ເອເປກ ຫວຽດນາມ 2017: ກຳລັງຜັນດັນທີ່ແຂງແຮງຂອງການເຕີບໂຕເສດຖະກິດ, ການຄ້າເສລີ ແລະ ການເຊື່ອມຕໍ່ພາກພື້ນ

ວກ.ອອນໄລ - ໃນລະຫວ່າງວັນທີ 06 - 11 ພະຈິກ 2017 ທີ່ນະຄອນ ດານັ໊ງ ເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ໄດ້ດຳເນີນສັບປະດາຂັ້ນສູງ 2017 ພາຍໃຕ້ຫົວຂໍ້ “ສ້າງກຳລັງຜັດດັນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດຮ່ວມກັນ”. ນີ້ແມ່ນການເຄື່ອນໄຫວສຸດທ້າຍ ແລະ ມີຄວາມສຳຄັນທີ່ສຸດໃນປີ ເອເປກ 2017 ກ່ອນເວລາຫວຽດນາມມອບພາລະບົດບາດຂອງປະເທດເຈົ້າພາບ ເອເປກ ໃຫ້ແກ່ ປະເທດ ປາປົວ ນິວກີເນ. ຜົນສຳເລັດຂອງ ເອເປກ 2017 ອີກເທື່ອໜຶ່ງ (1) ຈາລຶກຢ່າງເລິກເຊິ່ງເຄື່ອງໝາຍຂອງຫວຽດນາມ ໃນວິວັດການພັດທະນາຢ່າງບໍ່ຢຸດຢັ້ງຂອງ ເອເປກ, ຊຸກຍູ້ທ່າອຽງສັນຕິພາບ ສະຖຽມລະພາບ ການຮ່ວມມື ການພັດທະນາຂອງພາກພື້ນແລະໃນໂລກ, ເພື່ອຕອບສະໜອງຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງບັນດາພື້ນຖານເສດຖະກິດສະມາຊິກ ເອເປກ ທັງໝົດ.

ບາງບັນຫາກ່ຽວກັບການພັດທະນາສະຫະກອນ ໃນໄລຍະປັດຈຸບັນ

ຍົກສູງຄວາມສາມາດແຂ່ງຂັນຂອງ ວິສາຫະກິດເອກະຊົນຫວຽດນາມ ໃນຂະບວນວິວັດການເຂົ້າຮ່ວມໃນ ພວງພະນັງຄຸນຄ່າທົ່ວໂລກ

ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຂອງຕົນ ແລະ ປະກອບສ່ວນທີ່ສຳຄັນ ເພື່ອໃຫ້ເສດຖະກິດອາຊຽນມີການເຊື່ອມໂຍງ, ເຕີບໂຕສູງ ແລະ ພັດທະນາຢ່າງຍືນຍົງ

ພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແມ່ນແນວທາງເສດຖະກິດທີ່ຖືກຕ້ອງຂອງພັກ