ວກ.ອອນ​ໄລ - ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2018, ສຳນັກ​ຂ່າວສານ​ຫວຽດນາມ​ໄດ້​ຈັດ​ພິມຈຳໜ່າຍ​ສະບັບ​ພິ​ເສດ “The Year Ahead 2018: Hope Against Rage” (ປີ​ 2018 ຂ້າງ​ໜ້າ: ຄວາມ​ຫວັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ໂກດ​​ເຄືອງ) ຂອງ​ກຸ່ມ​ສື່ສານ Project Syndicate ​ເປັນ​ພາສາ​ຫວຽດນາມ. ນີ້​ແມ່ນ​ສິ່ງ​ພິມ​ພິ​ເສດ ທີ່​ລົງ​ພິມ​ບົດຄວາມ​ຂອງ​ນັກ​ການ​ເມືອງ, ນັກ​ເສດຖະສາດ, ນັກ​ຄົ້ນຄວ້າ ທີ່​ມີ​ຊື່​ສຽງ​ໃນ​ໂລກ ​ເຊິ່ງຂຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ເມືອງ ການ​ທູດ ​ເສດຖະກິດ ສິ່ງ​ແວດ​ລ້ອມ​ ທີ່​ມີ​ລັກສະນະ​ທົ່ວ​ໂລກ ​ແລະ​ ມີ​ລັກສະນະ​ຄາດ​ຄະ​ເນ ວິຊາ​ການ​ສູງ. ທ່ານ ຫງວຽນ​ຊວັນ​ຝຸກ ​ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ​ໄດ້​ມີ​ບົດຄວາມ​ລົງ​ພິມ​ໃນ​ສິ່ງ​ພິມ​ສະບັບ​ພິ​ເສດ​ນີ້. ຂໍ​ເປັນ​ກຽດ​ແນະນຳ​ບົດ​ຄວາມ​ດັ່ງກ່າວ​ຂອງ​ທ່ານ​ນາຍົກລັດຖະມົນຕີ.

ທ່ານ ຫງວຽນຊວັນຝຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. (ພາບ: TTXVN)

ບັນດາ​ປ່ຽງ​ສຸດ​ທ້າຍ​​ໃນ​ພາບ​ລວມຂອງ​ເສດຖະກິດ​ໂລກ​ປີ 2017 ​ໄດ້ສຳ​ເລັດສົມບູນ, ​ໄດ້​ນຳ​ມາ​ຊຶ່ງສີສັນ​ທີ່ສົດ​ໃສ​ກວ່າ​ປີ 2016, ພ້ອມ​ກັນ​ນັ້ນ​ກໍ່​ສົ່ງ​ສັນຍານ “ອົບ​ອຸ່ນ” ສຳລັບ​ການ​ເລີ່​ມຕົ້ນທີ່​ເຊື່ອ​ຖື​ໄດ້​ຂອງ​ປີ 2018. ​ເສດຖະກິດ​ໂລກມີ​ການ​ຟື້ນຟູຢ່າງ​ໝັ້ນຄົງ​ພໍ​ຄວນ ​ແລະ ບັນລຸ​ການ​ເຕີບ​ໂຕ​ສູງ​ສຸດ​ນັບ​ແຕ່​ປີ 2010. ​​ເກືອບ​ທຸກປະ​ເທດ​ທີ່​ພັດທະນາ​ແລ້ວ ​ແລະ ບັນດາ​ພື້ນຖານ​ເສດຖະກິດທີ່​ພົ້ນ​ເດັ່ນ​ໃໝ່ ລ້ວນ​ແຕ່​ມີ​ການ​ເຕີບ​ໂຕທີ່​ດີ ​ແລະສະ​ໝ່ຳສະ​ເໝີ​ພໍ​ຄວນ. ທະວີບອາຊີ​ສືບ​ຕໍ່​ເປັນ​​ແຮງ​ຜັດ​ດັນ​ຕົ້ນຕໍ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ. 

ການ​ຄ້າ, ການ​ລົງທຶນ​ທົ່ວ​ໂລກ​ຈະ​ເລີ​ນຂຶ້ນ; ລາຄາ​ສິນຄ້າ​​ພື້ນຖານ​ແລະ​ລາຄາ​ນ້ຳມັນ​ດິບ​ໄດ້​ຟື້ນ​ຕົວ​ຕາມ​ທາງ​ບວກ. ການ​ຄ້າ​ສິນຄ້າ​ເອ​ເລັກ​ໂຕຣນິກ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ, ​ເປັນ​ຕົ້ນ​ແມ່ນ​ຢູ່​ອາຊີ. ການ​ນຳ​ເຂົ້າຂອງ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໄດ້​ເພີ່ມ​ຂຶ້ນ ຍ້ອນການ​ປັບປຸງ​ການ​ລົງທຶນ ການ​ບໍລິ​ໂພ​ກ ​ແລະ​ກຳລັງ​ຊື້. ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໃນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ. ບັນດາ​ພວງ​ພະນັງ​ຄຸນຄ່າ​​ໂລກ​ມີ​ການ​ເຄື່ອນ​ຍ້າຍ ຍ້ອນ​ຜົນ​ກະທົບ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່. ສະພາບ​ການ​ການ​ເງິນ - ​ເງິນຕາ​ໂລກມີ​ສະຖຽນ​ລະ​ພາບ​ໂດຍ​ພື້ນຖານ. ອັດຕາ​ແລກປ່ຽນ​ລະຫວ່າງ​​ສະ​ກູນ​ເງິນທີ່​ສຳຄັນ​ບໍ່​ຄ່ອຍ​ປ່ຽນ​ແປງ; ສະ​ກູນ​ເງິນ ​ເອີ​ໂຣ ​ແລະ​ສະ​ກູນ​ເງິນ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່ກຳລັງ​ພົ້ນ​ເດັ່ນ​ຂຶ້ນ ​ໄດ້​ຟື້ນ​ຕົວ​ຄືນ​ໃໝ່, ສ່ອງ​ແສງ​ເຖິງ​ຄວາມ​ເຊື່ອ​ຖື​ຕໍ່ຕະຫຼາດ​ການ​ເງິນ​ໂລກ​ທີ່​ພວມ​ໄດ້​ຮັບ​ການ​ປົວ​ແປງ. 

