ວກ. ອອນ​ໄລ - ທ່າມ­ກາງ​ບັນ­ຍາ­ກາດ​ອັນເບີກບານ​ມ່ວນ​ຊື່ນ​ຄຶກຄື້ນ​ແຫ່ງ​ການ​ສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່ ປີ​ຈໍ 2018 ແລະ ຄວາມ​ສຳ​ເລັດ​ຂອງ​ການຈັດ​ຕັ້ງ​ກອງ​ປະ­ຊຸມ​ປະ­ຈຳ​ປີ​ຄັ້ງ​ທີ 26 ຂອງເວ­ທີ​ປາ​ໄສ​ລັດ​ຖະ​ສະ­ພາ ອາ­ຊີ - ປາ​ຊີ​ຟິກ (APPF-26) - ​ເຊິ່ງເລີ່ມ​ຕົ້ນ​ໃຫ້​​ແກ່ການ­ເຄື່ອນ­ໄຫວ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ລັດ​ຖະ​ສະພາ​​ ໃນ​ປີ 2018 ໂດຍ​ສະ­ພາ​ແຫ່ງ​ຊາດຫວຽດ­ນາມເປັນ​ເຈົ້າ­ພາບນັ້, ທ່ານ​ນາງ ຫງວ​ຽນ​ທິ​ກີມ​ເງິນ ກຳມະ­ການ​ກົມ​ການ­ເມືອງ, ປະ­ທານ​ສະ­ພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ ໄດ້​ຕອບ​ສຳ­ພາດຂອງ​ສຳນັກ​ຂ່າວສານ​ຫວຽດນາມ ກ່ຽວ​ກັບ​ໜ້າ­ທີ່​ຈຸດ​ໜັກ​ໃຈ​ກາງ­ຂອງສະ­ພາ​ແຫ່ງ​ຊາດ ໃນ​ເວລາ​ຕໍ່ໄປ.

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາ

- ຮຽນປະ­ທານສະ­ພາ​ແຫ່ງ​ຊາດ, ຂໍ​ໃຫ້​ທ່ານ​​ແບ່ງ­ປັນຄວາມ​ຄິດ​ເຫັນ​ກ່ຽວ​ກັບ​​ຜົນ­ງານ​ອັນ​ພົ້ນ​ເດັ່ນ​ໃນ​ປີ​ທີສອງ​ຂອງ​ສະ­ໄໝສະ­ພາ​ແຫ່ງ​ຊາດ ຊຸດ​ທີ XIV? 

ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກີມ​ເງິນ: ປີ​ໃໝ່​ກໍ່​ແມ່ນ​ໂອ­ກາດດີ ເພື່ອ​​ໃຫ້ພວກ​ເຮົາພ້ອມ​ກັນ​ຫັນ​ຄືນ​ເບິ່ງ​ບັນ­ດາ​ຜົນ­ງານ​ທີ່​ບັນ­ລຸ​ໄດ້​ໃນ​ປີ​ທີ່​ຜ່ານ​ມາ ​ແລະ​ຖອດ​ຖອນ​ເອົາ​ບົດ­ຮຽນ​ອັນ​ລ້າ​ຄ່າຕ່າງໆ.

ໃນ​ຮູບ​ພາບ​​ລວມ​ຂອງ​ປະ­ເທດ​ໃນ​ປີ 2017, ທັງ​ໝົດ 13 ຄາດໝາຍ​ແຜນການພັດທະນາ​ເສດຖະກິດ-ສັງຄົມ ທີ່​ສະ­ພາ​ແຫ່ງ​ຊາດ​ວາງ​ອອກມານັ້ນ ​ລ້ວນ​ແຕ່​ບັນ­ລຸ ແລະບັນລຸເກີນລະດັບ​ຄາດໝາຍ; ລວມ​ຍອດ​ຜະລິດ​ຕະ​ພັນ​ທົ່ວ​ປະ­ເທດ (ຈີດີພີ) ປີ 2017 ບັນ­ລຸ​ລື່ນ​ລະ­ດັບ​ຄາດ­ໝາຍ​ທີ່​ວາງ​ໄວ້, ເພີ່ມ​ຂຶ້ນ​6,81% ​ທຽບ­ໃສ່​ກັບ​ປີ 2016 - ​ແມ່ນ​ລະ­ດັບ​ສູງ​ສຸດ​ນັບ​ແຕ່​ປີ 2011 ມາ​ຮອດ​ປັັັັັັດ​ຈຸ​ບັນ. ບັນ­ດາ​ຜົນ­ງານ​ເຫຼົ່າ​ນີ້​ໄດ້​ສ້າງ​ທ່າ ແລະກຳ­ລັງ​ແຮງໃຫ້​ແກ່​ປີ 2018 ແລະຊຸມ​ປີ​ຕໍ່​ໄປ.

ປີ 2017, ໃນ​ການ­ເຄື່ອນ­ໄຫວດ້ານ​ນິ­ຕິ­ບັນ­ຍັດ, ໂດຍ​ຜ່ານ​ກອງ​ປະ­ຊຸມ​ເທື່ອ​ທີ 3 ແລະເທື່ອ​ທີ 4, ສະ­ພາ​ແຫ່ງ​ຊາດ​ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ເປັນຈຳນວນ 18 ສະ­ບັບ ແລະ ປະ­ກອບ​ຄຳ​ຄິດ​ເຫັນ​ສຳ­ລັບຮ່າງ​ກົດ­ໝາຍ​ເປັນຈຳນວນ 15 ສະ­ບັບ; ຈັດ​ຕັ້ງ​​​ເປັນ​ຢ່າງ​ດີການຊັກ​ຖາມແລະຕອບຂໍ້​ຊັກ​ຖາມ ​ດ້ວຍ​ຫຼາຍ​ໝວດ​ບັນ­ຫາແທດຈິງ ຖືກ­ເໝາະ​ກັນ​ພາກ​ຕົວ​ຈິງ.

​ເປັນເທື່ອ​ທຳ​ອິດທີ່ສະ­ພາ​ແຫ່ງ​ຊາດ​ໄດ້​ດຳ­ເນີນ​ການ​ຕິດ­ຕາມ​ກວດ­ກາ​ຂັ້ນ​ສູງ​ສຸດ ຕໍ່​ການ​ປະ­ຕິ­ບັດ​ນະໂຍບາຍ, ກົດ­ໝາຍ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ກົງ­ຈັກ​ບໍ­ລິ­ຫານ​ແຫ່ງ​ລັດ.

