ແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ຂອງຖັນແຖວພະນັກງານນຳພາຄຸ້ມຄອງ ໃນການກໍ່ສ້າງ ປັບປຸງພັກ
ວກ.ອອນໄລ - ແບບແຜນ, ວິທີເຮັດວຽກແມ່ນພາກສ່ວນພື້ນຖານໜຶ່ງ ທີ່ປະກອບເປັນບຸກຄະລິກກະພາບຂອງມະນຸດ, ແມ່ນໜຶ່ງໃນບັນດາອົງປະກອບສຳຄັນທີ່ສ່ອງແສງຄຸນນະພາບຂອງພະນັກງານນຳພາ, ຄຸ້ທຄອງ. ເພາະສະນັ້ນ, ກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ຂອງພະນັກງານນຳພາ, ຄຸ້ມຄອງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນໃນການກໍ່ສ້າງ ປັບປຸງພັກ.
ພາບປະກອບ (ພາບ: TTXVN)
ຄວາມຮຽກຮ້ອງຕ້ອງການພາວະວິໄສຕ້ອງກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ຂອງຖັນແຖວພະນັກງານນຳພາ, ຄຸ້ມຄອງໃນເງື່ອນໄຂໃໝ່
ຄຸນນະພາບພະນັກງານແມ່ນການສັງລວມບັນດາຄຸນທາດ, ຄວາມສາມາດ, ຄຸນຄ່າ, ສັບພະຄຸນທີ່ບັນລຸໄດ້ຂອງແຕ່ລະຄົນ ແລະຂອງທັງຖັນແຖວພະນັກງານ, ໄດ້ສະແດງອອກໃນລະດັບສູງຫຼືຕ່ຳ, ໃຕ້ລະດັບ, ເທົ່າກັບລະດັບ ຫຼື ລື່ນລະດັບ ທຽບກັບຄວາມຕ້ອງການໜ້າທີ່ຂອງການປະຕິວັດ ທີ່ວາງອອກມາໃນແຕ່ລະເງື່ອນໄຂລະອຽດ. ແບບແຜນ, ວິທີເຮັດວຽກແມ່ນພາກສ່ວນໜຶ່ງທີ່ປະກອບເປັນຄຸນນະພາບຂອງພະນັກງານ; ແມ່ນຮູບການສ່ອງແສງເຖິງຄຸນທາດການເມືອງແນວຄິດ, ຄຸນສົມບັດ, ຄວາມສາມາດທີ່ໄດ້ຫັນປ່ຽນເປັນທັດສະນະຄະຕິ, ພຶດຕິກຳ ແລະວິທີປະຕິບັດງານຂອງພະນັກງານ ແນໃສ່ບັນລຸປະສິດທິຜົນການເຄື່ອນໄຫວດີສຸດ. ເວົ້າຢ່າງອື່ນ, ແບບແຜນ, ວິທີເຮັດວຽກແມ່ນຮູບການສະແດງອອກພາຍນອກຂອງລວງເລິກແຫ່ງແນວຄິດ; ແມ່ນເນື້ອໃນໜຶ່ງຂອງຈັນຍາບັນການງານ; ແມ່ນເນື້ອໃນໜຶ່ງຂອງຄຸນສົມບັດການງານ; ແມ່ນໄມ້ຫຼາວັດແທກລະດັບ, ຄວາມສາມາດ, ຄຸນທາດຂອງພະນັກງານໃນການເຄື່ອນໄຫວປະຈຳວັນ. ບໍ່ອາດຈະເວົ້າວ່າຜູ້ໜຶ່ງມີແນວຄິດກ້າວໜ້າ, ຄຸນສົມບັດດີ, ລະດັບຄວາມຮັບຮູ້ສູງ,... ຖ້າຫາກທ່າທີ່ອອກແຮງງານຂອງຜູ້ນັ້ນບໍ່ດີ, ພຶດຕິກຳການງານຫຍໍ້ທໍ້, ວິທີເຮັດວຽກຫຼ້າຫຼັງ.
ແບບແຜນຂອງພະນັກງານ ສະມາຊິກພັກມີຄວາມໝາຍສ້າງເປັນວິທີເຮັດວຽກຂອງອົງການຈັດຕັ້ງ, ແບບວິທີນຳພາຂອງພັກ, ຕັດສິນສາຍພົວພັນລະຫວ່າງພັກກັບປະຊາຊົນ ແລະ ປະສິດທິຜົນການງານໃນພັກ... ເມື່ອພະນັກງານ ສະມາຊິກພັກອ່ອນແອທາງດ້ານແບບແຜນ, ວິທີເຮັດວຽກ ຈະນຳໄປສູ່ຜົນກະທົບຫຼາຍຢ່າງ, ມີຄວາມສ່ຽງທີ່ຈະປ່ຽນທາດແທ້ຂອງພັກ, ຊ້ຳບໍ່ໜຳ ເປັນຜົນກະທົບເຖິງການດຳລົງຄົງຕົວຂອງພັກແລະຂອງລະບອບ. ຄວາມເປັນຈິງໃຫ້ເຫັນວ່າ, ພຽງພະນັກງານຄົນໜຶ່ງທີ່ມີທ່າທີອາດຍາສິດ, ກໍ່ຄວາມຫຍຸ້ງເຫຍີງ, ໝິ່ນປະໝາດມະຫານຊົນ ກໍ່ຈະເປັນຜົນກະທົບທາງລົບທັນທີເຖິງກຽດສັກສີຂອງພັກ ແລະອິດທິພົນຂອງກົງຈັກຄຸ້ມຄອງບໍລິຫານລັດ, ເປັນຕົ້ນແມ່ນໃນເງື່ອນໄຂສັງຄົມຂໍ້ມູນຂ່າວສານປະຈຸບັນ. ດັ່ງນັ້ນ, ການກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ບໍ່ພຽງແຕ່ເປັນວິທີແກ້ໄຂສະຖານະການເທົ່ານັ້ນ ແຕ່ຍັງເປັນກົດເກນພາວະວິໄສແຫ່ງການກໍ່ສ້າງ, ພັດທະນາພັກອີກນຳ. ອາໃສສິ່ງດັ່ງກ່າວນັ້ນໄດ້ເຮັດໃຫ້ພັກນັບມື້ນັບໝັ້ນຄົງເຂັ້ມແຂງ, ສາມາດກີດກັ້ນຢ່າງທັນການແລະຍູ້ຖອຍຄວາມສ່ຽງ, ໜໍ່ແໜງພະຍາດທີ່ອັນຕະລາຍໃນການຈັດຕັ້ງກົງຈັກ ແລະໃນຖັນແຖວພະນັກງານ.
ແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ ແລະມືອາຊີບ ຕ້ອງການທີ່ສຸດສຳລັບພະນັກງານທຸກປະເພດ, ທັງພະນັກງານລະດັບສູງ, ພະນັກງານລະດັບກາງ ແລະ ພະນັກງານຂັ້ນຮາກຖານ. ຢູ່ໃນລະດັບຍິ່ງສູງ, ຂອບເຂດກະທົບຂອງອຳນາດກໍ່ຈະຍິ່ງກວ້າງໃຫຍ່, ໃນກໍລະນີນັ້ນແບບແຜນ, ວິທີເຮັດວຽກຂອງພະນັກງານບໍ່ພຽງແຕ່ມີຄວາມໝາຍຕໍ່ແຕ່ລະຄົນ ແຕ່ຍັງເປັນຕົວແທນໃຫ້ແກ່ວັດທະນະທຳນຳພາຂອງອົງການກຳອຳນາດ. ຢູ່ໃນຂັ້ນຮາກຖານ, ຂອບເຂດກະທົບຂອງອຳນາດເຖິງວ່າຖືກຈຳກັດໃນພື້ນທີ່ລະອຽດ ແລະໃນວຽກງານທີ່ແນ່ນອນກໍຕາມ, ແຕ່ທຸກການເຄື່ອນໄຫວຂອງພະນັກງານລ້ວນແຕ່ແຕະຕ້ອງເຖິງສິດຜົນປະໂຫຍດ, ຄວາມຕ້ອງການປະຈຳວັນຂອງປະຊາຊົນ, ສະນັ້ນຈຶ່ງງ່າຍນທີ່ຈະຖືກການກະທົບຕອບ ແລະເກີດການປະທະສັງຄົມ ຖ້າຫາກພະນັກງານມີທ່າທີໂອ້ອວດທະນົງຕົວ, ອາດຍາສິດ, ຂາດຄວາມນັບຖືປະຊາຊົນ, ໃຊ້ວິທີເຮັດວຽກຫຼ້າຫຼັງ ມີປະສິດທິຜົນຕ່ຳ. ກົງກັນຂ້າມ, ຖ້າຫາກພະນັກງານຮາກຖານມີທັດສະນະຄະຕິຖືກຕ້ອງ, ແບບແຜນປະຊາທິປະໄຕ, ເຮັດວຽກຢ່າງສຸດອົກສຸດໃຈ ມີຄວາມຮັບຜິດຊອບ... ກໍ່ງ່າຍທີ່ຈະໄດ້ຮັບຄວາມເຊື່ອຖື ຮັກແພງຂອງປະຊາຊົນ. ດັ່ງນັ້ນ, ກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ ແລະມືອາຊີບ ແມ່ນໜ້າທີ່ສຳຄັນໃນການກໍ່ສ້າງຖັນແຖວພະນັກງານນຳພາ, ຄຸ້ມຄອງຂັ້ນຕ່າງໆຢູ່ປະເທດເຮົາໃນປະຈຸບັນ.