ການ​ຮ່ວມ​ມື ​ແລະ​ເຊື່ອມ​​ໂຍງ​ເສດຖະກິດຍັງ​ຄົງ​ເປັນ​ກະ​ແສ​ຕົ້ນຕໍ​ໃນ​ເສດຖະກິດ​ໂລກ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ. ​ເກືອບ​ໝົດ​ທຸກ​ປະ​ເທດ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື ​ແລະ​ເຊື່ອມ​​ໂຍງ​ເສດຖະກິດ ​ເພື່ອ​ຮັບ​ໃຊ້​ບັນດາ​ເປົ້າ​ໝາຍ ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ, ຄວາມ​ໝັ້ນຄົງ ​ແລະ​ການ​ພັດທະນາ. ການ​ເປີດ​ເສລີທາງ​ການ​ຄ້າ ​ແລະຕ້ານກັບ​ການປົກ​ປ້ອງ​ການ​ຄ້າ​ພາຍ​ໃນ ​ໄດ້​ຮັບ​ການ​ຊຸກຍູ້ຢູ່​ທີ່​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ​ທີ່​ສຳຄັນ (G20, G7, APEC, BRICS…); ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ໄດ້​ເປັນ​ເອກະ​ພາບກັນ​ກ່ຽວ​ກັບ​ບັນດາ​ພາກສ່ວນ​ພື້ນຖານ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຈະ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ, ຕ້ານ​ກັບລັດທິ​ປົກ​ປ້ອງ​ການ​ຄ້າ. 

ຄວາມ​ຈິງ​​ແຫ່ງປະຫວັດສາດ​ການ​ພັດທະນາ​ຂອງ​ເສດຖະກິດ​ໂລກ​ໄດ້​ໃຫ້​ເຫັນ​ວ່າ, ການ​ໂລກາ​ພິວັດ ​ແລະ ການ​ເຊື່ອມ​ໂຍງ​ແມ່ນ​ທ່າ​ອຽງ​ທີ່​ຈຳ​ເປັນຂາດ​ບໍ່​ໄດ້, ​ເຖິງ​ວ່າ​ຢູ່​ບ່ອນ​​ໃດ​ໜຶ່ງ ​ໃນ​ເວລາ​ໃດ​ໜຶ່ງ​ຈະ​ມີ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ. ​ໂລກາ​ພິວັດ​ບໍ່​ພຽງ​ແຕ່​ເປັນ​ຂະ​ບວນວິວັດ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ສ່ອງ​ແສງ​ເຖງຄວາມປາຖະໜາ​ບືນ​ຕົວ​ຂຶ້ນ ສະ​ແຫວ​ງຫາ​ຄວາມສຸກ ​ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຂອງ​ມະນຸດ. ພ້ອມ​ກັນ​ກັບ​ປະຊາ​ຄົມ​ສາກົນ, ຫວຽດນາມ​ຕັດສິນ​ໃຈ​ກໍ່ສ້າງ​ລັດຖະບານ​ສ້າງສັນ, ຊື່ສັດ​ທ່ຽງ​ທຳ, ​ຂະຫຍັນ​ຂັນ​ເຄື່ອນ, ຮັບ​ໃຊ້​ປະຊາຊົນ​ແລະ​ວິ​ສາ​ຫະກິດ; ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ແນວທາງ​ປ່ຽນ​ແປງ​ໃໝ່ ​ແລະ​ເຊື່ອມ​ໂຍງ​, ລະດົມ​ແລະ​ນຳ​ໃຊ້​ທຸກ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຮັບ​ໃຊ້​ການສ້າງສາ​ພັດທະນາປະ​ເທດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ກໍ່ສ້າງ, ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງບໍລິຫານ, ຮັບປະກັນ​ລັກສະນະ​ໄຫວ​ພິບ, ຊ່ວຍໜູນ​ການ​ເຂົ້າ​ເຖິງ​ຕະຫຼາດ​ຢ່າງ​ໂປ່​ງ​ໃສ, ຮັກສາ​ມາດຕະຖານ​ແຮງ​ງານ​ທີ່​ກ້າວໜ້າ, ປົກ​ປ້ອງ​ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ວົງ​ການ​ທຸລະ​ກິດ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ. ຫຼັກການ​ທີ່​ສອດ​ຮ້ອຍ​ຕະຫຼອດ​ໃນ​ການ​ກຳນົດ​ນະ​ໂຍບາຍ ​ແມ່ນ​ຕ້ອງ​ເຂົ້າ​ເປັນຈັງ​ຫວະ​ດຽວ​ກັນ​ກັບ​ຄວາມ​ຕ້ອງການ​ຂອງຄວາມ​ເປັນ​ຈິງ​ທີ່​ມີ​ຊີວິດ​ຊີວາ, ສອດຄ່ອງ​ກັບ​ທ່າ​ອຽງ​ຂອງ​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ໂລກາ​ພິວັດ, ຄ່ອງ​ຕົວ​ດີ​ກັບ​ຮູບ​ແບບ​ທຸລະ​ກິດ​ໃໝ່ ພາຍ​ໃຕ້​ຜົນ​ກະທົບ​ຂອງ​ການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ 4.0, ປະກອບສ່ວນ​ຊຸກຍູ້​ແລະ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ, ທັງ​ໃນ​ລະດັບ​ພາກ​ພື້ນ​ແລະ​ລະດັບ​ໂລກ. 

