ຫວຽດນາມຕັ້ງເປົ້າໝາຍກໍ່ສ້າງ
ລະບົບຄວາມປອດໄພທາງສັງຄົມທີ່ຍືນຍົງ
ລະບົບຄວາມປອດໄພທາງສັງຄົມທີ່ຍືນຍົງ
ວກ. - ໃນສະໄໝແຫ່ງການປ່ຽນແປງໃໝ່ແລະເຊື່ອມໂຍງເຂົ້າກັບສາກົນ, ພັກກອມມູນິດແລະລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການກໍ່ສ້າງແລະຈັດຕັ້ງປະຕິບັດ ບັນດານະໂຍບາຍຄວາມປອດໄພທາງສັງຄົມ ໃຫ້ໄດ້ເປັນຢ່າງດີ, ຖືວ່ານີ້ແມ່ນເປົ້າໝາຍແລະທັງເປັນກຳລັງຂັບເຄື່ອນ ເພື່ອການພັດທະນາແບບຍືນຍົງ, ຮັກສາສະຖຽນລະພາບທາງການເມືອງ - ສັງຄົມ, ສະແດງໃຫ້ເຫັນເຖິງຄວາມດີເດັ່ນຂອງຮູບແບບເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ. ພັກກອມມູນິດຫວຽດນາມຢືນຢັນວ່າ ລະບົບຄວາມປອດໄພທາງສັງຄົມຕ້ອງມີຄວາມຫຼາກຫຼາຍ, ຮອບດ້ານ, ມີລັກສະນະແບ່ງປັນລະຫວ່າງລັດ ສັງຄົມ ແລະປະຊາຊົນ, ລະຫວ່າງກຸ່ມປະຊາກອນພາຍໃນຮຸ້ນໜຶ່ງແລະລະຫວ່າງຮຸ້ນ,... ຮັບປະກັນຄວາມຍືນຍົງແລະຄວາມຍຸຕິທຳ; ລັດຮັບປະກັນການປະຕິບັດ ນະໂຍບາຍບຸລິມະສິດ ສຳລັບຜູ້ທີ່ມີຄຸນງາມຄວາມດີ ແລະ ຖືບົດບາດນຳພາໃນການຈັດຕັ້ງປະຕິບັດ ນະໂຍບາຍຄວາມປອດໄພທາງສັງຄົມ; ຍູ້ແຮງການຫັນເປັນສັງຄົມ, ສົ່ງເສີມການເຂົ້າຮ່ວມຂອງບັນດາອົງການຈັກຕັ້ງ, ວິສາຫະກິດ ແລະປະຊາຊົນ. ພ້ອມກັນນັ້ນກໍ່ສ້າງເງື່ອນໄຂໃຫ້ປະຊາຊົນຍົກສູງຄວາມສາມາດໃນການຮັບປະກັນຄວາມປອດໄພຕົນເອງ(1).
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພກ ຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ຫງວຽນຝູຈ້ອງ ຍິນດີຕ້ອນຮັບກຸ່ມນັກຮຽນ ນັກສຶກສາທີ່ດີເດັ່ນ ເປັນຕົວແທນຂອງຂະແໜງການສຶກສາ _ພາບ: TTXVN
ບົນພື້ນຖານການກຳນົດການປະຕິບັດຄວາມກ້າວໜ້າ ແລະຄວາມຍຸດຕິທຳທາງສັງຄົມ ໃນແຕ່ລະບາດກ້າວ ແລະແຕ່ລະນະໂຍບາຍການພັດທະນາ ແລະ ການແກ້ໄຂບັນຫາແຮງງານ ວຽກເຮັດງານທຳ ລາຍໄດ້ຂອງຜູ້ອອກແຮງງານເປັນຢ່າງດີ, ຮັບປະກັນຄວາມປອດໄພທາງສັງຄົມ,... ເພື່ອໃຫ້ປະຊາຊົນທຸກຄົນມີໂອກາດແລະເງື່ອນໄຂ ໃນການພັດທະນາຢ່າງຮອບດ້ານ..., ບັນດາເນື້ອໃນກ່ຽວກັບຄວາມປອດໄພທາງສັງຄົມໃນລັດຖະທຳມະນູນປີ 2013 ຂອງປະເທດ ສສ ຫວຽດນາມ, ລະບົບກົດໝາຍ ແລະນະໂຍບາຍຄວາມປອດໄພທາງສັງຄົມຂອງຫວຽດນາມ ໄດ້ຮັບການແກ້ໄຂດັດແປງ ເພີ່ມເຕີມ ແລະຈັດຕັ້ງປະຕິບັດຢ່າງໄວວາ ແລະ ບັນລຸຜົນງານທີ່ດີເດັ່ນຫຼາຍຢ່າງ.
ທີໜຶ່ງ, ການປະຕິບັດນະໂຍບາຍແກ້ໄຂວຽກເຮັດງານທຳ, ເພີ່ມລາຍໄດ້ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ບັນລຸຜົນງານໃນທາງບວກຫຼາຍຢ່າງ.
ນະໂຍບາຍສະໜັບສະໜູນການສ້າງວຽກເຮັດງານທຳໂດຍຜ່ານກອງທຶນສ້າງວຽກເຮັດງານທຳແຫ່ງຊາດ, ກອງທຶນເພື່ອຜູ້ທຸກຍາກ, ບັນດານະໂຍບາຍສິນເຊື່ອບຸລິມະສິດ, ການອົບຮົມສຶກສາວິຊາຊີບ, ການຈັດຫາວຽກເຮັດງານທຳ,... ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັບປະກັນອັດຕາສ່ວນສູງ ຂອງປະຊາກອນທີ່ມີອາຍຸ 15 ປີຂຶ້ນໄປ ມີວຽກເຮັດງານທຳ (ຫຼາຍກວ່າ 77%) ແລະຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ໃນ 10 ປີທີ່ຜ່ານມາ, ຫວຽດນາມຍາມໃດກໍ່ຮັກສາອັດຕາຄົນຫວ່າງງານໃນລະດັບຕໍ່າ (ຈາກ 2% ຫາ 3%) ແລະເປັນໜຶ່ງໃນບັນດາປະເທດທີ່ມີອັດຕາການຫວ່າງງານຕ່ຳທີ່ສຸດໃນໂລກ. ລາຍໄດ້ສະເລ່ຍຂອງຜູ້ອອກແຮງງານເພີ່ມຂຶ້ນສະເລ່ຍ 8,7% ຕໍ່ປີ ໃນໄລຍະປີ 2013 - 2018(2).
