຍ. 

ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ​ເຊື່ອມ​ໂຍງ​ແລະ​ຮ່ວມ​ມື​ສາກົນ​ໃນ​ບັນດາ​ຂົງ​ເຂດ​ການ​ທູດ ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ທັງ​ແບບ​ທະວິ​ພາຄີ ​ແລະ​ແບບ​ພະ​ຫຸພາຄີ, ​ໄດ້​ປະກອບສ່ວນ​ປົກ​ປັກ​ຮັກສາອະທິປະ​ໄຕ ​ຄວາມ​ເປັນເອກະ​ພາບ​ແຫ່ງ​ຊາດ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນຄົງ, ຮັບປະກັນຄວາມ​ໝັ້ນຄົງ​​ແຫ່ງຊາດ, ຄວາມ​ເປັນ​ລະບຽບ​ປອດ​ໄພ​ທາງສັງຄົມ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ. ​ໃນ ອາ​ຊຽນ, ຫວຽດນາມ​ໄດ້​ປະກອບສ່ວນ​ສຳຄັນ​ທີ່​ສຸດ​ເຂົ້າ​ໃນ​ການ​ປັບປຸງຄວາມ​ສາມັກຄີ, ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ ​ແລະ ສຸລະສຽງ​ລວມ​ໃນ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ຢູ່​ໃນ​ພາກ​ພື້ນ. ບັນດາ​ກົນ​ໄກ​ສົນທະນາ ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງກັນ​ຄວາມ​ສະຫງົບ-ປ້ອງ​ກັນຊາ​ດ ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ປະ​ເທດ​ໃນ​ພາກ​ພື້ນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ-ການ​ປ້ອງ​ກັນຊາ​ດ ກໍ່​ຄື​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ເພີ່​ມທະວີ​ຄວາມ​​ໄວ້​ວາງ​ໃຈ​ທາງ​ດ້ານ​ການ​ເມືອງ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວ, ປະກອບສ່ວນ​ຍົກ​ສູງ​ຖານະ​ບົດບາດ ​ແລະ​ອິດ​ທິພົນ​ຂອງ​ປະ​ເທດ​ຫວຽດນາມ​ໃນ​ເວທີ​ສາກົນ. 

ປີ ​ເອ​ເປ​ກ 2017 ​ແມ່ນ​ຈຸດ​ໂດດ​ເດັ່ນ​ຂອງ​ຫວຽດນາມ​ໃນ​ປີ​ທີ່​ແລ້ວ, ຢືນຢັນ​ທ່າ​ແລະ​ກຳລັງ​ຂອງປະ​ເທດຫວຽດນາມ ​ໃນ​ການ​ທູດ​ພະຫຸ​ພາຄີ. ​ໃນ​ຖານະ​ປະທານ​ກອງ​ປະຊຸມ​ສຸດ​ຍອດ ​ເອ​ເປ​ກ ຄັ້ງທີ 25, ທ່ານ​ປະທານ​ປະ​ເທດ​ຈົ່ງ​ໃຫ້​ຮູ້​ຄວາມ​ໝາຍ ຄວາມ​ສຳຄັນ​ຂອງ​ເຫດການ​ພົວພັນ​ຕ່າງປະ​ເທດ​ພະ​ຫຸພາຄີ​ທີ່​ໃຫຍ່​ທີ່​ສຸດ​ນີ້? 

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ປີ ​ເອ​ເປ​ກ ຫວຽດນາມ 2017, ຈຸດ​ໜັກ​ແມ່ນ ສັບປະດາ​ຂັ້ນສຸດ​ຍອດ ​ເອ​ເປ​ກ ຄັ້ງ​ທີ 25, ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ ດາ​ນັ້ງ ​ໃນ​ລະຫວ່າງ​ວັນ​ທີ 6 - 11 ພະຈິກ 2017 ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ. ນີ້​ແມ່ນ​ຜົນສຳ​ເລັດຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ທີ່​ໂດດ​ເດັ່ນ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ​ເຮົາ, ປະກອບສ່ວນ​ຍົກ​ສູງ​ບົດບາດ​ຂອງ ​ເອ​ເປ​ກ ທີ່​ເປັນ​ກົນ​ໄກ​​ການຮ່ວມ​ມື​ເສດຖະກິດຊັ້ນ​ນຳ​ຂອງ​ພາກ​ພື້ນ ​ໃນ​ໂລກ​ທີ່​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ ມີ​ລັກສະນະ​ບາດ​ລ້ຽວທີ່​ສຳຄັນ. ຜົນສຳ​ເລັດ​ດັ່ງ​ກ່າວ​ເປັນ​ຈຸດໝາຍ​ໃໝ່​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ ​ແລະຜັນ​ຂະຫຍາຍ​ການ​ພົວພັນ​ຕ່າງປະ​ເທດ​ພະຫຸ​ພາຄີ, ປະກອບສ່ວນ​ປັບປຸງ​ທ່າ​ອຽງ​ສັນຕິພາບ, ການ​ຮ່ວມ​ມື, ການ​ພັດທະນາ ​ແລະ ຍົກ​ສູງ​ອິດ​ທິພົນ ຖານະ​ບົດບາດ​ຂອງ​ປະ​ເທດ​ໃນ​ເວທີສາກົນ. 