ປີ 2017 ​ໄດ້​ຮັບ​ຮູ້​ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ, ຮອບດ້ານ​ພໍ​ຄວນ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ ດ້ວຍ​ຜົນ​ທີ່​ດີ​ເລີດ​ຄື ການ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ໃໝ່, ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ການ​ສົ່ງ​ອອກ ນຳ​ເຂົ້າ​ສິນຄ້າ, ການສຳຮອງ​ເງິນຕາ​ຕ່າງປະ​ເທດ. ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ອັດຕາ​ເງິນ​ເຟີ້​ຖືກ​ຄວບ​ຄຸມ, ຈີ​ດີ​ພີ ​​ເຕີບ​ໂຕ 6,81%, ສູງ​ທີ່​ສຸດ​ໃນ​ຮອບ 10 ປີ​ທີ່​ຜ່ານ​ມາ. ອຸດສາຫະກຳ​ການ​ຜະລິດ​ກຳລັງ​ຟື້ນ​ຕົວຢ່າງ​ຊັດ​ເຈນ, ກາຍ​ເປັນ​​ແຮງ​ຜັດ​ດັນ​ທີ່​ສຳຄັນ​ຂອງ​​ພື້ນຖານ​ເສດຖະກິດ. ສະພາບການການ​ເມືອງ, ສັງຄົມມີ​ສະຖຽນ​ລະ​ພາບ. ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ດີ​ພໍ​ຄວນ, ​ໄດ້​ເພີ່ມ​ຂຶ້ນ 14 ລະດັບ, ຈາກ​ອັນ​ດັບທີ 82 ຂຶ້ນ​ເປັນ 68 ​ໃນ​ຈຳນວນ 190 ປະ​ເທດ​ທີ່​ໄດ້​ຈັດ​ອັນ​ດັບ; ຄວາມ​ສາມາດ​ແຂ່ງຂັນ​ເພີ່ມ​ຂຶ້ນ 5 ລະດັບ, ຈາກ​ອັນ​ດັບ​ທີ 60 ຂຶ້ນ​ເປັນ 55 ​ໃນ​ຈຳນວນ 137 ປະ​ເທດ​ທີ່​ໄດ້​ຈັດ​ອັນ​ດັບ. ອົງການ​ຈັດ​ອັນ​ດັບ​ Moody’s ​ໄດ້​ຍົກ​ລະດັບ​ການ​ປະ​ເມີນ​ລະບົບ​ທະນາຄານໃນ​ຫວຽດນາມ​ຈາກ “ຄົງ​ທີ” ​ເປັນ “ບວກ”. ຄວາມ​ຕັດສິນ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ ​ແລະ​ບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ​ທີ່​ບັນລຸ​ໄດ້ ​ໄດ້​ສ້າງ​ບັນຍາກາດ​ເບີກບານ​ມ່ວນຊື່ນ​ໃນ​ການ​ລົງທຶນ​ທຸລະ​ກິດ ​ແລະ​ໃນ​ທົ່ວ​ສັງຄົມ, ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ນັກ​ລົງທຶນ ​ແລະຂອງ​ວົງ​ການ​ວິ​ສາ​ຫະກິດ. 

ຫວຽດນາມ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ໃນ​ຫຼາຍ​ຂັ້ນ​ຊັ້ນ, ຫຼາກ​ຫຼາຍ​ທາງ​ດ້ານ​ຮູບ​ການ, ສອດຄ່ອງ​ກັບ​ຫຼັກການ ​ແລະ​ມາດຕະຖານ​ຂອງ​ຕະຫຼາດ; ​ໄດ້ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ 185 ປະ​ເທດ, ສ້າງ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 26 ປະ​ເທດ, ​ໃນ​ນັ້ນ​ມີ 5 ປະ​ເທດ​ທີ່ເປັນ​ກຳມະການ​ຖາວອນ​ຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ; ມີ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ກັບ 224 ປະ​ເທດ, ອານາ​ເຂດ; ​ເຂົ້າ​ຮ່ວມ​ໃນ 16 ສັນຍາ​ການ​ຄ້າ​ເສດ​ລີ (FTA), ປະກອບ​ດ້ວຍ​ບັນດາ​ສັນຍາ​ທີ່​ໄດ້​ລົງ​ນາມ, ຜັນ​ຂະຫຍາຍ​ປະຕິ​ບັດ ​ແລະ ພວມ​ເຈລະຈາ, ​ໃນ​ນັ້ນ​ມີ​ບັນດາ​ສັນຍາການ​ຄ້າ​ເສລີ​ຮຸ່​ນໃໝ່ (EVFTA, CPTPP, RCEP). ພາຍຫຼັງ 10 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ໃນ​ອົງການ​ການ​ຄ້າ​ໂລກ (WTO), ຍອດມູນ​ຄ່າ​ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າຂອງ​ຫວຽດນາມ​ເພີ່ມ​ຂຶ້ນທົບ 4 ​ເທື່ອ, ບັນລຸ​ເກືອບ 425 ຕື້​ໂດ​ລາ​ສະຫະລັດ, ຫຼາຍ​ກວ່າ ຈີ​ດີ​ພີ ທົບ 1,9 ​ເທື່ອ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເປີດ​ປະຕູ​ຢ່າງ​ກວ້າງຂວາງ​ຂອງ​ເສດຖະກິດ​ຫວຽດນາມ. ​ໃນ​ປີ 2017, ຈຳນວນ​ເງິນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ລົງທະບຽບ​ໃໝ່ບັນລຸ 21,3 ຕື້​ໂດ​ລາ​ສະຫະລັດ ​ແລະ​ລົງທະບຽນ​ເພີ່ມ​ເຕີມ​ແມ່ນ 8,4 ຕື້​ໂດ​ລາ​ສະຫະລັດ. ຫຼາຍ​ກຸ່ມ​ບໍລິສັດ​ຂະໜາດໃຫຍ່​ໃນ 500 ກຸ່ມ​ບໍລິສັດ​ອັນ​ດັບ​ຕົ້ນ​ຂອງ​ໂລກ ​ໄດ້​ເລືອກ​ເອົາ​ຫວຽດນາມ​ເປັນ​ບ່ອນ​ລົງທຶນ​ເພື່ອ​ພັດທະນາການ​ຜະລິດ​ລະດັບ​ພາກ​ພື້ນ ​ແລະ​ເຊື່ອມ​ຕໍ່​ໃນ​ພວງ​ພະນັງ​ຄຸນຄ່າ​ທົ່ວ​ໂລກ. 