ໂຄງການຈຸດໝາຍແຫ່ງຊາດເພື່ອການຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງໄດ້ດຳເນີນການຢ່າງມີປະສິດທິຜົນ, ສຸມໃສ່ບັນດາເມືອງທຸກຍາກທີ່ສຸດ ແລະ ຕາແສງທີ່ຫຍຸ້ງຍາກພິເສດ. ຂະບວນການແຂ່ງຂັນ “ຄົນທັງປະເທດຮ່ວມມືເພື່ອຄົນທຸກຍາກ - ບໍ່ປ່ອຍໃຫ້ຜູ້ໃດຢູ່ເບື້ອງຫຼັງ” ບັນລຸຜົນທາງບວກຫຼາຍຢ່າງ. ອັດຕາສ່ວນຄອບຄົວທຸກຍາກຫຼຸດລົງຢ່າງໄວ ຈາກ 11,76% ປີ 2011 (ຕາມເສັ້ນຄວາມທຸກຍາກໄລຍະປີ 2011 - 2015) ລົງເປັນ 3,75% ປີ 2019 (ຕາມເສັ້ນຄວາມທຸກຍາກໄລຍະປີ 2016 - 2020), ຄິດສະເລ່ຍແຕ່ລະປີຫຼຸດລົງຫຼາຍກວ່າ 1,3%. ບັນດາຜົນງານໃນການຫຼຸດຜ່ອນຄວາມທຸກຍາກຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ.
ທີສອງ, ນະໂຍບາຍປະກັນໄພສັງຄົມ, ປະກັນສຸຂະພາບທີ່ໄດ້ຮັບການດັດແປງ, ແກ້ໄຂ ໄດ້ເປີດກວ້າງໂອກາດໃຫ້ປະຊາຊົນເຂົ້າຮ່ວມແລະຊົມໃຊ້ການປະກັນໄພ, ແລະເສີມສ້າງຄວາມຍືນຍົງທາງການເງິນຂອງກອງທຶນປະກັນໄພ.
ການປະກັນໄພສັງຄົມໄດ້ຂະຫຍາຍອອກສູ່ຄົນງານທັງໝົດ, ອີງຕາມ 3 ກຸ່ມນະໂຍບາຍໃຫຍ່ຄື: ການປະກັນໄພສັງຄົມແບບບັງຄັບ, ການປະກັນໄພສັງຄົມແບບສະໝັກໃຈ ແລະການປະກັນໄພຫວ່າງງານ. ອັດຕາສ່ວນກຳລັງແຮງງານໃນໄວອາຍຸທີ່ເຂົ້າຮ່ວມການປະກັນໄພສັງຄົມໄດ້ເພີ່ມຂຶ້ນຈາກ 21,8% ປີ 2011 ຂຶ້ນເປັນ 32% ປີ 2019. ພິເສດ, ການປະກັນໄພສັງຄົມແບບສະໝັກໃຈໃນໄລຍະປີ 2008 - 2018 ດຶງດູດຜູ້ເຂົ້າຮ່ວມໄດ້ພຽງ 270 ພັນຄົນເທົ່ານັ້ນ ແຕ່ເຖິງທ້າຍປີ 2019 ໄດ້ເພີ່ມຂຶ້ນເປັນ 545 ພັນຄົນ. ອັດຕາສ່ວນກຳລັງແຮງງານໃນໄວອາຍຸທີ່ເຂົ້າຮ່ວມການປະກັນໄພຫວ່າງງານເພີ່ມຂຶ້ນຈາກ 17,1% ປີ 2011 ຂຶ້ນເປັນ 27% ປີ 2019. ທົ່ວປະເທດມີຜູ້ເຂົ້າຮ່ວມການປະກັນສຸຂະພາບ 85,39 ລ້ານຄົນ, ກວມເອົາ 90% ຂອງຈຳນວນປະຊາກອນປີ 2019, ໂດຍພື້ນຖານກວມເອົາປະຊາກອນທັງໝົດ(3).
ການປະກັນສຸຂະພາບປະກອບສ່ວນເຂົ້າໃນຄວາມສະເໝີພາບໃນການຮັກສາສຸຂະພາບຂອງປະຊາຊົນ, ໂດຍສະເພາະກຸ່ມຄົນດ້ອຍໂອກາດໃນສັງຄົມ (ໃນພາບ: ການກວດແລະປົວພະຍາດໃຫ້ຄົນຊົນເຜົ່າສ່ວນນ້ອຍ) _ພາບ: ເອກະສານ
ການປະກັນໄພສັງຄົມແລະການປະກັນສຸຂະພາບກາຍເປັນຕາໜ່າງຄວາມປອດໄພທາງສັງຄົມທີ່ສຳຄັນ, ຊ່ວຍເຫຼືອປະຊາຊົນເອົາຊະນະຄວາມສ່ຽງຈາກການເຈັບເປັນ, ອຸບັດເຫດທາງອາຊີບ - ພະຍາດອາຊີບ, ການເກີດລູກ, ການຫວ່າງງານ, ການສິ້ນສຸດອາຍຸການເຮັດວຽກ... ປະຈຸບັນ, ໃນທົ່ວປະເທດມີປະຊາກອນຫຼາຍກວ່າ 3,1 ລ້ານຄົນທີ່ໄດ້ຮັບເບ້ຍບຳນານແລະເງິນອຸດໜູນປະກັນສັງຄົມປະຈຳເດືອນ; ໃນແຕ່ລະປີ ກອງທຶນປະກັນໄພສັງຄົມຈ່າຍເງິນໃຫ້ປະໂຫຍດແກ່ການເຈັບເປັນ, ການເກີດລູກ, ອຸປະຕິເຫດທາງອາຊີບ - ພະຍາດອາຊີບ ສຳລັບປະຊາຊົນ 6 ຫາ 10 ລ້ານຄົນ; ຍ້ອນຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ພຽງແຕ່ໃນ 6 ເດືອນຕົ້ນປີ 2020, ການປະກັນໄພຫວ່າງງານ ໄດ້ຈ່າຍເງິນຊ່ວຍເຫຼືອການຫວ່າງງານ ໃຫ້ແກ່ປະຊາຊົນຫຼາຍກວ່າ 500.000 ຄົນ. ການປະກັນສຸຂະພາບຊ່ວຍຫຼຸດຜ່ອນລາຍຈ່າຍໂດຍກົງ ຈາກງົບປະມານຂອງຄົວເຮືອນ ສຳລັບການບໍລິການສຸຂະພາບ, ປະກອບສ່ວນສ້າງຄວາມສະເໝີພາບໃນການເບິ່ງແຍງດູແລສຸຂະພາບ, ໂດຍສະເພາະກຸ່ມຄົນດ້ອຍໂອກາດໃນສັງຄົມ. ປີ 2019, ກອງທຶນປະກັນສຸຂະພາບໄດ້ຈ່າຍເງິນໃຫ້ 186 ລ້ານເທື່ອຄົນໄປກວດແລະປົວພະຍາດ ດ້ວຍການປະກັນສຸຂະພາບ (ປີ 2009 ແມ່ນ 92,1 ລ້ານເທື່ອຄົນ). ໃນຫຼາຍກໍລະນີ, ກອງທຶນປະກັນສຸຂະພາບຈະຈ່າຍຄ່າກວດພະຍາດແລະປິ່ນປົວພະຍາດໃນປີ ສູງເຖິງຫຼາຍຕື້ດົ່ງຕໍ່ກໍລະນີໜຶ່ງ.