ສັບປະດາຂັ້ນ​ສຸດ​ຍອດ ​ເອ​ເປ​ກ ຄັ້ງ​ທີ 25 ​ໄດ້​ພາ​ໃຫ້​ຫວຽດນາມ​ກາຍ​ເປັນຈຸດ​ສຸມ​ແຫ່ງ​ຄວາມ​ສົນ​ໃຈ​ຂອງ​ທົ່ວ​​ໂລກ. ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ໜ້າ​ຄົບ​ຕາ​ຂອງ​ບັນດາ​ຜູ້ນຳ​ທາງເສດຖະກິດ ​ເອ​ເປ​ກ ​ແລະ ຜູ້ນຳ​ສານ​ປະ​ເທດ​ທີ່​ເປັນ​ແຂກ​ຖືກ​ເຊີນ​ຄື ລາວ, ກຳປູ​ເຈຍ ​ແລະ​ມີ​ອານ​ມາ ​ໃນ​ສັບປະດາ​ຂັ້ນສຸດ​ຍອດ ​ເອ​ເປ​ກ; ຂອງ​ຜູ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ປີ ​ເອ​ເປ​ກ 2017 ​ເປັນ​ຈຳ​ນວຍຫຼາຍ​ກວ່າ 21.000 ຄົນ ​ແລະ ຜູ້​ເຂົ້າ​ຮ່ວມສັບປະດາ​ຂັ້ນ​ສຸດ​ຍອດ ​ເອ​ເປ​ກ ​ເປັນ​ຈຳນວນ​ຫຼາຍ​ກວ່າ 11.000 ຄົນນັ້ນ ​ໄດ້​ປະກອບ​ເປັນ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ ​ເອ​ເປ​ກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ຍຸດ​ທະ​ສາດ, ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ, ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກຕໍ່​ຂະ​ບວນວິວັດ​ການ​ຮ່ວມ​ມື​ເສດຖະກິດ, ກໍ່​ຄື​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະຊາ​ຄົມ​ສາກົນ​ຕໍ່​ກັບ ​ເອ​ເປ​ກ ​ແລະ​ຫວຽດນາມ. ບັນດາ​ຜູ້​ນຳ​ທາງ​ເສດຖະກິດ​ຂອງ​ ເອ​ເປ​ກ ລ້ວນ​ແຕ່​ໄດ້​ຕີ​ລາຄາ​ສູງ​ຕໍ່​ບົດບາດປະ​ເທດ​ເຈົ້າພາບ​ຂອງ​ພວກ​ເຮົາ ​ໃນ​ການພາ​ທາງ, ສະ​ເໜີຄວາມ​ຄິດ ການ​ປະດິດ​ສ້າງ​​ ເພື່ອ​ພາ​ ​ເອ​ເປ​ກ ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ຫຼາຍ​ບັນຫາ ​ແລະ ​ໄປ​ສູ່​ການ​ກໍ່ສ້າງ​ອະນາຄົດ​ຮ່ວມ​ກັນ. 

ຈຳນວນນັກທຸລະກິດ​ກວ່າ 4.000 ຄົນ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ຂອງ​ສັບປະດາ​ຂັ້ນ​ສຸດ​ຍອດ ​ເອ​ເປ​ກ ຄັ້ງ​ທີ 25 ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຈິດ​ໃຈ​ທຸລະ​ກິດ ​ແລະ​ການ​ລິ​ເລີ່​ມທຸລະ​ກິດ ປະດິດ​ສ້າງ​ຂອງ ​ເອ​ເປ​ກ, ຢືນຢັນ​ວ່າ ​ເອ​ເປ​ກ ​ເປັນ​ເວທີ​ປາ​ໄສ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ​ວິ​ສາ​ຫະກິດ, ພ້ອມ​ກັນ​ນັ້ນ​ກໍ່​ເປີດ​ແງ່​ຫວັງ​ໃໝ່​ກ່ຽວ​ກັບການ​ເຕີບ​ໂຕ​ຂອງ​ການ​ລົງທຶນ ການ​ຄ້າ ​ແລະ​ການ​ທຸລະ​ກິດ​ຢູ່​​ໃນພາກ​ພື້ນ​ອາຊີ-ປາຊີ​ຟິກ ​ແລະ ຢູ່​ປະ​ເທດ​ຫວຽດນາມ. 