​ການ​ຕິດ­ຕາມ​ກວດ­ກາສະ​ເພາະຂອງ​ສະ­ພາ​ແຫ່ງ​ຊາດ​ໄດ້​ຊີ້​ແຈ້ງ​ບັນ­ດາສິ່ງ​ກີດຂວາງ​ຕໍ່​ຂະ​ບວນ​ວິ­ວັດ​ການ​ປະ­ຕິ​ຮູບ, ວາງ​ອອກ​ບັນ­ດາ​ມາດ​ຕະ­ການ​ອັນ​ຄົບ​ຊຸດ ​ເພື່ອ​ປະ­ຕິ​ຮູບ​ກົງ­ຈັກ​ບໍ­ລິ­ຫານ​ແຫ່ງ​ລັດ​ ຢ່າງ​ເດັດດ່ຽວ​ກວ່າ​ອີກ, ມີ​ປະ​ສິດ­ທິ​ຜົນ​ກ່ວ​າ​ອີກ​ ໃນ​ໄລ­ຍະ​ຕໍ່​ໄປ.

ບົນ​ພື້ນ­ຖານ​ຜົນ­ສຳ­ເລັດ​ຂອງ​ການ​ຕິດ­ຕາມ​ກວດ­ກາ, ສະ­ພາ​ແຫ່ງ​ຊາດ​ໄດ້​ມີ​ການ​ຮັບ­ຮອງ​ເອົາ​ມະ­ຕິ ວ່າ​ດ້ວຍການ​ສືບ­ຕໍ່​ປະ­ຕິ​ຮູບ​ກົງ­ຈັກ​ບໍ­ລິ­ຫານ​ແຫ່ງ​ລັດ ​ໃຫ້​ກະ­ທັດ​ລັດ ​ແລະ­ເຄື່ອນ­ໄຫວ​ຢ່າງ​ມີຄວາມ​ສັກ­ສິດ ມີປະ​ສິດ­ທິ​ຜົນ.

ເນື້ອ​ໃນ​ຂອງ​ມະ­ຕິດັ່ງກ່າວ​ເປັນການ​ຫັນ​ເປັນນິຕິ​ກຳ​ ຕໍ່​ມະ­ຕິ​ສະ­ບັບ​ທີ 18-NQ/TW ຂອງ​ກອງ​ປະຊຸມ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ ຄັ້ງ​ທີ 6 ສະ­ໄໝ​ທີ XII ວ່າ​ດ້ວຍ​ບາງ​ບັນ­ຫາ​ກ່ຽວ​ກັບ​ການ​ສືບ­ຕໍ່​ປ່ຽນແປງ​ໃໝ່, ຊັບ­ຊ້ອນ​ຈັດ​ຕັ້ງ​ກົງ­ຈັກ​ຂອງ​ລະ­ບົບ​ການ­ເມືອງ ​ໃຫ້​ກະ​ທັັັັັັ​ດລັດ, ເຄື່ອນ​ໄຫວ​ໃຫ້​ມີຄວາມ​ສັກສິດ ມີ​ປະ​ສິດ­ທິ​ຜົນ, ສ້າງ​ພື້​ນຖານ​ໃຫ້​ແກ່​ຂະ​ບວນ​ວິ­ວັດ​ການ​ສືບ­ຕໍ່​ປ່ຽນ​ແແປງ​ໃໝ່ ​ແລະ​ປະ­ຕິ​ຮູບ​ການ­ຈັດ­ຕັ້ງ​ກົງຈັກ​ແຫ່ງ​ລັດ​ໃນ​ເວ­ລາສະ​ເພາະ​ໜ້າ.

ຄຽງ​ຂ້າງ​ນັ້ນ, ຫຼາຍຫົວ​ຂໍ້​​ຕິດ­ຕາມ​ກວດ­ກາສະ​ເພາະ ​ຂອງ​ສະ­ພາ​ແຫ່ງ​ຊາດ, ຄະ­ນະ​ກຳມະ­ການ​ປະຈຳ​ສະ­ພາ​ແຫ່ງ​ຊາດ​ ໄດ້​ປະ­ຕິ­ບັດ​ໃນ​ປີ​ສຳ­ລັບ​ບັນ­ດາ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ ​ກໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະປະ­ຊາ­ຊົນ​ໃນ​ທົ່ວ​ປະ­ເທດ, ຄື​ການ​ຕິດ­ຕາມ​ກວດ­ກາ​ກ່ຽວ​ກັບ “ການ​ປະຕິບັດ​ນະ­ໂຍ­ບາຍ​ ກົດ­ໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສະ­ບຽງ​ອາ­ຫານ ໄລ­ຍະ 2011-2016”, “ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ ກົດ­ໝາຍ​ກ່ຽວ​ກັບ​ການ​ລົງ­ທຶນ ແລະຂຸດ​ຄົ້ນ​ບັນ­ດາ​ໂຄງ­ການ​ຄົມ­ມະ­ນາ­ຄົມ​ຕາມ​ແບບ​ສັນ­ຍາ​ກໍ່­ສ້າງ-ທຸ­ລະ​ກິດ-ມອບ​ໂອນ (BOT)”... 

ໂດຍ​ຜ່ານ​ຜົນ­ສຳ­ເລັດ​ຂອງ​ການ​ຕິດ­ຕາມ​ກວດ­ກາ, ສະ­ພາ​ແຫ່ງ​ຊາດ, ຄະ­ນະ​ກຳ­ມະ­ການ​ປະ­ຈຳ​ສະພາ​ແຫ່ງ​ຊາດ​ ລ້ວນ​ແຕ່​​ໄດ້ປະ​ກາດ​ໃຊ້​​ມະ­ຕິ​ ເພື່ອ​ສ້າງ​ພື້ນ­ຖານ​ນິ­ຕິ​ທຳ​ໃຫ້​ແກ່​ການ​ແກ້​ໄຂ​ບັນ­ດາ​ຂໍ້​ຈຳ­ກັດ ສິ່ງ​ຄົງ​ຄ້າງ ຈຸດ​ອອ່ນ, ຍູ້​ແຮງ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ ກົດ­ໝາຍ ແລະ ກໍ່​ເປັນ​ພື້ນ­ຖານ​ອັນ​ສຳ­ຄັນ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ, ຄະ­ນະ​ກຳ­ມະ­ການ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ​ສືບ­ຕໍ່​ກວດກາ​ຕິດ­ຕາມ​ເນື້ອ​ໃນ​ນີ້. ບັນ­ດາ​ເນື້ອ​ໃນ​ເຫຼົ່ານີ້​ ໄດ້​​ການ​ດຶງ​ດູດ​ຄວາມ​ເອົາ­ໃຈ­ໃສ່​ແບບ​ພິ­ເສດ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ­ເທດ.