ທີສາມ, ວຽກງານຊ່ວຍເຫຼືອສັງຄົມ ໃຫ້ແກ່ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ຄ່ອຍໆຫັນໄປສູ່ທິດທາງການເຂົ້າເຖິງທີ່ອີງໃສ່ສິດທິມະນຸດ, ຖືເອົາຄົນເປັນຈຸດສູນກາງ.
ຈຳນວນຜູ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອທາງສັງຄົມໄດ້ເພີ່ມຂຶ້ນ ແລະມາດຕະຖານການຊ່ວຍເຫຼືອທາງສັງຄົມ ໄດ້ຮັບການດັດປັບໃຫ້ເພີ່ມຂຶ້ນ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດມີສະຖຽນລະພາບ. ຈຳນວນຄົນທີ່ໄດ້ຮັບເງິນອຸດໜູນທາງສັງຄົມລາຍເດືອນເປັນເງິນສົດ, ເພີ່ມຂຶ້ນຈາກເກືອບ 1,7 ລ້ານຄົນໃນປີ 2011 (ກວມເອົາ 1,9% ຂອງຈຳນວນປະຊາກອນ) ຂຶ້ນເປັນຫຼາຍກວ່າ 2,9 ລ້ານຄົນໃນປີ 2019 (ກວມເອົາ 3% ຂອງຈຳນວນປະຊາກອນ). ນະໂຍບາຍຊ່ວຍເຫຼືອສັງຄົມໃນກໍລະນີທີ່ບໍ່ຄາດຄິດ ໄດ້ຊ່ວຍເຫຼືອຢ່າງທັນການຕໍ່ຜູ້ທີ່ມີຄວາມສ່ຽງຍ້ອນໄພພິບັດທາງທຳມະຊາດແລະສາເຫດອື່ນໆ. ແຕ່ປີ 2012 ຫາປີ 2019, ລັດຖະບານຫວຽດນາມ ໄດ້ສະໜັບສະໜູນເຂົ້າສານກວ່າ 343 ພັນໂຕນ (ຊ່ວຍບັນເທົາຄວາມອຶດຫິວໃນເວລາໃກ້ການເກັບກ່ຽວ ແລະໃນໂອກາດວັນບຸນປີໃໝ່ປະຈຳຊາດ) ໃຫ້ຜູ້ຂາດແຄນອາຫານປະມານ 18,4 ລ້ານຄົນ; ສະໜັບສະໜູນເງິນຫວຽດນາມກວ່າ 3.700 ຕື້ດົ່ງ ໃຫ້ທ້ອງຖິ່ນຕ່າງໆໃຊ້ໃນການແກ້ໄຂຜົນກະທົບຈາກໄພທຳມະຊາດ (4). ໂດຍສະເພາະຢ່າງຍິ່ງ ໃນສະຖານະການທີ່ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບທາງລົບຢ່າງຮ້າຍແຮງເຖິງຊີວິດເສດຖະກິດ - ສັງຄົມຫວຽດນາມ, ລັດຖະບານໄດ້ອອກມະຕິເລກທີ 42/NQ-CP, ວັນທີ 9 ເມສາ 2020, “ວ່າດ້ວຍມາດຕະການຊ່ວຍເຫຼືອຜູ້ປະສົບໄພຈາກການແຜ່ລະບາດຂອງໂລກໂຄວິດ-19” ແລະນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງເລກທີ 15/2020/QĐ-TTg, ວັນທີ 24 ເມສາ 2020, “ຂໍ້ຕົກລົງກ່ຽວກັບການປະຕິບັດບັນດານະໂຍບາຍຊ່ວຍເຫຼືອຜູ້ປະສົບໄພຈາກການແຜ່ລະບາດຂອງໂລກໂຄວິດ-19” ດ້ວຍຈຳນວນເງິນຫວຽດນາມ 62 ພັນຕື້ດົ່ງ ເພື່ອຊ່ວຍໃຫ້ປະຊາຊົນທີ່ປະສົບຄວາມຫຍຸ້ງຍາກຍ້ອນໂລກລະບາດ. ວິທີແກ້ໄຂຢ່າງໄວວາຕໍ່ການລະບາດຂອງໂລກໂຄວິດ-19 ຂອງລັດຖະບານຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ ແລະຄວາມເຫັນດີສະໜັບສະໜູນຂອງປະຊາຊົນຫວຽດນາມ.
ດ້ານອື່ນ, ບັນດາສະຖານທີ່ໃຫ້ການຊ່ວຍເຫຼືອສັງຄົມທັງພາກລັດ ແລະນອກພາກລັດ ໄດ້ຕອບສະໜອງຄວາມຕ້ອງການໃນການບຳລຸງລ້ຽງແລະເບິ່ງແຍງຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການປົກປ້ອງສັງຄົມ. ທົ່ວປະເທດມີສະຖານທີ່ໃຫ້ການຊ່ວຍເຫຼືອສັງຄົມທັງໝົດ 425 ແຫ່ງ (ສະຖານທີ່ຂອງລັດມີ 191 ແຫ່ງ ແລະສະຖານທີ່ນອກພາກລັດ 234 ແຫ່ງ) ທີ່ໄດ້ບຳລຸງລ້ຽງແລະເບິ່ງແຍງປະຊາຊົນກວ່າ 41 ພັນຄົນ.
ທີສີ່, ລະບົບການບໍລິການສັງຄົມຂັ້ນພື້ນຖານແລະຈຳເປັນ ໄດ້ຮັບການລົງທຶນພັດທະນາ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງແລະຊົມໃຊ້.
- ກ່ຽວກັບການເຜີຍແຜ່ການສຶກສາສາມັນ: ໄດ້ສຳເລັດການເຜີຍແຜ່ການສຶກສາຕັ້ງແຕ່ຂັ້ນອະນຸບານຈົນຮອດມັດທະຍົມສຶກສາຕອນຕົ້ນ; ເດັກທີ່ໄປໂຮງຮຽນໃນເກນອາຍຸທີ່ເໝາະສົມໃນລະດັບປະຖົມສຶກສາບັນລຸໄດ້ 99% ແຕ່ປີ 2015, ໃນລະດັບມັດທະຍົມສຶກສາຕອນຕົ້ນບັນລຸກວ່າ 90% ແຕ່ປີ 2014, ປະກອບສ່ວນເຮັດໃຫ້ອັດຕາການຮູ້ໜັງສືຂອງຄົນອາຍຸ 15 ປີຂຶ້ນໄປເພີ່ມຂຶ້ນກວມເອົາກວ່າ 97%. ເດັດນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກພິການ ໄດ້ຮັບຄວາມເອົາໃຈໃສ່ໃນການຄົ້ນພົບ, ການແຊກແຊງຢ່າງທັນການ ແລະໄດ້ຮັບການຊ່ວຍເຫຼືອໃຫ້ເຊື່ອມໂຍງເຂົ້າກັບຊຸມຊົນ. ປີ 2018, ມີ 70% ຂອງເດັກພິການທີ່ສາມາດເຂົ້າເຖິງການສຶກສາ ແລະຮຽນຮູ້ການລວມຕົວກັນໃນໂຮງຮຽນຕ່າງໆ. ບັນດາໂຄງການ, ນະໂຍບາຍສະໜັບສະໜູນການສຶກສາສຳລັບເດັກໃນຄອບຄົວທີ່ທຸກຍາກ, ຊົນເຜົ່າສ່ວນນ້ອຍ ແລະເຂດດ້ອຍໂອກາດ ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ໃນສົກຮຽນ 2017-2018, ມີນັກຮຽນກວ່າ 520.000 ຄົນໄດ້ຮັບການສະໜັບສະໜູນເຂົ້າສານ ແລະເງິນສະໜັບສະໜູນອາຫານທ່ຽງຫຼາຍກ່ວາ 1.800 ຕື້ດົ່ງ ໃຫ້ແກ່ນັກຮຽນຢູ່ບັນດາຕາແສງແລະໝູ່ບ້ານ ທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
- ກ່ຽວກັບໂຄງການຝຶກອົບຮົມວິຊາຊີບໃຫ້ແກ່ຄົນງານຊົນນະບົດ: ໄດ້ສະໜັບສະໜູນການຝຶກອົບຮົມຫຼາຍກວ່າ 8,3 ລ້ານຄົນໃນໄລຍະປີ 2012 - 2019, ປະກອບສ່ວນຍົກສູງຄຸນນະພາບຂອງແຮງງານຊົນນະບົດ ແລະຊຸກຍູ້ການຍົກຍ້າຍໂຄງສ້າງແຮງງານຈາກກະສິກຳ ໄປສູ່ຂະແໜງການອື່ນ, ຈາກຂະແໜງການທີ່ມີສະມັດຕະພາບຕ່ຳ ໄປສູ່ຂະແໜງການທີ່ມີສະມັດຕະພາບສູງກວ່າ. ອັດຕາສ່ວນແຮງງານທີ່ເຮັດວຽກໃນຂະແໜງກະສິກຳ, ປ່າໄມ້ແລະການປະມົງຈາກ 48,3% ໃນປີ 2011 ຫຼຸດລົງເປັນ 34,7% ໃນປີ 2019.ການຝຶກອົບຮົມວິຊາຊີບດ້ານໄຟຟ້າອຸດສາຫະກຳ ສຳລັບຊາວໜຸ່ມຊົນນະບົດ ທີ່ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ແຂວງຖາຍງວຽນ _ພາບ: TTXVN
- ລະບົບສາທາລະນະສຸກຂັ້ນພື້ນຖານແລະສາທາລະນະສຸກປ້ອງກັນ ໄດ້ຊ່ວຍເພີ່ມໂອກາດການເຂົ້າເຖິງສາທາລະນະສຸກ ແລະການຊົມໃຊ້ການບໍລິການສຸຂະພາບຂອງປະຊາຊົນ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນນ້ອຍ: ຮອດທ້າຍປີ 2018 ໃນ 98,4% ຂອງຈຳນວນຕາແສງມີສຸກສາລາ; ໃນ 96% ຂອງຈຳນວນບ້ານ ໝູ່ບ້ານ ມີພາລະກອນສາທາລະນະສຸກເຄື່ອນໄຫວ, ໃນ 90% ຂອງຈຳນວນຕາແສງມີນາຍໝໍ, 76% ຂອງຈຳນວນຕາແສງບັນລຸມາດຕະຖານແຫ່ງຊາດກ່ຽວກັບສາທາລະນະສຸກຕາແສງໃນໄລຍະປີ 2011 - 2020, ໃນກວ່າ 95% ຂອງຈຳນວນຕາແສງມີສູຕິແພດຊັ້ນກາງຫຼືນາງຜະດຸງຄັນ. ເຄືອຂ່າຍການບໍລິການດູແລສຸຂະພາບຂອງແມ່ແລະເດັກ ໄດ້ຮັບການປັບປຸງແລະພັດທະນາຢູ່ໃນ 100% ເມືອງ, 93% ຕາແສງ, 96% ບ້ານ ໝູ່ບ້ານ.
ສາທາລະນະສຸກປ້ອງກັນມີບົດບາດຕັດສິນໃນການປ້ອງກັນກີດກັ້ນພະຍາດທີ່ເປັນອັນຕະລາຍ, ບໍ່ໃຫ້ໂລກລະບາດໃຫຍ່ເກີດຂຶ້ນ. ຮູບແບບປະສົມການແພດທະຫານແລະການແພດພົນລະເຮືອນໄດ້ຮັບການຍູ້ແຮງແລະເສີມຂະຫຍາຍປະສິດທິຜົນ. ອັດຕາສ່ວນເດັກນ້ອຍອາຍຸຕໍ່າກວ່າ 1 ປີທີ່ໄດ້ຮັບການສັກຢາປ້ອງກັນຢ່າງເຕັມສ່ວນແມ່ນສູງຫຼາຍ, ແຕ່ 96% ເຖິງ 98%; ອັດຕາເດັກນ້ອຍອາຍຸຕໍ່າກວ່າ 5 ປີທີ່ຂາດສານອາຫານອາການນໍ້າໜັກຕໍ່າ, ຫຼຸດລົງຈາກ 16,2% ປີ 2012 ລົງເປັນ 12,7% ປີ 2018 ແລະຄາດວ່າຈະຢູ່ທີ່ 12% ໃນປີ 2020.
- ທີ່ຢູ່ອາໄສສຳລັບກຸ່ມຜູ້ດ້ອຍໂອກາດແລະກຸ່ມຄົນມີຄວາມສ່ຽງ ໄດ້ຮັບການສ້າງສາ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດ: ປະຕິບັດນະໂຍບາຍຊ່ວຍເຫຼືອຄອບຄົວທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກດ້ານທີ່ຢູ່ອາໄສ, ໃນໄລຍະປີ 2011 - 2015 ໄດ້ຊ່ວຍເຫຼືອ 531.000 ຄອບຄົວ. ໃນໄລຍະປີ 2016 - 2018 ສືບຕໍ່ຊ່ວຍເຫຼືອ 89.378 ຄອບຄົວທຸກຍາກຢືມເງິນເພື່ອປຸກເຮືອນ, ປີ 2020 ໄດ້ສຳເລັດການຊ່ວຍເຫຼືອໃຫ້ປະມານ 144.000 ຄອບຄົວທຸກຍາກຢືມເງິນ ເພື່ອປຸກເຮືອນ. ຈາກການລະດົມແລະສະໜັບສະໜູນແຫຼ່ງທຶນຂອງວິສາຫະກິດ, ຊຸມຊົນ, ອົງການຈັດຕັ້ງທາງດ້ານການເມືອງ - ສັງຄົມ, ອົງການຈັດຕັ້ງມະຫາຊົນ, ຫວຽດນາມໄດ້ສ້າງໃໝ່ແລະສ້ອມແປງເຮືອນ 323.229 ຫຼັງ ໃຫ້ຜູ້ທຸກຍາກ, ຜູ້ປະສົບຄວາມຫຍຸ້ງຍາກ.