ຫວຽດນາມ​ເປັນ​ເພື່ອນກັບ​ທຸກ​ປະ​ເທດ​ຢູ່​ສະ​ເໝີ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖື​ໄດ້ ​ແລະ ​ເປັນ​ສະມາຊິກ​ທີ່​ມີ​ຄວາມຮັບຜິດຊອບ​ໃນ​ການ​ພົວພັນ​ກັບບັນດາ​ປະ​ເທດ​ແລະ​ບັນດາ​ຄູ່​ຮ່ວມ​ມື ບົນ​ພື້ນຖານ​ເຄົາລົບ ​ປະຕິບັດ​ຕາມ ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ​ປະກອບ​ເຫື່ອ​ແຮງພ້ອມ​ກັບ​ປະຊາ​ຄົມ​ສາກົນ​ເພື່ອ​ແກ້​ໄຂ​ບັນດາສິ່ງ​ທ້າ​ທາຍ​ລະດັບ​ພາກ​ພື້ນ, ​ໂລກ ​ແລະ ຜັນປ່ຽນ​ໂອກາດ​ດີ​ຕ່າງໆ​ເປັນ​​ແຮງ​ຜັດ​ດັນ​ການ​ພັດທະນາ​ຢ່າງ​ແຂງ​ແຮງ. ປະກອບສ່ວນ​ອັນ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ສ້າງຕະຫຼາດ​ທີ່​ເປັນ​ເອກະ​ພາບຂອງປະຊາກອນ​ເກືອບ 630 ຄົນທີ່​ມີ ຈີ​ດີ​ພີ ​ເກືອບ 3.000 ຕື້​ໂດ​ລາ​ສະຫະລັດ ​ແລະ ລາຍ​ໄດ້​ຂ​ອງປະຊາຊົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ; ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ໃຈກາງ ​ແລະ​ຖານະ​ທີ່​ຕັ້ງ​ຂອງ ອາ​ຊຽນ ຢູ່​ໃນ​ພາກ​ພື້ນແລະ​ສາກົນ​ ບົນ​ພື້ນຖານ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ, ​ເປັນ​ເອກະ​ພາບ, ຊ່ວຍ​ເຫຼືອ​​ເຊິ່ງ​ກັນ​ແລະ​ກັນ, ​ເປັນ​ເອກະລາດ​ແລະມີ​ຄວາມ​ເຂັ້ມ​ແຂງ​ຕໍ່​ສິ່ງ​ທ້າ​ທາຍ​ແລະ​ແຮງ​ກົດ​ດັນຕ່າງໆ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມືພັດທະນາ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ. 

​ໂດຍ​ເປັນ​ປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC 2017), ຫວຽດນາມ​ໄດ້​ວາງ​ຫົວ​ຂໍ້ “ສ້າງ​​ແຮງ​ຜັດ​ດັນ​ໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະນາຄົດຮ່ວມ​ກັນ”, ຕັ້ງໜ້າ​ກໍ່ສ້າງ​ໂຄງການປະຕິບັດ​ງານ​ເພື່ອ​ເປົ້າ​ໝາຍ​ເຊື່ອມ​ຕໍ່​ບັນດາ​ພື້ນຖານ​ເສດຖະກິດສະມາ​ຊິດ ​ເອ​ເປກ ​ແນ​ໃສ່​ສະໜັບສະໜູນ​ລະບົບ​ການ​ຄ້າ​ພະຫຸ​ພາຄີ ທີ່​ອີງ​​ໃສ່​ຫຼັກການ ​ເສລີພາບ ຍຸຕິ​ທຳ ​ເປີດ​ກວ້າງ ​ໂປ່​ງ​ໄສ ​ແລະ ກວມ​ລວມ. ພິ​ເສດ, ສັບປະດາ​ຂັ້ນ​ສຸດ​ຍອດ ​ເອ​ເປ​ກ 2017 ທີ່​ມີການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ​ຂອງ 21 ພື້ນຖານ​ເສດຖະກິດອາຊີ-ປາຊີ​ຟີ​ກ ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສຳເລັດຜົນ, ຢືນຢັນ​ບົດບາດ, ຖານະ​ທີ່​ຕັ້ງ​ສາກົນ​ໃໝ່​ຂອງ​ຫວຽດນາມ. ຂໍ້ຄວາມ​ທີ່​ແຂງ​ແຮງ​ໃນ​ຖະ​ແຫຼ​ງການ​ລະດັບ​ສູງ​ດາ​ນັ້ງ ກ່ຽວ​ກັບ​ການ​ຊຸກຍູ້ການ​ຄ້າ ການ​ລົງທຶນ​ຢ່າງ​ເສລີ​ແລະ​ເປີດ​ກວ້າງ ​ແມ່ນ​ພາລະ​ກຳ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປ​ກ, ສະໜັບສະໜູນ​ລະບົບ​ການ​ຄ້າ​ພະຫຸ​ພາຄີ ​ແລະ ຢືນຢັນ​ອີກ​ຄັ້ງ​ກ່ຽວ​ກັບ​ບົດບາດ​ເປັນ​ແຮງ​ຜັດ​ດັນ​ການ​ພັດທະນາ​ຂອງ ​ເອ​ເປກ - ກົນ​ໄກ​ຮ່ວມ​ມືທາງ​ເສດຖະກິດ​ທີ່​ສຳຄັນ​ໃນ​ພາກ​ພື້ນ, ຕົ້ນ​ກຳ​ເນີ​ດຂອງ​ການ​ລິ​ເລີ່​ມການ​ເຊື່ອມ​ໂຍງ​ເສດຖະກິດ.  ​ໃນ​ສັບປະດາ​ນີ້, 11 ປະ​ເທດ​ສະມາຊິກ​ໄດ້​ເປັນ​ເອກະ​ພາບ​ກັນ​ອອກ​ຖະ​ແຫຼ​ງການຮ່ວມ ຢືນຢັນ​ບັນດາບັນຫາ​ຫຼັກ,​ ກ້າວ​ໄປ​ເຖິງ​ການ​ລົງ​ນາມ ຜັນ​ຂະຫຍາຍ​ສັນຍາຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປະ​ຊີ​ຟິກ (CPTPP). 