ໃນ​ປີ 2017, ສະ­ພາ​ແຫ່ງ​ຊາດ​ກໍ່​ໄດ້​ມີ​ການ​ປຶກ­ສາ​ສົນ­ທະ­ນາ, ຊັ່ງ­ຊາ​ຢ່າງ​ມີ​ຄວາມ​ລະ­ມັດ­ລະ­ວັງ, ພິຈາ­ລະ­ນາ​ຢ່າງ​ພາ­ວະ​ວິ­ໄສ ຮອບດ້ານ ​ເພື່ອ​ຮັບ­ຮອງ​​ເອົາຫຼາຍໂຄງ­ການ ຂໍ້​ຕົກ­ລົງທີ່​ສຳ­ຄັນ​ສຳລັບ​ປະ­ເທດ​, ໃນ​ນັ້ນ​ມີ​ບັນ­ດາ​ນະ­ໂຍ­ບາຍ​ບຸກ​ທະ­ລຸ, ທີ່​ມີ​ຜົນ​ສະ­ທ້ອນ​​ແຮງ​ເຖິງ​ການ​ພັດທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະເທດ, ຄື ແຜນນະໂຍບາຍ​ລົງທຶນໂຄງການກໍ່ສ້າງທາງດ່ວນບາງ​ເສັ້ນ ​ໃນສາຍທາງເໜືອ - ໃຕ້ ຢູ່ທິດຕາເວັນອອກ ​ໃນ​ຊຸມ​ປີ 2017-2020; ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຄົ້ນ­ຄວ້າ​ຄວາມ​ສາ­ມາດ​ປະຕິບັດໂຄງການກູ້​ຄືນ​ທີ່​ດິນ​, ການ​ຊົດ​ເຊີຍ, ການຊ່ວຍ­ເຫຼືອ ​ແລະ​ການຕັ້ງ​ຖິ່ນ​ຖານ­ໃໝ່​ ຂອງ​ສະ­ໜາມ​ບິນ​ສາ­ກົນ ລອງ​ແທ່ງ; ທົດ​ລອງ​ກົນ​ໄກ ນະ­ໂຍ­ບາຍ​​ສະ​ເພາະ​ກ່ຽວ​ກັບການ​ພັດ­ທະ­ນາ​ນະ­ຄອນ ໂຮ່​ຈີ​ມິນ; ທົດ​ລອງ​ການ​ແກ້​ໄຂ​ໜີ້​​ເສຍ​ຂອງ​ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສິນ​ເຊື່ອ... ນອກ­ຈາກ​ນີ້, ສະ­ພາ​ແຫ່ງ​ຊາດ, ຄະ­ນະ​ກຳມະ­ການ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ກໍ່​ໄດ້​ມີ​ການ​ພິຈາລະນາ, ຕົກ­ລົງ​ຫຼາຍ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ບຸກ​ຄະ­ລາ​ກອນ, ຄື ອະນຸມັດ​ການຍົກ​ເລີກ​ຫຼືແຕ່ງ­ຕັ້ງ​​ສະ­ມາ­ຊິກຂອງ​ລັດ­ຖະ­ບານ; ຕົກ­ລົງ​ປົດຕຳ​ແໜ່​ງ, ຢຸດ­ຕິ​ຊົ່ວ­ຄາວ​ການ​ປະ­ຕິ­ບັດວຽກ​ງານ​ແລະ​ອຳ­ນາດ ຂອງສະມາຊິກສະ­ພາ​ແຫ່ງ​ຊາດ ​ໃນ​ບາງ​ກໍ­ລະ­ນີ​ທີ່ຈຳ­​ເປັນ...

ການ​ປ່ຽນ­ແປງ​ໃໝ່​ວິ­ທີ​ການ​ປຶກ­ສາ​ສົນ­ທະ­ນາ​ກ່ຽວ​ກັບ​ບັນ­ດາ​ຮ່າງ​ກົດ​ໝາຍ, ກ່ຽວ​ກັບ​ເສດ­ຖະ­ກິດ - ສັງ­ຄົມ ແລະງົບ­ປະ­ມານ​ແຫ່ງ​ລັດ, ກ່ຽວ​ກັບ­ບົດ​ລາຍ​ງານ​ຂອງ​ອົົົງ​ການ​ຮັບ­ຜິດ­ຊອບ​ຕ່າງໆ, ເພີ່ມ​ເວລາດຳ​ເນີນການ​ປຶກ­ສາ​ສົນ­ທະ­ນາ​ທີ່​ຫ້ອງ​ປະ­ຊຸມ, ເພີ່ມ​ທະ­ວີ​ລັກ­ສະ­ນະ​ສົນ­ທະ­ນາແລະໂຕ້​ວາ­ທີ, ພ້ອມ​ກັບການຈັດ​ຕັ້ງ​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ຂອງ​ສະ­ພາ​ແຫ່ງ​ຊາດ​ທີ່​ຫ້ອງ​ປະ­ຊຸມ​ໃຫຍ່ ​ໂດຍ​ມີ​ການ​ກະ­ຈາຍ­ສຽງແລະຖ່າຍ​ທອດ​ໂທລະ­ພາບ​ສົດ​ຫຼາຍ​ຄັ້ງ​ໃນ​ປີ​ທີ່​ຜ່ານ​ມາ​ ກໍ່​ໄດ້​ຮັບ​ການ​ຕີ​ລາ​ສູງ​ຈາກ​ຜູ້​​ມີ​ສິດ​ເລືອກ​ຕັ້ງແລະປະຊາຊົນ​ທົ່ວ​ປະ­ເທດ.

ສິ່ງ​ເຫຼົ່າ​​ນັ້ນ​ໄດ້​ສ້າງ​ຄວາມ​ສະ­ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ລະ­ຫວ່າງ​ການ­ເຄື່ອນ­ໄຫວ​ຂອງ​ສະ­ພາ​ແຫ່ງ​ຊາດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ສ້າງ​ເງື່ອນ­ໄຂ​​ໃຫ້​ປະ­ຊາ­ຊົນ​ທຸກ​ຄົນ​ຕິດ­ຕາມແລະປະ­ກອບ​ຄຳ​ຄິດ​ເຫັນທີ່​ຈິງ​ໃຈ ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ສະ­ພາ​ແຫ່ງ​ຊາດ.

ອາດ​ຈະ​ເຫັນ​ໄດ້​ວ່າ, ຜ່ານ​ບັນ­ດາ​ກອງ​ປະ­ຊຸມ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ມາ​ຮອດ​ປະ­ຈຸ​ບັນ​ນີ້, ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​​ແຕ່ລະຄົນໄດ້​​ເປັນ​ເຈົ້າ​ການ​ໃນ​ການ​ເກັບ​ກຳ ຊອກ​ຮູ້​ສະ­ພາບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ, ກໍ່​ຄື​ຄວາມ​ຄິດ​ຈິດ­ໃຈ ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ກວ່າ​ເກົ່າ, ຈາກ​ນັ້ນເຮັດ​ໃຫ້​ເນື້ອ​ໃນ​ຄຸນ​ນະ​ພາບ​ຂອງ​ກອງ​ປະ­ຊຸມສະ­ພາ​ແຫ່ງ​ຊາດ​ໄດ້ຮັບການ​ຍົກ​ສູງຂຶ້ນ​ຢ່າງ​ຈະ­ແຈ້ງ.