ພິ​ເສດ, ປີ ​ເອ​ເປ​ກ 2017 ກໍ່​ເປັນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ​ບັນດາ​ເຫດການ​ທີ່​ເປັນ​ຫຼັກ​ໝາຍ​ປະຫວັດສາດ​ໃນ​ເສັ້ນທາງ​ພົວພັນ​ຕ່າງປະ​ເທດ​ພະຫຸ​ພາຄີ, ​ເປັນ​ຕົ້ນ​ແມ່ນ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງການ​ເຂົ້າ​ຮ່ວມ​ສະຫະ​ປະຊາ​ຊາດ​ (1977 - 2017) ​ແລະ​ຕໍ່​ຈາກ​ນັ້ນ​ແມ່ນ​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງການ​ເຂົ້າ​ຮ່ວມ ​ເອ​ເປ​ກ (1998 - 2018). ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນປີ ​ເອ​ເປກ 2017 ຈະ​ສ້າງ​ທ່ວງທ່າ​ໃຫ້​ຫວຽດນາມ​ຮັບ​ພາລະ​ທີ່​ສຳຄັນ​ຂອງ​ສາກົນ​ໃນ​ຊຸມ​ປີ​ສະ​ເພາະ​ໜ້າ, ​ໃນ​ນັ້ນ​ມີ​ການສະໝັກຮັບ​ເລືອກ​ຕັ້ງ​​ເຂົ້າ​​​ໃນ​ຕຳ​ແໜ່​ງ ກຳມະການ​ບໍ່​ຖາວອນຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ​ປີ 2020 - 2021 ​ແລະ ປະທານ​ ອາ​ຊຽນ ປີ 2020.

​ໄຊຊະນະ​ຂອງປີ ​ເອ​ເປ​ກ 2017 ຍັງ​ຕັ້ງ​ຮາກ​ຖານ​ເພື່ອ​ຍົກ​ລະດັບ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ປະ​ເທດ​ເຮົາ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ​ໃນ​ໂອກາດ​ສັບປະດາ​ຂັ້ນ​ສຸດ​ຍອດ ​ໄດ້​ມີ​ການ​ຢ້ຽມຢາມ​ສອງ​ຝ່າຍ​ທີ່​ມີ​ລັກສະນະ​ປະຫວັດສາດ ດ້ວຍ​ການ​ພົບ​ປະ​ເຈລະຈາ ຕິດ​ຕໍ່​ສອງ​ຝ່າຍ​ເປັນ​ສິບ​ຄັ້ງ. ພິ​ເສດ, ທ່ານ ສີ ຈິ້ນ​ຜິ​ງ ​ເລຂາ​ທີ​ການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປ ຈີນ ​ໄດ້​ມາ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIX ຂອງ​ພັກ​ກອມ​ມູນິດ​ຈີນ; ​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະທານາທິບໍດີ​ສະຫະລັດ​ອາ​ເມຣິກາ - ປະທານາທິບໍດີ ​ໂດ​ນັນ ທຣັມ - ມາ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ​ໃນ​ປີ​ທຳ​ອິດຂອງ​ໄລຍະ​ປະຈຳຕຳ​ແໜ່​ງປະທານາທິບໍດີ.