ຮອດທ້າຍປີ 2018 ທົ່ວປະເທດໄດ້ສຳເລັດ 198 ໂຄງການທີ່ຢູ່ອາໄສສັງຄົມ ໂດຍມີອາພາດແມນຫຼາຍກວ່າ 81.700 ຫ້ອງ ເຊິ່ງມີເນື້ອທີ່ຫຼາຍກວ່າ 4.085.000 ຕາແມັດ ສຳລັບປະຊາຊົນທີ່ມີລາຍໄດ້ຕ່ຳ. ແລະກຳລັງຜັນຂະຫຍາຍ 226 ໂຄງການ ໂດຍມີອາພາດແມນປະມານ 182.200 ຫ້ອງ ແລະມີເນື້ອທີ່ປະມານ 9.110.000 ຕາແມັດ. ໂຄງການພັດທະນາທີ່ຢູ່ອາໄສສັງຄົມສຳລັບກຳມະກອນໃນເຂດອຸດສາຫະກຳ ໄດ້ລົງທຶນກໍ່ສ້າງ 100 ໂຄງການ ໂດຍມີອາພາດແມນ 41.000 ຫ້ອງ ແລະເນື້ອທີ່ 2.050.000 ຕາແມັດ; ກຳລັງສືບຕໍ່ຜັນຂະຫຍາຍ 73 ໂຄງການ ໂດຍມີອາພາດແມນ 88.400 ຫ້ອງ ແລະເນື້ອທີ່ 4.420.000 ຕາແມັດ.
- ເຄືອຂ່າຍນ້ຳສະອາດໃນຊົນນະບົດ, ໂດຍສະເພາະຢູ່ພື້ນທີ່ຫ່າງໄກສອກຫຼີກ, ຢູ່ເຂດທີ່ປະສົບຄວາມຫຍຸ້ງຍາກທາງດ້ານເງື່ອນໄຂເສດຖະກິດ - ສັງຄົມ ໄດ້ປະກອບສ່ວນເພີ່ມອັດຕາສ່ວນຂອງປະຊາກອນໃນເຂດຊົນນະບົດ ທີ່ໄດ້ຊົມໃຊ້ນ້ຳດື່ມທີ່ຖືກອະນາໄມ ຈາກ 80,5% ໃນປີ 2012 ຂຶ້ນເປັນ 88% ໃນປີ 2018 ແລະເປັນ 90% ໃນປີ 2020. ອັດຕາສ່ວນຂອງປະຊາກອນໃນເຂດຊົນນະບົດທີ່ໄດ້ຊົມໃຊ້ນ້ຳດື່ມຕາມມາດຕະຖານແຫ່ງຊາດ ເພີ່ມຂຶ້ນຈາກ 38,7% ໃນປີ 2012 ຂຶ້ນເປັນ 52% ໃນປີ 2018 ແລະບັນລຸ 57% ໃນປີ 2020.
- ລະບົບຂໍ້ມູນຂ່າວສານແລະການສື່ສານຂັ້ນຮາກຖານ ໄດ້ຊ່ວຍຫຼຸດຜ່ອນຊ່ອງຫວ່າງໃນການຮັບປະກັນການເຂົ້າເຖິງຂໍ້ມູນຂອງປະຊາຊົນລະຫວ່າງເຂດ, ພາກພື້ນ: ແຕ່ປີ 2017 ໄດ້ສຳເລັດເປົ້າໝາຍການປົກຫຸ້ມຂອງຄື້ນວິທະຍຸແລະໂທລະພາບພື້ນດິນໃນ 100% ຂອງຕາແສງຢູ່ເຂດພູຜາຫ່າງໄກສອກຫຼີກ, ເຂດຊາຍແດນແລະເກາະທະເລ. ຮອດປີ 2018 ໃນ 90% ຂອງຈຳນວນຕາແສງຢູ່ເຂດພູຜາຫ່າງໄກສອກຫຼີກ, ເຂດຊາຍແດນແລະເກາະທະເລ ມີສະຖານີວິທະຍຸຕາແສງ ແລະປີ 2020 ບັນລຸ 100%.
ທີຫ້າ, ການເງິນເພື່ອຄວາມປອດໄພທາງສັງຄົມ ໄດ້ຮັບການເພີ່ມທະວີ, ໃນນັ້ນງົບປະມານຂອງລັດມີບົດບາດນຳພາ ແລະເສີມຂະຫຍາຍການເຂົ້າຮ່ວມປະກອບສ່ວນຂອງວິສາຫະກິດ, ປະຊາຊົນ ແລະຊຸມຊົນສັງຄົມ. ໃນໄລຍະປີ 2012-2019, ລາຍຈ່າຍທັງໝົດຈາກງົບປະມານຂອງລັດເພື່ອປະຕິບັດນະໂຍບາຍບຸລິມະສິດ ໃຫ້ແກ່ຜູ້ທີ່ມີຄຸນງານຄວາມດີຕໍ່ການປະຕິວັດແມ່ນ 256 ພັນຕື້ດົ່ງ; ການໃຊ້ຈ່າຍເພື່ອປະຕິບັດຄວາມປອດໄພທາງສັງຄົມແມ່ນ 1.100 ພັນຕື້ດົ່ງຫວຽດນາມ. ທະນາຄານນະໂຍບາຍເພື່ອສັງຄົມ ໄດ້ຜັນຂະຫຍາຍໂຄງການສິນເຊື່ອພິເສດ 20 ໂຄງການ ດ້ວຍຍອດຈຳນວນເງິນກູ້ທັງໝົດປະມານ 104.836 ຕື້ດົ່ງ. ແຕ່ປີ 2012 ຮອດປີ 2018, ແນວໂຮມປະເທດຊາດຫວຽດນາມຂັ້ນຕ່າງໆ ແລະບັນດາອົງການຈັດຕັ້ງສະມາຊິກ ໄດ້ຮັບການສະໜັບສະໜູນຈາກບັນດາວິສາຫະກິດ, ບັນດາອົງການ, ຫົວ ໜ່ວຍ, ອົງການຈັດຕັ້ງທັງພາຍໃນແລະຕ່າງປະເທດ, ຊາວຫວຽດນາມຢູ່ຕ່າງປະເທດແລະບຸກຄົນ ໄດ້ຫຼາຍກ່ວາ 32.980 ຕື້ດົ່ງຫວຽດນາມ. ຖ້າລວມທັງການໃຊ້ຈ່າຍເພື່ອຄວາມປອດໄພທາງສັງຄົມແລະອຸດໜູນຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ອັດຕາສ່ວນລາຍຈ່າຍຈາກງົບປະມານຂອງລັດແມ່ນປະມານ 3% ຂອງ ຈີດີພີ.