ສິ່ງ​ດັ່ງກ່າວ​ໄດ້​ສະ­ແດງ​ໃນ​ກອງ​ປະ­ຊຸມ​ສະ​ໄໝ​ສາມັນເທື່ອ​ທີ່ 3, ​ເທື່ອ​ທີ່ 4, ບັນ​ດາ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ໄດ້​ມີ​ການ​ປຶກ­ສາ​ສົນ­ທະ­ນາ​ຢ່າງ​ຟົດ­ຟື້ນ, ວິ­ໄຈ​ໄຈ້​ແຍກ​ຢ່າງລອບ​ຄອບ ແລະປັບ­ປຸງ​ຄວາມ​ຄິດ​ເຫັນທີ່​ເໝາະ​ສົມ​ຫຼາຍ​ຢ່າງ ​ເຂົ້າ​ໃນ​ບັນ­ດາ​ບົດ​ລາຍ​ງານ​ຕີ​ລາ­ຄາ​ຜົນ­ສຳ­ເລັດ​ກ່ຽວ​ກັບ​ວຽກ​ງານ​ປີ 2017 ຂອງ​ລັດ­ຖະ­ບານແລະບັນ­ດາ​ອົງ­ການ, ກໍ່​ຄື​ບັນ­ດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ­ສຳ­ເລັດ​ການ​ຕິດ­ຕາມ​ກວດ­ກາ​ຂອງ​ສະພາ​ແຫ່ງ​ຊາດ ແລະການ​ສະ­ເໜີ​ມາດ​ຕະ­ການຕ່າງໆ ​ກ່ອນ​ການ​ຮັບ­ຮອງ​ເອົາ​ບັນ­ດາ​ມະ­ຕິ​ຂອງ​ສະ­ພາ​ແຫ່ງ​ຊາດ.

ໃນ​ປີ 2017, ສະ­ພາບ​ການ​ເສດ­ຖະ­ກິດ-ສັງ­ຄົມຂອງປະ­ເທດ​ເຮົາ​ ຄຽງ​ຄູ່​ກັບ​ຜົນສຳ​ດລັດ​ທີ່​ບັນ­ລຸ​ໄດ້ ກໍ່​ຍັງມີ​ຄວາມ​ຫຍຸ້ງ­ຍາກ ສິ່ງ​ທ້າ​ນທາຍ​ຫຼາຍ​ຢ່າງ, ພິ­ເສດ​ແມ່ນ​ຜົນ​ສະ­ທ້ອນ​ຂອງ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາກາດທີ່​ນັບ​ມື້​ນັບ​ຮ້າຍ​ແຮງ, ໄພ­​ນ້ຳ​ຖ້ວມ​​ເກີດ​ຂຶ້ນ​ເລື້ອຍ ​ແລະແກ່­ຍາວ​ຮອດ​ທ້າຍ​ປີ...

ໃນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ກະ­ກຽມ​ກອງ​ປະ­ຊຸມສະພາ​ແຫ່ງ​ຊາດ, ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​​ໄດ້​ໄປ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ແລະ​ຮັບ​ຟັງ ​ເກັບ​ກຳ​ເອົາ​ຄວາມ​ຄິດ​ເຫັນ​ອັນ​ລ້ຳ​ຄ່າ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງແລະປະ­ຊາ­ຊົນ. ສະ​ມາ​ຊິກ​ສະ­ພາ​ແຫ່ງ​ຊາດບໍ່​ພຽງ​ແຕ່​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ປະ­ຊາ­ຊົນ​ຢູ່​ພາຍ​ໃນ​ປະ­ເທດ​ເທົ່າ​ນັ້ນ, ຫາກບາງ​ທ່ານ ​ໃນ​ເວລາ​ໄປ​ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ ຍັງ​ໄດ້​ຍາດ​ແຍ່ງ​ເວ­ລາ​ເພື່ອ​ໂອ້​ລົມ, ​ຮັບ​ຟັງ ຈົດ​ກ່າຍຄວາມ​ຄິດ​ເຫັນ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ, ຂໍ້​ສະ­ເໜີ​ຂອງ​ຊຸມ​ຊົນ​ຊາວ​ຫວຽດ­ນາມ​ຢູ່​ຕ່າງ­ປະ­ເທດ.

ຄວາມຄິດ​ເຫັນ, ຂໍ້​ສະ­ເໜີ​ຂອງ​ພໍ່​ແມ່​ປະ­ຊາ­ຊົນເປັນ​ພາກ​ຕົວ​ຈິງທີ່​ຊີ­ວິດ​ຊີ­ວາ​ນັ້ນ​ ໄດ້​ປະກອບສ່ວນ​​ຊ່ວຍ​ໃຫ້ສະ​ມາ​ຊິກ​ສະ­ພາ​ແຫ່ງ​ຊາດ​ ໃນ​ການ­ເຄື່ອນ­ໄຫວ​ຂອງ​ຕົນ​ເອງ, ​ໃນ​ເວລາ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ກົດໝາຍ ຫຼືຕົກ­ລົງ​ບັນ­ດາ​ບັນ­ຫາ​ສຳ­ຄັນ​ ​ເຊິ່ງຈະ​ມີ​ຂໍ້​ມູນ​ຂ່າວ­ສານ​ຈຳ­ນວນ​ຫຼາຍ​ເພື່ອ​ພິ­ຈາ­ລະ­ນາ​ຮັບ­ປະ­ກັນ​ຄຸນ​ນະ​ພາບ ແລະຄວາມ​ສາ­ມາດ​ປະ​​ຕິ​ບັດ​ໄດ້​ສູງ​ກວ່າ...

​ພາກ​ຕົວ​ຈິງ​ໄດ້​ໃຫ້​ເຫັນ​ວ່າ, ປະ­ຊາ­ຊົນ​ເປັນ​ກຳລັງ​ແຮງແລະ​ແຮງ​ຜັດ​ດັນ​ເພື່ອ​ໃຫ້​ສະ­ພາ​ແຫ່ງ​ຊາດ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ປະສິດ­ທິ​ຜົນ​. ນັ້ນ​ກໍ່ແມ່ນ​ພື້ນ­ຖານ​ເພື່ອ​​ໃຫ້ສະ­ພາ​ແຫ່ງ​ຊາດ​ສືບ­ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ​ຂອງວຽກ​ງານ​ນິ­ຕິ­ບັນ­ຍັດ ຕິດ​ຕາມ​ກວດ­ກາ ແລະ ຕົກ­ລົງ​ບັນ­ດາ​ບັນ­ຫາ​ທີ່​ສຳ­ຄັນ​ຂອງ​ປະເທດ.