ກຳເນີດໃນສັງຄົມກະສິກຳນ້ອຍ, ບໍ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນສັງຄົມອຸດສາຫະກຳ ແລະພື້ນຖານບໍລິການລະດັບມືອາຊີບ, ຊ້ຳຍັງຖືກຜົນກະທົບຢ່າງໜັກໜ່ວງຂອງກົນໄກເກື້ອກູນລວມສູນອາດຍາສິດ, ດັ່ງນັ້ນ ພະນັກງານນຳພາ ຄຸ້ມຄອງພາກສ່ວນໜຶ່ງທີ່ບໍ່ໜ້ອຍຂອງປະເທດເຮົາ ຈຶ່ງບໍ່ຄຸ້ນເຄີຍກັບແບບແຜນ, ວິທີເຮັດວຽກແບບທັນສະໄໝ, ວິທະຍາສາດ, ປະຊາທິປະໄຕ, ມືອາຊີບ. ຂໍ້ຈຳກັດລວມໃນແບບແຜນ, ວິທີການນຳພາ ຄຸ້ມຄອງຂອງພະນັກງານນຳພາ ຄຸ້ມຄອງພາກສ່ວນໜຶ່ງທີ່ບໍ່ນ້ອຍຂອງປະເທດເຮົາແມ່ນດັ່ງນີ້:
- ລັກສະນະຜີວເຜີນ, ໂດຍທົ່ວໄປ, ນິຍົມບົດຮຽນປະສົບການ, ຂາດຈິນຕະນາການລະບົບ, ເຮັດວຽກບໍ່ມີການວາງແຜນແບບວິທະຍາສາດ, ບໍ່ຄ່ອຍເອົາໃຈໃສ່ເຖິງການກວດກາ, ກວດສອບ ເພື່ອຮັບປະກັນໃຫ້ແຜນການໄດ້ດຳເນີນໄປເປັນຢ່າງດີ, ເພີ່ມປະສິທິພາບການເຮັດວຽກຕາມເປົ້າໝາຍທີ່ຄາດໄວ້; ເບິ່ງເບົາການສະຫຼຸບເບື້ອງຕົ້ນ-ສະຫຼຸບສັງລວມ, ຫຼືດຳເນີນການແບບພໍແລ້ວມື. ຍ້ອນຂາດຈິນຕະນາການລະບົບ ດັ່ງນັ້ນຈຶ່ງຄັດເລືອກບັນຫາຈຸດໜັກໃຈກາງບໍ່ໄດ້ ເພື່ອສຸມໃສ່ຊີ້ນຳສ້າງການບຸກທະລຸ, ຊຶ່ງມັກຈະແຜ່ກະຈ່າຍບັນຫາ “ພ້ອມກັນກ້າວໄປຂ້າງໜ້າ” ເຮັດໃຫ້ແຫຼ່ງພະລັງຖືກກະແຈກກະຈ່າຍ, ບໍ່ບັນລຸຜົນທີ່ຕ້ອງການ, ກໍ່ໃຫ້ເກີດການຟຸມເຟືອຍເສຍຫາຍທັງການເງິນ, ເວລາ ແລະກຳລັງຄົນ. ດ້ານອື່ນ, ເມື່ອມີຄວາມເຫັນຂັດແຍ້ງໃນຄະນະນຳ ກໍ່ບໍ່ຄ່ອຍຈະໄດ້ປຶກສາພິຈາລະນາເຖິງຮາກເຫງົ້າຂອງບັນຫາ, ຊຶ່ງຢູ່ບ່ອນນີ້ຫຼືບ່ອນອື່ນເຄີຍມີການເຮັດແບບ ເຄິ່ງໆກາງໆ, ປະສົມກົມກຽວຄວາມເຫັນຕ່າງໆ ເພື່ອໃຫ້ມີ “ຄວາມເປັນເອກະພາບ” ທາງດ້ານຮູບນອກ ແຕ່ແກ້ໄຂທາດແທ້ຂອງບັນຫາບໍ່ໄດ້.
- ເຮັດວຽກແບບ "ຕາມໃຈ", ຖືຄວາມສຳພັນທາງອາລົມ, ຄວາມຄຸ້ນເຄີຍສູງກວ່າຫຼັກການ, ລະບຽບວິໄນ. ບໍ່ເຮັດຫຼ້ອນຄວາມຮັບຜິດຊອບຂອງຕົນ, ເຮັດແຕ່ວຽກງ່າຍ, ປະວຽກຍາກ, ແຕ່ມັກຈະລ່ວງເກີນອຳນາດຂອງຜູ້ອື່ນ ຂອງໜ່ວຍງານອື່ນເມື່ອເຫັນມີຜົນປະໂຫຍດ. ບົດຮຽນຈາກຄະດີໃຫຍ່ ນ້ອຍທີ່ຜ່ານມາມໍ່ນີ້ລ້ວນແຕ່ໃຫ້ເຫັນເຖິງຜົນກະທົບຂອງການປ່ອຍປະລະຫຼວມລະບຽບວິໄນໃນການນຳພາ ຄຸ້ມຄອງ ຫຼືການເຮັດວຽກແບບ “ຕາມໃຈ”, ປະໃຫ້ຄວາມສຳພັນທາງອາລົມຄວາມຄຸ້ນເຄີຍ ມ້າງເພຫຼັກການ, ລະບຽບວິໄນຂອງການຈັດຕັ້ງ.
- ການວາງມາດຕະການນຳພາຄຸ້ມຄອງບໍ່ຄ່ອຍອີງໃສ່ຂໍ້ມູນ, ຫຼັກຖານວິທະຍາສາດ, ຄຳປຶກສາວິຈານຂອງຜູ້ຊ່ຽວຊານ ແລະການປະກອບຄວາມເຫັນຂອງປະຊາຊົນ ເພື່ອເລືອກວິທີທີ່ດີທີ່ສຸດ. ເມື່ອຜັນຂະຫຍາຍປະຕິບັດກໍ່ບໍ່ກຳນົດແຈ້ງແຫຼ່ງພະລັງທີ່ຕ້ອງການແລະພຽງພໍ, ແຫຼ່ງພະລັງພື້ນຖານແລະແຫຼ່ງພະລັງສຳຮອງ (ການເງິນ, ວັດຖຸອຸປະກອນ, ກຳລັງຄົນ, ຂໍ້ມູນຂ່າວສານ, ເວລາ), ພາກສ່ວນຮັບຜິດຊອບຕົ້ນຕໍ, ກຳລັງປະສານງານ, ກົນໄກແລະແບບວິທີການຈັດຕັ້ງ, ຄາດຄະເນກ່ຽວກັບສິ່ງທ້າທາຍທີ່ຕ້ອງຜ່ານຜ່າ, ໂອກາດທີ່ຕ້ອງສວຍໃຊ້. ຂາດຈິດສຳນຶກກ່ຽວກັບການປະຢັດ, ຍາດແຍ່ງສວຍໃຊ້ເວລາ, ດັ່ງນັ້ນຈຶ່ງເຄີຍປະລະໂອກາດການພັດທະນາ, ໃຊ້ເວລາຫຼາຍເກີນໄປໃຫ້ແກ່ວຽກງານລະຫວ່າງກາງ, ບໍ່ລວມສູນເວລາໃຫ້ແກ່ໜ້າທີ່ສຳຄັນຕົ້ນຕໍ.