ຄວາມ​ສຳ​ເລັດ​ຂອງປີ ​ເອ​ເປ​ກ 2017 ​ແລະ ສັບປະດາ​ຂັ້ນ​ສຸດ​ຍອດ ​ເອ​ເປ​ກ ຄັ້ງ​ທີ 25 ​ໄດ້​ຢືນຢັນ​ອີກ​ຄັ້ງ​ກ່ຽວ​ກັບ​ບົດບາດ ​ແລະສ່ວນ​ປະກອບ​ທີ່​ສຳຄັນ ຂອງ​ການ​ພົວພັນ​ຕ່າງປະ​ເທດ​​ຫຼາຍ​ຝ່າຍ ​ໃນ​ຕະຫຼອດ​ເສັ້ນທາງ​​ແຫ່ງ​ການກໍ່​ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຂອງ​ຊາດ​ຫວຽດນາມ​ເຮົາ. ​ໃນ​ສະຖານະ​ການສາກົນ​ທີ່​ມີ​ການ​ຜັນ​ປ່ຽນ​ໃໝ່​ຫຼາຍ​ຢ່າງ​ຄື​ປະຈຸ​ບັນ​ນີ້, ບົນ​ພື້ນຖານ​ບັນດາ​ຜົນສຳ​ເລັດ​ຂອງ​ປີ ​ເອ​ເປ​ກ 2017 ພ້ອມ​ກັບ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ທີ່​ປະ​ເທດ​ເຮົາ​ໄດ້​ຜັນ​ຂະຫຍາຍ​ແລະ​ພວມ​ຜັນ​ຂະຫຍາຍ​ນັ້ນ, ພວກ​ເຮົາ​ຈະ​ສືບ​ຕໍ່​ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູ​ນທີ່​ກ້ວາງ​ຂວາງ ​ແລະ ລະດົມ​ເອົາ​ບັນດາ​ແຫຼ່ງພະລັງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່ຢ່າງຮອບດ້ານ​ແລະ​ຄົບ​ຊຸດ; ຕັ້ງ​ຮາກ​ຖານ​ເພື່ອ​ຍົກ​ລະດັບ​ແລະ​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ເລິ​ກເຊິ່ງຕື່ມ​ອີກ; ສ້າງ​ເງື່ອນ​ໄຂ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ໂຍງ​ສາກົນ​ໃຫ້​ບັນດາ​ກະຊວງ ຄະນະ ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ​ວິ​ສາ​ຫະກິດ​ໃນ​ທົ່ວ​ປະ​ເທດ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການຮັບປະກັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນ​ຕະພາບ ສະຖຽນ​ລະ​ພາບ, ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ຄວາມ​ເປັນ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ ​ແລະ ຍົກ​ສູງ​ຖານະບົດບາດ ທີ່​ຕັ້ງສາກົນຂອງ​ປະ​ເທດ. ນີ້​ແມ່ນ​ພື້ນຖານ​ທີ່​ສຳຄັນ​ເພື່ອ​ໃຫ້​ພວກ​ເຮົາສືບ​ຕໍ່​ປະຕິບັດ​ບັນດາ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ວາງ​ອອກ​ມາ ​ຢ່າງ​ສຳ​ເລັດ​ມີ​ໄຊ. 

ພ້ອມກັນ​ກັບ​ບັນດາ​ຜົນສຳ​ເລັດ​ທາງ​ດ້ານ​ວຽກ​ງານ​ພາຍ​ໃນ​ແລະ​ວຽກ​ງານ​ການ​ຕ່າງປະ​ເທດທີ່​ຍາ​ດມາ​ໄດ້​ນັ້ນ, ພວກ​ເຮົາ​ກໍ່​ເຫັນ​ວ່າຍັງ​ມີ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງ​ທີ່​ຕ້ອງ​​ແກ້​ໄຂຜ່ານ​ຜ່າ. ​ໃນ​ຖານະປະມຸກ​ແຫ່ງ​ລັດ, ທ່ານ​ປະທານ​ປະ​ເທດ​ມີ​ຄວາມເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບ​ບັນຫາ​ໃດ​ແດ່?

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ພວກ​ເຮົາ​ດີ​ໃຈ, ທະ​ນົງ​ໃຈ​ຕໍ່​ບັນດາ​ຜົນສຳ​ເລັດ​ທີ່​ໃຫຍ່​ຫຼວງ​ຂອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງມີ​ຄວາມ​ເຂັ້ມ​ງວດ​ແລະກົງ​ໄປ​ກົງ​ມາ​ໃນ​ການ​ຍອມຮັບ​ຂໍ້​ຈຳກັດ​ຕ່າງໆ. 

ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ຍັງ​ບໍ່​ທັນ​ສູງ, ການ​ເຕີບ​ໂຕ​ຂອງບາງ​ຂະ​ແໜງ​ການ, ຂົງ​ເຂດຍັງ​ຊ້າ; ຫຼາຍ​ກົນ​ໄກ ນະ​ໂຍບາຍ ​ແລະຂໍ້​ກຳ​ນົດກົດໝາຍ ​ຍັງ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ, ຂັ້ນ​ຕອນ​ການ​ບໍລິຫານ​ໃນ​ບາງ​ຂົງ​ເຂດ​ຍັງ​ຫຍຸ້ງ​​ເຫຍິງ; ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ ຄວາມ​ຫຍໍ້​ທໍ້​ອະນາຈານ ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ຫຼາຍ​ກໍ​ລະ​ນີຮ້ອງທຸກ ກ່າວ​ຫາ​ຍັງ​ບໍ່​ໄດ້ຮັບ​ການ​ແກ້​ໄຂ​​ໃຫ້​ແລ້ວຢ່າງຂາດ​ຕົວ; ຫຼາຍ​ໂຄງການ​ລົງທຶນ​ຖືກ​ຫຼ້າ​ຊ້າ, ປະສິດທິ​ຜົນ​ຕ່ຳ, ​ຂາດທຶນ, ​ໃຊ້​ຈ່າຍ​ຟຸມ​ເຟືອຍ​ເສຍ​ທຶນ; ຂະ​ບວນວິວັດ​ການປັບປຸງ​ໂຄງປະກອບ​ຂະ​ແໜງ​ການກະສິກຳ, ອຸສາ​ຫະກຳ, ​ບໍລິການຢູ່​ບາງ​ເຂດ ບາງທ້ອງຖິ່ນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຊັກ​ຊ້າ, ປະສິດທິ​ຜົນ​ບໍ່​ສູງ; ການ​ຂຸດ​ຄົ້ນ​ຊັບພະຍາກອນ​ຍັງ​ຟຸມ​ເຟືອຍ; ຍັງ​ບໍ່​ທັນ​ມີ​ມາດ​ຕະການ​ທີ່ສັກສິດ​ເພື່ອ​ແກ້​ໄຂ​ສະພາບການ​ມົນ​ພິດສິ່ງ​ແວດ​ລ້ອມຢູ່​ເຂດ​ຊົນນະບົດ, ໝູ່​ບ້ານ​ຫັດຖະກຳ​ອາຊີບ.

ຄຽງ​ຂ້າງ​ນັ້ນ​ຍັງ​ມີການ​ລ່ວງ​ລະ​ເມີດ​ເດັກ, ​ໃຊ້ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ບັນດາ​ປະກົດ​ການ​ຫຍໍ້​ທໍ້​ອະນາຈານ, ການ​ເສື່ອ​ມ​​ໂຊ​ມທາງ​ຄຸນສົມບັດ ​ແບບ​ດຳລົງ​ຊີວິດ​ເຮັດ​ໃຫ້​ເກີດ​ຄວາມ​ຮ້ອງ​ເຄືອງ​ໃນ​ຫາງ​ສຽງ​ສັງຄົມ; ​ໄພ​ທຳ​ມະ​ຊາດ ພາຍຸ​ລົມ​ແດງ ນ້ຳ​ມາກ​ນ້ຳ​ຖ້ວມ​ເຮັດ​​ໃຫ້​ເກີດ​ຄວາມ​ເສຍ​ຫາຍຢ່າງ​ຫຼວງ​ຫຼາຍ​ທາງ​ດ້ານ​ຜູ້​ຄົນ​ແລະ​ຊັບ​ສິນ, ​ເປັນ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຕໍ່​ການ​ຜະລິດ​ແລະ​ຊີວິດ​ຂອງ​ປະຊາຊົນ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນຢູ່​ເຂດ​ຊົນ​ເຜົ່າ​ສ່ວຍ​ນ້ອຍ ​ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ຖືກ​ໄພ​ທຳ​ມະ​ຊາດ, ຜູ້​ທຸກ​ຍາກ ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. 

ຂໍ້​ຈຳກັດ​ຕ່າງໆ​ທີ່​ກ່າວ​ມາ​ເທິງ​ນີ້​ພວມ​ເປັນ​ສິ່ງ​ກີດຂວາງ​ໃນ​ເສັ້ນທາງ​ພັດທະນາ​ຂອງ​ປະ​ເທດ​ຊາດ. ສິ່ງ​ທີ່​ສຳຄັນ​ແມ່ນ​ພວກ​ເຮົາ​ກ້າທີ່​ຈະ​ເບິ່ງ​​ໂດຍກົງ​ທີ່ຄວາມ​ຈິງ, ​ເປັນ​ເຈົ້າ​ການ​ໃນ​ການວາງ​ບັນດາ​ວິທີ​ແກ້​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ. 

ປີ 2018 ​ເປັນ​ປີ​ຫົວລ້ຽວຫົວ​ຕໍ່​ຂອງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2016 - 2020, ທ່ານ​ປະທານ​ປະ​ເທດ​ຈົ່ງ​ໃຫ້​ຄວາມ​ເຫັນ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ສະດວກ​ແລະ​ຄວາມ​ຫຍຸ້ງຍາກ​ຂອງ​ປະ​ເທດ​ເຮົາ? 

