ແນວຄິດໂຮ່ຈີມິນກ່ຽວກັບຄວາມເຊື່ອຖືນຳໃຊ້ປັນຍາຊົນ ແລະ ຂໍ້ສະເໜີແນະສຳລັບມື້ນີ້

ວກ. - ປະທານໂຮ່ຈີມິນ ແມ່ນປັນຍາຊົນຄົນໜຶ່ງ ແລະ ເມື່ອດຳລົງຕຳແໜ່ງຫົວໜ້າປະເທດ, ເພິ່ມໄດ້ເອົາໃຈໃສ່ທີ່ສຸດເຖິງປັນຍາຊົນແລະບັນຫາປັນຍາຊົນ. ແນວຄິດກ່ຽວກັບປັນຍາຊົນຂອງໂຮ່ຈີມິນໄດ້ເປັນຮູບເປັນຮ່າງຂຶ້ນເມື່ອເພິ່ນຍັງເຄື່ອນໄຫວຢູ່ຕ່າງປະເທດ ແລະ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດພາຍຫຼັງການປະຕິວັດເດືອນສິງຫາປີ 1945, ໂດຍສະເພາະແມ່ນໃນການສ້າງຕັ້ງລັດຖະບານເວລານັ້ນ. ດ້ວຍແນວຄິດເຊື່ອຖືນຳໃຊ້ປັນຍາຊົນ, ປະທານໂຮ່ຈີມິນໄດ້ເຕົ້າໂຮມປັນຍາຊົນຫຼາຍຄົນຢູ່ອ້ອມຂ້າງຕົນ ເຊິ່ງແມ່ນປັນຍາຊົນທີ່ມີຊື່ສຽງ, ມີຄວາມເຕັມໃຈແລະສຸດອົກສຸດໃຈຮັບໃຊ້ປະເທດຊາດແລະປະຊາຊົນ. ປະຕິບັດແນວຄິດເຊື່ອຖືນຳໃຊ້ປັນຍາຊົນຂອງໂຮ່ຈີມິນ, ໃນຊຸມປີທີ່ຜ່ານມາມໍ່ນີ້, ພັກແລະລັດຫວຽດນາມໄດ້ມີແນວທາງແລະນະໂຍບາຍຕ່າງໆເພື່ອດຶງດູດແລະເຊື່ອຖືນຳໃຊ້ຖັນແຖວປັນຍາຊົນ.

ບົດບາດຂອງແນວຮົມປະເທດຊາດຫວຽດນາມ ໃນການເປີດກວ້າງ, ປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດໃນສະໄໝໃໝ່

ກໍ່ສ້າງຮູບແບບ “ຂົນຂວາຍປະຊາຊົນເກ່ງ” ຕິດກັບຜົນປະໂຫຍຂອງປະຊາຊົນ, ບົດຮຽນຈາກພາກປະຕິບັດ

ກໍ່ສ້າງຕົວເມືອງສະຫຼາດ ຢູ່ນະຄອນຫຼວງຮ່າໂນ້ຍ ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີສີ່

ຍົກສູງປະສິດທິຜົນການເຄື່ອນໄຫວຊັບສິນທາງປັນຍາ ຢູ່ຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ ແລະ ເຊື່ອມໂຍງສາກົນ