ຜົນສຳເລັດຂອງການປະກັນສັງຄົມໄດ້ປະກອບສ່ວນປະຕິບັດທັດສະນະທີ່ວ່າ ຖືມະນຸດເປັນສູນກາງ ແລະ ບໍ່ປະຜູ້ໃດໄວ້ເບື້ອງຫຼັງຂະບວນການພັດທະນາ. ຫວຽດນາມໄດ້ຮັບການຍອມຮັບຈາກສະຫະປະຊາຊາດວ່າ ເປັນໜຶ່ງໃນບັນດາປະເທດທີ່ນຳໜ້າໃນການປະຕິບັດເປົ້າໝາຍສະຫັດສະວັດ. ຜົນສຳເລັດຂອງການປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມ ໄດ້ປະກອບສ່ວນສຳຄັນເຂົ້າໃນຄວາມພະຍາຍາມພັດທະນາຄົນຫວຽດນາມທາງດ້ານເສດຖະກິດ, ການສຶກສາແລະສຸຂະພາບ, ເພື່ອຄວາມສຸກຂອງປະຊາຊົນ. ລາຍງານການພັດທະນາມະນຸດຂອງໂຄງການພັດທະນາແຫ່ງສະຫະປະຊາຊາດຢືນຢັນວ່າ ດັດຊະນີການພັດທະນາມະນຸດຂອງຫວຽດາມດີຂຶ້ນ ແລະປະຈຸບັນຖືກຈັດເຂົ້າໃນ “ປະເທດທີ່ມີອັນດັບສູງ” ໃນກຸ່ມປະເທດທີ່ມີການພັດທະນາມະນຸດປານກາງ. ກ່ຽວກັບຄະແນນດັດຊະນີການພັດທະນາມະນຸດ, ຫວຽດນາມເພີ່ມຂຶ້ນຈາກ 0,48 ປີ 1990 ຂຶ້ນເປັນ 0,63 ປີ 2019. ກ່ຽວກັບການຈັດອັນດັບ, ຈາກອັນດັບທີ 128 ໃນ 187 ປະເທດແລະດິນແດນໃນປີ 2010, ໄດ້ຂຶ້ນໃນອັນດັບທີ 118 ໃນ 189 ປະເທດແລະດິນແດນໃນປີ 2019.
ເຖິງຢ່າງໃດກໍ່ຕາມ, ລະບົບຄວາມປອດໄພທາງສັງຄົມຂອງຫວຽດນາມຍັງບໍ່ມີຄວາມຍືນຍົງແທ້ເທື່ອ, ມີຂໍ້ຈຳກັດຈຳນວນໜຶ່ງດັ່ງນີ້:
ທີໜຶ່ງ, ລະດັບການປົກຫຸ້ມຂອງລະບົບຄວາມປອດໄພທາງສັງຄົມຍັງບໍ່ທັນສູງ, ເປົ້າໝາຍຜູ້ເຂົ້າຮ່ວມຍັງແຄບ. ອັດຕາກຳລັງແຮງງານທີ່ເຂົ້າຮ່ວມການປະກັນໄພສັງຄົມຍັງຕ່ຳ ຍ້ອນວິທີແກ້ໄຂການເປີດກວ້າງເປົ້າໝາຍບໍ່ມີປະສິດທິຜົນ. ກອງທຶນປະກັນໄພສັງຄົມບໍ່ຍືນຍົງ. ຂະໜາດແລະຄຸນນະພາບຂອງການບໍລິການສັງຄົມໂດຍພື້ນຖານບໍ່ສູງ, ໂດຍສະເພາະແມ່ນຢູ່ເຂດຊົນນະບົດ, ເຂດພູດອຍແລະເຂດຊົນເຜົ່າສ່ວນນ້ອຍ.
ທີສອງ, ກຳລັງຄົນທີ່ປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມມີຈຳກັດ; ລະດັບການຊ່ວຍເຫຼືອຍັງຕ່ຳ, ບໍ່ຮັບປະກັນຄວາມຕ້ອງການຂອງການດຳລົງຊີວິດຕ່ຳສຸດ ໃນຂະນະທີ່ຜູ້ຊົມໃຊ້ຈຳນວນໜຶ່ງຍັງເອື່ອອີງໃສ່ນະໂຍບາຍຂອງລັດ. ທ່າແຮງການມີສ່ວນຮ່ວມຂອງປະຊາຊົນແລະວິສາຫະກິດ ບໍ່ໄດ້ຖືກນຳໃຊ້ຢ່າງເຕັມສ່ວນ.
ທີສາມ, ຜົນການຫຼຸດຜ່ອນຄວາມທຸກຍາກບໍ່ຍືນຍົງ, ຄວາມບໍ່ສະເໝີພາບໂດຍສິ້ນເຊີງ ລະຫວ່າງຄົນຮັ່ງແລະຄົນທຸກຍາກ ມີທ່າອຽງເພີ່ມຂຶ້ນ; ຊ່ອງຫວ່າງການພັດທະນາລະຫວ່າງເຂດແລະກຸ່ມປະຊາກອນ ຍັງບໍ່ຖືກຮັດແຄບ. ອັດຕາສ່ວນຄອບຄົວທຸກຍາກລວມສູນສູງຢູ່ໃນກຸ່ມຊົນເຜົ່າ.
ເພື່ອແກ້ໄຂຂໍ້ຈຳກັດຕ່າງໆ ແລະ ມຸ່ງໄປສູ່ລະບົບຄວາມປອດໄພທາງສັງຄົມທີ່ຍືນຍົງ, ຕອບສະໜອງແລະປັບຕົວໃຫ້ທັນກັບທ່າອຽງການສູງໄວຂອງປະຊາກອນ, ການຫັນເປັນຕົວເມືອງຢ່າງໄວວາ, ຄວາມສ່ຽງດ້ານເສດຖະກິດ - ສັງຄົມ ແລະຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ບໍ່ສາມາດຄາດເດົາໄດ້, ຫວຽດນາມຈຳເປັນຕ້ອງສຸມໃສ່ປະຕິບັດວິທີແກ້ໄຂດັ່ງຕໍ່ໄປນີ້:
ທີໜຶ່ງ, ເພີ່ມທະວີການນຳພາຂອງພັກກອມມູນິດຫວຽດນາມ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ການເຂົ້າຮ່ວມຂອງປະຊາຊົນໃນການປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມ.