- ຮຽນ​ທ່ານ​ປະ­ທານ​ສະ­ພາ​ແຫ່ງ​ຊາດ, ພ້ອມ​ກັບ​ບັນ­ດາ​ໜ້າ­ທີ່​ຈຸດ​ໜັກ​ໃຈ­ກາງ​ທີ່​ໄດ້​ວາງ​ໄວ້, ສະ­ພາ​ແຫ່ງ​ຊາດ​ຈະ​ເສີມ​ຂະ­ຫຍາຍ​ບັນ­ດາ​ຜົນ­ງານ​ທີ່​ບັນ­ລຸ​ໄດ້​ໃນ​ປີ​ທີ່​ຜ່ານ​ມາ​ຄື​ແນວ­ໃດ?

ປະ­ທານ​ສະ­ພາ​ແຫ່ງ​ຊາດ​ ຫງວ​ຽນ​ທິ​ກີມ​ເງິນ: ປີ 2018 ເປັນ​ປີ​ສືບ­ຕໍ່​ຜັນ​ຂະ­ຫຍາຍ​ປະຕິບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັັກ​ກອມ​ມູ​ນິດຫວຽດ­ນາມ ແລະ ໂຄງ­ການ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ XIV. ທົ່ວ​ພັກ ທົ່ວ​ປວງ​ຊົນ ທົ່ວ​ກອງ­ທັບ ພ້ອມກັບ​ລະ­ບົບ​ການ­ເມືອງ​ທັງ​ໝົດກຳ­ລັງ​ເຂົ້າ​ຍ​ຮ່ວມ​ດ້ວຍ​ຄວາມ​ຕັດ­ສິນ​ໃຈ​ການ­ເມືອງ​​ສູງ​ທີ່​ສຸດ, ແນ­ໃສ່​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ, ປັບ­ປຸງ ເພີ່ມ​ທະ­ວີ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ­ຫງົບ, ການ​ພົວ­ພັນ​ຕ່າງ­ປະ­ເທດ ແລະ ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານຄວາມ​ຫຍໍ້​ທໍ້​ອະນາຈານ.

ກ່ຽວ​ກັບ​ຕົນ​ເອງ, ບົນ​ຈິດ­ໃຈ​ປ່ຽນ­ແປງ​ໃໝ່, ​ປະ­ດິດ​ສ້າງ ແລະ ປະ­ຕິ­ບັດ​ເປັນ​ປະ­ຈຳ​ເພື່ອ​ຜົນ​ປະໂຫຍດ​ຂອງ​ປະ­ຊາ­ຊົນ ຂອງຊາດ, ສະ­ພາ​ແຫ່ງ​ຊາດ​ໄດ້ ພວມ ແລະ ຈະ​ສືບ­ຕໍ່ນາ​ມະ​ພະ­ຍາ­ຍາມ​ກວ່າ​ອີກ, ສູ້​ຊົນ​ສຳ­ເລັດ​ເປັນຢ່າງ​ດີ​ບັນ­ດາ​ໜ້າ­ທີ່ ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້​ໃນ​ປີ 2018; ໃນ​ນັ້ນ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໃຫ້​​ໄດ້​ເປັນ​ຢ່າງ​ດີ ​ໂຄງ­ການ​ກໍ່­ສ້າງ​ກົດ­ໝາຍ ກົດ​ດຳ­ລັດ, ໂຄງ­ການ​ຕິດ­ຕາມ​ກວດ­ກາ ປີ 2018 ແລະ ກໍ່ສ້າງ​ບັນ­ດາ​ໂຄງ­ການ​ປີ 2019 ທີ່​ຕິດ​ແທດ​ກັບ​ພາກ​ຕົວ​ຈິງ, ຮັບ­ປະ­ກັນ​ຄວາມ​ຊັດ​ເຈັນ ແລະ ຖືກ​ກັບ​ບັນ­ດາ​ບັນ­ຫາ​ທີ່​​ຊີ­ວິດ​ວາງ​ອອກ; ຈັດ​ຕັ້ງ​ການ​ເອົາ​ຄະ­ແນນ​ສຽງ​ໄວ້​ວາງ­ໃຈ​ຕໍ່​ບັນ­ດາ​ຕຳແໜ່ງ ​ໂດຍ​ສະ­ພາ​ແຫ່ງ​ຊາດ​ແຕ່ງຕັ້ງ, ​ໃຫ້ສັດ­ຕະ­ຍາ­ບັນ​ຕາມ​ກຳ­ນົດ.

ໜ້າ­ທີ່​ໂດຍ​ລວມ​ແມ່ນ​ແນວ​ນັ້ນ, ດັ່ງ­ນັ້ນ​​ ສະ­ມາ­ຊິກສະ­ພາ​ແຫ່ງ​ຊາດ​​ແຕ່ລະ​ທ່ານ ​ບົນ​ພື້ນ­ຖານ​ໜ້າ­ທີ່​ຂອງ​ຕົນ, ພ້ອມ​ກັນທົບທວນ​ຄືນ​​ບັນ­ດາ​ດ້ານ​ຕັ້ງ­ໜ້າ​ເພື່ອ​ເສີມ​ຂະ­ຫຍາຍ ແລະ ຈຳກັດແກ້​ໄຂ​​ຂໍ້​ບົກພ່ອງ ເພື່ອ​ກຳ­ນົດ​ທິດ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ­ທິ​ຜົນ​ກວ່າ​ອີກ.

ອາດ​ຈະ​ເຫັນ​ໄດ້​ວ່າ, ​ໃນບັນ­ດາ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ, ຫຼາຍ​ບັນ­ຫາ​ຂອງ​ຊີ­ວິດ​ສັງ­ຄົມ​ເວົ້າ​ລວມ, ຫຼື​ຈຸດ​ພິ­ເສດ​ຂອງ​ແຕ່​ລະ​ພາກ​ເຂດ​ເວົ້າ​ສະ­ເພາະ, ເມື່ອ​ທີ່​ໄດ້​ຍົກ​ຂຶ້ນ​ມາ​ກໍ່ລ້ວນ​ແຕ່​ໄດ້​ຮັບ​ການ​ພິຈາລະນາ, ປຶກສາ​ຫາ­ລື​ຢ່າງ​ລະ­ອຽດ.

ດັ່ງ­ນັ້ນ, ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ແຕ່­ລະ­ຄົນ​ຕ້ອງ​ຍູ້​ແຮງ​ການ​ພົວ­ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະປະ­ຊາ­ຊົນ. ບັນ­ດາ​ສະມາຊິກສະ­ພາ​ແຫ່ງ​ຊາດ, ບັນ­ດາ​ອົງ­ການ​ຂອງ​ສະ­ພາ​ແຫ່ງ​ຊາດ​ຕ້ອງ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ສະ­ຕິ​ບັນ​ຍາ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂອງ​ຜູ້​ຊ່ຽວຊານ ແລະ ປະຊາ­ຊົນ​ທຸກ​ຊົນ​ຊັ້ນ​ ເພື່ອ​ໃຫ້​ການ​ພິ­ຈາ­ລະ­ນາ, ສົນ­ທະ­ນາ​ຮັບ­ຮອງ​ເອົາ​​ຮ່າງ​ກົດ­ໝາຍ ​ໄດ້​ຮັບຄຸນ​ນະ​ພາບສູງ ແລະຮັບປະກັນ​ປະ­ຕິ­ບັດ​ໄດ້​.

