ກອງປະຊຸມສຳມະນາວິທະຍາສາດສາກົນຄັ້ງທີ່ 4 ກ່ຽວກັບທະເລຕາເວັນອອກ

ວ.ກ.ອອນໄລ - ແຕ່ວັນທີ 19 ເຖິງວັນທີ 21-11-2012, ຢູ່ທີ່ນະຄອນ ໂຮ່ຈີມິນ, ສະຖາບັນການຕ່າງປະເທດຫວຽດນາມ ແລະ ສະມາຄົມນັກກົດໝາຍຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດສາກົນ ຄັ້ງທີ 4 ກ່ຽວກັບຫົວຂໍ້: “ທະເລຕາເວັນອອກ: ຮ່ວມມືເພື່ອ ຄວາມໝັ້ນຄົງ ແລະ ການພັດທະນາ ໃນພາກພື້ນ” ດ້ວຍການເຂົ້າຮ່ວມຂອງ ນັກຮຽນຮູ້ ແລະ ຊ່ຽວຊານ ເກືອບ 200 ຄົນ.