ກ້າວ​ເຂົ້າ​ສູ່​ປີ 2018, ສະພາບ​ການ​ໂລກ, ພາກ​ພື້ນ​ສື​ນຕໍ່​ມີຄວາມ​ສະດວກ​ແລະ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ. ສັນຕິພາບ ການ​ຮ່ວມ​ມື​ພັດທະນາ​ຍັງ​ຄົງ​ແມ່ນ​ທ່າ​ອຽງ​ຕົ້ນຕໍ, ​ແຕ່​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ພູມ​ສາດ-ການ​ເມືອງ, ລັດທິ​ກໍ່​ການ​ຮ້າຍ, ການ​ປະ​ທະ​ກັນ​ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ. ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ​ໄວ​ກວ່າ​ປີ 2017 ​ແຕ່​ຍັງ​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ລັດທິ​ປົກ​ປ້ອງ​ການ​ຄ້າ​ອາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ບາງ​ປະ​ເທດ, ບາງ​ເຂດ. ການ​ເຊື່ອມ​ໂຍງ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ​ແຕ່​ກໍ່​ຍັງ​ມີ​ສິ່ງ​ກີດຂວາ​ມ, ຄວາມ​ແຕກ​ຕ່າງ. ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ໃນ​ນັ້ນ​ມີ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ສືບ​ຕໍ່​ເປັນ​ໃຈກາງ​ແຫ່ງ​ການ​ພັດທະນາຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແຕ່​ກໍ່​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ໜັກ​ແຫ່ງ​ການ​ແຂ່ງຂັນທາງ​ພູມ​ສາດ​ຍຸດ​ທະ​ສາ​ທີ່​ເຄັ່ງຮ້ອນ. ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເປັນ​ຕົ້ນ​ແມ່ນ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໂລຄາ​ພະຍາດ ສືບ​ຕໍ່​ວາງ​ບັນຫາ​ຕ່າງໆ​ອອກ​ມາ ​ເຊິ່ງບັນດາ​ປະ​ເທດ​ຕ້ອງ​ແກ້​ໄຂ. ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ພາຍ​ໃຕ້​ກະ​ແສ​ຟອງ​ປະຕິວັດ​ອຸດສາຫະກຳ 4.0 ຈະ​ສົ່ງ​ຜົນກະທົບນັບ​ມື້​ນັບ​ເລິກ​ເຊິ່ງ, ຫຼາຍ​ດ້ານ​ຕໍ່​ທຸກ​ປະ​ເທດ, ທັງ​ສ້າງ​ແຮງ​ຜັດ​ດັນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ ​ແຕ່​ກໍ່​ວາງ​ສິ່ງ​ທ້າ​ທາຍແລະ​ບັນຫາ​ຕ່າງໆ​ຫຼາຍ​ຢ່າງທີ່​ຕ້ອງ​ແກ້​ໄຂ ທາງ​ດ້ານ​ການ​ເມືອງ ​ເສດຖະກິດ ​ແຮງ​ງານ ວັດທະນະທຳ ສັງຄົມ ສິ່ງ​ແວດ​ລ້ອມ ​ແລະ ການ​ປ້ອງ​ກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບ. 

​ໃນ​ສະພາບ​ການ​ດັ່ງກ່າວ​ນັ້ນ, ພ້ອມ​​ກັບ​ບັນດາ​ປະ​ເທດ​ແລະ​ຄູ່​ຮ່ວມ​ມື​ສາກົນ, ຫວຽດນາມມີ​ຄວາມ​ປະສົງ​ແລະ​ຫວັງ​ວ່າ ປີ 2018 ​ສັນຕິພາບ ຄວາມ​ໝັ້ນຄົງ ​ແລະ ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຈະມາ​ໃ​ນ​ໂລກນີ້ - ບ້ານ​ເຮືອນ​ຮ່ວມກັນຂອງ​ພວກ​ເຮົາ​ທຸກ​ຄົນ. ​ເພື່ອບັນລຸ​ສິ່ງ​ດັ່ງກ່າວ​ນັ້ນ, ​ແຕ່​ລະສະ​ມາ​ຊິກ​ໃນ​ປະຊາ​ຄົມ​ໂລກຕ້ອງ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ເຖິງ​ເຈດ​ຕະນາ​ດີ​ໃນ​ການ​ຮ່ວມ​ມື, ມີ​ສະຕິ​ຮັບຜິດຊອບ, ຮ່ວມ​ແຮງ​ຮ່ວມ​ມື​ກັນ​ເຄື່ອນ​ໄຫວ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໃນ​ການ​ກໍ່ສ້າງ​​ໂລກ - ບ້ານ​ເຮືອນ​ຮ່ວມ​ຫຼັງ​ນີ້ ບົນ​ພື້ນຖານ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ​ເຊິ່ງ​ເປັນ​ບ່ອນ​ທີ່​ຄວາມ​ນັບຖື​ກົດໝາຍ​ໄດ້​ຮັບ​ການ​ສົ່ງ​ເສີມ​ແລະ​ຊຸກຍູ້​​ໂດຍ​ທຸກ​ປະ​ເທດ​​ໃຫຍ່​​ແລະ​ນ້ອຍ. 