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ຜ່ານ​ບັນດາ​ຄາດໝາຍ​​ຕົ້ນຕໍຂອງ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ປີ 2018, ​ໃນ​ນັ້ນ ຈີ​ດີ​ພີ ​ເຕີບ​ໂຕ​ປະມານ 6,5 - 6,7%; ສືບຕໍ່ຮັບປະກັນສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຄວບ​ຄວມອັດຕາ​ເງິນ​ເຟີ້; ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ປະຕິບັດ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ, ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕຕິດ​ກັບ​ການ​ປັບປຸງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ, ສະມັດ​ຕະພາບ​ຂອງ​ງານ ​ແລະ ກຳລັງ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ... 

ພວກ​ເຮົາ​ມີຄວາມ​ສະດວກທີ່​ເປັນພື້ນຖານ​ທີ່​ສຸດ​ຄື: ການ​ເມືອງ-ສັງຄົມ​ມີ​ສະຖຽມລະ​ພາບ, ອິດ​ທິພົນ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ສູງ, ຄວາມ​ເຊື່ອ​ໝັ້ນ​ໃນ​ໂອກາດ​ຂອງ​ການ​ພັດທະນາ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ; ປະ​ເທດ​ມີ​ຊັບພະຍາກອນ​ເພື່ອ​ການ​ພັດທະນາ ​ແລະ ​ເປັນ​ຕົ້ນ​ແມ່ນ​ພວກ​ເຮົາ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ​ໄດ້​ຖອດ​ຖອນ​ບົດ​ຮຽນ​ປະສົບ​ການ​ອັນ​ລ້ຳ​ຄ່າ ຜ່ານ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່... 

ສະພາບ​ການ​ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ມີ​ຄວາມ​ສະດວກ ​ໂອກາດ​ດີ ພ້ອມທັງ​ຄວາມຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ; ​ເຊິ່ງ​ວາງ​ອອກ​ຫຼາຍ​ບັນຫາ​ໃໝ່, ຄວາມ​ຕ້ອງການ​ໃໝ່ທີ່​ໃຫຍ່​ກວ່າ ສັບສົນ​ກວ່າ​ໃຫ້​ແກ່​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພັດທະນາ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ເອກະ​ລາດ ອະທິປະ​ໄຕ ຄວາມ​ເປັນ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວຍ​ຂອງ​ປະ​ເທດ​ຊາດ. ​ໃນ​ນັ້ນ, ທ່າ​ໄດ້​ປຽບ​ທາງ​ດ້າ​ແຮງ​ງານ​ພວມ​ຖືກ​ສູນຫາຍ​ໄປ​ຢ່າງ​ໄວວາ ຍ້ອນ​ຜົນ​ກະທົບ​ຂອງ​ການ​ປະຕິວັດ​​ອຸດສາຫະກຳ​ຄັ້ງ​ທີ​ສີ່; ພື້ນຖານ​ເສດຖະກິດ​ຫວຽດນາມ​ໄດ້​ເປີດ​ປະຕູ​ກວ້າງ​ ດັ່ງ​ນັ້ນ​ຈະ​ຖືກ​ຜົນ​ກະທົບ​ຫຼາຍ​ຈາກ​ສະພາບ​ເສດຖະກິດ​ໂລກ... 

​ໃນ​ສະຖານະ​ການ​ດັ່ງກ່າວ​ເທິງ​ນີ້, ພວກ​ເຮົາ​ຕ້ອງ​ເສີມ​ຂະຫຍາຍ​ສຸດ​ຂີດ​ກຳລັງ​ແຮງ​ແຫ່ງ​ຈິດ​ໃຈ​ສາມັກຄີ, ​ເຈດ​ຈຳນົງ​ອີງ​ໃສ່​ຕົນ​ເອງ​ເພື່ອ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ຍາດ​ແຍ່ງ​ໂອກາດ, ຜ່ານ​ຜ່າ​ສິ່ງທ້າ​ທາຍ​ເພື່ອ​ກ້າວ​ຂຶ້ນ​ຢ່າງໜັກ​ແໜ້ນ. 

ການຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​, ຕ້ານການ​ຟຸມ​ເຟືອນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ເປັນ​ປະຈຳຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ຄື​ແນວ​ໃດ​ກ່ຽວ​ກັບ​ວຽກ​ງານປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​, ຕ້ານການ​ຟຸມ​ເຟືອນ​ໃນ​ປີ​ທີ່​ຜ່ານ​ມາ? 