ພ້ອມ​ກັນ​ນັ້ນ, ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ແຕ່­ລະ­ຄົນ​ກໍ່​ຕ້ອງ​ສະ­ແດງ​ທັດ­ສະ­ນະ​ການ­ເມືອງ, ເວົ້າ​​ເຖິງ​ເຈດ​ຈຳ­ນົງ ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ​ທີ່​ເປັນ​ຜູ້​ເລືອກ​ຕັ້ງ​ຕົນ​ເອງ ແລະ ປະຊາ­ຊົນ​ທົ່ວ​ປະ­ເທດ, ຊາວ​ຫວຽດນາມ​ຢູ່​ຕ່າງ­ປະ­ເທດ.

ໃນຄວາມ​ເປັນ​ຈິງ, ການ​ຊັກ​ຖາມ​ແມ່ນ​ການເຄື່ອນ​ໄຫວ​ຕິດ­ຕາມ​ກວດ­ກາ​ໂດຍ​ກົງທີ່​ສຳ­ຄັນ​ພິ­ເສດ, ສະແດງ​​ໃຫ້​ເຫັນ​ເຖິງສິດ​ອຳ­ນາດ​ຂອງ​ອົງ­ການ​ໂດຍ​ປະ­ຊາ­ຊົນ​ເລືອກ​ຕັ້ງ ແລະ ຄວາມ​ຮັບ­ຜິດ­ຊອບ​ຂອງ​ບັນ­ດາ​ຜູ້​ແທນ​ໂດຍ​ປະ­ຊາ­ຊົນ​ເລືອກ​ຕັ້ງທີ່​ມີ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ຕົນ​ເອງ, ພ້ອມກັນ​ນັ້ນ​ກໍ່​ກຳ­ນົດ​ຢ່າງ​ຈະ­ແຈ້ງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຜູ້​ເປັນ​ຫົວ­ໜ້າ​ອົງ­ການ​ປະ­ຕິ­ບັດແລະບັງ­ຄັບ​ໃຊ້​ກົດ­ໝາຍ. ນີ້​​ແມ່ນ​ສິດ​ທັງ​ເປັນ­ຄວາມ​ຮັບ­ຜິດ­ຊອບ​ຂອງສະມາຊິກ​ສະ­ພາ​ແຫ່ງ​ຊາດ​ແຕ່­ລະ­ຄົນ​ ຕໍ່​ຜູ້​ມີ​ສິດດ​ເລືອກ​ຕັ້ງແລະປະ­ຊາ­ຊົນ.

 ຈາກ​ການ​ສ່ອງ​ແສງ​ຂອງ​ສື່​ມວນ​ຊົນ​ໃຫ້​ເຫັນ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ມີ​ຄວາມ​ສົນ­ໃຈ​ທີ່​ສຸດ​ກັບ​ການ­ເຄື່ອນ­ໄຫວຊັກ​ຖາມຂອງ​ສະພາ​ແຫ່ງ​ຊາດ ແລະ ໃຫ້​ທັດ­ສະ­ນະ​ວ່າ, ໃນ​ການຊັກ​ຖາມ​ຂອງ​​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ໄດ້​ຍົກບັນ­ຫາ​ຢ່າງ​ລະ­ອຽດກົງ​ໄປ​ກົງ​ມາ, ເວົ້າ​ເຖິງ​ບັນ­ດາ​ບັນ­ຫາ​ເຄັ່ງ­ຮ້ອນ​ຂອງ​ປະ­ເທດ, ຕິດ​ແທດກັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ. ສະ­ພາ​ແຫ່ງ​ຊາດ​ໄດ້​ວາງມາດ​ຕະ­ການແລະທິດ​ແກ້​ໄຂ​ຢ່າງ​ລະອຽດຄົບ​ຖ້ຽນ.

ດັ່ງ­ນັ້ນ, ການ­ເຄື່ອນ­ໄຫວ​ນີ້​ຈະ​ສືບ­ຕໍ່​ໄດ້​ຮັບ​ການພິ­ຈາ­ລະ­ນາ​ເພື່ອ​ມີ​ການ​ປ່ຽນ­ແປງ​ໃໝ່​ຍິ່ງກວ່າ​ອີກ​ ເພື່ອ​ສະແດງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ສະ​ທາ​ຊິກ​ສະ­ພາ​ແຫ່ງ​ຊາດ​, ​ຕອບ​ສະ­ໜອງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະປະ­ຊາ­ຊົນ​ທົ່ວ​ປະ­ເທດ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ­ວີ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ­ຊາ­ຊົນ.

-ປະ­ທານ​ສະ­ພາ​ແຫ່ງ​ຊາດ​ອາດ​ຈະ​ແບ່ງ­ປັນ​ກ່ຽວ​ກັບ​ວຽກ​ງານ​ພົວ­ພັນ​ຕ່າງ­ປະ­ເທດ​ຂອງ​ສະ­ພາ​ແຫ່ງ​ຊາດ​ໃນ​ເວ­ລາທີ່​ຈະ​ມາ​ເຖິງ​?

ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກີມ​ເງິນ: ປີ 2017 ໄດ້​ຂີດ​ໝາຍ​ບັນ­ດາ​ຜົນ​ສຳ​ລັດ​ທີ່​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການ​ຕ່າງ­ປະ­ເທດ​ລັດ​ຖະ​ສະ­ພາ, ທັງ​ທາງ​ດ້ານ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ.

ກ່ຽວ​ກັບການ​ເຄື່ອນ​ໄຫວ​ພົວ­ພັນ​ທາງການ​ທູດ​ລັດ​ຖະ​ສະ­ພາ​ສອງ​ຝ່າຍ, ພວກ​ເຮົາ​ໄດ້​ຕ້ອນ­ຮັບ​​ຄະ­ນະ​ການ​ນຳ​ຂັ້ນ​ສູງ​ຂອງ​ສະ­ພາ​ແຫ່ງ​ຊາດ/ລັດ​ຖະ​ສະ­ພາ​ບັນ­ດາ​ປະ­ເທດ​ ​ເປັນຫຼາຍຄະນະ​ທີ່​ສຸດ​ນັບ​​ແຕ່​ເມື່ອ​ກ່ອນ​ມາ​ຮອດ​ປັດຈຸ­ບັນ; ພ້ອມ​ນັ້ນ ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ສະ­ພາ​ແຫ່ງ​ຊາດຫວຽດ­ນາມແລະຂັ້ນ​ຕ່າງໆ​ ກໍ່ໄດ້ໄປຢ້ຽມຢາມຢ່າງ​ເປັນ​ທາງ​ການ, ຢ້ຽມ­ຢາມເຮັດ​ວຽກ... ທີ່​ປະ­ເທດ​ຈຳ­ນວນ​ໜຶ່ງ​ໃນ​ໂລກ.