ບັນດາອົງການຈັດຕັ້ງພັກທຸກຂັ້ນໄດ້ຊາບຊຶມຢ່າງເລິກເຊິ່ງ, ເປັນເຈົ້າການໃນການປະຕິບັດໜ້າທີ່ຫຼັກແຫຼ່ງ, ແກ່ນສານ; ເພີ່ມທະວີການປະສານສົມທົບລະຫວ່າງບັນດາຂະແໜງການ, ບັນດາທ້ອງຖິ່ນ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາການຈັດຕັ້ງການເມືອງ - ສັງຄົມ, ການເຂົ້າຮ່ວມຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຍູ້ແຮງວຽກງານຂໍ້ມູນຂ່າວສານການສື່ສານເຖິງທຸກຂັ້ນ, ທຸກຂະແໜງການແລະທ້ອງຖິ່ນ. ເພີ່ມທະວີຄວາມເປັນເຈົ້າຂອງທ້ອງຖິ່ນ, ບັນດາອົງການຈັດຕັ້ງ ແລະຊຸມຊົນທີ່ຢູ່ອາໄສ ໃນການປະຕິບັດ, ໃຫ້ຄຳແນະນຳ, ການວິພາກວິຈານ, ການສະເໜີແນະ ແລະການຕິດຕາມການຈັດຕັ້ງປະຕິບັດ.
ທີສອງ, ສືບຕໍ່ປັບປຸງບູລະນະກົນໄກ, ນະໂຍບາຍ ແລະຍົກສູງປະສິດທິຜົນການປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມ ໃຫ້ມີການປົກຫຸ້ມທົ່ວປວງຊົນ.
- ກ່ຽວກັບການສະໜັບສະໜູນການແກ້ໄຂວຽກເຮັດງານທຳ: ພັດທະນາຕະຫຼາດແຮງງານທີ່ສົດໃສ, ຄົບຊຸດ, ທັນສະໄໝແລະເຊື່ອມໂຍງ; ການພັດທະນາວຽກເຮັດງານທຳທີ່ເໝາະສົມ, ຊຸກຍູ້ຂະບວນການຫັນເປັນທາງການຕໍ່ຂົງເຂດທີ່ບໍ່ເປັນທາງການ. ເອົາໃຈໃສ່ການຝຶກອົບຮົມບຸກຄະລາກອນທີ່ມີທັກສະແລະມີຄຸນນະພາບສູງ; ຍົກສູງບົດບາດແລະຄວາມຮັບຜິດຊອບຂອງວິສາຫະກິດໃນການຝຶກອົບຮົມ. ເພີ່ມທະວີການກໍ່ສ້າງການພົວພັນແຮງງານຢ່າງກົມກຽວ, ໝັ້ນຄົງ ແລະກ້າວໜ້າ.
- ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ: ຈັດຕັ້ງປະຕິບັດການຫຼຸດຜ່ອນຄວາມທຸກຍາກຕາມວິທີການຫຼາຍດ້ານ, ໂດຍສະເພາະແມ່ນຢູ່ເຂດຊົນເຜົ່າສ່ວນນ້ອຍ; ຜັນຂະຫຍາຍໂຄງການແຫ່ງຊາດເພື່ອເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຂອງຫວຽດນາມຢ່າງມີປະສິດທິຜົນ ຕາມທິດຮອບດ້ານ, ປົກຫຸ້ມ, ຮັບປະກັນວ່າ ບໍ່ມີຜູ້ໃດຖືກປະໄວ້ເບື້ອງຫຼັງ; ສະໜັບສະໜູນໃຫ້ປະຊາຊົນມີວິຖີຊີວິດການເປັນຢູ່ທີ່ຍືນຍົງ ຜ່ານການຝຶກອົບຮົມແລະການປ່ຽນແປງວຽກເຮັດງານທຳ.ພະນັກງານຕົວແທນໄປສະນີ ກຳລັງໂຄສະນາຂົນຂວາຍຊາວກະສິກອນຢູ່ເມືອງດັກດວາ, ແຂວງຢາລາຍ ຊື້ບັດປະກັນສຸຂະພາບ _ພາບ: TTXVN
- ກ່ຽວກັບການປະກັນໄພສັງຄົມແລະປະກັນສຸຂະພາຍ: ເລັ່ງດຳເນີນການຕາມແຜນປະຕິບັດງານຂອງລັດຖະບານຫວຽດນາມ ເພື່ອຈັດຕັ້ງປະຕິບັດມະຕິເລກທີ 28-NQ/TW, ລົງວັນທີ 23 ພຶດສະພາ 2018, ຂອງກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 12, “ວ່າດ້ວຍການປະຕິຮູບນະໂຍບາຍປະກັນໄພສັງຄົມ”. ຍູ້ແຮງການຈັດຕັ້ງປະຕິບັດການປະກັນສຸຂະພາບທົ່ວປວງຊົນແລະເຊື່ອມຕໍ່ແຂວງ ໃຫ້ປະຊາຊົນໄດ້ຮັບການກວດແລະປົວພະຍາດດ້ວຍການປະກັນສຸຂະພາບ. ເພີ່ມທະວິການຄຸ້ມຄອງລັດຕໍ່ການທຸລະກິດປະກັນໄພທາງການຄ້າ ເພື່ອຮັບໃຊ້ໃຫ້ຄວາມປອດໄພທາງສັງຄົມໄດ້ດີກວ່າອີກ.
- ກ່ຽວກັບການຊ່ວຍເຫຼືອສັງຄົມສຳລັບຜູ້ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ: ອອກແບບບັນດາໂຄງການຊ່ວຍເຫຼືອທີ່ຍືດຫຍຸ່ນ, ຕອບສະໜອງຄວາມຕ້ອງການຂັ້ນພື້ນຖານຂອງຄົນທີ່ມີຄວາມສ່ຽງແລະຂອງຊຸມຊົນ ພາຍຫຼັງໄພທຳມະຊາດແລະໄພພິບັດ; ຮັບປະກັນການສະໜັບສະໜູນຢ່າງທັນທ່ວງທີ ໃຫ້ແກ່ຄົນທີ່ມີຄວາມສ່ຽງ, ກຸ່ມດ້ອຍໂອກາດແລະຊຸມຊົນ ເພື່ອເອົາຊະນະຄວາມສ່ຽງທີ່ເກີດຈາກໂລລະບາດແລະໄພພິບັດທາງທຳມະຊາດ; ປ້ອງກັນແລະຕ້ານການໃຊ້ຄວາມຮຸນແຮງ, ການລ່ວງລະເມີດ, ໂດຍສະເພາະຕໍ່ແມ່ຍິງແລະເດັກນ້ອຍ. ເອົາໃຈໃສ່ໃຫ້ບຸລິມະສິດກວ່າອີກແກ່ເຂດຊົນເຜົ່າສ່ວນນ້ອຍ, ເຂດພູຜາ ແລະ ເຂດທີ່ຖືກຜົນກະທົບຈາກໄພທຳມະຊາດແລະການປ່ຽນແປງສະພາບອາກາດ.
- ກ່ຽວກັບການຮັບປະກັນການບໍລິການສັງຄົມຂັ້ນພື້ນຖານຈຳນວນໜຶ່ງ: ພັດທະນາການບໍລິການສັງຄົມຕາມແບບມືອາຊີບ. ເອົາໃຈໃສ່ຫຼາຍກວ່າອີກເຖິງຄຸນນະພາບຂອງສາທາລະນະສຸກຂັ້ນຮາກຖານ ແລະສາທາລະນະສຸກປ້ອງກັນ; ແກ້ໄຂບັນຫາການຂາດສານອາຫານເດັກ ແລະຄວາມບໍ່ສົມດຸນທາງເພດໃນເວລາເກີດ. ປັບປຸງບູລະນະລະບົບການສຶກສາແຫ່ງຊາດຕາມທິດທາງເປີດກວ້າງ, ກໍ່ສ້າງສັງຄົມຮຽນຮູ້, ຍົກສູງຄຸນນະພາບຂອງການເຜີຍແຜ່ການສຶກສາ. ເພີ່ມທະວີການລົງທຶນ, ຮັບປະກັນນ້ຳສະອາດ ແລະຖະແຫຼງຂ່າວໂຄສະນາການໃນເຂດຊົນເຜົ່າສ່ວນນ້ອຍ, ເຂດພູຜາແລະໝູ່ເກາະທະເລຕ່າງໆ. ຍູ້ແຮງການຫັນເປັນສັງຄົມເພື່ອຮັບປະກັນທີ່ຢູ່ອາໄສທີ່ປອດໄພໃຫ້ປະຊາຊົນ, ໂດຍສະເພາະແມ່ນຜູ້ອົບພະຍົບ, ຜູ້ທີ່ຢູ່ເຂດຖືກຜົນກະທົບຈາກໄພທຳມະຊາດແລະການປ່ຽນແປງສະພາບອາກາດ. ໃນການຄຸ້ມຄອງ, ລັດຫວຽດນາມຕ້ອງເພີ່ມທະວີການຕິດຕາມກວດກາມາດຕະຖານແລະຄຸນນະພາບ ຂອງການບໍລິການສັງຄົມ, ສ້າງເງື່ອນໄຂໃຫ້ພາກເອກະຊົນເຂົ້າຮ່ວມໃນການສະໜອງບໍລິການ, ໂດຍສະເພາະໃນຮູບແບບຫຸ້ນສ່ວນພາກລັດ - ເອກະຊົນ.
ທີສາມ, ລະດົມແຫຼ່ງພະລັງທີ່ຫຼາກຫຼາຍ, ພ້ອມກັນນັ້ນປະຕິບັດການປະສົມປະສານເພື່ອຍົກສູງປະສິດທິຜົນການນຳໃຊ້ແຫຼ່ງພະລັງ ໃນການປະຕິບັດນະໂຍບາຍສັງຄົມ.
ເພີ່ມທະວີແລະຮັບປະກັນແຫຼ່ງກຳລັງການລົງທຶນຂອງລັດ ໃຫ້ມີຈຸດສຸມໃຈກາງ, ບຸລິມະສິດການລົງທຶນໃຫ້ເຂດທີ່ອັດຕາສ່ວນຄົນເຂົ້າເຖິງການບໍລິການສັງຄົມຍັງຕ່ຳ; ພ້ອມກັນນັ້ນ, ລະດົມບັນດາແຫຼ່ງພະລັງອື່ນໃນປະເທດແລະຕ່າງປະເທດ ເພື່ອແກ້ໄຂບັນດາບັນຫາສັງຄົມ. ເຕົ້າໂຮມແຫຼ່ງພະລັງໃຫ້ເຂດທີ່ມີຄວາມຫຍຸ້ງຍາກ, ບໍ່ອຸດໜູນເກື້ອກູນທ້ອງຖິ່ນທີ່ມີຄວາມສາມາດບືນຕົວຂຶ້ນໃນການພັດທະນາເສດຖະກິດ - ສັງຄົມ.
ທີສີ່, ປັບປຸງລະບົບການຄຸ້ມຄອງໃຫ້ທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງ ໃນການກຳນົດແລະຈັດຕັ້ງປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມ.
ຊຸກຍູ້ການກວດຄືນແລະປະສົມເຊື່ອມໂຍງນະໂຍບາຍ, ຫຼຸດຜ່ອນການທັບຊ້ອນແລະການຊ້ຳຊ້ອນ; ເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການລວມຖານຂໍ້ມູນເປັນດິຈິຕອນ. ປະຕິຮູບການບໍລິຫານການເງິນຢ່າງແຂງແຮງ ເພື່ອຍົກສູງປະສິດທິພາບແລະປະສິດທິຜົນ ບົນພື້ນຖານນຳໄຊ້ວິທະຍາສາດ, ເຕັກໂນໂລຊີ, ການຊຳລະເງິນອອນໄລ ແລະຜັນຂະຫຍາຍຢ່າງເປັນເອກະພາບ ບົນພື້ນຖານຖານຂໍ້ມູນລວມສູນ.
ທີຫ້າ, ເພີ່ມທະວີຄວາມຮັບຜິດຊອບໃນການອະທິບາຍລາຍງານ ຂອງບັນດາອົງການຄົ້ນຄວ້າກຳນົດນະໂຍບາຍແລະສະໜອງການບໍລິການສັງຄົມ. ພ້ອມກັນນັ້ນ, ເພີ່ມທະວີການຄົ້ນຄວ້າແລະປະເມີນຢ່າງເປັນເອກະລາດ ກ່ຽວກັບນະໂຍບາຍແລະຜົນຂອງການປະຕິບັດນະໂຍບາຍຄວາມປອດໄພທາງສັງຄົມ./.
------------------------
(1) ພັກກອມມູນິດຫວຽດນາມ: ມະຕິເລກທີ 15-NQ/TW, ວັນທີ 1 ມິຖຸນາ 2012, ຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 11, ກ່ຽວກັບ “ບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະປີ 2012 - 2020”
(2) ຂໍ້ມູນການສຳຫຼວດແຮງງານແລະວຽກເຮັດງານທຳປະຈຳປີ ຂອງກົມໃຫຍ່ສະຖິຕິ, ກະຊວງແຜນການແລະການລົງທຶນຫວຽດນາມ.
(3) ຂໍ້ມູນທີ່ລາຍງານໂດຍອົງການປະກັນໄພສັງຄົມຫວຽດນາມ ແລະ ການສຳຫຼວດແຮງງານແລະວຽກເຮັດງານຂອງກົມໃຫຍ່ສະຖິຕິ, ກະຊວງແຜນການແລະການລົງທຶນຫວຽດນາມ.
(4) ຂໍ້ມູນທີ່ລາຍງານໂດຍກະຊວງແຮງງານ - ທະຫານເສຍອົງຄະແລະສັງຄົມຫວຽດນາມ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 956 (ເດືອນທັນວາ 2020)