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ​ເວລາ​ທີ່​ຜ່ານ​ມາດ, ດ້ວຍ​ການ​ຊີ້​ນຳ​ນຳພາ​ຢ່າງ​ລວມສູນ ​ເດັດດ່ຽວ​ຂຸ້ນຂ້ຽວ​ຂອງ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວກັບ​ການປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ອົງການ​ພາລະ​ໜ້າ​ທີ່ ​ແລະ ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ປະຊາຊົນ, ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ການ​ຟຸມ​ເຟືອຍ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ທີ່​ສຸດ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ ​ແລະ ຊົມ​ເຊີຍ​ຈາກ​ປະຊາຊົນ. ຫຼາຍ​ຄະດີ​ໃຫຍ່ທີ່ກໍ່​ຄວາມ​ເສຍ​ຫາຍ​ໜັກໜ່ວງ​ໃຫ້​ແກ່ຊັບ​ສິນ​ຂອງ​ລັດ​ແລະ​ຂອງ​ປະຊາຊົນ ​ໄດ້​ຖືກ​ສືບສວນ ຟ້ອງ​ສານ ພິພາກສາ; ຊັບ​ສິນ​​ທີ່ເສຍ​ຫາຍ​ຍ້ອນ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ເກັບ​ກູ້​ຄືນ​ເປັນຈຳນວນ​ຫຼາຍ; ພວກ​ຜູ້​ຄົນສໍ້ລາດ​ບັງ​ຫຼວງ​ໄດ້ຖືກ​ຕັດສິນ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດໝາຍ. 

​ແຕ່​ວ່າ, ການ​ສໍ້​ລາດ​ບັງ​ຫຼວງ, ການຟຸມ​ເຟືອຍ​ຍັງ​ເປັນ​ໜຶ່ງ​ໃນ​ສີ່​ໄພ​ຂົ່ມຂູ່​ຕໍ່​ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ພັກ​ແລະ​ລະບອບ​ການ​ເມືອງ​ຂອງ​ພວກ​ເຮົາ. ​ເພາະສະ​ນັ້ນ ພັກ​ແລະ​ລັດ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ ​ຈະ​ສືບ​ຕໍ່ການຊີ້​ນຳ​ນຳພາຢ່າງ​ເປັນ​ປະຈຳ ຕໍ່​ເນື່ອງ​ ຕໍ່​ວຽກ​ງານ​ຕໍ່ສູ້ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ການ​ຟຸມ​ເຟືອຍ, ລະດົມ​ກຳລັງ​ແຮງ​ຂອງ​ປວງ​ຊົນ​ເຂົ້າ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ການ​ຟຸມ​ເຟືອຍ, ຖື​ວ່າ​ນີ້​ເປັນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງ​ປີ 2018 ​ແລະຊຸມ​ປີ​ຕໍ່​ໄປ. 

ພ້ອມໆ​ກັບ​ການຕໍ່ສູ້ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ການ​ຟຸມ​ເຟືອຍຢ່າງຕັ້ງໜ້າ​ນັ້ນ, ຕ້ອງ​ສືບ​ຕໍ່​ປະຕິບັດ​ບັນດາ​ມະຕິ​ຂອງ​ສູນ​ກາງ​ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ​ສີ່​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ (ສະ​ໄໝ​ທີ XI ​ແລະ​ທີ XII) ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​, ປັບປຸງ​ພັກ. ພະນັກງານ ສະມາຊິກ​ພັກ​ແຕ່​ລະ​ຄົນ​ຕ້ອງ​ເປັນ​ແບບຢ່າງ ຊື່ສັດ​ທ່ຽງ​ທຳ, ນຳ​ໜ້າ​ໃນ​ການຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ການ​ຟຸມ​ເຟືອຍ. ພະນັກງານທີ່​ມີ​ຕຳ​ແໜ່​ງ​ສູງ​ຍິ່ງ​ຕ້ອງ​ເປັນ​ແບບຢ່າງ, ​ເປັນ​ຫຼັກ​ແຫຼ່ງ​ໃນ​ການຄົ້ນ​ເຜີຍ​ຜູ້​ກະທຳ​ຜິດ ​ແລະ​ຕໍ່ສູ້​ຕ້ານ​ອາ​ຊະ​ຍາ​ກຳ​ປະ​ເພດ​ຕ່າງໆ, ​ໃນ​ນັ້ນ​ມີ​ອາ​ຊະ​ຍາ​ກຳ​ເສດຖະກິດ, ອາ​ຊະ​ຍາ​ກຳ​ສໍ້​ລາດ​ບັງ​ຫຼວງ, ຈາກ​ນັ້ນ​ປະກອບສ່ວນ​ກໍ່ສ້າງ​ພັກ, ກໍ່ສ້າງ​ກົງຈັກ​ແຫ່ງ​ລັດ, ລະບົບ​ການ​ເມືອ​ງ​ໃຫ້​ສະອາດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຕ້ອງ​ເດັດດ່ຽວ, ບໍ່​ມີ​ເຂດ​ຫ້າມ ​ແລະ ຕ້ອງ​ເກັບ​ກູ້​ຄືນ​ຊັບ​ສິນ​ທີ່​ພວກ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຍຶດ​ເອົາ​ໄວ້. 