- ຈິດໃຈຮ່ວມມື, ປະສານງານ, ເຮັດວຽກເປັນທີມງານຍັງອ່ອນ; ບໍ່ເອົາໃຈໃສ່ເຖິງການນຳໃຊ້ຜູ້ຊ່ຽວຊານ ເພື່ອຮັບຄຳປຶກສາກ່ຽວກັບບັນຫາວິຊາສະເພາະ ຫຼືຕ້ອງມີການຈິນຕະນາການສັງເຄາະ. ເມື່ອເຮັດວຽກຕາມ ”ທີມງານ" ມັກບັນຊາຕາມແບບ ເອກິບ ງ່າຍດາຍ, ຖືເປັນກັນເອງ, ບໍ່ສົດໃສ, ບໍ່ເບິ່ງໂດຍກົງໃສ່ບັນຫາທີ່ມີຄວາມຂັດແຍ່ງທາງທັດສະນະ, ວິທີເຂົ້າເຖິງ, ວິທີແກ້ໄຂ. ໃນຂະນະນັ້ນ, ການເຮັດວຽກຕາມທີມງານ, ການເພີ່ມທະວີຄວາມຮ່ວມມື, ເຊື່ອມຕໍ່ ແລະນຳໃຊ້ຜູ້ຊ່ຽວຊານ ແມ່ນແບບແຜນທີ່ຕ້ອງມີສຳລັບຜູ້ນຳລະດັບມືອາຊີບໃນສັງຄົມສະໄໝໃໝ່, ຊ່ວຍໃຫ້ເກັບກຳແລະປະເມີນຜົນຂໍ້ມູນຫຼາຍດ້ານ, ສັບສົນ, ຈັດການແກ້ໄຂສະຖານະການທີ່ຍາກລຳບາກ.
- ບໍ່ຄ່ອຍມີນິໄສໃນການປຶກສາຫາລືກັບຜູ້ທີ່ມີຄວາມເຫັນແຕກຕ່າງກັບຄວາມຄິດເຫັນຂອງຕົນເອງ, ຊ້ຳຍັງມີປະກົດການບັງຄັບໃຫ້ຍອມຮັບ, ອະຄະຕິ. ນັ້ນແມ່ນປະກົດການ “ຜູກຂາດຄວາມຈິງ”, ບັງຄັບໃຫ້ຜູ້ອື່ນຕ້ອງເຊື່ອຟັງ ໂດຍບໍ່ໃຊ້ການຂົນຂວາຍຊວນເຊື່ອໃຫ້ເຂົາປະຕິບັດມະຕິຢ່າງຕື່ນຕົວສະໝັກໃຈ. ຈຸດອ່ອນຂອງແບບແຜນນຳພາຄຸ້ມຄອງນີ້ແມ່ນ ມັນຈຳກັດການເກັບກຳຂໍ້ມູນຂ່າວສານ; ຍາກທີ່ຈະສາມັກຄີ, ເຕົ້າໂຮມກຳລັງອັນກວ້າງຂວາງ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງໄວ້; ຊ້ຳຍັງອາດຈະຊຸກດັນພາກສ່ວນໜຶ່ງເຂົ້າໃນສະພາບການຕ້ານຢັນ ຫຼື “ຢຸດງານ” ບໍ່ປະຕິບັດຕານການຕັດສິນຂອງຜູ້ນຳ. ນຳພາໃນລະດັບຍິ່ງສູງແມ່ນເປົ້າໝາຍຂອງການນຳພາຍິ່ງອຸດົມສົມບູນ, ຄວາມແຕກຕ່າງໃນຄວາມຄິດເຫັນໃນສັງຄົມຍິ່ງມີຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ຍ້ອນຜົນປະໂຫຍດແຊກຄຸມເທົ່ານັ້ນ ຫາກຍັງກວມທັງຄຸນຄ່າທີ່ສະແຫວງຫາ. ເພາະສະນັ້ນ, ກໍ່ສ້າງແບບແຜນສົນທະນາ, ເຄົາລົບຄວາມເຫັນທີ່ແຕກຕ່າງ ແມ່ນບັນຫາພື້ນຖານທີ່ສຸດຂອງວັດທະນະທຳການນຳພາຄຸ້ມຄອງ.
- ໜັກໄປທາງແບບແຜນອາດຍາສິດ, ຫ້ອງການເຈ້ຍສໍ, ຫ່າງເຫີນຈາກຄວາມເປັນຈິງ, ຂາດປະຊາທິປະໄຕ, ແຫຼ່ງ “ສົ້ນເຂົ້າ” ໃຫ້ແກ່ການປະກາດໃຊ້ມະຕິຕົກລົງການບໍລິຫານແມ່ນເຈດຈຳນົງອັດຕະວິໄສ. ປະທານໂຮ່ຈີມິນໄດ້ຊີ້ໃຫ້ເຫັນວ່າ, ພວກຄົນເຫຼົ່ານີ້ຮູ້ພຽງແຕ່ “ເປີດງານບຸນ”, ຂຽນມະຕິ, ອອກຄຳສັ່ງ, ບໍ່ຄ່ອຍເອົາໃຈໃສ່ເຖິງຄວາມເຫັນຂອງໝູ່ຄະນະ, ຄວາມຕ້ອງການ ປະລະຄວາມປາຖະໜາຂອງປະຊາຊົນ, ບໍ່ໄດ້ສືບສວນຄົ້ນຄວ້າຢ່າງຮອບຄອບ, ບໍ່ເອົາໃຈໃສ່ເຖິງປະຕິກິລິຍາຂອງປະຊາຊົນ ຂອງຜູ້ທີ່ຖືກຜົນກະທົບຈາກມະຕິຕົກລົງການເມືອງ ການບໍລິຫານ. ເມື່ອອອກມະຕິຕົກລົງແລ້ວກໍ່ມີແຕ່ໂຄສານາໂຮ່ຮ້ອງເທົ່ານັ້ນ ໂດຍບໍ່ມີການຊຸກຍູ້ ກວດກາ, ບໍ່ອະທິບາຍໃຫ້ປະຊາຊົນເຂົ້າໃຈ, ບໍ່ເອົາໃຈໃສ່ເຖິງລັກສະນະເປັນໄປໄດ້ຂອງມະຕິຕົກລົງໃນພາກຕົວຈິງ. ເມື່ອພົບຄວາມຫຍຸ້ງຍາກໃນພຶກຕິກຳກໍ່ບໍ່ຊອກຫາສາເຫດເພື່ອດັດປັບແຜນການ, ຊ້ຳບໍ່ໜຳຍັງພະຍາຍາມລວມສູນແຫຼ່ງພະລັງແບບ “ພະຍາຍາມເຮັດໃຫ້ຈົນໄດ້”, ເຮັດໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງ. ເມື່ອລົ້ມເຫຼວກໍ່ບໍ່ກ້າເບິ່ງໂດຍກົງໃສ່ຄວາມຈິງເພື່ອສຳຫຼວດ ຕີລາຄາຢ່າງເຂັ້ມງວດ ແລະຖອດຖອນບົດຮຽນ ແຕ່ມັກ “ໂຕ້ອ້າງຕໍ່ວ່າ” ຍືດເຍືອຄົດໂຄ້ງ, ຫາວິທີຖິ້ມໂທດໃຫ້ສະພາບການພາວະວິໄສ.