ອາດ​ຈະ​ເຫັນ​ໄດ້​ວ່າ, ໃນ​ບັນ­ດາ​ການ​ພົບ​ປະສອງ​ຝ່າຍ, ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ​​ໄດ້​ຮັບ​ການ​ຕີ​ລາ­ຄາ​ສູງ​ຈາກ​ຜູ້​ນຳ​ຂອງອົງ­ການ​ນິ­ຕິ­ບັນ­ຍັດຂອງ​ປະ­ເທດ​ຕ່າງໆ.

ເນື້ອ​ໃນ​​ການ​ເຮັດ​ວຽກ​ລ້ວນ​ແຕ່​ມີຄວາມ​ຖືກຕ້ອງເປັນ​ຈິງ, ໃນ​ນັ້ນ​ມີ​ກາ​ຕີ​ລາ­ຄາ​​ດ້ານ​ດີ ແລະດ້ານອ່ອນ, ພ້ອມ​ກັບ​ບັນ­ດາ​ບັນ­ຫາ​ທີ່ຕ້ອງ​ສືບ­ຕໍ່​ສົນ­ທະ­ນາ​ເພື່ອ​ຊຸກ­ຍູ້​ການ​ຮ່ວມ​ມື. ​ການ​ຢ້ຽມ­ຢາມ​ໄດ້​ເປີດ​ໂອ­ກາດ​ຮ່ວມ​ມື​ໃໝ່​ລະ­ຫວ່າງຫວຽດ­ນາມກັບ​ບັນ­ດາ​ປະ­ເທດ​ໃນ​ເວ­ລາ​ຕໍ່​ໄປ.

ສິ່ງ​ທີ່​ພົ້ນ​ເດັ່ນ​ໃນການ​ເຄື່ອນ​ໄຫວ​ພົວ­ພັນ​ທາງການ​ທູດ​ລັດ​ຖະ​ສະ­ພາ​ຫຼາຍ​ຝ່າຍ ​ແມ່ນ​ສະ­ພາ​ແຫ່ງ​ຊາດຫວຽດນາມໄດ້​ເຂົ້າ​ຮ່ວມ​​ສະ­ມັດ­ຊາໃຫຍ່​​ສະ­ຫະ­ພັນລັດ​ຖະ​ສະ­ພາ​ໂລກຄັ້ງ​ທີ 137 (IPU-137) ທີ່​ນະ­ຄອນ ​ເຊນປີ​ເຕີ​ສະ​ເບິ​ກ, ສະ­ຫະ­ພາບລັດ­ເຊຍ; ໄດ້​​ສົມ­ທົບ​ກັບສະ­ຫະ­ພັນລັດ​ຖະ​ສະ­ພາ​ໂລກ (IPU) ຈັດ​ຕັ້ງ​ກອງ​ປະ­ຊຸມ​ສະ­ເພາະ​ຂອງ​ນັກ​ກົດໝາຍ​ໃນອາ­ຊີ - ປາ​ຊີ​ຟິກ ​ທີ່ນະ­ຄອນໂຮ່​ຈິ​ມິນ ພາຍ​ໃຕ້​ຫົວ­ຂໍ້​ກ່ຽວ​ກັບ​ການ​ຈຳກັດຜົນກະທົບ​ຂອງ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ.

ຈາກ​ການ­ເຄື່ອນ­ໄຫວ​​ເຫຼົ່ານີ້, ປະ­ທານ IPU ແລະເພື່ອນ​ມິດ­ສາ​ກົນ​ ໄດ້​ມີ​ການ​ສັງ­ເກດ​ຕີ​ລາ­ຄາ​ສູງ ຕໍ່​ສະ­ພາ​ແຫ່ງ​ຊາດຫວຽດ­ນາມ ​ເຊິ່ງຍາມ​ໃດ​ກໍ່​ເປັນ​ສະ​ມາ​ຊິດ​ທີ່ຕັ້ງ­ໜ້າ, ມີ​ຄວາມ​ຮັບ­ຜິດ­ຊອບ, ປະກອບສ່ວນ​ຕົວ​ຈິງ​ທີ່​ສຳຄັນ​ໃຫ້​ແກ່ສະຫະພັນ​ລັດຖະສະພາ​ໂລກ ແລະ ມີ​ຜົນ​ສະ­ທ້ອນ​ແຜ່​ລາມ.

​ສືບ​ຕໍ່​ຜົນ­ສຳ­ເລັດ​ໃນ​ປີ 2017, ແຕ່​ວັນ​ທີ 18 ຫາ 21 ມັງ­ກອນ 2018, ສະ­ພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະ­ຊຸມ​ປະ­ຈຳ​ປີຄັ້ງ​ທີ 26 ເວ­ທີ​ປາ​ໄສ​ລັດ​ຖະ​ສະ­ພາອາ­ຊີ - ປາ​ຊີ​ຟິກ (APPF-26) ພາຍ​ໃຕ້​ຫົວ­ຂໍ້ “ການ​ພົວ­ພັນ​ຄູ່​ຮ່ວມ​ມື​ລັດ​ຖະ​ສະ­ພາ​ເພື່ອ​ສັນ­ຕິ­ພາບ ​ປະ­ດິດ​ສ້າງ ແລະ ພັດ­ທະ­ນາ​ແບບ​ຍືນ​ຍົງ” ​ເຊິ່ງໄດ້​ການ​ຕີ​ລາ­ຄາ​ສູງ​ຈາກ​ບັນ­ດາສະ­ມາ­ຊິກ​ລັດ​ຖະ​ສະ­ພາ​ປະ­ເທດ​ຕ່າງໆ

ກອງ​ປະ­ຊຸມ​ມີ​ຄວາມ​ໝາຍ​ສຳ­ຄັນ, ເປັນ​ການ​ກະ­ທຳ​ຕົວ​ຈິງ​ຂອງ​ລັດ​ຖະ​ສະ­ພາ, ສະ­ມາ­ຊິກ​ລັດ​ຖະ​ສະພາ​ປະ­ເທດ​ຕ່າງໆ​ ທີ່ສະ­ໜັບ­ສະ­ໜູນ​ຖະ­ແຫຼງ­ການ ດ່າ​ໜັງ ກ່ຽວ​ກັບ “ສ້າງ​ແຮງ​ຜັດ​ດັນ​ໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະ­ນາ­ຄົດ​ຮ່ວມ​ກັນ” ເຊິ່ງ​​ກອງ​ປະ­ຊຸມ​ຂັ້ນສຸດ​ຍອດອາ­ຊີ-ປາ​ຊີ​ຟິກ ຄັ້ງ​ທີ 25 ​ໄດ້ຮັບ­ຮອງ​ເອົາ.