ດ້ວຍ​ທິດ​ນຳ “ລະບຽບວິໄນ, ຄວາມຊື່ສັດທ່ຽງ​ທຳ, ການປະຕິບັດ, ຄວາມຄິດປະດິດສ້າງ, ປະສິດທິ​ຜົນ”, ຫວຽດນາມ​ຕັດສິນ​ໃຈ​ຮັກສາ​ສິ່ງ​ແວ​ດລ້ອມ​ມະຫາ​ພາກ, ການ​ເມືອງ-ສັງຄົມ​ ໃຫ້​ມີ​ສະຖຽນ​ລະ​ພາບ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ຜົນ​ປະ​ໂຫຍ​ດໝູ່​ພວກ, ສູ້​ຊົນ​ປະຕິບັດ​ບັນດາ​ເປົ້າ​ໝາຍພັດທະນາ​ແບບ​ຍືນ​ຍົງຮອດ​ປີ 2030 ຂອງ​ສະຫະ​ປະຊາ​ຊາດ ​ຢ່າງ​ສຳ​ເລັດ​ຜົນ. ສຸມ​ໃສ່​ປະຕິ​ບັນ​ຢ່າງຂ້ຽວຂາດ, ຄົບ​ຊຸດ ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ​ກ່ຽວ​ກັບ​ລະບຽບ​ກົດໝາຍ, ​ແຫຼ່ງບຸກຄະລາ​ກອນ ແລະ ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ເສດຖະກິດ-ສັງຄົມ. ສ້າງ​ໃຫ້​ມີ​ການ​ຜັນ​ປ່ຽນ​ຢ່າງ​ຈະ​ແຈ້ງ, ​ເນື້ອ​ແທ້​ໃນ​ການປັບປຸງໂຄງປະກອບ​ເສດຖະກິດ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ຕາມ​ທິດ​ຍົກ​ສູງ​ສະ​ມັດຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ​ກຳລັງ​ແຂ່ງຂັນ. ຍູ້​ແຮງການປັບປຸງໂຄງ​ປະກອບ​ຂອງ​ຂົງ​ເຂດ​ວິ​ສາ​ຫະກິດ​ແຫ່ງ​ລັດ, ລະບົບ​ການ​ເງິນ​ທະນາຄານ, ​ແກ້​ໄຂ​ໜີ້​ເສຍ, ປະຕິ​ຮູບ​ລະບົບ​ການ​ເງິນ​ສາທາລະນະ ​ແລະ ຄວບ​ຄຸມ​ໜີ້​ສິນ​ສາທາລະນະ​ ຢ່າງ​ມີ​ປະສິດທິ​ຜົນ ຕາມ​ຈິດ​ໃຈ​ລົດ​ຄ່າ​ໃຊ້​ຈ່າຍ, ອຳນວຍ​ຄວາມ​ສະດວກ​ຊຸກຍູ້​ການ​ຜະລິດ​ທຸລະ​ກິດ​ໃຫ້​ພັດທະນາ. 

ສືບ​ຕໍ່​ນຳ​ໃຊ້​ບັນດາ​ເຄື່ອງມືທາງ​ການ​ເງິນ​ແລະ​ເງິນຕາ​ຢ່າງ​ໄຫວ​ພິບ ​ເພື່ອ​ຊ່ວຍ​ຊູ​ໃຫ້​ພື້ນຖານ​ເສດຖະກິດ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ໄດ້​ຫຼາຍ ​ແລະ​ປົວ​ແປງ​ລາຍ​ຮັບ​ຂອງ​ປະຊາຊົນ. ບຸລິມະສິດ​ການ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ລວມສູນ​ການ​ກໍ່ສ້າງ ພັດທະນາ​ເສດຖະກິດ​ດິຈິ​ຕອນ ​ແລະ ອຸດສາຫະກຳອັດ​ສະ​ລິ​ຍະ, ຊ່ວຍສ້າງ​ການ​ເຊື່ອມ​ຕໍ່​ອັດ​ສະ​ລິ​ຍະ, ມີ​ປະສິດທິ​ຜົນ, ລົດ​ຄ່າ​ໃຊ້​ຈ່າຍການ​ທຸລະ​ກິດ, ຍົກ​ສູງ​ລັກສະນະ​ແຂ່ງຂັນ​ຂອງ​ວິ​ສາ​ຫະກິດ, ນັກ​ລົງທຶນ ​ແລະ ​ຂອງ​ພື້ນຖານ​ເສດຖະກິດ, ​ແນ​ໃສ່​ໄດ້​ຮັບ​ການຈັດ​ອັນ​ດັບ​ສູງ​ໃນ​ກຸ່ມ​ປະ​ເທດ​ນຳ​ໜ້າ​ອາ​ຊຽນ ​ແລະ​ຢູ່​​ໃນ​ມາດຕະຖານ​ສູງ​ຂອງອົງການ​ເພື່ອ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ທາງ​ເສດຖະກິດ (OECD). ລົງທຶນ​ຢ່າງ​​ແຂງ​ແຮງ​ໃຫ້​ແກ່​ການ​ສຶກສາ ​ແລະ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ; ສົ່ງ​ເສີມ​ການ​ລິ​ເລີ່​ມທຸລະ​ກິດ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ພັດທະນາ​ເສດຖະກິດ​ເອກະ​ຊົນ​ໃຫ້​ກາຍ​ເປັນ​ແຮງ​ຜັດ​ດັນ​ທີ່​ສຳຄັນຂອງ​ພື້ນຖານ​ເສດຖະກິດ; ສູ້​ຊົນ​ປະຕິບັດ​ເປົ້າ​ໝາຍ​ໜຶ່ງ​ລ້ານ​ວິ​ສາ​ຫະກິດ ​ໃຫ້​ປະກົດ​ເປັນ​ຈິງ​ໃນ​ປີ 2020; ​ເຮັດ​ໃຫ້​ເສ​ດຖະກິດ​ເອກະ​ຊົນ​ຫວຽດນາມ​ພ້ອມ​ກັບ​ບັນດາ​ພວກ​ສ່ວນ​ເສດຖະກິດ​ອື່ນ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມີ​ກຳລັງ​ແຮງ​ແຂ່ງຂັນ ​ແລະ ຄວາມ​ສາມາດ​ເຊື່ອມ​ໂຍງ​ກັບພາກ​ພື້ນ​ແລະ​ໂລກ. 