ໂດຍຮັບຮູ້ແຈ້ງກ່ຽວກັບບັນດາເຫດການປະຫວັດສາດ ທີ່ຍັງສົ່ງຜົນກະທົບຢ່າງໜັກໜ່ວງເຖິງຖັນແຖວພະນັກງານ, ພາຍຫຼັງການປະຕິວັດເດືອນສິງຫາປີ 1945, ປະທານໂຮ່ຈີມິນໄດ້ຕຳໜິວິພາກ ແລະຮຽກຮ້ອງໃຫ້ປ່ຽນແປງແບບແຜນ ວິທີຫຼ້າຫຼັງທີ່ບໍ່ສອດຄ່ອງເໝາະສົມກັບທາດແທ້ຂອງອຳນາດການປົກຄອງປະຕິວັດ, ເຊັ່ນພະຍາດອາດຍາສິດ ຫ້ອງການເຈ້ຍສໍ, ຫ່າງເຫີນຈາກຄວາມເປັນຈິງ, ບົດຮຽນນິຍົມ, ຜິວເຜີນລວມໆ, ເບິ່ງເບົາຄວາມປາຖະໜາຂອງປະຊາຊົນ ແລະຄວາມເຫັນຂອງຂັ້ນລຸ່ມ, ຖືຕົນສູງກວ່າອົງການຈັດຕັ້ງ... ເມື່ອກ້າວເຂົ້າສູ່ການຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ຢູ່ເຂດພູຜາປ່າໄມ້ຫວຽດບັກ, ເດືອນຕຸລາ 1947, ປະທານໂຮ່ຈີມິນໄດ້ຂຽນສຳເລັດນິພົນທີ່ລືຊື່ “ປ່ຽນແປງໃໝ່ວິທີເຮັດວຽກ” ດ້ວຍນາມປາກກາ X.Y.Z ຊຶ່ງໃນນັ້ນໄດ້ຊີ້ແຈ້ງວ່າ “ຕ້ອງປ່ຽນແປງໃໝ່ວິທີເຮັດວຽກຂອງພັກ”. ເພິ່ນໄດ້ເນັ້ນໜັກວ່າ, ຖ້າຫາກພະນັກງານ, ສະມາຊິກພັກແຕ່ລະຄົນເຮັດວຽກ ຖືກຕ້ອງກວ່າອີກ, ຄ່ອງແຄ້ວກວ່າອີກ, ແມ່ນຜົນສຳເລັກຂອງພັກຈະໃຫຍ່ຫຼວງກວ່າອີກ. ພະນັກງານແລະສະມາຊິກພັກເຮັດບໍ່ຖືກຕ້ອງ, ບໍ່ຄ່ອງແຄ້ວ, ກໍ່ຈະມີຂໍ້ບົກພ່ອງຫຼາຍ. ຂໍ້ບົກພ່ອງຫຼາຍ, ຜົນສຳເລັດຈະໜ້ອຍ. ຂໍ້ບົກພ່ອງໜ້ອຍ, ຜົນສຳເລັດຈະຫຼາຍ (1). ເພິ່ນໄດ້ຊີ້ໃຫ້ເຫັນ 12 ພະຍາດຂອງແບບແຜນ, ວິທີທີ່ຫຼ້າຫຼັງ: ສະຫາວ, ພະຍາດທ້ອງຖິ່ນ, ພະຍາດມັກຊື່ສຽງຍົດສັກ, ພະຍາດຂາດລະບຽບວິໄນ, ພະຍາດລຸກລົນຊະຊາຍ, ພະຍາດຫ່າງເຫີນມະຫາຊົນ, ພະຍາດອັດຕະວິໄສ, ພະຍາດຮູບນອກ, ພະຍາດຂີ້ຖີ່, ພະຍາດຫຼິ້ນແສ້ພານສາວ, ພະຍາດບໍ່ເປັນລະບຽບຮຽບຮ້ອຍ, ພະຍາດຂີ້ຄ້ານ (2). ພ້ອມກັນນັ້ນ, ເພິ່ນກໍ່ໄດ້ຊີ້ແຈ້ງບັນດາວິທີການ, ມາດຕະການເພື່ອປົວພະຍາດເຫຼົ່ານັ້ນຢ່າງລະອຽດແທດຈິງທີ່ສຸດ.
ກ້າວເຂົ້າສູ່ໄລຍະແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ, ກິດຈະການປ່ຽນແປງໃໝ່ຈະໄດ້ຮັບຜົນສຳເລັດກໍ່ຕໍ່ເມື່ອຖັນແຖວພະນັກງານໄດ້ຮັບການກໍ່ສ້າງໃຫ້ໝັ້ນຄົງເຂັ້ມແຂງ, ສະອາດປອດໃສ. ຢາກໄດ້ຄືແນວນັ້ນ, ພ້ອມກັນກັບການປ່ຽນແປງໃໝ່ຈິນຕະນາການ ແມ່ນຕ້ອງແກ້ໄຂ, ປັບປຸງແບບແຜນ, ວິທີ ເຮັດວຽກ, ພິເສດແມ່ນບັນດາແບບແຜນເກົ່າແກ່ ທີ່ໄດ້ຊຶມເລິກຢູ່ໃນຖັນແຖວພະນັກງານ, ສະມາຊິດພັກພາຍໃຕ້ກົນໄກລວມສູນອາດຍາສິດເກື້ອກູນ ຊຶ່ງພວມເປັນອຸປະສັດທີ່ກີດຂວາງພາລະກິດປ່ຽນແປງໃໝ່ປະເທດຊາດ. ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກໄດ້ຮຽກຮ້ອງໃຫ້ “ແກ້ໄຂປ່ຽນແປງແບບແຜນເຮັດວຽກ, ລົງເລິກ, ໃກ້ຊິດພາກຕົວຈິງ” (3); ເຊີດຊູວິທີເຮັດວຽກແບບປະຕິບັດຕາມຫຼັກການ, ລະບຽບວິໄນຂອງພັກ; ເປີດກວ້າງການດຳເນີນຊີວິດປະຊາທິປະໄຕ; ຄົ້ນຄວ້າບັນດາບົດຮຽນປະດິດສ້າງຂອງພື້ນຖານ ແລະທ້ອງຖິ່ນ, ຮັບຟັງຄວາມຄິດເຫັນຂອງມະຫາຊົນ, ຂອງຜູ້ຊ່ຽວຊານແລະນັກວິທະຍາສາດ; ກໍ່ສ້າງກົດລະບຽບການເຮັດວຽກ ແລະລະບອບການງານ, ການດຳເນີນຊີວິດ ເພື່ອເຮັດວຽກຕາມກົດລະບຽບ (4). ບັນດາກອງປະຊຸມໃຫຍ່ຂອງພັກໃນສະໄໝແຫ່ງການປ່ຽນແປງໃໝ່ ລ້ວນແຕ່ເນັ້ນເຖິງຄວາມຕ້ອງການຕ້ອງເອົາໃຈໃສ່ຢ່າງເປັນປະຈຳເຖິງການກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດໃຫ້ພະນັກງານ ສະມາຊິກພັກ. ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ກຳນົດວ່າ ຕ້ອງກໍ່ສ້າງແລະປະຕິບັດຂໍ້ກຳນົດເປັນຢ່າງດີ ເພື່ອເສີມຂະຫຍາຍບົດບາດເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນດຳລົງຊີວິດ, ແບບແຜນແລະວິທີເຮັດວຽກຂອງພະນັກງານ ສະມາຊິກພັກ, ໂດຍສະເພາະພະນັກງານນຳພາຂັ້ນຕ່າງໆ, ຜູ້ເປັນຫົວໜ້າສຳນັກງານອົງການ ກົມກອງ (5). ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XII ໄດ້ຊີ້ໃຫ້ເຫັນປະກົດການຕ່າງໆຂອງຄວາມເຊື່ອມໂຊມທາງດ້ານແບບແຜນ, ວິທີເຮັດວຽກ, ເຊັ່ນ ປະຕິບັດບັນດາຫຼັກການຈັດຕັ້ງຂອງພັກບໍ່ເຂັ້ມງວດ; ເຈດຈຳນົງສູ້ຊົນຖືກຕົກຕ່ຳ, ບໍ່ເປັນແບບຢ່າງໃນການງານ; ຫຼີກລ່ຽງຄວາມຮັບຜິດຊອບ, ຂາດຄວາມຮັບຜິດຊອບ, ນິຍົມສະເລ່ຍປານກາງ, ເຮັດວຽກແບບຜິວເຜີນ ພໍແລ້ວມື; ບໍ່ເຮັດຫຼ້ອນພາລະໜ້າທີ່ທີ່ໄດ້ຮັບມອບໝາຍ; ເວົ້າບໍ່ໄປຄຽງຄູ່ກັບເຮັດ; ໃຫ້ຄຳໝັ້ນສັນຍາຫຼາຍແຕ່ເຮັດໜ້ອຍ; ເວົ້າຢ່າງໜຶ່ງ, ເຮັດໄປອີກທາງໜຶ່ງ; ເຈດຈຳນົງນິຍົມ, ບັງຄັບໃຊ້, ອະນຸລັກນິຍົມ, ພຽງແຕ່ເຮັດຕາມຄວາມມັກຢາກຂອງຕົນເອງ; ບໍ່ຍອມຮ່ຳຮຽນ, ຮັບຟັງ, ຮັບເອົາຄວາມຄິດເຫັນທີ່ສົມເຫດສົມຜົນຂອງຜູ້ອື່ນ; ທ່າທີອາດຍາສິດ ຫ່າງເຫີນມະຫາຊົນ, ບໍ່ໃກ້ຊິດຕິດແທດກັບຮາກຖານ, ຂາດການກວດກາ, ຊຸກຍູ້, ບໍ່ກຳແໜ້ນສະພາບການຂອງທ້ອງຖິ່ນ, ຂອງສຳນັກງານອົງການ ກົມກອງ; ເມີນເສີຍ, ບໍ່ສົນໃຈ, ຂາດຄວາມຮັບຜິດຊອບຕໍ່ຄວາມຫຍຸ້ງຍາກ, ຄວາມຮ້ອນເຄືອງ ແລະຄວາມຮຽກຮ້ອງຕ້ອງການທີ່ຖືກຕ້ອງຂອງປະຊາຊົນ...(6). ຄວາມເສື່ອມໂຊມທາງດ້ານແບບແຜນ ວິທີເຮັດວຽກ ຖືກຖືວ່າເປັນພາກສ່ວນໜຶ່ງຂອງຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ ແລະຕ້ອງສຸມໃສ່ຈັດການແກ້ໄຂ, ຜ່ານຜ່າ.
ກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ສຳລັບພະນັກງານນຳພາ ຄຸ້ມຄອງໃນໄລຍະໃໝ່
ເພື່ອກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ສຳລັບພະນັກງານນຳພາ ຄຸ້ມຄອງນັ້ນ, ຄຽງຄູ່ກັບບັນດາວິທີແກ້ໄຂລວມເຊັ່ນ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ, ເພີ່ມທະວີການຕິຊົມຕົນເອງແລະຕິຊົມ,... ຂໍເນັ້ນໜັກບາງວິທີແກ້ໄຂ ທີ່ລະອຽດລຸ່ມນີ້:
ທີໜຶ່ງ, ເປັນເອກະພາບຄວາມຮັບຮູ້ໃນທົ່ວພັກແລະລະບົບການເມືອງ, ທົ່ວສັງຄົມ, ທຸກສຳນັກງານອົງການ ກົມກອງ ກ່ຽວກັບຄວາມຕ້ອງການອັນຮີບດ່ວນທີ່ຕ້ອງປ່ຽນແປງໃໝ່, ປັບປຸງແບບແຜນ, ວິທີເຮັດວຽກຂອງພະນັກງານ, ສະມາຊິກພັກ. ຕ້ອງເບິ່ງວຽກງານນີ້ເປັນການບູລະນະບຸກຄະລິກະພາບຂອງແຕ່ລະຄົນ ແລະຍັງເປັນມາດຕະການອັນພື້ນຖານ ເພື່ອກໍ່ສ້າງອົງການຈັດຕັ້ງ, ສຳນັກງານອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງ. ເພາະວ່າ, ແບບແຜນ ວິທີເຮັດວຽກຂອງແຕ່ລະຄົນເປັນການສະແດງອອກຢ່າງລະອຽດແລະມີຊີວິດຊີວາເຖິງວິທີເຮັດວຽກຂອງໝູ່ຄະນະ, ມັນຕັດສິນປະສິດທິຜົນການນຳພາຂອງພັກ ການຄຸ້ມຄອງຂອງລັດ, ເປັນການສະແດງອອກເຖິງຄຸນນະພາບພະນັກງານ ຊຶ່ງປະຊາຊົນອາດຈະວັດແທກເປັນປະຈຳທຸກວັນ ດ້ວຍຄວາມເພີງພໍໃຈຫຼືບໍ່ພໍໃຈ, ເຫັນດີຕອບສະໜອງຫຼືຂັດຂ້ອງ, ຄັດຄ້ານ. ປ່ຽນແປງໃໝ່ແບບແຜນ, ວິທີເຮັດວຽກບໍ່ໝາຍຄວາມວ່າພຽງແຕ່ສຸມໃສ່ແກ້ໄຂຂໍ້ບົກພ່ອງ, ແຕ່ມັນແມ່ນຂະບວນວິວັດທີ່ພະນັກງານຕ້ອງປ່ຽນໃໝ່ຕົນເອງເລື້ອຍໆ, ປົວແປງບຸກຄະລິກກະພາບໃຫ້ສົມບູນ. ບັນດາພະນັກງານທີ່ມີທ່າທີ່ການງານບໍ່ຖືກຕ້ອງ, ມີກິລິຍາທ່າທາງແລະແບບແຜນອາດຍາສິດ, ມີວິທີເຮັດວຽກທີ່ຂາດປະຊາທິປະໄຕນັ້ນ ຕ້ອງຖືວ່ານີ້ເປັນໂອກາດເພື່ອປັບປຸງດ້ວຍຕົນເອງ, ແກ້ໄຂຂໍ້ບົກພ່ອງຂອງຕົນ, ນຳພາບໃໝ່ສູ່ສາທາລະນະຊົນ, ຝຶກຝົນຫຼໍ່ຫຼອມບຸກຄະລິກກະພາບ ແລະເພີ່ມສະມັດຕະພາບຂອງວຽກງານ. ບັນດາພະນັກງານທີ່ມີແບບແຜນ, ວິທີເຮັດວຽກທີ່ເໝາະສົມ, ໄດ້ຮັບຄວາມນັບຖືຈາກໝູ່ຄະນະ ເພື່ອນຮ່ວມອາຊີບ ແລະປະຊາຊົນ, ບໍ່ໄດ້ພໍໃຈໃນຕົວເອງ, ຍັງຕ້ອງມີຄວາມຮັບຜິດຊອບບູລະນະ, ຫັນເປັນທັນສະໄໝ ອັບເດດທ່າອຽງໃໝ່ຂອງຍຸກສະໄໝ, ກາຍເປັນພາກສ່ວນກ້າວໜ້ານຳພາບັນດາພາກສ່ວນອື່ນ, ສ້າງການກະທົບແຜ່ກວ້າງໃນສັງຄົມ. ຄະນະພັກ, ໜ່ວຍງານແຕ່ລະໜ່ວຍຕ້ອງສົມທົບລະຫວ່າງການຍູ້ແຮງການອົບຮົມສຶກສາ ກັບເພີ່ມທະວີການກວດກາ, ຕິດຕາມກວດກາ, ດັດແກ້, ຈັດການແກ້ໄຂຢ່າງທັນການ ຕໍ່ບັນດາປະກົດການຜິດເຂວທາງດ້ານແບບແຜນ, ວິທີເຮັດວຽກ ທີ່ພວມເປັນຜົນສະທ້ອນບໍ່ດີເຖິງຮູບພາບແລະຄວາມເຊື່ອຖືຂອງປະຊາຊົນ. ສູງກວ່າອີກແມ່ນຕ້ອງກຳນົດໄດ້ວັດທະນະທຳນຳພາ, ວັດທະນະທຳຄຸ້ມຄອງ, ວັດທະນະທຳກຳອຳນາດ, ຊຶ່ງຢູ່ໃນນັ້ນ ແບບແຜນ, ວິທີນຳພາ, ຄຸ້ມຄອງ ເປັນພາກສ່ວນໜຶ່ງທີ່ພື້ນຖານທີ່ສຸດ, ໄດ້ຮັບຄວາມເອົາໃຈໃສ່ກໍ່ສ້າງ ປ່ຽນແປງໃໝ່ ຈາກທຸກອົງການຈັດຕັ້ງແລະບຸກຄົນ ດ້ວຍຄວາມຮູ້ສຶກຕື່ນຕົວ ຄວາມຮັບຜິດຊອບສູງ ເພື່ອຢືນຢັນບຸກຄະລິກກະພາບວັດທະນະທຳ, ເຫດຜົນແຫ່ງການດຳລົງຊີວິດ ແລະຄວາມປາຖະໜາຢາກອຸທິດ ຮັບໃຊ້ ໃນລະບອບປະຊາທິປະໄຕ ແລະສັງຄົມສີວິໄລ.
