ບັນດາປັດໄຈທີ່ຕ້ອງຄຳນຶງເຖິງ ໃນການວາງກຳນົດແລະປະຕິບັດ ນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນສະໄໝແຫ່ງການເຊື່ອມໂຍງສາກົນ

ວກ. - ໂດຍປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມືແລະພັດທະນາ; ດຳເເນີນການພົວພັນສາກົນຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ, ຫວຽດນາມໄດ້ເຂົ້າຮ່ວມການເຊື່ອມໂຍງສາກົນນັບມື້ນັບຕັ້ງໜ້າແລະເປັນເຈົ້າການ ດ້ວຍຖານະແລະບົດບາດທີ່ເພີ່ມຂຶ້ນໃນພາກພື້ນແລະໃນໂລກ. ນະໂຍບາຍການຕ່າງປະເທດຂອງຫວຽດນາມທີ່ປະຕິບັດໃນເວລາຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອພັດທະນາປະເທດ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການສ້າງສາແລະປົກປັກຮັກສາປະເທດຊາດ, ຍົກສູງຖານະແລະກຽດສັກສີຂອງຫວຽດນາມໃນເວທີໂລກ. ຂະບວນວິວັດການກຳນົດແລະຜັນຂະຫຍາຍນະໂຍບາຍການຕ່າງປະເທດແມ່ນຂະບວນວິວັດທີ່ສັບສົນ, ໃນນັ້ນຕ້ອງພິຈາລະນາ ສັງລວມບັນດາປັດໄຈທີ່ກະທົບຈາກພາຍໃນແລະພາຍນອກ, ໂດຍສະເພາະແມ່ນ ໃນສະພາບການທີ່ຫວຽດນາມເຊື່ອມໂຍງນັບມື້ນັບກວ້າງຂວາງເລິກເຊິ່ງກັບພາກພື້ນແລະໂລກ.

ຫວຽດນາມພ້ອມແລ້ວທີ່ຈະຮັບຕຳແໜ່ງເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນໄລຍະ 2020 - 2021

ສະພາບການປ່ຽນແປງໃນອາຊີ-ປາຊີຟິກໃນປີ 2018 ແລະ ແງ່ຫວັງໃນປີ 2019

ການພົວພັນຕ່າງປະເທດທາງພັກ ປີ 2018 ໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ຜົນສຳເລັດອັນດີເດັ່ນ ຂອງການພົວພັນຕ່າງປະເທດ ແລະ ຜົນສຳເລັດລວມ ຂອງປະເທດ

ກູບາ: ຫົກສິບປີແຫ່ງການຢຶດໝັ້ນແລະປະດິດສ້າງ ໃນການເປີດທາງປະຕິວັດ