ປັບປຸງ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ​ໃຫ້​ດີກ​ວ່າ​ອີກ, ບູລະນະ​ນະ​ໂຍບາຍ​ກົດໝາຍ​ຕາມ​ທິດ​ໂປ່​ງ​ໃສ, ສົດ​ໃສ, ປອດ​ໄພ ​ແລະ​ມີ​ປະສິດທິ​ຜົນ​ກວ່າ​ອີກ, ຊຸກຍູ້​ອຳນາດ​ກົດໝາຍ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ລັດ ​ແລະ​ຄຸ້ມ​ຄອງ​ເສດຖະກິດ​ມະຫະພາກ ​ແນ​ໃສ່​ຮັກສາ​ການ​ເຕີບ​ໂຕ, ຮັບປະກັນ​ຄວາມ​ກ້າວໜ້າ​ສັງຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແກ່​ດຶງ​ຊັ້ນ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຂຶ້ນ​ ໃຫ້​ທັນ​ກັບກຸ່ມ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ແລະດີ. ຄວາມ​ກ້າວໜ້າ​ທາງ​ສັງຄົມ​​ເປັນກຸນ​ແຈ​ເພື່ອ​ຮັກສາການ​ເຄື່ອນ​ໄຫວ​ຂອງ​ການ​ໝູນວຽນ​ຊຸກຍູ້​ເຊິ່ງກັນ​ແລະ​ກັນລະຫວ່າງການ​ເພີ່ມ​ຂຶ້ຂອງ​ຊົນ​ຊັ້ນ​ກາງ ​ແລະການ​ເຕີບ​ໂຕ​ເສດຖະກິດ. ຕາມ​ລາຍ​ງານ​ຫວຽດນາມ​ປີ 2035 ຂອງ​ທະນາຄານ​ໂລກ ​ແລະ​ ກະຊວງ​ແຜນການ​ແລະ​ການ​ລົງທຶນຫວຽດນາມ, ປະຈຸ​ບັນປະຊາກອນ​ຫວຽດນາມ​ປະມານ 10% ຂຶ້ນ​ກັບ​ກຸ່ມ​ຊົນ​ຊັ້ນ​ກາງ, ຄາດ​ວ່າ​ປີ 2035 ອັດຕາ​ສ່ວນ​ນີ້​ຈະ​ເທົ່າ​ກັບ 50%. 

ຫວຽດນາ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ຢ່າງຮອບດ້ານ ​ໃນ​ນັ້ນ​ຈຸດ​ໜັດ​ໃຈກາງ​ແມ່ນ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ຕິດ​ແໜ້ນ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ ກັບ​ຂະ​ບວນວິວັດ​ການ​ປະຕິ​ຮູບ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງກຳລັງ​ແຮງ​ແຂ່ງຂັນ; ວາງກຳ​ນົດ​ນະ​ໂຍບາຍ, ກົນ​ໄກ​ທີ່​ສອດຄ່ອງ ​ເພື່ອສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ແລະທຸລະ​ກິດທີ່​ສະດວກ​ດີ​ໃຫ້​ແກ່​ວິ​ສາ​ຫະກິດ​ໃນ​ປະ​ເທດ​ແລະ​ຂອງ​ຕ່າງປະ​ເທດ. ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ, ສູ້​ຊົນ​ເພື່ອ​​ລົງ​ນາມ​ໂດຍ​ໄວ​ໃນ​ສັນຍາ EVFTA ກັບສະຫະພາບ​ເອີຣົບ (EU), ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP); ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP)…; ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ​ຈະ​ສ້າງ​ໂອກາດ​ໃໝ່​​ໃຫ້​ແກ່​ວົງ​ການ​ທຸລະ​ກິດ, ​ສ້າງ​ພື້ນ​ທີ່​ເທສະ​ການ​ພັດທະນາ​ທີ່​ກວ້າງຂວາງ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ການ​ຜະລິດ ​ແລະ​ບັນດາ​ພວງ​ພະນັງ​ຄຸນຄ່າ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ. 

ຫວຽດນາມ​ຊົມ​ເຊີຍ​ຕ້ອນຮັບ ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກ​ລົງທຶນ ວິ​ສາ​ຫະກິດ​ສາກົນ ​ແລະ​ ວິ​ສາ​ຫະກິດໃນ​ປະ​ເທດ​ໄດ້​​ເປີດ​ກວ້າງການ​ຜະລິດ​ທຸລະ​ກິດ ​ແລະລິ​ເລີ່​ມປະກອບ​ການ​ຢູ່​ຫວຽດນາມ, ​ແຕ່​ກໍ່​ບໍ່​ຊົມ​ເຊີຍ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ຜິດ​ກົດໝາຍ. ຈະ​ແກ້​ໄຂ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດໝາ​ຍຕໍ່​ບັນດາ​ວິ​ສາ​ຫະກິດ​ທີ່ປ່ອຍ​ສານ​ມົນ​ພິດ ທຳລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ; ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງ​ບັນດາ​ຄຸນຄ່າ​ມູນ​ເຊື້ອ​​ວັດທະນະທຳ ສັງຄົມ; ນຳ​ໃຊ້​ເດັກນ້ອຍ ແຮງ​ງານ​​ຢ່າງ​ຜິດ​ກົດໝາຍ; ​ຈຳ​ແນ​ກການ​ປະພຶດ; ບໍ່​ເອົາ​ໃຈ​ໃສ່​ເຖິງ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ; ຜະລິດ​ສິນຄ້າ​ປອມ ສິນຄ້າ​ຄຸນ​ນະພາ​ບຕ່ຳທີ່​ເປັນ​ຜົນ​ສະທ້ອນ​ເຖິງ​ສຸຂະພາບ​ຂອງ​ປະຊາຊົນ; ການ​ກະທຳ​ຫຼີກ​ລ່ຽງພາສີ ການຄ້າຂອງເຖື່ອນ ການ​ສໍ້​ໂກງ​ທາງ​ການ​ຄ້າ. 