ທີສອງ, ບູລະນະລະບົບລະບຽບກົດໝາຍ, ຂໍ້ກຳນົດມາດຕະຖານກ່ຽວກັບແບບແຜນ, ວິທີເຮັດວຽກຂອງພະນັກງານນຳພາ ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແຕ່ລະສຳນັກງານອົງການ... ເປັນພື້ນຖານໃຫ້ແກ່ການປະເມີນ, ຕິດຕາມກວດກາ, ຄຸ້ມຄອງພະນັກງານ. ກົມການເມືອງຄະນະບໍລິຫານງານສູນກາງພັກສະໄໝທີ XII ໄດ້ມີຄວາມພະຍາຍາມຫຼາຍຢ່າງໃນການປະກາດໃຊ້ມະຕິຕົກລົງ, ຂໍ້ກຳນົດກ່ຽວກັບບັນຫານີ້, ພິເສດແມ່ນ ຂໍ້ກຳນົດກ່ຽວກັບຂອບມາດຕະຖານຕຳແໜ່ງ, ກຳນົດຂອບເກນການປະເມີນພະນັກງານນຳພາ ຄຸ້ມຄອງຂັ້ນຕ່າງໆ (ຂໍ້ກຳນົດເລກທີ 89-QĐ/TW ລົງວັນທີ 4 ສິງຫາ 2017) ໄດ້ທຳຄວາມກະຈ່າງແຈ້ງກ່ຽວກັບມາດຕະຖານຂອງແບບແຜນ, ວິທີເຮັດວຽກ: ທີໜຶ່ງ, ມີຄວາມຮັບຜິດຊອບຕໍ່ວຽກງານ; ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ໄຫວພິບໃນການປະຕິບັດໜ້າທີ່. ທີສອງ, ເຮັດວຽກຢ່າງມີວິທະຍາສາດ, ປະຊາທິປະໄຕ, ຖືກຫຼັກການ. ທີສາມ, ຮ່ວມມື, ແນະນຳ, ຊ່ວຍເຫຼືອສະຫາຍແລະເພື່ອນຮ່ວມງານ. ຕ້ອງສືບຕໍ່ຫັນເປັນລະອຽດເພື່ອສາມາດວັດແທກໄດ້ແບບແຜນ, ວິທີເຮັດວຽກຂອງພະນັກງານນຳພາ ຄຸ້ມຄອງແຕ່ລະຄົນ ຢູ່ແຕ່ລະຂັ້ນ, ແຕ່ລະຂະແໜງການ, ແຕ່ລະໜ່ວຍງານຢ່າງເໝາະສົມ, ເປັນພື້ນຖານໃຫ້ແກ່ການຕີລາຄາ, ແບ່ງປະເພດ ແລະຕິດຕາມກວດກາພະນັກງານ. ລະບົບລະບຽບກົດໝາຍຕ້ອງໄດ້ຫັນເປັນລະອຽດຢ່າງຈະແຈ້ງ ອີງບົນບັນດາຫຼັກການລວມສູນປະຊາທິປະໄຕ, ໜູ່ຄະນະນຳພາ ບຸກຄົນຮັບຜິດຊອບ; ບັນດາກົນໄກແບ່ງອຳນາດ, ມອບອຳນາດ, ມອບສິດ, ກະຈາຍອຳນາດ,... ສອດຄ່ອງກັບແຕ່ລະຂັ້ນ, ແຕ່ລະຂະແໜງການ, ແຕ່ລະຮູບແບບການເຄື່ອນໄຫວນຳພາ ຄຸ້ມຄອງ. ກຳນົດແຈ້ງສິດອຳນາດ, ຄວາມຮັບຜິດຊອບລະຫວ່າງໜູ່ຄະນະ ແລະບຸກຄົນ, ຂັ້ນເທິງແລະຂັ້ນລຸ່ມ, ຜູ້ເປັນປະທານແລະຜູ້ປະສານງານ, ຜູ້ຮັບຜິດຊອບຕົ້ນຕໍແລະຜູ້ຮ່ວມງານ, ລຳດັບ ຂັ້ນຕອນ ເວລາ... ເມື່ອແກ້ໄຂວຽກງານລະອຽດໜຶ່ງ, ພິເສດແມ່ນວຽກງານທີ່ຮຽກຮ້ອງໃຫ້ມີການປະສານສົມທົບຂອງຫຼາຍຄົນ, ຫຼາຍໜ່ວຍງານທີ່ເຂົ້າຮ່ວມ. ລະບົບລະບຽບກົດໝາຍນັ້ນ ຕ້ອງຮັບປະກັນຄວາມຄົບຊຸດ, ຕໍ່ເນື່ອງລະຫວ່າງຂໍ້ກຳນົດຂອງພັກແລະກົດໝາຍຂອງລັດ.
ທີສາມ, ປ່ຽນແປງໃໝ່ບັນດາຂອດຂອງວຽກງານພະນັກງານ ຫັນສູ່ການບູລະນະແບບແຜນ, ວິທີເຮັດວຽກຂອງພະນັກງານ, ພິເສດແມ່ນກໍ່ສ້າງແບບແຜນເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ. ແຕ່ລະຂອດທີ່ຕ່າງກັນຂອງວຽກງານພະນັກງານ ລ້ວນແຕ່ເຂົ້າຮ່ວມໂດຍກົງຫຼືໂດຍທາງອ້ອມເຂົ້າໃນການກໍ່ສ້າງແລະດັດແປງວິທີເຮັດວຽກ, ແບບແຜນນຳພາ ຄຸ້ມຄອງຂອງພະນັກງານ. ຢູ່ຂອດຮັບສະໝັກພະນັກງານ, ບັນຫາແມ່ນ ບໍ່ພຽງແຕ່ເພື່ອກວດສອບລະດັບຄວາມຮູ້ ຄວາມສາມາດ, ທັກສະໃນການແກ້ໄຂວຽກງານວິຊາສະເພາະເທົ່ານັ້ນ ຫາກຍັງຕ້ອງເອົາໃຈໃສ່ເປັນສຳຄັນທັງແບບການເຮັດວຽກ, ວິທີກໍ່ສ້າງແລະຈັດຕັ້ງປະຕິບັດໜ້າທີ່, ຄວາມສາມາດວາງແຜນແລະປະຕິບັດຂັ້ນຕອນແກ້ໄຂວຽກງານ, ຄວາມສາມາດເຮັດວຽກເປັນທີມແລະຮ່ວມມື, ຄວາມສາມາດລະດົມແລະຈັດແບ່ງແຫຼ່ງພະລັງ (ການເງິນ, ວັດຖຸອຸປະກອນ, ກຳລັງຄົນ, ຂໍ້ມູນຂ່າວສານ, ເວລາ) ໃຫ້ແກ່ການຈັດຕັ້ງປະຕິບັດ, ຄວາມສາມາດສົນທະນາກັບຜູ້ທີ່ມີຄວາມເຫັນແຕກຕ່າງ... ຢູ່ຂອດຕີລາຄາພະນັກງານ, ຕ້ອງມີການສົມທຽບກິລິຍາທ່າທີ, ການກະທຳ, ວິທີການງານຕົວຈິງປະຈຳວັນ ກັບບັນດາມາດຕະຖານທີ່ໄດ້ສ້າງຂຶ້ນບົນຂອບທິດສະດີ ທີ່ເປັນເຄື່ອງມືວັດແທກ ເພື່ອແບ່ງປະເພດພະນັກງານໃຫ້ຖືກຕ້ອງແທດເໝາະ. ຜ່ານກິລິຍາທ່າທີ, ການກະທຳ, ແບບແຜນ, ວິທີເຮັດວຽກຈຶ່ງສະແດງອອກຢ່າງຈະແຈ້ງເຖິງຄຸນນະພາບພະນັກງານ, ພິສູຄວາມຖືກຕ້ອງລະຫວ່າງແນວຄິດແລະການກະທຳ, ຄຳເວົ້າແລະການກະທຳ, ຮູບການແລະເນື້ອໃນ,... ອາໃສສິ່ງດັ່ງກ່າວຈຶ່ງແກ້ໄຂຜ່ານຜ່າໄດ້ສະພາບການຕີລາຄາ “ຕາມລັກສະນະ” ນາມມະທຳ ຕໍ່ບັນດາມາດຕະຖານກ່ຽວກັບຄຸນທາດການເມືອງແນວຄິດ. ດັດແປງວຽກງານຕ້ອນຮັບປະຊາຊົນ, ພົບປະກັບຜູ້ມີສິດເລືອກຕັ້ງຂອງຜູ້ແທນປະຊາຊົນ ຮັບປະກັນຄວາມແທດຈິງແລະມີປະສິດທິຜົນ, ມີກົນໄກຜູກມັດຄວາມຮັບຜິດຊອບຂອງຜູ້ແທນປະຊາຊົນໃນການ “ໄປພ້ອມກັນ” ກັບບັນດາຄຳສະເໜີແນະທີ່ຖືກຕ້ອງຂອງປະຊາຊົນ ໃນການພົບປະກັບຜູ້ມີສິດເລືອກຕັ້ງ. ປ່ຽນແປງໃໝ່ວຽກງານເລືອກຕັ້ງ ແລະເປີດກວ້າງຮູບການສອບເສັງເຂົ້າເປັນພະນັກງານນຳພາ ພະນັກງານຄຸ້ມຄອງ, ຊຶ່ງຢູ່ນັ້ນ ແຜນການດຳເນີນງານແມ່ນບັນຫາໃຈກາງຂອງກົນໄກການສອບເສັງ, ສະແດງໃຫ້ເຫັນໄດ້ເຖິງຄຳໝັ້ນສັນຍາການເມືອງກ່ຽວກັບແບບແຜນ, ວິທີເຮັດວຽກຂອງຜູ້ສະໝັກຮັບເລືອກ. ເປີດເຜີຍແຜນການດຳເນີນງານ ແມ່ນຮູບການກວດສອບໜຶ່ງ ກ່ຽວກັບວິໄສທັດ, ເປົ້າໝາຍ, ເນື້ອໃນ ແລະທັງເປັນແຜນການ, ທິດນຳໃນການບູລະນະບຸກຄະລິກກະພາບ, ແບບດຳລົງຊີວິດ, ແບບແຜນ ຂອງຜູ້ສະໝັກຮັບເລືອກ ເພື່ອມີຄວາມສາມາດທີ່ສຸດໃນການປະຕິບັດບັນດາເປົ້າໝາຍເມື່ອໄດ້ຮັບການເລືອກຕັ້ງ. ແຜນການດຳເນີນງານຂອງຜູ້ສະໝັກຮັບເລືອກຕັ້ງຍັງເປັນພື້ນຖານສຳລັບການຕິດຕາມກວດກາຂອງອົງການຈັດຕັ້ງພັກ ແລະສັງຄົມ ຕໍ່ພະນັກງານໃນໄລຍະ “ຫຼັງເລືອກຕັ້ງ” ແລະ “ຫຼັງການສອບເສັງ”. ໃຫ້ຄວາມສຳຄັນແກ່ການຕິດຕາມກວດກາພະນັກງານນຳພາ-ຄຸ້ມຄອງ, ໃນນັ້ນກວມທັງການຕິດຕາມກວດກາແບບແຜນ, ວິທີເຮັດວຽກ, ພິເສດແມ່ນການພົວພັນກັບປະຊາຊົນ, ກັບຂັ້ນລຸ່ມ, ກັບຜູ້ຮ່ວມງານຂັ້ນດຽວກັນ, ກັບວຽກງານ, ກັບກະໂຕພະນັກງານ ກ່ຽວກັບຄຳໝັ້ນສັນຍາການເມືອງກ່ອນໜ້ານີ້.
ທີສີ່, ບູລະນະຮູບແບບການຝຶກອົບຮົມ ຫັນໄປສູ່ການກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ສຳລັບພະນັກງານນຳພາ ຄຸ້ມຄອງ. ແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ໄດ້ເປັນຮູບເປັນຮ່າງຂຶ້ນໂດຍອາໄສລະບຽບກົດໝາຍແລະສະພາບແວດລ້ອມການງານ, ແລະສ່ວນທີ່ສຳຄັນແມ່ນຜ່ານຮູບແບບການຝຶກອົບຮົມທີ່ມີວິທະຍາສາດ ເພື່ອກະທົບຢ່າງມີປະສິດທິຜົນໃສ່ການດັດປັບການກະທຳ, ບຸກຄະລິກກະພາບ, ກິລິຍາທ່າທີ່, ກຽດສັກສີຄວາມເປັນມະນຸດ. ເພາະສະນັ້ນ, ຕ້ອງຮີບປ່ຽນແປງໃໝ່ຢ່າງພື້ນຖານ ຮູບແບບການຝຶກອົບຮົມພະນັກງານນຳພາ-ຄຸ້ມຄອງ, ກວມທັງການອົບຮົມສຶກສາຢູ່ໃນໂຮງຮຽນ ແລະການອົບຮົມສຶກສາຢູ່ນອກໂຮງຮຽນ, ການຝຶກອົບຮົມຢູ່ບ່ອນເຮັດວຽກ ແລະການຝຶກອົບຮົມຢູ່ນອກບ່ອນເຮັດວຽກ. ຫຼັກສູດ, ເນື້ອໃນຝຶກອົບຮົມຕ້ອງສຸມໃສ່ການສ້າງກິລິຍາທ່າທີ່, ແບບແຜນ, ພຶດຕິກຳມາດຕະຖານໃນບັນດາການພົວພັນພື້ນຖານຂອງການນຳພາ ຄຸ້ມຄອງ; ສ້າງວີິທີເຮັດວຽກແບບວິທະຍາສາດ; ຝຶກທັກສະການນຳພາ ຄຸ້ມຄອງທັນສະໄໝ... ເພື່ອໝູນໃຊ້ໃຫ້ແຕ່ລະຕຳແໜ່ງການນຳພາ ຄຸ້ມຄອງ, ແກ້ໄຂຜ່ານຜ່າສະພາບການທິດສະດີຫ່າງເຫີນຈາກພຶດຕິກຳ. ຄວນໃຫ້ຄວາມສຳຄັນແກ່ວິທີຝຶກອົບຮົມພາກສະໜາມ, ຝຶກອົບຮົມກັບທີ່, ຝຶກອົບຮົມຕາມຫຼັກຖານ, ຝຶກອົບຮົມຕິດແໜ້ນກັບ ການຈັດການແກ້ໄຂ ສະຖານະການຕົວຈິງທີ່ຮ້ອນເຄືອງ ຊຶ່ງຊີວິດພວມຮຽກຮ້ອງ. ພ້ອມກັນກັບການປ່ຽນແປງໃໝ່ຮູບແບບຝຶກອົບຮົມນອກໂຮງຮຽນ, ພິເສດແມ່ນການຝຶກອົບຮົມໂດຍຜ່ານການຜັດປ່ຽນບ່ອນເຮັດວຽກ, ຝຶກຝົນໃນພາກພຶດຕິກຳການງານປະຈຳວັນ, ເຊັ່ນຈັດການແກ້ໄຂສະຖານະການທີ່ພົວພັນເຖິງການສ້າງທ່າທີ່, ກິລິຍາທ່າທາງທີ່ຖືກຕ້ອງຕໍ່ປະຊາຊົນແລະວຽກງານ, ຝຶກຝົນແບບແຜນເຮັດວຽກປະຊາທິປະໄຕ, ສ້າງວິທີເຮັດວຽກແບບວິທະຍາສາດ ແລະຈັດການແກ້ໄຂບັນດາບັນຫານຳພາສາທາລະນະຢ່າງມືອາຊີບ. ໃນນັ້ນ, ມີແບບແຜນເຮັດວຽກຕ້ອງໄດ້ຮັບການຝຶກຝົນໃນແບບຝຶກຫັດ, ເຊັ່ນ ວິທີການນຳພາວຽກງານຮັບປະກັນລັກສະນະປະຊາທິປະໄຕ, ມືອາຊີບ; ຈິດໃຈຮ່ວມມື ຊ່ວຍເຫຼືອຊຶ່ງກັນແລະກັນ; ການປະຊາສຳພັນ, ພິເສດແມ່ນທ່າທີ່ປະພຶດຕໍ່ສື່ມວນຊົນ, ຕໍ່ການສື່ສານ; ແບບແຜນເຮັດວຽກໃນສະພາບແວດລ້ອມແຫ່ງການເຊື່ອມໂຍງສາກົນ ແລະວັດທະນະທຳຫຼາກຫຼາຍ.