​ການ­ເຄື່ອນ­ໄຫວ​ພົວ­ພັນ​ການ​ຕ່າງ­ປະ­ເທດ​ຂອງສະ­ພາ​ແຫ່ງ​ຊາດ​ພ້ອມ​ກັບ​ການ­ເຄື່ອນ­ໄຫວ​ພົວ­ພັນ​ການ​ຕ່າງ­ປະ­ເທດ​ຂອງ​ພັກ, ລັດ ​ແລະ​ການພົວ­ພັນ​ຕ່າງ­ປະ­ເທດ​ປະ­ຊາ­ຊົນ​ ໄດ້​ສ້າງ​ທ່າ​​ຂາຕັ້ງ​ທີ່​ໝັ້ນ­ຄົງ, ປະກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສະ­ພາບ​ແວດ​ລ້ອມ​ສາ­ກົນທີ່​ສະ­ດວກດີ​ໃຫ້​ແກ່​ການ​ພັດ­ທະ­ນາ​ຂອງ​ປະ­ເທດ, ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ­ກະ­ລາດ ອຳ­ນາດ​ອະ­ທິປະ​ໄຕ ແລະ ຜືນ​ແຜ່ນ​ດີນ​ອັນ​ຄົບ​ຖ້ວນ​ຂອງ​ປະ­ເທດ​ຊາດ, ປັບ­ປຸງ​ຮູບ​ພາບ ແລະຖາ­ນະ​ບົດ­ບາດ​ສາ­ກົນ​ຂອງ​ຫວຽດ­ນາມ.

ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ທີ່ເປັນ​ຜູ້​ແທນ​ໂດຍ​ປະ­ຊາ­ຊົນ​ເປັນ​ຜູ້​ເລືອກ​ຕັ້ງ, ຕາງ­ໜ້າ​ໃຫ້​ເຈດ​ຈຳ­ນົງ ​ແລະຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ­ຊາ­ຊົນ, ດັ່ງ­ນັ້ນ​ຕ້ອງ​ຮັບ​ຟັງ, ຕອບຄວາມ​ຄິດ​ຈິດ­ໃຈ ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາຂອງ​ປະຊາຊົນ ແລະ ເວົ້າ​ສຽງ​ຂອງ​ປະ­ຊາ­ຊົນ. ສິ່ງ​ເຫຼົ່າ​ນີ້ຖືກຖື​ເປັນ​ພື້ນຖານ, ເຂັມ­ທິດ​ເຍືອງ​ທາງ​ໃນ​ການ­ເຄື່ອນ­ໄຫວ​ ຂອງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​​ແຕ່ລະຄົນເວົ້າ​ສະ­ເພາະ ແລະ ຂອງສະ­ພາ​ແຫ່ງ​ຊາດ​ເວົ້າ​ລວມ ແລະ ເປັນ​ໜ້າ­ທີ່​ສຳ­ຄັນ​ຍິ່ງ, ເປັນດ້າຍ​ສີ­ແດງສອດ​ຫ້ອຍ​ໃນ​ຕະຫຼອດ​ສະ­ໄໝ​ສະ­ພາ​ແຫ່ງ​ຊາດ.

ປີ 2018 ​ເປັນ​ປີ​ທີ​ສາມ​ໃນ​ສະ­ໄໝ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ພ້ອມກັນ​ກັບ​ບັນ­ດາ​ອົງ­ການ​ໃນ​ກົງຈັກ​ແຫ່ງ​ລັດ, ສະ­ພາ​ແຫ່ງ​ຊາດ​ຈະສືບ­ຕໍ່​ປະ­ຕິ­ບັດ​ການ​ປ່ຽນ­ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ­ເຄື່ອນ­ໄຫວ, ສູ້​ຊົນ​ກໍ່­ສ້າງ​ສະ­ພາ​ແຫ່ງ​ຊາດ​​ໃຫ້​ເປັນ​ອົງການ​ທີ່​ມີ​ຄວາມ​ສາ­ມັກ­ຄີ ມີຫົວ­ຄິດ​ປະ­ດິດ​ສ້າງ ແລະ ຂະຫຍັນ​ຂັນ​ເຄື່ອນປະ­ຕິ­ບັດໜ້າ​ທີ່​ເພື່ອ​ຜົນ​ປະໂຫຍດ​ຂອງ​ປະ­ຊາ­ຊົນ.

ໃກ້​ຈະ​ເຂົ້າ​ສູ່​ປີ​ໃໝ່, ຂ້າ​ພະ​ເຈົ້າ​ສະ­ແດງ​ຄວາມ​ຫວັງ​ວ່າ ປະ­ຊາ­ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະເທດ ​ແລະ ພີ່­ນ້ອງ​ຮ່ວມ​ຊາດເຮົາ​ຢູ່​ຕ່າງ­ປະ­ເທດ ຍາມ​ໃດ​ກໍ່​ສາ­ມັກ­ຄີກັນ, ຮ່ວມ​​ແຮງ​ຮ່ວມ​ໃຈ​ກັນ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກໍ່­ສ້າງແລະພັດ­ທະ­ນາ​ປະ­ເທດ.

ລະ­ດູ­ບານ­ໃໝ່​ກຳ­ລັງ​ມາ, ຂ້າ​ພະ​ເຈົ້າ​ຂໍ​ຝາກ​ຄຳ​ອວຍ­ພອນ​ປີ​ໃໝ່​ເຖິງ​ທຸກ​ຄອບ­ຄົວ, ປະຊາຊົນ​ຫວຽດນາມ​ທຸກຄົນ​ຢູ່​​ໃນປະ​ເທດ ​ແລະ ​ຊາວ​ຫວຽດ­ນາມ​ຢູ່​ຕ່າງ­ປະ­ເທດ​ ຂໍ​ໃຫ້​ທຸກ​ຄົນຈົ່ງ​ມີ​ສຸຂະ​ພາບ​ເຂັ້​ມ​ແຂງ, ມີ​ຄວາມ​ສຸກ ແລະ ປະ­ສົບ​ຜົນ­ສຳ­ເລັດ​ໃນ​ທຸກໆ​ຂົງ­ເຂດ​ຂອງ​ຊີ­ວິດ.

- ຂໍ​ຂອບ­ໃຈ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກີມ​ເງິນ!

ແຫຼ່ງຂ່າວ: ສຳນັກ​ຂ່າວສານ​ຫວຽດນາມ