ພ້ອມ​ກັນ​ກັບ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກສິ່ງ​ທ້າ​ທາຍ, ​ເສີມ​ຂະຫຍາຍ​ພະລັງ​ພາຍ​ໃນ, ກຳລັງ​ແຮງປະ​ດິດ​ສ້າງ​ຂອງ​ຕົນ​ເອງ, ຫວຽດນາມ​ໄດ້​ຮຽກຮ້ອງ ​ແລະ ຊົມ​ເຊີຍ​ການ​ສະໜັບສະໜູນ​ແລະ​ຮ່ວມ​ມືຂອງ​ບັນດາປະ​ເທດ​ຄູ່​ຮ່ວມ​ມື ​ແລະ ປະຊາ​ຄົມ​ສາກົນ ​ໃນ​ທຸກ​ດ້ານ, ນັບ​ແຕ່​ການ​ພັດທະນາ​ເສດຖະກິດ ຈົນ​ເຖິງ​ບັນດາ​ຂົງ​ເຂດ​ວັດທະນະທຳ ສັງຄົມ ສິ່ງ​ແວດ​ລ້ອມ ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ​ທີ່​ລ້ຳ​ຄ່າ​ນັ້ນ ​ແລະ ຫວັງ​ວ່າຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແລະ ຄຳ​ປຶກສາ​ຈາກ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ພັດທະນາ, ຈາກ​ວົງ​ການ​ວິ​ສາ​ຫະກິດ ບັນດາ​ຜູ້​ຊ່ຽວຊານ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​ໃນ​ການ​ກໍ່ສ້າງ​ຍຸດ​ທະ​ສາດ​ການ​ພັດທະນ, ຊອກ​ຫາ​ວິທີ​ແກ້​ໄຂ ກົນ​ໄກ​ນະ​ໂຍບາຍ​ທີ່​ສອດຄ່ອງ, ປະຕິບັດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ຢ່າງສຳເລັດ​ຜົນ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ. 

​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ຜວນ​​ໃນປະຈຸ​ບັນ, ພວກ​ເຮົາ​ບໍ່​ສາມາດ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ທີ່​ສູງ​ສົ່ງ​ທາງ​ດ້ານ​ການ​ຮ່ວມ​ມື, ພັດທະນາ​ຢ່າງ​ສຳ​ເລັດ​ຜົນໄດ້​ ຖ້າ​ຫາກ​ບໍ່​ມີສັນຕິພາບ ຄວາມ​ໝັ້ນຄົງ. ​ເລື່ອງ​ນີ້ມີ​ຄວາມ​ໝາຍ​ສຳຄັນພິ​ເສດສຳລັບ​ອາຊີ-ປາຊີ​ຟິກ ​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ບັນດາ​ຈຸດ​ຮ້ອນ​ທີ່​ຂົ່ມຂູ່​ສັນຕິ​ພາບ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ແລະ​ທົ່ວ​ໂລກ. ຫວຽດນາມ​ມີ​ຄວາມ​ປາຖະໜາ​ຢາກຈະ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ສາກົນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສາມັກຄີ, ​ເສີມ​ຂະຫຍາຍ​ທຸກ​ຄວາມ​ສາມາດ, ການ​ປະດິດ​ສ້າງ ​ແລະ ຂໍ້​ຄິດ​ປະດິດຂອງທຸກ​ປະ​ເທດ ​ເພື່ອຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ກີດ​ກັ້ນ​ແລະ​ຊຸກຍູ້​ການແກ້​ໄຂຂໍ້​ຂັດ​ແຍ້​ງການ​ປະ​ທະ​ກັນ ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ​ກົດໝາຍ​ສາກົນ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ນຳ​ເອົາ​ຄວາມ​ວັດທະນາ​ຖາວອນ ​ແລະ​ຄວາມສຸກ​ມາ​ໃຫ້​ທຸກ​ຄົນ, ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​​ຢູ່​ຂ້າງ​ຫຼັງ. ສຳລັບ​ຕົນ​ເອງ, ​ຫວຽດນາມ​​ຈະ​ພະຍາຍາມ​ພ້ອມ​​ກັບບັນດາ​ປະ​ເທດອື່ນ​ເພື່ອ​ຄົ້ນຄວ້າ ປະກອບສ່ວນ ຊອກ​ຫາ​​ວິທີ​ແກ້​ໄຂ​ ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ສະຖຽນ​ລະ​ພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ ການພັດທະນາ; ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ບັນດາ​ປັດ​ໄຈ​ທີ່​ກີດ​ກັ້ນ​ຂະ​ບວນວີ​ວັດ​ການ​ເຊື່ອມ​ໂຍງ​ສາກົນ​ເຊັ່ນ ລັດ​ທິປົກ​ປ້ອງ​ການ​ຄ້າ, ການ​ຫຼີກ​ລ່ຽງພາສີ, ການ​ໂອນ​ລາຄາ, ​ເຕັກ​ໂນ​ໂລ​ຊີ​ຫຼ້າ​ຫຼັງ, ມົນ​ພິດ​ສິ່ງ​ແວດ​ລ້ອມ, ບັນດາ​ບັນຫາ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ, ການ​ແບ່ງ​ແຍກ​ເຊື້ອ​ຊາດ, ສາສະໜາ…; ພ້ອມ​ກັນ​ນັ້ນ ກໍ່​ຜັນ​ຂະ​ຢ່າງ​ມີ​​ເນື້ອ​ແທ້ ມີປະສິດທິ​ຜົນ​ບັນດາ​ຂໍ້​ຕົກລົງ​ພາກ​ພື້ນ​ແລະ​ທົ່ວ​ໂລກກ່ຽວ​ກັບການ​ພັດທະນາ​​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ປະກອບສ່ວນ​ຕົວ​ຈິງ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະ​ກຳນົດບັນດາ​ກົນ​ໄກ​ຮ່ວມ​ມື​ແລະ​ພັດທະນາ​ຫຼາຍ​ຝ່າຍ, ສອງ​ຝ່າຍ. ພວກ​ເຮົາ​ທຸກ​ຄົນ​ຈົ່ງ​ມີ​ການ​ກະທຳ​ຕົວ​ຈິງ ມີ​ປະສິດທິ​ຜົນ, ພ້ອມ​ກັນ​ຮ່ວມ​ມື​ຮ່ວມ​ແຮງ​ເພື່ອ​​ໃຫ້​ໂລກ​ມີ​ສັນຕິພາບ ຄວາມສຸກ ​ແລະ ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງ./.

ແຫຼ່ງຂ່າວ: ສຳນັກ​ຂ່າວສານ​ຫວຽດນາມ