ເສີມຂະຫຍາຍເຖິງລະດັບສູງ ຈິດໃຈຮັບຜິດຊອບ, ສຸມໃສ່ຄົ້ນຄວ້າ ປຶກສາພິຈາລະນາ ແລະຕັດສິນຕົກລົງ ບັນດາບັນຫາທີ່ສຳຄັນ*

ຄຳນຳຂອງກອງບັນນາທິການ: ວັນທີ 7 ພຶດສະພາ 2018, ຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XII ໄດ້ໄຂຂຶ້ນຢ່າງສົມກຽດ. ກອງປະຊຸມໄດ້ສຸມໃສ່ປຶກສາສົນທະນາ ແລະປະກອບຄວາມຄິດຄວາມເຫັນກ່ຽວກັບບັນດາເນື້ອໃນ: ກໍ່ສ້າງຖັນແຖວພະນັກງານຂັ້ນຕ່າງໆ, ເປັນຕົ້ນແມ່ນຂັ້ນຍຸດທະສາດ, ໃຫ້ມີຄຸນສົມບັດສິນທຳ, ມີຄວາມສາມາດ ແລະສັກສີຢ່າງພຽງພໍ, ທຽບເທົ່າກັບລະດັບຂອງໜ້າທີ່; ການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ລັດຖະກອນ, ພາລະກອນ, ກຳລັງປະກອບອາວຸດ ແລະຜູ້ອອກແຮງງານໃນບັນດາວິສາຫະກິດ; ການປະຕິຮູບນະໂຍບາຍປະກັນໄພສັງຄົມ; ແລະບາງບັນຫາທີ່ສຳຄັນອື່ນອີກ. ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານກອງປະຊຸມ ແລະມີບົດປາໄສທີ່ສຳຄັນໄຂກອງປະຊຸມ. ວາລະສານກອມມູນິດຂໍໄດ້ເປັນກຽດ ແນະນຳເນື້ອໃນບົດປາໄສດັ່ງກ່າວ ຂອງສະຫາຍເລຂາທິການໃຫຍ່.

ສືບຕໍ່ຍົກສູງ ຄວາມຮັບຜິດຊອບຂອງຜູ້ແທນປະຊາຊົນ ຍິ່ງກວ່າອີກ

ຫວຽດນາມປ່ຽນແປງໃໝ່ ເຊື່ອມໂຍງ ແລະ ພັດທະນາ

ຮ່ວມແຮງ ຮ່ວມໃຈກັນ ພ້ອມກັນພັດທະນາປະເທດຢ່າງໄວວາ ຍືນຍົງ

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຕອບສຳພາດຂອງສຳນັກຂ່າວສານຫວຽດນາມ