ວ.ກ. ອອນໄລ - ຕອນບ່າຍວັນທີ 25 ກຸມພາ 2013, ຢູ່ທີ່ແຂວງອັດຕະປື, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ຫງວຽນຊວັນຝຸກ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ປະທານກຳມາທິການຮ່ວມມືຫວຽດນາມ - ລາວ ເນື່ອງໃນໂອກາດທີ່ສະຫາຍມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.

ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໃຫ້ການຕ້ອນຮັບສະຫາຍ ຫງວຽນຊວັນຝຸກ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ
ຢູ່ທີ່ການຕ້ອນຮັບ, ສະຫາຍຮອງນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ໄດ້ສະແດງຄວາມຂ່ຳນັບຊົມເຊີຍຜົນສຳເລັດຕ່າງໆ ທາງດ້ານວຽກງານພາຍໃນ ແລະ ການຕ່າງປະເທດຂອງປະຊາຊົນລາວອ້າຍນ້ອງ ໃນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ VII; ພິເສດແມ່ນ ລາວໄດ້ຈັດຕັ້ງຢ່າງສຳເລັດຜົນ ກອງປະຊຸມສຸດຍອດ ອາແຊັບ 7 (ASEP 7), ອາເຊັມ 9 (ASEM 9), ເວທີປາໄສ ປະຊາຊົນ, ເວທີປາໄສ ອາຊີ - ເອີຣົບ ແລະ ກາຍເປັນສະມາຊິກອົງການການຄ້າໂລກ ເຊິ່ງໄດ້ຍົກສູງບົດບາດທີ່ຕັ້ງ ແລະ ອິດທິພົນຂອງລາວ ຢູ່ໃນພາກພື້ນ ແລະ ໃນໂລກ ຂຶ້ນຢ່າງບໍ່ຢຸດຢັ້ງ.
ສະຫາຍຮອງນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ຢັ້ງຢືນວ່າ ຫວຽດນາມຢາມໃດກໍ່ເອົາໃຈໃສ່ເປັນສຳຄັນພິເສດ ແລະ ໃຫ້ບຸລິມມະສິດໃນລະດັດສູງສຸດ ແກ່ການປັບປຸງ ແລະ ເພິ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບລາວ.
ໃນຖານະເປັນປະທານກຳມາທິການຮ່ວມມື ຫວຽດນາມ - ລາວ, ສະຫາຍຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຈະຊີ້ນຳບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ ໃຫ້ຕັ້ງໜ້າພະຍາຍາມປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການສຶກສາ-ກໍ່ສ້າງ, ການປ້ອງກັນຄວາມສະຫງົບ-ປ້ອງກັນປະເທດ ກັບບັນດາກະຊວງ ຄະນະກຳມະການ ຂະແໜງການ ແລະ ທ້ອງຖິ່ນຂອງລາວ, ທັງນີ້ກໍ່ເພື່ອແນໃສ່ສ້າງໃຫ້ມີການຜັນປ່ຽນຢ່າງຈະແຈ້ງໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນບັນດາຂົງເຂດເສດຖະກິດ ການຄ້າ ການລົງທຶນ ແລະ ການສຶກສາ-ກໍ່ສ້າງ.
ສະຫາຍ ຈູມມານີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມດີອົກດີໃຈ ແລະ ພຶງພໍໃຈທີ່ເຫັນວ່າ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2012 ໄດ້ສຳເລັດຜົນຢ່າງດີງາມ, ໄດ້ກາຍເປັນງານບຸນມະໂຫລານ ເປັນເຫດການອັນສຳຄັນຢ່າງແທ້ຈິງ ໃນຊີວິດການເມືອງຂອງປະຊາຊົນສອງປະເທດ ແລະ ເປັນຫຼັກໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມ ໃນການພົວພັນລາວ-ຫວຽດນາມ.
ສະຫາຍປະທານປະເທດລາວ ຈູມມານີ ໄຊຍະສອນ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ການທີ່ສະຫາຍຮອງນາຍົກລັດຖະມົນຕີຫງວຽນຊວັນຝຸກ ນຳໜ້າຄະນະຜູ້ແທນລັດຖະບານຫວຽດນາມ ມາຢ້ຽມຢາມບາງທ້ອງຖິ່ນຂອງລາວ ໃນໂອກາດຕົ້ນປີໃໝ່ ເຊິ່ງເປັນການສະແດງໃຫ້ເຫັນເຖິງການເອົາໃຈໃສ່ຂອງພັກ ລັດຖະບານຫວຽດນາມ ຕໍ່ປະຊາຊົນລາວບັນດາເຜົ່າ.
ສະຫາຍປະທານປະເທດລາວ ຈູມມານີ ໄຊຍະສອນ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ແລະ ສະແດງຄວາມຫວັງວ່າ ບັນດາກຸ່ມບໍລິສັດເສດຖະກິດ ວິສາຫະກິດຫວຽດນາມ ຈະສຸມໃສ່ຜັນຂະຫຍາຍປະຕິບັດບັນດາໂຄງການຢ່າງມີປະສິດທິຜົນ, ພິເສດແມ່ນ ສຳເລັດຢ່າງຂາດຂັ້ນບາງໂຄງການຈຸດໜັກໃຈກາງ ຂະໜາດໃຫຍ່ທີ່ຕິດແໜ້ນກັບແຜນພັດທະນາເສດຖະກິດ - ສັງຄົມຂອງລາວ, ພ້ອມກັນນັ້ນ ກໍ່ເອົາໃຈໃສ່ເປັນສຳຄັນເຖິງການທະວີຄູນບັນດາແບບຢ່າງໃນການຮ່ວມມືເສດຖະກິດ, ການລົງທຶນຂອງຫວຽດນາມ ທີ່ຕິດແໜ້ນກັບວຽກງານຮັບປະກັນຊີວິດສັງຄົມຢູ່ລາວ, ເປັນຕົ້ນແມ່ນຢູ່ແຂວງຕ່າງໆ ທີ່ມີຄວາມຫຍຸ້ງຍາກຂອງລາວ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ພັດທະນາຢ່າງຍືນຍົງ./.
ແຫຼ່ງຂ່າວ: TTXVN