​ເພື່ອ​ກີດ​ກັ້ນ​ແລະ​ຍູ້​ຖອຍ​ເທື່ອ​ລະ​ກ້າວ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ, ບັນດາ​ຂັ້ນ ຂະ​ແໜງ​ການ, ສຳນັກງານອົງການ, ກົມ​ກອງ​ຕ່າງໆ ​ຕ້ອງ​ຖື​ວຽກ​ງານ​ນີ້​ເປັນໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈ​ກາງ ​ເປັນ​ປະຈຳທີ່​ຈະ​ຕ້ອງ​ສຸມ​ໃສ່​ຊີ້​ນຳ​ນຳພາ, ມີ​ແຜນການ​ປະຕິ​ບັກ​ງານ​ຢ່າງ​ລະອຽດ​ຕົວ​ຈິງ. ​ແນວ​ໂຮມ​ປະ​ເທດ​ຊາດ​ພ້ອມ​ກັນ​ກັບ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງຄະ​ນະມະ​ຫາ​ຊົນ ​ແລະ ບັນດາ​ອົງການ​ສື່​​ມວນຊົນ ຕ້ອງ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ຄົ້ນ​ເຜີຍ, ສົມທົບ​ການ​ຕໍ່ສູ້, ສ້າງ​ເງື່ອນ​​ໄຂ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ນີ້​ຢ່າງ​ຕັ້ງໜ້າ. 

​ໃນ​​ໂອກາດປີ​ໃໝ່, ທ່ານ​ປະທານ​ປະ​ເທດ​ຢາກ​ຝາກຝັງ​ຫຍັງ​ແດ່​ ເຖິງ​ພີ່ນ້ອງ​ຮ່ວມ​ຊາດ, ນັກຮົບ​ໃນ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ?

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ: ປະ​ເທດ​ເຮົາ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ດ້ວຍ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງທີ່​ຍາດ​ມາ​ໄດ້, ດ້ວຍ​ທ່າ​ແລະ​ພະລັງ, ກຳລັງ​ແຮງ​ສັງ​ລວມ, ອິດ​ທິພົນ​ສາກົນ​ຂອງ​ປະ​ເທດ​ທີ່​ນັບ​ມື້​ນັບ​ໄດ້​ຍົກ​ສູງ, ສ້າງ​ເປັນ​ບັນດາ​ປະຖົມ​ປັດ​ໃຈ​ທີ່​ສຳຄັນ​ ເພື່ອ​ສືບ​ຕໍ່ປະຕິບັດ​ບັນດາ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂ​ອງພັກ​ວາງ​ອອກ​ ໃຫ້​ສຳ​ເລັດ​ມີ​ໄຊ. 

ຂ້າພະ​ເຈົ້າ​ເຊື່ອໝັ້ນ​ວ່າ, ດ້ວຍ​ບັນຍາກາດ​ໃໝ່, ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ເຂດ​ທົ່ງພຽງ​ກໍ່​ຄືຢູ່​ເຂດ​ພູດ​ອຍ, ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ຈົ່ງ​ເສີມ​ຂະຫຍາຍ​ສຸດ​ຂີດ​ຈິດ​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ອີງ​ໃສ່​ຕົນ​ເອງ​ເພື່ອ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ຮ່ວມ​ແຮງຮ່ວມ​ໃຈ​ກັນ, ມານະ​ພະຍາຍາມ​ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ເຮົາ​ພັດທະນາ​ຢ່າງ​ໄວວາ ຍືນ​ຍົງ, ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ. 

​ໃນ​ໂອກາດ​ປີ​ໃໝ່ 2018 ​ແລະ​ກະກຽ​ມຕ້ອນຮັບ​ບຸນປີ​ໃໝ່ ປີ​ຈໍ​ ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ພີ່ນ້ອງ​ຮ່ວມ​ຊາດ, ນັກຮົບ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມຢູ່ຕ່າງປະ​ເທດ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ສົມບູນ​ພູມ​ສຸກ ​ແລະ ມີ​ໄຊ. 

ຂໍ​​ເປັນ​ກຽດ​ສະ​ແດງ​ຄວາມຂອບ​ໃຈຕໍ່​ທ່ານ​ປະທານ​ປະ​ເທດ!

ແຫຼ່ງຂ່າວ: ສຳນັກ​ຂ່າວສານ​ຫວຽດນາມ