ທີຫ້າ, ເສີມຂະຫຍາຍບົດບາດຂອງປະຊາຊົນ, ສື່ມວນຊົນ ແລະເພີ່ມທະວີການປະຢຸກໃຊ້ຜົນສຳເລັດຂອງວິທະຍາສາດ-ເຕັກໂນໂລຊີເຂົ້າໃນການນຳພາ ຄຸ້ມຄອງ, ຫັນແບບແຜນ ວິທີເຮັດວຽກຂອງພະນັກງານເປັນທັນສະໄໝ. ລະດົມປະຊາຊົນໃຫ້ເຂົ້າຮ່ວມໃນການກໍ່ສ້າງຖັນແຖວພະນັກງານ ແລະປ່ຽນແປງໃໝ່ວຽກງານພະນັກງານ; ເກັບກຳຄວາມເຫັນປະກອບສ່ວນຂອງມະຫາຊົນກ່ຽວກັບຂອດຕ່າງໆຂອງວຽກງານພະນັກງານເຊັ່ນ ການຮັບສະໝັກ, ການວາງແຜນກຳນົດ, ການແຕ່ງຕັ້ງ, ການຕີລາຄາ, ການແບ່ງປະເພດພະນັກງານ; ສົ່ງເສີມປະຊາຊົນຢ່າງກວ້າງຂວາງໃຫ້ເຂົ້າຮ່ວມໃນການຕິດຕາາມກວດກາແບບແຜນ, ວິທີເຮັດວຽກຂອງພະນັກງານນຳພາ ຄຸ້ມຄອງຂັ້ນຕ່າງໆ. ກຳນົດທິດໃຫ້ຊື່ມວນຊົນເຂົ້າຮ່ວມໃນການສະຫຼຸບສັງລວມຮູບແບບບຸກຄະລິກກະພາບ, ແບບຢ່າງດີເດັ່ນທີ່ມີແບບແຜນ, ວິທີເຮັດວຽກທີ່ວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ເພື່ອລະດົມກຳລັງໃຈ, ເຜີຍແຜ່, ຂະຫຍາຍກວ້າງອອກ. ພ້ອມກັນນັ້ນ, ສື່ມວນຊົນມີຄວາມຮັບຜິດຊອບໃນການຕຳໜິ ວິຈານສັງຄົມຕໍ່ປະເພນີ ຄວາມຊິນເຄີຍຫຼ້າຫຼັງ, ແບບແຜນອາດຍາສິດ, ໂອ້ອວດທະນົງຕົວ ທີ່ກົງກັນຂ້າມກັບຜົນປະໂຫຍດຂອງປະຊາຊົນແລະກີດຂວາງຄວາມກ້າວໜ້າທາງສັງຄົມ. ພ້ອມກັນກັບການເສີມຂະຫຍາຍບົດບາດຂອງສື່ມວນຊົນ ຕ້ອງໝູນໃຊ້ຜົນສຳເລັດວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການນຳພາ ຄຸ້ມຄອງ, ພິເສດແມ່ນນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຊີ້ແຈງທັດສະນະຄະຕິແລະພຶດຕິກຳການງານຂອງພະນັກງານ ລັດຖະກອນ ເມື່ອປະຕິບັດຂັ້ນຕອນແກ້ໄຂວຽກງານ, ອາໄສສິ່ງດັ່ງກ່າວນັ້ນເພື່ອໃຫ້ປະຊາຊົນມີເງື່ອນໄຂຕິດຕາມກວດກາຕົວຈິງ. ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຄຸ້ມຄອງຍັງຊ່ວຍໃຫ້ພະນັກງານ ລັດຖະກອນມີເງື່ອນໄຂຕິດຕໍ່ພົວພັນ, ເກັບກຳຂໍ້ມູນ ຂໍ້ສະເໜີແນະຈາກປະຊາຊົນໄດ້ເປັນຢ່າງດີ, ບົນພື້ນຖານນັ້ນຈະມີການປັບຕົວເອງ, ປັບປ່ຽນກິລິຍາທ່າທາງ ແບບແຜນນຳພາ ຄຸ້ມຄອງ. ເຕັກໂນໂລຊີຂໍ້ມູນຂ່າວສານທີ່ນຳໃຊ້ເຂົ້າໃນການນຳພາ ຄຸ້ມຄອງຍັງຊ່ວຍໃຫ້ຄວບຄຸມເວລາ, ແຜນການປະຕິບັດງານໄດ້ດີກວ່າ, ດັ່ງນັ້ນຈຶ່ງດຳເນີນງານຢ່າງທັນການ, ໄວວາ ແລະມີວິທະຍາສາດ. ໃນສະພາບສື່ຂ່າວດິຈິຕອນຂະຫຍາຍຕົວຢ່າງໄວວາ, ພະນັກງານນຳພາຍັງຕ້ອງຮູ້ວິທີໃຊ້ເຄືອຂ່າວສັງຄົມຢ່າງຊຳນິຊຳນານ ເພື່ອໂຄສະນາເຜີຍແຜ່ແນວທາງຂອງພັກ, ກົດໝາຍຂອງລັດ, ເກັບກຳຄວາມເຫັນຄຳສະເໜີແນະສ້າງສັນສັງຄົມ ແລະຕໍ່ສູ້ກັບຄວາມເຫັນທີ່ຜິດພາດ, ກັບຖ້ອນທຳນອງເສກສັນປັ້ນແຕ່ງ, ປະຕິການ.
ກໍ່ສ້າງແບບແຜນ, ວິທີເຮັດວຽກທີ່ມີວິທະຍາສາດ, ປະຊາທິປະໄຕ, ມືອາຊີບ ສຳລັບພະນັກງານນຳພາ ຄຸ້ມຄອງ ແມ່ນໜ້າທີ່ທີ່ຫຍຸ້ງຍາກ ສັບສົນ, ຊຶ່ງສ່ວນເລິກແມ່ນປ່ຽນແບບຈິນຕະນາການ, ປະເພນີ, ຄວາມຊິນເຄີຍ ແລະພຶດຕິກຳຫຼ້າຫຼັງທີ່ຝັງແໜ້ນໃນພະນັກງານ ລັດຖະກອນ. ມັນຮຽກຮ້ອງໃຫ້ມີຄວາມຕັດສິນໃຈການເມືອງສູງທີ່ສຸດຂອງລະບົບການເມືອງແລະທົ່ວສັງຄົມ, ແຕ່ສິ່ງສຳຄັນແມ່ນຕ້ອງ ປຸກລຸກຄວາມຮູ້ສຶກຕື່ນຕົວສະໝັກໃຈ, ຄວາມນັບຖືຕົນເອງ, ຄວາມທະນົງໃຈໃນກຽດສັກສີ ຂອງພະນັກງານແຕ່ລະຄົນ ເພື່ອບູລະນະບຸກຄະລິກກະພາບ, ສົມກັບເປັນຜູ້ນຳສາທາລະນະມືອາຊີບ ໃນສັງຄົມສີວິໄລ./.
ຮສ. ປອ. ດວ່ານມິງຫວນ
ກຳມະການສຳຮອງສູນກາງພັກ,
ບັນນາທິການໃຫຍ່ວາລະສານກອມມູນິດ
-------------------
(1), (2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ-ຊື້ເທິດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 272-273, 307.
(3), (4) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 47 (1986), ໜ້າ 472, 470-473.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII (ເອກະສານພາຍໃນ), ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 202 – 203.
(6) ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII (ເອກະສານພາຍໃນ), ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 28–32.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 909 (ເດືອນກໍລະກົດ 2018).