ການພົວພັນຕ່າງປະເທດຂອວພັກ ປະກອບສ່ວນສ້າງພື້ນຖານການເມືອງທີ່ສຳຄັນ ໃຫ້ແກການພົວພັນຂອງຫວຽດນາມ ກັນປະເທດຕ່າງໆ

ວກ.ອອນໄລ - ໂດຍຕິດແທດກັບແນວທາງການພົວພັນຕ່າງປະເທດ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະຂໍ້ຕົກລົງສະບັບທີ 73 - TB/TW, ວັນທີ 8 ກຸມພາ 2012, ຂອງກົມການເມືອງຊຸດທີ XI ວ່າດ້ວຍ “ເພີ່ມທະວີການພົວພັນຕ່າງປະເທດຂອງພັກ ໃນສະພາບການໃໝ່”, ວຽກງານການພົວພັນຕ່າງປະເທດຂອງພັກປີ 2017 ໄດ້ບັນລຸຜົນງານທີ່ສຳຄັນຫຼາຍຢ່າງ, ມີຫຼາຍເນື້ອໃນໄດ້ຮັບການປະຕິບັດແບບບຸກທະລຸ, ປະກອບສ່ວນສ້າງພື້ນຖານການເມືອງທີ່ສຳຄັນ ໃຫ້ແກ່ການພົວພັນຂອງປະເທດ ຫວຽດນາມ ກັບປະເທດຕ່າງໆ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ໃຫ້ແກ່ການພັດທະນາປະເທດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມໃນໂລກ.

ຜົນສຳເລັດຂອງການພົວພັນຕ່າງປະເທດ ປີ 2017: ບົດບາດທີ່ຕັ້ງໃໝ່, ບັນຍາກາດໃໝ່

ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນ, ຮັບປະກັນຄວາມສະຫງົບການປ້ອງກັນປະເທດ ແລະ ການພັດທະນາຢ່າງໄວວາ ຍືນຍົງຢູ່ຫວຽດນາມ

ເອເປກ 2017: ສ້າງກຳລັງຂັບເຄື່ອນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດຮ່ວມກັນ

ສະຫະປະຊາຊາດ ແລະ ການປະກອບສ່ວນ ຂອງຫວຽດນາມ